沙湾拿吉省土地及建筑物估价区划定协议(修订版)

ຂໍ້ຕົກລົງວ່າດ້ວຍ ການກຳນົດເຂດປະເມີນລາຄາທີ່ດິນ ແລະ ສີ່ງປຸກສ້າງທົ່ວແຂວງ ສະຫວັນນະເຂດ (ສະບັບປັບປຸງ)

Agreement on the Delineation of Land and Building Valuation Zones in Savannakhet Province (Amended)

简介

该协议规定沙湾拿吉省土地和建筑物估价区的划定原则、方法及代码,作为计算相关税费的依据,旨在提高管理效率并促进地方经济社会发展。

Summary

This agreement stipulates the principles, methods, and codes for delimiting land and building valuation zones in Savannakhet Province, serving as a basis for calculating related taxes and fees, aiming to improve management efficiency and promote local economic and social development.

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຫຼັກການ, ວິທີການ ແລະ ລະຫັດການກຳນົດເຂດປະເມີນມູນຄ່າທີ່ດິນ ແລະ ສິ່ງປຸກສ້າງໃນແຂວງສະຫວັນນະເຂດ ເພື່ອເປັນພື້ນຖານໃນການຄິດໄລ່ພາສີ ແລະ ຄ່າທຳນຽມທີ່ກ່ຽວຂ້ອງ, ແນໃສ່ເພີ່ມທະວີປະສິດທິພາບການຄຸ້ມຄອງ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ.

条文

第ມາດຕາ 1条

第1条(修订)宗旨

本协议规定了确定土地和建筑物估价区的原则、规章和措施,作为计算土地登记和建筑物登记工作手续费的依据,以提高效率和效益,确保个人、法人、获得使用权的党政组织以及各类土地管理权的买卖、转让、继承,执行土地政策,征收土地税,来自土地使用权转让的税收,旨在保障对土地和建筑物收入的征收监督,同时正确按照规章行使权利和履行义务,为沙湾拿吉省的经济社会发展做出贡献,使其逐步增长,社会团结、公正和文明。

ພາສາລາວ (老挝语原文)

ມາດຕາ 1 (ປັບປຸງ) ຈຸດປະສົງ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປູກສ້າງ ເພື່ອເປັນບ່ອນອີງໃນການຄິດໄລ່ຄ່າທຳນຽມ ການເຄືອນໄຫວວຽກຈົດທະບຽນທີ່ດິນ ແລະ ສິ່ງປຸກສ້າງ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ເພື່ອຮັບປະກັນການຊື້ຂາຍ, ມອບໂອນ, ການສືບທອດມູນມໍຣະດົກ ກ່ຽວກັບສິດນຳໃຊ້ທີ່ດິນຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພັກລັດທີ່ໄດ້ຮັບສິດນຳໃຊ້ ແລະ ສິດຄຸ້ມຄອງທີ່ດິນປະເພດຕ່າງໆ, ການປະຕິບັດນະໂຍບາຍກ່ຽວກັບທີ່ດິນ, ການເກັບອາກອນທີ່ດິນ, ຈາກການໂອນສິດນຳໃຊ້ທີ່ດິນຕືນ ແນໃສ່ຮັບປະກັນຕິດຕາມກວດກາ ການເກັບລາຍຮັບຈາກທີ່ດິນ ແລະ ສິ່ງປຸກສ້າງ, ພ້ອມທັງປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງຕາມລະບຽບການ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ ໃຫ້ມີການຂະຫຍາຍຕົວຂຶ້ນເທື່ອລະກ້າວ, ສັງຄົມມີຄວາມສາມັກຄີ ຍຸຕິທຳ ແລະ ສີວິໄລ.

第ມາດຕາ 2条

第2条 土地和建筑物的估价
土地和建筑物的估价是指根据位置、地形、基础设施以及经济社会发展的阶段性特点,确定土地和建筑物的价格。
建筑物的估价是指对用作住宅、工作场所和各种经营活动的建筑物类型进行定价。
土地的估价是指在沙湾拿吉省内,根据土地的构成、位置和性质、建筑物类型、基础设施系统、土地开发以及土地质量等级,确定各区域和各类型土地的价格。

ພາສາລາວ (老挝语原文)

