琅南塔省体育健身促进发展基金协议(修订版)
ຂໍ້ຕົກລົງວ່າດ້ວຍ ກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ ແຂວງ ຫຼວງນ້ຳທາ (ສະບັບປັບປຸງ)
Agreement on the Sports and Fitness Promotion and Development Fund in Luang Namtha Province (Amended)
简介
该法规调整琅南塔省体育发展基金的设立、管理与使用,核心是规范资金筹集、分配及运作原则,以促进大众体育和高水平体育发展。
Summary
This regulation governs the establishment, management, and use of the Sports Development Fund in Luang Namtha Province, focusing on principles of fund raising, allocation, and operation to promote mass and high-performance sports.
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດການສ້າງຕັ້ງ, ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນພັດທະນາກິລາແຂວງຫຼວງນ້ຳທາ, ເນັ້ນໃສ່ການກຳນົດຫຼັກການລະດົມທຶນ, ການຈັດສັນ ແລະ ການດຳເນີນງານ, ເພື່ອສົ່ງເສີມການພັດທະນາກິລາມວນຊົນ ແລະ ກິລາລະດັບສູງ.
条文
第ມາດຕາ 1条
第2条 省体育发展基金
体育发展基金是国家和社会为服务于省体育发展工作而设立的基金。
ພາສາລາວ (老挝语原文)
ມາດຕາ 2 ກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳແຂວງ
ກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ ແມ່ນກອງທຶນຂອງລັດ ແລະ ສັງຄົມທີ່ສ້າງຕັ້ງຂຶ້ນເພື່ອ
ຮັບໃຊ້ເຂົາໃນການພັດທະນາວຽກງານກິລາ-ກາຍະກຳຂອງແຂວງ.
第ມາດຕາ 2条
第2条 词语解释
本协议中使用的词语含义如下:
1. 促进基金:指汇集来自多种收入来源的资金,用于服务体育-体操工作的发展。
2. 发展:指在管理、技术、技能和运动员、教练员及裁判员的熟练程度方面的发展,使其更好,迈向省、国家和国际水平。
3. 体育-体操:指个人或集体进行的各种活动,包括训练、比赛、表演、交流,具有艺术性、特定风格,旨在使身体强壮、优美,精神愉悦,大脑得到发展,培养熟练程度、技术经验、战术,受到大众喜爱,进而达到表演、比赛以追求卓越,为部门、地方和国家带来荣誉和声誉。
4. 高水平体育:指旨在达到标准、技术、战术、科学、统计、质量方面的国家、次区域、区域和国际水平的体育比赛活动。
5. 大众体育:指普通公民进行的体育-体操训练、表演、玩耍、比赛活动,不分种族、年龄、性别、健康状况、残疾、经济社会地位,在基层、部门和地方开展,主要旨在促进健康、团结和快乐,按照明确的规则和纪律进行。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ກອງທຶນສົ່ງເສີມ ໝາຍເຖິງ ການທ້ອນໂຮມເງິນທຶນທີ່ໄດ້ມາຈາກຫຼາຍແຫຼ່ງລາຍຮັບ ເພື່ອຮັບໃຊ້ການພັດທະນາວຽກງານກິລາ-ກາຍະກຳ.
2. ການພັດທະນາ ໝາຍເຖິງ ການພັດທະນາດ້ານການບໍລິຫານ, ເຕັກນິກ, ທັກສະ ແລະ ຄວາມຊຳນານຂອງນັກກິລາ, ຄູຝຶກ ແລະ ກຳມະການຕັດສິນໃຫ້ດີຂຶ້ນ ກ້າວໄປສູ່ລະດັບແຂວງ, ລະດັບຊາດ ແລະ ສາກົນ.
3. ກິລາ-ກາຍະກຳ ໝາຍເຖິງ ການເຄື່ອນໄຫວກິດຈະກຳຕ່າງໆ ໃນການຝຶກແອບ, ການແຂ່ງຂັນ, ການສະແດງ, ການແລກປ່ຽນແບບບຸກຄົນ, ລວມໝູ່ທີ່ມີສີລະປະ, ລວດລາຍສະເພາະ ເພື່ອເຮັດໃຫ້ຮ່າງກາຍແຂງແຮງ, ສວຍງາມ, ຈິດໃຈເບີກບານ, ສະໝອງໄດ້ຮັບການພັດທະນາ, ສ້າງຄວາມຊຳນານ, ປະສົບການທາງດ້ານເຕັກນິກ, ຍຸດທະວິທີເປັນທີ່ນິຍົມຊົມຊອບຂອງມວນຊົນກ້າວໄປເຖິງການສະແດງ, ການແຂ່ງຂັນເພື່ອຄວາມເປັນເລີດນຳເອົາກຽດສັກສີ ແລະ ຊື່ສຽງມາສູ່ຂະແໜງການ, ທ້ອງຖິ່ນ ແລະ ປະເທດຊາດ.
