关于商标的协议
ຂໍ້ຕົກລົງວ່າດ້ວຍ ເຄື່ອງໝາຍການຄ້າ
Agreement on Trademarks
简介
该协议调整老挝境内商标的注册、使用与管理,核心内容为定义商标类型、申请程序及文件要求,并明确相关术语与适用范围。
Summary
This agreement regulates the registration, use, and management of trademarks in Laos, defining trademark types, application procedures, and document requirements, and clarifying related terms and scope of application.
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຄຸ້ມຄອງການຈົດທະບຽນ, ການນຳໃຊ້ ແລະ ການຄຸ້ມຄອງເຄື່ອງໝາຍການຄ້າໃນລາວ, ເນື້ອໃນຫຼັກແມ່ນການນິຍາມປະເພດເຄື່ອງໝາຍການຄ້າ, ຂັ້ນຕອນການຍື່ນຄຳຮ້ອງ ແລະ ເອກະສານທີ່ຕ້ອງການ, ພ້ອມທັງກຳນົດຄຳສັບ ແລະ ຂອບເຂດການນຳໃຊ້.
条文
第ມາດຕາ 1条
第2条 商标
商标是指一个或多个组合使用的标志,用于商品或服务,以将个人、法人及任何组织的商品或服务区别于他人的标志。
ພາສາລາວ (老挝语原文)
ມາດຕາ 2 ເຄື່ອງໝາຍການຄ້າ
ເຄື່ອງໝາຍການຄ້າ ແມ່ນ ສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ທີ່ນຳໃຊ້ກັບສິນຄ້າ ຫຼື ການບໍລິການ ເພື່ອຈຳແນກສິນຄ້າ ຫຼື ການບໍລິການຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດໜຶ່ງ ໃຫ້ແຕກຕ່າງຈາກສັນຍາລັກຂອງຄົນອື່ນ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. “申请人”是指提交商标注册、异议、续展、变更名称和/或地址、许可使用、转让、修改、部分或全部撤销、注销及其他与商标有关的申请的个人、法人或组织,或该个人的权利继承人;
2. “申请”是指提交商标注册、异议、续展、变更名称和/或地址、许可使用、转让、修改、部分或全部撤销、注销及其他与商标有关的申请的文件;
3. “异议人”是指对商标注册申请提出异议的权利持有人或所有人,或作为个人、法人或组织的第三方;
4. “异议”是指异议人针对已在知识产权注册官方公报上公布的商标注册申请提交的异议申请;
5. “撤销申请人”是指提出部分或全部撤销商标注册申请的权利持有人或所有人,或第三方;
6. “撤销”是指撤销申请人提出的部分或全部撤销商标注册的申请;
7. “注销申请人”是指提出全部注销商标注册申请的权利持有人或所有人,或作为个人、法人或组织的第三方;
8. “注销”是指注销申请人针对全部商标注册提出的申请;
9. “类别”是指根据《尼斯协定》(关于商标注册用商品和服务国际分类)对商品和服务的国际分类;
10. “分案申请”是指申请人将一份商标注册申请分为两份或多份,按商品或服务类别划分,每份分案申请必须与原申请中的商标相关;
11. “权利持有人或所有人”是指对商标拥有合法权利的个人、法人或组织,以及其受让人或权利继承人;
12. “授权书”是指权利持有人或所有人以书面形式将其权利授予一人或多人代其行事的文件;
13. “授权人”是指将其权利授予一人或多人代其行事,以在省、首都的工业和商业厅以及知识产权局提交商标注册申请或办理其他事项的权利持有人或所有人;
14. “代理人”是指由在老挝人民民主共和国境内有地址的商标所有人委托的个人或律师,或由在境外无老挝地址的商标所有人授权的代表,在省、首都的工业和商业厅以及知识产权局提交商标注册申请或办理其他事项;
15. “优先权日”是指申请人在国外、其他知识产权相关机构提交商标注册申请的日期,或此前在老挝人民民主共和国提交该申请的日期。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຜູ້ຮ້ອງຂໍ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ, ຄັດຄ້ານ, ຕໍ່ອາຍຸ, ປ່ຽນຊື່ ແລະ/ຫຼື ທີ່ຢູ່, ອະນຸຍາດນຳໃຊ້, ໂອນສິດ, ດັດແກ້, ຍົກເລີກບາງສ່ວນ ຫຼື ທັງໝົດ, ລົບລ້າງ ແລະ ການສະເໜີອື່ນ ກ່ຽວກັບເຄື່ອງໝາຍການຄ້າ ຫຼື ຜູ້ສືບທອດຜົນປະໂຫຍດຂອງບຸກຄົນດັ່ງກ່າວ;
