ຄຳສັ່ງວ່າດ້ວຍ ການເພີ້ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານທະບຽນສານ

关于加强法院登记工作的命令

Order on Strengthening Court Registration Work

ບົດສະຫຼຸບ

ຄຳສັ່ງສະບັບນີ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ບຸກຄົນໃນແຂວງອຸດົມໄຊ ປະຕິບັດການຈົດທະບຽນ ແລະ ຮັບຮອງສັນຍາ ແລະ ເອກະສານສະເພາະ ຕາມກົດໝາຍວ່າດ້ວຍການຈົດທະບຽນສານ ເພື່ອຮັບປະກັນຜົນບັງຄັບໃຊ້ທາງກົດໝາຍ, ຫຼຸດຜ່ອນຂໍ້ຂັດແຍ່ງ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອຸດົມໄຊ ເລກທີ.ຂົນ7ວິ./ອຊ
ອຸດົມໄຊ, ວັນທີ. .ພຶດສະພາ 2025
ຄຳສັ່ງ
ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານທະບຽນສານ

- ອີງຕາມ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015;
- ອີງຕາມ ກົດໝາຍ ວ່າດ້ວຍທະບຽນສານ ສະບັບປັບປຸງ ສະບັບເລກທີ 24/ສພຊ, ລົງວັນທີ 29 ທັນວາ 2022;
- ອີງຕາມ ຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານທະບຽນສານ ສະບັບເລກທີ 10/ນຍ, ລົງວັນທີ 1 ເມສາ 2017;
- ອີງຕາມ ໜັງສືສະເໜີ ຂອງພະແນກຍຸຕິທຳແຂວງ ສະບັບເລກທີ 172/ພຍທ, ລົງວັນທີ 5 ພຶດສະພາ 2025.

ວຽກງານທະບຽນສານ ເປັນວຽກງານໜຶ່ງ ທີ່ມີພາລະບົດບາດສຳຄັນຂອງຂະແໜງຍຸຕິທຳ ໃນການຢັ້ງຢືນຄວາມ
ຖືກຕ້ອງ ຕາມຄວາມເປັນຈິງ ແລະ ຕາມກົດໝາຍ ຂອງສັນຍາ ແລະ ເອກະສານອື່ນໆ, ແນໃສ່ເພີ່ມທະວີນິຕິທຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຜ່ານການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍທະບຽນສານ ເຫັນວ່າ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຂອງສັງຄົມ ໃນການເຂົ້າເຖິງຄວາມໝາຍ, ຄວາມສຳຄັນ, ຜົນປະໂຫຍດທີ່ຈະໄດ້ຮັບຈາກການຢັ້ງຢືນທະບຽນສານ ຂອງບັນດາຂະແໜງການ, ອົງການຈັດຕັ້ງສັງຄົມ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ເອກະຊົນ, ພົນລະເມືອງລາວ ແລະ ຄົນຕ່າງປະເທດມີຫຼາຍສັນຍາ ແລະ ເອກະສານ ຍັງບໍ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍ ເຊິ່ງເຮັດໃຫ້ມີ
ຫຼາຍສັນຍາ ແລະ ຫຼາຍເອກະສານບໍ່ທັນຖືກຕ້ອງ ຈຶ່ງເປັນສາເຫດອັນ ທີ່ພາໃຫ້ເກີດມີຂໍ້ຂັດແຍ່ງ, ຄວາມສັບສົນ ໃຫ້ແກ່ການຈັດຕັ້ງພັກ-ລັດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ເນື່ອງຈາກສັນຍາ ແລະ ເອກະສານນັ້ນບໍ່ຖືກຕ້ອງ ຕາມກົດໝາຍ ແລະ ຄວາມເປັນຈິງ ເປັນຕົ້ນ ພິໄນກຳ, ລາຍເຊັນ, ລາຍໂປ້ມື, ເອກະສານສຳເນົາ ແລະ ເອກະສານອື່ນໆ, ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈຂອງສັງຄົມ ກ່ຽວກັບວຽກງານທະບຽນສານ, ເຮັດໃຫ້ກົດໝາຍ ວ່າດ້ວຍທະບຽນສານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໃນຂອບເຂດທົ່ວແຂວງອຸດົມໄຊ ທັງເປັນການຍົກສູງຄຸນນະພາບໃນການຢັ້ງຢືນສັນຍາ ຫຼື ເອກະສານອື່ນໆ ໃຫ້ມີຄຸນຄ່າທາງດ້ານກົດໝາຍ ເປັນຫຼັກຖານ ໃຫ້ແກ່ການພິພາກສາຂອງສານ, ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງບຸກຄົນ ນິຕິບຸກຄົນ, ການຈັດຕັ້ງປະກອບ
ສ່ວນອັນສຳຄັນເຂົ້າໃນການສ້າງຄວາມຍຸຕິທຳໃນສັງຄົມ ໃຫ້ມີຄວາມເຂັ້ມແຂງ.

