甘蒙省教师与学生管理协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຄູສອນ ແລະ ນັກຮຽນ ພາຍໃນແຂວງ ຄຳມ່ວນ
Agreement on Teacher and Student Management in Khammouane Province
简介
该协议调整甘蒙省公立与私立学校教师及学生的管理,核心内容为分级管理、明确教师职责、落实国家教育政策,以提升教育质量并培养合格公民。
Summary
This agreement adjusts the management of teachers and students in public and private schools in Khammouane Province, with core content including hierarchical management, clarification of teacher responsibilities, and implementation of national education policies to improve education quality and cultivate qualified citizens.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການບໍລິຫານຄູແລະນັກຮຽນໃນໂຮງຮຽນລັດແລະເອກະຊົນແຂວງຄຳມ່ວນ, ເນື້ອໃນຫຼັກແມ່ນການບໍລິຫານແບບຫຼາຍຂັ້ນ, ກຳນົດໜ້າທີ່ຄູໃຫ້ຊັດເຈນ, ປະຕິບັດນະໂຍບາຍການສຶກສາແຫ່ງຊາດ, ເພື່ອຍົກລະດັບຄຸນນະພາບການສຶກສາແລະສ້າງພົນລະເມືອງທີ່ດີ.
条文
第ມາດຕາ 1条
第2条 教师和学生的管理
教师和学生的管理是按照分级管理的方式执行国家教育政策,由地方行政机构和社区参与,使教师能够正确执行教育工作的政策,使人民的子女能够按年龄入学,以发展该项工作达到标准、有质量、可持续,以开发人力资源成为好公民,具有革命道德品质、知识、能力、专业技能、熟练工作、身体健康、懂得热爱和弘扬地方和民族优良文化艺术风俗习惯。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງ ຄູສອນ ແລະ ນັກຮຽນ
ການຄຸ້ມຄອງ ຄູສອນ ແລະ ນັກຮຽນ ແມ່ນການປະຕິບັດ ນະໂຍບາຍການສຶກສາແຫ່ງຊາດ ຕາມການແບ່ງຂັ້ນຄຸ້ມຄອງ ໂດຍການມີສ່ວນຮ່ວມຂອງອົງການປົກຄອງ ແລະ ຊຸມຊົນໃນທ້ອງຖິ່ນ ເຮັດໃຫ້ຄູສອນໄດ້ປະຕິບັດຖືກຕ້ອງຕາມນະໂຍບາຍຂອງວຽກງານການສຶກສາ ແລະ ລູກຫຼານຂອງປະຊາຊົນໄດ້ເຂົ້າຮຽນຕາມເກນອາຍຸ ເພື່ອພັດທະນາວຽກງານດັ່ງກ່າວໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມຍືນຍົງ, ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານງານ, ມີສຸຂະພາບພະລານາໄມ, ຮູ້ຮັກ ແລະ ສົ່ງເສີມສິລະປະວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງທ້ອງຖິ່ນ ແລະ ຂອງຊາດ.
第ມາດຕາ 2条
第2条 词语解释
本协议中使用的词语含义如下:
1. 教师:指履行教学职责,传授知识,教育,研究,鼓励,促进和以多种形式帮助学习者的人;
2. 学生:指在学前教育、普通教育、初级职业教育和中级职业教育的各个年级、各个层次正在学习或研究的人;
3. 普通教育教师:指教授小学和中学学生的教师;
4. 老挝教育的三个特征:1)民族性;2)科学性和现代性;3)大众性;
5. 老挝教育的五个基础:1)德育;2)智育;3)劳动教育;4)体育;5)美育。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງລຸ່ມນີ້:
1. ຄູສອນ: ໝາຍເຖິງ ຜູ້ປະຕິບັດໜ້າທີ່ສິດສອນ, ຖ່າຍທອດຄວາມຮູ້, ສຶກສາອົບຮົມ, ຄົ້ນຄວ້າວິໄຈ, ຊຸກຍູ້, ສົ່ງເສີມ ແລະ ຊ່ວຍເຫຼືອຜູ້ຮຽນດ້ວຍຫຼາຍຮູບການ;
2. ນັກຮຽນ: ໝາຍເຖິງ ຜູ້ທີ່ກຳລັງສຶກສາຮຽນຮູ້ ຫຼື ຄົ້ນຄວ້າຢູ່ທຸກຊັ້ນ, ທຸກຂັ້ນ ໃນຊັ້ນການສຶກສາ ກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບຊັ້ນຕົ້ນ ແລະ ວິຊາຊີບຊັ້ນກາງ;
3. ຄູສອນສາມັນສຶກສາ: ໝາຍເຖິງ ຄູທີ່ສອນນັກຮຽນຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ;
4. ສາມລັກສະນະການສຶກສາລາວ ມີຄື: 1) ລັກສະນະຊາດ; 2) ລັກສະນະວິທະຍາສາດ ແລະ ທັນສະໄໝ; 3) ລັກສະນະມະຫາຊົນ;
5. ຫ້າຫຼັກມູນການສຶກສາລາວ ມີຄື: 1) ຈຸນລະສິນທຳສຶກສາ; 2) ປັນຍາສຶກສາ; 3) ແຮງງານສຶກສາ; 4) ພາລະສຶກສາ; 5) ສິລະປະສຶກສາ.
