测量与制图法实施指南

ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການສຳຫຼວດວັດແທກ ແລະ ສ້າງແຜນທີ່

Guidelines for Implementation of the Surveying and Mapping Law

简介

该法规调整老挝境内测量、制图及地理信息领域的国际合作、专项测量、摄影与地图管理等行为,核心是规定内政部统一管理及各方须遵守的许可、报告与协调程序。

Summary

This regulation adjusts behaviors in surveying, mapping, and geographic information fields in Laos, including international cooperation, special surveys, photography, and map management, with the core being unified management by the Ministry of Home Affairs and required procedures for permits, reporting, and coordination.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການຮ່ວມມືສາກົນ, ການວັດແທກສະເພາະ, ການຖ່າຍຮູບ ແລະ ການຈັດການແຜນທີ່ໃນຂົງເຂດການວັດແທກ, ການສ້າງແຜນທີ່ ແລະ ຂໍ້ມູນພູມສາດພາຍໃນປະເທດລາວ, ໂດຍມີຈຸດໃຈກາງແມ່ນກຳນົດໃຫ້ກະຊວງພາຍໃນເປັນຜູ້ຄຸ້ມຄອງລວມ ແລະ ທຸກພາກສ່ວນຕ້ອງປະຕິບັດຕາມຂັ້ນຕອນການອະນຸຍາດ, ການລາຍງານ ແລະ ການປະສານງານ.

条文

第ມາດຕາ 1条

第8条 国际合作
国家促进与外国、地区和国际在测量、航空摄影、陆域水域摄影、卫星图像使用、制图和地理信息系统工作方面的关系与合作,基于尊重独立、主权、统一和领土完整,遵循老挝人民民主共和国的外交政策、老挝人民民主共和国作为缔约方的条约及相关国际公约;确保保守国家秘密、国防安全、社会治安秩序和公平,各方互利共赢。
与外国在测量和制图工作领域合作的基本内容如下:
1) 交流专家和技术人员,培训、培养人力资源,涉及测量和制图工作领域;
2) 合作进行科学研究、应用、转让和开发测量和制图技术;
3) 交换测量产品、地图、地理信息数据;
4) 合作组织会议、参加会议、举办研讨会、国际论坛;
5) 开展活动、经营业务、合作项目、无偿援助项目、贷款项目。
个人、法人、企业单位、公司从事与外国在测量、航空摄影、陆域水域摄影、卫星图像使用、制图和地理信息系统方面的合作活动,须按照上述与外国合作的5项基本内容,每年一次在每年年底向内政部报告其合作活动。
省/首都内政厅、县级内政办公室,其目的是从事与外国在测量、航空摄影、陆域水域摄影、卫星图像使用、制图和地理信息系统方面的合作活动,须按照上述与外国合作的4项基本内容,即:第2、3、4和5项内容,必须向内政部报告、协调、商讨其合作活动计划,然后再开展合作活动。
各部、同等机构、省/首都,其目的是从事与外国在测量、航空摄影、陆域水域摄影、卫星图像使用、制图和地理信息系统方面的合作活动,须按照上述与外国合作的4项基本内容,即:第2、3、4和5项内容,必须与内政部协调。

ພາສາລາວ (老挝语原文)

