ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຄູສອນ ແລະ ນັກຮຽນ ພາຍໃນແຂວງ ຄຳມ່ວນ

甘蒙省教师与学生管理协议

Agreement on Teacher and Student Management in Khammouane Province

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການບໍລິຫານຄູແລະນັກຮຽນໃນໂຮງຮຽນລັດແລະເອກະຊົນແຂວງຄຳມ່ວນ, ເນື້ອໃນຫຼັກແມ່ນການບໍລິຫານແບບຫຼາຍຂັ້ນ, ກຳນົດໜ້າທີ່ຄູໃຫ້ຊັດເຈນ, ປະຕິບັດນະໂຍບາຍການສຶກສາແຫ່ງຊາດ, ເພື່ອຍົກລະດັບຄຸນນະພາບການສຶກສາແລະສ້າງພົນລະເມືອງທີ່ດີ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງ ຄູສອນ ແລະ ນັກຮຽນ
ການຄຸ້ມຄອງ ຄູສອນ ແລະ ນັກຮຽນ ແມ່ນການປະຕິບັດ ນະໂຍບາຍການສຶກສາແຫ່ງຊາດ ຕາມການແບ່ງຂັ້ນຄຸ້ມຄອງ ໂດຍການມີສ່ວນຮ່ວມຂອງອົງການປົກຄອງ ແລະ ຊຸມຊົນໃນທ້ອງຖິ່ນ ເຮັດໃຫ້ຄູສອນໄດ້ປະຕິບັດຖືກຕ້ອງຕາມນະໂຍບາຍຂອງວຽກງານການສຶກສາ ແລະ ລູກຫຼານຂອງປະຊາຊົນໄດ້ເຂົ້າຮຽນຕາມເກນອາຍຸ ເພື່ອພັດທະນາວຽກງານດັ່ງກ່າວໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມຍືນຍົງ, ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານງານ, ມີສຸຂະພາບພະລານາໄມ, ຮູ້ຮັກ ແລະ ສົ່ງເສີມສິລະປະວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງທ້ອງຖິ່ນ ແລະ ຂອງຊາດ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງລຸ່ມນີ້:
1. ຄູສອນ: ໝາຍເຖິງ ຜູ້ປະຕິບັດໜ້າທີ່ສິດສອນ, ຖ່າຍທອດຄວາມຮູ້, ສຶກສາອົບຮົມ, ຄົ້ນຄວ້າວິໄຈ, ຊຸກຍູ້, ສົ່ງເສີມ ແລະ ຊ່ວຍເຫຼືອຜູ້ຮຽນດ້ວຍຫຼາຍຮູບການ;
2. ນັກຮຽນ: ໝາຍເຖິງ ຜູ້ທີ່ກຳລັງສຶກສາຮຽນຮູ້ ຫຼື ຄົ້ນຄວ້າຢູ່ທຸກຊັ້ນ, ທຸກຂັ້ນ ໃນຊັ້ນການສຶກສາ ກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບຊັ້ນຕົ້ນ ແລະ ວິຊາຊີບຊັ້ນກາງ;
3. ຄູສອນສາມັນສຶກສາ: ໝາຍເຖິງ ຄູທີ່ສອນນັກຮຽນຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ;
4. ສາມລັກສະນະການສຶກສາລາວ ມີຄື: 1) ລັກສະນະຊາດ; 2) ລັກສະນະວິທະຍາສາດ ແລະ ທັນສະໄໝ; 3) ລັກສະນະມະຫາຊົນ;
5. ຫ້າຫຼັກມູນການສຶກສາລາວ ມີຄື: 1) ຈຸນລະສິນທຳສຶກສາ; 2) ປັນຍາສຶກສາ; 3) ແຮງງານສຶກສາ; 4) ພາລະສຶກສາ; 5) ສິລະປະສຶກສາ.

ມາດຕາ ມາດຕາ 3

ມາດຕາ 3 ນະໂຍບາຍຂອງລັດ
ລັດຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນເຂົ້າໃນວຽກງານທີ່ກ່ຽວຂ້ອງກັບການຄຸ້ມຄອງ ຄູສອນ ແລະ ນັກຮຽນ ໃນຂະແໜງການສຶກສາ ແລະ ກິລາ ທົ່ວແຂວງຄຳມ່ວນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 17 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