关于促进微型、小型和中型企业(修订版)的协议

ຂໍ້ຕົກລົງວ່າດ້ວຍ ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສະບັບປັບປຸງ)

Agreement on Promotion of Micro, Small, and Medium Enterprises (Amended)

简介

该协议调整沙湾拿吉省内微型、小型和中型企业的界定与促进政策,核心是明确企业规模分类标准及政府扶持措施。

Summary

This agreement regulates the classification and promotion policies for micro, small, and medium enterprises in Savannakhet Province, defining enterprise size classification criteria and government support measures.

ບົດສະຫຼຸບ

ສັນຍາສະບັບນີ້ກຳນົດການຈຳແນກ ແລະ ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນແຂວງສະຫວັນນະເຂດ, ເນັ້ນໃສ່ການກຳນົດເກນການຈັດປະເພດຂະໜາດວິສາຫະກິດ ແລະ ມາດຕະການຊ່ວຍເຫຼືອຈາກລັດ.

条文

第ມາດຕາ 1条

第2条(修订)促进微型、小型和中型企业

微型、小型和中型企业是指依法设立并合法经营的企业,其规模根据各行业企业每年的平均劳动力数量、总资产价值和年营业收入确定,由政府定期规定;

促进微型、小型和中型企业是指创造机会、创造有利条件,使人民懂得经营企业、生产商品、从事贸易和服务、运用科学技术和创新、了解市场信息、获得资金、以团体、协会或合作社形式生产加工商品,能够满足市场需求,在国内和国际上具有竞争力。

微型、小型和中型企业简称为“ຈນກ”。

ພາສາລາວ (老挝语原文)

ມາດຕາ 2 (ປັບປຸງ) ການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ

ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນຫົວໜ່ວຍທຸລະກິດ ທີ່ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວຢ່າງຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍກຳນົດຂະໜາດ ຕາມຈຳນວນ ແຮງງານສະເລ່ຍໃນປີ, ມູນຄ່າຊັບສິນທັງໝົດ ແລະ ລວມຍອດລາຍຮັບທຸລະກິດ ປະຈຳປີຂອງ ແຕ່ລະຂະແໜງວິສາຫະກິດ ຊຶ່ງລັດຖະບານເປັນຜູ້ກຳນົດໃນແຕ່ລະໄລຍະ;

ການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນການສ້າງກາລະໂອກາດ, ສ້າງເງື່ອນໄຂທີ່ເອື້ອອຳນວຍ, ໃຫ້ແກ່ປະຊາຊົນຮູ້ດຳເນີນທຸລະກິດ, ການຜະລິດເປັນສິນຄ້າ, ຮູ້ເຮັດການຄ້າ ແລະ ບໍລິການ, ຮູ້ນຳໃຊ້ເຕັກນິກວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຮູ້ຂໍ້ມູນຂ່າວສານການຕະຫຼາດ, ການເຂົ້າຫາແຫຼ່ງທຶນ, ການຜະລິດເປັນກຸ່ມ, ເປັນສະມາຄົມ ຫຼື ເປັນສະຫະກອນປຸງແຕ່ງເປັນສິນຄ້າ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ສາມາດແຂ່ງຂັນໄດ້ ທັງພາຍໃນ ແລະ ຕ່າງປະເທດ.

ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຽນຫຍໍ້ວ່າ ຈນກ.

第ມາດຕາ 2条

第2条(修订)术语定义

本协议中使用的术语定义如下:

1. 微型企业 指根据资本规模、员工人数和年营业收入作为衡量标准,并符合2023年1月12日第04/ລບ号法令规定进行注册的商业经营单位;

2. 生产力 指商业经营活动的效率和效果,通过比较产出与投入要素(如劳动力、资本、原材料和时间)来衡量;

3. 创新 指创造、开发并引入具有效率、效果和竞争力的新产品、流程或服务;

4. 一县一品 指利用当地劳动力、智慧和创造力生产的产品,是县域内优先和突出的商品,在数量、质量和声誉上有保障,英文缩写为“ODOP”或“One District One Product”;

5. 绿色发展 指以环境友好、自然友好、替代种植、不危害生态系统、动物和人类的有毒化学品的方式进行生产和加工的发展;

6. 家庭经济 在农业和手工业生产方面,指使用家庭成员劳动力,不雇佣外部人员,使用同一户口簿或同一家庭连续居住5年的人员(如无户口簿);

7. 季节性经营 指根据季节临时销售某种产品,非专门职业;

8. 集市 指销售日用品和消费品,无固定地点,根据约定在城镇、城市、社区或特定节日举办,有固定时间,经相关部门批准;

