关于通过银行系统结算土地使用权买卖款项的协议
ຂໍ້ຕົກລົງວ່າດ້ວຍ ການຊຳລະເງິນ ຊື້ ຂາຍ ສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ
Agreement on Settlement of Land Use Rights Purchase Payments Through the Banking System
简介
该协议要求老挝境内土地使用权买卖必须通过银行系统支付,适用于个人、法人及组织,但偏远贫困家庭可获豁免。
Summary
This agreement requires that land use rights sales in Laos be paid through the banking system, applicable to individuals, legal entities, and organizations, with exemptions for remote poor households.
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຮຽກຮ້ອງໃຫ້ການຊື້-ຂາຍສິດນຳໃຊ້ທີ່ດິນໃນລາວຕ້ອງຊຳລະຜ່ານລະບົບທະນາຄານ, ນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ແລະ ອົງກອນ, ແຕ່ຄອບຄົວທຸກຍາກໃນເຂດຫ່າງໄກສາມາດໄດ້ຮັບການຍົກເວັ້ນ.
条文
第ມາດຕາ 1条
第2条 通过银行系统支付土地使用权买卖款项
通过银行系统支付土地使用权买卖款项是指按照法律规定,使用银行、非银行金融机构以及受老挝人民民主共和国银行监管的支付服务提供商的支付工具、渠道和机制履行财务义务。
ພາສາລາວ (老挝语原文)
ມາດຕາ 2 ການຊຳລະເງິນຊື້ຂາຍສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ
ການຊຳລະເງິນຊື້ຂາຍສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ ແມ່ນການປະຕິບັດພັນທະທາງດ້ານການເງິນ ຕາມກົດໝາຍ ດ້ວຍການນຳໃຊ້ເຄື່ອງມື, ຊ່ອງທາງ ແລະ ກົນໄກການຊຳລະເງິນ ຂອງທະນາຄານ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ນິຕິບຸກຄົນ ທີ່ໃຫ້ບໍລິການຊຳລະ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານ ແຫ່ງ ສປປ ລາວ.
第ມາດຕາ 2条
第3条 词语解释
本协议中使用的词语具有以下含义:
1. 支付指令 指通过文件或电子工具,通过支付渠道发出转账指令,以履行服务用户的权利和义务;
2. 清算 指对同一网络内的支付服务提供者的分支机构、服务单位或代理人之间,或跨网络的支付服务提供者之间的交易价值进行比较和排序,以计算净余额,然后进行结算;
3. 结算 指按指令金额进行结算,即每笔交易立即结算,在收到支付指令后立即按发生的转账指令逐笔结算;
4. 净额结算 指在清算后,根据支付系统管理人的规定,按净余额价值每日一次或多次进行结算;
5. 贫困家庭 指没有稳定安全的住所、没有生活必需财产和用具、没有劳动力和必要工具、家庭成员在学龄未接受初中教育、无法获得清洁水和稳定能源、无法获得基本公共服务,并经村长提议由县长、市长、市长确认和认可的家庭。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການສັ່ງຈ່າຍ ໝາຍເຖິງ ການອອກຄຳສັ່ງໂອນເງິນ ດ້ວຍເອກະສານ ຫຼື ເຄື່ອງມືເອເລັກໂຕຣນິກ ຜ່ານຊ່ອງທາງການຊຳລະ ເພື່ອປະຕິບັດຕາມ ສິດ ແລະ ພັນທະ ຂອງຜູ້ໃຊ້ບໍລິການ;