第ມາດຕາ 3条
第3条 国家政策
国家管理、监督、促进和鼓励个人、法人、国内和国外组织,为整个甘蒙省教育和体育领域的教师和学生管理工作做出贡献。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງລັດ
ລັດຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນເຂົ້າໃນວຽກງານທີ່ກ່ຽວຂ້ອງກັບການຄຸ້ມຄອງ ຄູສອນ ແລະ ນັກຮຽນ ໃນຂະແໜງການສຶກສາ ແລະ ກິລາ ທົ່ວແຂວງຄຳມ່ວນ.
第ມາດຕາ 4条
第4条 管理原则
1. 符合党的路线方针、宪法、法律、战略规划和省经济社会发展计划;
2. 在省内统一集中,基于分级管理、分工负责、协商协调省、县和学校之间。确保透明、公正、公开、客观和可检查;
3. 在教师的录用、任命或选举、管理、使用、评估和履行职责方面,性别、民族平等;
4. 培养和发展教师和学生,使其具有质量,正确按照党的路线,并符合各时期的教育发展计划。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການຄຸ້ມຄອງ
1. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ;
2. ລວມສູນເປັນເອກະພາບພາຍໃນແຂວງ ບົນພື້ນຖານການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ, ປຶກສາຫາລື ປະສານສົມທົບ ລະຫວ່າງ ແຂວງ, ເມືອງ ແລະ ໂຮງຮຽນ. ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ, ເປີດເຜີຍ, ພາວະວິໄສ ແລະ ສາມາດກວດສອບໄດ້;
3. ມີຄວາມສະເໝີພາບ ດ້ານເພດ, ເຜົ່າ ໃນການບັນຈຸແຕ່ງຕັ້ງ, ການເລືອກຕັ້ງ, ການຄຸ້ມຄອງ, ການນຳໃຊ້, ການປະເມີນຜົນ ແລະ ການປະຕິບັດໜ້າທີ່ວຽກງານ ຂອງຄູສອນ;
4. ສ້າງ, ພັດທະນາຄູສອນ ແລະ ນັກຮຽນ ໃຫ້ມີຄຸນນະພາບ, ຖືກຕ້ອງຕາມແນວທາງຂອງພັກ ແລະ ສອດຄ່ອງກັບແຜນພັດທະນາການສຶກສາ ໃນແຕ່ລະໄລຍະ.
第ມາດຕາ 5条
第5条 适用范围
本协议适用于管理教育体育领域内公立和私立学校的教师和学生,范围在甘蒙省境内。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ໃນການຄຸ້ມຄອງ ຄູສອນ ແລະ ນັກຮຽນ ໃນຂະແໜງການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ ພາຍໃນແຂວງຄຳມ່ວນ.
