ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍ ການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024
关于执行第20/ນຍ号令(2024年11月5日)关于林地区域土地使用权认可的实施指导意见
Implementation Guidelines for Decree No. 20/NY (November 5, 2024) on Recognition of Land Use Rights in Forest Areas
ບົດສະຫຼຸບ
ຄຳແນະນຳນີ້ມີຈຸດປະສົງເພື່ອຄຸ້ມຄອງຂັ້ນຕອນການຮັບຮອງສິດນຳໃຊ້ທີ່ດິນປ່າໄມ້ ໂດຍຜ່ານການສຳຫຼວດຈົດທະບຽນ, ອອກໃບຕາດິນ ຫຼື ໃບຢັ້ງຢືນສິດນຳໃຊ້ ແລະ ເຊັນສັນຍາປົກປັກຮັກສາ ເພື່ອຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນປ່າໄມ້ແບບຍືນຍົງ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກະຊວງກະສິກຳ ແລະ ປ່າໄມ້ ເລກທີ
ນະຄອນຫຼວງວຽງຈັນ, ວັນທີ 7 06 2025
ຄຳແນະນຳ
ກ່ຽວກັບ ການຈັດຕັ້ງປະຕິບັດ ຄຳສັ່ງ ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນ
ໃນເຂດທີ່ດິນປ່າໄມ້ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ
- ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2023;
- ອີງຕາມ ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024;
- ອີງຕາມ ຫັງສືສະເຫຼີ ຂອງກົມປ່າໄມ້ ສະບັບເລກທີ 2178/ກປມ, ລົງວັນທີ 25 ເມສາ 2025;
ອີງຕາມ ຫັງສືສະເຫຼີ ຂອງຫ້ອງການ ສະບັບເລກທີ 2076/ຫກ, ລົງວັນທີ 20 ພຶດສະພາ 2025.
ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄຳສັງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ໃຫ້ປະກົດຜົນເປັນຈິງ ເຮັດໃຫ້ການຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປາໄມ້ ໃຫ້ປະຊາຊົນ ທີ່ຕັ້ງພູມລຳເນົາ ແລະ ທຳການຜະລິດຖາວອນ ຢູ່ໃນ ແລະ ຕິດກັບທີ່ດິນ ປ່າປ້ອງກັນ, ປາະສະຫງວນ ແລະ ປ່າຜະລິດ ໂດຍການຂັ້ນທະບຽນອອກໃບຕາດິນ, ຂຶ້ນທະບຽນອອກໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້, ເຮັດສັນຍາການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ແນໃສ່ຮັບປະກັນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໃຫ້ມີຄວາມຍືນຍົງ ເພື່ອຍົກລະດັບຄວາມປົກຫຸ້ມປ່າໄມ້ ແລະ ປົກປັກຮັກສາ
ທີ່ດິນປ່າໄມ້ ໃຫ້ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ສະບັບເລກທີ 026/ຄບສພ, ລົງວັນທີ 03 ສິງຫາ 2017 ກໍຄື ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ສະບັບເລກທີ 098/ສພຊ, ລົງວັນທີ 28 ມິຖຸນາ 2018 ແລະ ນິຕິກຳທີ່ກ່ຽວຂ້ອງ, ປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.
ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:
1. ຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້
1. ຈຸດປະສົງ
> ເພື່ອຜັນຂະຫຍາຍ ຄຳສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024
ພັນກັບຄວາມຮັບຜິດຊອບຂອງຂະແບນງການກະສິກຳ ແລະ ປ່າໄມ້ ໃນວຽກງານຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໃຫ້ເປັນອັນລະອຽດ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິພາບ;
ແນະນຳບັນດາຫຼັກການ ແລະ ວິທີການ ຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ເປັນຕົ້ນ ເງື່ອນໄຂ ການສຳຫຼວດ ແລະ ຈັດສັນ ຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ແລະ ເງື່ອນໄຂ ການຂຶ້ນທະບຽນອອກໃບຕາດິນ, ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້, ສັນຍາການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ສອດຄ່ອງກັບລະບຽບກົດໝາຍ ທີ່ກ່ຽວຂ້ອງ;
ເພື່ອເປັນບ່ອນອີງໃຫ້ແກ່ຂະແບນງການກະສິກຳ ແລະ ປ່າໄມ້, ປະຊາຊົນ ທີ່ຕັ້ງພູມລຳເນົາ, ອາໄສ ແລະ ທຳການຜະລິດຢູ່ ພາຍໃນ ສາມ ປະເພດປ່າ ລວມທັງພາກສ່ວນອື່ນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.
2. ຄວາມໝາຍ ແລະ ຄວາມສຳຄັນ ຂອງການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້
ການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ແມ່ນ ການຮັບຮູ້ສິດນຳໃຊ້ທີ່ດິນ ຂອງປະຊາຊົນ ທີ່ຕັ້ງພູມລຳເນົາ, ອາໄສ ແລະ ທຳການຜະລິດ ຢູ່ໃນເຂດທີ່ດິນປ່າໄມ້ ໂດຍຜ່ານການສຳຫຼວດ, ເກັບກຳຂໍ້ມູນ ແລະ ວາງແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານ ຊຶ່ງສາມາດຢັ້ງຢືນໄດ້ວ່າມີຂໍ້ມູນຄົບຖ້ວນ, ຖືກຕ້ອງ ຕາມເງື່ອນໄຂ ທີ່ກຳນົດໄວ້ໃນຄຳແນະນຳສະບັບນີ້ ເພື່ອໃຫ້ປະຊາຊົນ ມີເນື້ອທີ່ປູກສ້າງ ແລະ ເນື້ອທີ່ທຳການຜະລິດ ຢ່າງຖາວອນ ດ້ວຍການຂຶ້ນທະບຽນ.
