ຂໍ້ຕົກລົງວ່າດ້ວຍ ການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ

关于燃油质量检验与认证的协议

Agreement on Fuel Quality Inspection and Certification

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການກວດກາຄຸນນະພາບ ແລະ ການຮັບຮອງນ້ຳມັນເຊື້ອໄຟໃນຂະບວນການຜະລິດ, ປຸງແຕ່ງ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍພາຍໃນປະເທດລາວ, ກຳນົດປະເພດນ້ຳມັນເຊື້ອໄຟ, ຂໍ້ກຳນົດປ້າຍກຳກັບພາຊະນະ ແລະ ເອກະສານທີ່ຕ້ອງຍື່ນເພື່ອຂໍການກວດກາ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ
ການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ແມ່ນ ການຕິດຕາມ, ກວດກາ ທາງດ້ານເຕັກນິກວິຊາການ ໃນການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ທຸກປະເພດທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ ສປປ ລາວ.

ມາດຕາ ມາດຕາ 2

ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ນໍ້າມັນເຊື້ອໄຟ ໝາຍເຖິງ ຜະລິດຕະພັນນໍ້າມັນ ຄື: ນ້ຳມັນແອັດຊັງ, ນ້ຳມັນກາຊວນ, ນ້ຳມັນກາດເຮືອບິນ, ນໍ້າມັນກາດໄຕ້, ນໍ້າມັນເຕົາ, ນໍ້າມັນເຊື້ອໄຟຊີວະພາບ, ອາຍແກັສຫຸງຕົ້ມ ແລະ ນ້ຳມັນເຊື້ອໄຟອື່ນ.
2. ທຸລະກິດນ້ຳມັນເຊື້ອໄຟ ໝາຍເຖິງ ການດຳເນີນທຸລະກິດ ກ່ຽວກັບ ໂຮງກັນ ແລະ ໂຮງງານປຸງແຕ່ງ, ການນຳເຂົ້າ, ສົ່ງອອກນ້ຳມັນເຊື້ອໄຟ ແລະ ການຈຳໜ່າຍນ້ຳມັນເຊື້ອໄຟ, ບ້ານ້ຳມັນເຊື້ອໄຟ, ການໃຫ້ບໍລິການເຊົ່າສາງ ແລະ ບໍລິການຂົນສົ່ງນ້ຳມັນເຊື້ອໄຟ.
3. ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດນໍ້າມັນເຊື້ອໄຟ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ຖືກຕ້ອງຕາມກົດໝາຍ ວ່າດ້ວຍວິສາຫະກິດ.
4. ຄຸນນະພາບນ້ຳມັນເຊື້ອໄຟ ໝາຍເຖິງ ຄຸນລັກສະນະທີ່ຕ້ອງການທາງດ້ານຟີຊິກສາດ ແລະ ເຄມີສາດ ທີ່ຖືກຕ້ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.

ມາດຕາ ມາດຕາ 3

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟ ຢູ່ ສປປ ລາວ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