4. ກິລາລະດັບສູງ ໝາຍເຖິງ ກິດຈະກຳການແຂ່ງຂັນກິລາ ທີ່ແນໃສ່ບັນລຸຜົນທາງດ້ານມາດຕະຖານ, ເຕັກນິກ, ຍຸດທະວິທີ, ວິທະຍາສາດ, ສະຖິຕິ, ຄຸນນະພາບໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
5. ກິລາມວນຊົນ ໝາຍເຖິງ ກິດຈະກຳການຝຶກແອບ, ການສະແດງ, ການຫຼິ້ນ, ການແຂ່ງຂັນກິລາ-ກາຍະກຳຂອງພົນລະເມືອງທົ່ວໄປໂດຍບໍ່ຈຳແນກເຊື້ອຊາດ, ອາຍຸ, ເພດໄວ, ສຸຂະພາບ, ຄວາມພິການ, ຖານະທາງດ້ານເສດຖະກິດ-ສັງຄົມຢູ່ໃນຮາກຖານ, ຂະແໜງການ ແລະ ທ້ອງຖິ່ນ ແນໃສ່ສົ່ງເສີມສຸຂະພາບ, ຄວາມສາມັກຄີ ແລະ ຄວາມມ່ວນຊື່ນເປັນຕົ້ນຕໍໂດຍປະຕິບັດຕາມກົດລະບຽບ, ກະຕິກາທີ່ແນ່ນອນ.
第ມາດຕາ 3条
第4条(新设)关于体育发展基金的原则
体育发展基金的组织实施和运作应遵循以下原则:
1. 符合党、宪法、法律以及各省各时期经济社会发展规划的路线方针;
2. 具有民族性、群众性、科学性和现代性;
3. 与教育、文化、青年发展相结合,培养运动员拥有强健体魄、敏捷思维、严格纪律、爱国精神、毅力、奉献精神、坚强意志、勤奋、远离毒品及其他不良诱惑;
4. 确保理论与实践相结合,与各级训练、演练和比赛相结合;
5. 平等、统一、正确、透明、公开、公正且可核查。
ພາສາລາວ (老挝语原文)
ມາດຕາ 4 (ສ້າງໃໝ່) ຫຼັກການກ່ຽວກັບກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ
ການຈັດຕັ້ງປະຕິບັດ, ການເຄື່ອນໄຫວຂອງກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນແຕ່ລະໄລຍະ;
2. ມີລັກສະນະຊາດ, ມະຫາຊົນ, ວິທະຍາສາດ ແລະ ທັນສະໄໝ;
3. ຕິດພັນກັບການສຶກສາ, ວັດທະນະທຳ, ການພັດທະນາຄົນລຸ້ນໜຸ່ມ, ສ້າງນັກກິລາໃຫ້ມີກຳລັງກາຍແຂງແຮງ, ມີໄຫວພິບ, ມີລະບຽບວິໄນຢ່າງເຂັ້ມງວດ, ມີນ້ຳໃຈຮັກຊາດ, ມີຄວາມອົດທົນ, ເສຍສະຫຼະ, ມີຈິດໃຈເຂັ້ມແຂງ, ມີຄວາມດຸໝັ່ນ, ຫ່າງໄກຈາກສິ່ງເສບຕິດ ແລະ ສິ່ງຫຍໍ້ທໍ້ອື່ນໆ;
4. ຮັບປະກັນທິດສະດີ ຕິດພັນກັບພຶດຕິກຳຕົວຈິງ, ການຝຶກແອບ, ຝຶກຊ້ອມ ແລະ ການແຂ່ງຂັນໃນລະດັບຕ່າງໆ;
5. ມີຄວາມສະເໝີພາບ, ເປັນເອກະພາບ, ຖືກຕ້ອງ, ໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 4条
第4条 协议适用范围
本协议适用于党-国家机关、老挝建国阵线、退伍军人协会、群众组织、个人、法人以及国有企业,仅限于琅南塔省。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້ຂໍ້ຕົກລົງ
ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບອົງການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ລັດວິສາຫະກິດ ສະເພາະແຕ່ແຂວງຫຼວງນໍ້າທາ.
