ຄຳແນະນຳ ກ່ຽວກັບການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານ ຂອງຂະແໜງການກະສິກຳ ແລະ ປ່າໄມ້
关于农林部门活动监测与检查的指导意见
Guidelines on Monitoring and Inspection of Agricultural and Forestry Activities
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຕິດຕາມ ແລະ ກວດກາກິດຈະກຳຂອງຂະແໜງກະສິກຳ ແລະ ປ່າໄມ້, ເນັ້ນໃສ່ການກຳນົດຮູບແບບການກວດກາ (ປົກກະຕິ, ຕາມຄຳສັ່ງ, ກະທັນຫັນ) ແລະ ຂັ້ນຕອນການດຳເນີນງານ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ປະສິດທິພາບຂອງໂຄງການລົງທຶນຂອງລັດ ແລະ ປ້ອງກັນການສໍ້ລາດບັງຫຼວງ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກຳ ແລະ ປ່າໄມ້ ເລກທີ ເຄາ , ປຼ
ຄຳແນະນຳ
ກ່ຽວກັບ ການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານ
ຂອງຂະແໜງການກະສິກຳ ແລະ ປ່າໄມ້
- ອີງຕາມ ກົດໝາຍ ວາດ້ວຍການກວດກາລັດ (ສະບັບປັບປຸງ) ສະບັບເລກທີ 25/ສພຊ, ລົງວັນທີ 29 ທັນວາ 2022;
- ອີງຕາມ ດຳລັດ ວາດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
- ອີງຕາມ ຫັງສືສະເຫີ ຂອງກົມກວດກາ ສະບັບເລກທີ 1036/ກກ, ລົງວັນທີ 18 ມີນາ 2025;
- ອີງຕາມ ຫັງສືສະເຫຼີ ຂອງຫ້ອງການ ສະບັບເລກທີ 1]373/ຫກ, ລົງວັນທີ 28 ມີນາ 2025.
ເພືອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກຳທີໄດ້ກຳນົດອອກໃນແຕລະໄລຍະ, ຮັບປະກັນຄວາມເປັນ
ເອກະພາບໃນການຈັດຕັ້ງປະຕິບັດວຽກງານກວດກາ ຢູ່ໃນຂະແໜງການກະສິກຳ ແລະ ປ່າໄມ້ ຕາມພາລະບົດບາດ,
ແຜນການ, ໂຄງການລົງທຶນຂອງລັດ ທຸກປະເພດທີນຳໃຊ້ງົບປະມານແຫງລັດ, ທຶນສົມທົບ, ທຶນຊ່ວຍເຫຼືອລ້າ ແລະ
ທຶນກູ້ຢືມຈາກພາຍໃນ ຫຼື ຕາງປະເທດ ໃຫ້ເຄືອນໄຫວຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ຈຸດປະສົງຂອງໂຄງການ
ກໍຄືແຜນການກິດຈະກຳທີໄດ້ກຳນົດໄວ້ ແນໃສຕອບສະໜອງຜົນໄດ້ຮັບ ແລະ ຜົນປະໂຫຍດລວມຂອງຊາດ ແລະ
ປະຊາຊົນ, ປ້ອງກັນການລະເມີດລະບຽບ, ກົດໝາຍ ແລະ ສະກັດກັນພຶດຕິກຳ ທີເປັນການສໍ້ລາດບັງຫຼວງ ເຮັດໃຫ້ການ
ລົງທຶນຂອງລັດ ໃນວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການປະຕິບັດດ້ວຍຄວາມໂປ່ງໃສ,
ປະຢັດ ແລະ ມີປະສິດທິຜົນສູງ.
ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:
1. ຈຸດປະສົງ ແລະ ລະດັບຄາດໝາຍ
1. ເພື່ອເປັນບ່ອນອີງໃຫ້ແກ່ຄະນະຕິດຕາມ ກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງກະສິກຳ ແລະ ປ່າໄມ້ ໃນການເຄື່ອນໄຫວຕິດຕາມ, ກວດກາ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ແນໃສ່ເຮັດໃຫ້ມີຄວາມໂປ່ງໃສ, ຊັດເຈນ, ແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການລະເມີດກົດໝາຍ ແລະ ລະບຽບການຂອງລັດ ພ້ອມທັງແກ້ໄຂຜົນຂອງການກວດກາໃຫ້ທັນເວລາ;
2. ເພື່ອໃຫ້ຜູ້ປະຕິບັດໂຄງການລົງທຶນຂອງລັດ, ການລົງທຶນຂອງລັດວິສະຫະກິດ ທີ່ຂຶ້ນກັບຂະແໜງການກະສິກຳ ແລະ ປ່າໄມ້ ແລະ ການລົງທຶນດ້ານກະສິກຳ ແລະ ປ່າໄມ້ ຂອງຜູ້ປະກອບການ ໄດ້ຮັບຮູ້, ເຂົ້າໃຈເປັນເອກະພາບ ແລະ ເປັນເຈົ້າການໃນການປະສານງານ ກັບຄະນະກວດກາ ດ້ວຍຄວາມຮັບຜິດຊອບສູງ ຮັບປະກັນໃຫ້ການຕິດຕາມ, ກວດກາ ເປັນໄປຕາມແຜນການ ທີ່ໄດ້ກຳນົດໄວ້;
3. ເພື່ອເປັນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນຂະແໜງການກະສິກຳ ແລະ ປ່າໄມ້ ຢ່າງມີປະສິດທິພາບ;
4. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ມີປະສິດທິພາບ ແລະ ປະສິດທິຜົນສູງ ມີງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ ໃຫ້ແກ່ວຽກງານກວດກາ ເລີ່ມແຕ່ຫົວທີ ຂອງທຸກໆໂຄງການ.
11. ຮູບແບບການຕິດຕາມ, ກວດກາ ແລະ ເປົ້າໝາຍທີ່ຈະກວດກາ
ການຕິດຕາມ, ກວດກາ ໃນຂະແໜງການກະສິກຳ ແລະ ປ່າໄມ້ ປະກອບດ້ວຍ ການຕິດຕາມ, ກວດກາ ແບບປົກກະຕິ; ການຕິດຕາມ, ກວດກາ ຕາມຄຳສັ່ງ ຫຼື ຄຳສະເໜີ; ການຕິດຕາມ, ກວດກາແບບກະທັນຫັນ ຊຶ່ງເປົ້າໝາຍຂອງການຕິດຕາມ, ກວດກາ ປະກອບມີ: ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ, ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ລັດວິສະຫະກິດ ຂອງຂະແໜງການກະສິກຳ ແລະ ປ່າໄມ້ ແລະ ໂຄງການ
ລົງທຶນດ້ານກະສິກຳ ແລະ ປ່າໄມ້ ຂອງຜູ້ປະກອບການ.