2. ການໄລ່ລຽງ ໝາຍເຖິງ ການປຽບທຽບ ແລະ ຈັດລຽງ ມູນຄ່າທຸລະກຳ ລະຫວ່າງ ສາຂາ, ໜ່ວຍບໍລິການ ຫຼື ຕົວແທນ ຂອງຜູ້ໃຫ້ບໍລິການຊຳລະເງິນ ຢູ່ໃນເຄືອຂ່າຍດຽວກັນ ຫຼື ລະຫວ່າງ ຜູ້ໃຫ້ບໍລິການຊຳລະເງິນ ຂ້າມເຄືອຂ່າຍ ເພື່ອຄິດໄລ່ຍອດເຫຼືອສຸດທິ ແລ້ວນຳໄປຫັກບັນຊີ;
3. ການຫັກບັນຊີ ໝາຍເຖິງ ການຫັກບັນຊີຕາມຈຳນວນສັ່ງຫັກ ຊຶ່ງແມ່ນການຫັກບັນຊີທັນທີເປັນແຕ່ລະທຸລະກຳ ໂດຍຫັກບັນຊີຕາມຄຳສັ່ງໂອນເງິນ ທີ່ເກີດຂຶ້ນທັນທີ ພາຍຫຼັງໄດ້ຮັບຄຳສັ່ງຈ່າຍ ເປັນແຕ່ລະລາຍການ;
4. ການຫັກບັນຊີສຸດທິ ໝາຍເຖິງ ການຫັກບັນຊີ ຕາມມູນຄ່າຍອດເຫຼືອສຸດທິ ເທື່ອດຽວ ຫຼື ຫຼາຍເທື່ອ ຕໍ່ວັນ ພາຍຫຼັງການໄລ່ລຽງ ຕາມການກຳນົດຂອງຜູ້ຄວບຄຸມລະບົບການຊຳລະ;
5. ຄອບຄົວທຸກຍາກ ໝາຍເຖິງ ຄອບຄົວ ທີ່ບໍ່ມີທີ່ຢູ່ອາໄສທີ່ໝັ້ນຄົງປອດໄພ, ບໍ່ມີຊັບສິນ ແລະ ເຄື່ອງໃຊ້ຕ່າງໆ ທີ່ຈຳເປັນສຳລັບການດຳລົງຊີວິດ ແລະ ທຳມາຫາກິນ, ບໍ່ມີແຮງງານ ແລະ ເຄື່ອງມືທີ່ຈຳເປັນສຳລັບການດຳລົງຊີວິດ ແລະ ທຳມາຫາກິນ, ສະມາຊິກໃນຄອບຄົວ ໃນເກນອາຍຸ ບໍ່ໄດ້ຮັບການສຶກສາ ໃນລະດັບມັດທະຍົມຕົ້ນ, ບໍ່ສາມາດເຂົ້າເຖິງນໍ້າສະອາດ ແລະ ພະລັງງານທີ່ໝັ້ນຄົງ ແລະ ບໍ່ສາມາດເຂົ້າເຖິງການບໍລິການສາທາລະນະຂັ້ນພື້ນຖານ ຊຶ່ງໄດ້ຮັບການຢັ້ງຢືນ ແລະ ຮັບຮອງຈາກເຈົ້າເມືອງ, ຫົວເທດສະບານ, ເຈົ້ານະຄອນ ຕາມການສະເໜີຂອງນາຍບ້ານ.
第ມາດຕາ 3条
第3条 适用范围
本协议适用于个人、法人及组织,包括无国籍人、无国籍人、外国裔老挝人以及上述个人和组织在老挝人民民主共和国境内生活和活动的组织。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ໃນດິນແດນ ສປປ ລາວ.
第ມາດຕາ 4条
第4条 通过银行系统买卖土地使用权之类型
通过银行系统买卖土地使用权包括以下类型:
1. 从事土地相关业务的经营者买卖土地使用权;
2. 个人、法人及组织买卖土地使用权;
3. 买卖国家有期限划拨的土地使用权。
ພາສາລາວ (老挝语原文)
ມາດຕາ 4 ປະເພດການຊື້ຂາຍສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ
ການຊື້ຂາຍສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ ປະກອບມີປະເພດ ດັ່ງນີ້:
1. ການຊື້ຂາຍສິດນຳໃຊ້ທີ່ດິນ ຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ;
2. ການຊື້ຂາຍສິດນຳໃຊ້ທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
3. ການຊື້ຂາຍສິດນຳໃຊ້ທີ່ດິນ ຈັດສັນຂອງລັດແບບມີກຳນົດ.
