关于电子黄金买卖服务业务的协议
ຂໍ້ຕົກລົງວ່າດ້ວຍ ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
Agreement on Electronic Gold Trading Services
简介
该协议调整老挝境内通过电子渠道进行的黄金买卖服务,核心内容为规定服务经营者资质、申请条件及许可证审批流程。
Summary
This agreement regulates gold trading services through electronic channels in Laos, specifying service operator qualifications, application conditions, and license approval procedures.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການບໍລິການຊື້-ຂາຍຄຳຜ່ານຊ່ອງທາງເອເລັກໂຕຣນິກພາຍໃນປະເທດລາວ, ເນື້ອໃນຫຼັກແມ່ນກຳນົດຄຸນສົມບັດຜູ້ປະກອບການ, ເງື່ອນໄຂການຍື່ນຄຳຮ້ອງ ແລະ ຂັ້ນຕອນການອະນຸມັດໃບອະນຸຍາດ.
条文
第ມາດຕາ 1条
第2条 电子黄金买卖服务业务
电子黄金买卖服务业务是指黄金买卖服务经营者利用电子渠道,如网站或应用程序,通过老挝境内商业银行系统以基普进行结算的黄金买卖服务。
ພາສາລາວ (老挝语原文)
ມາດຕາ 2 ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ແມ່ນການບໍລິການຊື້-ຂາຍຄຳ ຂອງຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ທີ່ນຳໃຊ້ຊ່ອງທາງເອເລັກໂຕຣນິກ ເປັນຕົ້ນ ເວັບໄຊ ຫຼື ແອັບພລິເຄເຊິນ ໂດຍການຊຳລະເປັນເງິນກີບ ຜ່ານລະບົບຂອງທະນາຄານທຸລະກິດ ຢູ່ ສປປ ລາວ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 电子黄金买卖是指通过网站或应用程序,利用电子渠道进行的逐笔黄金买卖交易;
2. 黄金指纯度为99.99%的金条和金饰,不包括国际间用作支付工具的金条(根据老挝人民民主共和国银行规定),也不包括金矿;
3. 电子黄金买卖服务经营者指拥有自己的网站和应用程序进行黄金买卖交易的法人,包括商业银行和黄金银行,经授权从事电子黄金买卖服务,按本协议规定执行;
4. 贵重物品零售店指已注册企业登记并获得许可经营贵重物品零售业务的黄金零售店,依据企业法及相关法规;
5. 黄金买方指通过电子渠道购买黄金的普通个人或服务用户;
6. 会员账户指黄金买方为进行电子黄金买卖交易而注册的信息账户。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໝາຍເຖິງ ທຸລະກຳການຊື້-ຂາຍຄຳ ເທື່ອລະຫ້ອຍ ໂດຍນຳໃຊ້ເວັບໄຊ ຫຼື ແອັບພລິເຄເຊິນ ຜ່ານຊ່ອງທາງເອເລັກໂຕຣນິກ;
2. ຄຳ ໝາຍເຖິງ ຄຳແທ່ງ ແລະ ຄຳຮູບປະພັນ ທີ່ມີອັດຕາສ່ວນຄຳ 99.99% ຊຶ່ງບໍ່ກວມເອົາຄຳແທ່ງທີ່ສາກົນນຳໃຊ້ເປັນເຄື່ອງມືຊຳລະ ລະຫວ່າງປະເທດ ຕາມລະບຽບການຂອງທະນາຄານແຫ່ງ ສປປ ລາວ ແລະ ບໍ່ກວມເອົາແຮ່ຄຳ;
3. ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໝາຍເຖິງ ນິຕິບຸກຄົນ ທີ່ມີຊ່ອງທາງການຊື້-ຂາຍ ຜ່ານເວັບໄຊ ແລະ ແອັບພລິເຄເຊິນຂອງຕົນ ລວມທັງທະນາຄານທຸລະກິດ ແລະ ທະນາຄານຄຳ ເພື່ອດຳເນີນທຸລະກຳຊື້-ຂາຍຄຳ ແລະ ໄດ້ຮັບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
4. ຮ້ານຈຳໜ່າຍວັດຖຸມີຄ່າ ໝາຍເຖິງ ຮ້ານຈຳໜ່າຍຄຳ ທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດການຈຳໜ່າຍວັດຖຸມີຄ່າ ຕາມກົດໝາຍ ວ່າດ້ວຍວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ;
5. ຜູ້ຊື້ຄຳ ໝາຍເຖິງ ບຸກຄົນທົ່ວໄປ ຫຼື ຜູ້ໃຊ້ບໍລິການ ທີ່ຊື້ຄຳ ຜ່ານທາງເອເລັກໂຕຣນິກ;
6. ບັນຊີສະມາຊິກ ໝາຍເຖິງ ບັນຊີຂໍ້ມູນຂອງຜູ້ຊື້ຄຳ ທີ່ໄດ້ລົງທະບຽນ ເພື່ອເຮັດທຸລະກຳການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事或涉及通过电子方式买卖黄金服务的个人、法人及组织。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນກັບ ກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຢູ່ ສປປ ລາວ.