9. 上门推销 指携带商品沿村、户或在公共场所销售,无固定地点;

10. 流动售货摊 指经营各类商品销售,无固定地点,可在任何地点移动,无固定时间;

11. 便利店 指拥有多种商品,向消费者和一般公众销售的商店。

ພາສາລາວ (老挝语原文)

ມາດຕາ 2 (ບັບປຸງ) ອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

1. ຈຸນກະສິດ ໝາຍເຖິງ ຫົວໜ່ວຍດຳເນີນທຸລະກິດ ທີ່ໄດ້ຂຶ້ນທະບຽນຕາມຂະໜາດຂອງທຶນ, ຈຳນວນຄົນ ແລະ ລາຍຮັບທຸລະກິດປະຈຳປີ ເປັນສິ່ງວັດແທກ ໂດຍໃຫ້ສອດຄ່ອງຕາມດຳລັດ ສະບັບເລກທີ 04/ລບ, ລົງວັນທີ 12 ມັງກອນ 2023;

2. ຜະລິດຕະພາບ ໝາຍເຖິງ ປະສິດທິພາບ ແລະ ປະສິດທິຜົນ ຂອງການເຄື່ອນໄຫວດຳເນີນທຸລະກິດ, ການຜະລິດໂດຍເປັນການປຽບທຽບລະຫວ່າງຜົນໄດ້ຮັບ ແລະ ປັດໄຈລົງທຶນໃສ່ທຸລະກິດ ເຊັ່ນ: ແຮງງານ, ທຶນ, ວັດຖຸດິບ ແລະ ເວລາ;

3. ນະວັດຕະກຳ ໝາຍເຖິງ ການປະດິດສ້າງ, ການພັດທະນາ ແລະ ການນຳສະເໜີຜະລິດຕະພັນ, ຂະບວນການ ຫຼື ການບໍລິການແນວໃໝ່ ທີ່ມີປະສິດທິພາບ, ປະສິດທິຜົນ ແລະ ຄວາມສາມາດໃນການແຂ່ງຂັນ;

4. ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ໝາຍເຖິງ ຜະລິດຕະພັນທີ່ນຳໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງຂອງຄົນໃນທ້ອງຖິ່ນ, ແມ່ນສິນຄ້າທີ່ເປັນບູລິມະສິດ ແລະ ໂດດເດັ່ນຂອງເມືອງ ທີ່ຮັບປະກັນທາງດ້ານປະລິມານ, ຄຸນນະພາບ ແລະ ຊື່ສຽງ ຂຽນຫຍໍ້ດ້ວຍພາສາອັງກິດ "ODOP" ຫຼື "One District One Product";

5. ການພັດທະນາຕາມທິດສີຂຽວ ໝາຍເຖິງ ການພັດທະນາການຜະລິດ, ການປຸງແຕ່ງແບບເປັນມິດກັບທຳມະຊາດ, ປູກພືດທົດແທນ, ເປັນມິດກັບສິ່ງແວດລ້ອມ, ບໍ່ໃຊ້ສານເຄມີທີ່ເປັນພິດຮ້າຍແຮງຕໍ່ລະບົບນິເວດ, ສັດ ແລະ ມະນຸດ;

6. ເສດຖະກິດຄອບຄົວ ໃນດ້ານການຜະລິດກະສິກຳ ແລະ ຫັດຖະກຳ ໝາຍເຖິງ ການຜະລິດທີ່ໃຊ້ແຮງງານຂອງສະມາຊິກພາຍໃນຄອບຄົວຕົນເອງ ໂດຍບໍ່ໄດ້ຈ້າງແຮງງານບຸກຄົນພາຍນອກ ແມ່ນນຳໃຊ້ບຸກຄົນທີ່ມີຊື່ໃນສຳມະໂນຄົວດຽວກັນ ຫຼື ທີ່ອາໄສຢູ່ໃນຄອບຄົວດຽວກັນ ເປັນເວລາ 5 ປີ ຕິດຕໍ່ກັນ (ໃນກໍລະນີບໍ່ມີຊື່ໃນປຶ້ມສຳມະໂນຄົວ);

7. ທຸລະກິດຕາມລະດູການ ໝາຍເຖິງ ຜູ້ຄ້າຂາຍ ຜະລິດຕະພັນໃດໜຶ່ງ ຕາມລະດູການເປັນຄັ້ງຄາວ ບໍ່ເປັນອາຊີບສະເພາະ;

