ດຳລັດວ່າດ້ວຍ ສິນເຊື່ອກາກບອນ

关于碳信用的政令

Decree on Carbon Credits

ບົດສະຫຼຸບ

ດຳລັດສະບັບນີ້ກຳນົດການຜະລິດ, ການຊື້ຂາຍ ແລະ ການຄຸ້ມຄອງສິນເຊື່ອກາກບອນໃນລາວ, ເນັ້ນໃສ່ຫຼັກການຄຸ້ມຄອງລວມສູນກາງ ແລະ ກຳນົດໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຮ່າງແຜນຍຸດທະສາດສິນເຊື່ອກາກບອນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ສິນເຊື່ອກາກບອນ
ສິນເຊື່ອກາກບອນ ແມ່ນ ສິດທີ່ເກີດຈາກການດຳເນີນໂຄງການ ຫຼື ກິດຈະການຕ່າງໆ ທີ່ເປັນການຫຼຸດຜ່ອນປະລິມານການປ່ອຍ, ການດູດຊັບ ແລະ ການເກັບກັກ ທາດອາຍເຮືອນແກ້ວ ຊຶ່ງແຕ່ລະທາດຕ້ອງໄດ້ຄິດໄລ່ເປັນຫົວໜ່ວຍທຽບເທົ່າເປັນໂຕນກາກບອນໄດອອກໄຊ (CO2) ແລະ ສິດດັ່ງກ່າວສາມາດແລກປ່ຽນ ຫຼື ຊື້ຂາຍ ຢູ່ໃນຕະຫຼາດສິນເຊື່ອກາກບອນ.

ມາດຕາ ມາດຕາ 2

ມາດຕາ 4 ຫຼັກການກ່ຽວກັບວຽກງານສິນເຊື່ອກາກບອນ
ວຽກງານສິນເຊື່ອກາກບອນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດສິນເຊື່ອກາກບອນ, ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ປົກປ້ອງຜົນປະໂຫຍດຂອງ ລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການເຄື່ອນໄຫວກິດຈະການສິນເຊື່ອກາກບອນ;
4. ການມີສ່ວນຮ່ວມຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
5. ຮັບປະກັນການປະສານສົມທົບກັບຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ.

ມາດຕາ ມາດຕາ 3

ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານສິນເຊື່ອກາກບອນ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 64 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