ມາດຕາ 8 ການຮ່ວມມືສາກົນ
ລັດສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປະຕິບັດຕາມນະໂຍບາຍການຕ່າງປະເທດຂອງ ສປປ ລາວ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ; ຮັບປະກັນການຮັກສາຄວາມລັບຂອງຊາດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ ແລະ ຄວາມສະເໝີພາບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດ ຂົງເຂດວຽກງານສຳຫຼວດວັດແທກ ແລະ ສ້າງແຜນທີ່ ມີດັ່ງນີ້:
1) ການແລກປ່ຽນຊ່ຽວຊານ ແລະ ວິຊາການ, ການບຳລຸງກໍ່ສ້າງ, ຝຶກອົບຮົມ ພັດທະນາຊັບພະຍາກອນມະນຸດ ຂົງເຂດວຽກງານສຳຫຼວດວັດແທກ ແລະ ສ້າງແຜນທີ່;
2) ຮ່ວມມືຄົ້ນຄວ້າວິທະຍາສາດ, ການນຳໃຊ້-ຖ່າຍທອດ ແລະ ການພັດທະນາເຕັກໂນໂລຊີດ້ານການສຳຫຼວດວັດແທກ ແລະ ສ້າງແຜນທີ່;
3) ການແລກປ່ຽນຂໍ້ມູນ-ຜະລິດຕະພັນ ການສຳຫຼວດວັດແທກ, ແຜນທີ່, ຂໍ້ມູນຂ່າວສານພູມສາດ;
4) ການຮ່ວມມືຈັດຕັ້ງກອງປະຊຸມ, ເຂົ້າຮ່ວມກອງປະຊຸມ, ຈັດສຳມະນາ, ເວທີປຶກສາຫາລືສາກົນ;
5) ການປະຕິບັດກິດຈະກຳ, ການດຳເນີນທຸລະກິດ, ໂຄງການຮ່ວມມື, ໂຄງການຊ່ວຍເຫຼືອລ້າ, ໂຄງການກູ້ຢືມ.
ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍວິສາຫະກິດ, ບໍລິສັດ ທີ່ມີການເຄື່ອນໄຫວຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ຕາມ 5 ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດຂ້າງເທິງຕ້ອງລາຍງານກ່ຽວກັບການເຄື່ອນໄຫວຮ່ວມມືຂອງຕົນ ປີລະຄັ້ງ ໃນທຸກໆທ້າຍປີ ຕໍ່ ກະຊວງພາຍໃນ.
ພະແນກພາຍໃນແຂວງ/ນະຄອນຫຼວງ, ຫ້ອງການພາຍໃນຂັ້ນເມືອງ ທີ່ມີຈຸດປະສົງເຄື່ອນໄຫວການຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ຕາມ 4 ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດຂ້າງເທິງ ຄື: ເນື້ອໃນທີ 2, 3, 4 ແລະ 5 ຕ້ອງລາຍງານ, ປະສານສົມທົບ, ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຮ່ວມມືຂອງຕົນ ກັບ ກະຊວງພາຍໃນ ກ່ອນດຳເນີນການເຄື່ອນໄຫວຮ່ວມມື.
ບັນດາກະຊວງ, ອົງການທຽບເທົ່າ, ແຂວງ/ນະຄອນຫຼວງ ທີ່ມີຈຸດປະສົງການເຄື່ອນໄຫວການຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານສຳຫຼວດວັດແທກ, ຖ່າຍພາບທາງອາກາດ, ຖ່າຍພາບພາກພື້ນດິນ-ພື້ນນໍ້າ, ການນຳໃຊ້ພາບຖ່າຍດາວທຽມ, ການສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ຕາມ 4 ເນື້ອໃນພື້ນຖານການຮ່ວມມືກັບຕ່າງປະເທດຂ້າງເທິງ ຄື: ເນື້ອໃນທີ 2, 3, 4 ແລະ 5 ຕ້ອງປະສານສົມທົບ ກັບ ກະຊວງພາຍໃນ.

第ມາດຕາ 2条

第16条 专项测量
个人、法人、企业单位、公司、组织,无论是国有还是私营、国内还是国外,为服务于自身某项专项工作而组织实施测量,特别是为各类项目特许权进行土地面积测量,以便与地方在管理、使用土地方面保持一致,避免像过去曾发生的那样出现土地重叠问题,若该土地涉及连接边界线,则按如下执行:
1) 若拟移交的土地覆盖或涉及省与省、省与首都之间的连接边界线,则应通知内政部国家测绘局,由其根据作为连接边界管理者的内政部门的职责权限,实地检查土地面积,以确保不发生土地重叠或侵犯连接边界的问题;
2) 若拟移交的土地覆盖或涉及县与县之间的连接边界线,则应通知省/市内政厅,由其根据作为连接边界管理者的内政部门的职责权限,实地检查土地面积,以确保不发生土地重叠或侵犯连接边界的问题;
3) 专项测量网络是指为专项工作而建立和测量的各点,必须依据国家测量基准网和各层级已确定的技术标准。

ພາສາລາວ (老挝语原文)

