ຂໍ້ຕົກລົງວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

毒品管控、预防与打击基金协议

Agreement on the Fund for Drug Control, Prevention, and Suppression

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ, ການບໍລິຫານ, ການນຳໃຊ້ ແລະ ແຫຼ່ງທຶນຂອງກອງທຶນຄວບຄຸມຢາເສບຕິດຂັ້ນແຂວງ, ໂດຍມີຈຸດປະສົງຫຼັກເພື່ອຮັບປະກັນໃຫ້ກອງທຶນສາມາດນຳໃຊ້ຢ່າງຍືນຍົງໃນວຽກງານປ້ອງກັນ ແລະ ສະກັດກັ້ນຢາເສບຕິດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດແຂວງ
ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ຂຽນຫຍໍ້ວ່າ ກຄສຂ ແມ່ນກອງທຶນທີ່ສ້າງຂຶ້ນເພື່ອສະສົມ ແລະ ລະດົມທຶນຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນ ໃຫ້ມີງົບປະມານພຽງພໍ, ຍືນຍົງ ແລະ ສາມາດນຳໃຊ້ເຂົ້າໃນວຽກງານ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງແຂວງ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
1. ກຄສຂ: ໝາຍເຖິງ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ;
2. ກອງທຶນ: ໝາຍເຖິງການທ້ອນໂຮມເງິນ ແລະ ຊັບສິນທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຈາກຫຼາຍໆດ້ານ ແລະ ຫຼາຍພາກສ່ວນມາໂຮມໄວ້ສະຖານທີ່ດຽວກັນ;
3. ການຄວບຄຸມ: ໝາຍເຖິງການຈຳກັດ ການກະທຳຕ່າງໆ ຕາມລະບຽບຫຼັກການ ເພື່ອບໍ່ໃຫ້ເກີດຜົນກະທົບທາງດ້ານລົບ;
4. ການສະກັດກັ້ນ: ໝາຍເຖິງ ການປ້ອງກັນດ້ວຍວິທີການຕ່າງໆ ເພື່ອບໍ່ໃຫ້ເກີດມີບັນຫາ ແລະ ເປັນໄພອັນຕະລາຍຕໍ່ກັບບຸກຄົນ, ອົງກອນ, ສັງຄົມ ແລະ ປະເທດຊາດ;
5. ຕ້ານ: ໝາຍເຖິງ ການຕອບໂຕ້ ຫຼື ວິທີການກຳຈັດ - ທຳລາຍ ບັນຫາທີ່ມີໃຫ້ຫົດໄປ.

ມາດຕາ ມາດຕາ 3

ມາດຕາ 3 ຫຼັກການຄຸ້ມຄອງ ແລະ ນຳໃຊ້ກອງທຶນ
1. ຄຸ້ມຄອງຢ່າງລວມສູນ, ເປັນເອກະພາບກັນໃນການຄຸ້ມຄອງຕາມລະບຽບກົດໝາຍ ແລະ ລະບົບງົບປະມານແຫ່ງລັດ ໃນຂອບເຂດທົ່ວແຂວງ;
2. ຮັບປະກັນການຕິດຕາມ, ກວດກາ, ສະຫຼຸບ, ຕີລາຄາການນຳໃຊ້ກອງທຶນໃຫ້ມີປະສິດທິພາບ, ວ່ອງໄວ, ຍຸຕິທຳ ແລະ ສາມາດກວດສອບໄດ້;
3. ຮັບປະກັນຄວາມໂປ່ງໃສ ໃນການບໍລິຫານ ແລະ ການນຳໃຊ້ກອງທຶນໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