ມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາການປັບປຸງເນື້ອໃນມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍ ການປະກັນສັງຄົມ

国会常务委员会关于批准《社会保险法》第34条和第38条内容修订的决议

Resolution of the National Assembly Standing Committee Approving Amendments to Articles 34 and 38 of the Social Security Law

ບົດສະຫຼຸບ

ມະຕິສະບັບນີ້ໄດ້ປັບປຸງເງື່ອນໄຂການຮັບເງິນບຳນານ, ກຳນົດໃຫ້ມີອາຍຸການເຮັດວຽກ 25 ປີຂຶ້ນໄປ ແລະ ອາຍຸສະເພາະ, ພ້ອມທັງກຳນົດວິທີການຄິດໄລ່ເງິນຊ່ວຍເຫຼືອແບບຄັ້ງດຽວສຳລັບຜູ້ທີ່ບໍ່ມີເງື່ອນໄຂ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ເຫັນດີຮັບຮອງເອົາການປັບປຸງເນື້ອໃນມາດຕາ 84 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ:
1. ມາດຕາ 34 ເງື່ອນໄຂຮັບການອຸດໜູນບຳນານ
ຜູ້ທີ່ຮັບການອຸດໜູນບຳນານ ມີເງື່ອນໄຂດັ່ງນີ້:
1.1 ເພດຊາຍ ແລະ ເພດຍິງ ຕ້ອງມີປີການຊາວຫ້າປີຂຶ້ນໄປ ແລະ ມີອາຍຸກະສຽນຫ້າສິບເຈັດປີຫາຫົກສິບປີ ສຳລັບເພດຊາຍ, ຫ້າສິບຫ້າປີຫາຫົກສິບປີ ສຳລັບເພດຍິງ. ສຳລັບຜູ້ມີປີການຊາວສາມປີຂຶ້ນໄປ ແຕ່ບໍ່ເຖິງຊາວຫ້າປີ ສາມາດຮັບອຸດໜູນບຳນານໄດ້ ແຕ່ໃຫ້ຫຼຸດອັດຕາສ່ວນຮ້ອຍອຸດໜູນບຳນານລົງ ໜຶ່ງສ່ວນຮ້ອຍ (1%) ຕໍ່ໜຶ່ງປີການທີ່ຫຼຸດ;
ສຳລັບອາຍຸກະສຽນ ແລະ ປີການຂອງທະຫານ, ຕຳຫຼວດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
1.2 ເຂົ້າການປະຕິວັດກ່ອນປີ 1975, ເສຍກຳລັງແຮງງານປະເພດ ໜຶ່ງ ຫາ ສີ່, ເຮັດວຽກກັບທາດເບື່ອ, ເຄມີ ແລະ ສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ ຫ້າປີຂຶ້ນໄປ ຕາມການຢັ້ງຢືນທາງການແພດ, ມີອາຍຸກະສຽນຫ້າສິບຫ້າປີຂຶ້ນໄປ ສຳລັບເພດຊາຍ, ຫ້າສິບປີຂຶ້ນໄປ ສຳລັບເພດຍິງ ແລະ ມີປີການແຕ່ ຊາວປີຂຶ້ນໄປ ໃຫ້ຈັດເຂົ້າຢູ່ໃນກຸ່ມຜູ້ຮັບບຳນານ ໄລຍະທີສາມ;
1.3 ເຮັດວຽກໃນລະບອບເກົ່າກ່ອນປີ 1975 ໃຫ້ຄິດໄລ່ປີການ ສາມປີໃດ ເທົ່າກັບ ໜຶ່ງປີການ ແລະ ໃຫ້ຈັດເຂົ້າເປັນ ໄລຍະທີສອງ;
1.4 ມີການຢັ້ງຢືນພັກຮັບບຳນານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ.
2. ມາດຕາ 38 ການຄິດໄລ່ເງິນອຸດໜູນເທື່ອດຽວ
ຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບຳນານ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ຊຶ່ງຄິດໄລ່ເທົ່າກັບ ແປດສິບຫ້າສ່ວນຮ້ອຍ (85%) ຂອງເງິນປະກັນຕົນເດືອນສຸດທ້າຍ ຄູນໜຶ່ງເດືອນເຄິ່ງ ແລະ ຄູນ ດ້ວຍຈຳນວນປີການຂອງຜູ້ກ່ຽວ.

ມາດຕາ ມາດຕາ 2

ມາດຕາ 2 ມະຕິສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົນໄປ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