ຂໍ້ຕົກລົງວ່າດ້ວຍ ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ

超额现金交易协议

Agreement on Excess Cash Transactions

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດໃຫ້ໜ່ວຍງານລາຍງານຕ້ອງລາຍງານການເຮັດທຸລະກຳເງິນສົດທີ່ມີມູນຄ່າ 300 ລ້ານກີບ ຫຼື ເທົ່າກັບນັ້ນຕໍ່ຄັ້ງ, ແລະ ກຳນົດໃຫ້ສົ່ງລາຍງານແບບເອເລັກໂຕຣນິກ ຫຼື ເຈ້ຍໃຫ້ຫ້ອງການຕ້ານການຟອກເງິນກ່ອນວັນທີ 5 ຂອງແຕ່ລະເດືອນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ວາງອອກເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ກ່ຽວກັບທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ.

ມາດຕາ ມາດຕາ 2

ມາດຕາ 2 ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ
ທຸລະກຳເງິນສົດ ແມ່ນ ການໃຫ້ບໍລິການຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃຫ້ແກ່ລູກຄ້າຂອງຕົນ ດ້ວຍຮູບແບບເງິນສົດ ເປັນສະກຸນເງິນກີບ ຫຼື ເງິນຕາຕ່າງປະເທດ ເປັນຕົ້ນ ການຝາກ, ຖອນ, ໂອນ, ແລກປ່ຽນເງິນ ຫຼື ຫຼຽນແລກເງິນ, ຊື້ຂາຍແຊັກ, ທຸລະກຳອື່ນທີ່ນຳໃຊ້ເງິນສົດ.
ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ ແມ່ນ ການດຳເນີນທຸລະກຳເງິນສົດ ທີ່ມີມູນຄ່າ ສາມຮ້ອຍລ້ານ (300,000,000) ກີບ ຫຼື ທຽບເທົ່າຂຶ້ນໄປ ຕໍ່ຄັ້ງ.

ມາດຕາ ມາດຕາ 3

ມາດຕາ 3 ການລາຍງານ
ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຕ້ອງລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ ຕາມທີ່ໄດ້ກຳນົດໄວ້ໃນ

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