关于赌场业务税收及规费管理的法令
ລັດຖະບັນຍັດວ່າດ້ວຍ ການຄຸ້ມຄອງອາກອນເດັດຖານ ແລະ ຄ່າທຳນຽມ ສຳລັບທຸລະກິດກາຊີໂນ
Decree on Tax and Fee Management for Casino Operations
简介
该法令调整老挝赌场业务的税收与规费管理,核心内容是按赌桌等级和游戏机数量征收固定税,并对入场人员收取每人每次200美元的服务费。
Summary
This decree adjusts tax and fee management for casino operations in Laos, with core content imposing fixed taxes based on table grades and number of gaming machines, and charging a service fee of USD 200 per person per entry.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຄຸ້ມຄອງພາສີ ແລະ ຄ່າທຳນຽມທຸລະກິດຄາສິໂນໃນລາວ, ເນື້ອໃນຫຼັກແມ່ນການເກັບພາສີຄົງທີ່ຕາມລະດັບໂຕະ ແລະ ຈຳນວນເຄື່ອງຫຼິ້ນ, ແລະ ເກັບຄ່າບໍລິການ 200 ໂດລາສະຫະລັດຕໍ່ຄົນຕໍ່ຄັ້ງສຳລັບຜູ້ເຂົ້າຮ່ວມ.
条文
第ມາດຕາ 1条
第1条 本法令自签署之日起生效。
ພາສາລາວ (老挝语原文)
ມາດຕາ 1 ລັດຖະບັນຍັດນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົນໄປ.
第ມາດຕາ 2条
第2条 目的
本法令规定赌场业务的固定税率和服务费以及入场服务费,以管理和征收该业务的税收收入纳入国家预算,实现统一、准确、完整、及时、高效和有效,为国家经济社会发展做出贡献。
ພາສາລາວ (老挝语原文)
ມາດຕາ 2 ຈຸດປະສົງ
ລັດຖະບັນຍັດສະບັບນີ້ ກຳນົດ ອັດຕາອາກອນເດັດຖານ ແລະ ຄ່າທຳນຽມ ສຳລັບທຸລະກິດກາຊີໂນ ແລະ ຄ່າທຳນຽມຜ່ານປະຕູເຂົ້າໃຊ້ບໍລິການ ເພື່ອຄຸ້ມຄອງ ແລະ ຈັດເກັບລາຍຮັບພັນທະອາກອນ ໃນທຸລະກິດດັ່ງກ່າວ ເຂົ້າງົບປະມານແຫ່ງລັດ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ຄົບຖ້ວນ, ທັນສະໄໝ, ມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
第ມາດຕາ 3条
第3条 博彩税和入场费
博彩税是根据在每张赌桌和游戏机上提供服务的类型而确定的义务,适用于赌场业务。
赌场入场费是对老挝公民、外国人以及居住在老挝人民民主共和国的无国籍人士收取的义务。
ພາສາລາວ (老挝语原文)
ມາດຕາ 3 ອາກອນເດັດຖານ ແລະ ຄ່າທຳນຽມຜ່ານປະຕູ
ອາກອນເດັດຖານ ແມ່ນພັນທະທີ່ກຳນົດເກັບ ຕາມປະເພດໂຕະໄພ້ໃຫ້ບໍລິການໃນແຕ່ລະຂຶ້ນ ແລະ ຕູ້ເກມ ສຳລັບທຸລະກິດກາຊີໂນ.
ຄ່າທຳນຽມຜ່ານປະຕູເຂົ້າໃຊ້ບໍລິການກາຊີໂນ ແມ່ນພັນທະທີ່ເກັບ ຈາກ ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ມີພູມລຳເນົາຢູ່ ສປປ ລາວ.
第ມາດຕາ 4条
第4条 服务赌桌的类型
服务赌桌必须是专门设计的赌桌,安装在已获许可的服务场所的建筑内,并在财政部登记。
服务赌桌分为两类:普通赌桌和VIP赌桌,并按以下等级划分:
1) 第1级:普通赌桌40张及以下,且无VIP赌桌;
2) 第2级:普通赌桌41至60张,且VIP赌桌少于20张;
3) 第3级:普通赌桌61至80张,且VIP赌桌20至39张;
4) 第4级:普通赌桌81至100张,且VIP赌桌40张及以上,但不超过50张。
若赌场业务需要增加或减少赌桌数量,且不改变本条第二款规定的等级,须获得许可并在财政部登记。
对于增加或减少赌桌数量导致等级从一个级别变更为另一个级别的情况,须获得政府许可并在财政部登记赌桌。
ພາສາລາວ (老挝语原文)
ມາດຕາ 4 ປະເພດໂຕະໄພ້ໃຫ້ບໍລິການ
ໂຕະໄພ້ໃຫ້ບໍລິການ ຕ້ອງແມ່ນໂຕະໄພ້ ທີ່ອອກແບບສະເພາະ ຊຶ່ງປະກອບເຂົ້າໃສ່ຕຶກອາຄານຢູ່ສະຖານທີ່ບໍລິການທີ່ໄດ້ຮັບອະນຸຍາດ ແລະ ຂຶ້ນບັນຊີນຳກະຊວງການເງິນ.