ມາດຕາ 16 ການສຳຫຼວດວັດແທກວຽກສະເພາະ
ການສຳຫຼວດວັດແທກວຽກສະເພາະຂອງ ບຸກຄົນ, ນິຕິບຸກຄົນ, ທົວໜ່ວຍວິສາຫະກິດ, ບໍລິສັດ, ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພາຍໃນ ແລະ ຕ່າງປະເທດ ທີ່ຈັດຕັ້ງປະຕິບັດການສຳຫຼວດວັດແທກ ເພື່ອຮັບໃຊ້ວຽກງານສະເພາະໃດໜຶ່ງຂອງຕົນ ໂດຍສະເພາະ ການສຳຫຼວດວັດແທກເນື້ອທີ່ດິນໃຫ້ແກ່ການສຳປະທານຂອງໂຄງການຕ່າງໆ ເພື່ອຄວາມເປັນເອກະພາບກັບທ້ອງຖິ່ນໃນການຄຸ້ມຄອງ, ນຳໃຊ້ທີ່ດິນ, ຫຼີກລ້ຽງການມອບເນື້ອທີ່ດິນທັບຊ້ອນ ດັ່ງທີ່ເຄີຍເກີດຂຶ້ນໃນໄລຍະຜ່ານມາ ຖ້າຫາກເນື້ອທີ່ດິນດັ່ງກ່າວມີຄວາມກ່ຽວຂ້ອງເຖິງເສັ້ນເຂດແດນເຊື່ອມຕໍ່ ໃຫ້ປະຕິບັດ ດັ່ງນີ້:
1) ກໍລະນີ ເນື້ອທີ່ດິນທີ່ຈະມອບກວມເອົາ ຫຼື ມີຄວາມກ່ຽວຂ້ອງເຖິງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງແຂວງກັບແຂວງ ແຂວງກັບນະຄອນຫຼວງ ແມ່ນໃຫ້ແຈ້ງຕໍ່ກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ລົງກວດກາເນື້ອທີ່ຕົວຈິງ ຕາມພາລະບົດບາດ, ໜ້າທີ່ ຂອງຂະແໜງການພາຍໃນ ທີ່ເປັນຜູ້ຄຸ້ມຄອງເຂດແດນເຊື່ອມຕໍ່ ເພື່ອຮັບປະກັນບໍ່ໃຫ້ມີບັນຫາເນື້ອທີ່ດິນທັບຊ້ອນ ຫຼື ລ່ວງລໍ້າເຂດແດນເຊື່ອມຕໍ່;
2) ກໍລະນີ ເນື້ອທີ່ດິນທີ່ຈະມອບກວມເອົາ ຫຼື ມີຄວາມກ່ຽວຂ້ອງເຖິງເສັ້ນເຂດແດນເຊື່ອມຕໍ່ລະຫວ່າງເມືອງກັບເມືອງ ແມ່ນໃຫ້ແຈ້ງຕໍ່ພະແນກພາຍໃນແຂວງ/ນະຄອນຫຼວງ ລົງກວດກາເນື້ອທີ່ຕົວຈິງ ຕາມພາລະບົດບາດ, ໜ້າທີ່ ຂອງຂະແໜງການພາຍໃນ ທີ່ເປັນຜູ້ຄຸ້ມຄອງເຂດແດນເຊື່ອມຕໍ່ ເພື່ອຮັບປະກັນບໍ່ໃຫ້ມີບັນຫາເນື້ອທີ່ດິນທັບຊ້ອນ ຫຼື ລ່ວງລໍ້າເຂດແດນເຊື່ອມຕໍ່;
3) ຕາໜ່າງການສຳຫຼວດວັດແທກວຽກສະເພາະ ແມ່ນບັນດາຈຸດທີ່ກໍ່ສ້າງ ແລະ ວັດແທກວຽກສະເພາະ ຕ້ອງອີງໃສ່ຕາໜ່າງເຄົ້າການສຳຫຼວດວັດແທກແຫ່ງຊາດ ແລະ ມາດຕະຖານເຕັກນິກຂອງແຕ່ລະຂັ້ນທີ່ໄດ້ກຳນົດໄວ້.

第ມາດຕາ 3条

第3条 国家平面控制网、国家高程控制网、地球重力场网和连续运行基准站网,用于其专项工作,在全国范围内实现统一。

ພາສາລາວ (老挝语原文)

ມາດຕາ 3 ຕາໜ່າງເຄົ້າພິກັດທາງຮາບແຫ່ງຊາດ, ຕາໜ່າງເຄົ້າລະດັບສູງແຫ່ງຊາດ, ຕາໜ່າງແຮງດຶງດູດຂອງໜວຍໂລກ ແລະ ຕາໜ່າງສະຖານີອ້າງອີງການລັດແທກແບບຕໍ່ເນື່ອງ ເພື່ອນຳໃຊ້ເຂົ້າໃນວຽກສະເພາະຂອງຕົນ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

第ມາດຕາ 4条

第4条 摄影责任
内政部负责管理摄影工作,以服务于国土调查、勘探建设各类活动以及老挝人民民主共和国境内的地图制作。
任何个人、法人或组织,无论是国内还是国外,旨在进行摄影以服务于国土调查、勘探建设各类活动以及老挝人民民主共和国境内的地图制作,必须向内政部申请许可,例如:有人驾驶飞机航空摄影、无人驾驶飞机、各类车辆地面摄影、水下勘测摄影以及其他摄影设备,按照内政部关于申请经营测量和地图制作业务许可的指导(详见附件01)。
+ 飞行摄影许可
有意进行航空摄影以服务于国土调查、勘探建设各类活动以及地图制作的人员,必须向内政部提交申请,文件包括:
1) 关于申请飞行摄影许可的申请书;
2) 摄影实施行动计划,其中必须注明飞行摄影时段、飞行摄影高度、实施摄影的区域范围、飞机信息、摄影设备技术信息、飞行员或飞机操作员信息;
3) 来自公共工程与运输部民航局、国防部作战司及相关部门的有关许可(详见附件02和03)。
- 颁发摄影许可后,发证机关将通知摄影区域的内部部门,以协调、合作、提供各种便利并监督摄影勘测的实施。

