关于燃油质量检验与认证的协议
ຂໍ້ຕົກລົງວ່າດ້ວຍ ການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ
Agreement on Fuel Quality Inspection and Certification
简介
该协议调整老挝境内燃油生产、加工、进出口及销售环节的质量检验与认证,规定燃料油种类、容器标签要求及申请检验需提交的文件。
Summary
This agreement adjusts quality inspection and certification for fuel production, processing, import, export, and sale within Laos, specifying fuel types, container labeling requirements, and documents required for inspection applications.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການກວດກາຄຸນນະພາບ ແລະ ການຮັບຮອງນ້ຳມັນເຊື້ອໄຟໃນຂະບວນການຜະລິດ, ປຸງແຕ່ງ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍພາຍໃນປະເທດລາວ, ກຳນົດປະເພດນ້ຳມັນເຊື້ອໄຟ, ຂໍ້ກຳນົດປ້າຍກຳກັບພາຊະນະ ແລະ ເອກະສານທີ່ຕ້ອງຍື່ນເພື່ອຂໍການກວດກາ.
条文
第ມາດຕາ 1条
第2条 燃料油质量检验与认证
燃料油质量检验与认证是指对在老挝人民民主共和国境内生产、加工、进口、出口和销售的各类燃料油进行技术方面的跟踪、检查、检验和认证。
ພາສາລາວ (老挝语原文)
ມາດຕາ 2 ການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ
ການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ແມ່ນ ການຕິດຕາມ, ກວດກາ ທາງດ້ານເຕັກນິກວິຊາການ ໃນການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ທຸກປະເພດທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ ສປປ ລາວ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 燃料油 指石油产品,即:汽油、柴油、航空煤油、煤油、炉用油、生物燃料、液化石油气及其他燃料油。
2. 燃料油业务 指涉及炼油厂和加工厂、燃料油进出口和销售、燃料油站、仓储租赁服务和燃料油运输服务的经营活动。
3. 燃料油经营者 指依照企业法正确注册的内外国个人、法人及组织,从事燃料油经营。
4. 燃料油质量 指符合国家、地区及国际标准的物理和化学特性要求。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ນໍ້າມັນເຊື້ອໄຟ ໝາຍເຖິງ ຜະລິດຕະພັນນໍ້າມັນ ຄື: ນ້ຳມັນແອັດຊັງ, ນ້ຳມັນກາຊວນ, ນ້ຳມັນກາດເຮືອບິນ, ນໍ້າມັນກາດໄຕ້, ນໍ້າມັນເຕົາ, ນໍ້າມັນເຊື້ອໄຟຊີວະພາບ, ອາຍແກັສຫຸງຕົ້ມ ແລະ ນ້ຳມັນເຊື້ອໄຟອື່ນ.
2. ທຸລະກິດນ້ຳມັນເຊື້ອໄຟ ໝາຍເຖິງ ການດຳເນີນທຸລະກິດ ກ່ຽວກັບ ໂຮງກັນ ແລະ ໂຮງງານປຸງແຕ່ງ, ການນຳເຂົ້າ, ສົ່ງອອກນ້ຳມັນເຊື້ອໄຟ ແລະ ການຈຳໜ່າຍນ້ຳມັນເຊື້ອໄຟ, ບ້ານ້ຳມັນເຊື້ອໄຟ, ການໃຫ້ບໍລິການເຊົ່າສາງ ແລະ ບໍລິການຂົນສົ່ງນ້ຳມັນເຊື້ອໄຟ.
3. ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດນໍ້າມັນເຊື້ອໄຟ ທີ່ໄດ້ຂຶ້ນທະບຽນວິສາຫະກິດ ຖືກຕ້ອງຕາມກົດໝາຍ ວ່າດ້ວຍວິສາຫະກິດ.
4. ຄຸນນະພາບນ້ຳມັນເຊື້ອໄຟ ໝາຍເຖິງ ຄຸນລັກສະນະທີ່ຕ້ອງການທາງດ້ານຟີຊິກສາດ ແລະ ເຄມີສາດ ທີ່ຖືກຕ້ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事燃油业务的个人、法人和组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟ ຢູ່ ສປປ ລາວ.