第ມາດຕາ 5条
第5条 土地经营者的土地使用权买卖
土地经营者的土地使用权买卖是指依法获得许可的土地经营者买卖土地使用权,以转售牟利或分割土地分块出售,或建造房屋分块出售,以及开发为新城区后分块出售,建设公寓、住宅楼,以及涉及土地使用权的国有土地使用权有期限买卖,必须在老挝人民民主共和国企业登记处登记。所有与土地经营者进行的土地使用权买卖必须通过银行系统支付。
ພາສາລາວ (老挝语原文)
ມາດຕາ 5 ການຊື້ຂາຍສິດນຳໃຊ້ທີ່ດິນຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ
ການຊື້ຂາຍສິດນຳໃຊ້ທີ່ດິນຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ແມ່ນ ການຊື້ຂາຍສິດນຳໃຊ້ທີ່ດິນຂອງບັນດາທຸລະກິດກ່ຽວກັບທີ່ດິນ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ ໃນການຊື້ຂາຍສິດນຳໃຊ້ທີ່ດິນ ເພື່ອຂາຍເກງກຳໄລ ຫຼື ຈັດສັນທີ່ດິນແບ່ງຂາຍເປັນຕອນ ຫຼື ປູກສ້າງເຮືອນຈັດສັນຂາຍເປັນແຕ່ລະຕອນ ແລະ ການພັດທະນາເປັນຕົວເມືອງໃໝ່ ແລ້ວຈັດສັນຂາຍເປັນຕອນ, ສ້າງເປັນກອນໂຕມີນຽມ, ອາພາດເມັນ ແລະ ການຊື້ຂາຍສິດນຳໃຊ້ທີ່ດິນຂອງລັດແບບມີກຳນົດ ທີ່ພົວພັນກັບສິດນຳໃຊ້ທີ່ດິນ ຕ້ອງໄດ້ຈົດບັນຊີຢູ່ທະບຽນທຸລະກິດ ໃນ ສປປ ລາວ. ທຸກການຊື້ຂາຍສິດນຳໃຊ້ທີ່ດິນ ກັບຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງໄດ້ຊຳລະເງິນຜ່ານລະບົບທະນາຄານ.
第ມາດຕາ 6条
第6条 个人、法人及组织作为老挝公民的土地使用权买卖
作为老挝公民的个人、法人或组织进行土地使用权买卖的,必须通过银行系统支付土地使用权买卖款项,例如商业银行或小额金融机构或经老挝人民民主共和国银行授权的支付服务提供商,然后将付款凭证或证明文件附在土地使用权转让登记申请卷宗中,再进行土地使用权买卖登记并向买方颁发新地契。若未通过银行系统付款,则不得为买方办理土地使用权转让登记。
对于生活在偏远农村地区、距离城镇较远、交通不便且无法获得商业银行或小额金融机构或支付服务提供商服务的贫困个人或家庭之间的土地使用权买卖,免除通过银行系统付款的要求,但须经村行政机构确认。至于贫困个人或家庭与其他个人或法人之间的土地使用权买卖,须有通过银行系统支付土地使用权买卖款项的付款凭证。
在本协议生效前已进行土地使用权买卖,且已结算但未通过银行系统,但有书面土地使用权买卖合同并经土地所在地村行政机构依法正确确认,但尚未在自然资源和环境部门办理土地使用权变更登记的,可以为买方办理土地使用权转让登记。
ພາສາລາວ (老挝语原文)
ມາດຕາ 6 ການຊື້ ຂາຍສິດນຳໃຊ້ທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນພົນລະເມືອງລາວ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ທີ່ມີການຊື້ ຂາຍສິດນຳໃຊ້ທີ່ດິນ ຕ້ອງໄດ້ຊຳລະເງິນຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ເປັນຕົ້ນ ທະນາຄານທຸລະກິດ ຫຼື ສະຖາບັນການເງິນຈຸລະພາກ ຫຼື ຜູ້ໃຫ້ບໍລິການຊຳລະເງິນ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ແລ້ວຈຶ່ງນຳເອົາເອກະສານ ຫຼື ຫຼັກຖານຢັ້ງຢືນການຊຳລະຄັດຕິດໃສ່ສຳນວນຊຸດຄຳຮ້ອງຂໍຈົດທະບຽນໂອນສິດນຳໃຊ້ທີ່ດິນ ກ່ອນດຳເນີນການຈົດທະບຽນຊື້ ຂາຍສິດນຳໃຊ້ທີ່ດິນ ແລະ ອອກໃບຕາດິນໃໝ່ໃຫ້ຜູ້ຊື້. ຖ້າຫາກບໍ່ຊຳລະເງິນຜ່ານລະບົບທະນາຄານ ແມ່ນບໍ່ໃຫ້ດຳເນີນການຈົດທະບຽນໂອນສິດນຳໃຊ້ທີ່ດິນໃຫ້ຜູ້ຊື້.