第ມາດຕາ 6条
第6条 教师管理
教师必须履行以下职责:
1. 在工作时间穿着整齐、规范的制服,并佩戴教育和体育部门规定的标志、职称徽章;
2. 研究、编写、改进教案,制作教学材料,确保符合课程要求并适应各时期的变化;
3. 定期参加培训,提升自身专业水平;
4. 参与教育机构、家长、社区和社会的活动;
5. 组织各类学习活动,如体育、艺术、科学问答等,以激励学生热爱学习,不逃学;
6. 定期跟踪、检查、评估、测量和评价教学情况;
7. 为人师表,维护教师尊严,公正对待学生,遵守职业道德;
8. 关注帮助有特殊需求的学生,辅导后进生,包括课内和课外;
9. 互相听课、交流经验,逐步提高教学质量;
10. 按照课程计划完整、正确地教学,确保达到教育的三个特征和五个基础,使学生能将知识应用于日常生活;
11. 发展自身的知识、能力、技能和态度,使其不断进步,跟上形势,特别是技术和外语方面;
12. 在任职期间创造业绩,改进教学,以获得表彰、晋升、获得教师职称和荣誉称号;
13. 尊重并严格遵守学校规章制度、上级决议和命令以及法律;
14. 保护财产、公共财物、环境,维护学校和社会秩序与安宁;
15. 备有记录本,跟踪学生的缺课情况和各项活动;
16. 根据组织的调配和调动,执行上级分配的任务;
17. 执行组织和上级分配的其他任务。
ພາສາລາວ (老挝语原文)
ມາດຕາ 6 ການຄຸ້ມຄອງ ຄູສອນ
ຄູສອນ ຕ້ອງປະຕິບັດດັ່ງນີ້:
1. ນຸ່ງຊຸດເຄື່ອງແບບ ທີ່ມີເຄື່ອງໝາຍ ຖານະນາມມະຍົດ ຂອງຂະແໜງການສຶກສາ ແລະ ກິລາ ວາງອອກຢ່າງເປັນລະບຽບຮຽບຮ້ອຍ ໃນຊົ່ວໂມງລັດຖະການ;
2. ຄົ້ນຄວ້າ, ສ້າງ, ປັບປຸງບົດສອນ ແລະ ຜະລິດສື່ການສອນຂອງຕົນ ໃຫ້ຖືກຕ້ອງຕາມຫຼັກສູດ ແລະ ສອດຄ່ອງກັບສະພາບການປ່ຽນແປງດ້ານຕ່າງໆ ໃນແຕ່ລະໄລຍະ;
3. ເຂົ້າຮ່ວມໃນການຝຶກອົບຮົມ, ຍົກລະດັບ ວິຊາສະເພາະຂອງຕົນ ໃນແຕ່ລະໄລຍະ;
4. ເຂົ້າຮ່ວມການເຄື່ອນໄຫວກິດຈະກຳ ຂອງສະຖານການສຶກສາ, ພໍ່ແມ່ຜູ້ປົກຄອງ ຊຸມຊົນ ແລະ ສັງຄົມ;
5. ສ້າງກິດຈະກຳການຮຽນຮູ້ຕ່າງໆ ເຊັ່ນ: ກິລາ, ສິລະປະ, ຖາມ-ຕອບວິທະຍາສາດ ແລະ ອື່ນໆ ທີ່ເປັນການສ້າງແຮງຈູງໃຈໃຫ້ນັກຮຽນຄິດມັກໃນການຮຽນ ແລະ ບໍ່ຂາດໂຮງຮຽນ;
6. ຕິດຕາມ, ກວດກາ, ຕີລາຄາ, ວັດ ແລະ ປະເມີນຜົນ ກ່ຽວກັບການຮຽນ ການສອນ ຢ່າງເປັນປົກກະຕິ;
7. ເປັນແບບຢ່າງທີ່ດີ, ປົກປ້ອງ ແລະ ຮັກສາກຽດສັກສີ ຂອງຄວາມເປັນຄູ ພ້ອມທັງປະພຶດຕໍ່ນັກຮຽນຢ່າງເປັນທຳ ແລະ ມີຈັນຍາບັນ ຈັນຍາທຳຕໍ່ວິຊາຊີບ;
8. ເອົາໃຈໃສ່ຊ່ວຍເຫຼືອນັກຮຽນທີ່ມີຄວາມຕ້ອງການພິເສດ ແລະ ບຳລຸງນັກຮຽນອ່ອນທັງໃນ ແລະ ນອກຫ້ອງຮຽນ;
