ຂໍ້ຕົກລົງວ່າດ້ວຍ ການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນຂອງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ
关于增加商业银行及外国商业银行分行注册资本和投资资金的协议
Agreement on Increasing Registered Capital and Investment Funds of Commercial Banks and Foreign Commercial Bank Branches
ບົດສະຫຼຸບ
ກົດໝາຍສະບັບນີ້ຮຽກຮ້ອງໃຫ້ທະນາຄານການຄ້າ ແລະ ສາຂາຕ່າງປະເທດໃນລາວເພີ່ມທຶນຈົດທະບຽນໃຫ້ເຖິງຂັ້ນຕ່ຳທີ່ກຳນົດພາຍໃນ 10 ປີ ນັບແຕ່ປີ 2025, ແລະ ກຳນົດຮູບແບບການເພີ່ມທຶນ, ກົດລະບຽບການບັນຊີ ແລະ ຫົວໜ່ວຍຕິດຕາມກວດກາ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ
ໃຫ້ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນກ່ອນ ກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 39/ສພຊ, ລົງວັນທີ 17 ກໍລະກົດ 2023, ໃຫ້ເພີ່ມທຶນຈົດທະບຽນ ໃຫ້ຄົບຈຳນວນ ໜຶ່ງພັນຕື້ (1,000,000,000,000) ກີບ ຂຶ້ນໄປ ແລະ ເພີ່ມເງິນລົງທຶນ ໃຫ້ສາຂາທະນາຄານທຸລະກິດຕ່າງປະເທດ ໃຫ້ຄົບຈຳນວນຫົກຮ້ອຍຕື້ (600,000,000,000) ກີບ ຂຶ້ນໄປ ຕາມທີ່ກຳນົດໄວ້ໃນມາດຕາ 13 ຂອງກົດໝາຍສະບັບດັ່ງກ່າວ ພາຍໃນເວລາ ສິບປີ ນັບແຕ່ວັນທີ 02 ມິຖຸນາ 2025 ເປັນຕົ້ນໄປ. ໃນນັ້ນ, ໃນໄລຍະ ຫ້າປີ ທຳອິດ ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ ຢ່າງໜ້ອຍ ສາມສິບສ່ວນຮ້ອຍ (30%) ຂອງຈຳນວນທຶນທີ່ຕ້ອງເພີ່ມ.
ສຳລັບທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທີ່ມີຄວາມພຽງພໍຂອງທຶນ ຕ່ຳກວ່າລະດັບຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ວາງອອກ ໃຫ້ທະນາຄານດັ່ງກ່າວ ເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ ຂອງຕົນ ເພື່ອແກ້ໄຂຄວາມພຽງພໍຂອງທຶນ ໃຫ້ສຳເລັດພາຍໃນເວລາ ສາມປີ ແລະ ຄຽງຄູ່ກັນນັ້ນ ຕ້ອງສ້າງແຜນເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນຕຳ່ສຸດຂອງຕົນ ຕາມທີ່ກຳນົດໄວ້ໃນວັກທີ 1 ຂອງມາດຕານີ້.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