2. ຄຳຮ້ອງ ໝາຍເຖິງ ສຳນວນເອກະສານການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ, ຄັດຄ້ານ, ຕໍ່ອາຍຸ, ປ່ຽນຊື່ ແລະ/ຫຼື ທີ່ຢູ່, ອະນຸຍາດນຳໃຊ້, ໂອນສິດ, ດັດແກ້, ຍົກເລີກ ບາງສ່ວນ ຫຼື ທັງໝົດ, ລົບລ້າງ ແລະ ການສະເໜີອື່ນໆ ກ່ຽວກັບເຄື່ອງໝາຍການຄ້າ;
3. ຜູ້ຄັດຄ້ານ ໝາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດ ຫຼື ບຸກຄົນທີສາມທີ່ເປັນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີຂໍຄັດຄ້ານຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ;
4. ການຄັດຄ້ານ ໝາຍເຖິງ ການຍື່ນຄຳຮ້ອງຂໍຄັດຄ້ານໂດຍຜູ້ຄັດຄ້ານ ຕໍ່ຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ທີ່ໄດ້ເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບການຈົດທະບຽນຊັບສິນທາງປັນຍາ;
5. ຜູ້ຂໍຍົກເລີກ ໝາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດ ຫຼື ບຸກຄົນທີສາມ ທີ່ຍື່ນຄຳຮ້ອງຂໍຍົກເລີກການຈົດທະບຽນເຄື່ອງໝາຍການຄ້າ ບາງສ່ວນ ຫຼື ທັງໝົດ;
6. ການຍົກເລີກ ໝາຍເຖິງ ການຍື່ນຄຳຮ້ອງຂໍຍົກເລີກ ການຈົດທະບຽນເຄື່ອງໝາຍການຄ້າ ບາງສ່ວນ ຫຼື ທັງໝົດ ໂດຍຜູ້ຍົກເລີກ ທີ່ຍື່ນຄຳຮ້ອງຂໍຍົກເລີກການຈົດທະບຽນເຄື່ອງໝາຍການຄ້າ ບາງສ່ວນ ຫຼື ທັງໝົດ;
7. ຜູ້ຂໍລົບລ້າງ ໝາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດ ຫຼື ບຸກຄົນທີສາມທີ່ ເປັນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຍື່ນຄຳຮ້ອງຂໍລົບລ້າງການຈົດທະບຽນເຄື່ອງໝາຍການຄ້າທັງໝົດ;
8. ການລົບລ້າງ ໝາຍເຖິງ ການຍື່ນຄຳຮ້ອງໂດຍຜູ້ຂໍລົບລ້າງ ຕໍ່ການຈົດທະບຽນເຄື່ອງໝາຍການຄ້າທັງໝົດ;
9. ໝວດ ໝາຍເຖິງ ການຈັດໝວດຂອງສາກົນ ກ່ຽວກັບສິນຄ້າ ແລະ ການບໍລິການ ຕາມສົນທິສັນຍານີສ (ໂລກຊັບສິນທາງປັນຍາ) ສຳລັບການຈົດທະບຽນເຄື່ອງໝາຍການຄ້າ;
10. ການແຍກຄຳຮ້ອງ ໝາຍເຖິງ ການແຍກຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າບັງ ອອກເປັນສອງ ຫຼື ຫຼາຍສະບັບ ຕາມໝວດສິນຄ້າ ຫຼື ການບໍລິການ ໂດຍຜູ້ຮ້ອງຂໍ ຊຶ່ງແຕ່ລະຄຳຮ້ອງທີ່ໄດ້ແຍກມານັ້ນ ຕ້ອງກ່ຽວຂ້ອງກັບເຄື່ອງໝາຍທີ່ຢູ່ໃນຄຳຮ້ອງຕົ້ນສະບັບ;
11. ຜູ້ຖືສິດ ຫຼື ເຈົ້າຂອງສິດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສິດຕາມກົດໝາຍຕໍ່ກັບເຄື່ອງໝາຍການຄ້າ ຜູ້ໄດ້ຮັບມອບສິດ ຫຼື ຜູ້ສືບທອດຜົນປະໂຫຍດຈາກບຸກຄົນດັ່ງກ່າວ;
12. ໃບມອບສິດ ໝາຍເຖິງ ເອກະສານທີ່ເປັນລາຍລັກອັກສອນ ຊຶ່ງຜູ້ຖືສິດ ຫຼື ເຈົ້າຂອງສິດ ໄດ້ມອບສິດຂອງຕົນໃຫ້ບຸກຄົນໜຶ່ງ ຫຼື ຫຼາຍຄົນປະຕິບັດໜ້າທີ່ແທນຕົນ;