9. ມີການຮ່ວມໂມງສອນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາການຮຽນ ການສອນ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ;
10. ສອນນັກຮຽນໃຫ້ຄົບ ແລະ ຖືກຕ້ອງຕາມໂຄງການຫຼັກສູດ, ຮັບປະກັນໃຫ້ໄດ້ຕາມ ສາມລັກສະນະ ຫ້າຫຼັກມູນຂອງການສຶກສາ ແລະ ສາມາດນຳເອົາຄວາມຮູ້ໄປນຳໃຊ້ໃນຊີວິດປະຈຳວັນ;
11. ພັດທະນາຄວາມຮູ້, ຄວາມສາມາດ, ທັກສະ ແລະ ທັດສະນະຄະຕິຂອງຕົນ ໃຫ້ມີຄວາມກ້າວໜ້າ ແລະ ທັນສະພາບການ ໂດຍສະເພາະດ້ານ ເຕັກໂນໂລຊີ ແລະ ພາສາຕ່າງປະເທດ;
12. ສ້າງຜົນງານ ແລະ ພັດທະນາການສອນ ຂອງຕົນເອງ ໃນໄລຍະທີ່ປະຕິບັດໜ້າທີ່ ເພື່ອໃຫ້ໄດ້ຮັບການຍ້ອງຍໍ, ເລື່ອນຊັ້ນ-ຂັ້ນ, ຮັບຕຳແໜ່ງວິຊາການຄູ ແລະ ນາມມະຍົດຄູ;
13. ເຄົາລົບ ປະຕິບັດກົດລະບຽບ ຂອງໂຮງຮຽນ, ມະຕິ, ຄຳສັ່ງຂອງຂັ້ນເທິງ ແລະ ກົດໝາຍຢ່າງເຂັ້ມງວດ;
14. ປົກປັກຮັກສາຊັບສົມບັດ, ສິ່ງຂອງສ່ວນລວມ, ສິ່ງແວດລ້ອມ ແລະ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໂຮງຮຽນ ແລະ ສັງຄົມ;
15. ມີປຶ້ມບັນທຶກ ເພື່ອຕິດຕາມການຂາດຮຽນ ແລະ ການເຄື່ອນໄຫວກິດຈະກຳຕ່າງໆ ຂອງນັກຮຽນ;
16. ປະຕິບັດໜ້າທີ່ຕາມການສັບຊ້ອນ, ຍົກຍ້າຍຂອງການຈັດຕັ້ງ ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ;
17. ປະຕິບັດດ້ານອື່ນໆ ຕາມການມອບໝາຍຂອງ ການຈັດຕັ້ງ ແລະ ຂັ້ນເທິງ.
第ມາດຕາ 7条
第7条 学生管理
学生必须享有并履行以下权利和义务:
1. 享有从教师、父母/监护人和社会获得平等关怀、照顾和促进学习的权利;
2. 在教育机构中获得健康促进和卫生保健;
3. 在完成每个年级的学习后获得相关文件;
4. 专心钻研学习,锻炼修养,自我培养知识和能力,并按课程完成学业;
5. 积极参与课堂和学校活动,为学校和社会各项工作贡献力量;
6. 严格遵守学校制定的规定和规章制度;
7. 维护文化、地方和民族的良好风俗习惯、民族语言,尊重领导人、对国家有功绩者、有资质者、董事会、教师、工作人员、军人、警察、人民群众以及同学;
8. 参加课外活动和社会服务活动;
9. 保护公共财产和维护环境;
10. 在学习中建立团结互助,不歧视性别、民族、年龄(年龄)、弱势群体和有特殊需要者(残疾人);
11. 执行教师和组织交办的其他任务。
ພາສາລາວ (老挝语原文)
ມາດຕາ 7 ການຄຸ້ມຄອງ ນັກຮຽນ
ນັກຮຽນ ຕ້ອງໄດ້ຮັບ ແລະ ປະຕິບັດຕັ້ງນີ້:
1. ໄດ້ຮັບສິດສະເຫີພາບ ໃນການເບິ່ງແຍງ, ດແລ, ສົ່ງເສີມການຮຽນຮູ້ຈາກຄູ, ພໍ່ແມ່/ຜູ້ປົກຄອງ ແລະ ສັງຄົມ;
2. ໄດ້ຮັບການສົ່ງເສີມສຸຂະພາບ ແລະ ສຸຂະນາໄມ ໃນສະຖານການສຶກສາ;
3. ໄດ້ຮັບເອກະສານຕ່າງໆ ທີ່ກ່ຽວຂ້ອງພາຍຫຼັງທີ່ຮຽນຈົບ ແຕ່ລະຊັ້ນຮຽນ;
4. ເອົາໃຈໃສ່ກິ້ນຄວ້າຮຳຮຽນ. ຝຶກຝົນຫຼໍ່ຫຼອມ, ສ້າງຕົນເອງໃຫ້ມີຄວາມຮູ້. ຄວາມສາມາດ ແລະ ຮຽນໃຫ້ຈົບຕາມຫຼັກສູດ;
5. ປະຕິບັດກິດຈະກຳໃນຫ້ອງຮຽນ ແລະ ໂຮງຮຽນຢ່າງຕັ້ງຫ້າ, ປະກອບສ່ວນຮັບໃຊ້ວຽກງານຕ່າງໆ ຂອງໂຮງຮຽນ ແລະ ສັງຄົມ;
6. ປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງໂຮງຮຽນ ວາງອອກຢ່າງເຂັ້ມງວດ;
7. ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ-ຂອງຊາດ, ພາສາຊາດ, ນັບຖືຜູ້ນຳ, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ຜູ້ຊົງຄຸນວຸດທິ, ຄະນະອຳນວຍການ, ຄູ, ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ແລະ ນັກຮຽນດ້ວຍກັນ;
8. ເຂົ້າຮ່ວມການເຄື່ອນໄຫວກິດຈະກຳນອກຫຼັກສູດ ແລະ ການເຄື່ອນໄຫວຮັບໃຊ້ສັງຄົມ;
9. ປົກປັກຮັກສາວັດຖຸສິ່ງຂອງສ່ວນລວມ ແລະ ຮັກສາສະພາບແວດລ້ອມ;
10. ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຮຽນ ໂດຍບໍ່ຈຳແນກເພດ, ເຜົ່າ, ອາຍຸ (ໄວ), ຜູ້ດ້ອຍໂອກາດ ແລະ ຜູ້ມີຄວາມຕ້ອງການພິເສດ (ຜູ້ພິການ);
11. ປະຕິບັດຕ້ານອື່ນໆຕາມການມອບຫາຍຂອງຄູ ແລະ ການຈັດຕັ້ງ.
第ມາດຕາ 8条
第8条 教师的禁止行为
各类教育机构的教师禁止有以下行为:
1. 传播淫秽内容,促进或饮用酒精饮料,以及在各类媒体上发布违反法律法规、侵犯个人、法人或组织的尊严、民族优良风俗习惯的信息;
2. 滥用职权、职位,直接或间接谋取私利,对学生、家长、法人及组织造成影响;
3. 违反已制定的教学大纲、职业培训、测试和考试规定;
4. 使用暴力、威胁、不礼貌言语,拉帮结派、结党营私、挑拨离间、破坏内外团结,包括对学生进行国籍、种族、宗教、民族、性别、身体状况、经济社会地位的歧视,从而对个人、法人、组织和社会造成损害;
5. 缺乏责任心、玩忽职守、擅离职守、不按时正常上班或未经相关组织批准停止履行职责;
6. 买卖、持有和参与吸食毒品(卡痛叶、电子烟、可卡因、冰毒、摇头丸、白粉等),持有武器、爆炸物、违禁化学品、社会危害物以及参与违反法律法规的赌博;
7. 上课时使用手机、吸烟,以及穿着教师制服进入娱乐场所或其他不适当场所;
