ຄຳສັ່ງວ່າດ້ວຍ ການຈັດຕັ້ງປະຕິບັດອາກອນມູນຄ່າເພີ່ມ ຢູ່ແຂວງ ອຸດົມໄຊ
关于在乌多姆赛省实施增值税的命令
Order on Implementation of Value Added Tax in Oudomxay Province
ບົດສະຫຼຸບ
ຄຳສັ່ງນີ້ຮຽກຮ້ອງໃຫ້ວິສາຫະກິດເຊັ່ນໂຮງແຮມ ແລະ ຮ້ານອາຫານໃນແຂວງອຸດົມໄຊ ເຂົ້າສູ່ລະບົບພາສີມູນຄ່າເພີ່ມຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ, ຄຸ້ມຄອງການບັນທຶກບັນຊີ, ການອອກໃບເກັບເງິນ ແລະ ການຍື່ນແຈ້ງພາສີໃຫ້ຖືກຕ້ອງ, ແລະ ລົງໂທດຜູ້ລະເມີດໂດຍການພັກໃບອະນຸຍາດ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອຸດົມໄຊ ເລກທີ 0877/ອຊ
ວັນທີ 5 ພຶດສະພາ 2025
ຄຳສັ່ງ
ເລກທີ 0877/ອຊ
ວ່າດ້ວຍການຈັດຕັ້ງປະຕິບັດອາກອນມູນຄ່າເພີ່ມ ຢູ່ແຂວງອຸດົມໄຊ
- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015;
- ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 60/ສພຊ, ລົງວັນທີ 28 ມິຖຸນາ 2024;
- ອີງຕາມ ພັງສືສະເໜີຂອງພະແນກການເງິນປະຈຳແຂວງ ສະບັບເລກທີ 528/ກາຂ, ລົງວັນທີ 10 ເມສາ 2025.
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ທີ່ຜ່ານການຮັບຮອງໃນແຕ່ລະໄລຍະມີຜົນສັກສິດ ແລະ ເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຢ່າງມີຄວາມຍຸຕິທຳ ແລະ ເປັນເອກະພາບ ໃນຂອບ
ເຂດທົ່ວແຂວງ ອຸດົມໄຊ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ເພື່ອຄຸ້ມຄອງການປະຕິບັດພັນທະຂອງຫົວໜ່ວຍທຸລະກິດ ເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ ຕາມກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ງົບປະມານ ແລະ ການເງິນພາກລັດ.
ເຈົ້າແຂວງ ອອກຄຳສັ່ງ:
1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ພ້ອມທັງໄດ້ຮັບເລກປະຈຳຕົວຜູ້ເສຍອາກອນ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດ ຈາກຂະແໜງການທີ່ກ່ຽວຂ້ອງ ໃນຂອບເຂດທົ່ວແຂວງອຸດົມໄຊ ໃຫ້ເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ປະຕິບັດລະບຽບການ ກ່ຽວກັບ ອາກອນມູນຄ່າເພີ່ມ (ອມພ) ຕາມກົດໝາຍ ແລະ ລະບຽບການກຳນົດ ໂດຍເລີ່ມຈາກ: ໂຮງແຮມ, ເຮືອນພັກ, ລີສອດ, ຮ້ານອາຫານ, ຮ້ານບັນເທີງ, ພັດຕະຄານ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານມີນີມາກ, ຮ້ານຂາຍເຄື່ອງກໍ່ສ້າງ, ຮ້ານຂາຍເຄື່ອງໃຊ້
ຫ້ອງການ, ຮ້ານຂາຍຄຳ ຫຼື ວັດຖຸມີຄ່າ, ຮ້ານອາລູຊິງ ແລະ ກຸ່ມອື່ນໆ;
