关于没收、扣押和收归国有的木材及木制品协议
ຂໍ້ຕົກລົງວ່າດ້ວຍ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ແລະ ຮິບ ເປັນຂອງລັດ
Agreement on Confiscated, Seized, and Nationalized Timber and Wood Products
简介
该法规调整被扣押、查封和没收的木材及木制品的国家所有权、管理原则及处置程序,核心是明确扣押、查封、没收的定义、登记要求和执行规则。
Summary
This regulation governs state ownership, management principles, and disposal procedures for seized, confiscated, and forfeited timber and wood products, with core provisions defining seizure, confiscation, and forfeiture, registration requirements, and enforcement rules.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງສິດຄອງຂອງລັດ, ຫຼັກການບໍລິຫານ ແລະ ຂັ້ນຕອນການຈັດການໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກຍຶດ, ອາຍັດ ແລະ ຮິບ, ໂດຍເນັ້ນໃສ່ການກຳນົດຄຳນິຍາມຂອງການຍຶດ, ອາຍັດ ແລະ ຮິບ, ຂໍ້ກຳນົດການຈົດທະບຽນ ແລະ ກົດລະບຽບການປະຕິບັດ.
条文
第ມາດຕາ 1条
第2条 被扣押、查封和没收的木材及木制品归国家所有
被扣押、查封的木材及木制品是指林业主管部门的调查机关已发出命令扣押或查封的木材及木制品。
被没收归国家所有的木材及木制品是指人民法院已判决没收上述木材及木制品归国家所有。
ພາສາລາວ (老挝语原文)
ມາດຕາ 2 ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ແລະ ຮິບ ເປັນຂອງລັດ
ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ແມ່ນ ໄມ້ ແລະ ຜະລິດຕະພັນໄມ້ ທີ່ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ໄດ້ອອກຄຳສັ່ງ ຍຶດ ຫຼື ອາຍັດໄວ້.
ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຮິບ ເປັນຂອງລັດ ແມ່ນໄມ້ ແລະ ຜະລິດຕະພັນໄມ້ ທີ່ສານປະຊາຊົນ ໄດ້ຕັດສິນຮິບ ໄມ້ ແລະ ຜະລິດຕະພັນໄມ້ ດັ່ງກ່າວມາເປັນຂອງລັດ
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. “快速劣化的木材和木制品”是指容易腐烂、腐朽、开裂、翘曲、弯曲、扭曲的木材和木制品,这些会直接造成损害并影响木材和木制品的价值;
2. “难以保管的木材和木制品”是指没有人员或场所进行保管的木材和木制品;
3. “法院判决由国家管理的木材和木制品”是指无主或有争议的、人民法院已判决由国家管理的木材和木制品;
4. “木材和木制品拍卖”是指对木材和木制品进行价格竞争,以获取更高价格的拍卖;
5. “扣押木材和木制品”是指林业主管部门的调查机关发出扣押令,将木材和木制品取走保管或集中到安全地点;
6. “查封木材和木制品”是指林业主管部门的调查机关发出查封令,将木材和木制品交由个人、法人或组织管理、保管,并禁止购买、出售、移动、交付、转让、交换、抵押、担保、销毁或变更等;
7. “没收归国家所有”是指根据法院的生效判决或裁定,将木材和木制品的全部或部分收归国家所有。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໄມ້ ແລະ ຜະລິດຕະພັນໄມ້ ເສື່ອມຄຸນນະພາບໄວ ໝາຍເຖິງ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຈະເໝັດ, ເນົ່າເປື່ອຍ, ແຕກ, ຄົດ, ງໍ, ບິດເບື້ອນ ໄວ ຊຶ່ງຈະເກີດຄວາມເສຍຫາຍ ແລະ ສົ່ງຜົນກະທົບໂດຍກົງ ຕໍ່ມູນຄ່າຂອງ ໄມ້ ແລະ ຜະລິດຕະພັນໄມ້;