8. 与学生发生违反教育机构规定和风俗习惯的恋爱关系;
9. 有其他违反规章制度和法律的行为。
ພາສາລາວ (老挝语原文)
ມາດຕາ 8 ຂໍ້ຫ້າມສຳລັບຄູສອນ
ຄູສອນໃນສະຖານການສຶກສາຕ່າງໆ ຫ້າມມີພຶດຕິກຳດັ່ງນີ້:
1. ໂຄສະນາເຜີຍແຜ່ສິ່ງລາມົກອານາຈານ, ສົ່ງເສີມ ຫຼື ດື່ມສິ່ງມຶນເມົາ ແລະ ເອົາຂໍ້ມູນລົງສື່ທຸກປະເພດທີ່ຂັດກັບລະບຽບກົດໝາຍ ແລະ ແຕະຕ້ອງເຖິງກຽດສັກສີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ;
2. ສວຍໃຊ້ອຳນາດໜ້າທີ່, ຕຳແໜ່ງ, ຊອກຫາຜົນປະໂຫຍດສ່ວນຕົວ ໂດຍທາງກົງ ຫຼື ທາງອ້ອມ ເຖິງກໍ່ໃຫ້ເກີດຜົນກະທົບແກ່ນັກຮຽນ, ຜູ້ປົກຄອງ, ນິຕິບຸກຄົນ ແລະ ການຈັດຕັ້ງ;
3. ລະເມີດຕໍ່ຫຼັກສູດການສອນ, ການຝຶກອົບຮົມວິຊາຊີບ, ການທົດສອບ ແລະ ການສອບເສັງ ທີ່ໄດ້ວາງອອກ;
4. ໃຊ້ຄວາມຮຸນແຮງ, ນາບຂູ່, ໃຊ້ວາຈາທີ່ບໍ່ສຸພາບ, ສ້າງກຸ່ມກ້ອນ, ພັກພວກ, ປັ້ນປ່ວນ ແລະ ແບ່ງແຍກຄວາມສາມັກຄີພາຍໃນ-ພາຍນອກ ລວມທັງການຈຳແນກ ສັນຊາດ, ເຊື້ອຊາດ, ສາສະໜາ, ເຜົ່າ, ເພດ, ສະຖານະພາບທາງຮ່າງກາຍ, ຖານະທາງດ້ານເສດຖະກິດ-ສັງຄົມຕໍ່ນັກຮຽນ ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ສັງຄົມ;
5. ຂາດຄວາມຮັບຜິດຊອບ, ເມີນເສີຍ, ປະລະໜ້າທີ່, ບໍ່ປະຈຳການເປັນປົກກະຕິ ຫຼື ຢຸດເຊົາການປະຕິບັດໜ້າທີ່ວຽກງານ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງ;
6. ຊື້-ຂາຍ, ຄອບຄອງ ແລະ ມີສ່ວນຮ່ວມພົວພັນເສບ ສິ່ງເສບຕິດ (ໃບກະທ້ອມ, ຢາສູບໄຟຟ້າ, ຄໍລາເຈນ, ຢາບ້າ, ຢາອີ, ຜົງຂາວ ແລະ ອື່ນໆ), ຄອບຄອງອາວຸດ, ວັດຖຸລະເບີດ, ສານເຄມີທີ່ຕ້ອງຫ້າມ, ໄພສັງຄົມ ແລະ ຫຼິ້ນການພະນັນທີ່ຕ້ອງຫ້າມ ທີ່ຂັດກັບລະບຽບກົດໝາຍ;
7. ຖືໂທລະສັບ, ສູບຢາໃນເວລາຂຶ້ນຫ້ອງສອນ ແລະ ນຸ່ງເຄື່ອງແບບຄູ ເຂົ້າໃນຮ້ານບັນເທິງ ຫຼື ສະຖານທີ່ອື່ນທີ່ບໍ່ເໝາະສົມ;
8. ພົວພັນກັບນັກຮຽນ ແບບຊູ້ສາວ ທີ່ຜິດຕໍ່ລະບຽບຂອງສະຖານການສຶກສາ ແລະ ຮີດຄອງປະເພນີ;
9. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບ ແລະ ກົດໝາຍ.