ມາດຕາ 2 ການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ
ການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ແມ່ນການກຳນົດລາຄາທີ່ດິນ ແລະ ສິ່ງປຸກສ້າງ ໂດຍອີງໃສ່ຈຸດພິເສດທາງດ້ານທີ່ຕັ້ງ, ພູມສັນຖານ, ພື້ນຖານໂຄງລ່າງ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.
ການປະເມີນລາຄາສິ່ງປຸກສ້າງ ແມ່ນການກຳນົດລາຄາປະເພດອາຄານທີ່ນຳໃຊ້ເປັນທີ່ຢູ່ອາໄສ, ສະຖານທີ່ເຮັດວຽກ ແລະ ກິດຈະການດ້ານຕ່າງໆ.
ການປະເມີນລາຄາທີ່ດິນ ແມ່ນການກຳນົດລາຄາທີ່ດິນແຕ່ລະເຂດ ແລະ ແຕ່ລະປະເພດ ຢູ່ພາຍໃນແຂວງສະຫວັນນະເຂດ ໂດຍອີງໃສ່ອົງປະກອບ, ທີ່ຕັ້ງ ແລະ ລັກສະນະຂອງດິນ, ປະເພດສິ່ງປຸກສ້າງ, ລະບົບພື້ນຖານໂຄງລ່າງ, ການພັດທະນາທີ່ດິນ ແລະ ລະດັບຄຸນນະພາບຂອງທີ່ດິນ.

第ມາດຕາ 3条

第3条 国家政策
沙湾拿吉省行政机关鼓励、促进所有经济社会部门、个人、法人,包括国内和国外的,参与管理、使用、保护、开发土地,使其符合目的和目标,高效有力。
沙湾拿吉省行政机关保护依法管理和使用土地的个人、法人及组织的合法权利和利益。
沙湾拿吉省行政机关根据实际情况制定土地和建筑物的折扣比例政策,以吸引和便利各类土地的使用、开发和转让,符合各时期规定的方针、政策和法律。

ພາສາລາວ (老挝语原文)

ມາດຕາ 3 ນະໂຍບາຍຂອງລັດ
ອົງການປົກຄອງແຂວງສະຫວັນນະເຂດ ຊຸກຍູ້, ສົ່ງເສີມທຸກພາກສ່ວນເສດຖະກິດ-ສັງຄົມ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການຄຸ້ມຄອງ, ນຳໃຊ້, ປົກປັກຮັກສາ, ພັດທະນາທີ່ດິນໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍຢ່າງມີປະສິດທິຜົນສູງ.
ອົງການປົກຄອງແຂວງສະຫວັນນະເຂດ ໃຫ້ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຄຸ້ມຄອງ ແລະ ນຳໃຊ້ທີ່ດິນທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບ ການກຳນົດໄວ້.
ອົງການປົກຄອງແຂວງສະຫວັນນະເຂດ ກຳນົດນະໂຍບາຍອັດຕາສ່ວນຫຼຸດລາຄາ ຫົວໜ່ວຍດິນ ແລະ ສິ່ງປຸກສ້າງຕາມສະພາບເງື່ອນໄຂຄວາມເປັນຈິງ, ເພື່ອດຶງດູດ ແລະ ສ້າງສິ່ງອຳນວຍຄວາມສະດວກ ໃຫ້ແກ່ການນຳໃຊ້, ການພັດທະນາ ແລະ ການຫັນສິດນຳໃຊ້ທີ່ດິນແຕ່ລະປະເພດໂດຍສອດຄ່ອງແນວທາງ ນະໂຍບາຍ ແລະ ກົດໝາຍກຳນົດໄວ້ໃນແຕ່ລະໄລຍະ.

第ມາດຕາ 4条

第4条(修订)活动原则
土地和附着物估价工作活动遵循以下原则:
1. 符合政策方针、宪法、法律、决议、命令、次级法规;
2. 符合国家经济社会发展计划以及各省制定的经济社会发展计划;
3. 符合市场机制的实际价格和公正;
4. 与相关部门协调,人民和社会各阶层参与;
5. 确保透明、公开和可核查。

ພາສາລາວ (老挝语原文)

ມາດຕາ 4 (ປັບປຸງ) ຫຼັກການເຄື່ອນໄຫວ
ການເຄື່ອນໄຫວວຽກງານປະເມີນລາຄາທີ່ດິນ ແລະ ສິ່ງປູກສ້າງ ປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ມະຕິ, ຄຳສັ່ງ, ນິຕິກຳໃຕ້ກົດໝາຍ;
2. ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວາງອອກ;
3. ສອດຄ່ອງກັບລາຄາຄວາມເປັນຈິງຂອງກົນໄກຕະຫຼາດ ແລະ ຍຸຕິທຳ;
4. ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ປະຊາຊົນ ແລະ ທຸກຊັ້ນຄົນໃນສັງຄົມມີສ່ວນຮ່ວມ;
5. ຮັບປະກັນຄວາມໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້.