8. ຕະຫຼາດນັດ ໝາຍເຖິງ ຮ້ານຄ້າຂາຍເຄື່ອງຍ່ອຍ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ບໍ່ມີທີ່ຕັ້ງເປັນຫຼັກແຫຼ່ງແນ່ນອນ ເຄື່ອນຍ້າຍຂາຍຕາມການນັດໝາຍທີ່ຈະຈັດຂຶ້ນໃນເທດສະບານເມືອງ, ນະຄອນ, ເຂດຊຸມຊົນ ຫຼື ເທດສະການໃດໜຶ່ງ ເຊິ່ງມີກຳນົດເວລາທີ່ແນ່ນອນ ຕາມການອະນຸຍາດຂອງເຈົ້າໜ້າທີ່ ແລະ ຂະແໜງການທີ່ກ່ຽວຂ້ອງ;

9. ການຄ້າບໍລິການເຖິງທີ່ ໝາຍເຖິງ ບຸກຄົນທີ່ນຳເອົາສິນຄ້າໄປເລາະຂາຍ ຕາມບ້ານ, ເຮືອນ ຫຼື ຕາມສະຖານທີ່ສາທາລະນະ ທີ່ບໍ່ມີຫຼັກແຫຼ່ງແນ່ນອນ;

10. ຮ້ານຂາຍສິນຄ້າເຄື່ອນທີ່ ໝາຍເຖິງ ບຸກຄົນທີ່ດຳເນີນການຄ້າ-ຂາຍ ສິນຄ້າປະເພດຕ່າງໆ ບໍ່ມີສະຖານທີ່ຕັ້ງແນ່ນອນ, ເຄື່ອນຍ້າຍໄປມາໄດ້ ຕາມສະຖານທີ່ໃດໜຶ່ງ ໂດຍບໍ່ມີກຳນົດເວລາໃດໜຶ່ງທີ່ແນ່ນອນ;

11. ຮ້ານສະດວກຊື້ (Convenience Store) ໝາຍເຖິງ ຮ້ານຄ້າໃດໜຶ່ງ ທີ່ມີສິນຄ້າຫຼາກຫຼາຍຊະນິດ ໄວ້ຈຳໜ່າຍໃຫ້ຜູ້ຊົມໃຊ້ ຜູ້ບໍລິໂພກທົ່ວໄປ.

第ມາດຕາ 3条

第4条(修订) 省关于促进微型企业、中小企业的政策

省政府鼓励个人、法人和所有部门的内外组织创造条件,为MSME的经营提供便利,使其高效、有效,以发展MSME多元化、强大、普及,朝着绿色和可持续的方向;

省政府保护和保障被许可人的权利和利益,使其符合法律和法规;

省政府鼓励、促进国内外技术、学术经验的交流,为MSME单位创造条件以获取资金来源。

ພາສາລາວ (老挝语原文)

ມາດຕາ 4 (ປັບປຸງ) ນະໂຍບາຍຂອງແຂວງກ່ຽວກັບວຽກງານສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະຫຼາດນ້ອຍ ແລະ ກາງ

ອົງການປົກຄອງແຂວງ ຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ສ້າງເງື່ອນໄຂອຳນວຍຄວາມສະດວກໃນການດຳເນີນທຸລະກິດຂອງ ຈນກ ໃຫ້ມີປະສິດທິພາບ, ປະສິດທິຜົນ ເພື່ອພັດທະນາ ຈນກ ໃຫ້ຫຼາກຫຼາຍ, ເຂັ້ມແຂງ, ທົ່ວເຖິງ ຕາມທິດສີຂຽວ ແລະ ຍືນຍົງ;

ອົງການປົກຄອງແຂວງ ປົກປ້ອງສິດ ແລະ ຮັບປະກັນສິດຜົນປະໂຫຍດຂອງຜູ້ໄດ້ຮັບອະນຸຍາດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

ອົງການປົກຄອງແຂວງ ຊຸກຍູ້, ສົ່ງເສີມ ໃຫ້ມີການແລກປ່ຽນບົດຮຽນດ້ານເຕັກນິກ, ວິຊາການທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເງື່ອນໄຂໃຫ້ຫົວໜ່ວຍ ຈນກ ເຂົ້າເຖິງແຫຼ່ງທຶນ.

