铁路安全基金令
ດຳລັດວ່າດ້ວຍ ກອງທຶນຄວາມປອດໄພທາງລົດໄຟ
Decree on the Railway Safety Fund
简介
该法规设立铁路安全基金,规范其资金来源、管理原则及使用目标,确保资金用于铁路安全设施建设、人员装备及应急工作。
Summary
This regulation establishes a railway safety fund, governing its funding sources, management principles, and usage objectives to ensure funds are used for railway safety facility construction, personnel equipment, and emergency work.
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການສ້າງຕັ້ງກອງທຶນຄວາມປອດໄພທາງລົດໄຟ, ຄຸ້ມຄອງແຫຼ່ງທຶນ, ຫຼັກການບໍລິຫານ ແລະ ຈຸດປະສົງການນຳໃຊ້, ເພື່ອຮັບປະກັນການນຳໃຊ້ທຶນໃນການກໍ່ສ້າງສິ່ງອຳນວຍຄວາມສະດວກດ້ານຄວາມປອດໄພທາງລົດໄຟ, ອຸປະກອນບຸກຄະລາກອນ ແລະ ວຽກງານສຸກເສີນ.
条文
第ມາດຕາ 1条
第2条 铁路安全基金
铁路安全基金,简称“铁路安全基金”,是国家基金,旨在支持和动员来自国内外的各种资金来源,以确保有充足、可持续的预算,并有效、高效地用于铁路安全工作。
ພາສາລາວ (老挝语原文)
ມາດຕາ 2 ກອງທຶນຄວາມປອດໄພທາງລົດໄຟ
ກອງທຶນຄວາມປອດໄພທາງລົດໄຟ ຂຽນຫຍໍວ່າ “ກຄຟ” ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນເພື່ອສະໜັບສະໜູນ ແລະ ລະດົມທຶນຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ມີງົບປະມານພຽງພໍ, ຍືນຍົງ ແລະ ນຳໃຊ້ເຂົ້າໃນວຽກງານຄວາມປອດໄພທາງລົດໄຟ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
第ມາດຕາ 2条
第2条 词语解释
本法令中使用的词语定义如下:
1. “铁路官员”指铁路警察和铁路运行检查员;
2. “铁路警察”指来自公安部被任命并授权在列车、车站和铁路线上执行控制、维护治安、秩序和安全,检查违禁或非法物品,并处理发生事件的官员;
3. “铁路运行检查员”指由公共工程与运输部部长任命或授权的公共工程与运输部门工作人员,负责在列车、车站和铁路线上提供便利、管理、检查安全与秩序;
4. “铁路安全”指在列车、车站和铁路线上的预防和维护安全;
5. “附加费”指从铁路客运和货运价格中额外收取的费用,按政府定期确定的费率纳入基金;
6. “营地”指公安和国防部队在铁路沿线执行安全保卫任务的驻地;
7. “巡逻路线”指铁路沿线公安和国防官员移动、跟踪、检查铁路运输安全状况的路线。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັງນີ້:
1. ເຈົ້າໜ້າທີ່ລົດໄຟ ໝາຍເຖິງ ຕຳຫຼວດລົດໄຟ ແລະ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ;
2. ຕຳຫຼວດລົດໄຟ ໝາຍເຖິງ ເຈົ້າໜ້າທີ່ຈາກ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍໃຫ້ປະຕິບັດໜ້າທີ່ໃນ ຂະບວນ, ສະຖານີ ແລະ ແລວທາງ ລົດໄຟ ໃນການ ຄວບຄຸມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບ ແລະ ຄວາມປອດໄພ, ກວດກາວັດຖຸເຄື່ອງຂອງທີ່ຖືກຫ້າມ ຫຼື ຜິດກົດໝາຍ ພ້ອມທັງແກ້ໄຂເຫດການທີ່ເກີດຂຶ້ນ;
3. ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ໝາຍເຖິງ ພະນັກງານ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ທີ່ຖືກແຕ່ງຕັ້ງ ຫຼື ມອບໝາຍ ໂດຍລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອປະຕິບັດໜ້າທີ່ ໃນການອຳນວຍຄວາມສະດວກ, ຄຸ້ມຄອງ, ກວດກາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນຂະບວນ, ສະຖານີ ແລະ ແລວທາງ ລົດໄຟ;
4. ຄວາມປອດໄພທາງລົດໄຟ ໝາຍເຖິງ ການປ້ອງກັນ ແລະ ຮັກສາຄວາມປອດໄພ ຕາມ ຂະບວນ, ສະຖານີ ແລະ ແລວທາງລົດໄຟ;
5. ຄ່າຊັກເພີ່ມ ໝາຍເຖິງ ການເກັບເພີ່ມຈາກ ລາຄາການຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ທາງລົດໄຟ ເພື່ອເຂົ້າກອງທຶນ ຕາມອັດຕາທີ່ ລັດຖະບານ ໄດ້ຕົກລົງແຕ່ລະໄລຍະ;
6. ຄ້າຍ ໝາຍເຖິງ ສະຖານທີ່ຕັ້ງຂອງກຳລັງ ປກສ, ປກຊ ທີ່ ປະຕິບັດໜ້າທີ່ ປ້ອງກັນຄວາມປອດໄພ ຕາມແລວທາງລົດໄຟ;
7. ຫາງລາດຕະເວນ ໝາຍເຖິງ ເສັ້ນທາງຕາມແລວທາງລົດໄຟ ທີ່ ເຈົ້າໜ້າທີ່ ປກສ, ປກຊ ເຄື່ອນໄຫວ ຕິດຕາມ ກວດກາ ສະພາບຄວາມປອດໄພຂອງການຂົນສົ່ງທາງລົດໄຟ.
