毒品管控、预防与打击基金协议
ຂໍ້ຕົກລົງວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
Agreement on the Fund for Drug Control, Prevention, and Suppression
简介
该法规调整省级毒品管控基金的设立、管理、使用及资金来源,核心是确保基金可持续用于毒品预防与打击工作。
Summary
This regulation governs the establishment, management, use, and funding sources of the provincial drug control fund, with the core aim of ensuring the fund's sustainability for drug prevention and suppression efforts.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ, ການບໍລິຫານ, ການນຳໃຊ້ ແລະ ແຫຼ່ງທຶນຂອງກອງທຶນຄວບຄຸມຢາເສບຕິດຂັ້ນແຂວງ, ໂດຍມີຈຸດປະສົງຫຼັກເພື່ອຮັບປະກັນໃຫ້ກອງທຶນສາມາດນຳໃຊ້ຢ່າງຍືນຍົງໃນວຽກງານປ້ອງກັນ ແລະ ສະກັດກັ້ນຢາເສບຕິດ.
条文
第ມາດຕາ 1条
第1条 省级毒品管制、预防和打击基金
省级毒品管制、预防和打击基金,缩写为“ກຄສຂ”,是为积累和筹集来自国内外各种来源的资金而设立的基金,以确保有充足、可持续的预算,并能够用于该省的毒品管制、预防和打击工作。
ພາສາລາວ (老挝语原文)
ມາດຕາ 1 ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດແຂວງ
ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ຂຽນຫຍໍ້ວ່າ ກຄສຂ ແມ່ນກອງທຶນທີ່ສ້າງຂຶ້ນເພື່ອສະສົມ ແລະ ລະດົມທຶນຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນ ໃຫ້ມີງົບປະມານພຽງພໍ, ຍືນຍົງ ແລະ ສາມາດນຳໃຊ້ເຂົ້າໃນວຽກງານ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງແຂວງ.
第ມາດຕາ 2条
第2条 词语解释
1. 省控防毒基金:指省控制、预防和打击毒品基金;
2. 基金:指依法和规章从多方面和多部门筹集资金和资产集中存放于同一地点;
3. 控制:指按照规章原则限制各种行为,以避免产生负面影响;
4. 预防:指通过各种方法进行防范,以避免发生问题并对个人、组织、社会和国家造成危害;
5. 打击:指反击或采取消除、摧毁现有问题使其减少的方法。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
1. ກຄສຂ: ໝາຍເຖິງ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ;
2. ກອງທຶນ: ໝາຍເຖິງການທ້ອນໂຮມເງິນ ແລະ ຊັບສິນທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຈາກຫຼາຍໆດ້ານ ແລະ ຫຼາຍພາກສ່ວນມາໂຮມໄວ້ສະຖານທີ່ດຽວກັນ;
3. ການຄວບຄຸມ: ໝາຍເຖິງການຈຳກັດ ການກະທຳຕ່າງໆ ຕາມລະບຽບຫຼັກການ ເພື່ອບໍ່ໃຫ້ເກີດຜົນກະທົບທາງດ້ານລົບ;
4. ການສະກັດກັ້ນ: ໝາຍເຖິງ ການປ້ອງກັນດ້ວຍວິທີການຕ່າງໆ ເພື່ອບໍ່ໃຫ້ເກີດມີບັນຫາ ແລະ ເປັນໄພອັນຕະລາຍຕໍ່ກັບບຸກຄົນ, ອົງກອນ, ສັງຄົມ ແລະ ປະເທດຊາດ;
5. ຕ້ານ: ໝາຍເຖິງ ການຕອບໂຕ້ ຫຼື ວິທີການກຳຈັດ - ທຳລາຍ ບັນຫາທີ່ມີໃຫ້ຫົດໄປ.