ພາສາລາວ (老挝语原文)

ມາດຕາ 4 ຄວາມຮັບຜິດຊອບກ່ຽວກັບການຖ່າຍພາບ
ກະຊວງພາຍໃນ ເປັນຜູ້ຄຸ້ມຄອງວຽກງານຖ່າຍພາບ ເພື່ອຮັບໃຊ້ເຂົ້າໃນວຽກງານ ສຳຫຼວດພື້ນທີ່, ສຳຫຼວດຂຸດຄົ້ນ-ກໍ່ສ້າງ ກິດຈະການຕ່າງໆ ແລະ ການສ້າງແຜນທີ່ ໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຖ່າຍພາບ ເພື່ອຮັບໃຊ້ເຂົ້າໃນວຽກງານສຳຫຼວດພື້ນທີ່, ສຳຫຼວດຂຸດຄົ້ນ-ກໍ່ສ້າງ ກິດຈະການຕ່າງໆ ແລະ ການສ້າງແຜນທີ່ ໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອງຂໍອະນຸຍາດຈາກ ກະຊວງພາຍໃນ ເຊັ່ນ: ຖ່າຍພາບທາງອາກາດດ້ວຍເຮືອບິນມີຄົນຂັບ, ເຮືອບິນບໍ່ມີຄົນຂັບ, ຖ່າຍພາບພາກພື້ນດິນດ້ວຍພາຫະນະຕ່າງໆ ແລະ ການຖ່າຍພາບສຳຫຼວດພື້ນນ້ຳ ແລະ ເຄື່ອງຖ່າຍພາບອື່ນ ຕາມຄຳແນະນຳຂອງກະຊວງພາຍໃນ ກ່ຽວກັບການຂໍອະນຸຍາດດຳເນີນທຸລະກິດກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່ (ລາຍລະອຽດ ເບິ່ງຕາມເອກະສານຊ້ອນທ້າຍ 01).
+ ການຂໍອະນຸຍາດບິນຖ່າຍພາບ
ຜູ້ມີຈຸດປະສົງ ບິນຖ່າຍພາບທາງອາກາດ ເພື່ອຮັບໃຊ້ເຂົ້າໃນວຽກງານສຳຫຼວດພື້ນທີ່, ສຳຫຼວດຂຸດຄົ້ນ-ກໍ່ສ້າງ ກິດຈະການຕ່າງໆ ແລະ ການສ້າງແຜນທີ່ ຕ້ອງຍື່ນຄຳຮ້ອງຕໍ່ກະຊວງພາຍໃນ, ເອກະສານປະກອບມີ:
1) ໃບຄຳຮ້ອງກ່ຽວກັບການຂໍອະນຸຍາດ ບິນຖ່າຍພາບ;
2) ແຜນການເຄື່ອນໄຫວຈັດຕັ້ງປະຕິບັດການຖ່າຍພາບ ໃນນີ້ຕ້ອງລະບຸໄລຍະເວລາບິນຖ່າຍພາບ, ຄວາມສູງບິນຖ່າຍພາບ, ຂອບເຂດພື້ນທີ່ ທີ່ຈະຈັດຕັ້ງປະຕິບັດການຖ່າຍພາບ, ຂໍ້ມູນກ່ຽວກັບເຮືອບິນ, ຂໍ້ມູນເຕັກນິກກ້ອງຖ່າຍພາບ, ຂໍ້ມູນຜູ້ຂັບເຮືອບິນ ຫຼື ຜູ້ປະຕິບັດການບັນຊາເຮືອບິນ;
3) ໃບອະນຸຍາດກ່ຽວຂ້ອງຈາກກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກົມສູ້ຮົບ ກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ; (ລາຍລະອຽດ ເບິ່ງຕາມເອກະສານຊ້ອນທ້າຍ 02 ແລະ 03).
- ພາຍຫຼັງອອກໃບອະນຸຍາດກ່ຽວກັບການຖ່າຍພາບແລ້ວ, ຜູ້ອອກໃບອະນຸຍາດຈະແຈ້ງການເຖິງຂະແໜງພາຍໃນ ບ່ອນພື້ນທີ່ຈະຖ່າຍພາບ ເພື່ອປະສານສົມທົບ, ຮ່ວມມື, ອຳນວຍຄວາມສະດວກຕ່າງໆ ແລະ ຕິດຕາມການຈັດຕັ້ງປະຕິບັດການສຳຫຼວດຖ່າຍພາບ.

