ດຳລັດວ່າດ້ວຍ ກອງທຶນຄວາມປອດໄພທາງລົດໄຟ
铁路安全基金令
Decree on the Railway Safety Fund
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການສ້າງຕັ້ງກອງທຶນຄວາມປອດໄພທາງລົດໄຟ, ຄຸ້ມຄອງແຫຼ່ງທຶນ, ຫຼັກການບໍລິຫານ ແລະ ຈຸດປະສົງການນຳໃຊ້, ເພື່ອຮັບປະກັນການນຳໃຊ້ທຶນໃນການກໍ່ສ້າງສິ່ງອຳນວຍຄວາມສະດວກດ້ານຄວາມປອດໄພທາງລົດໄຟ, ອຸປະກອນບຸກຄະລາກອນ ແລະ ວຽກງານສຸກເສີນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ກອງທຶນຄວາມປອດໄພທາງລົດໄຟ
ກອງທຶນຄວາມປອດໄພທາງລົດໄຟ ຂຽນຫຍໍວ່າ “ກຄຟ” ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນເພື່ອສະໜັບສະໜູນ ແລະ ລະດົມທຶນຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ມີງົບປະມານພຽງພໍ, ຍືນຍົງ ແລະ ນຳໃຊ້ເຂົ້າໃນວຽກງານຄວາມປອດໄພທາງລົດໄຟ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັງນີ້:
1. ເຈົ້າໜ້າທີ່ລົດໄຟ ໝາຍເຖິງ ຕຳຫຼວດລົດໄຟ ແລະ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ;
2. ຕຳຫຼວດລົດໄຟ ໝາຍເຖິງ ເຈົ້າໜ້າທີ່ຈາກ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍໃຫ້ປະຕິບັດໜ້າທີ່ໃນ ຂະບວນ, ສະຖານີ ແລະ ແລວທາງ ລົດໄຟ ໃນການ ຄວບຄຸມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບ ແລະ ຄວາມປອດໄພ, ກວດກາວັດຖຸເຄື່ອງຂອງທີ່ຖືກຫ້າມ ຫຼື ຜິດກົດໝາຍ ພ້ອມທັງແກ້ໄຂເຫດການທີ່ເກີດຂຶ້ນ;
3. ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ໝາຍເຖິງ ພະນັກງານ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທີ່ຖືກແຕ່ງຕັ້ງ ຫຼື ມອບໝາຍ ໂດຍລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອປະຕິບັດໜ້າທີ່ ໃນການອຳນວຍຄວາມສະດວກ, ຄຸ້ມຄອງ, ກວດກາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນຂະບວນ, ສະຖານີ ແລະ ແລວທາງ ລົດໄຟ;
4. ຄວາມປອດໄພທາງລົດໄຟ ໝາຍເຖິງ ການປ້ອງກັນ ແລະ ຮັກສາຄວາມປອດໄພ ຕາມ ຂະບວນ, ສະຖານີ ແລະ ແລວທາງລົດໄຟ;
5. ຄ່າຊັກເພີ່ມ ໝາຍເຖິງ ການເກັບເພີ່ມຈາກ ລາຄາການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ທາງລົດໄຟ ເພື່ອເຂົ້າກອງທຶນ ຕາມອັດຕາທີ່ ລັດຖະບານ ໄດ້ຕົກລົງແຕ່ລະໄລຍະ;
6. ຄ້າຍ ໝາຍເຖິງ ສະຖານທີ່ຕັ້ງຂອງກຳລັງ ປກສ, ປກຊ ທີ່ ປະຕິບັດໜ້າທີ່ ປ້ອງກັນຄວາມປອດໄພ ຕາມແລວທາງລົດໄຟ;
7. ຫາງລາດຕະເວນ ໝາຍເຖິງ ເສັ້ນທາງຕາມແລວທາງລົດໄຟ ທີ່ ເຈົ້າໜ້າທີ່ ປກສ, ປກຊ ເຄື່ອນໄຫວ ຕິດຕາມ ກວດກາ ສະພາບຄວາມປອດໄພຂອງການຂົນສົ່ງທາງລົດໄຟ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