2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດເປັນຜູ້ມອບອາກອນມູນຄ່າເພີ່ມ ເກົ່າ ແລະ ຈຸນລະວິສາຫະກິດ ເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃໝ່ ຕ້ອງຖືບັນຊີໃຫ້ຖືກຕ້ອງ ແລະ ທັນກັບສະພາບ, ຕ້ອງນຳໃຊ້ໃບເກັບເງິນ ແລະ ອອກໃບເກັບເງິນອາກອນມູນຄ່າເພີ່ມ ໃຫ້ແກ່ຜູ້ຊື້ ຫຼື ຜູ້ໃຊ້ບໍລິການ ໃຫ້ຖືກຕ້ອງຕາມລະບຽບການ, ໂດຍໃຫ້ເລີ່ມຄິດໄລ່ ແລະ ຈັດເກັບອາກອນມູນຄ່າເພີ່ມ ນັບແຕ່ ວັນທີ 01 ກໍລະກົດ 2025 ເປັນຕົ້ນໄປ ແລ້ວແຈ້ງ-ມອບອາກອນມູນຄ່າເພີ່ມດັ່ງກ່າວ ຢູ່ທີ່ສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ກ່ອນວັນທີ 20 ຂອງເດືອນຖັດໄປ;
ຂ ການຈັດເກັບອາກອນມູນຄ່າເພີ່ມ ຈາກ ຜູ້ປະກອບການຕ່າງປະເທດ ທີ່ບໍ່ໄດ້ຈົດທະບຽນ ຢູ່ ສປປ ລາວ
ສປປ ລາວ ແລະ ໃຫ້ທວງຖາມເອົາໃບເກັບເງິນ ອາກອນມູນຄ່າເພີ່ມ
ແບບເປັນເຈັ້ຍ ຫຼື ແບບເອເລັກໂຕຼນິກ ນຳຜູ້ສະບນອງສິນຄ້າ ຫຼື ໃຫ້ບໍລິການ ທີ່ຢູ່ໃນລະບົບອາກອນມູນຄ່າ
ເພີ່ມ ທຸກຄັ້ງທີ່ໄດ້ມີການຊື້ສິນຄ້າ ຫຼື ຊົມໃຊ້ການບໍລິການ ເພື່ອປະຕິບັດໃຫ້ຖືກຕ້ອງຕາມກົດບນາຍກຳນົດ
ແລະ ເປັນຫຼັກຖານໃຫໍ້ແກ່ການລົງບັນຊີລາຍຈ່າຍ;
ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີການກະທຳທີ່ເປັນການລະເມີດຂໍ້ຫ້າມ ທີ່ກຳນົດໄວ້ຢູ່ໃນກົດ
ໜາຍວ່າດ້ວຍອາກອນມູນຄ່າເພີ່ມຢ່າງເດັດຂາດ ຖ້າບໍ່ດັ່ງນັ້ນ ຈະຖືກປະຕິບັດຕາມມາດຕະການທີ່ກຳນົດໄວ້
ໃນລະບຽບການ ຢ່າງເຂັ້ມງວດ:
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມ ຫາກລະເມີດກົດ
ບັນດາຄຳສັ່ງ ແລະ ລະບຽບການ ກ່ຽວກັບ ອາກອນມູນຄ່າເພີ່ມ ໃຫ້ປະຕິບັດມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຕາມແຕ່ລະກໍລະນີ,
ນອກຈາກນີ້ ຍັງຈະຕ້ອງປະຕິບັດມາດຕະການເພີ່ມເຕີມ ດັ່ງນີ້:
13
ກໍລະນີປະຕິບັດບໍ່ຄົບຖ້ວນ ຫຼື ບໍ່ສອດຄ່ອງຕາມສິດ ແລະ ໜ້າທີ່ ຂອງຜູ້ມອບອາກອນມູນຄ່າເພີ່ມ ເປັນຕົ້ນ: ບໍ່ຖືບັນຊີ ຫຼື ຖືບັນຊີບໍ່ຖືກຕ້ອງ, ບໍ່ອອກໃບເກັບເງິນທີ່ຖືກຕ້ອງໃຫ້ຜູ້ຊື້ ຫຼື ໃຊ້ບໍລິການ, ການຄິດໄລ່ເກັບ-ຫັກອາກອນມູນຄ່າເພີ່ມ
ເພີ່ມ ບໍ່ຖືກຕ້ອງ, ການປະກອບຂໍ້ມູນໃສ່ໃບແຈ້ງບໍ່ຖືກຕ້ອງ, ບໍ່ຍືນໃບແຈ້ງ, ການມອບເງິນອາກອນມູນຄ່າເພີ່ມຊັກຊ້າ, ພາຍຫຼັງທີ່ເຮັດບົດບັນທຶກ ຍັງສືບຕໍ່ເມີນເສີຍ ຫຼື ບໍ່ປະຕິບັດ ແລະ ອື່ນໆ;
- ພາຍຫຼັງທີ່ເຮັດບົດບັນທຶກ 15 ວັນ ແຕ່ຫົວໜ່ວຍທຸລະກິດຍັງບໍ່ມີການປັບປຸງແກ້ໄຂ ຂະແໜງການກ່ຽວຂ້ອງ ຈະສັງເກດກິດຈະການຊົ່ວຄາວ ເພື່ອໃຫ້ຫົວໜ່ວຍທຸລະກິດມີການປັບປຸງ ໃນໄລຍະເວລາ 30 ວັນ;
- ກໍລະນີ ໃນໄລຍະເວລາ 30 ວັນ ທີ່ສັງເກດກິດຈະການຊົ່ວຄາວ ເພື່ອປັບປຸງ ແຕ່ຫົວໜ່ວຍດັ່ງກ່າວ ຍັງບໍ່ມີການປັບປຸງແກ້ໄຂ ແມ່ນຈະຖືກຖອນໃບທະບຽນວິສາຫະກິດ, ຖອນໃບອະນຸຍາດດຳເນີນທຸລະກິດ ຫຼື ຖືກລົງໂທດຕາມກົດໝາຍ ຕາມກໍລະນີເບົາ ຫຼື ໜັກ.
ບັນດາຂະແໜງການກ່ຽວຂ້ອງ ຊ່ວຍຊຸກຍູ້ ແລະ ນຳໃຊ້ມາດຕະການ ຕໍ່ ຜູ້ມອບອາກອນມູນຄ່າເພີ່ມ ເກົ່າ ແລະ
ຈຸນລະວິສາຫະກິດ ທີ່ຕ້ອງເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃໝ່ ໃນການຕໍ່ໃບອະນຸຍາດດຳເນີນທຸລະກິດ.