第ມາດຕາ 5条

第5条 标记
根据各市县土地估价区地图所规定的标记,按国际字母规定如下:A、B、C、D、E、F、G、H、I、K、L、M。

ພາສາລາວ (老挝语原文)

ມາດຕາ 5 ເຄື່ອງໝາຍ
ເຄື່ອງໝາຍ ຕາມທີ່ໄດ້ກຳນົດໄວ້ໃນແຜນທີ່ເຂດປະເມີນມູນຄ່າທີ່ດິນ ຂອງແຕ່ລະເມືອງ ແລະ ນະຄອນ ແມ່ນກຳນົດເປັນຕົວອັກສອນສາກົນດັ່ງນີ້: A, B, C, D, E, F, G, H, I, K, L, M.

第ມາດຕາ 6条

第6条 评估区代码
县和市的评估区代码按国际数字确定,从01开始到根据第5条规定的评估区标记的最后一个数字,如下:

01至81为凯山·丰威汉市评估区代码
81至818为乌图姆蓬县评估区代码
01至609为阿达帕通县评估区代码
01至615为平县评估区代码
01至514为塞邦县评估区代码
01至110为农县评估区代码
01至81为塔邦通县评估区代码
11至616为宋敦县评估区代码
01至113为占蓬县评估区代码
11至711为松纳布里县评估区代码
01至615为赛布里县评估区代码
01至113为维拉布里县评估区代码
01至616为阿达蓬县评估区代码
01至614为赛普通县评估区代码
01至010为帕万赛县评估区代码

ພາສາລາວ (老挝语原文)

ມາດຕາ 6 ລະຫັດເຂດປະເມີນ
ລະຫັດເຂດປະເມີນຂອງເມືອງ ແລະ ນະຄອນ ແມ່ນກຳນົດເປັນຕົວເລກສາກົນ ເລີ່ມແຕ່ 01 ຫາ ຕົວເລກສຸດທ້າຍຕາມເຄື່ອງໝາຍເຂດປະເມີນທີ່ກຳນົດໄວ້ໃນມາດຕາ 5 ດັ່ງນີ້:

01 ຫາ 81 ແມ່ນລະຫັດເຂດປະເມີນ ນະຄອນໄກສອນ ພົມວິຫານ
81 ຫາ 818 ແມ່ນລະຫັດເຂດປະເມີນ ເມືອງອຸທຸມພອນ
01 ຫາ 609 ແມ່ນລະຫັດເຂດປະເມີນ ເມືອງອາດສະພັງທອງ
01 ຫາ 615 ແມ່ນລະຫັດເຂດປະເມີນ ເມືອງພີນ
01 ຫາ 514 ແມ່ນລະຫັດເຂດປະເມີນ ເມືອງເຊໂປນ
01 ຫາ 110 ແມ່ນລະຫັດເຂດປະເມີນ ເມືອງນອງ
01 ຫາ 81 ແມ່ນລະຫັດເຂດປະເມີນ ເມືອງທ່າປາງທອງ
11 ຫາ 616 ແມ່ນລະຫັດເຂດປະເມີນ ເມືອງສອງດອນ
01 ຫາ 113 ແມ່ນລະຫັດເຂດປະເມີນ ເມືອງຈຳພອນ
11 ຫາ 711 ແມ່ນລະຫັດເຂດປະເມີນ ເມືອງຊົນນະບູລີ
01 ຫາ 615 ແມ່ນລະຫັດເຂດປະເມີນ ເມືອງໄຊບູລີ
01 ຫາ 113 ແມ່ນລະຫັດເຂດປະເມີນ ເມືອງວິລະບູລີ
01 ຫາ 616 ແມ່ນລະຫັດເຂດປະເມີນ ເມືອງອາດສະພອນ
01 ຫາ 614 ແມ່ນລະຫັດເຂດປະເມີນ ເມືອງໄຊພູທອງ
01 ຫາ 010 ແມ່ນລະຫັດເຂດປະເມີນ ເມືອງພະວານໄຊ