第ມາດຕາ 4条
第4条 燃料油的种类
燃料油有以下九种:
1. 汽油,包括两种:普通91号汽油和特殊95号汽油;
2. 柴油,包括两种:普通柴油和特殊柴油;
3. 航空煤油;
4. 灯用煤油;
5. 炉用油;
6. 生物柴油(335, 37, 310, 820);
7. 机油;
8. 锅炉油;
9. 其他燃料油。
ພາສາລາວ (老挝语原文)
ມາດຕາ 4 ປະເພດຂອງນ້ຳມັນເຊື້ອໄຟ
ນ້ຳມັນເຊື້ອໄຟ ມີ ເກົ້າ ປະເພດ ດັ່ງນີ້:
1. ນ້ຳມັນແອັດຊັງ ລວມມີ ສອງ ຊະນິດ ຄື: ແອັດຊັງທຳມະດາ 91 ແລະ ແອັດຊັງພິເສດ 95;
2. ນ້ຳມັນກາຊວນ ລວມມີ ສອງ ຊະນິດ ຄື: ກາຊວນທຳມະດາ ແລະ ກາຊວນພິເສດ;
3. ນ້ຳມັນກາດເຮືອບິນ;
4. ນ້ຳມັນກາດໄຕ້;
5. ນ້ຳມັນເຕົາ;
6. ນ້ຳມັນກາຊວນຊີວະພາບ (335, 37, 310, 820);
7. ນ້ຳມັນເຄື່ອງ;
8. ນ້ຳມັນຕົ້ມ;
9. ນ້ຳມັນເຊື້ອໄຟອື່ນ.
第ມາດຕາ 5条
第5条 标签和标志 用于燃料容器
燃料容器必须贴有用老挝语书写的标签和标志,内容如下:
1. 产品名称;
2. 类别或种类;
3. 生产批次;
4. 生产工厂的标志;
5. 商标;
6. 生产、加工工厂的名称和国家;
7. 以立方分米或升为单位的净含量,适用于生产、加工、进口用于销售的容器;
8. 标明“易燃物”的文字或标志;
9. 经批准的标准标志;
10. 质量检验的年月日。
对于外文标签和标志,必须进行翻译且内容与老挝语一致,但地下燃料容器除外。
ພາສາລາວ (老挝语原文)
ມາດຕາ 5 ສະຫຼາກ ແລະ ເຄື່ອງໝາຍ ທີ່ໃຊ້ໃນພາຊະນະບັນຈຸນໍ້າມັນເຊື້ອໄຟ
ພາຊະນະບັນຈຸນໍ້າມັນເຊື້ອໄຟ ຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍ ເປັນພາສາລາວ ຊຶ່ງມີເນື້ອໃນ ດັ່ງນີ້:
1. ຊື່ຜະລິດຕະພັນ;
2. ປະເພດ ຫຼື ຊະນິດ;
3. ຊຸດຜະລິດ;
4. ເຄື່ອງໝາຍຂອງໂຮງງານທີ່ຜະລິດ;
5. ເຄື່ອງໝາຍການຄ້າ;
6. ຊື່ໂຮງງານ ແລະ ຊື່ປະເທດ ທີ່ຜະລິດ, ປຸງແຕ່ງ;
7. ປະລິມານສຸດທິເປັນເດຊີແມັດກ້ອນ ຫຼື ລິດ ກໍລະນີ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ ເພື່ອຈຳໜ່າຍ ຕິດກັບພາຊະນະບັນຈຸ;
8. ຂໍ້ຄວາມ ຫຼື ເຄື່ອງໝາຍທີ່ສະແດງ “ວັດຖຸໄວໄຟ”;
9. ເຄື່ອງໝາຍມາດຕະຖານ ທີ່ໄດ້ຮັບອະນຸຍາດ;
10. ວັນທີ, ເດືອນ, ປີ ການກວດສອບຄຸນນະພາບ.
ສຳລັບ ສະຫຼາກ ແລະ ເຄື່ອງໝາຍ ທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ຮັບການແປ ແລະ ມີເນື້ອໃນສອດຄ່ອງກັບພາສາລາວ, ຍົກເວັ້ນ ພາຊະນະບັນຈຸນໍ້າມັນເຊື້ອໄຟ ທີ່ຢູ່ໃຕ້ດິນ.
