关于碳信用的政令

ດຳລັດວ່າດ້ວຍ ສິນເຊື່ອກາກບອນ

Decree on Carbon Credits

简介

该政令调整老挝境内碳信用的产生、交易与管理活动,核心是确立集中统一管理原则,并规定由农林环境部制定碳信用战略计划。

Summary

This decree adjusts the generation, trading, and management of carbon credits within Laos, with the core being the establishment of a centralized management principle and stipulating that the Ministry of Agriculture, Forestry, and Environment shall formulate a carbon credit strategic plan.

ບົດສະຫຼຸບ

ດຳລັດສະບັບນີ້ກຳນົດການຜະລິດ, ການຊື້ຂາຍ ແລະ ການຄຸ້ມຄອງສິນເຊື່ອກາກບອນໃນລາວ, ເນັ້ນໃສ່ຫຼັກການຄຸ້ມຄອງລວມສູນກາງ ແລະ ກຳນົດໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຮ່າງແຜນຍຸດທະສາດສິນເຊື່ອກາກບອນ.

条文

第ມາດຕາ 1条

第2条 碳信用
碳信用是指因实施减少温室气体排放、吸收和封存的项目或活动而产生的权利,每种气体须折算为二氧化碳当量吨(CO2)单位,且该权利可在碳信用市场上交换或买卖。

ພາສາລາວ (老挝语原文)

ມາດຕາ 2 ສິນເຊື່ອກາກບອນ
ສິນເຊື່ອກາກບອນ ແມ່ນ ສິດທີ່ເກີດຈາກການດຳເນີນໂຄງການ ຫຼື ກິດຈະການຕ່າງໆ ທີ່ເປັນການຫຼຸດຜ່ອນປະລິມານການປ່ອຍ, ການດູດຊັບ ແລະ ການເກັບກັກ ທາດອາຍເຮືອນແກ້ວ ຊຶ່ງແຕ່ລະທາດຕ້ອງໄດ້ຄິດໄລ່ເປັນຫົວໜ່ວຍທຽບເທົ່າເປັນໂຕນກາກບອນໄດອອກໄຊ (CO2) ແລະ ສິດດັ່ງກ່າວສາມາດແລກປ່ຽນ ຫຼື ຊື້ຂາຍ ຢູ່ໃນຕະຫຼາດສິນເຊື່ອກາກບອນ.

第ມາດຕາ 2条

第4条 关于碳信用工作的原则
碳信用工作应遵循以下原则:
1. 符合法律、经济社会发展计划、碳信用战略计划、国家自主贡献应对气候变化方案、老挝人民民主共和国为缔约方的公约及相关国际条约;
2. 在全国范围内实行集中统一管理;
3. 保护国家、个人、法人及组织在碳信用活动中的利益;
4. 个人、法人及组织的参与;
5. 确保与相关部门、机构、地方行政机关及其他相关方的协调配合。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບວຽກງານສິນເຊື່ອກາກບອນ
ວຽກງານສິນເຊື່ອກາກບອນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດສິນເຊື່ອກາກບອນ, ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ປົກປ້ອງຜົນປະໂຫຍດຂອງ ລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການເຄື່ອນໄຫວກິດຈະການສິນເຊື່ອກາກບອນ;
4. ການມີສ່ວນຮ່ວມຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
5. ຮັບປະກັນການປະສານສົມທົບກັບຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ.

第ມາດຕາ 3条

第5条 适用范围
本法令适用于在老挝人民民主共和国境内从事和涉及碳信用工作的个人、法人和组织,无论是国内还是国外的。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານສິນເຊື່ອກາກບອນ ຢູ່ ສປປ ລາວ.

