ຂໍ້ຕົກລົງວ່າດ້ວຍ ການກວດສອບ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດຖຸມີຄ່າ

关于贵重物品产品质量检验与认证的协议

Agreement on Quality Inspection and Certification of Valuable Goods

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການຜະລິດ, ການນຳເຂົ້າ-ສົ່ງອອກ ແລະ ການຈຳໜ່າຍສິນຄ້າມີຄ່າໃນລາວ, ເນື້ອໃນຫຼັກແມ່ນກຳນົດມາດຕະຖານການກວດສອບ ແລະ ຮັບຮອງຄຸນນະພາບຜະລິດຕະພັນ ພ້ອມທັງຂໍ້ກຳນົດການຈົດທະບຽນຜູ້ປະກອບການ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການກວດສອບ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດຖຸມີຄ່າ
ການກວດສອບ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນວັດຖຸມີຄ່າ ແມ່ນການດຳເນີນການກວດສອບວັດຖຸມີຄ່າ ທີ່ເປັນຮູບປະພັນ ແລະ ແທ່ງ ເພື່ອກວດສອບປະລິມານຄວາມບໍລິສຸດ, ນ້ຳໜັກ, ອົງປະກອບໂລຫະ ແລະ ອະໂລຫະ ເພື່ອຢັ້ງຢືນຄຸນນະພາບຂອງວັດຖຸມີຄ່າ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
1. ຜະລິດຕະພັນວັດຖຸມີຄ່າ ໝາຍເຖິງວັດຖຸ ຫຼື ສິ່ງຂອງທີ່ມີຄ່າເຊັ່ນ: ເງິນ, ຄຳ, ທອງ, ເພັດ, ໄຂ່ມຸກ, ແກ້ວປະເສີດ, ຄຳຂາວ ແລະ ເຄື່ອງອື່ນໆ ທີ່ເຮັດດ້ວຍໂລຫະ ແລະ ອະໂລຫະ;
2. ທຸລະກິດວັດຖຸມີຄ່າ ໝາຍເຖິງ ການດຳເນີນທຸລະກິດ ການຜະລິດ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍວັດຖຸມີຄ່າ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
3. ເຄື່ອງໝາຍຂອງຜະລິດຕະພັນວັດຖຸມີຄ່າ ໝາຍເຖິງ ສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ທີ່ນຳໃຊ້ກັບຜະລິດຕະພັນວັດຖຸມີຄ່າ ເພື່ອສະແດງເຖິງລິຂະສິດຂອງຜູ້ປະກອບການ;
4. ໃບຢັ້ງຢືນຄຸນນະພາບຜະລິດຕະພັນວັດຖຸມີຄ່າ ໝາຍເຖິງ ເອກະສານທີ່ຢັ້ງຢືນຄຸນນະພາບຜະລິດຕະພັນວັດຖຸມີຄ່າ ທີ່ຖືກຕ້ອງສອດຄ່ອງກັບມາດຕະຖານແຫ່ງຊາດ;
5. ຄວາມບໍລິສຸດ ໝາຍເຖິງ ຈຳນວນອັດຕາສ່ວນປະສົມຂອງໂລຫະ ຫຼື ອະໂລຫະໂດຍມວນສານ;

ມາດຕາ ມາດຕາ 3

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງ ສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການຜະລິດ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍ ຜະລິດຕະພັນວັດຖຸມີຄ່າ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