ຄຳແນະນຳກ່ຽວກັບ ການກວດກາ, ວິໄຈ ແລະ ຢັ້ງຢືນ ຄຸນນະພາບຢາງພາລາ
关于橡胶质量检查、检验与认证的指导意见
Guidelines on Rubber Quality Inspection, Testing, and Certification
ບົດສະຫຼຸບ
ກົດໝາຍນີ້ກຳນົດຂັ້ນຕອນ ແລະ ວິທີການກວດສອບ, ກວດກາ ແລະ ຮັບຮອງຄຸນນະພາບຢາງພາລາໃຫ້ເປັນເອກະພາບ, ຈັດລະດັບຄຸນນະພາບຕາມມາດຕະຖານແຫ່ງຊາດ, ເພື່ອເພີ່ມຄວາມເຊື່ອໝັ້ນຕໍ່ຕະຫຼາດ ແລະ ມູນຄ່າເພີ່ມຂອງຢາງພາລາ ແລະ ຜະລິດຕະພັນຢາງພາລາລາວ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກຳ ແລະ ປ່າໄມ້
ຄຳແນະນຳ
ກ່ຽວກັບ ການກວດກາ, ວິໄຈ ແລະ ຢັ້ງຢືນ ຄຸນນະພາບຢາງພາລາ
- ອີງຕາມ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
- ອີງຕາມ ໜັງສືສະເໜີ ຂອງສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສະບັບເລກທີ 0506/ສກປພ, ລົງວັນທີ 02 ເມສາ 2025;
- ອີງຕາມ ໜັງສືສະເໜີ ຂອງຫ້ອງການ ສະບັບເລກທີ 2134/ຫກ, ລົງວັນທີ 21 ພຶດສະພາ 2025.
ໃນໄລຍະຜ່ານມາ, ຂະແໜງການກະສິກຳ ແລະ ປ່າໄມ້ ແຕ່ລະຂັ້ນ ໄດ້ມີຄວາມພະຍາຍາມໃນການຊຸກຍູ້,
ສົ່ງເສີມການຄຸ້ມຄອງ, ພັດທະນາ, ປຸງແຕ່ງ ແລະ ຄົ້ນຄວ້າທົດລອງ ຢາງພາລາ ເພື່ອຂະຫຍາຍພັນ, ສືບພັນ, ປັບປຸງພັນ, ພັນທຸກຳໄມ້ຢາງພາລາ, ການຈະເລີນເຕີບໂຕ, ຄຸນປະໂຫຍດທາງດ້ານປະລິມານ ແລະ ຄຸນນະພາບ ຕິດພັນກັບ ການສ້າງຖານຂໍ້ມູນ, ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ຢາງພາລາ, ການຊື້ຂາຍ, ການເຄື່ອນຍ້າຍ, ການສົ່ງອອກ, ນຳເຂົ້າ ແລະ ສົ່ງຜ່ານຢາງພາລາ ລວມທັງການສົ່ງເສີມການປູກ ແລະ ປຸງແຕ່ງຢາງພາລາ ດ້ວຍການສົ່ງເສີມໃຫ້ມີການສ້າງຕັ້ງກຸ່ມຜະລິດ, ສະຫະກອນ ແລະ ສະມາຄົມຢາງພາລາ; ແຕ່ຄຽງຄູ່ກັນນັ້ນ ກໍຍັງເຫັນວ່າ ຂະບວນການຄຸ້ມຄອງ, ພັດທະນາ ແລະ ປຸງແຕ່ງ ຢາງພາລາ ບໍ່ທັນເຂັ້ມແຂງເທົ່າທີ່ຄວນ ໂດຍສະເພາະການກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ຍັງບໍ່ທັນມີຄວາມເປັນເອກະພາບ ແລະ ບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຢາງພາລາ
ບໍ່ໄດ້ຮັບການຈັດຊັ້ນຄຸນນະພາບ, ຄວາມເຊື່ອຫັ້ນຂອງຕະຫຼາດຕໍ່ຢາງພາລາບໍ່ທັນສູງ ແລະ ບໍ່ສາມາດເພີ່ມມູນຄ່າໃຫ້ແກ່ຢາງພາລາ ແລະ ຜະລິດຕະພັນຢາງພາລາ ທີ່ຜະລິດ ແລະ ປູງແຕ່ງຢູ່ປະເທດເຮົາ ໄດ້ດີເທົ່າທີ່ຄວນ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ທັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມາດຕາ 40 