第ມາດຕາ 5条
第5条 促进体育-体操
1. 促进所有性别、所有年龄、各族群众参与锻炼、健身和进行体育-体操活动,以拥有强健的体魄;
2. 促进和鼓励办公室、机构、公司、工厂和经营场所的工作人员根据条件和实际能力开展某种体育-体操活动;
3. 促进村级、县级和省级体育俱乐部的体育-体操活动;
4. 促进残疾人进行锻炼、健身和进行体育活动。
ພາສາລາວ (老挝语原文)
ມາດຕາ 5 ການສົ່ງເສີມກິລາ-ກາຍະກຳ
1. ສົ່ງເສີມມວນຊົນທຸກເພດ, ທຸກໄວ, ປະຊາຊົນບັນດາເຜົ່າເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼີ້ນກິລາ-ກາຍະກຳ ເພື່ອໃຫ້ມີສຸຂະພາບແຂງແຮງ;
2. ສົ່ງເສີມ ແລະ ຊຸກຍູ້ພະນັກງານໃນສຳນັກງານ, ອົງການ, ບໍລິສັດ, ໂຮງຈັກ-ໂຮງງານ ແລະ ສະຖານທີ່ປະກອບການໃຫ້ມີການເຄື່ອນໄຫວປະເພດກິລາ-ກາຍະກຳໃດໜຶ່ງຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;
3. ສົ່ງເສີມ ການເຄື່ອນໄຫວກິລາ-ກາຍະກຳ ຂອງສະໂມສອນກິລາ ໃນລະດັບບ້ານ, ເມືອງ ແລະ ແຂວງ;
4. ສົ່ງເສີມຄົນພິການໃຫ້ ຫັດກາຍະບໍລິຫານ, ອອກກຳລັງກາຍ ແລະ ຫຼີ້ນກິລາ.
第ມາດຕາ 6条
第6条 运动员、体育健身人员的发展
1. 运动员的发展是指提升知识、能力、技术、训练、练习、测试在不同年龄段,包括群众运动员,使其熟练、身体健康,为参加各级体育比赛做好准备,提高效率;
2. 体育健身人员的发展是指对相关学科的理论和实践知识进行培训、提升,为体育健身工作服务,提高效率;
3. 促进个人、法人设立各类体育健身俱乐部,使其发展壮大。
ພາສາລາວ (老挝语原文)
ມາດຕາ 6 ການພັດທະນານັກກິລາ, ບຸກຄະລາກອນກິລາ-ກາຍະກຳ
1. ການພັດທະນານັກກິລາແມ່ນ ການຍົກລະດັບຄວາມຮູ້, ຄວາມສາມາດ, ເຕັກນິກ, ການຝຶກແອບ, ຝຶກຊ້ອມ, ທົດສອບໃນລະດັບລຸ້ນອາຍຸຕ່າງໆ ລວມທັງນັກກິລາມວນຊົນເພື່ອໃຫ້ມີຄວາມຊຳນິຊຳນານ, ມີສຸຂະພາບແຂງແຮງກະກຽມເຂົ້າຮ່ວມການແຂ່ງຂັນກິລາໃນລະດັບຕ່າງໆ ໃຫ້ມີປະສິດທິພາບ;
2. ການພັດທະນາບຸກຄະລາກອນກິລາ-ກາຍະກຳ ແມ່ນການຝຶກຊ້ອມ, ການຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ບຸກຄະລາກອນເພື່ອຮັບໃຊ້ເຂົ້າໃນວຽກງານກິລາ-ກາຍະກຳໃຫ້ມີປະສິດທິພາບ;
3. ສົ່ງເສີມການຈັດຕັ້ງສະໂມສອນກິລາ-ກາຍະກຳປະເພດຕ່າງໆຂອງບຸກຄົນ, ນິຕິບຸກຄົນໃຫ້ມີການຂະຫຍາຍຕົວ.