1. ການຕິດຕາມ, ກວດກາແບບປົກກະຕິ
ການຕິດຕາມ, ກວດກາແບບປົກກະຕິ ແມ່ນການກວດກາຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາ
ອັນແນ່ນອນ ໂດຍການແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ ຊຶ່ງລວມທັງການຕິດຕາມ, ກວດກາ ໂຄງການລົງທຶນ
ຂອງລັດແຕ່ຫົວທີ, ການລົງທຶນຂອງລັດວິສະຫະກິດ ແລະ ການລົງທຶນດ້ານກະສິກຳ ແລະ ປ່າໄມ້ ຂອງຜູ້ປະກອບ
ການ ເພື່ອໃຫ້ຮູ້, ເຫັນ ແລະ ກຳໄດ້ ສະພາບການ, ຂໍ້ມູນໃນການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ,
ພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານ, ການປະຕິບັດລະບຽບການດ້ານວິຊາ
ສະເພາະ, ເຕັກນິກ, ຫຼັກການຄຸ້ມຄອງ, ຜົນກວດສອບ ຕາມຄຳສະເໜີຂອງອົງການກວດສອບແຫ່ງລັດ ໃນກໍລະນີ
ຈຳເປັນ, ຮີບດ່ວນ, ຕາມມະຕິກອງປະຊຸມຂອງສະພາແຫ່ງຊາດ, ມະຕິກອງປະຊຸມ ຂອງສະພາປະຊາຊົນຂັ້ນແຂວງ ດ້ວຍ
ການນຳໃຊ້ວິທີການຕົ້ນຕໍ ດັ່ງນີ້:
1) ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ພາລະບົດບາດ ແລະ ແຜນການປະຈຳປີ ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ;
2) ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເອກະພາບໃນການກະກຽມແຜນການ, ວາລະການເຄື່ອນໄຫວຮ່າງ
ບົດບັນທຶກ, ຄຳຖາມເຈາະຈີ້ມ ແລະ ເປົ້າໝາຍຖືກກວດກາຕ້ອງໃຫ້ຄວາມຮ່ວມມືໃນການກະກຽມບັນດາ
ເອກະສານທີ່ຄະນະກວດກາຕ້ອງການ ພ້ອມທັງອຳນວຍຄວາມສະດວກ ໃນການສະໜອງຂໍ້ມູນເອກະສານຕ່າງໆ;
3) ສະເໜີຕໍ່ ຄະນະພັກ, ຄະນະຊີ້ນຳ ແຈ້ງຈຸດປະສົງ, ຂໍ້ຕົກລົງ ແລະ ແຜນການເຄື່ອນໄຫວວຽກງານ ຂອງຄະນະ
ຕິດຕາມ, ກວດກາ ພ້ອມທັງໃຫ້ເປົ້າໝາຍແຕ່ງຕັ້ງຄະນະຮ່ວມເຮັດວຽກ;
4) ຕີລາຄາໄຈ້ແຍກໃຫ້ເຫັນໄດ້ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ບັນດາຂໍ້ສະເໜີຕ່າງໆ ຂອງເປົ້າໝາຍ
ແລະ ຂໍ້ສະເໜີວິທີການແກ້ໄຂຂອງຄະນະລົງຕິດຕາມ, ກວດກາ;
ວ໌) ສະຫຼຸບຜົນການຕິດຕາມກວດກາ ເພື່ອຄວາມເປັນເອກະພາບກັນ ແລະ ເຊັນບົດບັນທຶກຮວມກັນ, ຫຼັງຈາກນັ້ນ ຈົ່ງລາຍງານໃຫ້ຂັ້ນເທິງຊາບ ເພື່ອພິຈາລະນາແກ້ໄຂ.
2. ການຕິດຕາມ, ກວດກາຕາມຄຳສັ່ງ ຫຼື ຄຳສະເໜີ