ຂອງກົດໝາຍວ່າດ້ວຍປາໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ມາດຕາ 11 ແລະ 12 ຂອງ ຂໍ້ຕົກລົງ ວ່າດ້ວຍການ ຄຸ້ມຄອງ, ພັດທະນາ ແລະ ປຸງແຕ່ງ ຢາງພາລາ ສະບັບເລກທີ 4288/ກປ, ລົງວັນທີ 17 ຕຸລາ 2023 ແນໃສ່ຮັບປະກັນຄວາມເປັນເອກະພາບ ໃນການ ກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ມາດຕະຖານແຫ່ງຊາດ, ພາກພື້ນ, ສາກົນ ທີ່ກ່ຽວຂ້ອງນັ້ນ,
ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:
1. ຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ
1. ຈຸດປະສົງ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ຢູ່ ສປປ ລາວ ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ມາດຕະຖານ ທີ່ກ່ຽວຂ້ອງ;
- ເພື່ອແນະນຳບັນດາຂັ້ນຕອນ ແລະ ວິທີການ ກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ໃຫ້ຖືກຕ້ອງຕາມມາດຕະຖານຢາງພາລາລາວ (ມລ 150-2024);
- ເພື່ອເປັນບ່ອນອີງໃຫ້ແກ່ ການຈັດຕັ້ງລັດ, ເອກະຊົນ ຕະຫຼອດຮອດຜູ້ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຈຳໜ່າຍ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ຍົກລະດັບຄວາມໂປ່ງໃສ ດ້ານການຢັ້ງຢືນຄຸນນະພາບຢາງພາລາ.
2. ຄວາມໝາຍ ແລະ ຄວາມສຳຄັນ
ການກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ແມ່ນຂະບວນການ ເກັບຕົວຢ່າງ, ການທົດສອບ, ການວິເຄາະ-ວີໄຈ, ບັນຈຸ, ຫຸ້ມຫໍ່ ແລະ ຢັ້ງຢືນຢາງພາລາ ແລະ ຜະລິດຕະພັນຢາງພາລາ ເພື່ອຈັດຊັ້ນຄຸນນະພາບ ຕາມມາດຕະຖານແຫ່ງຊາດ, ພາກພື້ນ, ສາກົນ ແລະ ມາດຕະຖານຂອງປະເທດຄູ່ການຄ້າທີ່ຕ້ອງການ ແນໃສ່ເພີ່ມມູນຄ່າໃຫ້ແກ່ ຢາງພາລາ ແລະ ຜະລິດຕະພັນຢາງພາລາ ທີ່ຜະລິດ, ປຸງແຕ່ງ ແລະ ສົ່ງອອກຈາກ ສປປ ລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄື ການພັດທະນາວຽກງານຢາງພາລາ ໃຫ້ໄປສູ່ຄຸນນະພາບໃໝ່ ທີ່ດີກວ່າເກົ່າ.
ການກວດກາ, ວິໄຈ ແລະ ຢັ້ງຢືນ ຄຸນນະພາບຢາງພາລາ ມີຄວາມສຳຄັນຕໍ່ການຄົ້ນຄວ້າທົດລອງ, ການຄຸ້ມຄອງ, ພັດທະນາ ແລະ ປຸງແຕ່ງ ຢາງພາລາ ໃຫ້ສອດຄ່ອງກັບ ກົດໝາຍ, ລະບຽບການ, ມາດຕະຖານແຫ່ງຊາດ,
ພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງກຳນົດ ຊຶ່ງເປັນການສ້າງຄວາມເຊື່ອບນັ້ນໃຫ້ແກ່ຕະຫຼາດຢາງພາລາ ພາຍໃນ ແລະ ຕ່າງປະເທດ ທັງປະລິມານ ແລະ ຄຸນນະພາບ, ເປັນການສ້າງວຽກເຮັດງານທຳ ແລະ ແຫຼ່ງລາຍຮັບສຳຄັນ ໃຫ້ແກ່ ຜູ້ປະກອບການ ແລະ ຊາວກະສິກອນ ທີ່ປູກ ຫຼື ຜະລິດ ແລະ ປຸງແຕ່ງຢາງພາລານັບມື້ເພີ່ມຂຶ້ນ.