ສຳລັບການຊື້ ຂາຍສິດນຳໃຊ້ທີ່ດິນ ລະຫວ່າງບຸກຄົນ ຫຼື ຄອບຄົວທຸກຍາກດ້ວຍກັນ ທີ່ດຳລົງຊີວິດ ແລະ ມີທີ່ດິນຕັ້ງຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ, ໄລຍະທາງຫ່າງໄກຈາກຕົວເມືອງ, ການໄປມາບໍ່ສະດວກ ຊຶ່ງບໍ່ສາມາດເຂົ້າເຖິງການບໍລິການຂອງທະນາຄານທຸລະກິດ ຫຼື ສະຖາບັນການເງິນຈຸລະພາກ ຫຼື ຜູ້ໃຫ້ບໍລິການຊຳລະເງິນ ໃຫ້ຍົກເວັ້ນການຊຳລະເງິນຜ່ານລະບົບທະນາຄານ ແຕ່ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ. ສ່ວນການຊື້ ຂາຍສິດນຳໃຊ້ທີ່ດິນ ລະຫວ່າງ ບຸກຄົນ ຫຼື ຄອບຄົວທຸກຍາກ ກັບບຸກຄົນ ຫຼື ນິຕິບຸກຄົນອື່ນ ໃຫ້ມີໃບບິນຢັ້ງຢືນການຊຳລະເງິນຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ.
ໃນກໍລະນີ ການຊື້ ຂາຍສິດນຳໃຊ້ທີ່ດິນ ກ່ອນຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ທີ່ໄດ້ມີການຊຳລະສະສາງກັນແລ້ວ ໂດຍບໍ່ຜ່ານລະບົບທະນາຄານ ແຕ່ມີສັນຍາການຊື້ ຂາຍສິດນຳໃຊ້ທີ່ດິນ ເປັນລາຍລັກອັກສອນ ແລະ ໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ ບ່ອນທີ່ດິນຕັ້ງຢູ່ ຢ່າງຖືກຕ້ອງຕາມກົດໝາຍ ແຕ່ຍັງບໍ່ໄດ້ຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ນຳຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນສາມາດດຳເນີນການຈົດທະບຽນໂອນສິດນຳໃຊ້ທີ່ດິນ ໃຫ້ຜູ້ຊື້ໄດ້.
第ມາດຕາ 7条
第7条 国有划拨土地使用权有期限买卖
国有划拨土地使用权有期限买卖是指国家与老挝公民、无国籍人、外国人以及外籍老挝裔人之间买卖上述土地使用权,以开发为新城区、建设共管公寓、公寓、别墅,期限自签订土地使用权买卖合同之日起不超过五十年,并可根据相关国家机关的协议续购上述土地使用权。国有划拨土地使用权有期限买卖必须通过老挝境内的银行系统支付款项。
ພາສາລາວ (老挝语原文)
ມາດຕາ 7 ການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ
ການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ແມ່ນການຊື້ຂາຍສິດນຳໃຊ້ທີ່ດິນດັ່ງກ່າວ ລະຫວ່າງລັດກັບພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ແລະ ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ເພື່ອພັດທະນາເປັນຕົວເມືອງໃໝ່, ສ້າງເປັນຄອນໂດມີນຽມ, ອາພາດເມັນ, ເຮືອນຈັດສັນ ໂດຍມີກຳນົດເວລາບໍ່ເກີນຫ້າສິບປີ ນັບແຕ່ວັນເຊັນສັນຍາຊື້ຂາຍສິດນຳໃຊ້ທີ່ດິນນັ້ນເປັນຕົ້ນໄປ ແລະ ສາມາດຊື້ຕໍ່ສິດນຳໃຊ້ທີ່ດິນດັ່ງກ່າວ ຕາມການຕົກລົງຂອງອົງການລັດທີ່ກ່ຽວຂ້ອງ. ການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ຕ້ອງໄດ້ຊຳລະເງິນຜ່ານລະບົບທະນາຄານ ຢູ່ ສປປ ລາວ.