第ມາດຕາ 7条
第7条(修订)体育健身促进与发展基金的收入来源
体育健身促进与发展基金的收入来源如下:
1. 各省年度超额计划收入的1%(各省可使用的部分);
2. 全省范围内有工资的公务员、国有企业职工的缴款(义务),每人每年30,000基普(每人每年三万基普),军人、警察另有规定;
3. 收取设立国有和私营各类俱乐部、体育场馆的许可证服务费;
4. 参赛报名费、比赛门票销售、表演、体育服务费,用于慈善以及根据法律法规的其他活动收入;
5. 个人、法人、企业单位、国内外各类组织的捐款。
ພາສາລາວ (老挝语原文)
ມາດຕາ 7 (ປັບປຸງ) ແຫຼ່ງລາຍຮັບຂອງກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ
ແຫຼ່ງລາຍຮັບເຂົ້າໃນກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳໄດ້ມາຈາກ:
1. ລາຍຮັບຈາກເງິນເກີນແຜນຂອງແຂວງ 1% ຕໍ່ປີ (ຮ່ວງທີ່ແຂວງສາມາດນຳໃຊ້ໄດ້);
2. ການປະກອບສ່ວນ (ພັນທະ) ຂອງພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ ຜູ້ທີ່ມີເງິນເດືອນທົ່ວແຂວງ ຜູ້ລະ 30,000 ກີບຕໍ່ຄົນຕໍ່ປີ (ສາມສິບພັນກີບຕໍ່ຄົນຕໍ່ປີ), ສຳລັບທະຫານ, ຕຳຫຼວດ ຈະມີຂໍ້ກຳນົດຕ່າງຫາກ;
3. ເກັບຄ່າບໍລິການການອອກໃບອະນຸຍາດສ້າງຕັ້ງສະໂມສອນ, ສະໜາມກິລາປະເພດຕ່າງໆ ຂອງລັດ ແລະ ເອກະຊົນ;
4. ຄ່າບໍລິການສະໝັກເຂົ້າແຂ່ງຂັນ, ການຂາຍປີ້ເຂົ້າຊົມການແຂ່ງຂັນ, ການສະແດງ, ຄ່າບໍລິການເດີນກິລາ, ເພື່ອການກຸສົນ ແລະ ລາຍຮັບຈາກກິດຈະກຳອື່ນໆທີ່ຖືກຕ້ອງຕາມກົດໝາຍ-ລະບຽບການ;
5. ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.
第ມາດຕາ 8条
第8条 基金的使用
1. 用于体育比赛活动,以庆祝12月2日国庆日、体育健身日、全国性体育赛事,以及县、省、国家、次区域、区域和国际级别的选拔、训练、集训和比赛;
2. 用作奖品,颁发给在不同级别比赛中获得奖牌的教练、助理教练和运动员;
3. 用于对在训练和比赛中受伤或死亡的教练和运动员执行相关政策;
4. 用于各项行政工作,例如召开基金管理委员会的常会或特别会议。
ພາສາລາວ (老挝语原文)
ມາດຕາ 8 ການນຳໃຊ້ເງິນກອງທຶນ
1. ນຳໃຊ້ເຂົ້າໃນກິດຈະກຳການແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ, ວັນກິລາ-ກາຍະກຳ ກິລາແຫ່ງຊາດ, ການຄັດເລືອກ, ການຝຶກແອບ, ຝຶກຊ້ອມ, ການແຂ່ງຂັນ ກິລາໃນລະດັບເມືອງ, ແຂວງ, ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
2. ນຳໃຊ້ເປັນຂອງຂວັນລາງວັນ ໃຫ້ແກ່ຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາທີ່ໄດ້ຮັບຫຼຽນ ຈາກການແຂ່ງຂັນໃນລະດັບຕ່າງໆ;
3. ນຳໃຊ້ເຂົ້າໃນການປະຕິບັດນະໂຍບາຍຕໍ່ຄູຝຶກ ແລະ ນັກກິລາທີ່ໄດ້ຮັບບາດເຈັບ ຫຼື ເສຍຊິວິດ ຈາກການຝຶກແອບ ແລະ ແຂ່ງຂັນກິລາ;
4. ນຳໃຊ້ເຂົ້າໃນວຽກງານບໍລິຫານຕ່າງໆ ເຊັ່ນ: ການຈັດກອງປະຊຸມ ສາມັນ ຫຼື ວິສາມັນ ຂອງຄະນະຮັບຜິດຊອບກອງທຶນ.
