超额转账交易协议

ຂໍ້ຕົກລົງວ່າດ້ວຍ ທຸລະກຳໂອນເງິນທີ່ມີມູນຄ່າເກີນກຳນົດ

Agreement on Excess Transfer Transactions

简介

该法规要求从事资金转账的报告义务单位对超限额交易收集汇款人与受益人信息,并履行核查、报告及保存记录等反洗钱义务。

Summary

This regulation requires reporting entities engaged in money transfers to collect information on the sender and beneficiary for transactions exceeding the limit, and to fulfill anti-money laundering obligations such as verification, reporting, and record-keeping.

ບົດສະຫຼຸບ

ລະບຽບການສະບັບນີ້ຮຽກຮ້ອງໃຫ້ໜ່ວຍງານທີ່ມີໜ້າທີ່ລາຍງານກ່ຽວກັບການໂອນເງິນ ເກັບກຳຂໍ້ມູນຜູ້ສົ່ງ ແລະ ຜູ້ຮັບ ສຳລັບທຸລະກຳທີ່ເກີນຂອບເຂດຈຳກັດ, ພ້ອມທັງປະຕິບັດໜ້າທີ່ກວດສອບ, ລາຍງານ ແລະ ເກັບຮັກສາບັນທຶກ ຕາມພັນທະການຕ້ານການຟອກເງິນ.

条文

第ມາດຕາ 1条

第4条 适用范围
本协议适用于从事资金转账业务的报告义务单位。
本协议不适用于以任何形式的支付卡进行的资金转账,例如存款卡、充值卡、信用卡,这些卡可以进行电子支付,以及报告义务单位之间与其自身业务相关的资金转账。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ທີ່ເຄື່ອນໄຫວກ່ຽວຂ້ອງກັບການດຳເນີນທຸລະກຳໂອນເງິນ.
ຂໍ້ຕົກລົງສະບັບນີ້ ບໍ່ນຳໃຊ້ສຳລັບທຸລະກຳໂອນເງິນ ດ້ວຍບັດຊຳລະທຸກຮູບແບບ ເປັນຕົ້ນ ບັດເງິນຝາກ, ບັດຕື່ມເງິນ, ບັດສິນເຊື່ອ ທີ່ສາມາດຊຳລະທາງເອເລັກໂຕຣນິກ ແລະ ການໂອນເງິນຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານດ້ວຍກັນ ທີ່ຕິດພັນກັບທຸລະກິດຂອງຕົນ.

第ມາດຕາ 2条

第5条 收集汇款信息
在提供境内和境外汇款或批量汇款服务时,若金额超过本协议第2条规定的限额,报告义务单位必须收集个人、法人或组织的基本信息,并检查其准确性和完整性,具体如下:
1. 汇款人信息:
1.1. 姓名;
1.2. 当前地址(村、县、省),身份证或护照号码,出生日期和地点,或设立日期,或其他可证明身份的文件;
1.3. 联系电话;
1.4. 账号(使用账户汇款时)或交易参考号(未使用账户汇款时);
1.5. 汇款目的;
1.6. 汇款金额和币种;
1.7. 汇款人与受益人之间的关系;
1.8. 其他必要信息。
2. 受益人信息:按照本条1.1、1.3、1.4和1.8的规定。
对于金额低于本协议第2条规定限额的境外汇款交易,报告义务单位必须按照本条1.1和1.4的规定收集汇款人和受益人的基本信息。若发现上述信息涉及或涉嫌洗钱或恐怖融资,必须检查并核实信息,并按照本协议第6条第4款的规定处理。

ພາສາລາວ (老挝语原文)