第ມາດຕາ 8条
第8条 通过银行系统支付土地使用权买卖款项的渠道
通过银行系统支付土地使用权买卖款项包括以下渠道:
1. 由支付服务提供商的员工在服务场所(如办公室、分行、服务单位及代理)通过任何电子工具进行操作;
2. 通过老挝中央银行规定的支付设备(如读卡器、自动存取款机、手机银行、网络银行)进行支付服务。
ພາສາລາວ (老挝语原文)
ມາດຕາ 8 ຊ່ອງທາງການຊຳລະເງີນຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ
ການຊຳລະເງິນການຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ປະກອບມີຊ່ອງທາງ ດັ່ງນີ້;
1. ການໃຫ້ບໍລິການຊຳລະເງິນ ໂດຍພະນັກງານຂອງຜູ້ໃຫ້ບໍລິການຊຳລະເງິນ ຢູ່ສະຖານທີ່ໃຫ້ບໍລິການ ເປັນຕົ້ນ ສຳນັກງານ, ສາຂາ, ໜ່ວຍບໍລິການ ແລະ ຕົວແທນ ດຳເນີນການຜ່ານເຄື່ອງມືເອເລັກໂຕຣນິກໃດໜຶ່ງ;
2. ການໃຫ້ບໍລິການຊຳລະເງິນ ໂດຍຜ່ານອຸປະກອນການຊຳລະ ຕາມການກຳນົດຂອງທະນາຄານແຫ່ງ ສປປ ລາວ ເປັນຕົ້ນ ເຄື່ອງອ່ານບັດ, ຕູ້ຮັບຝາກ-ຖອນເງິນສົດ, ການທະນາຄານຜ່ານມືຖື, ການທະນາຄານຜ່ານພູເຕ ອິນເຕີເນັດ.
第ມາດຕາ 9条
第9条 通过银行系统支付土地使用权买卖款项的证明单据
通过银行系统支付土地使用权买卖款项的证明文件,是向土地使用权买卖双方提供的法律证明文件,作为登记土地使用权变更的证明依据。
通过银行系统支付土地使用权买卖款项的证明文件,来源于支付机制,即银行的支付指令、清算和扣账,以及非银行金融机构或支付服务提供者。
通过银行系统支付土地使用权买卖款项的证明文件,必须包含以下内容:
支付服务提供者的姓名;
买方的姓名和账号;
卖方的姓名和账号;
支付日期/月/年和时间;
金额;
交易代码或参考号;
支付目的:支付土地使用权买卖款项,介于“买方姓名”和“卖方姓名”之间,以及买卖合同编号。
ພາສາລາວ (老挝语原文)
ມາດຕາ 9 ໃບບິນຢັ້ງຢືນການຊຳລະເງີນຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ
ເອກະສານຢັ້ງຢືນການຊຳລະເງິນຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ແມ່ນ ເອກະສານທີ່ເປັນຫຼັກຖານຢັ້ງຢືນທາງດ້ານກົດໝາຍໃຫ້ແກ່ຜູ້ຊື້ ຂາຍສິດນຳໃຊ້ທີ່ດິນ ເພື່ອເປັນຫຼັກຖານຢັ້ງຢືນໃນການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ.
ເອກະສານຢັ້ງຢືນການຊຳລະເງິນຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ໄດ້ມາຈາກກົນໄກການຊຳລະເງິນ ຄື ການສັ່ງຈ່າຍ, ການໄລ່ລຽງ ແລະ ການຫັກບັນຊີ ຂອງທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ຫຼື ຜູ້ໃຫ້ບໍລິການຊຳລະເງິນ.
ເອກະສານຢັ້ງຢືນການຊຳລະເງິນ ຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ຕ້ອງປະກອບມີເນື້ອໃນ ດັ່ງນີ້:
ຊື່ ແລະ ນາມສະກຸນ ຜູ້ໃຫ້ບໍລິການຊຳລະ;
ຊື່ ແລະ ນາມສະກຸນ ແລະ ເລກບັນຊີ ຜູ້ຊື້;
ຊື່ ແລະ ນາມສະກຸນ ແລະ ເລກບັນຊີ ຜູ້ຂາຍ;
ວັນທີ/ເດືອນ/ປີ ແລະ ເວລາ ຊຳລະເງິນ;
ຈຳນວນເງິນ;
ເລກລະຫັດທຸລະກຳ ຫຼື ເລກອ້າງອີງ;
ຈຸດປະສົງການຊຳລະ: ຊຳລະເງິນຊື້ ຂາຍສິດນຳໃຊ້ທີ່ດິນ ລະຫວ່າງ “ຊື່ຂອງຜູ້ຊື້” ແລະ “ຊື່ຂອງຜູ້ຂາຍ” ແລະ ເລກທີສັນຍາການຊື້ ຂາຍ.
