国家铁路保护区令
ດຳລັດວ່າດ້ວຍ ເຂດສະຫງວນທາງລົດໄຟແຫ່ງຊາດ
Decree on National Railway Protection Zones
简介
该法规调整国家铁路保护区的管理、监督与检查,核心是明确保护区范围、管理原则及适用对象,以保障铁路安全运行和基础设施保护。
Summary
This regulation adjusts the management, supervision, and inspection of national railway protection zones, defining the scope, management principles, and applicable subjects to ensure safe railway operation and infrastructure protection.
ບົດສະຫຼຸບ
ລະບຽບການສະບັບນີ້ກຳນົດການຄຸ້ມຄອງ, ການຕິດຕາມ ແລະ ກວດກາເຂດປ້ອງກັນທາງລົດໄຟແຫ່ງຊາດ, ເນັ້ນໃສ່ການກຳນົດຂອບເຂດເຂດປ້ອງກັນ, ຫຼັກການຄຸ້ມຄອງ ແລະ ຜູ້ທີ່ຖືກນຳໃຊ້, ເພື່ອຮັບປະກັນຄວາມປອດໄພໃນການດຳເນີນງານທາງລົດໄຟ ແລະ ການປົກປັກຮັກສາໂຄງສ້າງພື້ນຖານ.
条文
第ມາດຕາ 1条
第1条 目的
本政令规定了关于国家铁路保护区管理、监督和检查工作的原则、规章和措施,旨在使该工作的组织实施具有效率和效果,以保护铁路基础设施、国家铁路保护区和环境,同时保障铁路运行的安全、便利和快捷,为国防、安全保卫以及国家经济和社会发展做出贡献。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ດໍາລັດສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການ ຄຸ້ມຄອງ, ຕິດຕາມ ກວດກາ ວຽກງານເຂດສະຫງວນທາງລົດໄຟແຫ່ງຊາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີ ປະສິດທິພາບ, ປະສິດທິຜົນ ແນໃສ່ປົກປັກຮັກສາ ໂຄງລ່າງພື້ນຖານທາງລົດໄຟ, ເຂດສະຫງວນທາງລົດໄຟ ແຫ່ງຊາດ ແລະ ສິ່ງແວດລ້ອມ ພ້ອມທັງຮັບປະກັນຄວາມປອດໄພໃຫ້ແກ່ການແລ່ນລົດໄຟ ມີ ຄວາມສະດວກ, ປອດໄພ ແລະ ວ່ອງໄວ ປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.
第ມາດຕາ 2条
第2条 国家铁路保护区
国家铁路保护区是指国家铁路用地、安全防护区以及国家铁路保护区,包括地面、地上、地下、水面、隧道以及火车站保护区。
ພາສາລາວ (老挝语原文)
ມາດຕາ 2 ເຂດສະຫງວນທາງລົດໄຟແຫ່ງຊາດ
ເຂດສະຫງວນທາງລົດໄຟແຫ່ງຊາດ ແມ່ນ ພື້ນທີ່ທາງລົດໄຟແຫ່ງຊາດ, ພື້ນທີ່ປ້ອງກັນຄວາມປອດໄພ ແລະ ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດ ຢູ່ ເທິງດິນ, ເທິງໜ້າດິນ, ໃຕ້ດິນ, ເທິງໜ້ານ້ຳ, ອຸໂມງ ລວມທັງ ພື້ນທີ່ສະຫງວນຂອງສະຖານີລົດໄຟ.