第ມາດຕາ 9条
第9条 基金管理
基金管理遵循以下原则:
1. 基金管理必须符合国家预算法;
2. 基金的使用必须符合目标、节约并有效;
3. 每次基金支出必须获得主席或副主席的批准。
ພາສາລາວ (老挝语原文)
ມາດຕາ 9 ການຄຸ້ມຄອງ ເງິນກອງທຶນ
ການຄຸ້ມຄອງ ເງິນກອງທຶນປະຕິບັດຕາມຫຼັກການດັ່ງນີ້:
1. ການຄຸ້ມຄອງເງິນກອງທຶນ ຕ້ອງສອດຄ່ອງກັບກົດໝາຍ ງົບປະມານແຫ່ງລັດ;
2. ການນຳໃຊ້ເງິນກອງທຶນຕ້ອງໃຫ້ຖືກຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ;
3. ການໃຊ້ຈ່າຍເງິນກອງທຶນແຕ່ລະຄັ້ງ ຕ້ອງໄດ້ຮັບການອະນຸມັດຈາກທ່ານປະທານ ຫຼື ຮອງປະທານເທົ່ານັ້ນ.
第ມາດຕາ 10条
第10条(修订)向基金缴款
向省体育发展基金缴款的所有部门必须将款项存入省国库账户,账号47103000.00.20350/5,外贸银行琅南塔分行账号0701000039060001,或老挝开发银行琅南塔分行账号0300300000000002;
向基金缴款按照第7条第2款执行,由相关部门负责收集和汇总,然后转入省体育基金账户(不得逾期),每年6月前完成(省级);
对于县级,由办公室、相关部门负责汇总,然后交给县级负责部门(县教育和体育局)汇总,然后扣除30%作为县体育发展基金,70%转入省体育发展基金账户(不得逾期),每年6月前完成;
每个县必须开设县体育发展基金账户(有专门说明)。
ພາສາລາວ (老挝语原文)
ມາດຕາ 10 (ປັບປຸງ) ການມອບເງິນເຂົ້າກອງທຶນ
ການມອບເງິນປະກອບສ່ວນເຂົ້າກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳແຂວງ ທຸກພາກສ່ວນ ຈະຕ້ອງໄດ້ນຳເງິນໄປມອບເຂົ້າບັນຊີຢູ່ຄັງເງິນແຫ່ງຊາດປະຈຳແຂວງ ເລກບັນຊີ 47103000.00.20350/5, ທະນາຄານການຄ້າຕ່າງປະເທດສາຂາຫຼວງນ້ຳທາ ເລກບັນຊີ 0701000039060001 ຫຼື ທະນາຄານພັດທະນາລາວສາຂາຫຼວງນ້ຳທາ ເລກບັນຊີ 0300300000000002;
ການປະກອບສ່ວນເງິນເຂົ້າກອງທຶນແມ່ນປະຕິບັດຕາມ ມາດຕາ 7 ຂໍ້ 2 ໂດຍແມ່ນກົມກອງທີ່ກ່ຽວຂ້ອງເປັນຜູ້ຈັດເກັບ ແລະ ທ້ອນໂຮມ ແລ້ວມອບໂອນເຂົ້າບັນຊີກອງທຶນກິລາ-ກາຍະກຳຂອງແຂວງ (ບໍ່ໃຫ້ກາຍ) ເດືອນມິຖຸນາ ຂອງທຸກໆປີ (ຂັ້ນແຂວງ);
ສຳລັບຂັ້ນເມືອງ ແມ່ນມອບໃຫ້ຫ້ອງການ, ກົມກອງທີ່ກ່ຽວຂ້ອງເປັນຜູ້ທ້ອນໂຮມ ແລ້ວມອບໃຫ້ຄະນະຮັບຜິດຊອບຂັ້ນເມືອງ (ຫ້ອງການສຶກສາທິການ ແລະ ກິລາເມືອງ) ເປັນຜູ້ທ້ອນໂຮມ ແລ້ວຫັກອອກ 30% ໄວ້ເປັນເງິນກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳຂັ້ນເມືອງ ແລະ 70% ແມ່ນມອບໂອນເຂົ້າບັນຊີຂອງກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳຂັ້ນແຂວງ (ບໍ່ໃຫ້ກາຍ) ເດືອນມິຖຸນາ ຂອງທຸກໆປີ;
ແຕ່ລະເມືອງແມ່ນຕ້ອງໄດ້ເປີດບັນຊີຂອງກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳປະຈຳເມືອງ (ມີຄຳແນະນຳສະເພາະ).