13. ຜູ້ມອບສິດ ໝາຍເຖິງ ຜູ້ຖືສິດ ຫຼື ເຈົ້າຂອງສິດເຄື່ອງໝາຍທີ່ມອບສິດຂອງຕົນໃຫ້ບຸກຄົນໜຶ່ງ ຫຼື ຫຼາຍຄົນປະຕິບັດໜ້າທີ່ແທນຕົນ ໃນການຍື່ນຄຳຮ້ອງຂໍ ຈົດທະບຽນເຄື່ອງໝາຍການຄ້າ ຫຼື ດຳເນີນການອື່ນ ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ກົມຊັບສິນທາງປັນຍາ;
14. ຜູ້ຕາງໜ້າ ໝາຍເຖິງ ບຸກຄົນ ຫຼື ທະນາຍຄວາມທີ່ໄດ້ຮັບການມອບໝາຍຈາກເຈົ້າຂອງເຄື່ອງໝາຍ ທີ່ມີທີ່ຢູ່ ໃນ ສປປ ລາວ ຫຼື ຕົວແທນທີ່ໄດ້ຮັບອະນຸຍາດຈາກເຈົ້າຂອງເຄື່ອງໝາຍຈາກຕ່າງປະເທດ ທີ່ບໍ່ມີທີ່ຢູ່ໃນ ສປປ ລາວ ໃນການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຫຼື ດຳເນີນການອື່ນ ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ກົມຊັບສິນທາງປັນຍາ;
15. ວັນບູລິມະສິດ ໝາຍເຖິງ ວັນທີ່ຜູ້ຮ້ອງຂໍໄດ້ຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຢູ່ຕ່າງປະເທດ, ຢູ່ທີ່ສຳນັກງານອື່ນທີ່ກ່ຽວຂ້ອງກັບວຽກງານຊັບສິນທາງປັນຍາ ຫຼື ຍື່ນຄຳຮ້ອງດັ່ງກ່າວ ຢູ່ ສປປ ລາວ ຊຶ່ງມີຜົນໃຊ້ໄດ້ກ່ອນໜ້ານີ້.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事和涉及商标工作的个人、法人及组织,包括国内和国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານເຄືອງໝາຍການຄ້າ ຢູ່ ສປປ ລາວ.
第ມາດຕາ 4条
第4条 商标的类型
商标包括以下四种类型:
1. 商品商标是指一个或多个能够区分个人、法人或任何组织的商品与其他人的商标的标志。标志可以是词语,包括装饰性词语、签名、个人姓名、数字样式、形状元素、造型、图画、照片、图像、三维图形、动态图形或商品的包装,以及多种颜色的组合或混合,以及任何标志的组合。
2. 服务商标是指一个或多个能够区分个人、法人或任何组织的服务与其他人的商标的标志,该标志与本法条第1款规定的标志相同。
3. 证明商标是指由法人或组织创建的商标,用于证明商品或服务的标准或特定特性,作为认证的条件。该商标由第三方使用,以表明商品或服务的来源、原材料、生产方法、服务提供方式,涉及质量标准、安全、清洁,并由具有特定专业能力的人生产。
4. 集体商标是指由集体组织认可的商标,例如协会、联合会、其他社会组织、合作社、工商会以及其他集体组织。
5. 集体商标是指只有集体组织的成员才能使用的商品商标,用于表明其商品或服务与其他方的商品或服务不同。
ພາສາລາວ (老挝语原文)
ມາດຕາ 4 ປະເພດຂອງເຄື່ອງໝາຍ
ເຄື່ອງໝາຍ ປະກອບມີ ສີ່ ປະເພດ ດັ່ງນີ້:
1. ເຄື່ອງໝາຍການຄ້າ ແມ່ນ ສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ທີ່ສາມາດຈຳແນກສິນຄ້າຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ໃຫ້ແຕກຕ່າງຈາກສັນຍາລັກຂອງຜູ້ອື່ນ. ສັນຍາລັກອາດຈະເປັນຄຳສັບ ລວມທັງຄຳສັບທີ່ເປັນລວດລາຍ, ລາຍເຊັນ, ຊື່ບຸກຄົນ, ແບບຕົວເລກ, ອົງປະກອບເປັນຮູບຮ່າງ, ຮູບຊົງ, ຮູບແຕ້ມ, ຮູບຖ່າຍ, ຮູບພາບ, ຮູບສາມມິຕິ, ຮູບທີ່ມີການເຄື່ອນໄຫວ ຫຼື ສິ່ງຫຸ້ມຫໍ່ຂອງສິນຄ້າ ແລະ ການລວມກັນ ຫຼື ປະສົມປະສານຂອງຫຼາຍສີ ເຊັ່ນດຽວກັບການລວມກັນຂອງສັນຍາລັກໃດໜຶ່ງນັ້ນ.
2. ເຄື່ອງໝາຍບໍລິການ ແມ່ນ ສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ທີ່ສາມາດຈຳແນກການບໍລິການຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ໃຫ້ແຕກຕ່າງຈາກສັນຍາລັກຂອງຜູ້ອື່ນ ຊຶ່ງແມ່ນສັນຍາລັກເຊັ່ນດຽວກັນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 1 ຂອງມາດຕານີ້.