第ມາດຕາ 6条
第6条 燃油质量检验与认证
有意对生产、加工和销售的燃油进行质量检验的人,应向标准与计量司提交申请,并附上以下文件:
1. 按照标准与计量司表格填写的申请书;
2. 燃油经营许可证副本;
3. 经工业和贸易部门批准的生产和销售计划证明副本;
4. 用于生产和加工燃油的化学品或原材料进口证明副本;
5. 其他相关文件。
有意对进口和出口的燃油进行质量检验的人,应向出入境口岸产品质量检验单位提交申请,并附上以下文件:
1. 按照标准与计量司表格填写的申请书;
2. 燃油进出口经营许可证副本;
3. 进口许可证、年度燃油进口销售计划及燃油进口跟踪记录簿副本;
4. 来源方的质量证明副本(自签发之日起不超过6个月);
5. 运输车辆容积证明副本;
6. 价格申报单副本;
7. 来源方炼油厂的装油单副本。
ພາສາລາວ (老挝语原文)
ມາດຕາ 6 ການສະເຫຼີກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ
ຜູ້ທີ່ມີຈຸດປະສົງ ສະເໜີກວດສອບຄຸນນະພາບນ້ຳມັນເຊື້ອໄຟ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ໃຫ້ສະເໜີຕໍ່ກົມມາດຕະຖານ ແລະ ວັດແທກ ໂດຍປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມກົມມາດຕະຖານ ແລະ ວັດແທກ;
2. ສຳເນົາເອກະສານດຳເນີນທຸລະກິດນ້ຳມັນເຊື້ອໄຟ;
3. ສຳເນົາໃບຢັ້ງຢືນແຜນການຜະລິດ ແລະ ຈຳໜ່າຍ ທີ່ຮັບຮອງຈາກຂະແໜງການອຸດສາຫະກຳ ແລະ ການຄ້າ;
4. ສຳເນົາໃບຢັ້ງຢືນການນຳເຂົ້າເຄມີ ຫຼື ວັດຖຸດິບ ທີ່ນຳໃຊ້ເຂົ້າໃນການຜະລິດ ແລະ ປຸງແຕ່ງນ້ຳມັນເຊື້ອໄຟ;
5. ເອກະສານອື່ນທີ່ກ່ຽວຂ້ອງ.
ຜູ້ທີ່ມີຈຸດປະສົງ ສະເໜີກວດສອບຄຸນນະພາບນ້ຳມັນເຊື້ອໄຟ ທີ່ນຳເຂົ້າ ແລະ ສົ່ງອອກ ໃຫ້ສະເໜີຕໍ່ຫົວໜ່ວຍງານກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າ-ອອກ ໂດຍປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມກົມມາດຕະຖານ ແລະ ວັດແທກ;
2. ສຳເນົາໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ;
3. ສຳເນົາໃບອະນຸຍາດນຳເຂົ້າ, ແຜນການນຳເຂົ້າຈຳໜ່າຍນ້ຳມັນເຊື້ອໄຟ ປະຈຳປີ ແລະ ປຶ້ມຕິດຕາມການນຳເຂົ້ານ້ຳມັນເຊື້ອໄຟ;
4. ສຳເນົາໃບຢັ້ງຢືນຄຸນນະພາບຈາກຕົ້ນທາງ (ບໍ່ໃຫ້ເກີນ 6 ເດືອນນັບແຕ່ມື້ອອກໃບຢັ້ງຢືນ);
5. ສຳເນົາໃບຢັ້ງຢືນບໍລິມາດລົດບັນທຸກ;
6. ສຳເນົາໃບແຈ້ງລາຄາ;
7. ສຳເນົາໃບໂຫຼດນ້ຳມັນຈາກໂຮງກັ່ນນ້ຳມັນເຊື້ອໄຟຕົ້ນທາງ.
第ມາດຕາ 7条
第8条 审议文件并颁发燃油质量证书
在收到本协议第7条规定的正确和完整的文件后,标准与计量司或出入境口岸产品-商品质量检验单位必须按照本协议第9条和第10条规定的燃油质量检验形式和原则进行燃油质量检验。
对于国内生产、加工和销售的燃油,自收到文件之日起十五个工作日内审议颁发燃油质量证书。
对于进口和出口的燃油,自收到文件之日起五个工作日内审议颁发燃油质量证书。
ພາສາລາວ (老挝语原文)
ມາດຕາ 8 ການພິຈາລະນາເອກະສານອອກໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ
ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ກົມມາດຕະຖານ ແລະ ວັດແທກ ຫຼື ຫົວໜ່ວຍງານກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າອອກ ຕ້ອງດຳເນີນການກວດສອບຄຸນນະພາບນ້ຳມັນເຊື້ອໄຟ ຕາມຮູບແບບ ແລະ ຫຼັກການການກວດສອບຄຸນນະພາບນ້ຳມັນເຊື້ອໄຟ ທີ່ໄດ້ກຳນົດໄວ້ໃນມາດຕາ 9 ແລະ 10 ຂອງຂໍ້ຕົກລົງສະບັບນີ້.
ການພິຈາລະນາອອກໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ພາຍໃນ ສິບຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ.
ການພິຈາລະນາອອກໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ທີ່ນຳເຂົ້າ ແລະ ສົ່ງອອກ ພາຍໃນ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ.
第ມາດຕາ 8条
第8条 燃油质量检查形式
对生产、加工、进口、出口和销售的燃油进行质量检查的形式如下:
1. 根据申请进行燃油质量检查;
2. 按常规计划或每月一次进行燃油质量检查;
3. 突击(紧急)燃油质量检查,此种形式不会事先通知被检查者。
ພາສາລາວ (老挝语原文)
ມາດຕາ 8 ຮູບແບບການກວດສອບຄຸນນະພາບນ້ຳມັນເຊື້ອໄຟ
ຮູບແບບການກວດສອບຄຸນນະພາບນ້ຳມັນເຊື້ອໄຟ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ມີດັ່ງນີ້:
1. ກວດສອບຄຸນນະພາບນ້ຳມັນເຊື້ອໄຟ ຕາມການສະເໜີ;
2. ກວດສອບຄຸນນະພາບນ້ຳມັນເຊື້ອໄຟ ຕາມແຜນປົກກະຕິ ຫຼື ເດືອນຕໍ່ຄັ້ງ;
3. ກວດສອບຄຸນນະພາບນ້ຳມັນເຊື້ອໄຟ ແບບກະທັນຫັນ (ສຸກເສີນ) ຊຶ່ງຮູບແບບນີ້ຈະບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດສອບຮູ້ລ່ວງໜ້າ.
第ມາດຕາ 9条
第9条 燃油质量检查原则
燃油质量检查原则执行如下:
1. 每次进行燃油质量检查时,前往检查的工作人员或官员必须持有由标准与计量司或省、首都工业与贸易厅根据授权颁发的员工证;
2. 实际燃油质量检查,若发现检查结果正确符合国家标准、地区和国际标准,相关工作人员必须出具燃油质量证书,以证明燃油的正确性并加封条,以防止运输途中非法销售;
3. 对进出口燃油的质量检查,若检查结果不符合国家标准、地区和国际标准,相关工作人员必须做记录并暂时中止燃油的进口和出口,以向上级和相关方报告;
4. 对于燃油的生产、加工和销售,若检查结果不符合国家标准、地区和国际标准,相关工作人员必须做记录,并且不颁发燃油质量证书,直到燃油的生产、加工正确符合上述标准。
ພາສາລາວ (老挝语原文)
ມາດຕາ 9 ຫຼັກການກວດສອບຄຸນນະພາບນ້ຳມັນເຊື້ອໄຟ
ຫຼັກການກວດສອບຄຸນນະພາບນ້ຳມັນເຊື້ອໄຟ ໃຫ້ປະຕິບັດ ດັ່ງນີ້:
1. ການດຳເນີນການກວດສອບຄຸນນະພາບນ້ຳມັນເຊື້ອໄຟທຸກຄັ້ງ ພະນັກງານ ຫຼື ເຈົ້າໜ້າທີ່ ທີ່ໄປກວດສອບຕ້ອງມີບັດພະນັກງານ ຊຶ່ງອອກໂດຍກົມມາດຕະຖານ ແລະ ວັດແທກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມການມອບໝາຍ;
2. ການກວດສອບຄຸນນະພາບນ້ຳມັນເຊື້ອໄຟຕົວຈິງ ຫາກເຫັນວ່າຜົນການກວດສອບຖືກຕ້ອງ ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ພະນັກງານທີ່ກ່ຽວຂ້ອງ ຕ້ອງໄດ້ອອກໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງນ້ຳມັນເຊື້ອໄຟ ແລະ ປິດກາວ ເພື່ອປ້ອງກັນການລັກລອບຈຳໜ່າຍ ໃນລະຫວ່າງການຂົນສົ່ງ;
3. ການກວດສອບຄຸນນະພາບນ້ຳມັນເຊື້ອໄຟ ທີ່ນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟ ຫາກຜົນການກວດສອບບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ພະນັກງານທີ່ກ່ຽວຂ້ອງ ຕ້ອງໄດ້ເຮັດບົດບັນທຶກ ແລະ ສັ່ງໂຈະການນຳເຂົ້າ ແລະ ສົ່ງອອກນ້ຳມັນເຊື້ອໄຟຊົ່ວຄາວ ເພື່ອລາຍງານຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບ;
4. ສຳລັບ ການຜະລິດ, ປຸງແຕ່ງ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ຫາກຜົນການກວດສອບບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ພະນັກງານທີ່ກ່ຽວຂ້ອງ ຕ້ອງໄດ້ເຮັດບົດບັນທຶກ ແລະ ຈະບໍ່ອອກໃບຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຈົນກວ່າຈະຜະລິດ, ປຸງແຕ່ງນ້ຳມັນເຊື້ອໄຟ ຖືກຕ້ອງສອດຄ່ອງຕາມມາດຕະຖານດັ່ງກ່າວ.