第ມາດຕາ 5条

第5条 专题地图的创建
专题地图包括:
国家边界线图;
连接边界线图;
行政区划图;
国防-安全图;
地籍图;
森林图;
水文图;
交通图;
地下项目活动图;
灾害风险图;
地质和矿产图;
其他相关专题地图。
其他相关专题地图,例如:编号系统图、导航图、旅游图和其他专题地图,在公布使用前,必须经过内政部对地图内容的检查。

ພາສາລາວ (老挝语原文)

ມາດຕາ 5 ການສ້າງແຜນທີ່ວຽກສະເພາະ
ແຜນທີ່ວຽກສະເພາະມີ ດັ່ງນີ້:
ແຜນທີ່ເສັ້ນຊາຍແດນແຫ່ງຊາດ;
ແຜນທີ່ເສັ້ນເຂດແດນເຊື່ອມຕໍ່;
ແຜນທີ່ການປົກຄອງ;
ແຜນທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
ແຜນທີ່ຕາດິນ;
ແຜນທີ່ປ່າໄມ້;
ແຜນທີ່ອຸທົກກະສາດ;
ແຜນທີ່ຄົມມະນາຄົມ;
ແຜນທີ່ກິດຈະກຳໂຄງການໃຕ້ດິນ;
ແຜນທີ່ຄວາມສ່ຽງໄພພິບັດ;
ແຜນທີ່ທໍລະນີສາດ ແລະ ແຮ່ທາດ;
ແຜນທີ່ວຽກສະເພາະອື່ນທີ່ກ່ຽວຂ້ອງ.
ແຜນທີ່ວຽກສະເພາະອື່ນທີ່ກ່ຽວຂ້ອງເປັນຕົ້ນ ແຜນທີ່ລະບົບຕົວເລກ, ແຜນທີ່ນຳພາທາງ, ແຜນທີ່ທ່ອງທ່ຽວ ແລະ ແຜນທີ່ວຽກສະເພາະອື່ນ ກ່ອນປະກາດນຳໃຊ້ ຕ້ອງຜ່ານການກວດກາດ້ານເນື້ອໃນແຜນທີ່ຈາກກະຊວງພາຍໃນ.

第ມາດຕາ 6条

第6条 测量和制图工具的进出口

有意进出口测量和制图工具的个人、法人或组织,必须获得工业和贸易部的许可,然后到内政部进行登记。

- 所需文件包括:

1) 工具设备登记申请表;
2) 工具设备进口许可证;
3) 工具设备清单;
4) 其他相关文件和信息。

ພາສາລາວ (老挝语原文)

ມາດຕາ 6 ການນຳເຂົ້າ-ສົ່ງອອກ ເຄື່ອງມືສຳຫຼວດວັດແທກ ແລະ ສ້າງແຜນທີ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງ ນຳເຂົ້າ-ສົ່ງອອກ ເຄື່ອງມືການສຳຫຼວດວັດແທກ ແລະ ສ້າງແຜນທີ່ ຕ້ອງຂໍອະນຸຍາດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ຫຼັງຈາກນັ້ນໃຫ້ມາຂຶ້ນທະບຽນນຳ ກະຊວງພາຍໃນ.

- ເອກະສານ ປະກອບມີ:

1) ໃບຄຳຮ້ອງຂໍຂຶ້ນທະບຽນເຄື່ອງມືອຸປະກອນ;
2) ໃບອະນຸຍາດນຳເຂົ້າເຄື່ອງມືອຸປະກອນ;
3) ບັນຊີລາຍການເຄື່ອງມືອຸປະກອນ;
4) ເອກະສານ, ຂໍ້ມູນ ກ່ຽວຂ້ອງອື່ນ.

第ມາດຕາ 7条

第7条 关于测绘和制图业务的审批

所有关于测绘和制图的业务活动,必须按照测绘和制图法及相关规定获得正确的经营许可。

个人、法人、企业单位、公司,无论是国内还是国外,有意在老挝人民民主共和国境内从事测绘和制图业务的,在向工业和贸易部门或计划投资部门注册企业后,必须向内政部申请许可,以开展各项活动。

+ 许可的活动类型:
- 一、二、三级及技术级坐标点测量;
- 一、二、三级及技术级高程测量;
- 面积小于20平方公里的地形图测绘;
- 为专项设计服务的测量;
- 使用有人驾驶和无人驾驶飞机(UAV)进行航空摄影,以及地面和水面摄影以制图;
- 地形图和专题图的修饰绘制;
- 地理信息服务;
- 关于测绘、制图和地理信息的咨询服务;
- 专题图的印刷发行;
- 技术检查、租赁或销售测绘和制图仪器的服务。