第ມາດຕາ 7条

第7条(修订)确定土地面积和建筑物的折扣率

1. 确定土地面积的折扣率
对于确定土地面积的折扣率,已在自然资源与环境部2023年1月12日第0040/ກຊສ号关于土地估价指南的第3条第6款中规定。

面积(平方米) | 百分比(%)
不超过1600平方米的土地 | 100
超过1,601平方米至4000平方米的土地 | 85
超过4,001平方米至8,000平方米的土地 | 75
超过8,001平方米至12,000平方米的土地 | 65
超过12,001平方米以上的土地 | 55

2. 确定建筑物价格的折扣率
对于确定建筑物价格、建筑物类型、单位、建筑物年龄(单位价格/基普),根据老挝人民民主共和国总理2010年8月5日第69/ນຍ号协议和部长关于住宅建筑单位价格的2021年12月17日第2123/ຍທຂ号协议确定。

建筑物类型 | 单位 | 新价格(基普) | 0-20年价格(基普) | 20年以上价格(基普)
老挝风格房屋 | 平方米 | 1,143,000 | 952,500 | 762,000
2层房屋(半砖半木) | 平方米 | 1,026,000 | 855,000 | 684,000
现代砖房 | 平方米 | 921,000 | 767,500 | 614,000
普通砖房 | 平方米 | 702,000 | 585,000 | 468,000
木屋 | 平方米 | 410,000 | 400,000 | 320,000

ພາສາລາວ (老挝语原文)

ມາດຕາ 7 (ປັບປຸງ) ກຳນົດອັດຕາສ່ວນຫຼຸດ ສຳລັບເນື້ອທີ່ດິນ ແລະ ລາຄາສິ່ງປຸກສ້າງ

1. ການກຳນົດອັດຕາສ່ວນຫຼຸດສຳລັບເນື້ອທີ່ດິນ
ສຳລັບການກຳນົດອັດຕາສ່ວນຫຼຸດເນື້ອທີ່ດິນ ແມ່ນໄດ້ກຳນົດໃນຂໍ້ທີ 3 ໝວດທີ 6 ຂອງຄຳແນະນຳ ວ່າດ້ວຍການປະເມີນລາຄາທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 0040/ກຊສ, ລົງວັນທີ່ 12 ມັງກອນ 2023.

ເນື້ອທີ່ (ຕາແມັດ) | ອັດຕາສ່ວນຮ້ອຍ (%)
ເນື້ອທີ່ດິນບໍ່ເກີນ 1600 ຕາແມັດ | 100
ເນື້ອທີ່ດິນເກີນແຕ່ 1,601 ຕາແມັດ ຫາ 4000 ຕາແມັດ | 85
ເນື້ອທີ່ດິນເກີນແຕ່ 4,001 ຕາແມັດ ຫາ 8,000 ຕາແມັດ | 75
ເນື້ອທີ່ດິນເກີນແຕ່ 8,001 ຕາແມັດ ຫາ 12,000 ຕາແມັດ | 65
ເນື້ອທີ່ດິນເກີນແຕ່ 12,001 ຕາແມັດ ຂຶ້ນໄປ | 55

2. ການກຳນົດອັດຕາສ່ວນຫຼຸດລາຄາສິ່ງປູກສ້າງ
ສຳລັບການກຳນົດລາຄາຂອງສິ່ງປຸກສ້າງ, ປະເພດສິ່ງປູກສ້າງ, ຫົວໜ່ວຍ, ອາຍຸສິ່ງປູກສ້າງ (ລາຄາຫົວໜ່ວຍ/ກີບ) ແມ່ນໄດ້ກຳນົດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 69/ນຍ, ລົງວັນທີ 05 ສິງຫາ 2010 ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກ່ຽວກັບລາຄາຫົວໜ່ວຍກໍ່ສ້າງ ເຄຫາສະຖານ ສະບັບເລກທີ 2123/ຍທຂ, ລົງວັນທີ 17 ທັນວາ 2021.