第ມາດຕາ 10条
第10条 燃油经营者的权利
燃油经营者享有以下权利:
1. 在燃油质量经检查和认证后,按照实际情况正确进行服务、宣传和传播燃油质量;
2. 保护自身在燃油经营方面的权利和利益;
3. 改进服务,并在认为燃油质量检查不公平时向相关部门请求公正;
4. 向标准与计量司或进出口产品-商品质量检查单位申请检查和认证燃油质量;
5. 行使法律和法规规定的其他权利。
ພາສາລາວ (老挝语原文)
ມາດຕາ 10 ສິດຂອງຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ
ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ມີສິດ ດັ່ງນີ້:
1. ບໍລິການ, ໂຄສະນາເຜີຍແຜ່ຄຸນນະພາບນ້ຳມັນເຊື້ອໄຟ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ພາຍຫຼັງໄດ້ຮັບການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ;
2. ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ກ່ຽວກັບການດຳເນີນທຸລະກິດນ້ຳມັນເຊື້ອໄຟ;
3. ປັບປຸງການບໍລິການ ແລະ ຮ້ອງຂໍຄວາມເປັນທຳ ຕໍ່ພາກສ່ວນທີ່ກ່ຽວຂ້ອງ ຫາກເຫັນວ່າການກວດສອບຄຸນນະພາບນ້ຳມັນເຊື້ອໄຟນັ້ນ ບໍ່ໄດ້ຮັບຄວາມເປັນທຳ;
4. ສະເໜີໃຫ້ກົມມາດຕະຖານ ແລະ ວັດແທກ ຫຼື ໜ່ວຍງານກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົາ-ອອກ ເພື່ອກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ;
5. ນຳໃຊ້ສິດອື່ນ ຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 11条
第11条 燃油经营者的义务
燃油经营者负有以下义务:
1. 生产、加工、进口、出口和销售经过检验和认证质量的燃油;
2. 保证在国内供应的燃油的质量和数量;
3. 对因燃油质量不合格或数量不足造成的所有损失承担责任,依照法律和法规;
4. 必须提供与生产、加工、进口、出口和销售相关的检验和质量认证的完整文件;
5. 按照规定缴纳燃油质量检验和认证的费用和服务费;
6. 每次对前往检验和认证燃油质量的工作人员给予合作和提供便利;
7. 履行法律和法规规定的其他义务。
ພາສາລາວ (老挝语原文)
ມາດຕາ 11 ພັນທະຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ
ຜູ້ດຳເນີນທຸລະກິດນ້ຳມັນເຊື້ອໄຟ ມີພັນທະ ດັ່ງນີ້:
1. ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ທີ່ໄດ້ຮັບການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ;
2. ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານນ້ຳມັນເຊື້ອໄຟ ທີ່ສະໜອງຢູ່ພາຍໃນປະເທດ;
3. ຮັບຜິດຊອບທຸກຜົນເສຍຫາຍທີ່ເກີດຂຶ້ນ ຍ້ອນນ້ຳມັນເຊື້ອໄຟ ຫຼື ບໍ່ໄດ້ຄຸນນະພາບ ແລະ ບໍ່ເຕັມປະລິມານ ຕາມກົດໝາຍ ແລະ ລະບຽບການ;
4. ຕ້ອງສະໜອງເອກະສານທີ່ກ່ຽວຂ້ອງໃຫ້ຄົບຖ້ວນ ກ່ຽວກັບການກວດສອບ ແລະ ຢັ້ງຢືນຄຸນນະພາບ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ;
5. ປະຕິບັດຄ່າທຳນຽມ ແລະ ຄ່າບໍລິການກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຕາມລະບຽບການ;
6. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ແກ່ພະນັກງານທີ່ໄປກວດສອບ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ໃນແຕ່ລະຄັ້ງ;
7. ປະຕິບັດພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 12条
第12条
ພາສາລາວ (老挝语原文)
ມາດຕາ 12
本页展示前 12 条,全文共 19 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读