ການຕິດຕາມ, ກວດກາ ຕາມຄຳສັ່ງ ຫຼື ຄຳສະເໜີ ແມ່ນການຕິດຕາມ, ກວດກາ ຕາມມະຕິ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ຂອງຂັ້ນເທິງ ລວມທັງຄຳສະເໜີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມກົດໝາຍ ແລະ ລະບຽບການ ໂດຍມີການແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ ດ້ວຍການນຳໃຊ້ວິທີການຕົ້ນຕໍ ດັ່ງນີ້:
1) ສະເໜີຕໍ່ຄະນະພັກ, ຄະນະຊັ້ນ ແລະ ເປົ້າໝາຍທີ່ກ່ຽວຂ້ອງ ເພື່ອແຈ້ງຈຸດປະສົງ, ຂໍ້ຕົກລົງ ແລະ ແຜນການ ເຄື່ອນໄຫວວຽກງານຂອງຄະນະຕິດຕາມ, ກວດກາ ພ້ອມທັງໃຫ້ເປົ້າໝາຍແຕ່ງຕັ້ງຄະນະຮ່ວມເຮັດວຽກ;
2) ເກັບກຳ ທ້ອນໂຮມບັນດານິຕິກຳທີ່ກ່ຽວຂ້ອງ, ກວດກາພິສຸດຂໍ້ມູນ ທີ່ນຳໃຊ້ ເຂົ້າໃນການຕິດຕາມ, ກວດກາຕົວຈິງ ທີ່ໄດ້ກຳນົດໄວ້ໃນແຜນການເຄື່ອນໄຫວ;
3) ຄົ້ນຄວ້າ, ວິເຄາະ, ວິໄຈ, ຕີລາຄາ, ຂໍ້ມູນສົມທຽບຂໍ້ມູນໃຫ້ຊັດເຈນ, ພາວະວິໄສ ແລະ ຄົບຖ້ວນ ເພື່ອເປັນພື້ນຖານໃຫ້ແກ່ການສະຫຼຸບຕາມເນື້ອໃນກວດກາ;
4) ສະຫຼຸບລາຍງານຜົນການຕິດຕາມ, ກວດກາ ຢ່າງລະອຽດ ໂດຍສະເພາະການສະຫຼຸບແຜນການທີ່ກຳນົດໄວ້ໃນການກວດກາ ແລະ ດຳເນີນການກວດກາຕົວຈິງ, ຊີ້ໃຫ້ເຫັນຜົນການຕິດຕາມ, ກວດກາ ພ້ອມທັງສົມທຽບໃສ່ບັນດານິຕິກຳ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍທິດຊີ້ນຳຂັ້ນເທິງ ກ່ອນສະເໜີວິທີການແກ້ໄຂ ຫຼື ມາດຕະການແກ້ໄຂ ເພື່ອຄວາມເປັນເອກະພາບ ແລະ ລົງລາຍເຊັນຮ່ວມກັນ.
3. ການຕິດຕາມ, ກວດກາແບບກະທັນຫັນ
ການຕິດຕາມ, ກວດກາແບບກະທັນຫັນ ແມ່ນການກວດກາຢ່າງຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ເປົ້າໝາຍ ຖືກ
ການຕິດຕາມ, ກວດກາ ແບບກະທັນຫັນ ແມ່ນຄືກັນກັບການຕິດຕາມ, ກວດກາ ຕາມຄຳສັ່ງ ຫຼື ຄຳສະເໜີ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
4. ການຕິດຕາມ, ກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ
ການຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ແມ່ນການຕິດຕາມ, ກວດກາ ປົກກະຕິ ຕໍ່ຜູ້ປະຕິບັດໂຄງການ ເພື່ອໃຫ້ຮູ້, ເຫັນ ແລະ ກຳນົດໄດ້ສະພາບການ, ຂໍ້ມູນໃນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດນັບແຕ່ເລີ່ມຕົ້ນໂຄງການເປັນຕົ້ນໄປ.
ໂຄງການລົງທຶນຂອງລັດທີ່ຕ້ອງຕິດຕາມ, ກວດກາ ແມ່ນທຸກໂຄງການທີ່ນຳໃຊ້ງົບປະມານແຫ່ງລັດ, ທຶນສົມທົບ, ທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມຈາກພາຍໃນ ແລະ ຕ່າງປະເທດ ໃນຂະແໜງການກະສິກຳ ແລະ ປ່າໄມ້.
ຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ ດ້ວຍການນຳໃຊ້ວິທີການຕື່ນຕົວ ດັ່ງນີ້:
1) ປະສານ ແລະ ສະເໜີແຜນການໃຫ້ເຈົ້າຂອງໂຄງການ, ຜູ້ປະຕິບັດໂຄງການ ເປັນລາຍລັກອັກສອນ ພ້ອມທັງ ມີຄຳຖາມເຈາະຈື້ມ, ຊັກຖາມ, ບັນທຶກການລາຍງານ ແລະ ການມອບ-ຮັບເອກະສານຕ່າງໆ ຂອງໂຄງການ ເພື່ອໃຫ້ມີຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ໃນການຈັດຕັ້ງປະຕິບັດແຜນການ, ວຽກງານ ແລະ ຂັ້ນຕອນຕ່າງໆ;
2) ເປົ້າໝາຍທີ່ຖືກກວດກາ ຕ້ອງໃຫ້ຄວາມຮ່ວມມືຕໍ່ຄະນະກວດກາ ໃນການກວດກາບັນດາເອກະສານຕ່າງໆ ເປັນຕົ້ນ ບົດສະເໜີໂຄງການ, ສັນຍາໂຄງການ, ການປະຕິບັດແຜນການ ແລະ ກິດຈະກຳຕ່າງໆ ຂອງໂຄງການ, ການຈັດຈ້າງບໍລິສັດ ທີ່ປຶກສາ, ຊ່ຽວຊານ ແລະ ພະນັກງານຕາມສັນຍາ, ການປະມູນການກໍ່ສ້າງ ສ້ອມແປງ, ການຈັດຊື້-ຈັດຈ້າງພາຫະນະ, ອຸປະກອນຮັບໃຊ້, ເອກະສານບັນຊີຊັບສິນ ແລະ ເອກະສານທາງດ້ານ
ການເງິນ ພ້ອມທັງລາຍງານ, ອະທິບາຍ, ຊີ້ແຈງ ບັນຫາທີ່ຍັງບໍ່ທັນຈະແຈ້ງໃນກໍລະນີທີ່ພົບເຫັນບັນຫາ
ທີ່ເຫັນວ່າ ມີຄວາມສ່ຽງໃນການສໍ້ລາດບັງຫຼວງ;
3) ຄະນະກວດກາ ເປັນຜູ້ຊີ້ຄວາມແຈ້ງໃຫ້ເຫັນໄດ້ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ຂອງຜູ້ປະຕິບັດ
ໂຄງການ, ບັນດາຫ້າວຽກໂຄງການ ແລະ ຂໍ້ສະເໜີວິທີການແກ້ໄຂ;
4) ການສະຫຼຸບຜົນການຕິດຕາມ ກວດກາ ຕ້ອງໄດ້ຜ່ານກັນພາຍໃນຄະນະຕິດຕາມ ກວດກາ, ຜູ້ປະຕິບັດໂຄງ
ການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບກັນ ແລະ ເຊັນບົດບັນທຶກຮ່ວມກັນ, ຫຼັງຈາກ
ນັ້ນ ຈຶ່ງລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ສົ່ງຜົນການກວດກາ ໃຫ້ຜູ້ປະຕິບັດໂຄງການຊາບ ແລະ ຈັດຕັ້ງ
ປະຕິບັດໂດຍມີການຕິດຕາມ, ກວດກາ ຢ່າງເຂັມງວດ.
1. ການຕ້ານການສໍ້ລາດບັງຫຼວງ
ການຕ້ານການສໍ້ລາດບັງຫຼວງ ແມ່ນການກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ໃນການສະກັດ
ກັນ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອບໍ່ໃຫ້ຊັບສິນຂອງລັດ, ລວມຫູ, ສັງຄົມ ຫຼື ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງພົນລະເມືອງ ຖືກເສຍຫາຍ, ຖືກຍັກຍອກ ຫຼື ສໍ້ໂກງ, ນຳເອົາຜູ້ກະທຳຜິດ ມາດຳເນີນຄະດີ ແລະ ປົກປ້ອງຜູ້ບໍລິສຸດ ແນໃສເຮັດໃຫ້ອົງການລັດ ມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ສາມາດກວດກາໄດ້ທຸກເວລາ,