第ມາດຕາ 10条
第10条 通过银行系统对土地使用权买卖付款的检查
通过银行系统对土地使用权买卖付款的检查,是指在地方自然资源与环境部门办理土地使用权买卖登记之前,对来自银行、非银行金融机构或获准依法依规运营的支付服务提供商的土地使用权买卖付款凭证进行检查。
ພາສາລາວ (老挝语原文)
ມາດຕາ 10 ການກວດກາການຊຳລະເງິນການຊື້ຂາຍສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ
ການກວດກາການຊຳລະເງິນການຊື້ຂາຍສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ ແມ່ນການກວດກາໃບບິນການຢັ້ງຢືນການຊຳລະເງິນຊື້ຂາຍສິດນຳໃຊ້ທີ່ດິນຈາກທະນາຄານ ຫຼື ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຫຼື ຜູ້ໃຫ້ບໍລິການຊຳລະເງິນທີ່ໄດ້ຮັບອະນຸຍາດໃຫ້ມີການເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ກ່ອນຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ຈະດຳເນີນການຈົດທະບຽນການຊື້ຂາຍສິດນຳໃຊ້ທີ່ດິນ.
第ມາດຕາ 11条
第11条 通过银行系统支付土地使用权买卖款项的方式
通过银行系统支付土地使用权买卖款项,可以采用多种方式,例如:一次性支付、分期支付和按揭支付,具体取决于买卖双方就土地使用权达成的合同条款。每种支付方式必须有银行、非银行金融机构或支付服务提供商出具的书面支付凭证或证明,以纳入土地使用权买卖登记申请文件。
分期支付或按揭支付,可以按照买卖双方约定的合同办理土地使用权转让登记,但该土地证在转让土地使用权后,必须在土地证和地籍簿的背面记录并登记支付情况。对于该土地证,由土地使用权卖方保管,直至通过银行系统全额支付完毕,方可前来办理注销该支付登记,然后将土地证交给土地使用权买方。
在老挝人民民主共和国境内买卖土地使用权,必须以基普货币支付。如果买方拥有外币账户,意图使用外币支付土地使用权买卖价款,必须通过账户转账,先按银行当日的汇率兑换成基普货币。上述支付凭证或证明将作为土地使用权买卖登记的参考文件。
ພາສາລາວ (老挝语原文)
ມາດຕາ 11 ຮູບການຊຳລະເງິນການຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ
ການຊຳລະເງິນການຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ແມ່ນ ສາມາດຊຳລະໄດ້ຫຼາຍຮູບການ ເຊັ່ນ: ການຊຳລະເທື່ອດຽວ, ເປັນງວດ ແລະ ຜ່ອນຊຳລະ ຕາມແຕ່ລະກໍລະນີຂອງສັນຍາທີ່ໄດ້ຕົກລົງກັນລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ ສິດນຳໃຊ້ທີ່ດິນ ຊຶ່ງແຕ່ລະຮູບການ ການຊຳລະຕ້ອງມີເອກະສານ ຫຼື ຫຼັກຖານຢັ້ງຢືນການຊຳລະເງິນເປັນລາຍລັກອັກສອນ ຈາກທະນາຄານ ຫຼື ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ຫຼື ຜູ້ໃຫ້ບໍລິການຊຳລະເງິນ ເພື່ອປະກອບເຂົ້າໃນຊຸດຄຳຮ້ອງຂໍຈົດທະບຽນການຊື້ ຂາຍສິດນຳໃຊ້ທີ່ດິນ.