第ມາດຕາ 3条
第3条 基金管理和使用原则
1. 集中统一管理,按照法律法规和国家预算体系在全省范围内统一管理;
2. 确保对基金使用的跟踪、检查、总结、评估,做到高效、及时、公正和可核查;
3. 确保基金管理和使用的透明度,正确按照目标并产生最大效益。
ພາສາລາວ (老挝语原文)
ມາດຕາ 3 ຫຼັກການຄຸ້ມຄອງ ແລະ ນຳໃຊ້ກອງທຶນ
1. ຄຸ້ມຄອງຢ່າງລວມສູນ, ເປັນເອກະພາບກັນໃນການຄຸ້ມຄອງຕາມລະບຽບກົດໝາຍ ແລະ ລະບົບງົບປະມານແຫ່ງລັດ ໃນຂອບເຂດທົ່ວແຂວງ;
2. ຮັບປະກັນການຕິດຕາມ, ກວດກາ, ສະຫຼຸບ, ຕີລາຄາການນຳໃຊ້ກອງທຶນໃຫ້ມີປະສິດທິພາບ, ວ່ອງໄວ, ຍຸຕິທຳ ແລະ ສາມາດກວດສອບໄດ້;
3. ຮັບປະກັນຄວາມໂປ່ງໃສ ໃນການບໍລິຫານ ແລະ ການນຳໃຊ້ກອງທຶນໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ.
第ມາດຕາ 4条
第4条 协议适用范围
本协议适用于涉及检查、控制、预防和打击毒品工作的个人、法人及组织,范围涵盖琅南塔省全境。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້ຂໍ້ຕົກລົງ
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ພົວພັນກັບວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດທົ່ວແຂວງຫຼວງນ້ຳທາ.
第ມາດຕາ 5条
第5条 基金收入来源
1. 从省级超计划资金中划拨1%的预算;
2. 来自拍卖财产、车辆、设备、租赁或特许经营财产以及人民法院判决没收归国家所有的存款,包括与毒品案件相关的刑事和民事罚款;
3. 销售产品、使用治疗中心人员的劳动力、健康康复和职业培训给吸毒者;
4. 来自外国和国际组织的援助;
5. 来自国内外个人、法人、组织的捐款;
6. 开展任何创收活动,如:体育比赛、文艺表演以筹集资金等。
ພາສາລາວ (老挝语原文)
ມາດຕາ 5 ແຫຼ່ງລາຍຮັບກອງທຶນ
1. ງົບປະມານໄດ້ມາຈາກການຈັດແບ່ງເງິນເກີນແຜນຂອງແຂວງ 1%;
2. ໄດ້ຈາກການປະມູນຂາຍຊັບສິນ, ພາຫະນະ, ວັດຖຸປະກອບ, ຄ່າເຊົ່າ ຫຼື ສຳປະທານຊັບສິນ ແລະ ເງິນຝາກທີ່ສານປະຊາຊົນຕັດສີນຮິບເປັນຂອງລັດ ລວມທັງຄ່າປັບໃບນທາງອາຍາ ແລະ ທາງແພ່ງທີ່ພົວພັນກັບບັນຫາຄະດີຢາເສບຕິດ;
3. ການຂາຍຜະລິດຕະພັນ, ການນຳໃຊ້ແຮງງານບຸກຄົນຈາກສູນປິນປົວ, ການຟື້ນຟູສຸຂະພາບ ແລະ ການຝຶກວິຊາຊີບ ໃຫ້ຜູ້ຕິດຢາເສບຕິດ;
4. ການຊ່ວຍເຫຼືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ;
5. ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
6. ການເຄື່ອນໄຫວກິດຈະກຳ ຫາລາຍໄດ້ໃດຫຶ່ງເຊັນ: ການແຂ່ງຂັນກິລາ - ກາຍຍະກຳ, ການສະແດງສີລະປະວັນນະຄະດີ ເພືອລະດົມທຶນ ແລະ ອືນໆ.