ອອກໃບຕາດິນ, ຂຶ້ນທະບຽນອອກໃບຢັ້ງປືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້, ເຮັດສັນຍາການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ແນໃສ່ຮັບປະກັນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໃຫ້ມີຄວາມຍືນຍົງ.
ການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ມີຄວາມສຳຄັນໂດຍກົງຕໍ່ປະຊາຊົນ ທີ່ຕັ້ງພູມລຳເນົາ, ອາໄສ ແລະ ທຳການຜະລິດ ຢູ່ໃນເຂດທີ່ດິນປ່າໄມ້, ເປັນການຮັບຮູ້ສິດພື້ນຖານໃນການຕັ້ງພູມລຳເນົາຂອງປະຊາຊົນລາວ ຕາມລັດຖະທຳມະນູນ. ນອກຈາກນັ້ນ, ຍັງເປັນການເສີມຂະຫຍາຍຄວາມເປັນເຈົ້າຂອງປະຊາຊົນ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ທີ່ດິນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ, ຄອບຄົວ, ທ້ອງຖິ່ນ ແລະ ປະເທດຊາດ,
1. ການສຳຫຼວດ ແລະ ຈັດສັນການຮັບຮູ້ສິດນຳໃຊ້ທີ່ດິນ ຢູ່ໃນເຂດທີ່ດິນປ່າໄມ້
ນ ຢູ່ໃນເຂດທີ່ດິນປ່າໄມ້ ໃຫ້ປະຕິບັດຕາມ ກົດໝາຍ ວ່າດ້ວຍການສຳຫຼວດ ແລະ ຈັດສັນ ການຮັບຮູ້ສິດນຳໃຊ້ທີ່ດິນປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019, ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019, ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024, ດຳລັດ ປະກາດສ້າງຕັ້ງແຕ່ລະແຫ່ງ, ມະຕິຕົກລົງ ຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2012 ສະບັບເລກທີ 04/ລບ, ລົງວັນທີ 05 ເມສາ 2012 ແລະ ຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ທີ່ກ່ຽວຂ້ອງ ຕາມຈຸດພິເສດຂອງແຕ່ລະປະເພດປ່າ ດັ່ງນີ້:
1. ການສຳຫຼວດ, ເກັບກຳຂໍ້ມູນ ຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ໃນເຂດທີ່ດິນປ່າສະຫງວນ
ແຫ່ງຊາດ, ປ່າສະຫງວນລະດັບແຂວງ ແລະ ປ່າສະຫງວນລະດັບເມືອງ ໃຫ້ປະຕິບັດ ດັ່ງນີ້:
-- ການນຳໃຊ້ເນື້ອທີ່ດິນ ຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ເຂດທີ່ດິນປ່າສະຫງວນແຫ່ງຊາດ ກ່ອນການສ້າງຕັ້ງ ຕາມດຳລັດ ວ່າຕ້ວຍການສ້າງຕັ້ງປ່າສະຫງວນແຫ່ງຊາດແຕ່ລະແຫ່ງ ແລະ ຢູ່ເຂດທີ່ດິນ ປ່າສະຫງວນລະດັບແຂວງ ແລະ ປ່າສະຫງວນລະດັບເມືອງ ກ່ອນຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ຮັບຮອງແຕ່ລະແຫ່ງ ໃຫ້ຕັດເນື້ອທີ່ດິນປູກສ້າງ ແລະ ດິນກະສິກຳຖາວອນ (ດິນນາ) ອອກ ຈາກເນື້ອທີ່ດິນປ່າໄມ້ດັ່ງກ່າວ ແລ້ວມອບໃຫ້ຂະແບນງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນ;
-- ການນຳໃຊ້ເນື້ອທີ່ດິນຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ເຂດທີ່ດິນປ່າສະຫງວນແຫ່ງຊາດ
ຫຼັງການສ້າງຕັ້ງ ຕາມດຳລັດ ວ່າດ້ວຍການສ້າງຕັ້ງປ່າສະຫງວນແຕ່ລະແຫ່ງ ແລະ ຢູ່ເຂດທີ່ດິນປ່າສະຫງວນ ລະດັບແຂວງ ແລະ ປ່າສະຫງວນລະດັບເມືອງ ຫຼັງຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ ຮັບຮອງແຕ່ລະແຫ່ງ ຫາ ການປະກາດໃຊ້ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໃຫ້ດຳເນີນການຂຶ້ນທະບຽນອອກໃບຢັ້ງຢືນການນຳໃຊ້ທີ່ດິນປຸກສ້າງ ແລະ ທີ່ດິນທຳການຜະລິດ (ທີ່ດິນນາ, ທີ່ດິນສວນປູກພືດກະສິກຳ, ທີ່ດິນຄັງລ້ຽງສັດ, ທີ່ດິນສວນປູກໄມ້ ແລະ ທີ່ດິນໜອງປາ) ໃນເນື້ອທີ່ບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ໃນກຳນົດເວລາ ຫ້າສິບ ປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ໃບຢັ້ງຢືນດັ່ງກ່າວ. ສຳລັບທີ່ດິນທຳການຜະລິດ ອະນຸຍາດໃຫ້ດຳ
ເນີນກິດຈະການ ປູກໄມ້, ປູກເຄື່ອງປາຂອງດົງ, ປູກພືດກະສິກຳ ແລະ ກະສິກຳ-ປາໄມ້ແບບປະສົມປະສານ, ແຕ່ຕ້ອງໄດ້ປະຕິບັດພັນທະໃນການປູກໄມ້ ແລະ ປົກປັກຮັກສາປ່າໄມ້ໃຫ້ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ ຊາວ ສ່ວນຮ້ອຍຂຶ້ນໄປ ໃສ່ຕອນດິນດັ່ງກ່າວ ຊຶ່ງທີ່ດິນຕອນດັ່ງກ່າວ ຍັງແມ່ນທີ່ດິນປ່າໄມ້, ຖ້າເນື້ອທີ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ຫຼື ສົ່ງຄືນລັດ;
