超额现金交易协议

ຂໍ້ຕົກລົງວ່າດ້ວຍ ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ

Agreement on Excess Cash Transactions

简介

该法规要求报告单位对单次金额达3亿基普或等值的现金交易进行申报,并规定每月5日前向反洗钱办公室提交电子或纸质报告。

Summary

This regulation requires reporting entities to declare cash transactions with a single amount of 300 million kip or equivalent, and to submit electronic or paper reports to the Anti-Money Laundering Office before the 5th of each month.

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດໃຫ້ໜ່ວຍງານລາຍງານຕ້ອງລາຍງານການເຮັດທຸລະກຳເງິນສົດທີ່ມີມູນຄ່າ 300 ລ້ານກີບ ຫຼື ເທົ່າກັບນັ້ນຕໍ່ຄັ້ງ, ແລະ ກຳນົດໃຫ້ສົ່ງລາຍງານແບບເອເລັກໂຕຣນິກ ຫຼື ເຈ້ຍໃຫ້ຫ້ອງການຕ້ານການຟອກເງິນກ່ອນວັນທີ 5 ຂອງແຕ່ລະເດືອນ.

条文

第ມາດຕາ 1条

第1条 目的
本协议旨在执行关于反洗钱和打击资助恐怖主义的法律中有关超过规定限额的现金交易的规定。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ວາງອອກເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ກ່ຽວກັບທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ.

第ມາດຕາ 2条

第2条 超过规定限额的现金交易
现金交易是指报告单位以现金形式向客户提供的服务,以基普或外币计价,包括存款、取款、转账、兑换货币或硬币、买卖支票、其他使用现金的交易。
超过规定限额的现金交易是指单次进行金额为三亿(300,000,000)基普或等值以上的现金交易。

ພາສາລາວ (老挝语原文)

ມາດຕາ 2 ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ
ທຸລະກຳເງິນສົດ ແມ່ນ ການໃຫ້ບໍລິການຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃຫ້ແກ່ລູກຄ້າຂອງຕົນ ດ້ວຍຮູບແບບເງິນສົດ ເປັນສະກຸນເງິນກີບ ຫຼື ເງິນຕາຕ່າງປະເທດ ເປັນຕົ້ນ ການຝາກ, ຖອນ, ໂອນ, ແລກປ່ຽນເງິນ ຫຼື ຫຼຽນແລກເງິນ, ຊື້ຂາຍແຊັກ, ທຸລະກຳອື່ນທີ່ນຳໃຊ້ເງິນສົດ.
ທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ ແມ່ນ ການດຳເນີນທຸລະກຳເງິນສົດ ທີ່ມີມູນຄ່າ ສາມຮ້ອຍລ້ານ (300,000,000) ກີບ ຫຼື ທຽບເທົ່າຂຶ້ນໄປ ຕໍ່ຄັ້ງ.

第ມາດຕາ 3条

第3条 报告
负有报告义务的单位必须报告超过规定限额的现金交易,按照规定

ພາສາລາວ (老挝语原文)

ມາດຕາ 3 ການລາຍງານ
ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຕ້ອງລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ ຕາມທີ່ໄດ້ກຳນົດໄວ້ໃນ

第ມາດຕາ 4条

第4条 反洗钱报告
根据本协议第2条的报告,应在每月第五天前提交给反洗钱信息办公室。
如果报告日恰逢政府假日,则应在下一个工作日报告。
报告必须按照反洗钱信息办公室规定的表格,以电子形式使用反洗钱信息办公室根据报告责任单位的建议提供的用户名和密码,或在必要时以文件形式进行。

ພາສາລາວ (老挝语原文)

ມາດຕາ 4 ການລາຍງານຕ້ານການຟອກເງິນ
ການລາຍງານຕາມມາດຕາ 2 ຂອງຂໍ້ຕົກລົງສະບັບນີ້ ໃຫ້ສຳນັກງານຂໍ້ມູນຕ້ານການຟອກເງິນ ພາຍໃນວັນທີ ຫ້າ ຂອງແຕ່ລະເດືອນ.
ກໍລະນີການລາຍງານຖືກວັນພັກລັດຖະການ ໃຫ້ລາຍງານໃນວັນລັດຖະການຖັດໄປ.
ການລາຍງານ ຕ້ອງປະຕິບັດຕາມແບບພິມ ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນກຳນົດ ດ້ວຍຮູບແບບເອເລັກໂຕຣນິກ ໂດຍນຳໃຊ້ ຊື່ ແລະ ລະຫັດຜ່ານ ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນສະໜອງໃຫ້ ຕາມການສະເໜີຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຫຼື ໃນຮູບແບບເອກະສານ ກໍລະນີຈຳເປັນ.

第ມາດຕາ 5条

第5条 实施
反洗钱信息办公室和负有报告义务的机构管理部门应主动跟踪和检查本协议的实施情况,以确保取得良好效果。

负有报告义务的机构应知悉并严格执行本协议。

本协议自签署之日起生效。

本协议取代2015年6月5日第17/ທຫລ号关于报告超过规定限额现金交易的协议。

ພາສາລາວ (老挝语原文)

ມາດຕາ 5 ການຈັດຕັ້ງປະຕິບັດ
ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ອົງການຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ເປັນເຈົ້າການ ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງວ່າດ້ວຍການລາຍງານທຸລະກຳເງິນສົດ ທີ່ມີມູນຄ່າເກີນກຳນົດ ສະບັບ 17/ທຫລ, ລົງວັນທີ 05 ມິຖຸນາ 2015.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译