第ມາດຕາ 4条
第4条 申请经营通过电子方式买卖黄金服务业务的条件
有意申请经营通过电子方式买卖黄金服务业务者,必须具备以下条件:
1. 为拥有老挝国籍并在老挝人民民主共和国有住所的公民;
2. 至少有一名管理人员,在老挝人民民主共和国从事黄金买卖服务业务的经验不少于5年;
3. 注册资本为300亿基普以上;
4. 已获得内贸司、工业与贸易部颁发的贵重物品批发经营许可证;
5. 为老挝黄金、珠宝及宝石协会会员;
6. 在老挝人民民主共和国的商业银行开立基普账户;
7. 已获得内贸司、工业与贸易部的电子交易认证;
8. 已获得技术与通信部对网站或应用程序的技术标准认证;
9. 拥有本协议第11条规定的抵押品。
ພາສາລາວ (老挝语原文)
ມາດຕາ 4 ເງື່ອນໄຂການຂໍອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ
ຜູ້ທີ່ມີຈຸດປະສົງຂໍອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ຕ້ອງມີເງື່ອນໄຂດັ່ງນີ້:
1. ເປັນພົນລະເມືອງທີ່ມີສັນຊາດລາວ ແລະ ມີພູມລຳເນົາຢູ່ ສປປ ລາວ;
2. ມີຜູ້ບໍລິຫານຢ່າງໜ້ອຍໜຶ່ງຄົນ ທີ່ມີປະສົບການໃນການດຳເນີນກິດຈະການບໍລິການຊື້-ຂາຍຄຳຢູ່ ສປປ ລາວ ຢ່າງໜ້ອຍ 5 ປີ;
3. ມີທຶນຈົດທະບຽນ 30 ຕື້ກີບ ຂຶ້ນໄປ;
4. ໄດ້ຮັບອະນຸຍາດດຳເນີນທຸລະກິດການຈຳຫ່າຍວັດຖຸມີຄ່າ ຈາກກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
5. ເປັນສະມາຊິກສະມາຄົມຄຳ, ເຄື່ອງປະດັບ ແລະ ອັນຍະມະນີລາວ;
6. ມີບັນຊີເງິນກີບຂອງທະນາຄານທຸລະກິດ ຢູ່ ສປປ ລາວ;
7. ໄດ້ຮັບການຢັ້ງຢືນຮັບຮຸ້ການຄ້າທາງເອເລັກໂຕຣນິກ ຈາກກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
8. ໄດ້ຮັບການຢັ້ງຢືນມາດຕະຖານດ້ານເຕັກນິກຂອງເວັບໄຊ ຫຼື ແອັບພລິເຄເຊິນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ;
9. ມີຫຼັກຊັບຄ້າປະກັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 5条
第5条 申请经营黄金电子买卖服务
有意申请经营黄金电子买卖服务的人,应向国内贸易司、工业和贸易部提交申请,并附上以下文件:
1. 按照国内贸易司格式的申请书;
2. 企业登记证副本;
3. 贵重物品经营许可证副本;
4. 老挝黄金、珠宝和宝石协会会员证明副本;
5. 技术和通信部颁发的网站或应用程序技术标准证书副本;
6. 国内贸易司、工业和贸易部颁发的电子贸易认可证书副本;
7. 与在老挝人民民主共和国银行监管下的支付服务提供商签订的用于支持电子支付的系统连接合同或证明文件副本;
8. 老挝人民民主共和国银行颁发的黄金电子买卖服务许可证副本(适用于商业银行、金融机构和黄金银行);
9. 在商业银行开立的专门用于经营黄金电子买卖服务的基普账户证明副本;
10. 商业银行出具的抵押品证明副本。
ພາສາລາວ (老挝语原文)
ມາດຕາ 5 ການຂໍອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
ຜູ້ທີ່ມີຈຸດປະສົງ ຂໍອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໃຫ້ຍື່ນຄຳຮ້ອງຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ;
2. ສຳເນົາໃບທະບຽນວິສາຫະກິດ;
3. ສຳເນົາໃບອະນຸຍາດດຳເນີນທຸລະກິດການຈຳຫງ່າຍວັດຖຸມີຄ່າ;
4. ສຳເນົາໃບຢັ້ງຢືນການເປັນສະມາຊິກຈາກສະມາຄົມຄຳ, ເຄື່ອງປະດັບ ແລະ ອັນຍະມະນີລາວ;