ນິ. ການກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ
1. ການກວດກາຄຸນນະພາບຢາງພາລາ
ການກວດກາຄຸນນະພາບຢາງພາລາ ແມ່ນ ການເຄື່ອນໄຫວ ຕິດຕາມ, ກວດກາ, ເກັບກຳຂໍ້ມູນ ແລະ ຫຼັກຖານ ກ່ຽວກັບ ການປູກ, ບົວລະບັດຮັກສາ ຫຼື ຜະລິດ ແລະ ປຸງແຕ່ງຢາງພາລາ ແລະ ຜະລິດຕະພັນຢາງພາລາ ລວມທັງການ ເກັບກຳຂໍ້ມູນ ແລະ ຕົວຢ່າງຢາງພາລາຈາກສວນຢາງ, ໂຮງງານປຸງແຕ່ງຢາງພາລາ ແລະ ການນຳເຂົ້າຜະລິດຕະພັນ ຢາງພາລາ ໃນແຕ່ລະໄລຍະ ເພື່ອເປັນບ່ອນອີງໃຫ້ແກ່ ການວິໄຈ ແລະ ຢັ້ງຢືນຄຸນນະພາບ ຢາງພາລາ ຊຶ່ງດຳເນີນການ
ໂດຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຫຼື ການຈັດຕັ້ງອື່ນທີ່ໄດ້ຮັບສິດ ຕາມການມອບໝາຍຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ການກວດກາຄຸນນະພາບຢາງພາລາ ຕ້ອງດຳເນີນເປັນປົກກະຕິ ແລະ ຕໍ່ເນື່ອງ ໂດຍສະເພາະ ບັນດາສວນປູກຢາງພາລາ ທີ່ໄດ້ຂຶ້ນທະບຽນປ່າປູກຢາງຖືກຕ້ອງ ຕາມຄຳແນະນຳ ກ່ຽວກັບ ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ສະບັບເລກທີ 2492/ກປ, ລົງວັນທີ 23 ທັນວາ 2020 ເພື່ອອຳນວຍຄວາມສະດວກ ໃຫ້ແກ່ ການວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ລວມທັງ ການກວດກາ ຂະໜາດ, ມາດຕະຖານ, ການສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານປຸງແຕ່ງຢາງພາລາ ແນໃສ່ສົ່ງເສີມການປູກຕົ້ນໄມ້ຢາງພາລາເປັນສິນຄ້າ ເພື່ອຮັບໃຊ້ພາຍໃນ, ສົ່ງເສີມການປຸງແຕ່ງ ແລະ ສົ່ງອອກຢາງພາລາ ທີ່ມີຄຸນນະພາບ ແລະ ເປັນທີ່ຕ້ອງການຂອງຕະຫຼາດພາກພື້ນ ແລະ ສາກົນ.
ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ, ບັນດາສູນທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີຄວາມຮັບຜິດຊອບ ໃນການກວດກາຄຸນນະພາບຢາງພາລາ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ການເກັບກຳຂໍ້ມູນດ້ານເນື້ອທີ່ ແລະ ການນຳໃຊ້ປັດໄຈການຜະລິດ ເຂົ້າໃນສວນປູກໄມ້ຢາງພາລາ, ການດຳເນີນກິດຈະການປຸງແຕ່ງຢາງພາລາ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານຢາງພາລາ ຕາມລະບຽບກົດໝາຍກຳນົດ.
ການກວດກາຄຸນນະພາບຢາງພາລາ ສາມາດດຳເນີນໄດ້ທັງ ແບບປົກກະຕິ ຫຼື ກວດກາຕາມແຜນການປະຈຳປີ, ຕິດຕາມ, ການກວດກາຕາມຄຳສັ່ງ ຫຼື ຄຳສະເໜີຂອງບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບ ຄຸນນະພາບຢາງພາລາ ແລະ ການກວດກາແບບກະທັນຫັນ ຫຼື ຮີບດ່ວນ ເມື່ອຮູ້, ເຫັນ, ກຳໄດ້ສະພາບ ແລະ ຂໍ້ມູນດ້ານຄຸນນະພາບ
ຢາງພາລາທີ່ບໍ່ຖືກກັບຄວາມເປັນຈິງ ຫຼື ບໍ່ສອດຄ່ອງກັບຄຸນນະພາບທີ່ໄດ້ຢັ້ງຢືນແລ້ວ ເພື່ອເປັນຂໍ້ມູນໃນການສະຫຼຸບ ແລະ ລາຍງານຂັ້ນເທິງພິຈາລະນາ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດ.