ເຈົາແຂວງ ອອກຄຳສັ່ງ:

1. ໃຫ້ບັນດາພະແນກການ, ອົງການລັດທຽບເທົ່າ, ອົງການຈັດຕັ້ງສັງຄົມ, ບັນດາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍທະບຽນສານ ແລະ ບັນດາກິດຈະກຳຕ່າງໆ ກ່ຽວກັບວຽກງານທະບຽນສານຢ່າງເຂັ້ມງວດ ໂດຍຖືເອົາການເຄົາລົບ ແລະ ປະຕິບັດກົດໝາຍ ວ່າດ້ວຍທະບຽນສານ ເປັນຂະບວນການຫຼັກທີ່ສຳຄັນໃນສັງຄົມ ໃຫ້ເປັນສັງຄົມຍຸຕິທຳ ຕາມແນວທາງຂອງພັກ-ລັດ, ປະກອບສ່ວນອັນສຳຄັນ ເຂົ້າໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ:

2. ໃຫ້ບັນດາພະແນກການ, ອົງການລັດທຽບເທົ່າ, ອົງການຈັດຕັ້ງສັງຄົມ, ບັນດາເມືອງ ແລະ ທຸກພາກສ່ວນທີ່
ກ່ຽວຂ້ອງ ທັງພາກລັດ, ເອກະຊົນ, ພົນລະເມືອງລາວ ແລະ ຄົນຕ່າງປະເທດ ຕ້ອງປະຕິບັດຢ່າງເປັນເຊກະພາບ ໃນການນຳເອົາສັນຍາ ແລະ ເອກະສານຕ່າງໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ) ສະບັບເລກທີ 24/ສພຊ, ລົງວັນທີ 29 ທັນວາ 2022 ມາຢັ້ງຢືນທະບຽນສານ ຊຶ່ງປະກອບມີດັ່ງນີ້:
2.1 ສັນຍາປະເພດຕ່າງໆ.
- ສັນຍາຊື້ຂາຍ, ແລກປ່ຽນ, ເຊົ່າ ແລະ ມອບ, ໂອນ ພາຫະນະທີ່ມີທະບຽນທຸກປະເພດ;
- ສັນຍາຊື້ຂາຍ, ແລກປ່ຽນ, ເຊົ່າ ແລະ ມອບ, ໂອນ ອະສັງຫາຣິມະຊັບ (ທີ່ດິນ, ເຮືອນ);
- ສັນຍາກູ້ຢືມ ທີ່ມີການຄ້າປະກັນດ້ວຍອະສັງຫາຣິມະຊັບ ຫຼື ພາຫະນະທີ່ມີທະບຽນ;
- ສັນຍາຮຸ້ນສ່ວນ;
- ສັນຍາຊື້ຂາຍ, ມອບ, ໂອນຮຸ້ນ ຫຼື ກິດຈະການທຸກປະເພດ;
- ສັນຍາສຳປະທານ;
- ສັນຍາຮັບເຫຼົາກໍ່ສ້າງ-ສ້ອມແປງໂຄງລ່າງພື້ນຖານ, ສະໜອງວັດຖຸອຸປະກອນ ແລະ ສັນຍາອື່ນໆ ທີ່ກ່ຽວຂ້ອງກັບໂຄງການລົງທຶນຂອງລັດ;
- ສັນຍາອື່ນໆ ທີ່ກົດໝາຍກ່ຽວຂ້ອງກຳນົດ ໃຫ້ມາຢັ້ງຢືນທະບຽນສານ ແລະ ຕາມທີ່ກຳນົດໄວ້ໃນປະມວນກົດໝາຍແພ່ງ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ;
- ນອກຈາກສັນຍາທີ່ກ່າວມາຂ້າງເທິງແລ້ວ ສັນຍາອື່ນໆ ກໍສາມາດນຳສະເໜີຢັ້ງຢືນທະບຽນສານໄດ້.
2.2 ປະເພດເອກະສານ.
ການແປພາສາ;
- ກຳມະສິດ ກ່ຽວກັບສິນສົມສ້າງ ຫຼື ຊັບເດີມຂອງຄູ່ຜົວເມຍ;
- ເອກະສານສະບັບສຳເນົາຖ່າຍ ແມ່ນເອກະສານທີ່ຖ່າຍຈາກສະບັບຕົ້ນເຊັ່ນ: ໃບປະກາດ, ໃບຄະແນນ, ບັດປະຈຳຕົວ, ປຶ້ມສຳມະໂນຄົວ ແລະ ເອກະສານອື່ນໆ;
- ລາຍເຊັນ ຫຼື ລາຍໂປ້ມື;
- ຮູບຖ່າຍທຽບກັບຕົວບຸກຄົນ;
- ເວລາ ແລະ ສະຖານທີ່ຍື່ນເອກະສານ;
ພິໄນກຳ;
ເອກະສານກ່ຽວກັບມູນມໍຣະດົກ;
- ເອກະສານອື່ນໆ ກ່ຽວພັນກັບສາຍພົວພັນທາງແພ່ງ.
2.3 ສັນຍາກູ້ຢືມເງິນຈາກທະນາຄານ ແລະ ສະຖາບັນການເງິນດີ:
ສັນຍາກູ້ຢືມ ແລະ ສັນຍາຄຳປະກັນເງິນກູ້ ຂອງທະນາຄານ ແລະ ສະຖາບັນຈຸລະພາກທີ່ມີການຄໍ້າປະກັນດ້ວຍ
ອະສັງຫາຣິມະຊັບ, ບັນຊີເງິນຝາກ ແລະ ດ້ວຍຊັບອື່ນໆ ທຸກຄັ້ງຕ້ອງໄດ້ຢັ້ງຢືນຈາກທະບຽນສານ;
- ສຳລັບສັນຍາກູ້ຢືມຈາກທະນາຄານ ແລະ ສະຖາບັນການເງິນຈຸລະພາກທີ່ມີການຄໍ້າປະກັນດ້ວຍອະສັງຫາຣິມະ
ຊັບທີ່ມີມູນຄ່າ 5 ຕີຂຶ້ນໄປ ຕ້ອງໃຫ້ຂະແຫງທີ່ກ່ຽວຂ້ອງ ແລະ ທະບຽນສານ ເຂົ້າຮ່ວມກວດກາ ແລະ
ຕົວຈິງ ກ່ອນການຢັ້ງຢືນ.
3. ທຸກສັນຍາ ຫຼື ເອກະສານຕ່າງໆ ທີ່ຖືກຕ້ອງ, ສອດຄ່ອງ ແລະ ມີຄຸນຄ່າທາງດ້ານກົດໝາຍນັ້ນ
ປະເມີນຫຼັກຊັບ
ຕ້ອງໄດ້ຮັບການຢັ້ງຢືນຄວາມຖືກຕ້ອງ ຈາກອົງການທະບຽນສານເທົ່ານັ້ນ ໃນກໍລະນີສັນຍາ ຫຼື ເອກະສານ ທີ່ຍັງບໍ່ໄດ້ຮັບການຢັ້ງຢືນຈາກອົງການທະບຽນສານນັ້ນ ໃຫ້ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ແນະນຳບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໄປຢັ້ງຢືນຄວາມຖືກຕ້ອງ ນຳອົງການທະບຽນສານບ່ອນທີ່ມີຫ້ອງການຕັ້ງປະຈຳ, ກ່ອນບັນດາອາຍຸຂອງສັນຍາ;

4. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນຳເອົາສັນຍາ ຫຼື ເອກະສານຕ່າງໆ ມາຢັ້ງຢືນຄວາມຖືກຕ້ອງ ທາງດ້ານກົດໝາຍ ນຳອົງການທະບຽນສານນັ້ນ ຕ້ອງໄດ້ເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ວ່າດ້ວຍທະບຽນສານ ແລະ ລັດຖະບັນຍັດ ຂອງປະທານປະເທດ ທີ່ປະກາດໃຊ້ ແຕ່ລະໄລຍະ;

5. ພະແນກຍຸຕິທຳ ແລະ ຫ້ອງການຍຸຕິທຳເມືອງ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ປະສານສົມທົບ ແລະ ຊຸກຍູ້
ບັນດາພະແນກການ, ອົງການທຽບເທົ່າ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫ້ອງການອ້ອມຂ້າງເມືອງ
ໃນການໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍທະບຽນສານ, ນິຕິກຳ ກ່ຽວກັບວຽກງານທະບຽນສານ ໃຫ້ກວ້າງຂວາງ
ແລະ ເລິກເຊິ່ງ ເພື່ອໃຫ້ບັນດາຂະແໜງການ, ອົງການ ແລະ ພົນລະເມືອງລາວ ແລະ ຄົນຕ່າງປະເທດ ໄດ້ຮັບຮູ້ ແລະ
ເຂົ້າໃຈເຖິງຄວາມໝາຍ, ຄວາມສຳຄັນ, ຜົນປະໂຫຍດ ທີ່ຈະໄດ້ຮັບຈາກການຢັ້ງຢືນຄວາມຖືກຕ້ອງຂອງບັນດາສັນຍາ ຫຼື
ເອກະສານຕ່າງໆ ໂດຍອົງການທະບຽນສານ;