ໂຕະໄພ້ໃຫ້ບໍລິການ ປະກອບມີ 2 ປະເພດ ຄື: ໂຕະໄພ້ທຳມະດາ ແລະ ໂຕະໄພ້ວີໄອພີ ຊຶ່ງຈັດແບ່ງເປັນຂັ້ນ ດັ່ງນີ້:
1) ຂັ້ນ 1: ໂຕະໄພ້ທຳມະດາ ສີ່ສິບໂຕະ ລົງມາ ແລະ ບໍ່ມີໂຕະໄພ້ວີໄອພີ;
2) ຂັ້ນ 2: ໂຕະໄພ້ທຳມະດາ ສີ່ສິບເອັດ ຫາ ຫົກສິບໂຕະ ແລະ ໂຕະໄພ້ວີໄອພີ ຕໍ່າກວ່າ ຊາວໂຕະ;
3) ຂັ້ນ 3: ໂຕະໄພ້ທຳມະດາ ຫົກສິບເອັດໂຕະ ຫາ ແປດສິບໂຕະ ແລະ ໂຕະໄພ້ວີໄອພີ ຊາວໂຕະ ຫາ ສາມສິບເກົ້າໂຕະ;
4) ຂັ້ນ 4: ໂຕະໄພ້ທຳມະດາ ແຕ່ ແປດສິບເອັດໂຕະ ຫາ ຫຶ່ງຮ້ອຍໂຕະ ແລະ ໂຕະໄພ້ວີໄອພີ ສີ່ສິບໂຕະຂຶ້ນໄປ ແຕ່ບໍ່ໃຫ້ເກີນ ຫ້າສິບໂຕະ.
ໃນກໍລະນີ ທຸລະກິດກາຊີໂນ ມີຄວາມຕ້ອງການ ເພີ່ມ ຫຼື ຫຼຸດ ຈຳນວນໂຕະໄພ້ ທີ່ບໍ່ມີການປ່ຽນແປງລະດັບຂັ້ນຕາມທີ່ໄດ້ກຳນົດໄວ້ໃນວັກທີສອງຂອງມາດຕານີ້ ຕ້ອງຂໍອະນຸຍາດ ແລະ ຂຶ້ນບັນຊີນຳກະຊວງການເງິນ.
ສຳລັບການເພີ່ມ ຫຼື ຫຼຸດ ຈຳນວນໂຕະໄພ້ທີ່ເຮັດໃຫ້ມີການປ່ຽນແປງລະດັບຂັ້ນ ຈາກຂັ້ນໜຶ່ງໄປເປັນອີກຂັ້ນໜຶ່ງ ຕ້ອງຂໍອະນຸຍາດນຳລັດຖະບານ ແລະ ຂຶ້ນບັນຊີໂຕະໄພ້ນຳກະຊວງການເງິນ.
第ມາດຕາ 5条
第5条 固定税的确定
赌场业务必须缴纳固定税如下:
1. 对于赌场业务,按年缴纳固定税,根据各等级如下:
1) 第1级:3,000,000(三百万)美元;
2) 第2级:4,000,000(四百万)美元;
3) 第3级:6,000,000(六百万)美元;
4) 第4级:8,000,000(八百万)美元。
在赌桌超过第四级的情况下,按年根据赌桌缴纳固定税如下:
1) 普通赌桌:75,000(七万五千)美元每桌每年;
2) VIP赌桌:100,000(十万)美元每桌每年。
2. 对于游戏机,按每台每年3,000(三千)美元的税率缴纳固定税。
此固定税不包括工资所得税、利润分红税及其他类型所得税。
固定税的征收以美元进行,按照相关规定执行。
ພາສາລາວ (老挝语原文)
ມາດຕາ 5 ການກຳນົດອາກອນເດັດຖານ
ທຸລະກິດກາຊີໂນ ຕ້ອງໄດ້ເສຍອາກອນເດັດຖານ ດັ່ງນີ້:
1. ສຳລັບທຸລະກິດກາຊີໂນ ໃຫ້ເສຍອາກອນເດັດຖານຕໍ່ປີ ຕາມແຕ່ລະປະເພດຂັ້ນ:
1) ຂັ້ນ 1: 3,000,000 (ສາມລ້ານ) ໂດລາສະຫະລັດ;
2) ຂັ້ນ 2: 4,000,000 (ສີ່ລ້ານ) ໂດລາສະຫະລັດ;
3) ຂັ້ນ 3: 6,000,000 (ຫົກລ້ານ) ໂດລາສະຫະລັດ;
4) ຂັ້ນ 4: 8,000,000 (ແປດລ້ານ) ໂດລາສະຫະລັດ.
