ຂໍ້ຕົກລົງວ່າດ້ວຍ ກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ ແຂວງ ຫຼວງນ້ຳທາ (ສະບັບປັບປຸງ)

琅南塔省体育健身促进发展基金协议(修订版)

Agreement on the Sports and Fitness Promotion and Development Fund in Luang Namtha Province (Amended)

ບົດສະຫຼຸບ

ລະບຽບການສະບັບນີ້ກຳນົດການສ້າງຕັ້ງ, ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນພັດທະນາກິລາແຂວງຫຼວງນ້ຳທາ, ເນັ້ນໃສ່ການກຳນົດຫຼັກການລະດົມທຶນ, ການຈັດສັນ ແລະ ການດຳເນີນງານ, ເພື່ອສົ່ງເສີມການພັດທະນາກິລາມວນຊົນ ແລະ ກິລາລະດັບສູງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳແຂວງ

ກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ ແມ່ນກອງທຶນຂອງລັດ ແລະ ສັງຄົມທີ່ສ້າງຕັ້ງຂຶ້ນເພື່ອ
ຮັບໃຊ້ເຂົາໃນການພັດທະນາວຽກງານກິລາ-ກາຍະກຳຂອງແຂວງ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ກອງທຶນສົ່ງເສີມ ໝາຍເຖິງ ການທ້ອນໂຮມເງິນທຶນທີ່ໄດ້ມາຈາກຫຼາຍແຫຼ່ງລາຍຮັບ ເພື່ອຮັບໃຊ້ການພັດທະນາວຽກງານກິລາ-ກາຍະກຳ.
2. ການພັດທະນາ ໝາຍເຖິງ ການພັດທະນາດ້ານການບໍລິຫານ, ເຕັກນິກ, ທັກສະ ແລະ ຄວາມຊຳນານຂອງນັກກິລາ, ຄູຝຶກ ແລະ ກຳມະການຕັດສິນໃຫ້ດີຂຶ້ນ ກ້າວໄປສູ່ລະດັບແຂວງ, ລະດັບຊາດ ແລະ ສາກົນ.
3. ກິລາ-ກາຍະກຳ ໝາຍເຖິງ ການເຄື່ອນໄຫວກິດຈະກຳຕ່າງໆ ໃນການຝຶກແອບ, ການແຂ່ງຂັນ, ການສະແດງ, ການແລກປ່ຽນແບບບຸກຄົນ, ລວມໝູ່ທີ່ມີສີລະປະ, ລວດລາຍສະເພາະ ເພື່ອເຮັດໃຫ້ຮ່າງກາຍແຂງແຮງ, ສວຍງາມ, ຈິດໃຈເບີກບານ, ສະໝອງໄດ້ຮັບການພັດທະນາ, ສ້າງຄວາມຊຳນານ, ປະສົບການທາງດ້ານເຕັກນິກ, ຍຸດທະວິທີເປັນທີ່ນິຍົມຊົມຊອບຂອງມວນຊົນກ້າວໄປເຖິງການສະແດງ, ການແຂ່ງຂັນເພື່ອຄວາມເປັນເລີດນຳເອົາກຽດສັກສີ ແລະ ຊື່ສຽງມາສູ່ຂະແໜງການ, ທ້ອງຖິ່ນ ແລະ ປະເທດຊາດ.
4. ກິລາລະດັບສູງ ໝາຍເຖິງ ກິດຈະກຳການແຂ່ງຂັນກິລາ ທີ່ແນໃສ່ບັນລຸຜົນທາງດ້ານມາດຕະຖານ, ເຕັກນິກ, ຍຸດທະວິທີ, ວິທະຍາສາດ, ສະຖິຕິ, ຄຸນນະພາບໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
5. ກິລາມວນຊົນ ໝາຍເຖິງ ກິດຈະກຳການຝຶກແອບ, ການສະແດງ, ການຫຼິ້ນ, ການແຂ່ງຂັນກິລາ-ກາຍະກຳຂອງພົນລະເມືອງທົ່ວໄປໂດຍບໍ່ຈຳແນກເຊື້ອຊາດ, ອາຍຸ, ເພດໄວ, ສຸຂະພາບ, ຄວາມພິການ, ຖານະທາງດ້ານເສດຖະກິດ-ສັງຄົມຢູ່ໃນຮາກຖານ, ຂະແໜງການ ແລະ ທ້ອງຖິ່ນ ແນໃສ່ສົ່ງເສີມສຸຂະພາບ, ຄວາມສາມັກຄີ ແລະ ຄວາມມ່ວນຊື່ນເປັນຕົ້ນຕໍໂດຍປະຕິບັດຕາມກົດລະບຽບ, ກະຕິກາທີ່ແນ່ນອນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 33 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