第ມາດຕາ 4条

第4条 碳信用战略计划
农林环境部负责研究制定碳信用战略计划,该计划是关于合作或买卖碳信用以及确定各阶段温室气体减排、吸收和封存目标政策的,通过与相关部委、机构、地方行政机构和其他部门协调,提交政府审议批准。

ພາສາລາວ (老挝语原文)

ມາດຕາ 4 ແຜນຍຸດທະສາດສິນເຊື່ອກາກບອນ
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ຄົ້ນຄວ້າ ສ້າງແຜນຍຸດທະສາດສິນເຊື່ອກາກບອນ ຊຶ່ງແມ່ນນະໂຍບາຍກ່ຽວກັບ ການຮ່ວມມື ຫຼື ຊື້ ຂາຍ ສິນເຊື່ອກາກບອນ ແລະ ການກຳນົດຄາດໝາຍສູ້ຊົນລະຫວ່າງການຫຼຸດຜ່ອນການປ່ອຍ, ການດູດຊັບ ແລະ ການເກັບກັກ ທາດອາຍເຮືອນແກ້ວ ໃນແຕ່ລະໄລຍະ ໂດຍມີການປະສານສົມທົບກັບ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ເພື່ອສະເໜີລັດຖະບານ ພິຈາລະນາຮັບຮອງ.

第ມາດຕາ 5条

第5条 碳信用战略计划的内容
碳信用战略计划的内容如下:

1. 各阶段碳信用管理的总体情况;
2. 战略计划的总体目标和预期目标;
3. 碳信用的重点工作;
4. 碳信用工作的政策、机制和实施措施;
5. 碳信用的规划、项目和活动;
6. 认为必要的其他内容。

ພາສາລາວ (老挝语原文)

ມາດຕາ 5 ເນື້ອໃນແຜນຍຸດທະສາດສິນເຊືອກາກບອນ
ເນື້ອໃນແຜນຍຸດທະສາດສິນເຊືອກາກບອນ ມີ ດັ່ງນີ້:

1. ສະພາບລວມໃນການຄຸ້ມຄອງ ກ່ຽວກັບສິນເຊືອກາກບອນ ໃນແຕ່ລະໄລຍະ;
2. ເປົ້າໝາຍ ແລະ ຄາດໝາຍລວມ ຂອງແຜນຍຸດທະສາດ;
3. ບັນດາວຽກຈຸດສຸມກ່ຽວກັບສິນເຊືອກາກບອນ;
4. ນະໂຍບາຍ, ກົນໄກ ແລະ ມາດຕະການ ການຈັດຕັ້ງປະຕິບັດວຽກງານສິນເຊືອກາກບອນ;
5. ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ກ່ຽວກັບສິນເຊືອກາກບອນ;
6. ເນື້ອໃນອື່ນ ທີ່ເຫັນວ່າມີຄວາມຈຳເປັນ.

第ມາດຕາ 6条

第6条 碳信用活动
碳信用活动如下:
1. 农业和林业领域的活动;
2. 能源和节能领域的活动;
3. 工业领域的活动;
4. 基础设施发展、运输和废物领域的活动;
5. 水域和泥炭地保护领域的活动;
6. 其他相关领域的活动。
各领域碳信用活动的开展必须符合温室气体减排标准。

ພາສາລາວ (老挝语原文)

ມາດຕາ 6 ກິດຈະການສິນເຊືອກາກບອນ
ກິດຈະການສິນເຊືອກາກບອນ ມີ ດັ່ງນີ້:
1. ກິດຈະການໃນຂົງເຂດກະສິກຳ ແລະ ປ່າໄມ້;
2. ກິດຈະການໃນຂົງເຂດພະລັງງານ ແລະ ອະນຸລັກພະລັງງານ;
3. ກິດຈະການໃນຂົງເຂດອຸດສາຫະກຳ;
4. ກິດຈະການໃນຂົງເຂດພັດທະນາໂຄງລ່າງພື້ນຖານ, ຂົນສົ່ງ ແລະ ສິ່ງເສດເຫຼືອ;
5. ກິດຈະການໃນຂົງເຂດອະນຸລັກ ທີ່ດິນບໍລິເວນນ້ຳ ແລະ ດິນຖ່ານຕົມ;
6. ກິດຈະການໃນຂົງເຂດອື່ນ ທີ່ກ່ຽວຂ້ອງ.
ການດຳເນີນກິດຈະການສິນເຊືອກາກບອນ ໃນແຕ່ລະຂົງເຂດ ຕ້ອງສອດຄ່ອງກັບມາດຕະຖານຫຼຸດຜ່ອນທາດອາຍເຮືອນແກ້ວ.