> ການນຳໃຊ້ເນື້ອທີ່ດິນຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດ ຢູເຂດທີ່ດິນປ່າສະຫງວນແຫ່ງຊາດ, ປ່າສະຫງວນລະດັບແຂວງ ແລະ ປ່າສະຫງວນລະດັບເມືອງ ຕັ້ງແຕ່ການປະກາດໃຊ້ ກົດບນາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີື 70/ສພຊ, ລົງວັນທີ 21 ມິຖຸນາ 2019 ຫາ ການປະກາດໃຊ້ ຄຳສັ່ງ ສະບັບ
ເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ໃຫ້ດຳເນີນການສ້າງສັນຍາ ຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ຕໍ່ກັບທີ່ດິນປຸກສ້າງ ແລະ ທີ່ດິນທຳການຜະລິດ (ທີ່ດິນນາ, ທີ່ດິນສວນປູກພືດກະສິກຳ, ທີ່ດິນຄັງລ້ຽງສັດ, ທີ່ດິນສວນປູກໄມ້ ແລະ ທີ່ດິນຫບນອງປາ) ໂດຍມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເປັນຜູ້ສ້າງສັນຍາຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໃນເນື້ອທີ່ບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ໃນກຳນົດເວລາ ຫ້າສິບ ປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ສັນຍາດັງກ່າວ. ສຳລັບທີ່ດິນທຳການຜະລິດ ອະນຸຍາດໃຫ້ດຳເນີນກິດຈະການປູກໄມ້, ປູກເຄື່ອງປ່າຂອງດົງ, ປູກພືດກະສິກຳ ແລະ ກະສິກຳ-ປາໄມ້ແບບປະສົມປະສານ, ແຕ່ຕ້ອງໄດ້ປະຕິບັດພັນທະໃນການປູກໄມ້ ແລະ ປົກປັກຮັກສາປາໄມ້ ໃຫ້ມີ
ຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ ຊາວ ສ່ວນຮ້ອຍຂຶ້ນໄປ ໃສ່ຕອນດິນດັ່ງກ່າວ, ຊຶ່ງທີ່ດິນຕອນດັ່ງກ່າວ ຍັງແມ່ນທີ່ດິນປ່າໄມ້, ຖ້າເນື້ອທີ່ເກີນ ຊາວ ເຮັກຕາ ຕໍ່ຄອບຄົວ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ຫຼື ສົ່ງຄືນລັດ.
2. ການສຳຫຼວດ, ເກັບກຳຂໍ້ມູນຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດຢູ່ໃນເຂດທີ່ດິນປ່າຜະລິດ ຕາມດຳລັດ ປະກາດສ້າງຕັ້ງ ໃຫ້ປະຕິບັດ ດັ່ງນີ້:
< ການນຳໃຊ້ເນື້ອທີ່ດິນຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ເຂດທີ່ດິນປ່າຜະລິດ ກ່ອນການສ້າງຕັ້ງ ຕາມດຳລັດ ວ່າດ້ວຍການກຳນົດເຂດປ່າຜະລິດແຫ່ງຊາດແຕ່ລະແຫ່ງ ໃຫ້ຕັດເນື້ອທີ່ດິນປຸກສ້າງ ແລະ ດິນກະສິກຳຖາວອນ (ດິນນາ) ອອກຈາກເນື້ອທີ່ດິນປ່າໄມ້ດັ່ງກ່າວແລ້ວ ມອບໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນ;
ການນຳໃຊ້ເນື້ອທີ່ດິນຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ເຂດທີ່ດິນປ່າຜະລິດ ຫຼັງການສ້າງຕັ້ງ ຕາມດຳລັດ ວ່າດ້ວຍການກຳນົດເຂດປ່າຜະລິດແຫ່ງຊາດແຕ່ລະແຫ່ງ ຫາ ການປະກາດໃຊ້ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໃຫ້ດຳເນີນການຂຶ້ນທະບຽນອອກໃບປັ້ງຍືນການນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ເພື່ອກັບທີ່ດິນປູກສ້າງ ແລະ ທີ່ດິນທຳການຜະລິດ (ທີ່ດິນນາ, ທີ່ດິນສວນປູກພືດກະສິກຳ, ທີ່ດິນຄອກລ້ຽງສັດ, ທີ່ດິນສວນປູກໄມ້ ແລະ ທີ່ດິນບຶງປາ) ໃນເນື້ອທີ່ບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ໃນກຳນົດເວລາ ຫ້າສິບ ປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້
ທີ່ດິນໃສ່ໃບຢັ້ງຢືນຕັ່ງກ່າວ. ສຳລັບທີ່ດິນທຳການຜະລິດ ອະນຸຍາດໃຫ້ດຳເນີນກິດຈະການປູກໄມ້, ປູກເຄື່ອງປ່າຂອງດົງ, ປູກພືດກະສິກຳ ແລະ ກະສິກຳ-ປ່າໄມ້ແບບປະສົມປະສານ, ແຕ່ຕ້ອງໄດ້ປະຕິບັດພັນທະໃນການປູກໄມ້ ແລະ ບົກປັກຮັກສາປ່າໄມ້ ໃຫ້ມີຄວາມປົກຫຸ້ມຂອງຊື້: (ຮືອນຍອດຕົ້ນໄມ້ ຊາວ ສ່ວນຮ້ອຍຂຶ້ນໄປ ໃສ່ຕອນດິນດັ່ງກ່າວ ຊຶ່ງທີ່ດິນຕອນດັ່ງກ່າວ ຍັງແມ່ນທີ່ດິນປາໄມ້, ຖ້າເນື້ອທີ່ເກີນ ຊາວ ເຮັກຕາຕີ ນພ / ຄອບຄົວ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ຫຼື ສົ່ງຄືນລັດ;
< ການນຳໃຊ້ເນື້ອທີ່ດິນຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດຢູ່ເຂດທີ່ດິນປ່າຜະລິດ ຕັ້ງແຕ່ການປະກາດໃຊ້ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ກົດພນາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ
2019 ຫາ ການປະກາດໃຊ້ ຄຳສັ່ງ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ໃຫ້ດຳເນີນການສ້າງສັນຍາ ຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍມອບໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນຜູ້ສ້າງສັນຍາດັ່ງກ່າວ ໃນເນື້ອທີ່ບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ໃນກຳນົດເວລາ ຫ້າສິບປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ສັນຍາດັ່ງກ່າວ. ສຳລັບທີ່ດິນທຳການຜະລິດ ອະນຸຍາດໃຫ້ ດຳເນີນກິດຈະການ ປູກໄມ້, ປູກເຄື່ອງປ່າຂອງດົງ, ປູກພືດກະສິກຳ ແລະ ກະສິກຳ-ປ່າໄມ້ແບບປະສົມປະສານ, ແຕ່ຕ້ອງໄດ້ປະຕິບັດພັນທະໃນການປູກໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ ຊາວ ສ່ວນຮ້ອຍຂຶ້ນໄປ ໃສ່ຕອນດິນດັ່ງກ່າວ ຊຶ່ງທີ່ດິນຕອນດັ່ງກ່າວຍັງແມ່ນທີ່ດິນ
ປ່າໄມ້, ຖ້າເນື້ອທີ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ຫຼື ສົ່ງຄືນລັດ.
3. ການສຳຫຼວດ, ເກັບກຳຂໍ້ມູນ ຂອງປະຊາຊົນ ທີ່ໄດ້ອາໄສ ແລະ ທຳການຜະລິດຢູ່ໃນເຂດທີ່ດິນປ່າປ້ອງກັນແຫ່ງ
ຊາດ, ປ່າປ້ອງກັນລະດັບແຂວງ ແລະ ປ່າປ້ອງກັນລະດັບເມືອງ ໃຫ້ປະຕິບັດ ດັ່ງນີ້:
> ການນຳໃຊ້ເນື້ອທີ່ດິນ ຂອງປະຊາຊົນທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ເຂດທີ່ດິນປ່າປ້ອງກັນແຫ່ງຊາດ,
ປ່າປ້ອງກັນລະດັບແຂວງ ແລະ ປ່າປ້ອງກັນລະດັບເມືອງ ກ່ອນການຮັບຮອງເຂດທີ່ດິນປ່າປ້ອງກັນ ແຕ່ລະ
ແຫ່ງ ຕາມມະຕິຕົກລົງ ຂອງກອງປະຊຸມລັດຖະບານ ສະໄບໜສາມັນປະຈຳເດືອນ ມີນາ 2012 ໃຫ້ຕັດ
ເນື້ອທີ່ດິນປຸກສ້າງ ແລະ ດິນກະສິກຳຖາວອນ (ດິນນາ) ອອກຈາກເນື້ອທີ່ດິນປ່າໄມ້ດັ່ງກ່າວ ແລ້ວມອບໃຫ້
ະແບນງງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນ;
ການນຳໃຊ້ເນື້ອທີ່ດິນຂອງປະຊາຊົນທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ເຂດທີ່ດິນປ່າປ້ອງກັນແຫ່ງຊາດ, ປ່າປ້ອງກັນລະດັບແຂວງ ແລະ ປ່າປ້ອງກັນລະດັບເມືອງ ຫຼັງການຮັບຮອງເຂດທີ່ດິນປ່າປ້ອງກັນແຕ່ລະແຫ່ງ ຕາມມະຕິຕົກລົງ ຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນມີນາ 2012 ຫາ ການປະກາດໃຊ້ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໃຫ້ດຳເນີນ ການຂຶ້ນທະບຽນອອກໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຕໍ່ກັບທີ່ດິນປຸກສ້າງ ແລະ ທີ່ດິນທຳການຜະລິດ (ທີ່ດິນນາ, ທີ່ດິນສວນປູກພືດກະສິກຳ, ທີ່ດິນຄັງລ້ຽງສັດ, ທີ່ດິນສວນປູກໄມ້ ແລະ ທີ່ດິນໜອງ
ປາ) ໃນເນື້ອທີ່ບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ໃນກຳນົດເວລາ ຫ້າສິບ ປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ໃບຢັ້ງຢືນດັ່ງກ່າວ. ສຳລັບທີ່ດິນທຳການຜະລິດ ອະນຸຍາດໃຫ້ດຳເນີນກິດຈະການປູກໄມ້, ປູກເຄື່ອງປ່າຂອງດົງ, ປູກພືດກະສິກຳ ແລະ ກະສິກຳ-ປາໄມ້ແບບປະສົມປະສານ, ແຕ່ຕ້ອງໄດ້ປະຕິບັດພັນທະໃນການປູກໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ ຊາວ ສ່ວນຮ້ອຍຂຶ້ນໄປ ໃສ່ຕອນດິນດັ່ງກ່າວ ຊຶ່ງທີ່ດິນຕອນດັ່ງກ່າວ ຍັງແມ່ນທີ່ດິນປ່າໄມ້, ຖ້າເນື້ອທີ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ຫຼື ສົ່ງຄືນລັດ:
< ການນຳໃຊ້ເນື້ອທີ່ດິນຂອງປະຊາຊົນທີ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ເຂດທີ່ດິນປ່າປ້ອງກັນແຫ່ງຊາດ, ປ່າປ້ອງກັນລະດັບແຂວງ ແລະ ປ່າປ້ອງກັນລະດັບເມືອງ ຕັ້ງແຕ່ການປະກາດໃຊ້ ກົດໝາຍ ວ່າດ້ວຍປ່າໄມ້
(ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019, ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ແລະ ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ໃຫ້ດຳເນີນການສ້າງສັນຍາ ຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໂດຍມອບໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເປັນຜູ້ສ້າງສັນຍາດັ່ງກ່າວ ໃນເນື້ອທີ່ບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ໃນກຳນົດເວລາ ຫ້າສິບ ປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ສັນຍາດັ່ງກ່າວ.