第ມາດຕາ 3条
第3条 基金管理与使用原则
基金的管理与使用应遵循以下原则:
1. 灵活、及时、公正、透明,并确保按年度计划支出;
2. 符合预算、节约、高效、有效和可持续;
3. 定期进行检查和审计,正确并符合法律法规。
ພາສາລາວ (老挝语原文)
ມາດຕາ 3 ຫຼັກການ ຄຸ້ມຄອງ ແລະ ນຳໃຊ້ ກອງທຶນ
ການ ຄຸ້ມຄອງ ແລະ ນຳໃຊ້ ກອງທຶນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ມີຄວາມ ຄອງຕົວ, ວອງໄວ, ຍຸຕິທຳ, ໂປ່ງໃສ ແລະ ຮັບປະກັນລາຍຈາຍຕາມແຜນການປະຈຳປີ;
2. ຖືກຕ້ອງຕາມ ເບົ່າໜາຍ, ປະຢັດ, ມີປະສິດທິພາບ, ມີປະສິດທິຜົນ ແລະ ມີຄວາມຍືນຍົງ;
3. ມີການ ກວດກາ ແລະ ກວດສອບ ຢ່າງເປັນປົກກະຕິ, ຖືກຕ້ອງ ແລະ ສອດຄອງກັບ ກົດໝາຍ ແລະ ລະບຽບການ.
第ມາດຕາ 4条
第4条 收入来源
老挝国家铁路公司的收入来源如下:
1. 根据政府定期协议,从旅客和货物铁路运输费率中收取的附加费;
2. 从过境铁路货物运输服务中收取的附加费;
3. 对违反铁路法律法规者处以的罚款;
4. 来自国内外个人、法人以及国有和私营组织的捐款;
5. 老挝国家铁路公司的存款利息;
6. 依法依规的其他收入。
ພາສາລາວ (老挝语原文)
ມາດຕາ 4 ແຫຼ່ງລາຍຮັບ
ແຫຼ່ງລາຍຮັບຂອງ ກຄຟ ມີດັ່ງນີ້:
1. ຄ່າຊັກເພີ່ມຈາກ ອັດຕາຄ່າຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າທາງລົດໄຟ ຕາມການຕົກລົງຂອງລັດຖະບານ ແຕ່ລະໄລຍະ;
2. ຄ່າຊັກເພີ່ມຈາກ ການບໍລິການຂົນສົ່ງສິນຄ້າທາງລົດໄຟຜ່ານແດນ;
3. ຄ່າປັບໃໝຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ;
4. ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຂອງ ລັດ, ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ;
5. ດອກເບ້ຍເງິນຝາກ ກຄຟ;
6. ລາຍຮັບອື່ນທີ່ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ.