第ມາດຕາ 3条
第3条 词语解释
本政令中使用的词语具有以下含义:
1. 轨顶 指铁轨的最上表面,是车轮与铁轨接触的部位;
2. 铁路桥外缘 指铁路桥结构的最左侧和最右侧的外表面;
3. 铁路结构保护区 指为保护铁路线路、桥梁、隧道结构的安全、稳定、运行效率及长期使用而划定的区域;
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຫົວລາງລົດໄຟ ໝາຍເຖິງ ດ້ານເທິງສຸດຂອງລາງລົດໄຟ ທີ່ເປັນບ່ອນລໍ້ລົດໄຟສຳພັດກັບລາງລົດໄຟ;
2. ຂອບນອກສຸດຂອງຂົວລົດໄຟ ໝາຍເຖິງ ດ້ານນອກສຸດ ເບື້ອງຊ້າຍ ແລະ ເບື້ອງຂວາ ຂອງໂຄງສ້າງຂົວລົດໄຟ;
3. ເຂດປ້ອງກັນໂຄງສ້າງທາງລົດໄຟ ໝາຍເຖິງ ພື້ນທີ່ ທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນໂຄງສ້າງ ທາງ, ຂົວ, ອຸໂມງ ທາງລົດໄຟ ໃຫ້ ມີຄວາມປອດໄພ, ມີສະຖຽນລະພາບ, ມີປະສິດທິພາບໃນການແລ່ນລົດໄຟ ແລະ ນຳໃຊ້ຍາວນານ;
第ມາດຕາ 4条
第4条 国家铁路保护区管理原则
国家铁路保护区的管理必须遵循以下原则:
1. 符合法律、国家经济社会发展计划、国家土地分配总体规划、铁路战略、城市规划、老挝人民民主共和国为缔约方的公约及相关国际条约;
2. 保障铁路运行安全,不影响人民的权利和利益、基础设施、古迹、环境,并具有可持续性;
3. 透明、公正且可核查;
4. 保障人民、相关部门及相关地方行政机构的参与。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການຄຸ້ມຄອງເຂດສະຫງວນທາງລົດໄຟແຫ່ງຊາດ
ການຄຸ້ມຄອງເຂດສະຫງວນທາງລົດໄຟແຫ່ງຊາດ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນແມ່ບົດຈັດສັນທີ່ດິນ ແຫ່ງຊາດ, ຍຸດທະສາດການລົດໄຟ, ແຜນຜັງຕົວເມືອງ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ;
2. ຮັບປະກັນຄວາມປອດໄພໃຫ້ແກ່ການແລ່ນລົດໄຟ, ບໍ່ສົ່ງຜົນກະທົບຕໍ່ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ, ໂຄງລ່າງພື້ນຖານ, ບູຮານສະຖານ, ສິ່ງແວດລ້ອມ ແລະ ມີຄວາມຍືນຍົງ;
3. ມີຄວາມ ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
4. ຮັບປະກັນການມີສ່ວນຮ່ວມຂອງ ປະຊາຊົນ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
第ມາດຕາ 4条
第4条 适用范围
本法令适用于在国内和国外从事与国家铁路保护区工作相关活动的个人、法人和组织,在全国范围内。
本法令不适用于城市铁路保护区和专用铁路。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບ ວຽກງານເຂດສະຫງວນທາງລົດໄຟແຫ່ງຊາດ ໃນຂອບເຂດທົ່ວປະເທດ.
ດຳລັດສະບັບນີ້ ບໍ່ນຳໃຊ້ສຳລັບ ເຂດສະຫງວນທາງລົດໄຟໃນຕົວເມືອງ ແລະ ທາງລົດໄຟສະເພາະ.
第ມາດຕາ 5条
第5条 国家铁路保护区
国家铁路保护区包括以下区域:
地面以上;
地面以下;
水面上的铁路桥梁;
隧道;
火车站。
ພາສາລາວ (老挝语原文)
ມາດຕາ 5 ເຂດສະຫງວນທາງລົດໄຟແຫ່ງຊາດ
ເຂດສະຫງວນທາງລົດໄຟແຫ່ງຊາດ ປະກອບມີພື້ນທີ່ ດັ່ງນີ້:
ຢູ່ເທິງດິນ;
ຢູ່ໃຕ້ດິນ;
ຂົວທາງລົດໄຟຢູ່ເທິງໜ້ານ້ຳ;
ອຸໂມງ;
ສະຖານີລົດໄຟ.