第ມາດຕາ 11条
第11条 体育健身工作促进与发展基金物资的管理
体育健身工作促进与发展基金的物资,按照仓库系统进行管理,以确保不发生丢失损坏,并根据情况及时支用,由省教育与体育厅负责管理。
ພາສາລາວ (老挝语原文)
ມາດຕາ 11 ການຄຸ້ມຄອງວັດຖຸຂອງກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ
ກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ ທີ່ເປັນວັດຖຸ ແມ່ນຄຸ້ມຄອງຕາມລະບົບສາງ ເພື່ອຮັບປະກັນບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ເບີກຈ່າຍໃຫ້ທັນຕາມສະພາບການ ໂດຍໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເປັນຜູ້ຄຸ້ມຄອງ.
第ມາດຕາ 12条
第12条(修订)负责管理体育发展基金的委员会。负责管理体育发展基金的委员会分为两级如下:
甲、省级包括:
1. 副省长,负责文化-社会领域工作,担任主席;
2. 省教育和体育厅厅长;
3. 省办公厅主任;
4. 省财政厅副厅长;
5. 省军事指挥部副指挥长;
6. 省卫生厅副厅长;
7. 省公共工程和运输厅副厅长;
8. 省公安指挥部副指挥长;
9. 省计划投资厅副厅长;
10. 省工商厅副厅长;
11. 省劳动和社会福利厅副厅长;
12. 来自5个县的各位副县长;
13. 琅南塔省经济特区管理委员会主任;
14. 省教育和体育厅副厅长,负责体育工作;
15. 省各类体育联合会主席。
乙、县级包括:
1. 副县长;
2. 县教育和体育办公室主任;
3. 县办公室主任;
4. 县财政办公室副主任;
5. 县军事指挥部副指挥长;
6. 县公安指挥部副指挥长;
7. 县公共工程和运输办公室副主任;
8. 县计划投资办公室副主任;
9. 县工商办公室副主任;
10. 县劳动和社会福利办公室副主任;
11. 县卫生办公室副主任。
ພາສາລາວ (老挝语原文)
ມາດຕາ 12 (ປັບປຸງ) ຄະນະຮັບຜິດຊອບຄຸ້ມຄອງກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳ. ຄະນະຮັບຜິດຊອບຄຸ້ມຄອງກອງທຶນສົ່ງເສີມ ແລະ ພັດທະນາວຽກງານກິລາ-ກາຍະກຳປະກອບມີ 2 ຂັ້ນ ດັ່ງນີ້:
ກ. ຂັ້ນແຂວງ ປະກອບມີ:
1. ທ່ານ ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ເປັນປະທານ;
2. ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ;
3. ທ່ານ ຫົວໜ້າຫ້ອງວ່າການແຂວງ;
4. ທ່ານ ຮອງຫົວໜ້າພະແນກການເງິນແຂວງ;
5. ທ່ານ ຮອງຫົວໜ້າກອງບັນຊາການທະຫານແຂວງ;
6. ທ່ານ ຮອງຫົວໜ້າພະແນກສາທາລະນະສຸກແຂວງ;
7. ທ່ານ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ;
8. ທ່ານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ;
9. ທ່ານ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ;
10. ທ່ານ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ;
11. ທ່ານ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ;
12. ທ່ານ ບັນດາທ່ານ ຮອງເຈົ້າເມືອງຈາກ 5 ເມືອງ;
13. ທ່ານ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນ້ຳທາ;
14. ທ່ານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ຊີ້ນຳວຽກງານກິລາ;
15. ທ່ານ ປະທານສະຫະພັນກິລາປະເພດຕ່າງໆຂອງແຂວງ.
ຂ. ຂັ້ນເມືອງ ປະກອບມີ:
1. ທ່ານ ຮອງເຈົ້າເມືອງ;
2. ທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ;
3. ທ່ານ ຫົວໜ້າຫ້ອງວ່າການເມືອງ;
4. ທ່ານ ຮອງຫົວໜ້າຫ້ອງການການເງິນເມືອງ;
5. ທ່ານ ຮອງຫົວໜ້າກອງບັນຊາການທະຫານເມືອງ;
6. ທ່ານ ຮອງຫົວໜ້າກອງບັນຊາການ ປກສ ເມືອງ;
7. ທ່ານ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ;
8. ທ່ານ ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ;
9. ທ່ານ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ;
10. ທ່ານ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການເມືອງ;
11. ທ່ານ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ.
本页展示前 12 条,全文共 33 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读