ມາດຕາ 5 ການເກັບກຳຂໍ້ມູນການໂອນເງິນ
ໃນການໃຫ້ບໍລິການກ່ຽວກັບການໂອນເງິນ ຫຼື ການໂອນເງິນເປັນຊຸດ ພາຍໃນ ແລະ ຕ່າງປະເທດ ທີ່ມີມູນຄ່າເກີນກຳນົດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂອງຂໍ້ຕົກລົງສະບັບນີ້ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຕ້ອງເກັບກຳຂໍ້ມູນຕົ້ນຕໍ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ພ້ອມທັງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນ ດັ່ງນີ້:
1. ຂໍ້ມູນຂອງຜູ້ສັ່ງໂອນ:
1.1. ຊື່;
1.2. ທີ່ຢູ່ປັດຈຸບັນ (ບ້ານ, ເມືອງ ແລະ ແຂວງ), ເລກທີ ບັດປະຈຳຕົວ ຫຼື ໜັງສືຜ່ານແດນ, ວັນ, ເດືອນ, ປີ ເກີດ ແລະ ສະຖານທີ່ເກີດ ຫຼື ວັນ, ເດືອນ, ປີ ສ້າງຕັ້ງ ຫຼື ເອກະສານອື່ນ ທີ່ສາມາດຢັ້ງຢືນຕົວຕົນ;
1.3. ເບີໂທຕິດຕໍ່;
1.4. ເລກບັນຊີ (ກໍລະນີນຳໃຊ້ບັນຊີ ໃນການໂອນເງິນ) ຫຼື ໝາຍເລກອ້າງອີງໃນການເຮັດທຸລະກຳ (ກໍລະນີບໍ່ໄດ້ນຳໃຊ້ບັນຊີໃນການໂອນເງິນ);
1.5. ຈຸດປະສົງຂອງການໂອນເງິນ;
1.6. ຈຳນວນເງິນ ແລະ ສະກຸນເງິນ ທີ່ໂອນ;
1.7. ສາຍພົວພັນ ລະຫວ່າງ ຜູ້ສັ່ງໂອນ ແລະ ຜູ້ໄດ້ຮັບຜົນປະໂຫຍດ;
1.8. ຂໍ້ມູນອື່ນ ທີ່ຈຳເປັນ.
2. ຂໍ້ມູນຂອງຜູ້ໄດ້ຮັບຜົນປະໂຫຍດ: ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.1, 1.3, 1.4 ແລະ 1.8 ຂອງມາດຕານີ້.
ສຳລັບທຸລະກຳໂອນເງິນຕ່າງປະເທດ ທີ່ມີມູນຄ່າຕໍ່າກວ່າ ມູນຄ່າທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂອງຂໍ້ຕົກລົງສະບັບນີ້ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຕ້ອງເກັບກຳຂໍ້ມູນຕົ້ນຕໍ ຂອງຜູ້ສັ່ງໂອນ ແລະ ຜູ້ໄດ້ຮັບຜົນປະໂຫຍດ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1.1 ແລະ 1.4 ຂອງມາດຕານີ້. ໃນກໍລະນີຫາກພົບເຫັນຂໍ້ມູນດັ່ງກ່າວ ຕິດພັນ ຫຼື ສົງໄສວ່າ ເປັນການຟອກເງິນ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕ້ອງກວດກາ ແລະ ຢັ້ງຢືນຂໍ້ມູນ ພ້ອມທັງດຳເນີນການຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂໍ້ 4 ຂອງຂໍ້ຕົກລົງສະບັບນີ້.

第ມາດຕາ 3条

第3条 报告实体的责任
报告实体负有以下责任:
1. 按照本协议的规定,准确、完整地收集和核查与资金转移交易有关的信息,包括对从未被核查或验证身份的汇款人或受益人进行身份核查或验证;
2. 制定有效实施资金转移交易风险评估和管理原则的政策和程序,以考虑哪些情况应拒绝和终止转移,或确定适当的监测措施;
3. 采取适当措施,对正在进行的或已完成的外汇转移交易进行监测和检查,当接收汇款的报告实体发现转移信息不完整或缺少任何信息时,应查明并核查汇款人和受益人的信息;
4. 在二十四小时内分析并向反洗钱情报办公室报告涉嫌洗钱或恐怖融资的资金转移交易信息;
5. 按照本协议第5条的规定,自交易完成或与客户业务关系终止之日起至少保存十年与资金转移有关的信息,并在接到请求时立即通过反洗钱情报办公室向反洗钱情报办公室或外国金融情报机构提供资金转移信息;
6. 依法对报告保密,且不妨碍向有关官员提供信息;
7. 依法承担其他责任。

ພາສາລາວ (老挝语原文)