3. ເຄື່ອງໝາຍຮັບຮອງ ແມ່ນ ເຄື່ອງໝາຍທີ່ນິຕິບຸກຄົນ ຫຼື ການຈັດຕັ້ງສ້າງຂຶ້ນເພື່ອນຳໃຊ້ໃນການຮັບຮອງມາດຕະຖານ ຫຼື ຄຸນລັກສະນະສະເພາະ ທີ່ເປັນເງື່ອນໄຂ ໃນການຮັບຮອງສິນຄ້າ ຫຼື ການບໍລິການ. ເຄື່ອງໝາຍດັ່ງກ່າວ ຈະຖືກນຳໃຊ້ໂດຍບຸກຄົນທີສາມ ເພື່ອຊີ້ບອກເຖິງທີ່ມາ, ວັດຖຸດິບ, ວິທີການຜະລິດສິນຄ້າ, ວິທີການໃຫ້ການບໍລິການ ກ່ຽວກັບມາດຕະຖານດ້ານຄຸນນະພາບ, ຄວາມປອດໄພ, ຄວາມສະອາດ ແລະ ຖືກຜະລິດໂດຍບຸກຄົນທີ່ມີຄວາມຊ່ຽວຊານສະເພາະດ້ານໃດໜຶ່ງ.
4. ເຄື່ອງໝາຍລວມໝູ່ ແມ່ນ ເຄື່ອງໝາຍທີ່ຖືກຮັບຮອງໂດຍອົງການຈັດຕັ້ງລວມໝູ່ ເປັນຕົ້ນ ສະມາຄົມ, ສະຫະພັນ, ອົງການຈັດຕັ້ງທາງສັງຄົມອື່ນ, ສະຫະກອນ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ອົງການຈັດຕັ້ງລວມໝູ່ອື່ນ.
5. ເຄື່ອງໝາຍລວມໝູ່ ແມ່ນເຄື່ອງໝາຍການຄ້າ ທີ່ມີພຽງສະມາຊິກຂອງອົງການຈັດຕັ້ງລວມໝູ່ເທົ່ານັ້ນ ເປັນຜູ້ນຳໃຊ້ ເພື່ອຊີ້ບອກວ່າສິນຄ້າ ຫຼື ການບໍລິການຂອງຕົນ ແຕກຕ່າງຈາກສິນຄ້າ ຫຼື ການບໍລິການຂອງພາກສ່ວນອື່ນ.
第ມາດຕາ 5条
第5条 商标检索
有意提出商标检索的个人、法人或组织应向省、首都的工业和商业厅提交申请,或通过电子方式提交,其中必须注明商品或服务的清单,并支付服务费。
如果提议检索的商标是外文词语和/或图形、图像、商标照片,申请人必须提供老挝语的描述和读音,并附上清晰明确的商标样本,无论是纸质还是电子形式。
知识产权局必须在知识产权数据库中对商标进行检索,以了解该商标的注册情况,并在收到申请之日起十个工作日内通知检索结果,说明该商标是否已注册或尚未注册。
个人、法人或组织可以在知识产权局的知识产权信息服务系统中自行检索商标。
商标检索结果不得用于确认或作为法律证据,仅为关于商标的初步信息检索。
ພາສາລາວ (老挝语原文)
ມາດຕາ 5 ການກວດຄົ້ນເຄື່ອງໝາຍການຄ້າ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສະເໜີກວດຄົ້ນເຄື່ອງໝາຍການຄ້າ ໃຫ້ຍື່ນຄຳຮ້ອງຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຜ່ານທາງເອເລັກໂຕຣນິກ ຊຶ່ງຕ້ອງລະບຸບັນຊີຂອງສິນຄ້າ ຫຼື ການບໍລິການ ພ້ອມທັງຈ່າຍຄ່າບໍລິການ.
ຫາກເຄື່ອງໝາຍການຄ້າທີ່ສະເໜີກວດຄົ້ນນັ້ນ ເປັນຄຳສັບພາສາຕ່າງປະເທດ ແລະ/ຫຼື ຮູບແຕ້ມ, ຮູບພາບ, ຮູບຖ່າຍເຄື່ອງໝາຍ, ຜູ້ຍື່ນຄຳຮ້ອງ ຕ້ອງລະບຸຄຳອະທິບາຍ ແລະ ການອ່ານອອກສຽງເປັນພາສາລາວ, ພ້ອມທັງສະໜອງຕົວຢ່າງເຄື່ອງໝາຍ ທີ່ຈະແຈ້ງ ແລະ ຊັດເຈນບໍ່ວ່າຈະເປັນແບບເຈ້ຍ ຫຼື ເອເລັກໂຕຣນິກ ຄັດຕິດມາພ້ອມ.