4
ລິດ ອະນຸຍາດໃຫ້ດຳເນີນກິດຈະການ ປູກໄມ້, ປູກເຄື່ອງປາຂອງດົງ, ປູກພືດກະສິກຳ ແລະ ກະສິກຳ-ປາໄມ້ແບບປະສົມປະສານ, ແຕ່ຕ້ອງໄດ້ປະຕິບັດພັນທະໃນການປູກໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ມີ
ຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ ຊາວ ສ່ວນຮ້ອຍຂຶ້ນໄປ ໃສ່ຕອນດິນດັ່ງກ່າວ ຊຶ່ງທີ່ດິນຕອນດັ່ງກ່າວ ຍັງແມ່ນທີ່ດິນປ່າໄມ້, ຖ້າເນື້ອທີ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ຫຼື ສົ່ງຄືນລັດ.
1. ການຂຶ້ນທະບຽນອອກໃບຕາດິນ, ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ແລະ ສັນຍາຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້
ກ່ອນການຂຶ້ນທະບຽນອອກ ໃບຕາດິນ, ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ແລະ ສັນຍາຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ຄອບຄົວໃດໜຶ່ງ, ບ້ານດັ່ງກ່າວ ຕ້ອງໄດ້ຮັບການສ້າງ ແລະ ທົບທວນ ແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ ຂັ້ນບ້ານ ສຳເລັດກ່ອນ ແລ້ວສະເໜີຕໍ່ອົງການປົກຄອງຂັ້ນແຂວງ ພິຈາລະນາ
ເພື່ອນຳສະເຫພືສະພາປະຊາຊົນຂັ້ນແຂວງ ຮັບຮອງ ຈຶ່ງມີການດຳເນີນການສອບຖາມສິດ ແລະ ເກັບກຳຂໍ້ມູນການໄດ້ສິດ ຄອບຄອງ ແລະ ນຳໃຊ້ທີ່ດິນ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໜ, ພາບຖ່າຍທາງອາກາດ ແລະ ອື່ນໆ ເພື່ອໃຫ້ມີຄວາມ ໂປ່ງໃສ, ສາມາດກວດສອບໄດ້ ພ້ອມທັງສອດຄ່ອງກັບ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ ສພຊ, ລົງວັນທີ 13 ມິຖຸນາ 2019, ກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019, ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າຕ້ວຍການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ສະບັບເລກທີ 20/ນຍ, ລົງວັນທີ 05 ພະຈິກ 2024 ແລະ ນິຕິກຳກ່ຽວຂ້ອງ.
ນອກຈາກເງື່ອນໄຂລວມແລ້ວ, ຍັງຕ້ອງປະຕິບັດຕາມເງື່ອນໄຂສະເພາະຂອງການຂຶ້ນທະບຽນອອກໃບຕາດິນ
ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ແລະ ສັນຍາການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ດັ່ງນີ້:
1. ເງື່ອນໄຂການຂຶ້ນທະບຽນອອກໃບຕາດິນ
ຜູ້ທີ່ຈະໄດ້ຮັບການຂຶ້ນທະບຽນອອກໃບຕາດິນ ຕ້ອງມີເງື່ອນໄຂ ດັ່ງນີ້:
<ບຸກຄົນ ຫຼື ຄອບຄົວ ທີ່ຕັ້ງພູມລຳເນົາ, ອາໄສ ແລະ ທຳການຜະລິດ ຢູ່ໃນເຂດທີ່ດິນປ່າໄມ້ ທີ່ມີສຳມະໂນຄົວ ຢູ່ບ້ານບ່ອນທີ່ດິນຕັ້ງຢູ່;
<ຖ້າບຸກຄົນ ຫຼື ຄອບຄົວ ທີ່ມີສຳມະໂນຄົວຢູ່ບ້ານອື່ນ ແຕ່ໄດ້ອາໄສ ແລະ ທຳການຜະລິດ ຢູ່ໃນເຂດທີ່ດິນປ່າໄມ້ ຕ້ອງໄດ້ມີເອກະສານຢັ້ງຢືນ ກ່ຽວກັບການໄດ້ມາຂອງສິດນຳໃຊ້ທີ່ດິນຢ່າງຄົບຖ້ວນ ແລະ ຕໍ່ເນື່ອງ ຂອງຕອນດິນດັ່ງກ່າວ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ;
--ເປັນບ້ານ ທີ່ໄດ້ສຳເລັດການວາງແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານ;
ເປັນຕອນດິນທີ່ນຳໃຊ້ແບບຖາວອນ ເຊັ່ນ: ດິນປຸກສ້າງທີ່ຢູ່ອາໄສ ແລະ ດິນທຳການຜະລິດ ຕາມແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານໄດ້ກຳນົດໄວ້;
ມີເອກະສານຢັ້ງຢືນ ຈາກອົງການປົກຄອງບ້ານ ແລະ ເຈົ້າຂອງສິດນຳໃຊ້ທີ່ດິນຂ້າງຄຽງ ກ່ຽວກັບ ການເຂົ້າຄອບຄອງ ແລະ ນຳໃຊ້ຢ່າງຕໍ່ເນື່ອງ ໂດຍບໍ່ມີຂໍ້ຂັດແຍ່ງ ຫຼື ມີຂໍ້ຂັດແຍ່ງ ແຕ່ກໍໄດ້ຮັບການແກ້ໄຂແລ້ວ;
ໄດ້ເສຍພາສີ ຫຼື ອາກອນທີ່ດິນ ປະຈຳປີ ເປັນປົກກະຕິ.