ໃນກໍລະນີ ພົບເຫັນພຶດຕິກຳ ທີເປັນການສໍ້ລາດບັງຫຼວງໃດໜຶງ ດັ່ງນີ້:
1) ການຍັກຍອກຊັບຂອງລັດ ຫຼື ລວມຫ;
2) ການສໍ້ໂກງຊັບຂອງລັດ ຫຼື ລວມຫ;
3) ການໃຫ້ສິນບົນ;
4) ການຮັບສິນບົນ;
5) ການສວຍໃຊ້ຖານະຕຳແໜງ, ສິດອຳນາດ, ຫ້າທີ ເພືອເອົາຊັບຂອງລັດ, ລວມຫູ ຫຼື ບຸກຄົນ;
6) ການສວຍໃຊ້ຊັບຂອງລັດ ຫຼື ລວມຫ;
7) ການໃຊ້ຖານະຕຳແຫງ, ສິດອຳນາດ, ຫ້າທີ ເກີນຂອບເຂດ ເພືອເອົາຊັບຂອງລັດ, ລວມຫູ ຫຼື ບຸກຄົນ;
8) ການລັກໂລບ, ປອມແປງມາດຕະຖານເຕັກນິກກໍ່ສ້າງ, ອອກແບບ, ຄິດໄລ່ ແລະ ອື່ນໆ;
9) ການໂກງການປະມູນ ຫຼື ການສຳປະທານ;
10) ການປອມແປງເອກະສານ ຫຼື ການນຳໃຊ້ເອກະສານປອມ;
11) ການເປີດເຜີຍຄວາມລັບ ເພື່ອຫາຜົນປະໂຫຍດສ່ວນຕົວ;
12) ການກົດຫວງ, ຖ້ວງດຶງເອກະສານ.
ການດຳເນີນການກວດກາ ແລະ ການສໍ້ລາດບັງຫຼວງ ຕ້ອງປະຕິບັດຕາມ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢ່າງເຂັມງວດ ດ້ວຍການນຳໃຊ້ວິທີການຕົ້ນຕໍ ດັ່ງຕໍ່ໄປນີ້:
1) ຄົ້ນຄວ້າ, ແຈ້ງການ, ແຈ້ງຄວາມ, ລາຍງານ, ການສະເໜີ ຫຼື ຄຳຮ້ອງຟ້ອງ ແລະ ລົງເກັບກຳຂໍ້ມູນ ຖ້າເຫັນວ່າມີຄວາມຈຳເປັນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ສະບັບປັບປຸງ) ສະບັບເລກທີ 17/ສພຊ, ລົງວັນທີ 07 ກໍລະກົດ 2022 ທີ່ກຳນົດໃຫ້ ຄຳຮ້ອງທຸກ ມີຊື່, ວັນທີ, ເດືອນ, ປີ, ລາຍເຊັນ
ແລະ ລາຍໂປ້ມືຂອງຜູ້ຮ້ອງທຸກ ແລະ ສະຖານທີຂອງອົງການທີ່ກ່ຽວຂ້ອງ ຊຶ່ງຜູ້ຮ້ອງທຸກຍື່ນເຖິງ;
2) ກະກຽມ ແລະ ສ້າງແຜນການລົງກວດກາຕົວຈິງ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ທ້ອງຖິ່ນ
ທີ່ກ່ຽວຂ້ອງ;
3) ກວດກາເອກະສານ ແລະ ຊັບສິນ ຂອງບຸກຄົນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຕົ້ນ ກວດກາການເງິນ-ການ
ບັນຊີ, ລາຍຮັບ-ລາຍຈ່າຍ, ການໃຊ້ຈ່າຍທຶນຊ່ວຍເຫຼືອ ແລະ ເງິນກູ້ຢືມ;
4) ຮຽກເຊີນຜູ້ຕາງໜ້າການຈັດຕັ້ງ ຫຼື ບຸກຄົນທີ່ກ່ຽວຂ້ອງ ມາອະທິບາຍໃຫ້ຄວາມກະຈ່າງແຈ້ງ;
5) ສະຫຼຸບ, ຕີລາຄາ ແລະ ລາຍງານຜົນຂອງການກວດກາ.