+ 所需文件:
- 关于测绘和制图活动的许可申请,申请内容必须注明需要许可开展的活动类型;
- 经济技术分析报告、公司活动计划;
- 工作人员简历;
- 关于测绘和制图仪器的文件;
- 附件:企业注册证副本,附有工业和贸易部门的推荐信及相关文件。

ພາສາລາວ (老挝语原文)

ມາດຕາ 7 ການພິຈາລະນາອະນຸຍາດດຳເນີນທຸລະກິດ ກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່

ທຸກການເຄື່ອນໄຫວດຳເນີນທຸລະກິດ ກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່ ຕ້ອງໄດ້ຮັບອະນຸຍາດດຳເນີນກິດຈະການທີ່ຖືກຕ້ອງຕາມກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່ ແລະ ຕາມລະບຽບການທີ່ກ່ຽວຂ້ອງ.

ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍວິສາຫະກິດ, ບໍລິສັດ, ທັງພາຍໃນ ແລະ ຕ່າງປະເທດ, ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່ ໃນດິນແດນ ສປປ ລາວ, ພາຍຫຼັງຂຶ້ນທະບຽນວິສາຫະກິດກັບຂະແໜງການອຸດສາຫະກຳ ແລະ ການຄ້າ ຫຼື ຂະແໜງການແຜນການ ແລະ ການລົງທຶນ ແລ້ວຕ້ອງມາຂໍອະນຸຍາດເພື່ອເຄື່ອນໄຫວດຳເນີນກິດຈະການຕ່າງໆ ກັບກະຊວງພາຍໃນ.

+ ປະເພດກິດຈະການ ທີ່ອະນຸຍາດ:
- ການສຳຫຼວດວັດແທກຈຸດພິກັດ ຂັ້ນ 1, ຂັ້ນ 2, ຂັ້ນ 3, ຂັ້ນເຕັກນິກ;
- ການສຳຫຼວດວັດແທກລະດັບສູງ ຂັ້ນ 1, ຂັ້ນ 2, ຂັ້ນ 3, ຂັ້ນເຕັກນິກ;
- ການສຳຫຼວດວັດແທກສ້າງແຜນທີ່ພູມສັນຖານ ທີ່ມີເນື້ອທີ່ນ້ອຍກວ່າ 20 ກິໂລຕາແມັດ;
- ການສຳຫຼວດວັດແທກ ເພື່ອອອກແບບຮັບໃຊ້ວຽກສະເພາະ;
- ການບິນຖ່າຍພາບທາງອາກາດດ້ວຍເຮືອບິນມີຄົນຂັບ ແລະ ບໍ່ມີຄົນຂັບ (UAV), ຖ່າຍພາບພື້ນດິນ ແລະ ພື້ນນ້ຳ ເພື່ອສ້າງແຜນທີ່;
- ການຕົກແຕ່ງແຕ້ມແຜນທີ່ພູມສັນຖານ ແລະ ແຜນທີ່ວຽກສະເພາະ;
- ການບໍລິການ ຂໍ້ມູນຂ່າວສານພູມສາດ;
- ການບໍລິການ ໃຫ້ຄຳປຶກສາກ່ຽວກັບການສຳຫຼວດວັດແທກ, ສ້າງແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ;
- ການພິມຈຳໜ່າຍແຜນທີ່ວຽກສະເພາະ;
- ການບໍລິການ ກວດກາເຕັກນິກ, ໃຫ້ເຊົ່າ ຫຼື ຈຳໜ່າຍ ເຄື່ອງມືສຳຫຼວດວັດແທກ ແລະ ສ້າງແຜນທີ່.

+ ເອກະສານປະກອບ:
- ຄຳຮ້ອງຂໍອະນຸຍາດດຳເນີນກິດຈະການກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່, ເນື້ອໃນຄຳຮ້ອງ ຕ້ອງລະບຸປະເພດກິດຈະການ ທີ່ຕ້ອງການຂໍອະນຸຍາດເຄື່ອນໄຫວດຳເນີນກິດຈະການເຫຼົ່ານັ້ນ;
- ບົດວິເຄາະເສດຖະກິດ-ເຕັກນິກ, ແຜນການເຄື່ອນໄຫວດຳເນີນກິດຈະການຂອງບໍລິສັດ;
- ຊີວະປະຫວັດພະນັກງານ;
- ເອກະສານປະກອບກ່ຽວກັບເຄື່ອງມືສຳຫຼວດວັດແທກ ແລະ ສ້າງແຜນທີ່;
- ເອກະສານຕິດແນບ: ໃບທະບຽນວິສາຫະກິດສະບັບຈຳລອງ ພ້ອມດ້ວຍໜັງສືແນະນຳຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ.