2. ເງື່ອນໄຂການອອກໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້
ຜູ້ທີ່ຈະໄດ້ຮັບໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດປ່າໄມ້ ຕ້ອງມີເງື່ອນໄຂ ດັ່ງນີ້:
ບຸກຄົນ ຫຼື ຄອບຄົວ ທີ່ຕັ້ງພູມລຳເນົາ, ອາໄສ ແລະ ທຳການຜະລິດ ຢູ່ໃນເຂດທີ່ດິນປ່າໄມ້ ທີ່ມີສຳມະໂນຄົວຢູ່ບ້ານບ່ອນທີ່ດິນຕັ້ງຢູ່;
ຖ້າບຸກຄົນ ຫຼື ຄອບຄົວ ທີ່ມີສຳມະໂນຄົວຢູ່ບ້ານອືນ ແຕ່ໄດ້ອາໄສ ແລະ ທຳການຜະລິດຢູ່ໃນເຂດທີດິນປ່າໄມ້ ຕ້ອງໄດ້ມີເອກະສານຢັ້ງຢືນ ກ່ຽວກັບການໄດ້ມາຂອງສິດນຳໃຊ້ທີ່ດິນ ຢ່າງຄົບຖ້ວນ ແລະ ຕໍ່ເນື່ອງ ຂອງຕອນດິນດັງກ່າວ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ; ເປັນບ້ານ ທີ່ໄດ້ສຳເລັດການວາງແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ; ເປັນຕອນດິນທີ່ນອນໃນເຂດທີ່ດິນປ່າໄມ້ ແຕ່ລັດໄດ້ອະນຸຍາດໃຫ້ປະຊາຊົນນຳໃຊ້ ເພື່ອທີ່ຢູ່ອາໄສ ແລະ ທຳການຜະລິດ ຕາມແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານກຳນົດ; ມີເອກະສານຢັ້ງຢືນ ຈາກອົງການປົກຄອງບ້ານ ແລະ ເຈົ້າຂອງສິດນຳໃຊ້ທີ່ດິນຂ້າງຄຽງ ກ່ຽວກັບ ການເຂົ້າຄອບຄອງ ແລະ ນຳໃຊ້ຢ່າງຕໍ່ເນື່ອງ ໂດຍບໍ່ມີຂໍ້ຂັດແຍ່ງ ຫຼື ມີຂໍ້ຂັດແຍ່ງ ແຕ່ກໍ່ໄດ້ຮັບການແກ້ໄຂແລ້ວ;
- ໄດ້ເສຍພາສີ ຫຼື ອາກອນທີ່ດິນ ປະຈຳປີ ເປັນປົກກະຕິ;
< ປະຕິບັດເງື່ອນໄຂ ທີ່ກຳນົດໄວ້ໃນໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ເປັນຕົ້ນ ເງື່ອນໄຂການນຳໃຊ້ທີ່ດິນ, ເງື່ອນໄຂດ້ານເນື້ອທີ່ບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ (ຖ້າເກີນ ຊາວ ເຮັກຕາ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ນຳລັດ) ແລະ ອາຍຸໃບຢັ້ງຢືນ ຫ້າສິບ ປີ, ແຕ່ໃນໄລຍະເວລາດັງກ່າວ ຫາກບໍ່ປະຕິບັດຕາມເງື່ອນໄຂ ທີ່ກຳນົດໄວ້ໃນໃບຢັ້ງຢືນ ຈະຖືກຖອນສິດໃບຢັ້ງຢືນການນຳໃຊ້ ເພື່ອຈັດສັນທີ່ດິນຕອນດັງກ່າວຄືນໃນນ່ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 144 ແລະ 145 ຂອງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ແລະ ລະບຽບການກ່ຽວຂ້ອງ.
