ດຳລັດວ່າດ້ວຍ ເຂດສະຫງວນທາງລົດໄຟແຫ່ງຊາດ

国家铁路保护区令

Decree on National Railway Protection Zones

ບົດສະຫຼຸບ

ລະບຽບການສະບັບນີ້ກຳນົດການຄຸ້ມຄອງ, ການຕິດຕາມ ແລະ ກວດກາເຂດປ້ອງກັນທາງລົດໄຟແຫ່ງຊາດ, ເນັ້ນໃສ່ການກຳນົດຂອບເຂດເຂດປ້ອງກັນ, ຫຼັກການຄຸ້ມຄອງ ແລະ ຜູ້ທີ່ຖືກນຳໃຊ້, ເພື່ອຮັບປະກັນຄວາມປອດໄພໃນການດຳເນີນງານທາງລົດໄຟ ແລະ ການປົກປັກຮັກສາໂຄງສ້າງພື້ນຖານ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການ ຄຸ້ມຄອງ, ຕິດຕາມ ກວດກາ ວຽກງານເຂດສະຫງວນທາງລົດໄຟແຫ່ງຊາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີ ປະສິດທິພາບ, ປະສິດທິຜົນ ແນໃສ່ປົກປັກຮັກສາ ໂຄງລ່າງພື້ນຖານທາງລົດໄຟ, ເຂດສະຫງວນທາງລົດໄຟ ແຫ່ງຊາດ ແລະ ສິ່ງແວດລ້ອມ ພ້ອມທັງຮັບປະກັນຄວາມປອດໄພໃຫ້ແກ່ການແລ່ນລົດໄຟ ມີ ຄວາມສະດວກ, ປອດໄພ ແລະ ວ່ອງໄວ ປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ ມາດຕາ 2

ມາດຕາ 2 ເຂດສະຫງວນທາງລົດໄຟແຫ່ງຊາດ
ເຂດສະຫງວນທາງລົດໄຟແຫ່ງຊາດ ແມ່ນ ພື້ນທີ່ທາງລົດໄຟແຫ່ງຊາດ, ພື້ນທີ່ປ້ອງກັນຄວາມປອດໄພ ແລະ ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດ ຢູ່ ເທິງດິນ, ເທິງໜ້າດິນ, ໃຕ້ດິນ, ເທິງໜ້ານ້ຳ, ອຸໂມງ ລວມທັງ ພື້ນທີ່ສະຫງວນຂອງສະຖານີລົດໄຟ.

ມາດຕາ ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຫົວລາງລົດໄຟ ໝາຍເຖິງ ດ້ານເທິງສຸດຂອງລາງລົດໄຟ ທີ່ເປັນບ່ອນລໍ້ລົດໄຟສຳພັດກັບລາງລົດໄຟ;
2. ຂອບນອກສຸດຂອງຂົວລົດໄຟ ໝາຍເຖິງ ດ້ານນອກສຸດ ເບື້ອງຊ້າຍ ແລະ ເບື້ອງຂວາ ຂອງໂຄງສ້າງຂົວລົດໄຟ;
3. ເຂດປ້ອງກັນໂຄງສ້າງທາງລົດໄຟ ໝາຍເຖິງ ພື້ນທີ່ ທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນໂຄງສ້າງ ທາງ, ຂົວ, ອຸໂມງ ທາງລົດໄຟ ໃຫ້ ມີຄວາມປອດໄພ, ມີສະຖຽນລະພາບ, ມີປະສິດທິພາບໃນການແລ່ນລົດໄຟ ແລະ ນຳໃຊ້ຍາວນານ;

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