ກົມຊັບສິນທາງປັນຍາ ຕ້ອງດຳເນີນການກວດຄົ້ນເຄື່ອງໝາຍການຄ້າ ໃນລະບົບຖານຂໍ້ມູນຊັບສິນທາງປັນຍາ ເພື່ອໃຫ້ຮູ້ກ່ຽວກັບການຈົດທະບຽນເຄື່ອງໝາຍການຄ້າ ແລະ ແຈ້ງຜົນການກວດຄົ້ນ ພາຍໃນສິບວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຄຳຮ້ອງ ວ່າເຄື່ອງໝາຍການຄ້ານັ້ນ ໄດ້ຮັບການຈົດທະບຽນແລ້ວ ຫຼື ຍັງບໍ່ທັນໄດ້ຈົດທະບຽນ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດກວດຄົ້ນເຄື່ອງໝາຍດ້ວຍຕົນເອງ ໄດ້ທີ່ລະບົບບໍລິການຂໍ້ມູນຂ່າວສານຊັບສິນທາງປັນຍາ ຂອງກົມຊັບສິນທາງປັນຍາ.
ຜົນຂອງການກວດຄົ້ນເຄື່ອງໝາຍການຄ້າ ບໍ່ສາມາດນຳໃຊ້ເພື່ອຢັ້ງຢືນ ຫຼື ເປັນຫຼັກຖານໃນທາງກົດໝາຍ ເປັນພຽງແຕ່ການກວດຄົ້ນຂໍ້ມູນ ກ່ຽວກັບເຄື່ອງໝາຍການຄ້າ ເບື້ອງຕົ້ນເທົ່ານັ້ນ.
第ມາດຕາ 6条
第6条 商标注册申请文件
商标注册申请必须提交以下文件:
1. 按照知识产权局格式的商标注册申请书;
2. 授权委托书原件或副本;
3. 清晰的商标图样、照片、图片或样品;
4. 注明使用该商标的商品或服务的类别和项目。若申请为集体商标或证明商标,应在申请书中注明该商标,并附有关于该商标的使用、目的和管理的说明;
5. 优先权证明文件副本(如有);
6. 费用和服务费收据。
对于以英文提交的商标注册申请书及其他附件,必须翻译成老挝语,但个人、法人或组织的名称、地址以及技术术语除外,并须符合知识产权法第37条的规定,在提交申请后九十天内完成,且须由依法授权的翻译公司认证,并以电子形式向知识产权局提供翻译文件。如不遵守上述条件,申请将不予受理并视为放弃权利。
ພາສາລາວ (老挝语原文)
ມາດຕາ 6 ເອກະສານຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ
ການຂໍຈົດທະບຽນເຄື່ອງໝາຍການຄ້າ ຕ້ອງປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຕາມແບບພິມຂອງກົມຊັບສິນທາງປັນຍາ;
2. ໃບມອບສິດຕົ້ນສະບັບ ຫຼື ສຳເນົາ;
3. ຮູບແຕ້ມ, ຮູບຖ່າຍ, ຮູບພາບ ຫຼື ຕົວຢ່າງເຄື່ອງໝາຍທີ່ຈະແຈ້ງ;
4. ລະບຸບະນວດ ແລະ ລາຍການ ສິນຄ້າ ຫຼື ການບໍລິການທີ່ຈະນຳໃຊ້ເຄື່ອງໝາຍດັ່ງກ່າວ. ກໍລະນີຄຳຮ້ອງເປັນເຄື່ອງໝາຍລວມພູ ຫຼື ເຄື່ອງໝາຍຮັບຮອງ ໃຫ້ລະບຸເຄື່ອງໝາຍດັ່ງກ່າວໃສ່ໃນຄຳຮ້ອງ ພ້ອມທັງມີບົດອະທິບາຍ ກ່ຽວກັບການນຳໃຊ້, ຈຸດປະສົງ ແລະ ການຄຸ້ມຄອງເຄື່ອງໝາຍດັ່ງກ່າວ;
5. ສຳເນົາ ຫຼື ເອກະສານຢັ້ງຢືນວັນບູລິມະສິດ (ຖ້າມີ);
6. ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.
ສຳລັບສຳນວນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ແລະ ເອກະສານຄັດຕິດອື່ນ ທີ່ຍື່ນເປັນພາສາອັງກິດຕ້ອງແປເປັນພາສາລາວ ຍົກເວັ້ນ ຊື່, ທີ່ຢູ່ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ຄຳສັບທາງດ້ານວິຊາການ ໂດຍສອດຄ່ອງຕາມມາດຕາ 37 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ພາຍໃນ ເກົ້າສິບວັນ ຫຼັງຈາກທີ່ໄດ້ຍື່ນຄຳຮ້ອງ, ຊຶ່ງຕ້ອງໄດ້ຮັບການຢັ້ງຢືນຈາກບໍລິສັດແປພາສາ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ ແລະ ຕ້ອງສະໜອງເອກະສານການແປໃນຮູບແບບເອເລັກໂຕຣນິກ ໃຫ້ແກ່ກົມຊັບສິນທາງປັນຍາ. ຖ້າບໍ່ປະຕິບັດຕາມເງື່ອນໄຂດັ່ງກ່າວ ຄຳຮ້ອງຈະບໍ່ຖືກພິຈາລະນາ ແລະ ຖືວ່າສະຫຼະສິດ.
