甘蒙省城市秩序管理分配协议
ຂໍ້ຕົກລົງວ່າດ້ວຍ ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ພາຍໃນແຂວງ ຄຳມ່ວນ
Agreement on Urban Order Management Allocation in Khammouane Province
简介
该协议规定甘蒙省城市秩序管理的原则、规章和措施,旨在通过整治违规行为,实现城市美观、有序、安全与卫生。
Summary
This agreement stipulates principles, regulations, and measures for urban order management in Khammouane Province, aiming to achieve urban beauty, order, safety, and hygiene through rectifying violations.
ບົດສະຫຼຸບ
ສັນຍາສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຂອງເມືອງໃນແຂວງຄຳມ່ວນ, ເພື່ອແນໃສ່ແກ້ໄຂການກະທຳທີ່ຜິດກົດໝາຍ ແລະ ບັນລຸຄວາມສວຍງາມ, ມີລະບຽບ, ປອດໄພ ແລະ ສະອາດຂອງເມືອງ.
条文
第ມາດຕາ 1条
第1条 通过 甘蒙省省长关于在城市中分配秩序的决定草案 以多数赞成票通过。
ພາສາລາວ (老挝语原文)
ມາດຕາ 1 ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ຄຳມ່ວນ ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຕົວເມືອງ ພາບໃນ ແຂວງຄຳມ່ວນ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
第ມາດຕາ 2条
第2条 组织实施
1. 授权省级行政机关指导省级各有关部门和县级行政机关严格组织实施本决议;
2. 授权省级人民议会常务委员会、各委员会、国会代表驻选区委员会和省级人民议会代表按照其职责和权限范围严格监督本决议的实施。
ພາສາລາວ (老挝语原文)
ມາດຕາ 2 ການຈັດຕັ້ງປະຕິບັດ
1. ມອບໃຫ້ອົງການປົກຄອງແຂວງ ຊີ້ນຳບັນດາພະແນກການຂັ້ນແຂວງ ແລະ ອົງການປົກຄອງຂັ້ນເມືອງ ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດມະຕິສະບັບນີ້ຢ່າງເຂັ້ມງວດ;
2. ມອບໃຫ້ຄະນະປະຈຳ ສະພາປະຊາຊົນຂັ້ນແຂວງ, ບັນດາຄະນະກຳມະການ, ຄະນະສະມາຊິກສະພາ ແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ດຳເນີນການຕິດຕາມກວດກາ ການຈັດຕັ້ງປະຕິບັດ ມະຕິສະບັບນີ້ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນຢ່າງເຂັ້ມງວດ.
第ມາດຕາ 3条
第3条 本决议自签署之日起生效。
ພາສາລາວ (老挝语原文)
ມາດຕາ 3 ມະຕິສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
第ມາດຕາ 4条
第4条 目的
本协议规定了关于城市秩序管理的原则、规章和措施,以确保正确、系统、有效,旨在保障城市管理和发展的美观、便利、有序、安宁、安全、卫生,满足城市发展需求,与社会活动相结合,为甘蒙省的经济社会发展做出贡献。
ພາສາລາວ (老挝语原文)
ມາດຕາ 4: ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ເພື່ອໃຫ້ມີຄວາມຖືກຕ້ອງ, ເປັນລະບົບ ແລະ ມີປະສິດທິຜົນ ແນໃສ່ຮັບປະກັນການຄຸ້ມຄອງ ແລະ ພັດທະນາຕົວເມືອງ ໃຫ້ມີຄວາມສວຍງາມ, ສະດວກ, ເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ, ມີສຸຂະອານາໄມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຕົວເມືອງ ຕິດພັນກັບການເຄື່ອນໄຫວສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຄຳມ່ວນ.
第ມາດຕາ 5条
第5条:城市秩序整顿
城市秩序整顿是指对城市内部进行改造,使其符合行政、技术、科学、经济社会、文化及环境保护方面的标准,系统性地与法律法规规定的城市规划相一致。
ພາສາລາວ (老挝语原文)
ມາດຕາ 5: ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ
ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແມ່ນການປັບປຸງແກ້ໄຂພາຍໃນຕົວເມືອງ ໃຫ້ຖືກຕ້ອງຕາມມາດຕະຖານທາງດ້ານບໍລິຫານ, ເຕັກນິກ, ວິທະຍາສາດ, ເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການປົກປັກຮັກສາສິ່ງແວດລ້ອມ ຢ່າງເປັນລະບົບ ໃຫ້ສອດຄ່ອງກັບແຜນຜັງຕົວເມືອງ ທີ່ລະບຽບກົດໝາຍໄດ້ກຳນົດໄວ້.