第ມາດຕາ 9条
第9条 学生禁止事项
各类教育机构的学生禁止有以下行为:
1. 直接或间接违反学校规章制度,对教师和教育人员有不尊重行为;
2. 对同学、教师和社会人士实施身体和心理暴力;
3. 在教育机构及其他违反法律法规的场所买卖、持有、参与吸食毒品(如卡痛叶、电子烟、可卡因、冰毒、摇头丸、白粉等),持有武器、爆炸物、违禁化学品、社会危害物以及参与赌博;
4. 进入台球厅、游戏厅、娱乐场所,饮用含酒精饮料;
5. 结帮拉派,在教育机构和社会中制造不安定;
6. 初中及以下学生不得自行驾驶摩托车或汽车上学,须由监护人负责;高中生允许骑摩托车上学,但学校必须安排整齐、安全的停车位,严禁在路上飙车;
7. 上课时间玩手机;
8. 在完成初中或高中教育之前辍学或退学;
9. 违反教育机构规定和传统习俗的恋爱关系;
10. 其他行为,如纹身、男性打耳洞、女性打多个耳洞等违反学校规章制度和法律的行为;
ພາສາລາວ (老挝语原文)
ມາດຕາ 9 ຂໍ້ຫ້າມສຳລັບນັກຮຽນ
ນັກຮຽນໃນສະຖານການສຶກສາຕ່າງໆ ຫ້າມມີພຶດຕິກຳດັ່ງນີ້:
1. ມີພຶດຕິກຳທີ່ເປັນການລະເມີດກົດລະບຽບຂອງໂຮງຮຽນ ໂດຍທາງກົງ ແລະ ທາງອ້ອມຕໍ່ຄູ ແລະ ບຸກຄະລາກອນການສຶກສາ;
2. ໃຊ້ຄວາມຮຸນແຮງທີ່ກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ຂອງເພື່ອນນັກຮຽນ, ຄູ ແລະ ຄົນໃນສັງຄົມ;
3. ຊື້-ຂາຍ, ຄອບຄອງ ແລະ ມີສ່ວນຮ່ວມພົວພັນເສບ ສິ່ງເສບຕິດ (ໃບກະທ້ອມ, ຢາສູບໄຟຟ້າ, ຄໍລາເຈນ, ຢາບ້າ, ຢາອີ, ຜົງຂາວ ແລະ ອື່ນໆ), ຄອບຄອງອາວຸດ, ວັດຖຸລະເບີດ, ສານເຄມີທີ່ຕ້ອງຫ້າມ, ໄພສັງຄົມ ແລະ ຫຼິ້ນການພະນັນທີ່ຕ້ອງຫ້າມ ຢູ່ສະຖານການສຶກສາ ແລະ ສະຖານທີ່ອື່ນ ທີ່ຂັດກັບລະບຽບ ກົດໝາຍ;
4. ເຂົ້າຮ້ານສະນຸກເກີ, ຮ້ານເກມ, ສະຖານບັນເທີງ, ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ;
5. ສ້າງກຸ່ມກ້ອນ, ພັກພວກ ເພື່ອກໍ່ຄວາມບໍ່ສະຫງົບ ຢູ່ໃນສະຖານການສຶກສາ ແລະ ສັງຄົມ;
6. ນັກຮຽນຊັ້ນມັດທະຍົມສຶກສາຕອນຕົ້ນລົງໄປ ບໍ່ໃຫ້ຂັບຂີ່ລົດຈັກ ຫຼື ລົດໃຫຍ່ ມາໂຮງຮຽນດ້ວຍຕົນເອງ ຕ້ອງແມ່ນຄວາມຮັບຜິດຊອບຂອງຜູ້ປົກຄອງ, ສຳລັບນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ອະນຸຍາດໃຫ້ຂັບຂີ່ລົດຈັກມາໂຮງຮຽນ, ແຕ່ໂຮງຮຽນຕ້ອງໄດ້ຈັດສັນບ່ອນຈອດລົດ ຢ່າງເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ບໍ່ໃຫ້ຂັບຂີ່ລົດຈັກແຂ່ງກັນຕາມເສັ້ນທາງຢ່າງເດັດຂາດ;
7. ຫຼິ້ນໂທລະສັບໃນຊົ່ວໂມງຮຽນ;
8. ປະລະການຮຽນ ຫຼື ອອກໂຮງຮຽນ ຈົນກວ່າຈະຈົບມັດທະຍົມຕອນຕົ້ນ ຫຼື ຕອນປາຍ;
9. ພົວພັນຊູ້ສາວ ທີ່ຂັດກັບລະບຽບ ຂອງສະຖານການສຶກສາ ແລະ ຮີດຄອງປະເພນີ;
10. ມີພຶດຕິກຳອື່ນ ເປັນຕົ້ນ ສັກລາຍ, ຜູ້ຊາຍບ່ອງຫູ ແມ່ຍິງບ່ອງຫູຫຼາຍຮູ ທີ່ເປັນການລະເມີດຕໍ່ກົດລະບຽບຂອງໂຮງຮຽນ ແລະ ກົດໝາຍ;
第ມາດຕາ 10条
第10条 教育管理机构
省级行政机关对全省范围内的教育和体育工作实行集中统一管理,交由省级教育和体育厅直接负责,并主动与各厅局、县级行政机关、教育发展委员会及相关机构协调配合。
省内教育和体育管理机构包括:
1. 省级教育和体育厅;
2. 县级教育和体育办公室;
3. 公立和私立教育机构;
4. 村级教育发展委员会。
ພາສາລາວ (老挝语原文)
ມາດຕາ 10 ອົງການຄຸ້ມຄອງວຽກງານການສຶກສາ
ອົງການປົກຄອງແຂວງ ເປັນຜູ້ຄຸ້ມຄອງວຽກງານການສຶກສາ ແລະ ກິລາ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວແຂວງ ໂດຍມອບໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນດາພະແນກການ, ອົງການປົກຄອງເມືອງ, ຄະນະພັດທະນາການສຶກສາ ແລະ ອົງການທີ່ກ່ຽວຂ້ອງ.