第ມາດຕາ 4条

第4条(修订) 活动原则
促进农业工作应遵循以下原则:
1. 符合各时期地方和中央制定的方针政策、宪法、法律及法律项下法规、经济社会发展计划;
2. 自主制定商业计划、财务计划和会计;
3. 是按照会计法记账的企业,且无在商业银行或其他金融机构的不良贷款;
4. 保障经营活动的经济效益,不对社会、环境和自然产生负面影响,向半现代化或现代化转型,走向现代化工业化,最高效地利用自然资源;
5. 保障平等、透明、公开、公正和可核查。

ພາສາລາວ (老挝语原文)

ມາດຕາ 4 (ປັບປຸງ) ຫຼັກການເຄື່ອນໄຫວ
ວຽກງານສົ່ງເສີມຈຸນກະສິກຳ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ບັນດານິຕິກຳພາຍໃຕ້ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ສູນກາງໄດ້ວາງອອກໃນແຕ່ລະໄລຍະ;
2. ເປັນເຈົ້າຕົນເອງໃນການສ້າງແຜນທຸລະກິດ, ແຜນການເງິນ ແລະ ການບັນຊີ;
3. ເປັນວິສາຫະກິດທີ່ຖືບັນຊີ ຕາມກົດໝາຍວ່າດ້ວຍການບັນຊີ ແລະ ບໍ່ເປັນໜີ້ທີ່ບໍ່ມີດອກເບ້ຍ ຢູ່ທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ;
4. ຮັບປະກັນໄດ້ສິດຜົນປະໂຫຍດທາງດ້ານເສດຖະກິດ ຂອງການດຳເນີນທຸລະກິດ ໂດຍບໍ່ໃຫ້ມີຜົນກະທົບທາງລົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ທຳມະຊາດ ຫັນເປັນເຄິ່ງທັນສະໄໝ ຫຼື ທັນສະໄໝ ໄປສູ່ການຫັນເປັນອຸດສາຫະກຳທັນສະໄໝ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນສູງສຸດ;
5. ຮັບປະກັນ ຄວາມສະເໝີພາບ, ຄວາມໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້.

第ມາດຕາ 5条

第5条(修订)适用范围

本协议适用于在沙湾拿吉省内经营业务的个人、法人或所有国内外组织。

ພາສາລາວ (老挝语原文)

ມາດຕາ 5 (ປັບປຸງ) ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ຢູ່ພາຍໃນແຂວງສະຫວັນນະເຂດ.

第ມາດຕາ 6条

第6条(修订)微型企业、小型和中型企业的规模界定

企业规模的界定是根据企业在商品生产部门、贸易部门和服务部门经营活动中,基于年平均员工人数或总资产价值或年营业收入总额的条件对企业进行分类。

如果一个企业符合多个规模的条件,则以年营业收入总额作为判定条件。

1. 微型企业是符合以下条件的企业:

企业部门 | 年平均员工人数(人) | 总资产价值(基普) | 年营业收入总额(基普)
生产 | 1-5 | 不超过120,000,000 | 不超过400,000,000
贸易 | 1-5 | 不超过180,000,000 | 不超过400,000,000
服务 | 1-5 | 不超过240,000,000 | 不超过400,000,000

2. 小型企业是符合以下条件的企业:

企业部门 | 年平均员工人数(人) | 总资产价值(基普) | 年营业收入总额(基普)
生产 | 6-50 | 不超过1,200,000,000 | 不超过3,000,000,000
贸易 | 6-50 | 不超过1,200,000,000 | 不超过4,500,000,000
服务 | 6-50 | 不超过1,800,000,000 | 不超过2,250,000,000

3. 中型企业是符合以下条件的企业:

企业部门 | 年平均员工人数(人) | 总资产价值(基普) | 年营业收入总额(基普)
生产 | 51-99 | 不超过4,800,000,000 | 不超过6,000,000,000
贸易 | 51-99 | 不超过4,800,000,000 | 不超过9,000,000,000
服务 | 51-99 | 不超过7,200,000,000 | 不超过6,000,000,000

ພາສາລາວ (老挝语原文)

ມາດຕາ 6 (ປັບປຸງ) ການກຳນົດຂະໜາດຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ

ການກຳນົດຂະໜາດຂອງວິສາຫະກິດ ແມ່ນການຈັດແບ່ງວິສາຫະກິດ ໂດຍອີງໃສ່ເງື່ອນໄຂດ້ານ ຈຳນວນແຮງງານສະເລ່ຍໃນປີ ຫຼື ມູນຄ່າຊັບສິນທັງໝົດ ຫຼື ລວມຍອດລາຍຮັບທຸລະກິດປະຈຳປີຂອງວິສາຫະກິດ ທີ່ດຳເນີນກິດຈະການໃນຂະແໜງການຜະລິດສິນຄ້າ, ຂະແໜງການຄ້າ ແລະ ຂະແໜງການບໍລິການ.

ໃນກໍລະນີທີ່ວິສາຫະກິດໜຶ່ງ ມີເງື່ອນໄຂກຳນົດເປັນຫຼາຍຂະໜາດ ໃຫ້ຖືເອົາລວມຍອດລາຍຮັບທຸລະກິດປະຈຳປີ ເປັນເງື່ອນໄຂຕັດສິນ.