2. ໄມ້ ແລະ ຜະລິດຕະພັນໄມ້ ທີ່ຫຍຸ້ງຍາກໃນການປົກປັກຮັກສາ ໝາຍເຖິງ ໄມ້ ແລະ ຜະລິດຕະພັນໄມ້ ທີ່ບໍ່ມີຄົນ ຫຼື ສະຖານທີ່ ໃນການປົກປັກຮັກສາ;
3. ໄມ້ ແລະ ຜະລິດຕະພັນໄມ້ ທີ່ສານຕັດສິນໃຫ້ລັດຄຸ້ມຄອງ ໝາຍເຖິງ ໄມ້ ແລະ ຜະລິດຕະພັນໄມ້ ທີ່ບໍ່ມີເຈົ້າຂອງ ຫຼື ມີຂໍ້ຂັດແຍ່ງ ຊຶ່ງສານປະຊາຊົນ ໄດ້ຕັດສິນໃຫ້ລັດຄຸ້ມຄອງ;
4. ການປະມູນຂາຍໄມ້ ແລະ ຜະລິດຕະພັນໄມ້ ໝາຍເຖິງ ການແຂ່ງຂັນທາງດ້ານລາຄາ ໄມ້ ແລະ ຜະລິດຕະພັນໄມ້ ທີ່ນຳມາປະມູນຂາຍ ເພື່ອໃຫ້ໄດ້ລາຄາເພີ່ມຂຶ້ນ;
5. ການຍຶດ ໄມ້ ແລະ ຜະລິດຕະພັນໄມ້ ໝາຍເຖິງ ການນຳເອົາໄມ້ ແລະ ຜະລິດຕະພັນໄມ້ ທີ່ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ອອກຄຳສັ່ງ ຍຶດ ເພື່ອນຳມາເກັບຮັກສາ ຫຼື ທ້ອນໂຮມໄວ້ບ່ອນທີ່ປອດໄພ;
6. ການອາຍັດ ໄມ້ ແລະ ຜະລິດຕະພັນໄມ້ ໝາຍເຖິງ ການມອບໄມ້ ແລະ ຜະລິດຕະພັນໄມ້ ທີ່ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ອອກຄຳສັ່ງ ອາຍັດ ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຄຸ້ມຄອງ, ປົກປັກຮັກສາ ແລະ ບໍ່ອະນຸຍາດໃຫ້ ຊື້ ຂາຍ, ເຄື່ອນຍ້າຍ, ມອບ, ໂອນ, ແລກປ່ຽນ, ຈຳນຳ, ຄ້ຳປະກັນ, ທຳລາຍ ຫຼື ປ່ຽນແປງ ແລະ ອື່ນໆ;
7. ການຮິບເປັນຂອງລັດ ໝາຍເຖິງ ການເອົາໄມ້ ແລະ ຜະລິດຕະພັນໄມ້ ທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ມາເປັນຂອງລັດ ຕາມຄຳຕັດສິນ ຫຼື ຄຳພິພາກສາຂອງສານ ທີ່ນຳໃຊ້ ໄດ້ຢ່າງເດັດຂາດ.
第ມາດຕາ 3条
第4条 关于被扣押、查封和没收为国家所有的木材及木制品工作的原则
对被扣押、查封和没收为国家所有的木材及木制品的管理,应遵循以下原则:
1. 在全国范围内实行集中统一管理;
2. 保障木材及木制品不丢失、不损坏;
3. 按照法律法规使用;
4. 确保正确、公正、透明和可核查;
5. 与相关部门协调配合,对木材及木制品进行管理、监督和使用。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບວຽກງານ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ແລະ ຮິບ ເປັນຂອງລັດ
ການຄຸ້ມຄອງ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ແລະ ຮິບ ເປັນຂອງລັດ ໃຫ້ປະຕິບັດຕາມ ຫຼັກການ ດັ່ງນີ້:
1. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົວປະເທດ;
2. ຮັບປະກັນປົກປັກຮັກສາ ໄມ້ ແລະ ຜະລິດຕະພັນໄມ້ ບໍ່ໃຫ້ຕົກເຮ່ຍ, ເສຍຫາຍ;
3. ນຳໃຊ້ໃຫ້ຖືກຕາມກົດໝາຍ ແລະ ລະບຽບການ;
4. ຮັບປະກັນຄວາມຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ກວດສອບໄດ້;
5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ນຳໃຊ້ ໄມ້ ແລະ ຜະລິດຕະພັນໄມ້.
第ມາດຕາ 4条
第4条 适用范围
本协议适用于林业官员的调查机构、个人、法人以及国内外组织,涉及被扣押、查封和没收为国家所有的木材及木制品,包括法院判决由国家管理的木材及木制品。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ແລະ ຮິບ ເປັນຂອງລັດ ລວມທັງ ໄມ້ ແລະ ຜະລິດຕະພັນໄມ້ ທີ່ສານຕັດສິນໃຫ້ລັດຄຸ້ມຄອງ.