ນອກຈາກນີ້ ຕ້ອງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກ ໃນການດຳເນີນມາດຕະການ ຕໍ່ຜູ້ມອບອາກອນມູນຄ່າເພີ່ມ ທີ່ລະເມີດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;
ໃຫ້ພະແນກການເງິນແຂວງ ຕິດຕາມ, ກວດກາ ແລະ ນຳພາ ປະຕິບັດການຖືບັນຊີ ຂອງຜູ້ມອບອາກອນມູນຄ່າເພີ່ມ ເກົ່າ ແລະ ຈຸນລະວິສາຫະກິດ ທີ່ຕ້ອງເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃໝ່ ໂດຍການຝຶກອົບຮົມ, ປະຖົມນິເທດ ໃຫ້ບັນດາຫົວໜ່ວຍທຸລະກິດ ໃຫ້ສາມາດຈັດຕັ້ງປະຕິບັດການຖືບັນຊີວິສາຫະກິດດ້ວຍຕົນເອງ, ນອກຈາກນີ້ ໃຫ້ກຳນົດເວລາຊັດເຈນ ຮັບປະກັນ ການອະນຸມັດການສົ່ງຄືນເງິນອາກອນມູນຄ່າເພີ່ມ;
ໃຫ້ສ່ວຍສາອາກອນປະຈຳແຂວງ ຄົ້ນຄວ້າລະບຽບການ ແລະ ຝຶກອົບຮົມ ໃຫ້ແກ່ພະນັກງານສ່ວຍສາ
ອາກອນແຕ່ແຂວງຮອດເມືອງ ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນສູງ; ສ່ວຍສາອາກອນປະຈຳແຂວງ ແລະ ເມືອງ ຕ້ອງກຳນົດເປົ້າໝາຍ ແລະ ປະຖົມນິເທດ ວິທີການຈັດເກັບ, ການຫັກ, ການແຈ້ງ, ການມອບ, ການຂໍຄືນ ແລະ ຂັ້ນຕອນຕ່າງໆ ຂອງລະບົບອາກອນມູນຄ່າເພີ່ມ ໃຫ້ຜູ້ມອບອາກອນມູນຄ່າເພີ່ມ ເກົ່າ ແລະ ຈຸນລະວິສາຫະກິດ ທີ່ຕ້ອງເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃໝ່ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ໃຫ້ທົ່ວເຖິງ ແລະ ສາມາດຈັດຕັ້ງປະຕິບັດດ້ວຍຕົນເອງ ຢ່າງຖືກຕ້ອງ ແລະ ຄ່ອງແຄ້ວດີ. ພ້ອມທັງ ໃຫ້ມີການຕິດຕາມ, ກວດກາ ແລະ ແນະນຳ ການຈັດຕັ້ງປະຕິບັດ ບັນດາຫ້າວຽກທີ່ຕິດພັນກັບການຄຸ້ມຄອງອາກອນມູນຄ່າເພີ່ມ ຢ່າງເປັນປົກກະຕິ;
9. ໃຫ້ຂະແບນງງົບປະມານ ແລະ ຄັງເງິນປະຈຳແຂວງ ພິຈາລະນາ ໃນການອະນຸມັດ-ເບີກຈ່າຍເງິນ ທີ່ຕິດພັນກັບການສົ່ງຄືນ ເງິນອາກອນມູນຄ່າເພີ່ມ ໃຫ້ທັນຕາມກຳນົດເວລາ;
10. ໃຫ້ທະນາຄານແຫ່ງ ສປປ ລາວ ສາຂາພາກເຫືອ ຊ່ວຍຊຸກຍູ້ ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ສະຫອງຂໍ້ມູນທຸລະກຳດ້ານການເງິນ ຂອງ ຜູ້ເສຍ, ຜູ້ມອບອາກອນມູນຄ່າເພີ່ມ ຕາມການສະເຫຼີຂອງຂະແຫງສ່ວຍສາອາກອນ ທີ່ໄດ້ກຳນົດໄວ້ໃນກົດບນາຍວ່າດ້ວຍອາກອນມູນຄ່າເພີ່ມ;
11. ໃຫ້ຂະແບນງການເງິນ ເປັນເຈົ້າການ ສົມທົບກັບ ຂະແບນງການກ່ຽວຂ້ອງ ຈັດຕັ້ງການເຜີຍແຜ່ກົດບນາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະ ຄຳສັ່ງສະບັບນີ້ ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ ແລະ ຂະຫຍ່າຍຖານອາກອນມູນຄ່າເພີ່ມ ໃຫ້ສຳເລັດໃນຂອບເຂດທົ່ວແຂວງ ຕາມກົດໝາຍ ແລະ ລະບຽບການກຳນົດ;
12. ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ ນທີລົງລາຍເຊັນເປັນຕົ້ນໄປ;
ບຸນຕຸ້ງ ທຼາຈູຽບພອນ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