第ມາດຕາ 8条

第8条 强制措施
任何个人、法人或组织如有违反关于测绘和制图的法律、本指导意见、通知、决定、规章及其他有关在老挝人民民主共和国境内进行测绘和制图活动的行为,将根据具体情况被处以罚款、民事赔偿如下:
1) 无许可证从事测绘和制图业务的,每次处以18,000,000基普罚款;
2) 允许他人使用测绘和制图业务许可证的,每次处以9,000,000基普罚款;
3) 无执业许可证从事测绘和制图职业的,每次处以4,000,000基普罚款;
4) 允许他人使用测绘和制图职业许可证的,每次处以3,000,000基普罚款;
5) 持有未经内政部技术认证登记的测绘和制图仪器的,按该仪器价值的百分之三(3%)处以罚款,每台/次;
6) 未经内政部批准且未经过地图内容审查而出版地图的,处以罚款:专题地图每次5,000,000基普,面积大于20平方公里的地形图每次25,000,000基普,面积大于4平方公里的城区地图每次5,000,000基普;
7) 未经许可出版测绘和制图数据或产品的,每次处以2,000,000至10,000,000基普罚款,视数据/产品数量而定;
8) 侵犯测绘和制图数据或产品版权的,包括但不限于:未经授权对数据/产品进行任何变更、修改、调整、伪造的,每次处以1,000,000至10,000,000基普罚款,视数据/产品数量而定;
9) 向任何个人、法人或组织提供或销售测绘和制图数据/产品时,仅限您本人使用,未经内政部许可禁止转交给他人(转让给第三方)使用,违规者每次处以1,000,000至5,000,000基普罚款,视数据/产品数量而定;
10) 破坏或损坏国家测绘基础设施,例如:国家平面控制点、国家高程控制点、国家重力点、连续运行参考站(CORS)点(无论故意或过失),将按该国家测绘基础设施的价值进行赔偿罚款;
11) 使用有人驾驶飞机、无人驾驶飞机及其他航空器(直升机、无人机等)进行航空摄影,以进行区域勘察、勘探-建设各类项目及制图,未经许可的,每次处以项目摄影价值的50%罚款。

ພາສາລາວ (老挝语原文)