1. ຈຸນລະວິສາຫະກິດແມ່ນ ວິສາຫະກິດທີ່ມີເງື່ອນໄຂ ດັ່ງນີ້:

ຂະແໜງການວິສາຫະກິດ | ຈຳນວນແຮງງານສະເລ່ຍໃນປີ (ຄົນ) | ມູນຄ່າຊັບສິນທັງໝົດ (ກີບ) | ລວມຍອດລາຍຮັບທຸລະກິດປະຈຳປີ (ກີບ)
ການຜະລິດ | 1-5 | ບໍ່ເກີນ 120.000.000 | ບໍ່ເກີນ 400.000.000
ການຄ້າ | 1-5 | ບໍ່ເກີນ 180.000.000 | ບໍ່ເກີນ 400.000.000
ການບໍລິການ | 1-5 | ບໍ່ເກີນ 240.000.000 | ບໍ່ເກີນ 400.000.000

2. ວິສາຫະກິດຂະໜາດນ້ອຍ ແມ່ນວິສາຫະກິດທີ່ມີເງື່ອນໄຂ ດັ່ງນີ້:

ຂະແໜງການວິສາຫະກິດ | ຈຳນວນແຮງງານສະເລ່ຍໃນປີ (ຄົນ) | ມູນຄ່າຊັບສິນທັງໝົດ (ກີບ) | ລວມຍອດລາຍຮັບທຸລະກິດປະຈຳປີ (ກີບ)
ການຜະລິດ | 6-50 | ບໍ່ເກີນ 1.200.000.000 | ບໍ່ເກີນ 3.000.000.000
ການຄ້າ | 6-50 | ບໍ່ເກີນ 1.200.000.000 | ບໍ່ເກີນ 4.500.000.000
ການບໍລິການ | 6-50 | ບໍ່ເກີນ 1.800.000.000 | ບໍ່ເກີນ 2.250.000.000

3. ວິສາຫະກິດຂະໜາດກາງ ແມ່ນວິສາຫະກິດທີ່ມີເງື່ອນໄຂ ດັ່ງນີ້:

ຂະແໜງການວິສາຫະກິດ | ຈຳນວນແຮງງານສະເລ່ຍໃນປີ (ຄົນ) | ມູນຄ່າຊັບສິນທັງໝົດ (ກີບ) | ລວມຍອດລາຍຮັບທຸລະກິດປະຈຳປີ (ກີບ)
ການຜະລິດ | 51-99 | ບໍ່ເກີນ 4.800.000.000 | ບໍ່ເກີນ 6.000.000.000
ການຄ້າ | 51-99 | ບໍ່ເກີນ 4.800.000.000 | ບໍ່ເກີນ 9.000.000.000
ການບໍລິການ | 51-99 | ບໍ່ເກີນ 7.200.000.000 | ບໍ່ເກີນ 6.000.000.000

第ມາດຕາ 7条

第7条(修订)微型企业、小型和中型企业的经营范围分为以下三个领域:

1. 生产领域:工业产品生产、农产品加工、建筑、采矿等;

2. 商业经营领域:各类市场、商店、批发-零售、进出口、电子商务买卖等;

3. 服务经营领域:商品配送、运输、旅游、酒店、餐厅、娱乐场所、维修、私立教育、车辆保管、仓储-转运系统、医疗服务及其他不违反法律法规的服务。

ພາສາລາວ (老挝语原文)

ມາດຕາ 7 (ປັບປຸງ) ຂົງເຂດທຸລະກິດຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແບ່ງເປັນ ສາມ ຂົງເຂດ ດັ່ງນີ້:

1. ຂົງເຂດການຜະລິດ: ການຜະລິດສິນຄ້າອຸດສາຫະກຳ, ການປຸງແຕ່ງສິນຄ້າກະເສດ, ການກໍ່ສ້າງ, ການຂຸດຄົ້ນບໍ່ແຮ່ ແລະ ອື່ນໆ;

2. ຂົງເຂດດຳເນີນການຄ້າ: ຕະຫຼາດປະເພດຕ່າງໆ, ຮ້ານຊັບພະສິນຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ການນຳເຂົ້າ-ສົ່ງອອກສິນຄ້າ, ການຊື້-ຂາຍສິນຄ້າທາງເອເລັກໂຕຼນິກ ແລະ ອື່ນໆ;

3. ຂົງເຂດດຳເນີນການບໍລິການ: ການຈຳລອງແຈກຢາຍສິນຄ້າ, ການຂົນສົ່ງ, ການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສະຖານທີ່ບັນເທິງ, ການສ້ອມແປງ, ການສຶກສາພາກເອກະຊົນ, ການຮັບຝາກລົດ, ລະບົບສາງສິນຄ້າ-ຄ່ຽນຖ່າຍສິນຄ້າ, ການບໍລິການທາງການແພດ ແລະ ການບໍລິການອື່ນໆ ທີ່ບໍ່ຂັດກັບກົດໝາຍ ແລະ ລະບຽບການ.