5. ສຳເນົາໃບຢັ້ງຢືນມາດຕະຖານດ້ານເຕັກນິກຂອງເວັບໄຊ ຫຼື ແອັບພລິເຄເຊິນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ;
6. ສຳເນົາໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ຈາກກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
7. ສຳເນົາສັນຍາ ຫຼື ເອກະສານຢັ້ງຢືນການເຊື່ອມຕໍ່ລະບົບ ເພື່ອຮອງຮັບການຊຳລະທາງເອເລັກໂຕຣນິກ ຮ່ວມກັບຜູ້ໃຫ້ບໍລິການຊຳລະເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ;
8. ສຳເນົາໃບອະນຸຍາດດຳເນີນການໃຫ້ບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຈາກທະນາຄານແຫ່ງ ສປປ ລາວ ສຳລັບທະນາຄານທຸລະກິດ, ສະຖາບັນການເງິນ ແລະ ທະນາຄານຄຳ;
9. ສຳເນົາໃບຢັ້ງຢືນການເປີດບັນຊີເງິນກີບສະເພາະການດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຢູ່ທະນາຄານທຸລະກິດ;
10. ສຳເນົາໃບຢັ້ງຢືນຫຼັກຊັບຄ້າປະກັນ ຈາກທະນາຄານທຸລະກິດ.
第ມາດຕາ 6条
第6条 审议电子黄金买卖服务经营许可证
在收到本协议第6条规定的正确和完整的文件后,国内贸易司必须在收到文件之日起十五个工作日内审议并颁发电子黄金买卖服务经营许可证。
如果文件不正确或不完整,国内贸易司必须在五个工作日内书面通知申请人进行修改。
如果无法颁发电子黄金买卖服务经营许可证,国内贸易司必须在收到文件之日起十五个工作日内书面通知申请人原因。
ພາສາລາວ (老挝语原文)
ມາດຕາ 6 ການພິຈາລະນາໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້, ກົມການຄ້າພາຍໃນ ຕ້ອງພິຈາລະນາອອກໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ພາຍໃນ ສິບຫ້າວັນ ລັດຖະການນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
ກໍລະນີ ເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ, ກົມການຄ້າພາຍໃນ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ຍືນຄຳຮ້ອງຊາບ ພາຍໃນ ຫ້າວັນ ລັດຖະການ ເພື່ອປັບປຸງແກ້ໄຂ.
ກໍລະນີ ບໍ່ສາມາດອອກໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ, ກົມການຄ້າພາຍໃນ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຍືນຄຳຮ້ອງຊາບ ພາຍໃນ ສິບຫ້າວັນ ລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
第ມາດຕາ 7条
第7条 电子黄金买卖服务经营许可证的有效期和续期
电子黄金买卖服务经营许可证的有效期为两年,并且可以续期。
有意申请续期上述许可证的电子黄金买卖服务经营者,应至少在有效期届满前三十天向内贸司提交申请,并附上本协议第6条规定的文件以及以下补充文件:
1. 电子黄金买卖服务经营许可证原件;
2. 年度纳税证明。
ພາສາລາວ (老挝语原文)
ມາດຕາ 7 ອາຍຸ ແລະ ການຕໍ່ອາຍຸໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
ໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ມີອາຍຸນຳໃຊ້ ສອງ ປີ ແລະ ສາມາດຕໍ່ໄດ້.
ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ທີ່ມີຈຸດປະສົງຂໍຕໍ່ອາຍຸໃບອະນຸຍາດດັ່ງກ່າວ ໃຫ້ຍື່ນຄຳຮ້ອງຕໍ່ກົມການຄ້າພາຍໃນ ຢ່າງນ້ອຍ ສາມສິບວັນ ກ່ອນວັນບົດອາຍຸການນຳໃຊ້ ແລະ ປະກອບເອກະສານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ແລະ ເອກະສານເພີ່ມເຕີມດັ່ງນີ້:
1. ໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ສະບັບຕົ້ນ;
2. ໃບຢັ້ງຢືນການມອບພັນທະອາກອນ ປະຈຳປີ.
第ມາດຕາ 8条
第8条 暂停电子黄金买卖服务经营许可证
电子黄金买卖服务经营许可证将在下列任一情况下被暂停:
1. 自愿暂停,但必须通知会员账户,完成会员账户结算及各项资产清算,并须在暂停该经营活动前十日内向内贸司报告;
2. 连续两个月未向内贸司提交电子黄金买卖服务经营活动总结报告;
3. 在内贸司书面警告后暂停,经营者须在被责令暂停后九十日内整改存在的问题;
4. 使用过期的电子黄金买卖服务经营许可证;
5. 经营者提供虚假信息或涉及任何违反法律和规章的案件;
6. 经营者在经营电子黄金买卖服务中遇到问题,无法按数量向黄金购买者交付黄金或支付赔偿金。
ພາສາລາວ (老挝语原文)
ມາດຕາ 8 ການໂຈະໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ
ໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ຈະຖືກໂຈະ ໃນກໍລະນີໃດໜຶ່ງ ດັ່ງນີ້:
1. ສະໝັກໃຈໂຈະ ແຕ່ຕ້ອງແຈ້ງບັນຊີສະມາຊິກ, ດຳເນີນການຊຳລະບັນຊີສະມາຊິກ ແລະ ເງິນສິນຕ່າງໆ ໃຫ້ສຳເລັດກ່ອນ ເຊິ່ງຕ້ອງແຈ້ງຕໍ່ກົມການຄ້າພາຍໃນ ກ່ອນການໂຈະກິດຈະການດັ່ງກ່າວ ພາຍໃນ ສິບ ວັນ;
2. ບໍ່ສະຫຼຸບລາຍງານຜົນການດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ໃຫ້ແກ່ກົມການຄ້າພາຍໃນ ຕິດຕໍ່ກັນພາຍໃນ ສອງເດືອນ;
3. ໂຈະພາຍຫຼັງທີ່ໄດ້ມີການກ່າວເຕືອນເປັນລາຍລັກອັກສອນ ຈາກກົມການຄ້າພາຍໃນ ເຊິ່ງຜູ້ດຳເນີນກິດຈະການ ຕ້ອງປັບປຸງແກ້ໄຂຂໍ້ຄົງຄ້າງ ພາຍຫຼັງທີ່ຖືກສັ່ງໂຈະ ພາຍໃນ ເກົ້າສິບ ວັນ;
4. ນຳໃຊ້ໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ໝົດອາຍຸ;
5. ຜູ້ດຳເນີນກິດຈະການ ສະໜອງຂໍ້ມູນບໍ່ຖືກຕ້ອງ ຫຼື ພົວພັນກັບຄະດີໃດໜຶ່ງ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ;
6. ຜູ້ດຳເນີນກິດຈະການ ປະສົບບັນຫາໃນການດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ເຊິ່ງບໍ່ສາມາດສົ່ງມອບຄຳ ຫຼື ຊຳລະຄ່າເສຍຫາຍໃຫ້ກັບຜູ້ຊື້ຄຳຕາມຈຳນວນ.