第ມາດຕາ 5条
第5条 扣押木材和木制品
在森林官员发现明显且紧急的违法行为,经检查发现涉嫌用于违法行为或来自违法行为的木材和木制品时,森林官员应扣押该木材和木制品,并进行检查、详细清点和制作扣押记录,以便管理、保管和提起诉讼。
在发现与违法行为有关的木材和木制品但未见违法者或违法者逃逸的情况下,森林官员应扣押该木材和木制品,以便依法提起诉讼。
在进行调查-侦查过程中,如果已明确了解用于违法行为、来自违法行为或与违法行为有关的木材和木制品的种类、数量、品种、尺寸、体积、重量、质量和存放地点,并用于诉讼之利,森林官员的调查-侦查机构负责人应按照格式(扣押令用Kh1或查封令用Kh2)发出扣押或查封该木材和木制品的命令。
扣押必须在木材和木制品所有人或相关人员家庭代表、村行政机关或相关部门以及至少两名证人在场的情况下进行。
查封时,森林官员的调查-侦查机构应将查封令通知木材和木制品所有人或相关人员家庭代表、村行政机关或相关部门,以便执行。
每次扣押或查封木材和木制品时,必须制作记录,明确注明日期、时间、地点、调查-侦查官员的姓名和姓氏、被扣押或查封的木材和木制品清单。记录制作完成后,必须向参与者宣读,然后仅由相关人员签字并按手印。
ພາສາລາວ (老挝语原文)
ມາດຕາ 5 ການຍຶດ, ອາຍັດ ໄມ້ ແລະ ຜະລິດຕະພັນໄມ້
ໃນກໍລະນີ ເຈົ້າໜ້າທີ່ປ່າໄມ້ ຫາກພົບເຫັນການກະທຳຜິດ ເຊິ່ງໜ້າ ແລະ ຮີບດ່ວນ ໂດຍໄດ້ກວດພົບ ໄມ້ ແລະ ຜະລິດຕະພັນໄມ້ ທີ່ສົງໄສວ່າ ໄດ້ນຳໃຊ້ເຂົ້າໃນການກະທຳຜິດ ຫຼື ໄດ້ມາຈາກການກະທຳຜິດ ໃຫ້ເຈົ້າໜ້າທີ່ປ່າໄມ້ ຍຶດ, ອາຍັດ ໄມ້ ແລະ ຜະລິດຕະພັນໄມ້ ນັ້ນໄວ້ ໂດຍມີການກວດກາ, ກວດນັບລະອຽດ ແລະ ເຮັດບົດບັນທຶກ ຍຶດ, ອາຍັດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ດຳເນີນຄະດີ.
ໃນກໍລະນີ ພົບເຫັນ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຕິດພັນກັບການກະທຳຜິດ ແຕ່ບໍ່ເຫັນຜູ້ກະທຳຜິດ ຫຼື ຜູ້ກະທຳຜິດເອົາຕົວຫຼົບໜີ ໃຫ້ເຈົ້າໜ້າທີ່ປ່າໄມ້ ຍຶດ, ອາຍັດ ໄມ້ ແລະ ຜະລິດຕະພັນໄມ້ ດັ່ງກ່າວ ເພື່ອດຳເນີນຄະດີ ຕາມກົດໝາຍ.
ໃນການດຳເນີນການສືບສວນ-ສອບສວນ ຖ້າຫາກໄດ້ຮູ້ແຈ້ງ ກ່ຽວກັບປະເພດ, ຈຳນວນ, ຊະນິດ, ຂະໜາດ, ບໍລິມາດ, ນ້ຳໜັກ, ຄຸນນະພາບ ແລະ ສະຖານທີ່ເກັບມ້ຽນ ໄມ້ ແລະ ຜະລິດຕະພັນໄມ້ ທີ່ນຳໃຊ້ເຂົ້າໃນການກະທຳຜິດ, ໄດ້ມາຈາກການກະທຳຜິດ ຫຼື ພົວພັນກັບການກະທຳຜິດ ແລະ ນຳໃຊ້ເປັນປະໂຫຍດໃນການດຳເນີນຄະດີ ໃຫ້ຫົວໜ້າອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ອອກຄຳສັ່ງ ຍຶດ, ອາຍັດ ໄມ້ ແລະ ຜະລິດຕະພັນໄມ້ ນັ້ນ ຕາມແບບພິມ (ຂ 1 ສຳລັບຄຳສັ່ງ ຍຶດ ຫຼື ຂ 2 ສຳລັບຄຳສັ່ງ ອາຍັດ).
ການຍຶດ ຕ້ອງດຳເນີນໂດຍຊ້ອງໜ້າເຈົ້າຂອງ ໄມ້ ແລະ ຜະລິດຕະພັນໄມ້ ຫຼື ຜູ້ຕາງໜ້າຄອບຄົວຂອງຜູ້ກ່ຽວ, ອົງການປົກຄອງບ້ານ ຫຼື ພາກສ່ວນທີ່ກ່ຽວຂ້ອງ ແລະ ພະຍານ ຢ່າງໜ້ອຍ ສອງຄົນ ຂຶ້ນໄປ.