ປະເພດສິ່ງປູກສ້າງ | ຫົວໜ່ວຍ | ລາຄາໃໝ່ (ກີບ) | ລາຄາ 0-20 ປີ (ກີບ) | ລາຄາ 20 ປີຂຶ້ນໄປ (ກີບ)
ເຮືອນແບບຊົ່ງລາວ | ມ2 | 1,143,000 | 952,500 | 762,000
ເຮືອນ 2 ຊັ້ນ (ເຄິ່ງກໍເຄິ່ງໄມ້) | ມ2 | 1,026,000 | 855,000 | 684,000
ເຮືອນກໍແບບທັນສະໄໝ | ມ2 | 921,000 | 767,500 | 614,000
ເຮືອນກໍແບບທຳມະດາ | ມ2 | 702,000 | 585,000 | 468,000
ເຮືອນໄມ້ | ມ2 | 410,000 | 400,000 | 320,000

第ມາດຕາ 8条

第8条(修订) 土地登记的种类有2种如下:
1. 土地使用权活动登记是指对土地使用权人将该使用权用于出租、抵押、典当、合同约定地役权及其他活动进行记录和认证。
2. 土地使用权变更登记是指对土地使用权从原权利人转移给他人,通过发放新地契,根据继承、买卖、入股、赠与或放弃土地使用权、交换、收回或返还土地使用权、法律规定的役权、法院判决等方式进行记录和认证。

ພາສາລາວ (老挝语原文)

ມາດຕາ 8 (ປັບປຸງ) ປະເພດຂອງການຈົດທະບຽນທີ່ດິນ ມີ 2 ປະເພດຄື:
1. ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ແມ່ນການບັນທຶກ ແລະ ຢັ້ງຢືນສິດນຳໃຊ້ທີ່ດິນ ທີ່ເຈົ້າຂອງສິດນຳໃຊ້ທີ່ດິນໄດ້ເອົາສິດດັ່ງກ່າວໃຫ້ເຊົ່າ, ເປັນຫຼັກຊັບຄ້ຳປະກັນ, ຂາຍຝາກ, ທາດສະພາບຕາມສັນຍາ ສິດເຫືອທີ່ດິນ ແລະ ການເຄື່ອນໄຫວອື່ນ.
2. ການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ແມ່ນການບັນທຶກ ແລະ ຢັ້ງຢືນການປ່ຽນແປງສິດນຳໃຊ້ທີ່ດິນຈາກເຈົ້າຂອງສິດເດີມໄປໃຫ້ຜູ້ອື່ນ ດ້ວຍການອອກໃບຕາດິນ ໃໝ່ ຕາມການສືບທອດມໍລະດົກ, ຊື້ຂາຍ, ເອົາເຂົ້າເປັນຫຸ້ນ, ມອບ ຫຼື ຍົກສິດນຳໃຊ້ທີ່ດິນ, ແລກປ່ຽນ, ຖອນ ຫຼື ໂອນສິດນຳໃຊ້ທີ່ດິນຄືນ, ທາດສະພາບຕາມກົດໝາຍ, ຄຳຕັດສິນຂອງສານ.

第ມາດຕາ 9条

第9条 建筑物登记
建筑物登记是指将与土地使用权变更相关的建筑物所有信息记录到法律登记簿中。

ພາສາລາວ (老挝语原文)

ມາດຕາ 9 ການຈົດທະບຽນສິ່ງປູກສ້າງ
ການຈົດທະບຽນສິ່ງປູກສ້າງ ແມ່ນການບັນທຶກທຸກຂໍ້ມູນຂອງສິ່ງປູກສ້າງ ທີ່ຕິດພັນກັບການປ່ຽນແປງສິດນຳໃຊ້ທີ່ດິນ ເຂົ້າໃສ່ປຶ້ມຈົດທະບຽນນິຕິກຳ.

第ມາດຕາ 10条

第10条 建筑类型

1. 住宅建筑包括以下5种类型:
- 老挝传统高脚屋;
- 两层房屋(半砖半木);
- 现代砖房;
- 普通砖房;
- 木屋。

2. 用于工作场所和各种活动的建筑类型包括:
工作场所或各种活动的场所,例如:公共卫生、国防-安全、教育、文化-社会、宗教、体育、商业贸易、工业、农业及其他。

用作工作场所和各种活动的建筑包括:办公楼、医院、学校、寺庙、体育场、商店、工厂、农场等。

ພາສາລາວ (老挝语原文)

ມາດຕາ 10 ປະເພດສິ່ງປຸກສ້າງ

1. ສິ່ງປຸກສ້າງທີ່ຢູ່ອາໄສປະກອບມີ 05 ປະເພດ ດັ່ງນີ້:
- ເຮືອນແບບຊົ່ງລາວ;
- ເຮືອນ 2 ຊັ້ນ (ເຄິ່ງກໍ່ເຄິ່ງໄມ້);
- ເຮືອນກໍ່ທັນສະໄໝ;
- ເຮືອນກໍ່ທຳມະດາ;
- ເຮືອນໄມ້.