ໃນການດຳເນີນການກວດກາຄຸນນະພາບຢາງພາລາ ແລະ ຜະລິດຕະພັນຢາງພາລາ ແຕ່ລະຄັ້ງ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:
1. ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ
2. ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ອອກຂໍ້ຕົກລົງ ແຕ່ງຕັ້ງພະນັກງານຂອງຕົນ ເພື່ອລົງກວດກາ ແລະ ເກັບຕົວຢ່າງ ຢູ່ສວນປູກໄມ້ຢາງພາລາ ຫຼື ໂຮງງານປຸງແຕ່ງຢາງພາລາ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
2). ຜູ້ໄດ້ຮັບການແຕ່ງຕັ້ງ ແຈ້ງຈຸດປະສົງ, ຂໍ້ຕົກລົງ ແລະ ແຜນເຄື່ອນໄຫວຂອງຄະນະຕົນ ໃຫ້ເປົ້າໝາຍທີ່ຖືກກວດກາ ໄດ້ຮັບຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ;
3). ຜູ້ໄດ້ຮັບການແຕ່ງຕັ້ງ ດຳເນີນເກັບກຳຂໍ້ມູນດ້ານຕ່າງໆ ກ່ຽວກັບ ຄຸນນະພາບຢາງພາລາ ພ້ອມທັງທ້ອນໂຮມ ຂໍ້ມູນຫຼັກຖານທີ່ກ່ຽວຂ້ອງ ຢ່າງຮອບດ້ານ ແລະ ຄົບຖ້ວນ;
4). ຜູ້ໄດ້ຮັບການແຕ່ງຕັ້ງ ຄົ້ນຄວ້າ, ວິເຄາະ, ວິໄຈ, ຕີລາຄາ ບັນດາຂໍ້ມູນ ແລະ ຫຼັກຖານ ທີ່ໄດ້ຮັບຢ່າງຊັດເຈນ ແລະ ພາວະວິໄສ ເພື່ອເປັນພື້ນຖານໃຫ້ແກ່ການສະຫຼຸບລາຍງານຂຶ້ນເທິງ ຕາມເນື້ອໃນການກວດກາຕົວຈິງ;
5). ຜູ້ໄດ້ຮັບການແຕ່ງຕັ້ງ ສະຫຼຸບລາຍງານຜົນການກວດກາຄຸນນະພາບຢາງພາລາ ຢ່າງລະອຽດ ໂດຍສະເພາະ ຜົນການກວດກາ ແລະ ຂໍ້ສະເໜີວິທີການແກ້ໄຂບັນຫາ ເພື່ອຮັບປະກັນຄວາມເປັນເອກະພາບ ແລະ ລົງລາຍເຊັນ ຮ່ວມກັບເປົ້າໝາຍທີ່ຖືກກວດກາ.
2. ການວິໄຈຄຸນນະພາບຢາງພາລາ
ການວິໄຈຄຸນນະພາບຢາງພາລາ ແມ່ນ ການນຳໃຊ້ວິທີການທາງວິທະຍາສາດ ເພື່ອກວດກາ, ວິເຄາະ, ວິໄຈ
ແລະ ຈັດຊັ້ນຄຸນນະພາບຢາງພາລາ ໃຫ້ຖືກຕ້ອງ ແລະ ຊັດເຈນ ດ້ວຍການນຳໃຊ້ ຫ້ອງວິໄຈຢາງພາລາ ຂອງສະຖາບັນ ຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍສະເພາະ ວັດຖຸອຸປະກອນ ແລະ ເຄື່ອງມື ຕ້ອງຖືກປັບຄ່າຄວາມສອດຄອງ ຕາມຄ່າມາດຕະຖານສາກົນ (ໄນໄຂເກາຊອຖບຫອ 0 8[ໄ07ແຕ່ວກ) ເປັນຕົ້ນ ການວິໄຈຫາ ປະລິມານສິ່ງເສດເຫຼືອ, ຂີ້ເຖົ້າ (430), ສານລະເຫີຍອາຍ (/0ໄ4ໄໄດຊຣາ), ໄນໂຕຣເຈນ (111ໄ108ແຜ), ຄວາມອ່ອນເບື້ອງຕົ້ນຂອງຢາງພາລາ (#ວ), ຕັດສະນີການຮັກສາຄວາມອ່ອນ (%41), ຄວາມຫຽວຂອງມູນີ (ມເຫໜາວຖ້ວນ ວນີໂນໂດ0ກ8ພູ), ສີ, ຮູບລັກສະນະ.
ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຫຼື ການຈັດຕັ້ງອື່ນທີ່ໄດ້ຮັບສິດມອບບນາບ ຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ດຳນີນການວິໄຈຄຸນນະພາບຢາງພາລາ
ບົນພື້ນຖານ ມາດຕະຖານຢາງພາລາລາວ (ມລ 50-2024) ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ຕາມຂໍ້ຕົກລົງ ສະບັບເລກທີ 1441/ອຄ, ລົງວັນທີ 12 ຕຸລາ 2024 ແລະ ປະຕິບັດຕາມຂັ້ນຕອນ ດັ່ງນີ້:
2.1. ການກະກຽມຕົວຢ່າງ
ຕົວຢ່າງຢາງພາລາ ທີ່ຈະນຳມາວິໄຈຄຸນນະພາບ ໃນຫ້ອງປະຕິບັດການ ຕ້ອງຜ່ານການເກັບຕົວຢ່າງ ແລະ ເປັນຢາງພາລາກ້ອນອັດ ແຫ້ນ ທີ່ຜະລິດມາຈາກ ນ້ຳຢາງສົດ, ຢາງກ້ອນ ຫຼື ແຜ່ນຢາງດີບ ແລະ ຢາງປະສົມ ໃນປະລິມານ ຫ້າຮ້ອຍ ກຣາມ ຫາ ຫ່ງ ກິໂລກຣາມ ຕໍ່ຕົວຢ່າງ.
ການເກັບຕົວຢ່າງຢາງພາລາ ເພື່ອມາວິໄຈຄຸນນະພາບ ໃຫ້ສູ່ມເອົາຕົວຢ່າງດ້ວຍຫຼາຍວິທີ ເຊັ້ນ: ສຸ່ມເອົາຈາກຊຸດຜະລິດຕະພັນດຽວກັນ ແລະ ຊັ້ນຄຸນນະພາບດຽວກັນ ທີ່ມີແຕ່ ຫຶ່ງຮ້ອຍ ໂຕນລົງມາ, ຄັດເລືອກກຸ່ມຕົວຢ່າງ ໂດຍສູ່ມເອົາຈາກຜະລິດຕະພັນດຽວກັນ ມາເປັນຕົວແທນໃນການທົດສອບ, ຄັດເລືອກຕົວຢ່າງສະເພາະ ມາເປັນ
ຕົວແທນຂອງກຸ່ມກ້ອນຕົວຢ່າງ, ຕັດເອົາຕົວຢ່າງຈາກຊຸດຜະລິດຕະພັນດຽວກັນ ມາລວມເຂົ້າກັນ ເພື່ອນຳໄປທົດສອບ, ນຳຕົວຢ່າງກ້ອນຢາງສຸດທ້າຍ ມາເຮັດເປັນຕ່ອນ ຫຼື ຊີ້ນສ່ວນນ້ອຍ ຫຼື ນຳໃຊ້ວິທີການຄິດໄລ່ ຜົນການທົດສອບ ໂດຍແຍກອອກເປັນແຕ່ລະຕົວເລກ ແລະ ນຳໃຊ້ວິທີການເກັບຕົວຢ່າງ ຕາມອັດຕາສ່ວນຂອງ ຈຳນວນກຸ່ມໃນຊຸດຜະລິດ ກັບຈຳນວນກຸ່ມທີ່ຖືກຄັດເລືອກ ເພື່ອນຳໄປທົດສອບ ແລະ ວິໄຈຄຸນນະພາບ ໃນຂັ້ນຕໍ່ໄປ.