第ມາດຕາ 8条

第8条(修订)微型企业、中小型企业的管理

微型企业、中小型企业的管理是分级管理,确定国家部门的职责,同时也是为微型企业、中小型企业单位能够依法依规正确登记注册企业以开展经营活动提供便利。

ພາສາລາວ (老挝语原文)

ມາດຕາ 8 (ປັບປຸງ) ການຄຸ້ມຄອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ

ການຄຸ້ມຄອງ ຈນກ ແມ່ນການແບ່ງຂັ້ນຄຸ້ມຄອງ, ກຳນົດພາລະບົດບາດຂອງຂະແໜງການລັດ, ທັງເປັນການອຳນວຍຄວາມສະດວກໃຫ້ຫົວໜ່ວຍ ຈນກ ສາມາດຂຶ້ນທະບຽນວິສາຫະກິດໃນການເຄື່ອນໄຫວທຸລະກິດຖືກຕ້ອງຕາມກົດໝາຍລະບຽບການ.

第ມາດຕາ 9条

第9条(修订)微型企业、中小企业的登记申请程序
企业登记、统计数据收集、定期经营活动跟踪、税务或其他义务的检查(按法律规定)、企业年度业绩评估和汇总,以便向上级报告:

有意进行企业登记的个人或法人,应携带户口簿或身份证(复印件)到县/市工商办公室或省工商厅的登记官员处提交企业登记文件,然后通知相关部门。登记所需文件依法规定如下:

(1)按格式填写的个人企业登记申请表;

(2)户口簿或身份证复印件,或有效期内的护照复印件;

(3)除上述规定文件外,根据不同情况还需提交以下附加文件:

- 如果经理或企业主本人未到场,须有授权委托书或授权书,并附上被授权人的身份证或户口簿复印件,或有效期内的护照复印件,以处理企业登记事宜;

- 如果聘请外部人员担任经理,须有经理聘用合同或经理任命书。

不需要进行企业登记的个人或法人,例如:农业生产和手工艺单位、上门服务贸易、流动商店和季节性商品销售者,其正常收入每天不超过五十万基普,但必须向其所在村行政当局报告或登记经营活动,以便能够跟踪、支持和帮助,并根据管理级别和规定促进发展。

ພາສາລາວ (老挝语原文)

ມາດຕາ 9 (ປັບປຸງ) ຂັ້ນຕອນ ຂໍອະນຸຍາດແຈ້ງຂຶ້ນທະບຽນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ
ການແຈ້ງຂຶ້ນທະບຽນວິສາຫະກິດ, ການເກັບກຳຂໍ້ມູນສະຖິຕິ, ການຕິດຕາມ ການດຳເນີນກິດຈະການເປັນປະຈຳ, ກວດກາ ການເສຍພັນທະອາກອນ ຫຼື ພັນທະອື່ນໆ ຕາມກົດໝາຍກຳນົດໄວ້, ປະເມີນຜົນໄດ້ຮັບປະຈຳປີ ຂອງທຸລະກິດ ແລະ ສັງລວມ ເພື່ອລາຍງານຂັ້ນເທິງຖັດຕົນ:

ບຸກຄົນ ຫຼື ນິຕິບຸກຄົນ ມີຈຸດປະສົງ ແຈ້ງຂຶ້ນທະບຽນ ວິສາຫະກິດ ແມ່ນໃຫ້ນຳເອົາ ສຳມະໂນຄົວ ຫຼື ບັດປະຈຳຕົວ (ສະບັບສຳເນົາ) ໄປປະກອບເອກະສານ ແຈ້ງຂຶ້ນທະບຽນວິສາຫະກິດ ນຳເຈົ້າໜ້າທີ່ທະບຽນ ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ/ນະຄອນ ຫຼື ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຈາກນັ້ນ ແຈ້ງຕໍ່ຂະແໜງການທີ່ກ່ຽວຂ້ອງ ຊຶ່ງເອກະສານປະກອບແຈ້ງຂຶ້ນທະບຽນ ຕາມກົດໝາຍວ່າດ້ວຍ ມີດັ່ງນີ້:

(1) ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ຕາມແບບພິມ;

(2) ສຳເນົາ ປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ສຳເນົາ ໜັງສືຜ່ານແດນ ທີ່ຍັງມີອາຍຸການນຳໃຊ້;