第ມາດຕາ 7条

第7条 农业和林业领域的活动
农业和环境部负责管理农业和林业领域的碳信用活动,通过与相关部委、机构和地方行政机构协调,研究制定关于活动管理、活动区域划定、树种或品种选择、植物品种、畜牧业以及技术-工艺标准的法规,用于活动,例如植树或恢复森林、减少毁林和森林退化、森林保护、种植、养殖,以促进碳信用的买卖,应对气候变化问题。

ພາສາລາວ (老挝语原文)

ມາດຕາ 7 ກິດຈະການໃນຂົງເຂດກະສິກຳ ແລະ ປ່າໄມ້
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ຄຸ້ມຄອງກິດຈະການສິນເຊື່ອກາກບອນໃນຂົງເຂດກະສິກຳ ແລະ ປ່າໄມ້ ໂດຍປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງ ລະບຽບການ ກ່ຽວກັບການຄຸ້ມຄອງກິດຈະການ, ກຳນົດພື້ນທີ່ກິດຈະການ, ຄັດເລືອກ ຊະນິດ ຫຼື ແນວພັນໄມ້, ແນວພັນພືດ, ການລ້ຽງສັດ ແລະ ມາດຕະຖານເຕັກນິກ-ເຕັກໂນໂລຊີ ສຳລັບກິດຈະການ ເປັນຕົ້ນ ການປູກໄມ້ ຫຼື ຟື້ນຟູປ່າ, ການຫຼຸດຜ່ອນ ການຕັດໄມ້ທຳລາຍປ່າ ແລະ ການເຮັດໃຫ້ປ່າຊຸດໂຊມ, ການອະນຸລັກປ່າໄມ້, ປູກຝັງ, ລ້ຽງສັດ ເພື່ອ ສົ່ງເສີມການຊື້ ຂາຍ ສິນເຊື່ອກາກບອນ, ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

第ມາດຕາ 8条

第8条 能源和节能领域的活动

工业和贸易部负责管理能源和节能领域的碳信用活动,并与农业和环境部、相关部委、机构和地方行政机构协调,研究制定关于活动管理、活动区域划定、替代能源或选择性能源、清洁能源以及技术标准的规定,用于以下活动:太阳能光伏发电、风能、水力发电、抽水蓄能、储能、混合能源、绿色氢-氨能源、地热能、生物燃料、生物质能、生物气体、节能、能源高效利用、清洁烹饪能源以及工业和交通领域向清洁能源转型,以促进碳信用的买卖,应对气候变化问题。

ພາສາລາວ (老挝语原文)

ມາດຕາ 8 ກິດຈະການໃນຂົງເຂດພະລັງງານ ແລະ ອະນຸລັກພະລັງງານ

ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງກິດຈະການສິນເຊື່ອກາກບອນໃນຂົງເຂດພະລັງງານ ແລະ ອະນຸລັກພະລັງງານ ໂດຍປະສານສົມທົບກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງລະບຽບການ ກ່ຽວກັບການຄຸ້ມຄອງກິດຈະການ, ກຳນົດພື້ນທີ່ກິດຈະການ, ປະເພດພະລັງງານທົດແທນ ຫຼື ພະລັງງານທາງເລືອກ, ພະລັງງານສະອາດ ແລະ ມາດຕະຖານເຕັກນິກ-ເຕັກໂນໂລຊີ ສຳລັບກິດຈະການ ເປັນຕົ້ນ ພະລັງງານໄຟຟ້າແສງຕາເວັນ, ລົມ, ນ້ຳຕົກ, ນ້ຳຕົກແບບສູບກັບ, ເກັບຮັກສາພະລັງງານ, ປະສົມພະລັງງານ ແລະ ພະລັງງານໄຮໂດຣເຈນ-ແອມໂມເນຍສີຂຽວ, ພະລັງງານຄວາມຮ້ອນໃຕ້ດິນ, ນ້ຳມັນເຊື້ອໄຟຊີວະພາບ, ພະລັງງານຊີວະມວນ, ແກັສຊີວະພາບ, ການປະຢັດພະລັງງານ, ການນຳໃຊ້ພະລັງງານຢ່າງມີປະສິດທິພາບ, ພະລັງງານສະອາດສຳລັບການປຸງແຕ່ງອາຫານ ແລະ ການຫັນປ່ຽນພະລັງງານໄປສູ່ພະລັງງານສະອາດ ໃນອຸດສາຫະກຳ ແລະ ການຂົນສົ່ງ ເພື່ອສົ່ງເສີມການຊື້-ຂາຍສິນເຊື່ອກາກບອນ, ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