第ມາດຕາ 7条
第7条 提交商标注册申请的步骤
申请人可以在省、首都的工业和贸易厅或通过电子方式,按照知识产权局的表格,提交商标注册申请或延期请求,并遵守本协议第9条规定的最低条件。
省、首都的工业和贸易厅必须按照以下步骤进行:
1. 接收申请,给予编号和申请日期,出具费用和服务费收据;
2. 将符合本协议第7条规定的完整的商标注册申请文件送交知识产权局,以便进行后续步骤;
3. 如果申请人有意撤回申请,或者申请被放弃或被拒绝,已支付的费用和服务费不予退还;
4. 如果优先权最后一天是法定假日或省、首都的工业和贸易厅不开放接收申请,该厅必须将该期限延长至下一个工作日。如果注册申请中注明了优先权日,按照知识产权法第29条规定,商标优先权请求期限为自获得优先权之日起六个月。
ພາສາລາວ (老挝语原文)
ມາດຕາ 7 ຂັ້ນຕອນການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ
ຜູ້ຮ້ອງຂໍ ສາມາດຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຫຼື ຄຳສະເໜີຂໍຕໍ່ເວລາ ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຜ່ານທາງເອເລັກໂຕຣນິກ ຕາມແບບພິມຂອງກົມຊັບສິນທາງປັນຍາ ໂດຍປະຕິບັດຕາມເງື່ອນໄຂຕໍ່າສຸດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງຂໍ້ຕົກລົງສະບັບນີ້.
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ຮັບຄຳຮ້ອງ, ໃຫ້ເລກທີ ແລະ ວັນທີຍື່ນຄຳຮ້ອງ, ອອກໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ;
2. ນຳສົ່ງເອກະສານຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ໃຫ້ກົມຊັບສິນທາງປັນຍາ ເພື່ອດຳເນີນການຕາມຂັ້ນຕອນຕໍ່ໄປ;
3. ກໍລະນີ ຜູ້ຮ້ອງຂໍຈົດທະບຽນ ຫາກມີຈຸດປະສົງຂໍຖອນຄຳຮ້ອງ ຫຼື ຄຳຮ້ອງຖືກສະຫຼະສິດ ຫຼື ຖືກປະຕິເສດ ຈະບໍ່ມີການສົ່ງຄືນຄ່າທຳນຽມ ແລະ ຄ່າບໍລິການທີ່ໄດ້ຈ່າຍໄປແລ້ວ;
4. ກໍລະນີ ວັນສຸດທ້າຍຂອງວັນບູລິມະສິດ ເປັນວັນພັກທາງລັດຖະການ ຫຼື ເປັນວັນທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ບໍ່ເປີດຮັບຄຳຮ້ອງ, ພະແນກຕ້ອງຕໍ່ໄລຍະເວລາດັ່ງກ່າວອອກໄປຈົນເຖິງວັນລັດຖະການທຳອິດຖັດໄປ. ກໍລະນີ ຄຳຮ້ອງຂໍຈົດທະບຽນ ໄດ້ລະບຸວັນບູລິມະສິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຊຶ່ງມີໄລຍະເວລາຂໍຮັບວັນບູລິມະສິດ ສຳລັບເຄື່ອງໝາຍການຄ້າ ໃນກຳນົດເວລາ ຫົກ ເດືອນ ນັບແຕ່ວັນທີ່ໄດ້ຮັບວັນບູລິມະສິດເປັນຕົ້ນໄປ.
第ມາດຕາ 8条
第8条 获得申请日期的最低条件
商标注册申请必须提供本协议第7条第1、3和6款规定的最低条件文件,以及按照国际分类正确指明请求保护的商标所涵盖的商品或服务类别、商品或服务清单,费用按每类收取。
ພາສາລາວ (老挝语原文)
ມາດຕາ 8 ເງື່ອນໄຂຕໍ່າສຸດໃນການໄດ້ຮັບວັນທີຍື່ນຄຳຮ້ອງ
ຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຕ້ອງສະໜອງເອກະສານຕາມເງື່ອນໄຂຕໍ່າສຸດ ທີ່ໄດ້ກຳນົດໄວ້ໃນຂໍ້ 1, 3 ແລະ 6 ຂອງມາດຕາ 7 ຂອງຂໍຕົກລົງສະບັບນີ້, ພ້ອມທັງການລະບຸບນວດ ສິນຄ້າ ຫຼື ບໍລິການ, ລາຍການສິນຄ້າ ຫຼື ການບໍລິການ ທີ່ຂໍການປົກປ້ອງພາຍໃຕ້ເຄື່ອງໝາຍການຄ້າໃຫ້ຖືກຕ້ອງຕາມການຈັດໝວດສາກົນ ໂດຍຄ່າທຳນຽມໃຫ້ເກັບເປັນແຕ່ລະບນວດ.