(3) ນອກຈາກເອກະສານທີ່ໄດ້ກຳນົດໄວ້ຂ້າງເທິງ ໃຫ້ປະກອບເອກະສານເພີ່ມເຕີມ ຕາມແຕ່ລະກໍລະນີ ດັ່ງນີ້:

- ຜູ້ຈັດການ ຫຼື ເຈົ້າຂອງວິສາຫະກິດ ບໍ່ໄດ້ມາດ້ວຍຕົນເອງ ຕ້ອງມີໃບມອບສັນທະ ຫຼື ໃບມອບສິດ ພ້ອມດ້ວຍສຳເນົາບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ສຳເນົາໜັງສືຜ່ານແດນ ທີ່ຍັງມີອາຍຸການນຳໃຊ້ ຂອງຜູ້ທີ່ຖືກມອບໝາຍໃຫ້ພົວພັນ ກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ;

- ຈ້າງບຸກຄົນພາຍນອກເປັນຜູ້ຈັດການ ຕ້ອງມີສັນຍາຈ້າງຜູ້ຈັດການ ຫຼື ໜັງສືແຕ່ງຕັ້ງຜູ້ຈັດການ.

ບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ຈຳເປັນຂຶ້ນທະບຽນວິສາຫະກິດ ເຊັ່ນ: ຫົວໜ່ວຍການຜະລິດກະສິກຳ ແລະ ຫັດຖະກຳ, ການຄ້າບໍລິການເຖິງທີ່, ຮ້ານຂາຍສິນຄ້າເຄື່ອນທີ່ ແລະ ຜູ້ຂາຍສິນຄ້າຕາມລະດູການ ເຊິ່ງມີລາຍຮັບປົກກະຕິບໍ່ເກີນ ຫ້າແສນກີບຕໍ່ໜຶ່ງວັນ, ແຕ່ຕ້ອງໄດ້ລາຍງານ ຫຼື ແຈ້ງຂຶ້ນບັນຊີກິດຈະການນຳອຳນາດການປົກຄອງບ້ານຂອງຕົນຂຶ້ນກັບ ເພື່ອໃຫ້ສາມາດຕິດຕາມ ສະໜັບສະໜູນ ແລະ ຊ່ວຍເຫຼືອ, ປະກອບສ່ວນພັດທະນາຕາມຂັ້ນຄຸ້ມຄອງ ແລະ ລະບຽບການ.

第ມາດຕາ 10条

第10条(修订)微型企业、中小企业的管理级别

村、乡行政机构收集统计、检查经营活动、从事商品生产、贸易、服务及其他业务的经营者数量,这些经营者在其村内尚未注册和已注册企业;已依法和规章向国家履行纳税义务,已确认企业身份及其他,以便定期按月、季度、年向行政机构、工业和贸易办公室、县-市财政局报告;

工业和贸易办公室、县-市财政局与村行政机构协调,收集汇总统计、检查、总结并报告关于统计、尚未注册和已注册企业的经营者数量,以确认企业单位的身份,并定期进行监督、检查,依法规章履行对国家的义务;

省工业和贸易厅、省财政厅与县-市协调,收集汇总统计、检查、评估、总结并报告关于统计、尚未注册企业和已注册企业的经营者数量,定期按月、季度、年向省行政机构及其上级部委报告。

ພາສາລາວ (老挝语原文)

ມາດຕາ 10 (ປັບປຸງ) ຂັ້ນຄຸ້ມຄອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ

ອົງການປົກຄອງບ້ານ, ຕາແສງ ເກັບກຳສະຖິຕິ, ກວດກາການເຄື່ອນໄຫວ, ຈຳນວນຜູ້ດຳເນີນທຸລະກິດກ່ຽວກັບການຜະລິດສິນຄ້າ, ການຄ້າ, ການບໍລິການ ແລະ ອື່ນໆ ພາຍໃນບ້ານຂອງຕົນ ທີ່ຍັງບໍ່ທັນໄດ້ຂຶ້ນ ແລະ ຂຶ້ນທະບຽນວິສາຫະກິດແລ້ວ; ໄດ້ມີການເສຍພັນທະອາກອນໃຫ້ລັດຕາມກົດໝາຍ ແລະ ລະບຽບການ, ໄດ້ຢັ້ງຢືນການມີຕົວຕົນຂອງທຸລະກິດ ແລະ ອື່ນໆ ເພື່ອລາຍງານເປັນແຕ່ລະໄລຍະປະຈຳເດືອນ, ງວດ, ປີ ໃຫ້ກັບອົງການປົກຄອງ, ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການການເງິນ ເມືອງ-ນະຄອນ ຢ່າງເປັນປົກກະຕິ;

ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການການເງິນເມືອງ-ນະຄອນ ລົງສົມທົບກັບອົງການປົກຄອງບ້ານ ເກັບກຳສັງລວມສະຖິຕິ, ກວດກາ, ສະຫຼຸບ ແລະ ລາຍງານກ່ຽວກັບສະຖິຕິ, ຈຳນວນຜູ້ດຳເນີນທຸລະກິດທີ່ຍັງບໍ່ທັນໄດ້ຂຶ້ນ ແລະ ຂຶ້ນທະບຽນວິສາຫະກິດແລ້ວ, ເພື່ອຢັ້ງຢືນການມີຕົວຕົນຂອງຫົວໜ່ວຍວິສາຫະກິດ ພ້ອມທັງຕິດຕາມ, ກວດກາ ເປັນແຕ່ລະໄລຍະຢ່າງເປັນປົກກະຕິ ໃນການປະຕິບັດພັນທະໃຫ້ລັດຕາມກົດໝາຍລະບຽບການ;

ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກການເງິນແຂວງ ລົງສົມທົບກັບເມືອງ-ນະຄອນ ເກັບກຳສັງລວມສະຖິຕິ, ກວດກາ, ປະເມີນຜົນ, ສະຫຼຸບ ແລະ ລາຍງານກ່ຽວກັບສະຖິຕິ, ຈຳນວນຜູ້ດຳເນີນທຸລະກິດ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດ ແລະ ຂຶ້ນທະບຽນວິສາຫະກິດແລ້ວ, ໃຫ້ກັບອົງການປົກຄອງແຂວງ ແລະ ກະຊວງສາຍຕັ້ງຂອງຕົນ ເປັນແຕ່ລະໄລຍະ ປະຈຳເດືອນ, ງວດ, ປີ ເປັນປົກກະຕິ.

第ມາດຕາ 11条

第11条(修订)微型企业、中小企业的权利
MSME单位享有以下权利和义务:
1. 在不违反法律法规的情况下,在所有领域经营MSME业务;
2. 依法转让、更换和继承MSME业务经营权;
3. 向国家组织提出并维护自身利益,如果认为某些国家法规不利于、阻碍或妨碍其MSME业务经营。

ພາສາລາວ (老挝语原文)

ມາດຕາ 11 (ປັບປຸງ) ສິດຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ
ຫົວໜ່ວຍ ຈນກ ມີສິດ ແລະ ພ້າທີ່ດັ່ງນີ້:
1. ດຳເນີນທຸລະກິດ ຈນກ ໃນທຸກຂົງເຂດ ໂດຍບໍ່ຂັດກັບກົດໝາຍ ແລະ ລະບຽບການ;
2. ມອບປ່ຽນ ປ່ຽນແທນ ແລະ ໃຫ້ການສືບທອດ ໃນການດຳເນີນທຸລະກິດ ຈນກ ຕາມກົດໝາຍ ແລະ ລະບຽບການ;
3. ນຳສະເໜີ ແລະ ປົກປ້ອງຜົນປະໂຫຍດຂອງຕົນຕໍ່ການຈັດຕັ້ງຂອງລັດ, ຖ້າຫາກເຫັນວ່າ ມີບາງ ລະບຽບການຂອງລັດ ທີ່ບໍ່ເອື້ອອຳນວຍ, ກົດໜ່ວງທ່ວງດຶງ ຫຼື ກີດຂວາງ ໃນການດຳເນີນທຸລະກິດຂອງ ຈນກ.

第ມາດຕາ 12条

第12条(修订)微型企业、中小企业的义务
1. 组织实施各省各时期经济社会发展计划,使其取得实际成果。
2. 按照自身宗旨开展业务,持有企业账簿,履行对国家义务,保护劳动者的权利和合法权益,保护环境,遵守老挝人民民主共和国的法律及其他相关规定。

ພາສາລາວ (老挝语原文)

ມາດຕາ 12 (ປັບປຸງ) ພັນທະຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ
1. ຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ.
2. ເຄື່ອນໄຫວທຸລະກິດ ຕາມວັດຖຸປະສົງຂອງຕົນ, ຖືບັນຊີວິສາຫະກິດ, ປະຕິບັດພັນທະຕໍ່ລັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ອອກແຮງງານ, ປົກປັກຮັກສາສິ່ງແວດລ້ອມ, ເຄົາລົບກົດໝາຍ, ລະບຽບອື່ນໆ ທີ່ກ່ຽວຂ້ອງຂອງ ສປປ ລາວ.

本页展示前 12 条,全文共 41 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译