第ມາດຕາ 6条
第6条:术语解释
本协议中使用的术语定义如下:
1. “整治”是指对违反法律和法规的事项进行调整或纠正;
2. “公共工程和运输领域的整治”是指规划、建设和修缮建筑物,修建道路,修建排水沟,挖填土方,拆除不符合建设规划的违章建筑,拆除所有不符合技术标准安装的广告牌,乱停车,清除人行道和公共区域的障碍物,包括按规定使用道路区域举办社会活动;
3. “工业和商业领域的整治”是指使工厂、商业中心、市场、商店和其他买卖场所符合规定的标准;
4. “新闻、文化和旅游领域的整治”是指娱乐场所的建设必须符合新闻、文化和旅游部规定的规章和技术标准;
5. “能源和矿产领域的整治”是指电线杆上杂乱无章的电线系统,缺乏技术标准且不安全;
6. “技术和通信领域的整治”是指安装信号收发杆、电话线系统在电线杆上杂乱无章,缺乏系统性和安全性;
7. “道路障碍物”是指在人行道和各类公路上临时或永久阻碍交通,造成交通困难的物体、设施、活动和行为;
8. “城市”是指人口密集、主要从事工业、商业和服务业,并拥有技术、经济-社会基础设施的区域;
9. “节日”是指举办传统节日和全国性或地方性庆祝活动;
10. “最低级别地方政府”是指国家的地方政府,其行政人员领取国家工资。
ພາສາລາວ (老挝语原文)
ມາດຕາ 6: ອະທິບາຍຄຳສັບ
ຄຳສັບ ທີນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການຈັດສັນ ໝາຍເຖິງ ການຈັດວາງ ຫຼື ແກ້ໄຂ ສິ່ງທີ່ຂັດກັບກົດໝາຍ ແລະ ລະບຽບການ;
2. ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຂະແໜງໂຍທາທິການ ແລະ ຂົນສົ່ງ ໝາຍເຖິງ ການວາງແຜນຜັງ, ການກໍ່ສ້າງ ແລະ ສ້ອມແປງຕຶກອາຄານ, ການກໍ່ສ້າງເສັ້ນທາງ, ການກໍ່ສ້າງຄອງລະບາຍນ້ຳ, ການຂຸດ ແລະ ຖົມດິນ, ຮື້ຖອນສິ່ງຕໍ່ເຕີມການກໍ່ສ້າງ ທີ່ບໍ່ຖືກຕ້ອງກັບແຜນຜັງການກໍ່ສ້າງ, ຮື້ຖອນປ້າຍໂຄສະນາທຸກຊະນິດ ທີ່ຕິດຕັ້ງບໍ່ຖືກມາດຕະຖານເຕັກນິກ, ການຈອດລົດຊະຊາຍ, ຍົກຍ້າຍສິ່ງກີດຂວາງຕາມທາງຄົນຍ່າງ ແລະ ຕາມເຂດສາທາລະນະ ລວມເຖິງການນຳໃຊ້ພື້ນທີ່ເສັ້ນທາງ ເພື່ອການຈັດກິດຈະກຳທາງສັງຄົມ ໃຫ້ຖືກຕ້ອງຕາມລະບຽບການ;
3. ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຂະແໜງອຸດສາຫະກຳ ແລະ ການຄ້າ ໝາຍເຖິງ ການເຮັດໃຫ້ ໂຮງງານ, ສູນການຄ້າ, ຕະຫຼາດ, ຮ້ານຄ້າ ແລະ ສະຖານທີ່ຊື້-ຂາຍອື່ນໆ ຖືກຕ້ອງຕາມມາດຕະຖານທີ່ກຳນົດ;
4. ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໝາຍເຖິງ ການກໍ່ສ້າງສະຖານທີ່ບັນເທີງ ຕ້ອງໃຫ້ໄດ້ຕາມລະບຽບການ ແລະ ມາດຕະຖານເຕັກນິກ ທີ່ທາງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກຳນົດ;
5. ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂະແໜງພະລັງງານ ແລະ ບໍ່ແຮ່ ໝາຍເຖິງ ລະບົບສາຍໄຟຟ້າ ທີ່ເກາະຫ້ອຍຕາມເສົາໄຟຟ້າ ຂາດຄວາມເປັນລະບົບລະບຽບ, ຂາດມາດຕະຖານເຕັກນິກ ແລະ ບໍ່ຮັບປະກັນດ້ານຄວາມປອດໄພ;
6. ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ໝາຍເຖິງ ການຕິດຕັ້ງເສົາຮັບ-ສົ່ງສັນຍານ, ລະບົບສາຍໂທລະສັບ ທີ່ເກາະຫ້ອຍຕາມເສົາໄຟຟ້າ, ຂາດຄວາມເປັນລະບົບລະບຽບ ແລະ ບໍ່ຮັບປະກັນຄວາມປອດໄພ;
7. ສິ່ງກີດຂວາງໃນເສັ້ນທາງ ໝາຍເຖິງ ວັດຖຸສິ່ງຂອງ, ສິ່ງຕິດຕັ້ງ-ກໍ່ສ້າງ, ກິດຈະການ ແລະ ກິດຈະກຳ ທີ່ກີດຂວາງ ເຮັດໃຫ້ການສັນຈອນຫຍຸ້ງຍາກຕິດຂັດ ໃນໄລຍະຊົ່ວຄາວ ຫຼື ຖາວອນ ຢູ່ຕາມແລວທາງຄົນຍ່າງ ແລະ ເສັ້ນທາງຫຼວງທຸກປະເພດ;
8. ຕົວເມືອງ ໝາຍເຖິງ ພື້ນທີ່ທີ່ມີປະຊາກອນໜາແໜ້ນ ປະກອບອາຊີບຢູ່ໃນຂົງເຂດອຸດສາຫະກຳ, ການຄ້າ ແລະ ບໍລິການ ເປັນສ່ວນຫຼາຍ ແລະ ມີໂຄງລ່າງພື້ນຖານທາງດ້ານເຕັກນິກ, ເສດຖະກິດ-ສັງຄົມ;
9. ເທດສະການ ໝາຍເຖິງ ການຈັດງານບຸນປະເພນີ ແລະ ງານສະເຫຼີມສະຫຼອງ ປະຈຳຊາດ ຫຼື ທ້ອງຖິ່ນ;
10. ອົງການປົກຄອງທ້ອງຖິ່ນຂັ້ນຕ່ຳສຸດ ແມ່ນອົງການປົກຄອງທ້ອງຖິ່ນຂອງລັດ ທີ່ມີຜູ້ບໍລິຫານໄດ້ຮັບເງິນເດືອນຂອງລັດ.
第ມາດຕາ 7条
第7条:城市秩序管理原则 遵循以下原则:
1. 符合已颁布并生效的宪法、法律、法规和部门规章;
2. 符合已确定的城市规划、道路、土地使用区域;
3. 在城市社会和社区中,实施具有统一性并在法律面前平等;
4. 保障社会和谐、安宁、便利和安全。
ພາສາລາວ (老挝语原文)
ມາດຕາ 7: ຫຼັກການການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄອງກັບ ລັດຖະທຳມະນູນ, ກົດໝາຍ, ນິຕິກຳ ແລະ ລະບຽບການ ຂອງຂະແໜງການ ທີ່ໄດ້ປະກາດໃຊ້ ແລະ ມີຜົນສັກສິດແລ້ວ;
2. ສອດຄອງກັບ ແຜນຜັງຕົວເມືອງ, ເສັ້ນທາງ, ເຂດນຳໃຊ້ທີ່ດິນ ທີ່ໄດ້ກຳນົດໄວ້;
3. ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ເທົ່າທຽມກັນຕໍ່ໜ້າກົດໝາຍ ຂອງສັງຄົມ ແລະ ຊຸມຊົນ ໃນຕົວເມືອງ;
4. ຮັບປະກັນໃຫ້ສັງຄົມ ມີຄວາມສາມັກຄີປອງດອງ, ມີຄວາມສະຫງົບ, ມີຄວາມສະດວກ ແລະ ປອດໄພ.