ການອາຍັດ ໃຫ້ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແຈ້ງຄຳສັ່ງ ອາຍັດໃຫ້ ເຈົ້າຂອງ ໄມ້ ແລະ ຜະລິດຕະພັນໄມ້ ຫຼື ຜູ້ຕາງໜ້າຄອບຄົວຂອງຜູ້ກ່ຽວ, ອົງການປົກຄອງບ້ານ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ.
ການຍຶດ, ອາຍັດ ໄມ້ ແລະ ຜະລິດຕະພັນໄມ້ ທຸກຄັ້ງ ຕ້ອງເຮັດບົດບັນທຶກ ໂດຍກຳນົດແຈ້ງ ກ່ຽວກັບວັນ, ເວລາ, ສະຖານທີ່, ຊື່ ແລະ ນາມສະກຸນ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ, ລາຍການ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ. ເມື່ອເຮັດບົດບັນທຶກແລ້ວ ຕ້ອງອ່ານໃຫ້ຜູ້ເຂົ້າຮ່ວມຟັງ ແລ້ວໃຫ້ຜູ້ທີ່ມີສ່ວນກ່ຽວຂ້ອງເທົ່ານັ້ນ ລົງລາຍເຊັນ ແລະ ແປະໂປ້ມືໄວ້.
第ມາດຕາ 6条
第6条 被扣押、查封的木材和木制品的登记
被扣押、查封的木材和木制品必须按照格式详细登记,包括种类、数量、品种、尺寸、体积、重量和质量(格式A1用于原木、锯材和木片;格式A2用于成型木材和半成品木制品;格式A3用于成品木制品)。
原木、锯材、木片、板条和成型木材的标签应使用黑色作为底色,编码应使用白色,以防止篡改木材的体积或重量,半成品和成品木制品除外。
被扣押、查封的木材和木制品的登记是林业官员的责任,并视为最终记录。
ພາສາລາວ (老挝语原文)
ມາດຕາ 6 ການຂຶ້ນບັນຊີ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ
ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ຕ້ອງໄດ້ຂຶ້ນບັນຊີ ຢ່າງລະອຽດ ເປັນຕົ້ນ ປະເພດ, ຈຳນວນ, ຊະນິດ, ຂະໜາດ, ບໍລິມາດ, ນ້ຳໜັກ ແລະ ຄຸນນະພາບ ຕາມແບບພິມ (ກ1 ສຳລັບໄມ້ທ່ອນ, ຕໍ່ໄມ້ ແລະ ປູດໄມ້; ກ2 ສຳລັບໄມ້ແປຮູບ ແລະ ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ແລະ ກ3 ສຳລັບຜະລິດຕະພັນໄມ້ ສຳເລັດຮູບ).
ການບັນທຶກຫຼ້າໄມ້ທ່ອນ, ຕໍ່ໄມ້, ປູດໄມ້, ໄມ້ຕີຕັບ ແລະ ໄມ້ແປຮູບ ໃຫ້ນຳໃຊ້ສີດຳ ເປັນສີຮອງພື້ນ, ສຳລັບການຂຽນລະຫັດ ໃຫ້ນຳໃຊ້ສີປອນ ເພື່ອປ້ອງກັນການປັບປຸງ ເຖິງບໍລິມາດ ຫຼື ນ້ຳໜັກຂອງໄມ້ ຍົກເວັ້ນ ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ.
ການຂຶ້ນບັນຊີ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ຍຶດ, ອາຍັດ ແມ່ນຄວາມຮັບຜິດຊອບຂອງເຈົ້າໜ້າທີ່ ປ່າໄມ້ ແລະ ຖືເປັນບັນຊີສຸດທ້າຍ.