第ມາດຕາ 9条
第9条 撤销通过电子方式经营黄金买卖服务业务许可证
通过电子方式经营黄金买卖服务业务许可证在下列任一情况下被撤销:
1. 自愿撤销,但必须通知会员账户,完成会员账户及各类股份的清算,并须在撤销该业务前向内贸司提出申请,期限为六十天;
2. 在被暂停后未整改遗留问题,并在被暂停期间继续开展业务活动;
3. 经营者在经营许可证到期后九十天内未续办通过电子方式经营黄金买卖服务业务许可证;
4. 有人民法院的判决。
ພາສາລາວ (老挝语原文)
ມາດຕາ 9 ການຍົກເລີກໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ
ໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ຈະຖືກຍົກເລີກ ໃນກໍລະນີໃດໜຶ່ງ ດັ່ງນີ້:
1. ສະໝັກໃຈຍົກເລີກ ແຕ່ຕ້ອງແຈ້ງບັນຊີສະມາຊິກ, ດຳເນີນການຊຳລະບັນຊີສະມາຊິກ ແລະ ຫຸ້ນສ່ວນຕ່າງໆ ໃຫ້ສຳເລັດກ່ອນ ຊຶ່ງຕ້ອງສະເໜີຕໍ່ກົມການຄ້າພາຍໃນ ກ່ອນການຍົກເລີກກິດຈະການດັ່ງກ່າວ ພາຍໃນ ຫົກສິບ ວັນ;
2. ບໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ ພາຍຫຼັງທີ່ຖືກສັ່ງໂຈະ ແລະ ຍັງສືບຕໍ່ເຄື່ອນໄຫວດຳເນີນກິດຈະການໃນເວລາທີ່ຖືກສັ່ງໂຈະ;
3. ຜູ້ດຳເນີນກິດຈະການ ບໍ່ຕໍ່ໃບອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ພາຍຫຼັງໃບອະນຸຍາດດຳເນີນກິດຈະການ ໝົດອາຍຸ ພາຍໃນ ເກົ້າສິບ ວັນ;
4. ມີຄຳຕັດສິນຂອງສານປະຊາຊົນ.
第ມາດຕາ 10条
第10条 保证金
有意申请通过电子方式经营黄金买卖服务的人,必须拥有至少一百亿基普(100,000,000,000基普)的保证金,存放在商业银行。
对于商业银行、金融机构和黄金银行,如需经营通过电子方式的黄金买卖服务,必须拥有存放在其他商业银行的担保资产。
对于保证金,必须每六个月重新评估一次,并审议保证金金额,以使其与经济形势的增长以及通过电子方式的买卖双方在各时期的需求相适应。
上述保证金,经营者无权提取、转移或用于其他交易,除非通过电子方式经营黄金买卖服务的经营者完全遵守本协议第12条规定的条件。
ພາສາລາວ (老挝语原文)
ມາດຕາ 10 ການຄ້າປະກັນ
ຜູ້ທີ່ມີຈຸດປະສົງຂໍອະນຸຍາດດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ຕ້ອງມີວົງເງິນຄ້າປະກັນ ຢ່າງໜ້ອຍ ຈຳນວນ ໜຶ່ງຮ້ອຍຕື້ກີບ (100.000.000.000 ກີບ) ທີ່ຝາກຢູ່ທະນາຄານທຸລະກິດ.
ສຳລັບທະນາຄານທຸລະກິດ, ສະຖາບັນການເງິນ ແລະ ທະນາຄານຄຳ ທີ່ຕ້ອງການດຳເນີນກິດຈະການບໍລິການຊື້-ຂາຍຄຳຜ່ານທາງເອເລັກໂຕຣນິກ ຕ້ອງມີຫຼັກຊັບຄ້າປະກັນໄວ້ກັບທະນາຄານທຸລະກິດອື່ນ.
ສຳລັບວົງເງິນຄ້າປະກັນ ຕ້ອງໄດ້ຮັບການປະເມີນຄືນທຸກໆ ຫົກເດືອນ ແລະ ພິຈາລະນາວົງເງິນຄ້າປະກັນ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງສະພາບເສດຖະກິດ ແລະ ຄວາມຮຽກຮ້ອງຕ້ອງການຂອງຜູ້ຊື້-ຜູ້ຂາຍ ຜ່ານທາງເອເລັກໂຕຣນິກ ໃນແຕ່ລະໄລຍະ.
ວົງເງິນຄ້າປະກັນດັ່ງກ່າວ ຜູ້ດຳເນີນກິດຈະການບໍ່ມີສິດຖອນ, ໂອນ ຫຼື ໃຊ້ຄ້າປະກັນ ໃຫ້ແກ່ທຸລະກຳອື່ນ ເວັ້ນເສຍແຕ່ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້ ຢ່າງຄົບຖ້ວນ.