第ມາດຕາ 8条
第8条:国家政策
国家管理、监督、鼓励和促进个人、法人和组织,包括国内和国外的,参与实施城市秩序管理工作,通过参与和协作,使整个甘蒙省的城镇成为清洁美观、安宁安全、环境良好、有纪律、文明和宜居的城镇。
ພາສາລາວ (老挝语原文)
ມາດຕາ 8: ນະໂຍບາຍຂອງລັດ
ລັດ ຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວຽກງານການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ດ້ວຍການມີສ່ວນຮ່ວມ, ສະຫັບສະຫຼຸນ ເພື່ອເຮັດໃຫ້ຕົວເມືອງໃນທົ່ວແຂວງຄຳມວນ ເປັນຕົວເມືອງທີ່ສະອາດງາມຕາ, ສະຫງົບ-ປອດໄພ, ສະພາບແວດລ້ອມທີ່ດີ, ມີລະບຽບວິໄນ, ມີຄວາມສີວິໄລ ແລະ ໜ້າຢູ່.
第ມາດຕາ 9条
第9条:适用范围
本协议适用于个人、法人及组织,包括居住在甘蒙省境内并从事活动的无国籍人、外国人。
ພາສາລາວ (老挝语原文)
ມາດຕາ 9: ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວ ຢູ່ພາຍໃນແຂວງຄຳມ່ວນ.
第ມາດຕາ 10条
第10条:分配中的目标部门
当前阶段的秩序分配侧重于以下各部门:
1. 公共工程与运输部门;
2. 工业与商业部门;
3. 能源与矿产部门;
4. 技术与通信部门;
5. 新闻、文化与旅游部门;
6. 自然资源与环境部门;
7. 农业与林业部门;
8. 其他相关部门。
ພາສາລາວ (老挝语原文)
ມາດຕາ 10: ຂະແໜງການເປົ້າໝາຍໃນການຈັດສັນ
ການຈັດສັນຄວາມເປັນລະບຽບຮຽບຮ້ອຍໄລຍະປະຈຸບັນ ສຸມໃສ່ຂະແໜງການຕ່າງໆ ຄື:
1. ຂະແໜງໂຍທາທິການ ແລະ ຂົນສົ່ງ;
2. ຂະແໜງອຸດສະຫະກຳ ແລະ ການຄ້າ;
3. ຂະແໜງພະລັງງານ ແລະ ບໍ່ແຮ່;
4. ຂະແໜງເຕັກໂນໂລຊີ ແລະ ການສື່ສານ;
5. ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;
6. ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
7. ຂະແໜງກະສິກຳ ແລະ ປ່າໄມ້;
8. ຂະແໜງການອື່ນໆ ທີ່ກ່ຽວຂ້ອງ.