ອົງການຄຸ້ມຄອງວຽກງານສຶກສາ ແລະ ກິລາ ພາຍໃນແຂວງ ປະກອບດ້ວຍ:
1. ພະແນກສຶກສາທິການ ແລະ ກິລາ ແຂວງ;
2. ຫ້ອງການສຶກສາທິການ ແລະ ກິລາ ເມືອງ;
3. ສະຖານການສຶກສາທັງພາກລັດ ແລະ ເອກະຊົນ;
4. ຄະນະພັດທະນາການສຶກສາຂັ້ນບ້ານ.
第ມາດຕາ 11条
第11条 教师和学生管理检查机构
教师和学生管理工作的检查机构包括内部检查机构和外部检查机构;
内部检查机构是与本协议规定的教育和体育管理机构相同的机构;
外部检查机构包括省级人民议会、省级党政检查机构、退伍军人协会、省级建国阵线以及群众组织。
ພາສາລາວ (老挝语原文)
ມາດຕາ 11 ອົງການກວດກາການຄຸ້ມຄອງຄູສອນ ແລະ ນັກຮຽນ
ອົງການກວດກາວຽກງານຄຸ້ມຄອງຄູສອນ ແລະ ນັກຮຽນ ປະກອບດ້ວຍ ອົງການກວດກາພາຍໃນ ແລະ ອົງການກວດກາພາຍນອກ;
ອົງການກວດກາພາຍໃນ ແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານສຶກສາ ແລະ ກິລາ ທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງສະບັບນີ້;
ອົງການກວດກາພາຍນອກ ປະກອບດ້ວຍ ສະພາປະຊາຊົນຂັ້ນແຂວງ, ອົງການກວດກາພັກ-ລັດແຂວງ, ສະຫະພັນນັກຮົບເກົ່າ, ແນວລາວສ້າງຊາດແຂວງ ແລະ ອົງການຈັດຕັ້ງມະຫາຊົນ.
第ມາດຕາ 12条
第12条 检查内容
1. 省内教育工作的政策、法规执行情况;
2. 职责范围内工作的组织与运作、主任和教师的品行及工作方式;
3. 教育体育部门的预算和资金使用情况;
4. 教学管理质量、学生纪律执行情况及其他。
ພາສາລາວ (老挝语原文)
ມາດຕາ 12 ເນື້ອໃນການກວດກາ
1. ການປະຕິບັດນະໂຍບາຍ, ລະບຽບ ກົດໝາຍ ກ່ຽວກັບວຽກງານສຶກສາ ພາຍໃນແຂວງ;
2. ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃນຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກຂອງຜູ້ອຳນວຍການ ແລະ ຄູ;
3. ການນຳໃຊ້ງົບປະມານ ແລະ ການເງິນ ຂອງຂະແໜງການສຶກສາທິການ ແລະ ກິລາ;
4. ຄຸນນະພາບການຈັດການຮຽນ-ການສອນ, ການປະຕິບັດລະບຽບວິໄນຂອງນັກຮຽນ ແລະ ອື່ນໆ.
本页展示前 12 条,全文共 17 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读