第ມາດຕາ 6条
第6条 国家铁路地面保护区
国家铁路地面保护区的宽度如下:
1. 每侧不超过五十米,从铁路中心线向外测量,位于平原、高原且有足够面积的区域;
2. 每侧不少于二十米,从铁路中心线向外测量,位于人口密集区和古迹区;
3. 每侧不少于七米,从铁路桥最外边缘向外测量,位于人口密集区和古迹区。
对于位于山地陡峭区域的铁路地面保护区,应根据实际情况按各地形特征确定。
ພາສາລາວ (老挝语原文)
ມາດຕາ 6 ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດຢູ່ຫ້າດິນ
ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດຢູ່ຫ້າດິນ ມີລວງກວ້າງ ດັ່ງນີ້:
1. ເບື້ອງລະ ບໍ່ເກີນ ຫ້າສິບແມັດ ນັບແຕ່ໃຈກາງທາງລົດໄຟອອກໄປ ຢູ່ ເຂດທົ່ງພຽງ, ພູພຽງ ທີ່ມີພື້ນທີ່ພຽງພໍ;
2. ເບື້ອງລະ ບໍ່ຫຼຸດ ຊາວແມັດ ນັບແຕ່ໃຈກາງທາງລົດໄຟອອກໄປ ຢູ່ ເຂດຊຸມຊົນໜາແຫ້ນ ແລະ ເຂດວັດຖຸບູຮານ;
3. ເບື້ອງລະ ບໍ່ຫຼຸດ ເຈັດແມັດ ນັບແຕ່ຂອບນອກສຸດຂອງຂົວລົດໄຟອອກໄປ ຢູ່ ເຂດຊຸມຊົນໜາແຫ້ນ ແລະ ເຂດວັດຖຸບູຮານ.
ສຳລັບພື້ນທີ່ສະຫງວນທາງລົດໄຟທີ່ຢູ່ຫ້າດິນ ຢູ່ເຂດພູດອຍທີ່ມີພື້ນທີ່ສູງຊັນ ໃຫ້ກຳນົດຕາມເງື່ອນໄຂຕົວຈິງ ຕາມລັກສະນະພູມສັນຖານຂອງແຕ່ລະເຂດ.
第ມາດຕາ 7条
第7条 国家铁路地面保护区
国家铁路地面保护区,从轨顶垂直向上测量,规定如下:
1. 对于轨距为一米的国有铁路,从轨顶向上五米三十厘米;
2. 对于轨距为一米四百三十五毫米的国有铁路,从轨顶向上六米七十五厘米。
在铁路地面保护区内建设穿越铁路走廊的输电线路,必须遵守以下规定:
1. 对于电压为一百一十五千伏的输电线路,从轨顶到输电线路的距离为十一米五十厘米;
2. 对于电压为二百三十千伏的输电线路,从轨顶到输电线路的距离为十二米五十厘米;
3. 对于电压为五百千伏的输电线路,从轨顶到输电线路的距离为十六米;
4. 对于电压为七百五十千伏的输电线路,从铁路输电系统到输电线路的距离为二十一米五十厘米;
5. 对于电压为一千千伏的输电线路,从铁路输电系统到输电线路的距离为二十七米。
对于电压为一百一十五千伏及以上的输电线路,禁止穿越火车站区域。
ພາສາລາວ (老挝语原文)
ມາດຕາ 7 ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດຢູ່ເທິງຫ້າດິນ
ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດຢູ່ເທິງຫ້າດິນ ມີລວງສູງນັບຈາກຫົວລາງລົດໄຟຕາມລວງຕັ້ງ ດັ່ງນີ້:
1. ຫ້າແມັດ ສາມສິບຊັງຕີແມັດ ຈາກຫົວລາງລົດໄຟຂຶ້ນໄປ ສຳລັບທາງລົດໄຟແຫ່ງຊາດ ທີ່ມີຄວາມກວ້າງຂອງລາງ ຫຶ່ງແມັດ;
2. ຫົກແມັດ ເຈັດສິບຫ້າຊັງຕີແມັດ ຈາກຫົວລາງລົດໄຟຂຶ້ນໄປ ສຳລັບທາງລົດໄຟແຫ່ງຊາດ ທີ່ມີຄວາມກວ້າງຂອງລາງ ຫຶ່ງແມັດ ສີ່ຮ້ອຍສາມສິບຫ້າມິລີແມັດ.
ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດຢູ່ເທິງຫ້າດິນ ທີ່ຈະກໍ່ສ້າງສາຍສົ່ງໄຟຟ້າຜ່ານແລວທາງລົດໄຟ ຕ້ອງປະຕິບັດ ດັ່ງນີ້:
1. ສິບເອັດແມັດ ຫ້າສິບຊັງຕີແມັດ ຈາກຫົວລາງລົດໄຟຫາສາຍສົ່ງໄຟຟ້າ ສຳລັບສາຍສົ່ງໄຟຟ້າທີ່ມີແຮງດັນ ຫຶ່ງຮ້ອຍສິບຫ້າກິໂລໂວນ;
2. ສິບສອງແມັດ ຫ້າສິບຊັງຕີແມັດ ຈາກຫົວລາງລົດໄຟຫາສາຍສົ່ງໄຟຟ້າ ສຳລັບສາຍສົ່ງໄຟຟ້າທີ່ມີແຮງດັນ ສອງຮ້ອຍສາມສິບກິໂລໂວນ;
3. ສິບຫົກແມັດ ຈາກຫົວລາງລົດໄຟຫາສາຍສົ່ງໄຟຟ້າ ສຳລັບສາຍສົ່ງໄຟຟ້າທີ່ມີແຮງດັນ ຫ້າຮ້ອຍກິໂລໂວນ;
4. ຊາວເອັດແມັດ ຫ້າສິບຊັງຕີແມັດ ຈາກລະບົບສາຍສົ່ງໄຟຟ້າຂອງລົດໄຟ ສຳລັບສາຍສົ່ງໄຟຟ້າທີ່ມີແຮງດັນ ເຈັດຮ້ອຍຫ້າສິບກິໂລໂວນ;
5. ຊາວເຈັດແມັດ ຈາກລະບົບສາຍສົ່ງໄຟຟ້າຂອງລົດໄຟ ສຳລັບສາຍສົ່ງໄຟຟ້າທີ່ມີແຮງດັນ ໜຶ່ງພັນກິໂລໂວນ.
ສຳລັບສາຍສົ່ງໄຟຟ້າທີ່ມີແຮງດັນ ໜຶ່ງຮ້ອຍສິບຫ້າກິໂລໂວນ ຂຶ້ນໄປ ບໍ່ອະນຸຍາດໃຫ້ຜ່ານເຂດສະຖານີລົດໄຟ.
第ມາດຕາ 8条
第8条 国家铁路地下保护区
国家铁路地下保护区,从地面以下算起,规定如下:
1. 一米八十厘米,用于水管、电话线和电线;
2. 两米,用于燃气管道或石油管道;
3. 三米,用于地下通道。
在国家铁路保护区地下的所有建设工程,必须具有针对每项工程的专门安全防护系统。
ພາສາລາວ (老挝语原文)
ມາດຕາ 8 ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດຢູ່ໃຕ້ດິນ
ພື້ນທີ່ສະຫງວນທາງລົດໄຟແຫ່ງຊາດຢູ່ໃຕ້ດິນ ນັບຈາກຫ້າດິນເດິ້ມລົງໄປ ມີ ດັ່ງນີ້:
1. ຫຶງແມັດ ທ້າສິບຊັງຕີແມັດ ສຳລັບ ທໍ່ນໍ້າປະປາ, ສາຍໂທລະສັບ ແລະ ສາຍໄຟຟ້າ;
2. ສອງແມັດ ສຳລັບ ທໍ່ສິ່ງອາຍແກ້ສ ຫຼື ນ້ຳມັນ;
3. ສາມແມັດ ສຳລັບ ທາງລອດໃຕ້ດິນ.