6. ໃຫ້ອົງການປົກຄອງແຂວງ, ອົງການປົກຄອງເມືອງ ເອົາໃຈໃສ່ຕິດຕາມ, ກວດກາ ແລະ ມອບໝາຍ
ວຽກງານທະບຽນສານ ໃນຂັ້ນຂອງຕົນ, ປັບປຸງໃຫ້ມີຄວາມທັນສະໄໝ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ
ແລະ ແບບແຜນວິທີເຮັດວຽກ ແນໃສ່ຮັບປະກັນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ຖືກຕ້ອງ ຕາມທີ່
ກຳນົດໄວ້ໃນກົດໝາຍ ວ່າດ້ວຍທະບຽນສານ;

7. ໃຫ້ພາກສ່ວນທີ່ກ່ຽວຂ້ອງ ນັບທັງຂັ້ນແຂວງ ແລະ ຂັ້ນເມືອງ ເພີ່ມທະວີຄວາມເອົາໃຈໃສ່ ໃກ້ຊິດຕິດແທດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ ແນໃສ່ ຮັບປະກັນ ການບໍລິການສັງຄົມດ້ວຍຄວາມວ່ອງໄວ, ຖືກຕ້ອງ, ຊັດເຈນ ແລະ ຢູ່ພາຍໃຕ້ກົດໝາຍ ປະກອບສ່ວນ ເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ພ້ອມກັນນັ້ນ, ກໍເອົາໃຈໃສ່ຄຸ້ມຄອງລາຍຮັບ ຈາກຄ່າທຳນຽມ ແລະ ຄ່າບໍລິການ ໃນ ການຢັ້ງຢືນສັນຍາ ຫຼື ເອກະສານຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງ ກັບກົດໝາຍ ແລະ ລະບຽບການເງິນວາງອອກ;

8. ໃຫ້ພະແນກຍຸຕິທຳ ຂຶ້ນແຜນ ໃນການສະເໜີກໍ່ສ້າງ, ບຳລຸງ ແລະ ຍົກລະດັບວິຊາສະເພາະ ໃຫ້ພະນັກງານທະບຽນສານຂັ້ນຕ່າງໆ ດ້ວຍຫຼາຍຮູບການ ເປັນຕົ້ນ ການຝຶກອົບຮົມ ໄລຍະສັ້ນ, ໄລຍະຍາວ ເພື່ອໃຫ້ໄດ້ຜູ້ຊຳນານງານ ຫຼື
ຜູ້ຊ່ຽວຊານ ໃນວຽກງານດັ່ງກ່າວ ແນໃສ່ຮັບປະກັນ ຍົກສູງຄຸນນະພາບ ຂອງວຽກງານທະບຽນສານ, ຮັບປະກັນການສະໜອງຂໍ້ມູນຊັດເຈນ ໃຫ້ແກ່ການດຳເນີນຄະດີ ຕາມຂະບວນການຍຸຕິທຳ ມີຄວາມວ່ອງໄວ ແລະ ກົງໄປກົງມາ ທັງຮັບປະກັນໃຫ້ແກ່ສານຕັດສິນ ໃຫ້ມີຄວາມເຂັມງວດ ແລະ ສັກສິດຫຼາຍຂຶ້ນ;

9. ມອບໃຫ້ພະແນກຍຸຕິທຳ ເປັນເສນາທິການ ໃຫ້ແກ່ອົງການປົກຄອງແຂວງ ແລະ ເປັນເຈົ້າການປະສານສົມທົບ ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ພ້ອມທັງສະຫຼຸບ, ລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ ເພື່ອຊາບ ແລະ ມີທິດຊີ້ນຳ;

10. ພະແນກການ, ອົງການລັດທຽບເທົ່າ, ເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ ຢ່າງເຂັມງວດ;

11. ຄຳສັ່ງ ສະບັບນີ້ ປ່ຽນແທນ ຄຳສັ່ງ ສະບັບເລກທີ 240/ຈຂ.ອຊ, ລົງວັນທີ 20 ມີນາ 2017 ແລະ ມີຜົນສັກສິດ
ນັບແຕ່ວັນລົງລາຍເຊັນເປັນຕົນໄປ

ເຈົ້າແຂວງ

-

ບຸນຄົງ ທ້າຈຽມພຸນ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