关于增加商业银行及外国商业银行分行注册资本和投资资金的协议

ຂໍ້ຕົກລົງວ່າດ້ວຍ ການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນຂອງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ

Agreement on Increasing Registered Capital and Investment Funds of Commercial Banks and Foreign Commercial Bank Branches

简介

该法规要求老挝商业银行及外国分行在2025年起十年内增资至规定最低额度,并明确增资形式、记账规则及监管执行机构。

Summary

This regulation requires commercial banks and foreign branches in Laos to increase capital to prescribed minimum amounts within ten years starting from 2025, specifying capital increase forms, accounting rules, and supervisory enforcement bodies.

ບົດສະຫຼຸບ

ກົດໝາຍສະບັບນີ້ຮຽກຮ້ອງໃຫ້ທະນາຄານການຄ້າ ແລະ ສາຂາຕ່າງປະເທດໃນລາວເພີ່ມທຶນຈົດທະບຽນໃຫ້ເຖິງຂັ້ນຕ່ຳທີ່ກຳນົດພາຍໃນ 10 ປີ ນັບແຕ່ປີ 2025, ແລະ ກຳນົດຮູບແບບການເພີ່ມທຶນ, ກົດລະບຽບການບັນຊີ ແລະ ຫົວໜ່ວຍຕິດຕາມກວດກາ.

条文

第ມາດຕາ 1条

第2条 注册资本和投资资金的增加

在本法(经修订的《商业银行法》,第39/NA号,2023年7月17日)生效前已设立的商业银行和外国商业银行分行,须在自2025年6月2日起的十年内,按照该法第13条的规定,将注册资本增加至不低于一万亿基普(1,000,000,000,000),并将外国商业银行分行的投资资金增加至不低于六千亿基普(600,000,000,000)。其中,在前五年内,商业银行和外国商业银行分行须至少增加所需增加资本额的百分之三十(30%)。

对于资本充足率低于老挝中央银行规定水平的商业银行和外国商业银行分行,该银行须在三年内完成增加其注册资本和投资资金以纠正资本充足率,并同时制定增加其最低注册资本和投资资金的计划,按照本条第一款的规定执行。

ພາສາລາວ (老挝语原文)

ມາດຕາ 2 ການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ

ໃຫ້ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນກ່ອນ ກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 39/ສພຊ, ລົງວັນທີ 17 ກໍລະກົດ 2023, ໃຫ້ເພີ່ມທຶນຈົດທະບຽນ ໃຫ້ຄົບຈຳນວນ ໜຶ່ງພັນຕື້ (1,000,000,000,000) ກີບ ຂຶ້ນໄປ ແລະ ເພີ່ມເງິນລົງທຶນ ໃຫ້ສາຂາທະນາຄານທຸລະກິດຕ່າງປະເທດ ໃຫ້ຄົບຈຳນວນຫົກຮ້ອຍຕື້ (600,000,000,000) ກີບ ຂຶ້ນໄປ ຕາມທີ່ກຳນົດໄວ້ໃນມາດຕາ 13 ຂອງກົດໝາຍສະບັບດັ່ງກ່າວ ພາຍໃນເວລາ ສິບປີ ນັບແຕ່ວັນທີ 02 ມິຖຸນາ 2025 ເປັນຕົ້ນໄປ. ໃນນັ້ນ, ໃນໄລຍະ ຫ້າປີ ທຳອິດ ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ ຢ່າງໜ້ອຍ ສາມສິບສ່ວນຮ້ອຍ (30%) ຂອງຈຳນວນທຶນທີ່ຕ້ອງເພີ່ມ.

ສຳລັບທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທີ່ມີຄວາມພຽງພໍຂອງທຶນ ຕ່ຳກວ່າລະດັບຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ວາງອອກ ໃຫ້ທະນາຄານດັ່ງກ່າວ ເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ ຂອງຕົນ ເພື່ອແກ້ໄຂຄວາມພຽງພໍຂອງທຶນ ໃຫ້ສຳເລັດພາຍໃນເວລາ ສາມປີ ແລະ ຄຽງຄູ່ກັນນັ້ນ ຕ້ອງສ້າງແຜນເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນຕຳ່ສຸດຂອງຕົນ ຕາມທີ່ກຳນົດໄວ້ໃນວັກທີ 1 ຂອງມາດຕານີ້.