ການແຈ້ງຊັບສິນ ແມ່ນຜູ້ມີຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ ກ່ອນ ແລະ ຫຼັງຮັບຕຳແໜ່ງ, ໜ້າທີ່ຕ້ອງ
ແຈ້ງຊັບສິນ ແລະ ໜີ້ສິນຂອງຕົນ, ຂອງຜົວ ຫຼື ເມຍ ແລະ ລູກ ທີ່ຢູ່ໃນການຄຸ້ມຄອງຂອງຕົນຢ່າງຊັດເຈນສັດຊື່ບໍລິ
ສຸດ ແລະ ມີຄວາມຮັບຜິດຊອບຕໍ່ກົດໝາຍ ກ່ຽວກັບເນື້ອໃນການແຈ້ງນັ້ນ.
1. ກົນໄກການປະສານງານ
1) ກົມກວດກາ, ຂະແຫງກວດກາລັດ ແລະ ຫປວຍງານກວດກາລັດແຕລະຂັ່ນ, ນັບແຕສູນກາງຮອດທ້ອງຖິ່ນ ໃນຂະແໜງການກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບບັນດາເປົ໋າໜາຍທີຖືກກວດກາ ຮວມກັນຈັດຕັ້ງປະຕິບັດຕາມ ຄຳແນະນຳສະບັບ ນີ້ ໃຫ້ໄດ້ຮັບຜົນດີ;
2) ເປົ້ານາຍທີຖືກກວດກາ ອຳນວຍຄວາມສະດວກ ພ້ອມທັງໃຫ້ຄວາມຮວມມື ໃນການລົງຕິດຕາມ ກວດກາ ຕາມທີໄດ້ກຳນົດໄວ້ໃນ ກົດໝາຍ, ນິຕິກຳໃຕ້ກົດໝາຍ ທີກ່ຽວຂ້ອງ ແລະ ຄຳແນະນຳສະບັບນີ້;
3) ຄະນະກວດກາ ໂຄງການລົງທຶນຂອງລັດ ຈະບໍ່ປະກອບເຂົ້າໃນຄະນະຈັດຕັ້ງປະຕິບັດໂຄງການ ເປັນຕົ້ນ ຄະນະຊື່ ນຳໂຄງການ, ຄະນະກຳມະການປະມູນ, ຄະນະກຳມະການສົມທຽບລາຄາ ໃນການຈັດຊື້-ຈັດຈ້າງ ແລະ ຄະນະ ຄຸ້ມຄອງການເງິນໂຄງການ ໂດຍມີການແຕງຕັ່ງເປັນຄະນະຕິດຕາມ, ກວດກາ, ສັງເກດການ ສະເພາະ ເລີມແຕ່ ຫົວທີ ຈົນສິ້ນສຸດໂຄງການ;
4) ກົມກວດກາ ເປັນເຈົ້າການໂຄສະນາ, ເຜີຍແຜ່ ແລະ ຊຸກຍູ້ ບັນດາໂຄງການລົງທຶນຂອງລັດ ໃຫ້ປະຕິບັດຕາມ
ຄຳແນະນຳສະບັບນີ້ ຢ່າງເຂັ້ມງວດ.