ມາດຕາ 8 ມາດຕະການບັງຄັບ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີພຶດຕິກຳໃດໜຶ່ງທີ່ເປັນການລະເມີດກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່, ຄຳແນະນຳ, ແຈ້ງການ, ຂໍ້ຕົກລົງ, ລະບຽບການຕ່າງໆ ກ່ຽວກັບການເຄື່ອນໄຫວດຳເນີນວຽກງານສຳຫຼວດວັດແທກ ແລະ ສ້າງແຜນທີ່ ໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຖືກປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຕາມແຕ່ລະກໍລະນີ ດັ່ງນີ້:
1) ດຳເນີນທຸລະກິດກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່ ໂດຍບໍ່ມີໃບຮັບອະນຸຍາດ ຈະຖືກປັບໃໝ 18.000.000 ກີບ ຕໍ່ຄັ້ງ;
2) ໃຫ້ຜູ້ອື່ນນຳໃຊ້ໃບອະນຸຍາດດຳເນີນທຸລະກິດກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່ ຈະຖືກປັບໃໝ 9.000.000 ກີບ ຕໍ່ຄັ້ງ;
3) ປະກອບວິຊາຊີບການສຳຫຼວດວັດແທກ ແລະ ສ້າງແຜນທີ່ ໂດຍບໍ່ມີໃບອະນຸຍາດ ຈະຖືກປັບໃໝ 4.000.000 ກີບ ຕໍ່ຄັ້ງ;
4) ໃຫ້ຜູ້ອື່ນນຳໃຊ້ໃບອະນຸຍາດປະກອບວິຊາຊີບການສຳຫຼວດວັດແທກ ແລະ ສ້າງແຜນທີ່ ຈະຖືກປັບໃໝ 3.000.000 ກີບ ຕໍ່ຄັ້ງ;
5) ຄອບຄອງເຄື່ອງມືສຳຫຼວດວັດແທກ ແລະ ສ້າງແຜນທີ່ ໂດຍບໍ່ລົງທະບຽນຢັ້ງຢືນຄວາມຖືກຕ້ອງທາງດ້ານເຕັກນິກຈາກກະຊວງພາຍໃນ ຈະຖືກປັບໃໝ ສາມສ່ວນຮ້ອຍ (3%) ຂອງມູນຄ່າເຄື່ອງມືດັ່ງກ່າວ ຕໍ່ 01 ເຄື່ອງ/ຄັ້ງ;
6) ຈັດພິມແຜນທີ່ ໂດຍບໍ່ຜ່ານການກວດກາເນື້ອໃນແຜນທີ່ ແລະ ບໍ່ໄດ້ຮັບອະນຸຍາດຈາກກະຊວງພາຍໃນ ຈະຖືກປັບໃໝ: ແຜນທີ່ສະເພາະກິດ ປັບໃໝ 5.000.000 ກີບ ຕໍ່ຄັ້ງ, ແຜນທີ່ພູມສັນຖານ ທີ່ມີເນື້ອທີ່ຢູ່ພື້ນທີ່ໃຫຍ່ກວ່າ 20 ກິໂລຕາແມັດ ປັບໃໝ 25.000.000 ກີບ ຕໍ່ຄັ້ງ ແລະ ສຳລັບເຂດຕົວເມືອງທີ່ມີພື້ນທີ່ໃຫຍ່ກວ່າ 04 ກິໂລຕາແມັດ ປັບໃໝ 5.000.000 ກີບ ຕໍ່ຄັ້ງ;
7) ສິ່ງພິມອອກຂໍ້ມູນ ຫຼື ຜະລິດຕະພັນ ການສຳຫຼວດວັດແທກ ແລະ ແຜນທີ່ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ແຕ່ 2.000.000 ຫາ 10.000.000 ກີບ ຕໍ່ຄັ້ງ, ຂຶ້ນກັບຈຳນວນຂໍ້ມູນ/ຜະລິດຕະພັນ;
8) ລະເມີດລິຂະສິດຂໍ້ມູນ ຫຼື ຜະລິດຕະພັນ ການສຳຫຼວດວັດແທກ ແລະ ແຜນທີ່ ເປັນຕົ້ນ: ການດຳເນີນການປ່ຽນແປງ, ດັດແກ້, ປັບປ່ຽນ, ປອມແປງ ໃດໆຕໍ່ກັບຂໍ້ມູນ/ຜະລິດຕະພັນ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ແຕ່ 1.000.000 ຫາ 10.000.000 ກີບ ຕໍ່ຄັ້ງ, ຂຶ້ນກັບຈຳນວນຂໍ້ມູນ/ຜະລິດຕະພັນ;
9) ການສະໜອງ ຫຼື ການບໍລິການ ຂໍ້ມູນ/ຜະລິດຕະພັນ ການສຳຫຼວດວັດແທກ ແລະ ແຜນທີ່ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ແມ່ນໃຫ້ສິດນຳໃຊ້ຈຳກັດຢູ່ພຽງແຕ່ຕົວທ່ານເທົ່ານັ້ນ, ຫ້າມເອົາໄປໃຫ້ຜູ້ອື່ນຕໍ່ໄປເພື່ອນຳໃຊ້ (ມອບຕໍ່ໃຫ້ບຸກຄົນທີ່ສາມ) ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງພາຍໃນ ກໍລະນີລະເມີດ ຈະຖືກປັບໃໝ ແຕ່ 1.000.000 ຫາ 5.000.000 ກີບ ຕໍ່ຄັ້ງ, ຂຶ້ນກັບຈຳນວນຂໍ້ມູນ/ຜະລິດຕະພັນ;
10) ກໍລະນີ ມີການທຳລາຍ ຫຼື ເຮັດໃຫ້ເສຍຫາຍ ໂຄງລ່າງພື້ນຖານສຳຫຼວດວັດແທກແຫ່ງຊາດ ເຊັ່ນ: ຈຸດຕາຫ່າງເຄົ້າພິກັດທາງຮາບແຫ່ງຊາດ, ຈຸດຕາຫ່າງເຄົ້າລະດັບສູງແຫ່ງຊາດ, ຈຸດຕາບນ່າງແຮງດຶງດູດຂອງໂລກ, ຈຸດຕາຫ່າງສະຖານີອ້າງອີງການວັດແທກແບບຕໍ່ເນື່ອງ (ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ) ຈະຖືກປັບໃໝທົດແທນຄືນຕາມມູນຄ່າຂອງໂຄງລ່າງພື້ນຖານສຳຫຼວດວັດແທກແຫ່ງຊາດດັ່ງກ່າວ;
11) ກໍລະນີ ດຳເນີນການບິນຖ່າຍພາບທາງອາກາດດ້ວຍເຮືອບິນມີຄົນຂັບ, ບໍ່ມີຄົນຂັບ ແລະ ນຳໃຊ້ພາຫະນະຕ່າງໆ ດຳເນີນການບິນຖ່າຍພາບທາງພາກພື້ນດິນ-ພື້ນນ້ຳ (ເຮລິຄອບເຕີ, ດຣອນ ແລະ ອື່ນໆ) ເພື່ອສຳຫຼວດພື້ນທີ່, ສຳຫຼວດຂຸດຄົ້ນ-ກໍ່ສ້າງກິດຈະການຕ່າງໆ ແລະ ການສ້າງແຜນທີ່ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 50% ຕໍ່ຄັ້ງ ຂອງມູນຄ່າໂຄງການຖ່າຍພາບ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译