3. ເງື່ອນໄຂເຮັດສັນຍາ ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້
ຜູ້ຈະເຮັດສັນຍາ ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ຕ້ອງມີເງື່ອນໄຂ ດັງນີ້:
- ບຸກຄົນ ຫຼື ຄອບຄົວ ທີ່ຕັ້ງພູມລຳເນົາ, ອາໄສ ແລະ ທຳການຜະລິດ ຢູ່ໃນເຂດທີ່ດິນປ່າໄມ້ ທີ່ມີສຳມະໂນຄົວຢູ່ບ້ານບ່ອນດິນຕັ້ງຢູ່;
- ຖ້າ ບຸກຄົນ ຫຼື ຄອບຄົວ ທີ່ມີສຳມະໂນຄົວຢູ່ບ້ານອື່ນ ແຕ່ໄດ້ອາໄສ ແລະ ທຳການຜະລິດຢູ່ໃນເຂດທີ່ດິນປ່າໄມ້ ຕ້ອງໄດ້ມີເອກະສານຢັ້ງຢືນ ກ່ຽວກັບການໄດ້ມາຂອງສິດນຳໃຊ້ທີ່ດິນ ຢ່າງຄົບຖ້ວນ ແລະ ຕໍ່ເນື່ອງ ຂອງຕອນດິນດັ່ງກ່າວ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ;
- ເປັນບ້ານທີ່ໄດ້ສຳເລັດການວາງແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານ;
- ເປັນຕອນດິນ ທີ່ນອນໃນເຂດທີ່ດິນປ່າໄມ້ ແຕ່ລັດໄດ້ອະນຸຍາດໃຫ້ປະຊາຊົນນຳໃຊ້ ເພື່ອທີ່ຢູ່ອາໄສ ແລະ ທຳການຜະລິດ ຕາມແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານກຳນົດ;
ມີເອກະສານປັ້ງຢືນ ຈາກອົງການປົກຄອງບ້ານ ແລະ ເຈົ້າຂອງສິດນຳໃຊ້ທີ່ດິນຂ້າງຄຽງ ກ່ຽວກັບ ການເຂົ້າຄອບຄອງ ແລະ ນຳໃຊ້ຢ່າງຕໍ່ເນື່ອງ ໂດຍບໍ່ມີຂໍ້ຂັດແຍ່ງ ຫຼື ມີຂໍ້ຂັດແຍ່ງ ແຕ່ກໍ່ໄດ້ຮັບການແກ້ໄຂແລ້ວ;
ໄດ້ເສຍພາສີ ຫຼື ອາກອນທີ່ດິນ ປະຈຳປີເປັນປົກກະຕິ;
ປະຕິບັດເງື່ອນໄຂ ທີ່ກຳນົດໄວ້ໃນສັນຍາ ການຄຸ້ມຄອງ ແລະ ປົກປັກຮັກສາ ປາໄມ້ ແລະ ທີ່ດິນປາໄມ້ ເປັນຕົ້ນ ເງື່ອນໄຂການນຳໃຊ້ທີ່ດິນ, ເງື່ອນໄຂດ້ານເນື້ອທີ່ບໍ່ເຫີນ ຊາວ ເຮັກຕາຕໍ່ຄອບຄົວ (ຖ້າເກີນ ຊາວ ເຮັກຕາ ຕ້ອງເຮັດສັນຍາເຊົ່າ, ສຳປະທານ ນຳລັດ) ແລະ ອາຍຸສັນຍາ ຫ້າສິບ ປີ, ແຕ່ໃນໄລຍະເວລາດັ່ງກ່າວ ຫາກບໍ່ປະຕິບັດຕາມເງື່ອນໄຂ ທີ່ກຳນົດໄວ້ໃນສັນຍາ ຈະຖືກຍົກເລີກສັນຍາການນຳໃຊ້ ເພື່ອຈັດສັນທີ່ດິນຕອນດັ່ງກ່າວຄືນໃໝ່ ຕາມທີ່ໄດ້
ກຳນົດໄວ້ໃນມາດຕາ 144 ແລະ 145 ຂອງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ 2019 ແລະ ລະບຽບການກ່ຽວຂ້ອງ.
4. ເງື່ອນໄຂ ຂອງຕອນດິນ ທີ່ບຸກຄົນ, ຄອບຄົວ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ນຳໃຊ້ທີ່ດິນປ່າໄມ້ ເພື່ອດຳເນີນການ ເຮັດສັນຍາ ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້
ສຳລັບປ່າໄມ້ ແລະ ທີ່ດິນ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ທີ່ລັດຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້, ພາຍຫຼັງທີ່ໄດ້ຈັດສັນ, ແບ່ງປະເພດ ແລະ ກຳນົດຂອບເຂດປ່າໄມ້ ແລະ ທີ່ດິນປ່າໄມ້ແລ້ວ ລັດມອບໃຫ້ບຸກຄົນ, ຄອບຄົວ, ນິຕິບຸກຄົນ ຫຼື ການຈັດຕັ້ງເປັນຜູ້ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ຕາມທີ່ໄດ້
ກຳນົດໄວ້ໃນມາດຕາ 114, 116 ແລະ 120 ຂອງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ໂດຍມີເງື່ອນໄຂ ດັ່ງນີ້:
- ເຮັດສັນຍາ ຄຸ້ມຄອງ ແລະ ປົກປັກຮັກສາ ປ່າໄມ້ ແລະ ທີ່ດິນປ່າໄມ້ ຮ່ວມກັບບຸກຄົນ ຫຼື ຄອບຄົວ ຕາມຄວາມສະໝັກໃຈ ໃນເນື້ອທີ່ບໍ່ເກີນ ສິບ ເຮັກຕາຕໍ່ບຸກຄົນ ແຕ່ສູງສຸດບໍ່ເກີນ ຊາວ ເຮັກຕາຕໍ່ຄອບຄົວ ກຳນົດເວລາ ຫ້າສິບ ປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ສັນຍາດັ່ງກ່າວ;
- ສັນຍາ ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ຮ່ວມກັບອົງການປົກຄອງບ້ານ ຫຼື ລວມກຸ່ມພາຍໃນບ້ານ ຕາມຄວາມສະໝັກໃຈ ແລະ ເຂດເນື້ອທີ່ປ່າໄມ້ ຕາມແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານ ໃນກຳນົດເວລາ ຫ້າສິບ ປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ສັນຍາດັ່ງກ່າວ;
ສັນຍາ ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ຮ່ວມກັບຫ່ວຍຄຸ້ມຄອງປ່າໄມ້ ປະຈຳ
ພາກສະໜາມ, ໜ່ວຍກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະຖາບັນການສຶກສາ, ສູນຄົ້ນຄວ້າ ແລະ ຫົວ
ໜ່ວຍວິສາຫະກິດເສດຖະກິດ ຕາມຄວາມສະໝັກໃຈ ແລະ ເນື້ອທີ່ປ່າໄມ້ ຕາມແຜນຈັດສັນປ່າໄມ້ ໃນກຳນົດເວລາ
ຫ້າສິບປີ ແລະ ມີການກຳນົດເງື່ອນໄຂການນຳໃຊ້ທີ່ດິນໃສ່ສັນຍາດັ່ງກ່າວ.