第ມາດຕາ 11条
第11条:公共工程和运输领域的秩序管理
公共工程和运输领域的秩序管理如下:
1. 公共设施和车辆交通便利设施的安排
- 解决货车在市区进出路线和指定车站的运行问题;
- 在交通拥堵区域安排停车点,例如学校、市场、餐馆、办公室、商店、酒店、旅馆等;
- 安排客运车辆的车站(排队点),例如面包车、双排车、出租车、三轮车及其他机动车辆。
2. 拆除不符合城市规划的违章建筑
- 拆除未经许可、不符合建筑规定的建筑物和扩建部分;
- 拆除破旧无法使用的房屋、店铺、棚屋、篱笆、围墙,以及不符合城市规划的建筑。
3. 拆除违规设置的广告牌和广告
- 拆除路边、弯道、拥挤路口影响道路安全的广告牌;
- 拆除乱贴的广告牌(未经许可的广告牌),例如在墙壁、围墙、树木、路边电线杆、交通标志杆上;
- 拆除存在安全隐患的广告牌。
4. 清除人行道和公共区域的障碍物
- 乱停车、在人行道上停车、在未经许可的路边停车;堆放建筑材料、设置摊位、搭帐篷办活动、在人行道、主干道和路边公共保护区摆放物品或销售各类商品;
- 修剪和装饰路边和公园的树木、树枝;
- 在道路和公共区域放养牲畜,例如牛、水牛及其他类型的家畜。
5. 建筑施工和维修活动的秩序管理
- 堆放材料、设备、施工工具和建筑垃圾不得影响人行道和车辆交通;
- 必须使用安全防护设备和环境保护设备;
- 必须符合建筑施工标准和技术规范,并经过公共工程和运输部门的检查、认证和施工许可,依据第2241/ຍທຂ号协议,2019年1月31日。
ພາສາລາວ (老挝语原文)
ມາດຕາ 11: ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂະແໜງໂຍທາທິການ ແລະ ຂົນສົ່ງ
ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂະແໜງໂຍທາທິການ ແລະ ຂົນສົ່ງ ມີດັ່ງນີ້:
1. ການຈັດສັນສາທາລະນະປະໂຫຍດ ແລະ ສິ່ງອຳນວຍການຈະລາຈອນ ຂອງລົດ
- ແກ້ໄຂການແລ່ນລົດບັນທຸກ ຕາມເສັ້ນທາງເຂົ້າ-ອອກໃນຕົວເມືອງ ແລະ ສະຖານີ ທີ່ກຳນົດໄວ້;
- ຈັດສັນຈຸດຈອດລົດໃນພື້ນທີ່ ທີ່ມີສະພາບລົດແອອັດ ເປັນຕົ້ນແມ່ນ ໂຮງຮຽນ, ຕະຫຼາດ, ຮ້ານອາຫານ, ສຳນັກງານຫ້ອງການ, ຮ້ານຂາຍເຄື່ອງ, ໂຮງແຮມ, ເຮືອນພັກ ແລະ ອື່ນໆ;
- ຈັດສັນບັນດາສະຖານີ (ຄິວລົດ) ລົດໂດຍສານ ເປັນຕົ້ນແມ່ນ ລົດຕູ້, ລົດສອງແຖວ, ລົດແທັກຊີ, ລົດສາມລໍ້ ແລະ ພາຫະນະອື່ນໆ ທີ່ແລ່ນດ້ວຍເຄື່ອງຈັກ.
2. ຮື້ຖອນສິ່ງຕໍ່ເຕີມຂອງການກໍ່ສ້າງບໍ່ຖືກຕ້ອງ ກັບແຜນຜັງເມືອງ
- ຮື້ຖອນສິ່ງປຸກສ້າງ, ຕໍ່ເຕີມທີ່ບໍ່ໄດ້ຮັບອະນຸຍາດ ບໍ່ສອດຄ່ອງກັບລະບຽບການປຸກສ້າງ;
- ຮື້ຖອນ ເຮືອນ, ຮ້ານ, ຕູບ, ຮົ້ວ, ກຳແພງ ທີ່ຊຸດໂຊມ ໃຊ້ການບໍ່ໄດ້ ລວມທັງການກໍ່ສ້າງທີ່ ບໍ່ຖືກຕ້ອງກັບແຜນຜັງເມືອງ.
3. ຮື້ຖອນປ້າຍ ແລະ ແຜນໂຄສະນາ ທີ່ຕິດຕັ້ງບໍ່ຖືກຕ້ອງຕາມລະບຽບ
- ຮື້ຖອນປ້າຍ ຕາມຂອບເສັ້ນທາງ, ຈຸດທາງໂຄ້ງ, ທາງແຍກທີ່ມີຄວາມແອອັດ ທີ່ກະທົບເຖິງຄວາມປອດໄພທາງຫຼວງ;
- ຮື້ຖອນປ້າຍ, ການຕິດຕັ້ງປ້າຍຊະຊາຍ (ປ້າຍທີ່ບໍ່ໄດ້ຮັບອະນຸຍາດ) ເຊັ່ນ: ຕາມຝາ, ກຳແພງ, ຕົ້ນໄມ້ ແລະ ເສົາໄຟຟ້າຕາມແຄມທາງ, ເສົາປ້າຍສັນຍານຈະລາຈອນ;
- ຮື້ຖອນປ້າຍທີ່ບໍ່ຮັບປະກັນເຖິງຄວາມປອດໄພ.