第ມາດຕາ 2条

第2条 增资计划和投资计划
商业银行和外国商业银行分行必须制定符合本协议第2条规定的增资计划和投资计划,该计划须经股东大会或总行相关有权机构批准,然后提交老挝人民民主共和国银行商业银行管理司进行最终审批,自本协议生效之日起九十日内。商业银行管理司批准该计划后,商业银行和外国商业银行分行必须严格执行该计划。

ພາສາລາວ (老挝语原文)

ມາດຕາ 2 ແຜນການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ
ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງສ້າງແຜນເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນຂອງຕົນ ສອດຄ່ອງຕາມມາດຕາ 2 ຂອງຂໍ້ຕົກລົງສະບັບນີ້ ທີ່ໄດ້ຜ່ານການຮັບຮອງ ໂດຍກອງປະຊຸມຜູ້ຖືຮຸ້ນ ຫຼື ຜູ້ມີສິດອຳນາດທີ່ກ່ຽວຂ້ອງຂອງສຳນັກງານໃຫຍ່ ແລ້ວສະເໜີກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານ ແຫ່ງ ສປປ ລາວ ເພື່ອພິຈາລະນາຮັບຮອງຂັ້ນສຸດທ້າຍ ພາຍໃນເວລາ ເກົ້າສິບວັນ ນັບແຕ່ວັນທີ່ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້. ເມື່ອກົມຄຸ້ມຄອງທະນາຄານທຸລະກິດ ຮັບຮອງເອົາແຜນດັ່ງກ່າວແລ້ວ ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງປະຕິບັດຕາມແຜນການດັ່ງກ່າວ ຢ່າງເຂັ້ມງວດ.

第ມາດຕາ 3条

第4条 增加注册资本和投资资金的形式
商业银行和外国商业银行分行可以通过以下形式增加其注册资本和投资资金:
1. 股东或总行以其资金增资;
2. 将年度净利润或累计利润用于增资,但须符合相关法律法规;
3. 将其资产转为注册资本或投资资金;
4. 通过增加股份数量调整股东结构,然后允许新投资者以有限责任公司或公众公司的形式购买股份;
5. 经老挝中央银行批准的其他形式。

ພາສາລາວ (老挝语原文)

ມາດຕາ 4 ຮູບການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ
ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ສາມາດເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນຂອງຕົນ ດ້ວຍຮູບການ ດັ່ງນີ້:
1. ຜູ້ຖືຮຸ້ນ ຫຼື ສຳນັກງານໃຫຍ່ ນຳເງິນຂອງຕົນ ມາເພີ່ມທຶນໃຫ້;
2. ນຳເອົາກຳໄລສຸດທິໃນປີ ຫຼື ກຳໄລສະສົມ ມາເພີ່ມທຶນໄດ້ ໂດຍໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
3. ຫັນຊັບສິນຂອງຕົນ ເປັນທຶນຈົດທະບຽນ ຫຼື ເງິນລົງທຶນ;
4. ປັບປຸງໂຄງສ້າງຜູ້ຖືຮຸ້ນ ດ້ວຍການເພີ່ມຈຳນວນຮຸ້ນ ແລ້ວໃຫ້ຜູ້ລົງທຶນລາຍໃໝ່ເຂົ້າມາຊື້ຮຸ້ນ ໃນຮູບແບບບໍລິສັດ ຈຳກັດ ຫຼື ບໍລິສັດມະຫາຊົນ;
5. ຮູບການອື່ນ ຕາມການອະນຸຍາດ ຂອງທະນາຄານ ແຫ່ງ ສປປ ລາວ.

第ມາດຕາ 4条

第4条 注册资本和投资资金的记账与使用
在增加注册资本和投资资金时,商业银行和外国商业银行分行必须将其转入在 Lao PDR 银行开立的资本账户。如果增资为外币,则注册资本记账可选择以下两种方式:

1) 以基普币种记账,按 Lao PDR 银行批准该增资当日的汇率,并可将该外币持有在银行的资产方(在 Lao PDR 银行的注册资本存款账户),且可不将该外币计入其外汇头寸;

2) 以外币币种记账,按基普等值,依据 Lao PDR 银行批准该增资当日的汇率,其基普等值的注册资本金额将随汇率波动而变动。银行可将该外币持有在银行的资产方(在 Lao PDR 银行的注册资本存款账户),且可不将该外币计入其外汇头寸。

Lao PDR 银行负责制定关于商业银行和外国商业银行分行以增加注册资本和投资资金为外币的规章。

商业银行和外国商业银行分行必须按照 Lao PDR 银行规定的规章申请使用其注册资本和投资资金。对于以外币形式的注册资本和投资资金,银行可申请将该资金投资于其他外币资产。如果银行要将该资金用于提供信贷或投资于其他基普资产,则应由 Lao PDR 银行购买该银行的外币,然后向该银行拨付基普。

ພາສາລາວ (老挝语原文)

ມາດຕາ 4 ການບັນທຶກບັນຊີ ແລະ ການນຳໃຊ້ທຶນຈົດທະບຽນ ແລະ ເງິນລົງທຶນ
ໃນການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງໂອນເຂົ້າບັນຊີທຶນຂອງຕົນ ທີ່ເປີດໄວ້ຢູ່ທະນາຄານ ແຫ່ງ ສປປ ລາວ. ໃນກໍລະນີການເພີ່ມທຶນເປັນເງິນຕາຕ່າງປະເທດ ແມ່ນສາມາດບັນທຶກບັນຊີທຶນຈົດທະບຽນ ໄດ້ສອງທາງເລືອກ ດັ່ງນີ້:

1) ບັນທຶກບັນຊີທຶນຈົດທະບຽນ ເປັນສະກຸນເງິນກີບ ຕາມອັດຕາແລກປ່ຽນຂອງທະນາຄານ ແຫ່ງ ສປປ ລາວ ໃນວັນທີທະນາຄານ ແຫ່ງ ສປປ ລາວ ຮັບຮອງການເພີ່ມທຶນດັ່ງກ່າວ ແລະ ສາມາດຖືເງິນຕາຕ່າງປະເທດສະກຸນດັ່ງກ່າວ ໄວ້ໃນເບື້ອງຊັບສິນຂອງທະນາຄານ (ເງິນຝາກບັນຊີທຶນຈົດທະບຽນ ຢູ່ທະນາຄານ ແຫ່ງ ສປປ ລາວ) ແລະ ສາມາດບໍ່ນຳເອົາເງິນຕາຕ່າງປະເທດຈຳນວນດັ່ງກ່າວ ມາຄິດໄລ່ຖານະເງິນຕາຕ່າງປະເທດຂອງຕົນ;

2) ບັນທຶກບັນຊີທຶນຈົດທະບຽນ ເປັນສະກຸນເງິນຕາຕ່າງປະເທດ ໂດຍທຽບເທົ່າກີບ ຕາມອັດຕາແລກປ່ຽນຂອງທະນາຄານ ແຫ່ງ ສປປ ລາວ ໃນວັນທີ່ທະນາຄານ ແຫ່ງ ສປປ ລາວ ຮັບຮອງການເພີ່ມທຶນດັ່ງກ່າວ ຊຶ່ງຈຳນວນທຶນຈົດທະບຽນທຽບເທົ່າກີບ ຈະປ່ຽນແປງຕາມການເໜັງຕີງຂອງອັດຕາແລກປ່ຽນ ໃນແຕ່ລະໄລຍະ. ທະນາຄານ ສາມາດຖືເງິນຕາຕ່າງປະເທດສະກຸນດັ່ງກ່າວ ໄວ້ໃນເບື້ອງຊັບສິນຂອງທະນາຄານ (ເງິນຝາກບັນຊີທຶນຈົດທະບຽນ ຢູ່ທະນາຄານ ແຫ່ງ ສປປ ລາວ) ແລະ ສາມາດບໍ່ນຳເອົາເງິນຕາຕ່າງປະເທດຈຳນວນດັ່ງກ່າວ ມາຄິດໄລ່ຖານະເງິນຕາຕ່າງປະເທດຂອງຕົນ.

ທະນາຄານແຫ່ງ ສປປ ລາວ ເປັນຜູ້ກຳນົດລະບຽບການ ກ່ຽວກັບການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ ເປັນເງິນຕາຕ່າງປະເທດ ຂອງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ.

ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ຕ້ອງຂໍອະນຸຍາດນຳໃຊ້ເງິນທຶນຈົດທະບຽນ ແລະ ເງິນລົງທຶນ ຂອງຕົນ ຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ກຳນົດ. ສຳລັບທຶນຈົດທະບຽນ ແລະ ເງິນລົງທຶນ ທີ່ເປັນເງິນຕາຕ່າງປະເທດນັ້ນ ທະນາຄານ ສາມາດຂໍອະນຸຍາດນຳເອົາເງິນດັ່ງກ່າວ ລົງທຶນໃນຊັບສິນອື່ນເປັນເງິນຕາຕ່າງປະເທດໄດ້. ກໍລະນີທະນາຄານຈະນຳເງິນດັ່ງກ່າວ ໄປສະໜອງສິນເຊື່ອ ຫຼື ລົງທຶນໃນຊັບສິນອື່ນເປັນເງິນກີບ ແມ່ນໃຫ້ທະນາຄານ ແຫ່ງ ສປປ ລາວ ຊື້ເອົາເງິນຕາຕ່າງປະເທດຂອງທະນາຄານ ແລ້ວເບີກຖອນເງິນກີບໃຫ້ແກ່ທະນາຄານດັ່ງກ່າວ.

第ມາດຕາ 5条

第5条 组织实施
委托老挝人民民主共和国银行作为本协议的执行机构,并负责监督、检查商业银行和外国商业银行分行增加注册资本和投资计划的执行情况,以确保符合本协议。

商业银行、外国商业银行分行及相关方有义务严格执行本协议。

本协议自签署之日起生效。

ພາສາລາວ (老挝语原文)

ມາດຕາ 5 ການຈັດຕັ້ງປະຕິບັດ
ມອບໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນເຈົ້າການໃນການຜັນຂະຫຍາຍຂໍ້ຕົກລົງສະບັບນີ້ ພ້ອມທັງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນ ຂອງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ໃຫ້ສອດຄ່ອງກັບຂໍ້ຕົກລົງສະບັບນີ້.

ທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ມີໜ້າທີ່ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົນໄປ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译