第ມາດຕາ 6条
第6条 毒品案件所得收入的分配
从毒品案件处理中获得的收入,必须按照《国家预算法》的规定进行分配并纳入国家预算,具体分配如下:
1. 百分之三十(30%)上缴省级预算;
2. 百分之六十(60%)纳入省级毒品基金;
3. 百分之十(10%)上缴中央毒品基金。
ພາສາລາວ (老挝语原文)
ມາດຕາ 6 ການຈັດແບ່ງລາຍຮັບທີ່ໄດ້ຈາກການດຳເນີນຄະດີກ່ຽວກັບຢາເສບຕິດ
ລາຍຮັບທີ່ໄດ້ຈາກການດຳເນີນຄະດີຢາເສບຕິດ ຕ້ອງໄດ້ຈັດແບ່ງ ແລະ ຈົດຮັບເຂົ້າງົບປະມານແຫ່ງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ, ເຊິ່ງໄດ້ຈັດແບ່ງດັ່ງນີ້:
1. ສາມສິບສ່ວນຮ້ອຍ (30%) ມອບເຂົ້າງົບປະມານ ຂອງແຂວງ;
2. ຫົກສິບສ່ວນຮ້ອຍ (60%) ມອບເຂົ້າເປັນເງິນກອງທຶນ ຢາເສບຕິດ ຂອງແຂວງ;
3. ສິບສ່ວນຮ້ອຍ (10%) ມອບໃຫ້ກອງທຶນ ຢາເສບຕິດສູນກາງ.
第ມາດຕາ 7条
第7条 基金预算用于执行工作
省级禁毒基金预算用于执行以下各项工作:
1. 宣传普及有关毒品的法律、决议、命令及各项法规;
2. 执行专业部门关于按照司法程序进行毒品案件诉讼的职责,包括法院的判决、对违法者采取法律措施、禁毒预防和打击活动、毒品检测与研究、教育宣传、提高全社会对毒品危害和恶果的认识和理解;
3. 对吸毒者进行治疗、康复和职业培训;
4. 鼓励和支持民众转向其他职业,以替代非法种植含毒品的植物;
5. 对毒品案件违法者采取法律措施,以及开展禁毒预防和打击活动;
6. 用于建设、改造和发展省、县两级案件证物存放场所;
7. 管理基金事务,与各省、中央及外国就解决毒品问题进行联系、合作和经验交流;
8. 动员、宣传和寻找资金来源以充实基金。
ພາສາລາວ (老挝语原文)
ມາດຕາ 7 ການນຳໃຊ້ງົບປະມານກອງທຶນເຂົ້າໃນການປະຕິບັດວຽກງານ
ງົບປະມານຂອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂອງແຂວງ ແມ່ນນຳໃຊ້ເຂົ້າໃນການປະຕິບັດວຽກງານຕ່າງໆດັ່ງນີ້:
1. ການໂຄສະນາເຜີຍແຜ່ກົດໝາຍ, ມະຕິ, ຄຳສັ່ງ ແລະ ບັນດານິຕິກຳກ່ຽວກັບຢາເສບຕິດ;
2. ການປະຕິບັດໜ້າທີ່ວຽກງານຂອງພາກສ່ວນວິຊາສະເພາະ ກ່ຽວກັບການດຳເນີນຄະດີຢາເສບຕິດຕາມຂະບວນການຍຸຕິທຳ ລວມທັງຄຳຕັດສິນຄະດີຂອງສານ, ການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຜິດ, ການເຄື່ອນໄຫວວຽກງານສະກັດກັ້ນ, ຕ້ານຢາເສບຕິດ, ການກວດ - ວິໄຈຢາເສບຕິດ, ການສຶກສາອົບຮົມ, ປູກຈິດສຳນຶກໃຫ້ທົ່ວສັງຄົມໄດ້ຮັບຮູ້ ເຂົ້າໃຈເຖິງພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ;
3. ການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ໃຫ້ແກ່ຜູ້ຕິດຢາເສບຕິດ;
4. ຊຸກຍູ້, ສົ່ງເສີມ ໃຫ້ປະຊາຊົນຫັນໄປປະກອບອາຊີບອື່ນ ເພື່ອປ່ຽນແທນການປູກພືດທີ່ມີສານຢາເສບຕິດ ທີ່ຜິດກົດໝາຍ;
5. ການປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ທີ່ກະທຳຜິດຕໍ່ຄະດີຢາເສບຕິດ ແລະ ການເຄື່ອນໄຫວວຽກງານ ສະກັດກັ້ນ - ຕ້ານຢາເສບຕິດ;
6. ນຳໃຊ້ເຂົ້າໃນການສ້າງ, ປັບປຸງ ແລະ ພັດທະນາສະຖານທີ່ເກັບມ້ຽນຂອງກາງຄະດີຂອງແຂວງ ແລະ ເມືອງ;
7. ບໍລິຫານວຽກງານກອງທຶນ, ພົວພັນ - ຮ່ວມມື, ແລກປ່ຽນບົດຮຽນ ກັບບັນດາແຂວງ, ສູນກາງ ແລະ ຕ່າງປະເທດ ກ່ຽວກັບວຽກງານແກ້ໄຂບັນຫາຢາເສບຕິດ;
8. ປຸກລະດົມຂົນຂວາຍ ແລະ ຊອກຫາແຫຼ່ງທຶນ ເພື່ອປະກອບເຂົ້າກອງທຶນ.
第ມາດຕາ 8条
第8条 申请使用基金资金
各省和县的所有部门,如需使用基金预算来组织实施有关解决毒品问题的工作,必须按照其垂直系统,制定详细且符合规定的工作计划和预算计划,通过基金秘书处提交给基金控制委员会,按照基金使用规定,再提交给基金管理委员会审议,并按照规定作出批准使用预算的决定。
ພາສາລາວ (老挝语原文)
ມາດຕາ 8 ການຂໍອະນຸມັດນຳໃຊ້ເງິນກອງທຶນ
ທຸກພາກສ່ວນຂອງແຂວງ ແລະ ເມືອງ ທີ່ຕ້ອງການນຳໃຊ້ງົບປະມານກອງທຶນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ຕ້ອງໄດ້ສ້າງແຜນວຽກ, ແຜນງົບປະມານລະອຽດ ແລະ ຖືກຕ້ອງ ຕາມລະບຽບການ ຜ່ານສາຍຕັ້ງຂອງຕົນ ເພື່ອສະເໜີຕໍ່ ຄະນະກຳມະການຄວບຄຸມກອງທຶນ ໂດຍຜ່ານ ກອງເລຂາ ກອງທຶນຄົ້ນຄວ້າ ຕາມລະບຽບການນຳໃຊ້ກອງທຶນ ຈຶ່ງນຳສະເໜີໃຫ້ຄະນະກຳມະການຄຸ້ມຄອງກອງທຶນ ພິຈາລະນາ ອອກ ຂໍ້ຕົກລົງອະນຸມັດນຳໃຊ້ງົບປະມານ ຕາມລະບຽບການ.
第ມາດຕາ 9条
第9条 基金提款
1. 基金提款必须仅由获得提款授权的人签字;
2. 基金提款必须遵守主席或基金监管委员会副主席的决定,并按照基金和国库在预算法中规定的规章执行;
3. 从GCSC基金账户中提款不得超过每个预算年度基金的总收入,并且必须留有足够的储备金以支付该预算年度内发生的应付债务。
ພາສາລາວ (老挝语原文)
ມາດຕາ 9 ການຖອນເງິນກອງທຶນ
1. ການຖອນເງິນກອງທຶນ ຕ້ອງມີລາຍເຊັນຜູ້ທີ່ໄດ້ຮັບມອບສິດໃນການຖອນເງິນເທົ່ານັ້ນ;
2. ການຖອນເງິນກອງທຶນຕ້ອງປະຕິບັດຕາມ ຂໍ້ຕົກລົງຂອງປະທານ ຫຼື ຮອງປະທານ ຄະນະກຳມະການ ຄວບຄຸມກອງທຶນ ໂດຍປະຕິບັດຕາມລະບຽບການຂອງກອງທຶນ ແລະ ຄັງເງິນ ທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍງົບປະມານ;
3. ການຖອນເງິນອອກຈາກບັນຊີກອງທຶນ ກຄສຂ ແມ່ນບໍ່ໃຫ້ເກີນລາຍຮັບທັງໝົດຂອງກອງທຶນໃນແຕ່ລະສົກງົບປະມານ ແລະ ຕ້ອງໃຫ້ມີເງິນສຳຮອງໄວ້ຢ່າງພຽງພໍເພື່ອຊຳລະໜີ້ສິນທີ່ຕ້ອງຈ່າຍ ທີ່ເກີດຂຶ້ນໃນສົກງົບປະມານ.