第ມາດຕາ 9条

第9条 工业领域活动
工业和贸易部负责管理工业领域的碳信用活动,与农业和环境部、相关部委、机构和地方政府协调,研究制定关于活动管理、活动区域确定、使用技术以减少温室气体排放和环境友好、以及确定技术标准的规定,用于绿色工业、加工厂、工业区、工业园等活动,以促进碳信用的买卖,解决气候变化问题。

ພາສາລາວ (老挝语原文)

ມາດຕາ 9 ກິດຈະການໃນຂົງເຂດອຸດສາຫະກຳ
ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງກິດຈະການສິນເຊື່ອກາກບອນ ໃນຂົງເຂດອຸດສາຫະກຳ ໂດຍປະສານສົມທົບກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງລະບຽບການ ກ່ຽວກັບການຄຸ້ມຄອງກິດຈະການ, ກຳນົດ ພື້ນທີ່ຂອງກິດຈະການ, ການນຳໃຊ້ເຕັກໂນໂລຊີ ເພື່ອຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ກຳນົດ ມາດຕະຖານເຕັກນິກ-ເຕັກໂນໂລຊີ ສຳລັບກິດຈະການ ເປັນຕົ້ນ ອຸດສາຫະກຳສີຂຽວ, ໂຮງງານປຸງແຕ່ງ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ເພື່ອສົ່ງເສີມການຊື້ ຂາຍ ສິນເຊື່ອກາກບອນ, ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

第ມາດຕາ 10条

第10条 基础设施、交通和废弃物领域活动

公共工程与运输部负责管理基础设施、交通和废弃物领域的碳信用活动,并与农林部、环境部、相关部委、组织和地方政府协调,研究制定关于活动管理、活动区域划定、清洁能源车辆、基础设施开发以及技术标准(如非燃油车辆、绿色城市发展、废弃物限制和清除、废弃物转化为能源和其他产品)的法规,以促进碳信用的买卖,应对气候变化问题。

对于不属于公共工程与运输部负责的废弃物领域活动,则交由管理该废弃物的部门负责管理该活动。

ພາສາລາວ (老挝语原文)

ມາດຕາ 10 ກິດຈະການໃນຂົງເຂດ ພັດທະນາໂຄງລາງພື້ນຖານ, ຂົນສົ່ງ ແລະ ສິ່ງເສດເຫຼືອ

ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຄຸ້ມຄອງກິດຈະການສິນເຊືອກາກບອນ ໃນຂົງເຂດພັດທະນາໂຄງລາງພື້ນຖານ, ຂົນສົ່ງ ແລະ ສິ່ງເສດເຫຼືອ ໂດຍປະສານສົມທົບກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ ສ້າງ ລະບຽບການ ກ່ຽວກັບການຄຸ້ມຄອງກິດຈະການ, ກຳນົດພື້ນທີ່ຂອງກິດຈະການ, ພາຫະນະທີ່ນຳໃຊ້ພະລັງງານສະອາດ, ການພັດທະນາໂຄງລາງພື້ນຖານ ແລະ ມາດຕະຖານເຕັກນິກ-ເຕັກໂນໂລຊີ ສຳລັບກິດຈະການ ເປັນຕົ້ນ ພາຫະນະບໍ່ນຳໃຊ້ນ້ຳມັນເຊື້ອໄຟ, ການພັດທະນາຕົວເມືອງສີຂຽວ, ການຈຳກັດ ແລະ ກຳຈັດສິ່ງເສດເຫຼືອ, ການຫັນປ່ຽນຈາກສິ່ງເສດເຫຼືອເປັນພະລັງງານ ແລະ ເປັນຜະລິດຕະພັນອື່ນ ເພື່ອສົ່ງເສີມການຊື້ ຂາຍ ສິນເຊືອກາກບອນ, ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

ສຳລັບ ກິດຈະການໃນຂົງເຂດສິ່ງເສດເຫຼືອ ທີ່ບໍ່ໄດ້ຢູ່ໃນຄວາມຮັບຜິດຊອບຂອງກະຊວງໂຍທາທິການ ແລະ ຂົນສົ່ງ ມອບໃຫ້ກະຊວງຄຸ້ມຄອງສິ່ງເສດເຫຼືອນັ້ນ ເປັນຜູ້ຄຸ້ມຄອງກິດຈະການດັ່ງກ່າວ.