ການຊຳລະເງິນເປັນງວດ ຫຼື ຜ່ອນຊຳລະ ສາມາດຈົດທະບຽນໂອນສິດນຳໃຊ້ທີ່ດິນ ໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນໄດ້ ຕາມສັນຍາທີ່ໄດ້ຕົກລົງກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ແຕ່ໃບຕາດິນດັງກ່າວພາຍຫຼັງໂອນສິດນຳໃຊ້ທີ່ດິນແລ້ວ ຕ້ອງໄດ້ບັນທຶກ ແລະ ຈົດທະບຽນການຊຳລະໃສ່ດ້ານຫຼັງຂອງໃບຕາດິນ ແລະ ໃບທະບຽນທີ່ດິນຕອນດັ່ງກ່າວ. ສຳລັບໃບຕາດິນນັ້ນ ໃຫ້ຜູ້ຂາຍສິດນຳໃຊ້ທີ່ດິນ ເກັບຮັກສາໄວ້ຈົນກວ່າການຊຳລະເງິນ ຜ່ານລະບົບທະນາຄານຢ່າງຄົບຖ້ວນ ຈຶ່ງມາຈົດທະບຽນລົບລ້າງການຊຳລະດັງກ່າວ ແລ້ວມອບໃບຕາດິນໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນ.
ການຊື້ ຂາຍສິດນຳໃຊ້ທີ່ດິນ ຢູ່ ສປປ ລາວ ຕ້ອງຊຳລະເງິນ ເປັນສະກຸນເງິນກີບ ເທົ່ານັ້ນ. ກໍລະນີຜູ້ຊື້ ມີບັນຊີເງິນຕາຕ່າງປະເທດ ທີ່ມີຈຸດປະສົງນຳໃຊ້ເງິນຕາຕ່າງປະເທດຊຳລະຄ່າຊື້ ຂາຍສິດນຳໃຊ້ທີ່ດິນ ຕ້ອງໂອນຜ່ານບັນຊີໂດຍແລກປ່ຽນເປັນສະກຸນເງິນກີບສາກ່ອນ ຕາມອັດຕາແລກປ່ຽນຂອງທະນາຄານ ໃນມື້ການຊຳລະ. ເອກະສານ ຫຼື ຫຼັກຖານຢັ້ງຢືນການຊຳລະເງິນດັ່ງກ່າວ ຈະເປັນເອກະສານອ້າງອີງໃນການຈົດທະບຽນຊື້ ຂາຍສິດນຳໃຊ້ທີ່ດິນ.
第ມາດຕາ 12条
第12条 通过银行系统买卖土地使用权者的权利
通过银行系统买卖土地使用权者享有以下权利:
1. 协调自然资源与环境部门进行土地使用权买卖登记;
2. 索取文件、询问、请求有关土地使用权买卖登记的信息和细节;
3. 保护并向相关国家组织请求公正,以解决涉及自身合法权益的问题;
4. 学习、研究、了解通过银行系统进行支付的相关工具,支付土地使用权买卖登记的费用和服务费;
5. 按照法律和相关规定正确使用支付工具;
6. 根据法律和规定行使其他权利。
ພາສາລາວ (老挝语原文)
ມາດຕາ 12 ສິດ ຂອງຜູ້ຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ
ຜູ້ຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ມີສິດ ດັ່ງນີ້:
1. ປະສານສົມທົບຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນການຈົດທະບຽນການຊື້ ຂາຍສິດນຳໃຊ້ທີ່ດິນ;
2. ທວງເອົາເອກະສານ, ສອບຖາມ, ຂໍຂໍ້ມູນ ແລະ ລາຍລະອຽດຕ່າງໆ ກ່ຽວກັບການຈົດທະບຽນຊື້ ຂາຍສິດນຳໃຊ້ທີ່ດິນ;
3. ປົກປ້ອງ ແລະ ສະເຫຼື ຂໍຄວາມເປັນທຳ ຕໍ່ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາ ທີ່ແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ;
4. ສຶກສາ, ຄົ້ນຄວ້າ, ຮຽນຮູ້ ການນຳໃຊ້ເຄື່ອງມືທີ່ກ່ຽວຂ້ອງກັບການຊຳລະເງິນ ຜ່ານລະບົບທະນາຄານ, ຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ຈົດທະບຽນຊື້ ຂາຍສິດນຳໃຊ້ທີ່ດິນ;
5. ນຳໃຊ້ເຄື່ອງມືການຊຳລະ ໃຫ້ຖືກຕ້ອງຕາມທີ່ການກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
6. ນຳໃຊ້ສິດອື່ນ ຕາມກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 15 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读