第ມາດຕາ 9条
第9条 本协议第7条的规定应在自发出通知之日起六十天内完成,若未能在上述期限内提供,则该请求视为放弃权利。
ພາສາລາວ (老挝语原文)
ມາດຕາ 9 ຂອງຂໍຕົກລົງສະບັບນີ້ໃຫ້ຄົບຖ້ວນ ພາຍໃນ ຫົກສິບ ວັນນັບແຕ່ວັນອອກແຈ້ງການເປັນຕົ້ນໄປ, ຖ້າຫາກບໍ່ສະໜອງຕາມກຳນົດເວລາດັ່ງກ່າວຖືວ່າຄຳຮ້ອງດັ່ງກ່າວຖືກສະຫຼະສິດ.
第ມາດຕາ 10条
第10条 商标样本的条件
属于图画、照片、图像、三维图形或动态商标的,必须以电子形式或高质量(无光泽)纸张形式制作,清晰、明确、清楚,仅显示商标,且不得包含不属于申请注册为商标的商标组成部分的其他元素,例如关于商品的信息、商品来源、认证和认可标志,如食品和药品、老挝国家标准、国际标准等存在于商品标签上的内容。
属于标准字体的商标,必须注明所用字体的名称(字体)和字号(磅值),字号在15-30磅之间。
属于词语的商标,必须附有老挝语的说明和读音。
属于外国词语的商标,必须附有明确的老挝语翻译和正确读音。
属于单一颜色或多种颜色组合且构成商标主要特征的商标,必须明确注明颜色或颜色代码。
属于三维图形的商标,必须注明每个维度。
属于动态的商标,必须说明该商标的含义,并提供显示所有动态细节的商标样本副本,并在提交申请时以电子文件形式提交。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂຂອງຕົວຢ່າງເຄື່ອງໝາຍ
ເຄື່ອງໝາຍທີ່ເປັນຮູບແຕ້ມ, ຮູບຖ່າຍ, ຮູບພາບ, ຮູບສາມມິຕິ ຫຼື ເຄື່ອງໝາຍທີ່ມີການເຄື່ອນເຫັງ ຕ້ອງເຮັດໃນຮູບແບບເອເລັກໂຕຣນິກ ຫຼື ໃນຮູບແບບເຈ້ຍທີ່ມີຄຸນນະພາບ (ບໍ່ເຫຼື້ອມ), ມີຄວາມລະອຽດ, ຈະແຈ້ງ ແລະ ຊັດເຈນ ໂດຍສະແດງພຽງແຕ່ເຄື່ອງໝາຍເທົ່ານັ້ນ ແລະ ຕ້ອງບໍ່ມີອົງປະກອບອື່ນ ທີ່ບໍ່ແມ່ນສ່ວນປະກອບຂອງເຄື່ອງໝາຍທີ່ຂໍຈົດທະບຽນ ເປັນເຄື່ອງໝາຍການຄ້າ ເຊັ່ນ ຂໍ້ມູນກ່ຽວກັບສິນຄ້າ, ແຫຼ່ງທີ່ມາຂອງສິນຄ້າ, ເຄື່ອງໝາຍຢັ້ງຢືນ ແລະ ຮັບຮອງ ເປັນຕົ້ນ ອາຫານ ແລະ ຢາ, ມາດຕະຖານແຫ່ງຊາດລາວ, ມາດຕະຖານສາກົນ ທີ່ມີຢູ່ໃນສະຫຼາກຂອງສິນຄ້າ.
ເຄື່ອງໝາຍທີ່ເປັນຕົວອັກສອນມາດຕະຖານ ຕ້ອງລະບຸຊື່ຂອງຮູບແບບຕົວອັກສອນ (ຟອນ) ແລະ ຂະໜາດຕົວອັກສອນ (ພອຍ) ທີ່ນຳໃຊ້ເປັນເຄື່ອງໝາຍ ຢູ່ລະຫວ່າງ 15-30 ພອຍ.
ເຄື່ອງໝາຍທີ່ເປັນຄຳສັບ ຕ້ອງຄັດຕິດຄຳອະທິບາຍ ແລະ ການອ່ານອອກສຽງເປັນພາສາລາວ ມາພ້ອມ.