第ມາດຕາ 5条
第5条 基金使用目标
铁路安全基金用于以下目标:
1. 建设、维护和修缮铁路官员和国防力量的办公室、营地、营地入口、岗哨、巡逻路线及其他与铁路安全工作相关的便利设施;
2. 开展和解决铁路安全工作;
3. 向铁路官员和国防力量提供必要的车辆、工具和设备;
4. 组织关于铁路安全工作的会议、培训-演练;
5. 用于铁路安全基金的管理行政支出;
6. 用于其他铁路安全工作,根据铁路安全基金管理委员会的决定。
ພາສາລາວ (老挝语原文)
ມາດຕາ 5 ເປົ້າໝາຍການນຳໃຊ້ກອງທຶນ
ກອງທຶນຄວາມປອດໄພທາງລົດໄຟ ນຳໃຊ້ເຂົ້າໃນເປົ້າໝາຍ ດັ່ງນີ້:
1. ກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງ ຫ້ອງການ ເຈົ້າໜ້າທີ່ລົດໄຟ ແລະ ກຳລັງປ້ອງກັນຊາດ, ຄ້າຍ, ທາງເຂົ້າຄ້າຍ, ປ້ອມຍາມ, ທາງລາດຕະເວນ ແລະ ສິ່ງອຳນວຍຄວາມສະດວກອື່ນ ກ່ຽວກັບວຽກງານຄວາມປອດໄພທາງລົດໄຟ;
2. ລົງເຄື່ອນໄຫວ ແລະ ແກ້ໄຂ ວຽກງານຄວາມປອດໄພທາງລົດໄຟ;
3. ສະໜອງ ຍານພາຫະນະ, ເຄື່ອງມື ແລະ ວັດຖຸປະກອນ ທີ່ຈຳເປັນໃຫ້ ເຈົ້າໜ້າທີ່ລົດໄຟ ແລະ ກຳລັງປ້ອງກັນຊາດ;
4. ຈັດ ກອງປະຊຸມ, ຝຶກອົບຮົມ-ຫັດແອບ ກ່ຽວກັບ ວຽກງານຄວາມປອດໄພທາງລົດໄຟ;
5. ໃຊ້ຈ່າຍເຂົ້າໃນການຄຸ້ມຄອງບໍລິຫານ ກຄຟ;
6. ໃຊ້ຈ່າຍເຂົ້າໃນວຽກງານຄວາມປອດໄພທາງລົດໄຟອື່ນ ຕາມການຕົກລົງຂອງສະພາບໍລິຫານ ກຄຟ.
第ມາດຕາ 6条
第6条 基金支出
基金支出必须按照以下规定执行:
1. 所有基金支出必须纳入经基金管理委员会批准的年度收支计划,紧急情况除外;
2. 所有基金支出用途不得与其他资金来源重复;
在发生铁路安全紧急情况时,相关单位应向基金管理委员会秘书处提出建议,经研究后提交基金管理委员会审议批准。
ພາສາລາວ (老挝语原文)
ມາດຕາ 6 ການເບີກຈາຍເງິນກອງທຶນ
ການເບີກຈາຍເງິນ ກຄຟ ຕ້ອງປະຕິບັດ ດັ່ງນີ້:
1. ທຸກການເບີກຈາຍເງິນ ກຄຟ ຕ້ອງຢູ່ໃນແຜນລາຍຮັບ-ລາຍຈາຍປະຈຳປີ ທີ່ໄດ້ຜ່ານການຮັບຮອງ
ຈາກສະພາບໍລິຫານ ກຄຟ, ຍົກເວັ້ນກໍລະນີເກີດເຫດການສຸກເສີນ;
2. ທຸກເປົ້າໝາຍໃນການເບີກຈາຍເງິນ ກຄຟ ບໍ່ໃຫ້ຊ້ຳຊ້ອນກັບແຫຼ່ງທຶນອື່ນ;
ໃນກໍລະນີ ເກີດເຫດການສຸກເສີນກ່ຽວກັບຄວາມປອດໄພທາງລົດໄຟ ໃຫ້ໜ່ວຍງານທີ່ກ່ຽວຂ້ອງສະເໜີ
ຕໍ່ກອງເລຂາ ກຄຟ ຄົ້ນຄວ້າ ແລ້ວນຳສະເໜີຕໍ່ສະພາບໍລິຫານ ກຄຟ ພິຈາລະນາຮັບຮອງ.
第ມາດຕາ 7条
第7条 基金提款
从基金存款账户中提取基金资金,必须按照基金董事会批准的计划、方案、项目执行,并符合基金规定和财政部规定。每次提取基金资金,必须经基金董事会授权的人员双签。基金资金不得全部提取,必须保留百分之十在基金存款账户中。
ພາສາລາວ (老挝语原文)
ມາດຕາ 7 ການຖອນເງິນກອງທຶນ
ການຖອນເງິນ ກຄຟ ຈາກບັນຊີເງິນຝາກຂອງ ກຄຟ ຕ້ອງປະຕິບັດຕາມ ແຜນການ, ແຜນງານ, ໂຄງການ ທີ່ຖືກຮັບຮອງໂດຍສະພາບໍລິຫານ ກຄຟ ແລະ ຖືກຕ້ອງຕາມລະບຽບການຂອງ ກຄຟ ແລະ ລະບຽບການຂອງກະຊວງການເງິນ. ການຖອນເງິນຂອງ ກຄຟ ແຕ່ລະຄັ້ງ ຕ້ອງມີສອງລາຍເຊັນຂອງຜູ້ທີ່ໄດ້ຮັບມອບສິດຈາກສະພາບໍລິຫານ ກຄຟ.
