ລັດຖະບັນຍັດວ່າດ້ວຍ ການປັບປຸງ ມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍ ການປະກັນສັງຄົມ

关于修订《社会保险法》第34条和第38条的法令

Decree Amending Articles 34 and 38 of the Social Security Law

ບົດສະຫຼຸບ

ດຳລັດສະບັບນີ້ກຳນົດເງື່ອນໄຂການຮັບບຳນານ ແລະ ວິທີການຄິດໄລ່ເງິນຊ່ວຍເຫຼືອຄັ້ງດຽວໃນລາວ, ເນັ້ນໃສ່ການລະອຽດເງື່ອນໄຂອາຍຸງານ, ອາຍຸ ແລະ ສູດການຄິດໄລ່ເງິນຊ່ວຍເຫຼືອ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສັງຄົມ
ການປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສັງຄົມ ມີດັ່ງນີ້:
1 ມາດຕາ 34 ເງື່ອນໄຂຮັບການອຸດໜູນບຳນານ
ຜູ້ທີ່ຮັບການອຸດໜູນບຳນານ ມີເງື່ອນໄຂ ດັ່ງນີ້:
1.1 ເພດຊາຍ ແລະ ເພດຍິງ ຕ້ອງມີປີການ ຊາວຫ້າປີ ຂຶ້ນໄປ ແລະ ມີອາຍຸກະສຽນ ຫ້າສິບເຈັດປີ ຫາ ຫົກສິບປີ ສຳລັບເພດຊາຍ, ຫ້າສິບຫ້າປີ ຫາ ຫົກສິບປີ ສຳລັບເພດຍິງ. ສຳລັບຜູ້ມີປີການ ຊາວສາມປີ ຂຶ້ນໄປ ແຕ່ບໍ່ເຖິງ ຊາວຫ້າປີ ສາມາດຮັບອຸດໜູນບຳນານໄດ້ ແຕ່ໃຫ້ຫຼຸດອັດຕາສ່ວນຮ້ອຍອຸດໜູນບຳນານລົງໜຶ່ງ ສ່ວນຮ້ອຍ (1%) ຕໍ່ ໜຶ່ງປີການທີ່ຫຼຸດ;
ສຳລັບອາຍຸກະສຽນ ແລະ ປີການຂອງທະຫານ, ຕຳຫຼວດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
1.2 ເຂົ້າການປະຕິວັດກ່ອນປີ 1975, ເສຍກຳລັງແຮງງານປະເພດ ໜຶ່ງ ຫາ ສີ່, ເຮັດວຽກກັບທາດ ເບື່ອ, ເຄມີ ແລະ ສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ ຫ້າປີ ຂຶ້ນໄປ ຕາມການຢັ້ງຢືນທາງການແພດ, ມີອາຍຸ ກະສຽນ ຫ້າສິບຫ້າປີ ຂຶ້ນໄປ ສຳລັບເພດຊາຍ, ຫ້າສິບປີຂຶ້ນໄປ ສຳລັບເພດຍິງ ແລະ ມີປີການແຕ່ ຊາວປີ ຂຶ້ນໄປ ແລະ ໃຫ້ຈັດເຂົາຢູ່ໃນກຸ່ມຜູ້ຮັບບຳນານ ໄລຍະທີສາມ;
1.3 ເຮັດວຽກໃນລະບອບເກົ່າກ່ອນປີ 1975 ໃຫ້ຄິດໄລ່ປີການ ສາມປີໃດ ເທົ່າກັບ ໜຶ່ງປີການ ແລະ ໃຫ້ຈັດເຂົາເປັນ ໄລຍະທີສອງ;
1.4 ມີການຢັ້ງຢືນພັກຮັບບຳນານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ.
2 ມາດຕາ 88 ການຄິດໄລ່ເງິນອຸດໜູນເທື່ອດຽວ
ຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບຳນານ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ຊຶ່ງຄິດໄລ່ເທົ່າກັບ ແປດສິບ ຫ້າສ່ວນຮ້ອຍ (85%) ຂອງເງິນປະກັນຕົນເດືອນສຸດທ້າຍ ຄູນ ໜຶ່ງເດືອນເຄິ່ງ ແລະ ຄູນ ດ້ວຍຈຳນວນປີການຂອງ ຜູ້ກ່ຽວ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