ທຸກກິດຈະການກໍ່ສ້າງ ທີ່ຢູ່ໃຕ້ດິນຂອງພິ້ນທີ່ສະຫງວນທາງລົດໄຟແຫ່ງຊາດ ຕ້ອງມີລະບົບປ້ອງກັນຄວາມປອດໄພສະເພາະຂອງແຕ່ລະກິດຈະການ.
第ມາດຕາ 9条
第9条 国家铁路桥梁水面保护区
国家铁路桥梁在水面上的保护区,从铁路桥梁结构最外缘向外,向上游和下游方向,从水面起算至河床,宽度如下:
1. 铁路桥梁的上游和下游各一千米范围内,不得进行各种建设活动,例如向河流填土、堵塞河流、安装浮桥或其他危害铁路桥梁安全的设施;
2. 铁路桥梁的上游和下游,不得进行矿产或建筑材料的开采,具体如下:
-- 长度小于一百米的铁路桥梁,上游为五百米,下游为一千米;
-- 长度大于一百米但小于五百米的铁路桥梁,上游为五百米,下游为两千米;
-- 长度大于五百米的铁路桥梁,上游为五百米,下游为三千米。
ພາສາລາວ (老挝语原文)
ມາດຕາ 9 ພື້ນທີສະຫງວນຂົວທາງລົດໄຟແຫ່ງຊາດ ຢູ່ເທິງໜ້ານຳ
ພື້ນທີ່ສະຫງວນຂົວທາງລົດໄຟແຫ່ງຊາດຢູ່ເທິງໜ້ານຳ ນັບຈາກຂອບນອກສຸດຂອງໂຄງສ້າງຂົວທາງລົດໄຟ ອອກໄປ ດ້ານເໜືອນ້ຳໄຫຼ ແລະ ດ້ານລຸ່ມນ້ຳໄຫຼ ໃຫ້ສະຫງວນນັບຈາກໜ້ານຳ ເລິກລົງໄປເຖິງພື້ນນ້ຳ ຊຶ່ງມີລວງກວ້າງທັງສອງເບື້ອງ ດັ່ງນີ້:
1. ດ້ານເໜືອນ້ຳໄຫຼ ແລະ ດ້ານລຸ່ມນ້ຳໄຫຼ ຂອງຂົວທາງລົດໄຟ ແມ່ນ ເບື້ອງລະ ໜຶ່ງພັນແມັດ ບໍ່ໃຫ້ມີການກໍ່ສ້າງກິດຈະການຕ່າງໆ ເປັນຕົ້ນ ການຖົມດິນໃສ່ແມ່ນ້ຳ, ຕັນແມ່ນ້ຳ, ຕິດຕັ້ງຂົວລອຍ ຫຼື ສິ່ງອຳນວຍຄວາມສະດວກອື່ນທີ່ເປັນອັນຕະລາຍ ແລະ ຄວາມປອດໄພຂອງຂົວທາງລົດໄຟ;
2. ດ້ານເໜືອນ້ຳໄຫຼ ແລະ ດ້ານລຸ່ມນ້ຳໄຫຼ ຂອງຂົວທາງລົດໄຟ ບໍ່ໃຫ້ມີການຂຸດຄົ້ນ ແຮ່ທາດ ຫຼື ບໍ່ວັດສະດຸກໍ່ສ້າງຕ່າງໆ ຊຶ່ງລະອຽດ ມີ ດັ່ງນີ້:
-- ຂົວທາງລົດໄຟ ທີ່ມີຄວາມຍາວ ໜ້ອຍກວ່າ ໜຶ່ງຮ້ອຍແມັດ ຢູ່ ດ້ານເໜືອນ້ຳໄຫຼ ແມ່ນ ຫ້າຮ້ອຍແມັດ ແລະ ດ້ານລຸ່ມນ້ຳໄຫຼ ແມ່ນ ໜຶ່ງພັນແມັດ;
-- ຂົວທາງລົດໄຟ ທີ່ມີຄວາມຍາວຫຼາຍກວ່າ ໜຶ່ງຮ້ອຍແມັດ ແຕ່ໜ້ອຍກວ່າ ຫ້າຮ້ອຍແມັດ ຢູ່ດ້ານເໜືອນ້ຳໄຫຼ ແມ່ນ ຫ້າຮ້ອຍແມັດ ແລະ ດ້ານລຸ່ມນ້ຳໄຫຼ ແມ່ນ ສອງພັນແມັດ;
-- ຂົວທາງລົດໄຟ ທີ່ມີຄວາມຍາວຫຼາຍກວ່າ ຫ້າຮ້ອຍແມັດ ຢູ່ ດ້ານເໜືອນ້ຳໄຫຼ ແມ່ນ ຫ້າຮ້ອຍແມັດ ແລະ ດ້ານລຸ່ມນ້ຳໄຫຼ ແມ່ນ ສາມພັນແມັດ.