2.3. ການທົດສອບ ແລະ ວິໄຈ ຄຸນນະພາບ
ພາຍຫຼັງກະກຽມຕົວຢ່າງຢາງພາລາແລ້ວ ໃຫ້ນຳມາແຍກເປັນຕົວຢ່າງສະເພາະ ດ້ວຍການຕັດໃຫ້ເປັນຊັ້ນສ່ວນທີ່ເປັນຕົວແທນຂອງກ້ອນຢາງ ແລະ ຕົວຢ່າງປົນກັນ ຫຼື ຕົວຢ່າງປະສົມ ດ້ວຍການສຸ່ມເອົາຈາກຕົວຢ່າງຕ່າງໆ ມາສັບປີ້ນກັນ ເພື່ອດຳເນີນການ ທົດສອບ ແລະ ວິໄຈຄຸນນະພາບຂອງຢາງພາລາ ເປັນຕົ້ນ ການວິໄຈຫາ ປະລິມານສິ່ງເສດ
ເຫຼືອ, ຂີ້ເຖົ່າ (431). ສານລະເຫີຍອາຍ (ໄນໂຕຣເຈນ (11708ອກ), ຄວາມອ່ອນເບື້ອງຕົ້ນຂອງຢາງພາລາ (10). ດັດສະນີການຮັກສາຄວາມອ່ອນ (ຄວາມໜຽວຂອງມູນີ (016ໄອໄໜ່າຊຖ້ວກ 01 1/10016/), ສີ, ຮູບລັກສະນະ ຕາມອັດຕາສ່ວນຂອງຢາງພາລາ ສຳລັບການວິໄຈ ທີ່ໄດ້ກໍນົດໄວ້ໃນ ມາດຕະຖານຢາງພາລາລາວ (ມລ 150.2024). ນທີ
2.3. ການຈັດຊັ້ນຄຸນນະພາບ
ສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວ ຫຼື ການຈັດຕັ້ງອື່ນທີ່ໄດ້ຮັບສິດມອບບນາຍຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ຈັດຊັ້ນກຸນນະພາບຢາງພາລາ ບົນພື້ນຖານຜົນການທົດສອບ ແລະ ວິໄຈຄຸນນະພາບຈາກຫ້ອງວິໄຈ ໂດຍຊື່ໃຫ້ເຫັນເຖິງ ປະເພດວັດຖຸດິບ, ຄຸນລັກສະນະ ແລະ ຊັ້ນຄຸນນະພາບຂອງຜະລິດຕະພັນຢາງກ້ອນ ຊຶ່ງປະກອບດ້ວຍ ສິບສອງ ຊັ້ນຄຸນນະພາບ ຄື: 1.5ຊ 3; 51 ບ 51.
1833; :51#5; 19 05; 181 10; 181ະ 06/10; 18110710; 1.81ນ 20; 153 620; ?5ແ9720 ແລະ
151: 0760 ຕາມທີ່ໄດ້ກຳນົດໄວ້ໃນ ມາດຕະຖານຢາງພາລາລາວ (ມລ 150-2024),
2.4. ການບັນຈຸ ແລະ ຫຸ້ມຫໍ່ຕົວຢ່າງທີ່ໄດ້ຜ່ານການ ທົດສອບ, ລິໄຈ ແລະ ຈັດຊັ້ນຄຸນນະພາບແລ້ວ
ຕົ໋ວຢ່າງຢາງກ້ອນອັດແພ້ນທຸກຊະນິດ ທີ່ໄດ້ຜ່ານການ ທົດສອບ, ວິໄຈ ແລະ ຈັດຊັ້ນຄຸນນະພາບແລ້ວ
ຕ້ອງບັນຈຸ ແລະ ຫຸ້ມຫໍ່ ຕ້ວຍພາຊະນະທີ່ສະອາດ, ຕືດສະຫຼາກ ແລະ ເຄື່ອງບນາຍໄວ້ດ້ານນອກ ຂອງພາຊະນະ
ບັນຈຸ ເພື່ອສາມາດເຫັນໄດ້ງ່າຍ ແລະ ຈະແຈ້ງດີ ດ້ວຍການຂຽນເປັນພາສາລາວ ຫຼື ໃນກໍລະນີສະຫຼາກເປັນພາສາ
ຕ່າງປະເທດ ຕ້ອງມີເນື້ອໃນທີ່ສວດກ່ອງກັບ ພາສາລາວ ທີ່ກຳນົດເຖິງ ຊື່ຜະລິດຕະພັນ, ປະເພດ, ຊັ້ນຄຸນນະພາບ,
ຊື່ ໂຮງງານ ແລະ ສະຖານທີ່ຜະລິດ, ນໍ້ ນຳນັກສຸດທີ ຂອງຢາງກ້ອນອັດແບນັນ, ວັນ ເດືອນ ບີ ຜະລິດ, ເຄື່ອງພພາຍ
ການຄ້າ, ຊຸດທີ່ຜະລິດ ລວມທັງ ຂໍ້ແນະນຳ ແລະ ວິທີການເກັບຮັກສາ,
3. ການຢັ້ງຢືນຄຸນນະພາບຢາງພາລາ
ການຢັ້ງຢືນຄຸນນະພາບຢາງພາລາ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
3.1. ການສະເໜີ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ຂໍການຢັ້ງຢືນຄຸນນະພາບຢາງພາລາ ໃຫ້ປະກອບ
ເອກະສານສະເໜີຕໍ່ ສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວ ຫຼື ຜູ້ໄດ້ຮັບມອບໝາຍສິດຈາກ ສະຖາບັນ
ຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອດຳເນີນການ ກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບ
ຢາງພາລາ.