ໄ. ງົບປະມານຮັບໃຊ້ ໃນການເຄື່ອນໄຫວເຂົ້າໃນວຽກງານກວດກາ
1) ງົບປະມານຮັບໃຊ້ເຂົ້າວຽກງານຕິດຕາມ, ກວດກາ ວຽກງານບໍລິຫານລັດ, ໂຄງການທີ່ນຳໃຊ້ທຶນງົບປະມານ
ແຫ່ງລັດ, ຂັ້ນກະຊວງ ແມ່ນນຳໃຊ້ງົບປະມານບ່ວງດັດສົມ-ສົ່ງເສີມ ຕາມການຈັດແບ່ງປະຈຳປີ ຂອງຫ້ອງ
ການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ, ລັດວິສະຫະກິດ ທີ່ຂຶ້ນກັບຂະແໜງການກະສິ
ກຳ ແລະ ປ່າໄມ້ ແລະ ຕິດຕາມ, ກວດກາ ໂຄງການລົງທຶນດ້ານກະສິກຳ ແລະ ປ່າໄມ້ ຂອງຜູ້ປະກອບການ;
ສຳລັບການເຄື່ອນໄຫວກວດກາ ຂອງຂະແໜງກວດກາລັດ ຂັ້ນແຂວງ ແມ່ນນຳໃຊ້ງົບປະມານ ຂອງພະແນກ
ກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຫົວໜ່ວຍງານກວດກາ ຂັ້ນເມືອງ ແມ່ນນຳໃຊ້ງົບປະມານຂອງ ຫ້ອງ
ການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ຕາມການແປງຂັ້ນຄຸ້ມຄອງ;
2) ການຕິດຕາມ, ກວດກາ ບັນດາໂຄງການລົງທຶນຂອງລັດ ທີນຳໃຊ້ທຶນ ກູ້ຢືມ, ຊ່ວຍເຫຼືອລ້າ ແລະ ສົມທົບ ຈາກພາຍໃນ ຫຼື ຕາງປະເທດ ໃຫ້ປະຕິບັດ ດັ່ງນີ້:
- ບັນດາໂຄງການລົງທຶນຂອງລັດ ທີຈະອອກແບບໂຄງການໃຫ (ນຳໃຊ້ທຶນ ກູ້ຢືມ, ຊ່ວຍເຫຼືອລ້າ ແລະ ທຶນສົມທົບ) ຕ້ອງໄດ້ກຳນົດແຜນງົບປະມານ, ອຳນວຍຄວາມສະດວກທາງດ້ານພາຫະນະ ແລະ ວັດຖຸອຸປະກອນ ຮັບໃຊ້ທີ່ຈຳເປັນ ໃຫ້ແກ ຄະນະກວດກາ ເພືອນຳໃຊ້ເຂົ້າໃນວຽກງານກວດກາເລີມຕົ້ນແຕ່ຫົວທີ ຕາມດຳລັດ ວາດ້ວຍການຕິດຕາມ ກວດກາ ໂຄງການລົງທຶນຂອງລັດເລີ້ມແຕຫົວທີ ສະບັບເລກທີ 01/ລບ, ລົງວັນທີ 06 ມັງກອນ 2015;
- ໂຄງການທີກຳລັງຈັດຕັ່ງປະຕິບັດ ແລະ ຍັງບໍ່ທັນສິ້ນສຸດໂຄງການ ຕ້ອງໄດ້ຂຶ້ນແຜນງົບປະມານ, ອຳນວຍ
ຄວາມສະດວກດ້ານພາຫະນະ ແລະ ອຸປະກອນຮັບໃຊ້ທີ່ຈຳເປັນ ເຂົ້າໃນວຽກງານກວດກາ.
ໄພມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ
1) ໃຫ້ ກົມກວດກາ ເປັນເຈົ້າການປະສານສົມທົບກັບ ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການ ລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ທີ່ເປັນຜູ້ຮັບຜິດຊອບໂຄງການລົງທຶນຂອງລັດ ພ້ອມກັນຈັດຕັ້ງປະຕິບັດຕາມຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ;
2) ບັນດາຂະແໜງກວດກາລັດ ຂອງພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ໜ່ວຍງານກວດກາລັດ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມຄຳແນະນຳສະບັບນີ້ ຢ່າງເຂັມງວດ;
3) ພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ຫາກມີບັນຫາຫຍຸ້ງຍາກປະການໃດ ໃຫ້ລາຍງານຂັ້ນເທິງ ເພື່ອປັບປຸງແກ້ໄຂໃຫ້ທັນສະພາບການ.
ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 20 ພຶດສະພາ 2025 ເປັນຕົ້ນໄປ ແລະ ໃຊ້ປ່ຽນແທນ ຄຳແນະນຳ ກ່ຽວກັບ ການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານ ຂອງຂະແໜງການກະສິກຳ ແລະ ປ່າໄມ້ ສະບັບເລກທີ 0942/ກປ, ລົງວັນທີ 13 ກຸມພາ 2025.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