ໃນກໍລະນີ ໂຕະໄພ້ ເກີນ ຂັ້ນສີ່ ໃຫ້ເສຍອາກອນເດັດຖານຕໍ່ປີ ຕາມໂຕະໄພ້ ດັ່ງນີ້:
1) ໂຕະໄພ້ທຳມະດາ 75,000 (ເຈັດສິບຫ້າພັນ) ໂດລາສະຫະລັດ ຕໍ່ໂຕະ ຕໍ່ປີ;
2) ໂຕະໄພ້ວີໄອພີ 100,000 (ໜຶ່ງແສນ) ໂດລາສະຫະລັດ ຕໍ່ໂຕະ ຕໍ່ປີ.
2. ສຳລັບ ຕູ້ເກມ ໃຫ້ເສຍອາກອນເດັດຖານ ໃນອັດຕາ 3,000 (ສາມພັນ) ໂດລາສະຫະລັດ ຕໍ່ຕູ້ຕໍ່ປີ.
ອາກອນເດັດຖານນີ້ ບໍ່ກວມ ອາກອນລາຍໄດ້ຈາກເງິນເດືອນ, ອາກອນເງິນປັນຜົນກຳໄລ ແລະ ອາກອນລາຍໄດ້ປະເພດອື່ນ.
ການເກັບອາກອນເດັດຖານ ແມ່ນເກັບເປັນເງິນໂດລາສະຫະລັດ ຕາມລະບຽບການທີ່ກ່ຽວຂ້ອງກຳນົດ.
第ມາດຕາ 6条
第6条 服务费的确定
在老挝人民民主共和国境内有住所的老挝公民、外国人和无国籍人,在赌场使用服务的,须缴纳入场费每人每次200(贰佰)美元。
服务费的收取以美元进行,按照相关规定执行。
ພາສາລາວ (老挝语原文)
ມາດຕາ 6 ການກຳນົດຄ່າທຳນຽມ
ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ທີ່ມີພູມລຳເນົາຢູ່ ສປປ ລາວ ທີ່ເຂົ້າໃຊ້ບໍລິການຢູ່ ກາຊີໂນ ໃຫ້ເສຍຄ່າທຳນຽມຜ່ານປະຕູ 200 (ສອງຮ້ອຍ) ໂດລາສະຫະລັດ ຕໍ່ຄົນຕໍ່ຄັ້ງ.
ການເກັບຄ່າທຳນຽມ ແມ່ນເກັບເປັນເງິນໂດລາສະຫະລັດ ຕາມລະບຽບການທີ່ກ່ຽວຂ້ອງກຳນົດ.
第ມາດຕາ 7条
第7条 管理
加强国家对赌场业务的管理、税收和费用的征收,确保准确、完整并实现现代化,保障赌场业务的安宁和秩序,并使其按照规章正确运作。委托政府制定规章以管理老挝人民民主共和国的赌场业务。
ພາສາລາວ (老挝语原文)
ມາດຕາ 7 ການຄຸ້ມຄອງ
ເພີ່ມທະວີ ການຄຸ້ມຄອງລັດ, ການຈັດເກັບລາຍຮັບອາກອນເດັດຖານ ແລະ ຄ່າທຳນຽມ ຈາກທຸລະກິດກາຊີໂນ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ ຄົບຖ້ວນ ແລະ ຫັນເປັນທັນສະໄໝ, ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນທຸລະກິດກາຊີໂນດັ່ງກ່າວ ແລະ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບການ.
ມອບໃຫ້ລັດຖະບານ ອອກລະບຽບການ ເພື່ອຄຸ້ມຄອງທຸລະກິດກາຊີໂນ ຢູ່ ສປປ ລາວ.
第ມາດຕາ 8条
第8条 组织实施
老挝人民民主共和国政府负责组织实施本法。
ພາສາລາວ (老挝语原文)
ມາດຕາ 8 ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດລັດຖະບັນບັດສະບັບນີ້.
第ມາດຕາ 9条
第9条 效力
本法令自老挝人民民主共和国主席签署之日起生效。
ພາສາລາວ (老挝语原文)
ມາດຕາ 9 ຜົນສັກສິດ
ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລົງລາຍເຊັນ ເປັນຕົນໄປ.