ຂໍ້ຕົກລົງວ່າດ້ວຍ ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ

关于电子黄金买卖服务业务的协议

Agreement on Electronic Gold Trading Services

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການບໍລິການຊື້-ຂາຍຄຳຜ່ານຊ່ອງທາງເອເລັກໂຕຣນິກພາຍໃນປະເທດລາວ, ເນື້ອໃນຫຼັກແມ່ນກຳນົດຄຸນສົມບັດຜູ້ປະກອບການ, ເງື່ອນໄຂການຍື່ນຄຳຮ້ອງ ແລະ ຂັ້ນຕອນການອະນຸມັດໃບອະນຸຍາດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ແມ່ນການບໍລິການຊື້-ຂາຍຄຳ ຂອງຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ທີ່ນຳໃຊ້ຊ່ອງທາງເອເລັກໂຕຣນິກ ເປັນຕົ້ນ ເວັບໄຊ ຫຼື ແອັບພລິເຄເຊິນ ໂດຍການຊຳລະເປັນເງິນກີບ ຜ່ານລະບົບຂອງທະນາຄານທຸລະກິດ ຢູ່ ສປປ ລາວ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໝາຍເຖິງ ທຸລະກຳການຊື້-ຂາຍຄຳ ເທື່ອລະຫ້ອຍ ໂດຍນຳໃຊ້ເວັບໄຊ ຫຼື ແອັບພລິເຄເຊິນ ຜ່ານຊ່ອງທາງເອເລັກໂຕຣນິກ;
2. ຄຳ ໝາຍເຖິງ ຄຳແທ່ງ ແລະ ຄຳຮູບປະພັນ ທີ່ມີອັດຕາສ່ວນຄຳ 99.99% ຊຶ່ງບໍ່ກວມເອົາຄຳແທ່ງທີ່ສາກົນນຳໃຊ້ເປັນເຄື່ອງມືຊຳລະ ລະຫວ່າງປະເທດ ຕາມລະບຽບການຂອງທະນາຄານແຫ່ງ ສປປ ລາວ ແລະ ບໍ່ກວມເອົາແຮ່ຄຳ;
3. ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໝາຍເຖິງ ນິຕິບຸກຄົນ ທີ່ມີຊ່ອງທາງການຊື້-ຂາຍ ຜ່ານເວັບໄຊ ແລະ ແອັບພລິເຄເຊິນຂອງຕົນ ລວມທັງທະນາຄານທຸລະກິດ ແລະ ທະນາຄານຄຳ ເພື່ອດຳເນີນທຸລະກຳຊື້-ຂາຍຄຳ ແລະ ໄດ້ຮັບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
4. ຮ້ານຈຳໜ່າຍວັດຖຸມີຄ່າ ໝາຍເຖິງ ຮ້ານຈຳໜ່າຍຄຳ ທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດການຈຳໜ່າຍວັດຖຸມີຄ່າ ຕາມກົດໝາຍ ວ່າດ້ວຍວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ;
5. ຜູ້ຊື້ຄຳ ໝາຍເຖິງ ບຸກຄົນທົ່ວໄປ ຫຼື ຜູ້ໃຊ້ບໍລິການ ທີ່ຊື້ຄຳ ຜ່ານທາງເອເລັກໂຕຣນິກ;
6. ບັນຊີສະມາຊິກ ໝາຍເຖິງ ບັນຊີຂໍ້ມູນຂອງຜູ້ຊື້ຄຳ ທີ່ໄດ້ລົງທະບຽນ ເພື່ອເຮັດທຸລະກຳການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