2. ປະເພດສິ່ງປຸກສ້າງທີ່ນຳໃຊ້ເປັນສະຖານທີ່ເຮັດວຽກ ແລະ ກິດຈະການດ້ານຕ່າງໆ ປະກອບມີ:
ສະຖານທີ່ເຮັດວຽກງານ ຫຼື ກິດຈະການດ້ານຕ່າງໆ ເຊັ່ນ: ດ້ານສາທາລະນະສຸກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວັດທະນະທຳ-ສັງຄົມ, ສາສະໜາ, ກິລາ, ທຸລະກິດການຄ້າ, ອຸດສາຫະກຳ, ກະສິກຳ ແລະ ອື່ນໆ.

ອາຄານທີ່ໃຊ້ເປັນສະຖານທີ່ເຮັດວຽກ ແລະ ກິດຈະການດ້ານຕ່າງໆ ປະກອບມີ: ອາຄານຫ້ອງການ, ໂຮງໝໍ, ໂຮງຮຽນ, ວັດ, ສະໜາມກິລາ, ຮ້ານຄ້າ, ໂຮງງານ, ສວນກະສິກຳ ແລະ ອື່ນໆ.

第ມາດຕາ 11条

第11条 土地和建筑物的登记价值计算
土地登记价值的计算,是将土地总面积(以平方米为单位,根据相关部门的测量、检查和认证)乘以土地评估区单价,再乘以各类土地使用权转让的百分比(%),该百分比按各时期公布的规定执行。
建筑物登记价值的计算,是将建筑物的面积乘以建筑物类型价格,按建筑物使用年限分为10年以下、10-20年和20年以上,依据老挝人民民主共和国总理第60/ນຍ号决议(2010年8月5日)关于批准和公布单位价格的建筑物类型价格表执行。

ພາສາລາວ (老挝语原文)

ມາດຕາ 11 ການຄິດໄລ່ມູນຄ່າຈົດທະບຽນທີ່ດິນ ແລະ ສິ່ງປູກສ້າງ
ການຄິດໄລ່ມູນຄ່າຈົດທະບຽນທີ່ດິນ ແມ່ນການເອົາເນື້ອທີ່ທັງໝົດຂອງທີ່ດິນ ຊຶ່ງມີຫົວໜ່ວຍເປັນຕາແມັດ ຕາມການລົງວັດແທກ, ກວດກາ ແລະ ຢັ້ງຢືນ ຂອງວິຊາການຈາກພາກສ່ວນກ່ຽວຂ້ອງ ຄູນໃຫ້ຫົວໜ່ວຍດິດໄລ່ຕາມລາຄາເຂດປະເມີນທີ່ດິນ ແລ້ວຄູນອັດຕາສ່ວນຮ້ອຍ (%) ຂອງການມອບ-ໂອນສິດນຳໃຊ້ທີ່ດິນແຕ່ລະປະເພດ ທີ່ກຳນົດ ທີ່ປະກາດໃຊ້ແຕ່ລະໄລຍະ.
ການຄິດໄລ່ມູນຄ່າສິ່ງປູກສ້າງ ແມ່ນການເອົາເນື້ອທີ່ສິ່ງປູກສ້າງ ຄູນໃຫ້ລາຄາປະເພດສິ່ງປູກສ້າງ 10 ປີລົງມາ, 10-20 ປີ ແລະ 20 ປີຂຶ້ນໄປ ຕາມທີ່ໄດ້ກຳນົດໄວ້ໃນຕາຕະລາງການກຳນົດສິ່ງປູກສ້າງ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 60/ນຍ. ລົງວັນທີ 05 ສິງຫາ 2010 ວ່າດ້ວຍການຮັບຮອງເອົາ ແລະ ປະກາດໃຊ້ລາຄາຫົວໜ່ວຍ.

第ມາດຕາ 12条

第12条 变更土地使用权和建筑物使用权的登记费按照本协议规定执行,并依照国家主席关于规费和服务费的法令及其各时期颁布的规定执行。

ພາສາລາວ (老挝语原文)

ມາດຕາ 12 ຄ່າທຳນຽມຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ ຕາມທີ່ໄດ້ກຳນົດໄວ້ໃນຂໍຕົກລົງສະບັບນີ້ ແມ່ນປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ແຕ່ລະໄລຍະ.

本页展示前 12 条,全文共 31 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译