第ມາດຕາ 11条

第11条 湿地和泥炭地保护领域的活动

管理各类含湿地土地使用的部委,负责协调农业与环境部、相关部委、机构和地方政府,管理湿地保护领域的活动,以维护生态系统和生物多样性,研究制定关于活动管理、活动区域划定以及技术标准的法规,以促进碳信用交易,应对气候变化问题。

农业与环境部负责管理湿地和泥炭地保护领域(根据拉姆萨尔公约)的碳信用活动,以维护生态系统和生物多样性,协调相关部委、机构和地方政府,研究制定关于活动管理、活动区域划定以及技术标准的法规,以促进碳信用交易,应对气候变化问题。

ພາສາລາວ (老挝语原文)

ມາດຕາ 11 ກິດຈະການໃນຂົງເຂດອະນຸລັກ ທີດິນບໍລິເວນນ້ຳ ແລະ ດິນຖານຕົມ

ກະຊວງທີ່ຄຸ້ມຄອງການນຳໃຊ້ທີດິນແຕ່ລະປະເພດ ທີ່ມີທີ່ດິນບໍລິເວນນ້ຳ ເປັນຜູ້ຄຸ້ມຄອງກິດຈະການໃນຂົງເຂດອະນຸລັກ ທີດິນບໍລິເວນນ້ຳ ໂດຍປະສານສົມທົບກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອຮັກສາລະບົບນິເວດ ແລະ ຊີວະນານາພັນ ໃນການຄົ້ນຄວ້າສ້າງລະບຽບການ ກ່ຽວກັບການຄຸ້ມຄອງກິດຈະການ, ກຳນົດ ພື້ນທີ່ຂອງກິດຈະການ ແລະ ມາດຕະຖານເຕັກນິກ-ເຕັກໂນໂລຊີ ສຳລັບກິດຈະການ ເພື່ອສົ່ງເສີມການຊື້ ຂາຍ ສິນເຊື່ອກາກບອນ, ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ຄຸ້ມຄອງກິດຈະການສິນເຊື່ອກາກບອນ ໃນຂົງເຂດການອະນຸລັກ ທີດິນບໍລິເວນນ້ຳ ຕາມສົນທິສັນຍາຣາມຊາ ແລະ ດິນຖານຕົມ ເພື່ອຮັກສາລະບົບນິເວດ ແລະ ຊີວະນານາພັນ ໂດຍປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງລະບຽບການ ກ່ຽວກັບການຄຸ້ມຄອງກິດຈະການ, ກຳນົດ ພື້ນທີ່ຂອງກິດຈະການ ແລະ ມາດຕະຖານເຕັກນິກ-ເຕັກໂນໂລຊີ ສຳລັບກິດຈະການ ເພື່ອສົ່ງເສີມການຊື້ ຂາຍ ສິນເຊື່ອກາກບອນ, ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

第ມາດຕາ 12条

第12条 碳信用项目的实施
碳信用项目的实施是指开展碳信用活动,以合作和买卖碳信用。

ພາສາລາວ (老挝语原文)

ມາດຕາ 12 ການດຳເນີນໂຄງການສິນເຊື່ອກາກບອນ
ການດຳເນີນໂຄງການສິນເຊື່ອກາກບອນ ແມ່ນ ການເຄື່ອນໄຫວດຳເນີນກິດຈະການສິນເຊື່ອກາກບອນ ເພື່ອ ຮ່ວມມື ແລະ ຊື້ ຂາຍ ສິນເຊື່ອກາກບອນ.

本页展示前 12 条,全文共 64 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译