第ມາດຕາ 10条
第10条 基金支付和提取的权利
1. 基金监管委员会主席或副主席或授权人;
乙、紧急情况:省长可以直接签署批准预算支出。
ພາສາລາວ (老挝语原文)
ມາດຕາ 10 ສິດໃນການສັ່ງຈ່າຍ ແລະ ການຖອນເງິນກອງທຶນ
1. ປະທານ ຫຼື ຮອງປະທານ ຄະນະກຳມະການຄວບຄຸມກອງທຶນ ຫຼື ຜູ້ໄດ້ຮັບມອບສິດ;
ຂ. ກໍລະນີສຸກເສີນ: ເຈົ້າແຂວງ ສາມາດເຊັນອະນຸມັດຈ່າຍງົບປະມານໄດ້ໂດຍກົງ.
第ມາດຕາ 11条
第11条 基金的管理和保管
- 1. 禁毒基金的资金必须在琅南塔省金库开立账户并保管;
2. 基金账户的所有活动必须按照法律和规定通过省金库的会计系统进行;
3. 每次收到禁毒基金的资金,必须在5个工作日内存入基金账户。
ພາສາລາວ (老挝语原文)
ມາດຕາ 11 ການຄຸ້ມຄອງ ແລະ ການເກັບຮັກສາເງິນກອງທຶນ
- 1. ເງິນກອງທຶນ ກຄສຂ ຕ້ອງເປີດບັນຊີ ແລະ ເກັບຮັກສາໄວ້ ຢູ່ຄັງເງິນແຂວງ ຫຼວງນຳທາ ເທົ່ານັ້ນ;
2. ທຸກໆການເຄື່ອນໄຫວຂອງບັນຊີກອງທຶນ ຕ້ອງຜ່ານລະບົບບັນຊີຂອງຄັງເງິນແຂວງ ຕາມກົດໝາຍ ແລະ ລະບຽບການ;
3. ທຸກຄັ້ງທີ່ໄດ້ຮັບເງິນຂອງກອງທຶນ ກຄສຂ ຕ້ອງມອບເຂົ້າບັນຊີຂອງກອງທຶນ ບໍ່ໃຫ້ກາຍ 5 ວັນທາງລັດຖະການ.
第ມາດຕາ 12条
第12条 基金管理委员会
省级禁毒基金管理委员会是非常设机构,由各相关国家机关首长和副首长组成,负责推动基金工作取得良好成效。
ພາສາລາວ (老挝语原文)
ມາດຕາ 12 ຄະນະກຳມະການກອງທຶນ
ຄະນະກຳມະການກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດຂັ້ນແຂວງ ແມ່ນອົງການ ທີ່ບໍ່ປະຈຳການ ໂດຍການເອົາບັນດາ ທ່ານຫົວໜ້າ - ຮອງອົງການລັດທີ່ກ່ຽວຂ້ອງ ເປັນຄະນະດັ່ງກ່າວ ເຊິ່ງມີພາລະບົດບາດ ໜ້າທີ່ເຄື່ອນໄຫວວຽກງານຂອງກອງທຶນໃຫ້ ໄດ້ຮັບຜົນດີ.
本页展示前 12 条,全文共 29 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读