4. ແກ້ໄຂສິ່ງກີດຂວາງຕາມທາງຄົນຍ່າງ ແລະ ຕາມພື້ນທີ່ສາທາລະນະ
- ການຈອດລົດຊະຊາຍ, ຈອດລົດຕາມທາງຄົນຍ່າງ, ຈອດລົດຕາມແຄມທາງ ທີ່ບໍ່ໄດ້ຮັບອະນຸຍາດ ການວາງວັດສະດຸກໍ່ສ້າງ, ຕັ້ງລໍ້, ກາງເຕັນຈັດງານ, ວາງເຄື່ອງຂອງ ຫຼື ວາງສິນຄ້າທຸກປະເພດ ຂາຍຢູ່ຕາມທາງຄົນຍ່າງ, ຕາມເສັ້ນທາງສາຍຫຼັກ ແລະ ເຂດສະຫງວນສາທາລະນະແຄມທາງ;
- ຕັດຫອນ, ຕົບແຕ່ງຕົ້ນໄມ້, ງ່າໄມ້ ຕາມແຄມເສັ້ນທາງ ແລະ ສວນສາທາລະນະ;
- ການປ່ອຍສັດລ້ຽງ ຢູ່ຕາມເສັ້ນທາງ ແລະ ເຂດສາທາລະນະ ເປັນຕົ້ນແມ່ນ ງົວ, ຄວາຍ ແລະ ສັດລ້ຽງປະເພດອື່ນໆ.
5. ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນກິດຈະການກໍ່ສ້າງ ແລະ ສ້ອມແປງຕຶກອາຄານ
- ການວາງ ວັດສະດຸ, ອຸປະກອນ, ເຄື່ອງມືກໍ່ສ້າງ ສິ່ງເສດເຫຼືອວັດສະດຸຂອງກິດຈະການກໍ່ສ້າງ-ສ້ອມແປງ ບໍ່ໃຫ້ກະທົບຕໍ່ ທາງຍ່າງ ແລະ ຊອງຈະລາຈອນຂອງລົດ;
- ຕ້ອງມີການນຳໃຊ້ ອຸປະກອນປ້ອງກັນຄວາມປອດໄພ, ອຸປະກອນຮັກສາສິ່ງແວດລ້ອມ;
- ໃຫ້ຖືກຕ້ອງຕາມມາດຕະຖານ-ເຕັກນິກຂອງການກໍ່ສ້າງ ໄດ້ມີການກວດກາ, ຮັບຮອງ ແລະ ຮັບອະນຸຍາດປຸກສ້າງຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ ຕາມຂໍ້ຕົກລົງສະບັບເລກທີ 2241/ຍທຂ, ລົງວັນທີ 31 ມັງກອນ 2019.
第ມາດຕາ 12条
第12条 工业和商业领域的秩序安排
工业和商业领域的秩序安排如下:
- 安排工厂的位置;
- 安排市场内的商店;
- 安排沿街的零散买卖,在许可地点以外的销售;
- 在市场建筑或商业中心内划分商品;
- 安排设备和各种便利设施的安装,使其符合规定的技术标准。
ພາສາລາວ (老挝语原文)
ມາດຕາ 12: ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂະແໜງອຸດສາຫະກຳ ແລະ ການຄ້າ
ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ມີດັ່ງນີ້:
- ຈັດສັນບັນດາທີ່ຕັ້ງຂອງໂຮງງານ;
- ຈັດສັນບັນດາຮ້ານຂາຍສິນຄ້າໃນຕະຫຼາດ;
- ຈັດສັນການຊື້-ຂາຍຊະຊາຍ ຕາມແຄມເສັ້ນທາງ, ຂາຍນອກສະຖານທີ່ ທີ່ອະນຸຍາດ;
- ຈັດແບ່ງສິນຄ້າໃນຕຶກ, ອາຄານຂອງຕະຫຼາດ ຫຼື ສູນການຄ້າ;
- ຈັດວາງການຕິດຕັ້ງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ສອດຄ່ອງຕາມມາດຕະຖານເຕັກນິກທີ່ກຳນົດໄວ້.
本页展示前 12 条,全文共 33 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读