ການຖອນເງິນຂອງ ກຄຟ ບໍ່ສາມາດຖອນໄດ້ໝົດ ແລະ ຕ້ອງຮັກສາໄວ້ສິບສ່ວນຮ້ອຍ ໃນບັນຊີເງິນຝາກຂອງ ກຄຟ.
第ມາດຕາ 8条
第8条 基金组织结构
基金组织结构包括:
1. 董事会;
2. 秘书处。
ພາສາລາວ (老挝语原文)
ມາດຕາ 8 ໂຄງປະກອບການຈັດຕັ່ງກອງທຶນ
ໂຄງປະກອບການຈັດຕັ້ງຂອງ ກຄຟ ປະກອບດ້ວຍ:
1. ສະພາບໍລິຫານ;
2. ກອງເລຂາ.
第ມາດຕາ 9条
第9条 基金管理委员会
基金管理委员会是非常设机构,由总理根据公共工程与运输部长的提议任命,其职责是指导、管理和监督基金会的运作。
基金管理委员会的任期为五年。
ພາສາລາວ (老挝语原文)
ມາດຕາ 9 ສະພາບໍລິຫານກອງທຶນ
ສະພາບໍລິຫານ ກຄຟ ແມ່ນການຈັດຕັ້ງທີ່ບໍ່ປະຈຳການ ທີ່ໄດ້ຮັບການແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີພາລະບົດບາດ ຊີ້ນຳ, ຄຸ້ມຄອງ ແລະ ຕິດຕາມ ກວດກາ ການເຄື່ອນໄຫວຂອງ ກຄຟ.
ສະພາບໍລິຫານ ກຄຟ ມີວາລະບໍລິຫານກອງທຶນ ຫ້າ ປີ.
第ມາດຕາ 10条
第10条 基金管理委员会的人员构成
基金管理委员会的人员构成如下:
1. 公共工程与运输部部长担任主席;
2. 公安部副部长担任副主席;
3. 国防部副部长担任副主席;
财政部代表担任委员;
公安部警察总局铁路警察司司长担任委员;
国防部总参谋部作战司司长担任委员;
公共工程与运输部计划与财务司司长担任委员;
公共工程与运输部铁路司司长担任委员并兼任秘书处主任。
基金管理委员会的人员构成可根据需要,按照公共工程与运输部的建议进行调整和变更。
基金管理委员会成员在履行职责时,除会议津贴和政策性补贴按规定执行外,不得领取工资和报酬。
ພາສາລາວ (老挝语原文)
ມາດຕາ 10 ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານກອງທຶນ
ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານກອງທຶນປະກອບດ້ວຍ:
1. ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
2. ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ;
3. ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຮອງປະທານ;
ຜູ້ຕາງໜ້າກະຊວງການເງິນ ເປັນຄະນະ;
ຫົວໜ້າກົມຕຳຫຼວດລົດໄຟ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ;
ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ເປັນຄະນະ;
ຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຄະນະ;
ຫົວໜ້າກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຄະນະ ທັງເປັນຫົວໜ້າກອງເລຂາ.
ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານກອງທຶນສາມາດປັບປຸງ ແລະ ປ່ຽນແປງຕາມຄວາມຈຳເປັນ ຕາມການສະເໜີຂອງກະຊວງໂຍທາທິການ ແລະ ຂົນສົ່ງ.
ບຸກຄະລາກອນຂອງສະພາບໍລິຫານກອງທຶນຈະບໍ່ໄດ້ຮັບເງິນເດືອນ ແລະ ຄ່າແຮງງານ ໃນການປະຕິບັດໜ້າທີ່ຂອງຕົນ ນອກຈາກເບ້ຍປະຊຸມ ແລະ ເງິນນະໂຍບາຍຕາມລະບຽບການ.