第ມາດຕາ 11条
第11条 保证金的提取
通过电子方式经营黄金买卖服务的经营者,可以申请自愿终止业务以提取保证金,但必须向黄金购买者全额交付黄金,并清偿与通过电子方式经营黄金买卖服务相关的债务,在九十天内完成。
通过电子方式经营黄金买卖服务的经营者,在下列情况下无权提取保证金:
1. 在国内贸易部跟踪检查后发现,通过电子方式经营黄金买卖服务的经营者在经营中遇到问题,无法按照累计黄金数量交付黄金或支付黄金损失,国内贸易部必须与相关部门协调,利用保证金资产依法依规向黄金购买者进行清偿;
2. 通过电子方式经营黄金买卖服务的经营者被法院判决破产或停止经营,提取保证金以清偿黄金购买者及相关债务的,应按照法院判决执行。
ພາສາລາວ (老挝语原文)
ມາດຕາ 11 ການຖອນວົງເງິນຄ້າປະກັນ
ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ສາມາດຖອນວົງເງິນຄ້າປະກັນ ໂດຍການສະເຫຼີຂໍຍົກເລີກກິດຈະການດ້ວຍຄວາມສະບຫັກໃຈ ແຕ່ຕ້ອງໄດ້ສົ່ງມອບຄຳ ໃຫ້ກັບຜູ້ຊື້ຄຳຕົຖ້ວນ ແລະ ຊຳລະໜີ້ສິນທີ່ກ່ຽວຂ້ອງກັບການດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໃຫ້ສຳເລັດ ພາຍໃນ ເກົ້າສິບວັນ.
ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ບໍ່ມີສິດຖອນເງິນຄ້າປະກັນ ກໍລະນີ ດັ່ງນີ້:
1. ພາຍຫຼັງທີ່ກົມການຄ້າພາຍໃນ ຕິດຕາມ ກວດກາ ເຫັນວ່າ ຜູ້ດຳເນີນກິດຈະການບໍລິການຊື້- ຂາຍຄຳ ຜ່ານທາງເອເລັກໂຕຣນິກ ປະສົບບັນຫາໃນການດຳເນີນກິດຈະການ ບໍ່ສາມາດສົ່ງມອບຄຳ ຫຼື ຊຳລະຄ່າເສຍຫາຍ ຕາມຈຳນວນຄຳສະສົມ, ກົມການຄ້າພາຍໃນ ຕ້ອງປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອດຳເນີນການແກ້ໄຂ ໂດຍນຳໃຊ້ຫຼັກຊັບຄ້າປະກັນ ຊຳລະໃຫ້ແກ່ຜູ້ຊື້ຄຳ ຕາມກົດໝາຍ ແລະ ລະບຽບການ;
2. ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ຖືກສານຕັດສິນລົ້ມລະລາຍ ຫຼື ໃຫ້ຢຸດເຊົາການດຳເນີນກິດຈະການ , ການຖອນຫຼັກຊັບຄ້າປະກັນ ເພື່ອຊຳລະສະສາງໃຫ້ແກ່ຜູ້ຊື້ຄຳ ແລະ ໜີ້ສິນທີ່ກ່ຽວຂ້ອງ ໃຫ້ປະຕິບັດຕາມຄຳຕັດສິນຂອງສານ.
第ມາດຕາ 12条
第12条 电子黄金买卖服务经营者的权利
电子黄金买卖服务经营者享有以下权利:
1. 在其许可范围内经营电子黄金买卖服务;
2. 依法获得对其经营业务所产生的合法权益和利益的保护;
3. 依法依规使用大众媒体渠道开展电子黄金买卖服务业务;
4. 获得存放在商业银行的抵押证券所产生的利息;
5. 依法依规行使其他权利。
ພາສາລາວ (老挝语原文)
ມາດຕາ 12 ສິດຂອງຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ
ຜູ້ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ມີສິດ ດັ່ງນີ້:
1. ດຳເນີນກິດຈະການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໃນຂອບເຂດທີ່ຕົນໄດ້ຮັບອະນຸຍາດ;
2. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ທີ່ໄດ້ມາຈາກການດຳເນີນທຸລະກິດຂອງຕົນ ຕາມກົດໝາຍ ແລະ ລະບຽບການ;
3. ນຳໃຊ້ຊ່ອງທາງພາຫະນະສື່ມວນຊົນໃນການດຳເນີນກິດຈະການການບໍລິການຊື້-ຂາຍຄຳ ຜ່ານທາງເອເລັກໂຕຣນິກ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການ;
4. ໄດ້ຮັບດອກເບ້ຍ ທີ່ເກີດຂຶ້ນຈາກຫຼັກຊັບຄ້າປະກັນ ທີ່ຝາກຢູ່ທະນາຄານທຸລະກິດ;
5. ນຳໃຊ້ສິດອື່ນ ຕາມກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 28 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读