ມາດຕາ 3 ຄວາມຮັບຜິດຊອບຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ
ຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີຄວາມຮັບຜິດຊອບ ດັ່ງນີ້:
1. ເກັບກຳ ແລະ ກວດກາ ຂໍ້ມູນກ່ຽວກັບທຸລະກຳການໂອນເງິນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ ລວມທັງກວດສອບ ຫຼື ຢັ້ງຢືນຕົວຕົນ ຂອງຜູ້ສັ່ງໂອນ ຫຼື ຜູ້ໄດ້ຮັບຜົນປະໂຫຍດ ທີ່ບໍ່ເຄີຍຖືກກວດສອບ ຫຼື ຢັ້ງຢືນ ຕົວຕົນມາກ່ອນ;
2. ກຳນົດນະໂຍບາຍ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດຫຼັກການປະເມີນ ແລະ ບໍລິຫານຄວາມສ່ຽງ ກ່ຽວກັບທຸລະກຳການໂອນເງິນ ຢ່າງມີປະສິດທິຜົນ ເພື່ອພິຈາລະນາວ່າ ກໍລະນີໃດຄວນປະຕິເສດ ແລະ ຢຸດຕິການໂອນ ຫຼື ເພື່ອກຳນົດມາດຕະການໃນການຕິດຕາມຂໍ້ມູນ ຢ່າງເໝາະສົມ;
3. ນຳໃຊ້ມາດຕະການທີ່ເໝາະສົມ ໃນການຕິດຕາມ ກວດກາ ທຸລະກຳການໂອນເງິນຕ່າງປະເທດ ທີ່ກຳລັງດຳເນີນການຢູ່ ຫຼື ພາຍຫຼັງສຳເລັດທຸລະກຳແລ້ວ ກໍລະນີທີ່ຫົວໜ່ວຍທີ່ມີໜ້າທີ່ລາຍງານທີ່ໄດ້ຮັບເງິນໂອນ ພົບເຫັນຂໍ້ມູນການໂອນເງິນ ບໍ່ຄົບຖ້ວນ ຫຼື ຂາດຂໍ້ມູນໃດໜຶ່ງ ເພື່ອຊອກຮູ້ ແລະ ກວດກາຂໍ້ມູນຂອງຜູ້ສັ່ງໂອນ ແລະ ຜູ້ໄດ້ຮັບຜົນປະໂຫຍດ;
4. ວິເຄາະ ແລະ ລາຍງານຂໍ້ມູນກ່ຽວກັບທຸລະກຳການໂອນເງິນ ທີ່ສົງໄສວ່າເປັນການຟອກເງິນ ຫຼື ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ສຳນັກງານຂໍ້ມູນຕ້ານການຟອກເງິນ ພາຍໃນ ຊາວສີ່ ຊົ່ວໂມງ;
5. ເກັບຮັກສາຂໍ້ມູນກ່ຽວກັບການໂອນເງິນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຢ່າງໜ້ອຍ ສິບປີ ນັບແຕ່ວັນທີ່ໄດ້ປະຕິບັດທຸລະກຳສຳເລັດ ຫຼື ສິ້ນສຸດສາຍພົວພັນທຸລະກິດກັບລູກຄ້າ ພ້ອມທັງສະໜອງຂໍ້ມູນກ່ຽວກັບການໂອນເງິນ ໃຫ້ສຳນັກງານຂໍ້ມູນຕ້ານການຟອກເງິນ ຫຼື ໜ່ວຍງານຂ່າວກອງທາງດ້ານການເງິນຂອງຕ່າງປະເທດ ໂດຍຜ່ານສຳນັກງານຂໍ້ມູນຕ້ານການຟອກເງິນ ທັນທີ ເມື່ອມີການຮ້ອງຂໍ;
6. ຮັກສາຄວາມລັບການລາຍງານ ໃຫ້ສອດຄ່ອງກັບກົດໝາຍ ແລະ ບໍ່ເປັນອຸປະສັກໃນການສະໜອງຂໍ້ມູນ ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ;
7. ມີຄວາມຮັບຜິດຊອບອື່ນ ຕາມກົດໝາຍ ແລະ ລະບຽບການ.

第ມາດຕາ 4条

第4条 禁止事项
禁止报告义务单位有下列行为:
1. 提供不符合本条规定的、无信息或缺少任何信息的资金转账服务;

ພາສາລາວ (老挝语原文)

ມາດຕາ 4 ຂໍ້ຫ້າມ
ຫ້າມຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີພຶດຕິກຳ ດັ່ງນີ້:
1. ໃຫ້ບໍລິການກ່ຽວກັບການໂອນເງິນ ທີ່ບໍ່ມີຂໍ້ມູນ ຫຼື ຂາດຂໍ້ມູນໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ

第ມາດຕາ 5条

第5条 本协议第5条;
2. 向联合国安理会名单上的个人、法人或组织提供与资金转移有关的服务;
3. 有其他违法行为。

ພາສາລາວ (老挝语原文)

ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້;
2. ໃຫ້ບໍລິການກ່ຽວກັບການໂອນເງິນ ກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຢູ່ໃນບັນຊີຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ;
3. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

第ມາດຕາ 6条

第6条 对违法者的措施
违反本协议者,将受到警告、教育、纪律处分或依法追究刑事责任。

ພາສາລາວ (老挝语原文)

ມາດຕາ 6 ມາດຕະການຕໍ່ຜູ້ລະເມີດ
ຜູ້ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ ຫຼື ລົງໂທດທາງອາຍາຕາມກົດໝາຍ.

第ມາດຕາ 7条

第7条 组织实施
反洗钱信息局负责监督和检查本协议的实施,以确保取得良好效果。
负有报告义务的单位应知悉并严格执行本协议。

ພາສາລາວ (老挝语原文)

ມາດຕາ 7 ການຈັດຕັ້ງປະຕິບັດ
ສຳນັກງານຂໍ້ມູນຕ້ານການຟອກເງິນ ເປັນເຈົ້າການຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

第ມາດຕາ 8条

第10条 效力
本协议自签署之日起生效。
本协议取代2015年11月27日第963/ທຫລ号关于超额资金转移的协议。

ພາສາລາວ (老挝语原文)

ມາດຕາ 10 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ.
ສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າດ້ວຍທຸລະກຳໂອນເງິນ ທີ່ມີມູນຄ່າເກີນກຳນົດ ສະບັບເລກທີ 963/ທຫລ, ລົງວັນທີ 27 ພະຈິກ 2015.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译