ເງື່ອນໄຂການສະເໜີຂໍການຢັ້ງຢືນຄຸນນະພາບຢາງພາລາ ມີ ດັ່ງນີ້:
1). ຄຳຮ້ອງຂໍການຢັ້ງຢືນ ຕາມແບບພິມທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ກຳນົດ;
2). ສຳເນົາໃບທະບຽນສວນປູກ (ຖ້າມີ);
3). ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ (ໃນກໍລະນີເປັນນິຕິບຸກຄົນ):
4). ສຳເນົາໃບຢັ້ງຢືນຄຸນນະພາບຢາງພາລາ ຈາກປະເທດຕົ້ນທາງ (ກໍລະນີນຳເຂົ້າ);
5). ຕົວຢ່າງຢາງພາລາ ແລະ ຜະລິດຕະພັນຢາງພາລາ ທີ່ຂໍການຢັ້ງຢືນ;
9). ເງື່ອນໄຂອື່ນ ຕາມການກຳນົດຂອງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ,
3.2. ການພິຈາລະນາ
ສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວ ຫຼື ຜູ້ໄດ້ຮັບມອບໝາຍສິດຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕ້ອງດຳເນີນການ ກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ທີ່ຂໍການຢັ້ງຢືນນັ້ນພາຍໃນ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານສະເຫີ ແລະ ຕົວຢ່າງຢາງພາລາ ແລະ ຜະລິດຕະພັນຢາງພາລາ ຢ່າງຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ. ໃນກໍລະນີການເກັບຕົວຢ່າງພົບຄວາມ
ຫຍູ້ງຍາກ, ຜົນການວິໄຈບໍ່ຫັນຊັດເຈນ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ໃຫ້ແກ່ ຜູ້ສະເຫີຮັບຊາບພາຍໃນກຳນົດເວລາດັງກ່າວ.
3.3. ໃບຢັ້ງຢືນຄຸນນະພາບຢາງພາລາ
ໃບຢັ້ງຢືນຄຸນນະພາບຢາງພາລາ ແມ່ນ ເອກະສານຢັ້ງຢືນຜົນການວິໄຈ ແລະ ຈັດຊັ້ນຄຸນນະພາບ ຢາງພາລາ ຫຼື ຜະລິດຕະພັນຢາງພາລາ ຕາມມາດຕະຖານຢາງພາລາລາວ (ມລ 150.2024) ຊຶ່ງແມ່ນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ກຳນົດ ແລະ ອອກໃຫ້ ສະເພາະຊຸດສິນຄ້າ ທີ່ສະເຫີຂໍການຢັ້ງຢືນ ກ່ອນການສົ່ງອອກ ແລະ ສາມາດນຳໃຊ້ສະເພາະຕໍ່ຊຸດສິນຄ້າດັ່ງກ່າວ.
ໃບຢັ້ງຢືນຄຸນນະພາບຢາງພາລາ ບໍ່ສາມາດໂອນ ຫຼື ມອບໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ເພື່ອ ນຳໃຊ້ເຂົ້າໃນການເຄື່ອນໄຫວ ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ຫຼື ຈຳໜ່າຍ ຢາງພາລາທີ່ບໍ່ກ່ຽວຂ້ອງກັບ ໃບຢັ້ງຢືນຕັ່ງກ່າວ.
