ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການສຳຫຼວດວັດແທກ ແລະ ສ້າງແຜນທີ່

测量与制图法实施指南

Guidelines for Implementation of the Surveying and Mapping Law

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການຮ່ວມມືສາກົນ, ການວັດແທກສະເພາະ, ການຖ່າຍຮູບ ແລະ ການຈັດການແຜນທີ່ໃນຂົງເຂດການວັດແທກ, ການສ້າງແຜນທີ່ ແລະ ຂໍ້ມູນພູມສາດພາຍໃນປະເທດລາວ, ໂດຍມີຈຸດໃຈກາງແມ່ນກຳນົດໃຫ້ກະຊວງພາຍໃນເປັນຜູ້ຄຸ້ມຄອງລວມ ແລະ ທຸກພາກສ່ວນຕ້ອງປະຕິບັດຕາມຂັ້ນຕອນການອະນຸຍາດ, ການລາຍງານ ແລະ ການປະສານງານ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 8 ການຮ່ວມມືສາກົນ
ລັດສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປະຕິບັດຕາມນະໂຍບາຍການຕ່າງປະເທດຂອງ ສປປ ລາວ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ; ຮັບປະກັນການຮັກສາຄວາມລັບຂອງຊາດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ ແລະ ຄວາມສະເໝີພາບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດ ຂົງເຂດວຽກງານສຳຫຼວດວັດແທກ ແລະ ສ້າງແຜນທີ່ ມີດັ່ງນີ້:
1) ການແລກປ່ຽນຊ່ຽວຊານ ແລະ ວິຊາການ, ການບຳລຸງກໍ່ສ້າງ, ຝຶກອົບຮົມ ພັດທະນາຊັບພະຍາກອນມະນຸດ ຂົງເຂດວຽກງານສຳຫຼວດວັດແທກ ແລະ ສ້າງແຜນທີ່;
2) ຮ່ວມມືຄົ້ນຄວ້າວິທະຍາສາດ, ການນຳໃຊ້-ຖ່າຍທອດ ແລະ ການພັດທະນາເຕັກໂນໂລຊີດ້ານການສຳຫຼວດວັດແທກ ແລະ ສ້າງແຜນທີ່;
3) ການແລກປ່ຽນຂໍ້ມູນ-ຜະລິດຕະພັນ ການສຳຫຼວດວັດແທກ, ແຜນທີ່, ຂໍ້ມູນຂ່າວສານພູມສາດ;
4) ການຮ່ວມມືຈັດຕັ້ງກອງປະຊຸມ, ເຂົ້າຮ່ວມກອງປະຊຸມ, ຈັດສຳມະນາ, ເວທີປຶກສາຫາລືສາກົນ;
5) ການປະຕິບັດກິດຈະກຳ, ການດຳເນີນທຸລະກິດ, ໂຄງການຮ່ວມມື, ໂຄງການຊ່ວຍເຫຼືອລ້າ, ໂຄງການກູ້ຢືມ.
ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍວິສາຫະກິດ, ບໍລິສັດ ທີ່ມີການເຄື່ອນໄຫວຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ຕາມ 5 ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດຂ້າງເທິງຕ້ອງລາຍງານກ່ຽວກັບການເຄື່ອນໄຫວຮ່ວມມືຂອງຕົນ ປີລະຄັ້ງ ໃນທຸກໆທ້າຍປີ ຕໍ່ ກະຊວງພາຍໃນ.
ພະແນກພາຍໃນແຂວງ/ນະຄອນຫຼວງ, ຫ້ອງການພາຍໃນຂັ້ນເມືອງ ທີ່ມີຈຸດປະສົງເຄື່ອນໄຫວການຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ຕາມ 4 ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດຂ້າງເທິງ ຄື: ເນື້ອໃນທີ 2, 3, 4 ແລະ 5 ຕ້ອງລາຍງານ, ປະສານສົມທົບ, ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຮ່ວມມືຂອງຕົນ ກັບ ກະຊວງພາຍໃນ ກ່ອນດຳເນີນການເຄື່ອນໄຫວຮ່ວມມື.
ບັນດາກະຊວງ, ອົງການທຽບເທົ່າ, ແຂວງ/ນະຄອນຫຼວງ ທີ່ມີຈຸດປະສົງການເຄື່ອນໄຫວການຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ຕາມ 4 ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດຂ້າງເທິງ ຄື: ເນື້ອໃນທີ 2, 3, 4 ແລະ 5 ຕ້ອງປະສານສົມທົບ ກັບ ກະຊວງພາຍໃນ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