第ມາດຕາ 11条
第11条 基金管理委员会的权利和义务
基金管理委员会(基管委)享有以下权利和承担以下义务:
1. 领导、指导、促进和监督基管委秘书处的工作执行;
2. 审议和批准基管委的活动计划、报告及年度收支计划;
3. 审议通过基管委的规章;
4. 任命或罢免基管委秘书处职务;
5. 批准基管委财务审计结果报告;
6. 从国内外筹集资金以补充基管委;
7. 监督、检查和评估基管委资金的使用,确保符合目标和计划并具有效率;
8. 定期总结并向政府报告基管委的工作活动;
9. 行使其他权利和履行其他义务,按照基管委规章的规定。
ພາສາລາວ (老挝语原文)
ມາດຕາ 11 ສິດ ແລະ ໜ້າທີ່ ຂອງສະພາບໍລິຫານກອງທຶນ
ສະພາບໍລິຫານ ກຄຟ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ນຳພາ, ຊີ້ນຳ, ຊຸກຍູ້ ແລະ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານຂອງກອງເລຂາ ກຄຟ;
2. ພິຈາລະນາ ແລະ ຮັບຮອງ ແຜນການເຄື່ອນໄຫວ, ບົດລາຍງານ ແລະ ແຜນລາຍຮັບ-ລາຍຈ່າຍປະຈຳປີຂອງ ກຄຟ;
3. ພິຈາລະນາຮັບຮອງເອົາລະບຽບການຂອງ ກຄຟ;
4. ແຕ່ງຕັ້ງ ຫຼື ປົດຕຳແໜ່ງ ກອງເລຂາ ກຄຟ;
5. ຮັບຮອງບົດລາຍງານຜົນການກວດສອບດ້ານການເງິນຂອງ ກຄຟ;
6. ລະດົມແຫຼ່ງທຶນຈາກ ພາຍໃນ ແລະ ຕ່າງປະເທດ ເພື່ອປະກອບໃຫ້ ກຄຟ;
7. ຕິດຕາມ ກວດກາ ແລະ ປະເມີນຜົນການນຳໃຊ້ເງິນ ກຄຟ ໃຫ້ຖືກຕ້ອງຕາມ ເປົ້າໝາຍ ແລະ ແຜນການ ຢ່າງມີປະສິດທິຜົນ;
8. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງ ກຄຟ ຕໍ່ລັດຖະບານຢ່າງເປັນປົກກະຕິ;
9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການຂອງ ກຄຟ.
第ມາດຕາ 12条
第12条 基金管理委员会会议
基金管理委员会会议每年至少举行两次,如有重要问题需要协商和审议决定,可根据基金管理委员会主席的召集举行特别会议,须有基金管理委员会成员三分之二以上出席。基金管理委员会会议的决议须经出席会议的基金管理委员会成员多数通过后方可生效。
如基金管理委员会主席缺席或不能履职,由被授权的基金管理委员会副主席代为履职。
ພາສາລາວ (老挝语原文)
ມາດຕາ 12 ກອງປະຊຸມສະພາບໍລິຫານກອງທຶນ
ກອງປະຊຸມສະພາບໍລິຫານ ກຄຟ ຈັດຂຶ້ນຢ່າງໜ້ອຍສອງຄັ້ງຕໍ່ປີ, ໃນກໍລະນີ ມີບັນຫາສຳຄັນ ທີ່ຕ້ອງໄດ້ປຶກສາຫາລື ແລະ ພິຈາລະນາຕົກລົງ ກໍສາມາດຈັດກອງປະຊຸມວິສາມັນຂຶ້ນໄດ້ ຕາມການເອີ້ນປະຊຸມຂອງປະທານສະພາບໍລິຫານ ກຄຟ, ໂດຍມີສະມາຊິກສະພາບໍລິຫານ ກຄຟ ເຂົ້າຮ່ວມແຕ່ສອງສ່ວນສາມຂຶ້ນໄປ. ມະຕິຂອງກອງປະຊຸມສະພາບໍລິຫານ ກຄຟ ຈະມີຜົນບັງຄັບໃຊ້ ກໍຕໍ່ເມື່ອໄດ້ຮັບການຮັບຮອງຈາກສຽງສ່ວນຫຼາຍຂອງສະມາຊິກສະພາບໍລິຫານ ກຄຟ ທີ່ເຂົ້າຮ່ວມກອງປະຊຸມ.
ໃນກໍລະນີ ປະທານສະພາບໍລິຫານ ກຄຟ ບໍ່ຢູ່ ຫຼື ຕິດຂັດ ໃຫ້ຮອງປະທານສະພາບໍລິຫານ ກຄຟ ຜູ້ທີ່ຖືກມອບໝາຍເປັນຜູ້ປະຕິບັດໜ້າທີ່ແທນ.
本页展示前 12 条,全文共 21 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读