第ມາດຕາ 10条
第10条 国家铁路隧道保护区
国家铁路隧道保护区的宽度如下:
1. 从隧道外缘起每侧一百米,禁止进行建设和种植乔木;
2. 从隧道外缘起每侧一千米,禁止进行爆破岩石和开采矿物、建筑材料。
ພາສາລາວ (老挝语原文)
ມາດຕາ 10 ພື້ນທີ່ສະຫງວນອຸໂມງທາງລົດໄຟແຫ່ງຊາດ
ພື້ນທີ່ສະຫງວນອຸໂມງທາງລົດໄຟແຫ່ງຊາດ ມີລວງກວ້າງ ດັ່ງນີ້:
1. ເບື້ອງລະ ໜຶ່ງຮ້ອຍແມັດ ນັບຈາກຂອບນອກສຸດຂອງອຸໂມງ ບໍ່ໃຫ້ມີການ ກໍ່ສ້າງ ແລະ ປູກພືດລົ້ມລຸກ;
2. ເບື້ອງລະ ໜຶ່ງພັນແມັດ ນັບຈາກຂອບນອກສຸດຂອງອຸໂມງ ບໍ່ໃຫ້ມີການ ລະເບີດຫີນ ແລະ ຂຸດຄົ້ນແຮ່ທາດ, ບໍ່ວັດສະຕຸກໍສ້າງ.
第ມາດຕາ 11条
第11条 火车站预留地
火车站预留地是指用于建设或扩建火车站的土地,其范围如下:
1. 大型车站:宽度为240米至500米,长度为2000米至3000米,视具体地点而定;
2. 小型车站:宽度为160米至200米,长度为1500米至2000米,视具体地点而定。
ພາສາລາວ (老挝语原文)
ມາດຕາ 11 ພື້ນທີສະຫງວນຂອງສະຖານີລົດໄຟ
ພື້ນທີ່ສະຫງວນຂອງສະຖານີລົດໄຟ ແມ່ນພື້ນທີ່ສຳລັບ ກໍ່ສ້າງ ຫຼື ຂະຫຍາຍ ສະຖານີລົດໄຟ ຊຶ່ງມີຂອບເຂດ ດັ່ງນີ້:
1. ສະຖານີໃຫຍ່ ມີ ລວງກວ້າງ ສອງຮ້ອຍສີ່ສິບແມັດ ຫາ ຫ້າຮ້ອຍແມັດ ແລະ ລວງຍາວ ສອງພັນແມັດ ຫາ ສາມພັນແມັດ ຕາມຈຸດພິເສດຂອງພື້ນທີ່;
2. ສະຖານີນ້ອຍ ມີ ລວງກວ້າງ ຫຶ່ງຮ້ອຍຫົກສິບແມັດ ຫາ ສອງຮ້ອຍແມັດ ແລະ ລວງຍາວ ໜຶ່ງພັນຫ້າຮ້ອຍແມັດ ຫາ ສອງພັນແມັດ ຕາມຈຸດພິເສດຂອງພື້ນທີ່.
本页展示前 12 条,全文共 32 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读