ກໍລະນີ ເຄື່ອງໝາຍທີ່ເປັນຄຳສັບຕ່າງປະເທດ ຕ້ອງໄດ້ແປຄວາມໝາຍຈະແຈ້ງ ແລະ ອ່ານອອກສຽງເປັນພາສາລາວ ໃຫ້ຖືກຕ້ອງມາພ້ອມ.
ເຄື່ອງໝາຍທີ່ມີສີ ຫຼື ຫຼາຍສີລວມກັນ ຊຶ່ງປະກອບເປັນລັກສະນະຕົ້ນຕໍຂອງເຄື່ອງໝາຍ ຕ້ອງລະບຸສີຢ່າງຊັດເຈນ ຫຼື ລະບຸລະຫັດຂອງສີ.
ເຄື່ອງໝາຍທີ່ເປັນສາມມິຕິ ຕ້ອງລະບຸໃຫ້ເຫັນແຕ່ລະມິຕິ.
ເຄື່ອງໝາຍທີ່ມີການເຄື່ອນເຫັງ ຕ້ອງອະທິບາຍຄວາມໝາຍຂອງເຄື່ອງໝາຍດັ່ງກ່າວ ແລະ ສະໜອງສຳເນົາຕົວຢ່າງຂອງເຄື່ອງໝາຍນັ້ນ ທີ່ສະແດງໃຫ້ເຫັນລາຍລະອຽດຂອງທຸກການເຄື່ອນເຫັງ ແລະ ສົ່ງເປັນຮູບແບບເອເລັກໂຕຣນິກໄຟ ໃນເວລາຍື່ນຄຳຮ້ອງ.
第ມາດຕາ 11条
第11条 商品或服务的指定
申请人可以按照国际分类指定与商标相关的商品或服务,并根据本协议第12条的规定对商品或服务进行分类。
ພາສາລາວ (老挝语原文)
ມາດຕາ 11 ການລະບຸລາຍການສິນຄ້າ ຫຼື ການບໍລິການ
ຜູ້ຍືນຄຳຮ້ອງ ສາມາດລະບຸລາຍການສິນຄ້າ ຫຼື ການບໍລິການ ຕາມການຈັດບນວດສາກົນ ທີ່ຜູ້ຮ້ອງຂໍນຳໃຊ້ກັບເຄື່ອງໜາຍ ແລະ ຈັດໜວດຕາມລາຍການສິນຄ້າ ຫຼື ບໍລິການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 12条
第12条 商品和服务清单的分类
商品和服务清单的分类必须按照国际分类(商品和服务国际分类)进行,该国际分类会定期更新。
如果在审查申请期间国际分类发生变化,知识产权局必须通知省、市工业和贸易厅,以便进一步通知商标注册申请人,使其修改申请中的分类以符合要求。如果国际分类的变化导致申请增加了类别,则不得要求商标注册申请人支付新增类别的费用,但必须在续展该商标保护期时支付每个商品或服务类别的费用。
ພາສາລາວ (老挝语原文)
ມາດຕາ 12 ບົວດຂອງລາຍການສິນຄ້າ ແລະ ບໍລິການ
ບົວດຂອງລາຍການສິນຄ້າ ແລະ ບໍລິການ, ຕ້ອງລະບຸຕາມການຈັດບົວດສາກົນ (ການຈັດບົວດສາກົນສຳລັບສິນຄ້າ ແລະ ບໍລິການ) ຊຶ່ງການຈັດບົວດສາກົນ ມີການປ່ຽນແປງເປັນແຕ່ລະໄລຍະ.
ຫາກການຈັດບົວດສາກົນ ມີການປ່ຽນແປງໃນລະຫວ່າງການດຳເນີນການພິຈາລະນາຄຳຮ້ອງ, ກົມຊັບສິນທາງປັນຍາ ຕ້ອງແຈ້ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອແຈ້ງຕໍ່ໃຫ້ຜູ້ຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າຊາບ ເພື່ອດັດແກ້ຄຳຮ້ອງໃນການລະບຸບົວດໃຫ້ຖືກຕ້ອງ, ຖ້າການຈັດບົວດສາກົນ ມີການປ່ຽນແປງ ຊຶ່ງເຮັດໃຫ້ຄຳຮ້ອງມີບົວດເພີ່ມຂຶ້ນ ຈະບໍ່ໄດ້ໃຫ້ຜູ້ຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຈ່າຍຄ່າທຳນຽມສຳລັບບົວດທີ່ເພີ່ມຂຶ້ນ, ແຕ່ຕ້ອງຈ່າຍຄ່າທຳນຽມແຕ່ລະບົວດສິນຄ້າ ຫຼື ບໍລິການນັ້ນ ໃນເວລາຕໍ່ອາຍຸການປົກປ້ອງເຄື່ອງໝາຍດັ່ງກ່າວ.
本页展示前 12 条,全文共 42 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读