1. ກົນໄກການປະສານງານ
1. ໃຫ້ມີກົນໄກປະສານງານວຽກງານຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໂດຍແມ່ນ ກົມປ່າໄມ້ ເປັນ
ຈຸດປະສານງານວຽກງານດັ່ງກ່າວ ແລະ ເຮັດໜ້າທີ່ໃນການປະສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ຂັ້ນ
ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມ
ການແບ່ງຂັ້ນຄຸ້ມຄອງ;
2. ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນການຈັດຕັ້ງປະຕິບັດ ວຽກງານການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຕາມຄຳແນະນຳສະບັບນີ້ ຢ່າງເຂັ້ມງວດ ພ້ອມທັງສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໃຫ້ກົມປ່າໄມ້ ຊາບເປັນແຕ່ລະໄລຍະ.
3. ມາດຕະການ ແລະ ການຈັດຕັ້ງປະຕິບັດ
1. ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ເປັນເຈົ້າການປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ຄຳແນະນຳສະບັບນີ້ ໃຫ້ແກ່ ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການ ແລະ ທົ່ວປວງຊົນ ຮັບຮູ້, ເຂົ້າໃຈ, ເປັນເອກະພາບ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ການຮັບຮູ້ສິດນຳໃຊ້ທີ່ດິນ ໃນ
ເຂດທີ່ດິນປ່າໄມ້ ໃນຂອບເຂດທົ່ວປະເທດ ພ້ອມທັງຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນວຽກງານຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້:
2. ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເປັນເຈົ້າການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໂດຍສະເພາະ ການວາງແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານ ເພື່ອເປັນເງື່ອນໄຂໃຫ້ແກ່ການຂຶ້ນທະບຽນອອກ ໃບຕາດິນ, ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ແລະ ເຮັດສັນຍາ ຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້, ພ້ອມທັງດຳເນີນການດັດແກ້ຂອບເຂດທີ່ດິນປ່າໄມ້ ໃຫ້ສອດຄ່ອງກັບ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຈັດສັນທີ່ດິນປ່າໄມ້ ແລະ ແຜນຈັດສັນທີ່ດິນທ້ອງຖິ່ນ.
ເພື່ອນຳສະເຫຼີລັດຖະບານ ພິຈາລະນາຮັບຮອງທີ່ດິນປ່າໄມ້ຄືນໃຫ້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
3. ກົມປ່າໄມ້ ປະສານສົມທົບກັບ ກົມທີ່ດິນ ແລະ ຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຜັນຂະຫຍາຍ ແຜນດຳເນີນງານ ກ່ຽວກັບການຮັບຮູ້ສິດນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໃຫ້ເປັນແຜນການ, ແຜນງານ ແລະ ໂຄງການລະອຽດ ເພື່ອດຳເນີນການສຳຫຼວດ, ເກັບກຳຂໍ້ມູນ ແລະ ວາງແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ ຂັ້ນບ້ານຂອງບ້ານທີ່ນອນໃນທີ່ດິນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຈຳນວນ ສາມພັນຫ້າຮ້ອຍຫົກສິບເຈັດ ບ້ານ ໃຫ້ລະອຽດ, ຈະແຈ້ງ ແລະ ມີຈຸດສຸມ, ມີຕົວຊີ້ວັດ ແລະ ຄາດໝາຍສູ້ຊົນໃຫ້ສຳເລັດ ພາຍໃນ ຫ້າ ປີ ຫຼື ໃຫ້ສຳເລັດບໍ່ເກີນປີ 2030;
4. ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ປະສານສົມທົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມຂຶ້ນແຂວງ, ຂະແບທນງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ສ້າງແຜນການເຄື່ອນໄຫວສຳຫຼວດ, ເກັບກຳຂໍ້ມູນ ແລະ ດຳເນີນການວາງແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານ ຂອງບ້ານທີ່ນອນໃນ ແລະ ຕິດກັບທີ່ດິນປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດພາຍໃນແຂວງ ຂອງຕົນ ໃຫ້ລະອຽດ, ຈະແຈ້ງ ແລະ ມີຈຸດສຸມ, ມີຕົວຊີ້ວັດ ແລະ ຄາດໝາຍສູ້ຊົນໃຫ້ສຳເລັດພາຍໃນ ຫ້າ ປີ ຫຼື ໃຫ້ສຳເລັດບໍ່ເກີນປີ 2030.
7. ນະຄອນຫຼວງວຽງຈັນ, ແຂວງຂອງຕົນ ໃນການນຳໃຊ້ງົບປະມານລາຍຮັບວິຊາການ ແລະ ງົບປະມານຈາກການຊ່ວຍເຫຼືອເພື່ອການພັດທະນາ ຂອງໂຄງການ ພາຍໃນ ແລະ ຕ່າງປະເທດ ;
5. ກົມປ່າໄມ້ ເປັນເຈົ້າການຊຸກຍູ້, ຕິດຕາມ ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຄຳແນະນຳສະບັບ
ນີ້ພ້ອມທັງມີການສະຫຼຸບລາຍງານການນຳກະຊວງ ເປັນແຕ່ລະໄລຍະ ເພື່ອຮູ້ໄດ້ເຖິງຂໍ້ສະດວກ, ຫຍຸ້ງຍາກ ແລະ ບັນຫາໃນການຈັດຕັ້ງປະຕິບັດ ເພື່ອປັບປຸງແກ້ໄຂ ຢ່າງທັນການ.
ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນ 13 ກໍລະກົດ 2025 ເປັນຕົ້ນໄປ.
ປອ. ລິນຄຳ ດວງສະທວັນ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