3.4. ການໂຈະ ແລະ ຖອນ ໃບຢັ້ງຢືນຄຸນນະພາບຢາງພາລາ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບໃບຢັ້ງຢືນຄຸນນະພາບຢາງພາລາ ຫຼື ຜະລິດຕະພັນຢາງພາລາ ຫາກເຄື່ອນໄຫວບໍ່ຖືກຕ້ອງຕາມ ຈຸດປະສົງ ແລະ ເປົ້າເນາຍ ທີ່ກຳນົດໄວ້ໃນ ໃບຢັ້ງຢືນ ຫຼື ມີການເຄື່ອນໄຫວ ທີ່ບໍ່ຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງ ຈະຖືກແຈ້ງເຕືອນ ຫຼື ສັງໂຈະ ການນຳໃຊ້ໃບຢັ້ງຢືນດັ່ງກ່າວ ໂດຍ ສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວ ຫຼື ຜູ້ໄດ້ຮັບມອບບນາຍສິດຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອໃຫ້ຜູ້ກ່ຽວປັບປຸງແກ້ໄຂບັນຫາທີ່ລະເມີດນັ້ນ ພາຍໃນກຳນົດເວລາທີ່ແນ່ນອນ.
ໃນກໍລະນີ ຜູ້ໄດ້ຮັບໃບຢັ້ງຢືນຄຸນນະພາບຢາງພາລາ ບໍ່ປະຕິບັດຕາມຄຳສັ່ງໂຈະ ໃຫ້ສູນຄົ້ນຄວ້າວິໄຈຢາງພາລາ
ແລະພືດກະສິກຳລາວ ຫຼື ຜູ້ໄດ້ຮັບມອບສິດຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ຖອນໃບຢັ້ງຢືນຄຸນນະພາບ ຜະລິດຕະພັນຢາງພາລາ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ,
11. ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ
1. ໃຫ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນເຈົ້າການປະສານສົມທົບກັບ
ຫ້ອງການ, ບັນດາກົມ, ຫົວໜ່ວຍວິຊາການລະດັບສອງ ຂຶ້ນກັບກະຊວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ
ທັງພາກລັດ ແລະ ເອກະຊົນ ຈັດຕັ້ງເຜີຍແຜ່, ແນະນຳ, ຕິດຕາມ ແລະ ກວດກາການປະຕິບັດຄຳແນະນຳ
ສະບັບນີ້ ໃຫ້ໄດ້ຮັບຜົນດີ;
2. ໃຫ້ ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເປັນເຈົ້າການ
ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນຂັ້ນຂອງຕົນ ດຳເນີນການຊຸກຍູ້ ຜູ້ປະກອບການ ແລະ ປະຊາຊົນ
ທີ່ມີສວນປູກຢາງພາລາ ແລະ ດຳເນີນການປຸງແຕ່ງຢາງພາລາ ໃຫ້ຫັນໄປສູ່ການຜະລິດຕາມມາດຕະຖານ ຢາງພາລາລາວ (ມລ 150-2024) ເພື່ອເພີ່ມມູນຄ່າຢາງພາລາ ແລະ ຜະລິດຕະພັນຢາງພາລາ ໂດຍມີການຢັ້ງຢືນຄຸນນະພາບ ຕາມຄຳແນະນຳສະບັບນີ້;
3. ໃຫ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນເຈົ້າການ ສ້າງລະບົບຖານຂໍ້ມູນ ຢາງພາລາລາວ ໂດຍສະເພາະ ລະບົບການສະເໜີຂໍການກວດກາ, ວິໄຈ ແລະ ຢັ້ງຢືນຄຸນນະພາບຢາງພາລາ ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດເຂົ້າເຖິງໄດ້ສະດວກ ແລະ ວ່ອງໄວ;
4. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ ແລະ ຫຍຸ້ງຍາກປະການໃດ ໃຫ້ລາຍງານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຕາມຂັ້ນຕອນ ເພື່ອປັບປຸງແກ້ໄຂ ຢ່າງທັນການ.
ຄຳແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 15 ກໍລະກົດ 2025 ເປັນຕົ້ນໄປ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