第ມາດຕາ 7条
第7条 被扣押木材和木制品的保管
森林主管部门的调查机关必须将被扣押的木材和木制品保存在安全或适当的地方,以防丢失、损坏。如果上述木材和木制品因违反法律、法规或保管疏忽而丢失、损坏或调换,森林主管部门的调查机关或保管负责人必须对造成的损失承担责任,并依法承担法律责任。
ພາສາລາວ (老挝语原文)
ມາດຕາ 7 ການປົກປັກຮັກສາ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຍຶດ
ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ຕ້ອງປົກປັກຮັກສາ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຍຶດ ນັ້ນ ໄວ້ບ່ອນທີ່ປອດໄພ ຫຼື ສະຖານທີ່ ທີ່ເໝາະສົມ ເພື່ອບໍ່ໃຫ້ຕົກເຮ່ຍ, ເສຍຫາຍ. ໃນກໍລະນີ ໄມ້ ແລະ ຜະລິດຕະພັນໄມ້ ດັ່ງກ່າວ ຫາກຕົກເຮ່ຍ, ເສຍຫາຍ ຫຼື ສັບປ່ຽນ ຍ້ອນການລະເມີດ ກົດໝາຍ, ລະບຽບການ ຫຼື ຂາດຄວາມຮັບຜິດຊອບໃນການປົກປັກຮັກສາ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ຫຼື ຜູ້ຮັບຜິດຊອບໃນການປົກປັກຮັກສາ ຕ້ອງຮັບຜິດຊອບ ຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບຕາມກົດໝາຍ.
第ມາດຕາ 8条
第8条 被扣押木材和木制品的保管
林业主管部门的调查机关负责管理、保管被扣押的木材和木制品,或者将其交给所有者、个人、法人或任何组织保管,并按照格式(C1保管责任移交记录)制作共同记录。
如果上述木材和木制品因违反法律、法规或保管疏忽而丢失、损坏或变质,林业主管部门的调查机关或作为保管人的所有者、个人、法人或组织必须对造成的损失承担责任,并根据具体情况依法承担责任。
ພາສາລາວ (老挝语原文)
ມາດຕາ 8 ການປົກປັກຮັກສາ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ອາຍັດ
ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ເປັນຜູ້ຄຸ້ມຄອງ, ປົກປັກຮັກສາ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກ ອາຍັດ ຫຼື ມອບໃຫ້ ເຈົ້າຂອງ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ເປັນຜູ້ປົກປັກຮັກສາ ໂດຍມີບົດບັນທຶກຮ່ວມ ຕາມແບບພິມ (ຄ 1 ບົດບັນທຶກມອບຄວາມຮັບຜິດຊອບໃນການປົກປັກຮັກສາ).
ກໍລະນີ ໄມ້ ແລະ ຜະລິດຕະພັນໄມ້ ດັ່ງກ່າວ ຕົກເຮ່ຍ, ເສຍຫາຍ ຫຼື ສັບປ່ຽນ ຍ້ອນການລະເມີດກົດໝາຍ, ລະບຽບການ ຫຼື ຂາດຄວາມຮັບຜິດຊອບໃນການປົກປັກຮັກສາ, ອົງການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ປ່າໄມ້ ຫຼື ເຈົ້າຂອງ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນຜູ້ປົກປັກຮັກສາ ຕ້ອງຮັບຜິດຊອບຕໍ່ ຄວາມເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບຕາມກົດໝາຍ ຕາມແຕ່ລະກໍລະນີ.
第ມາດຕາ 9条
第9条 被扣押、查封的木材和木制品的销售
被扣押、查封的木材和木制品,如果认为会迅速腐烂或变质,应由林业官员所属的调查-侦查机关负责人考虑按照格式(C 2 木材销售令)发出销售令。
被扣押或查封的木材和木制品,经考虑后,如果在保管方面存在困难,且已与相关部门协调但仍无人员或场所进行保管,应由林业官员所属的调查-侦查机关负责人向人民检察院提议,请求考虑发出销售该木材和木制品的命令,按照格式(C 3 请求批准木材销售令的函件)。
所有被扣押、查封的木材和木制品的销售,由林业官员所属的调查-侦查机关负责人考虑任命一个委员会,该委员会由林业官员所属的调查-侦查机关、林业部门、工业和贸易部门、财政部门以及相关部门组成,以依法依规进行估价和拍卖。
销售被扣押、查封的木材和木制品所得的收入,由林业官员所属的调查-侦查机关存入商业银行或国库,等待法院的裁决。
ພາສາລາວ (老挝语原文)
ມາດຕາ 9 ການຂາຍໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຍຶດ, ອາຍັດ
ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຍຶດ, ອາຍັດ ນັ້ນ ຫາກເຫັນວ່າ ຈະເນົ່າ ຫຼື ເສື່ອມຄຸນນະພາບໄວ ໃຫ້ຫົວໜ້າອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ພິຈາລະນາອອກຄຳສັ່ງຂາຍໄດ້ ຕາມແບບພິມ (ຄ 2 ຄຳສັ່ງຂາຍໄມ້).
ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຍຶດ ຫຼື ອາຍັດ ນັ້ນ ຖ້າພິຈາລະນາແລ້ວ ຫາກມີຄວາມຫຍຸ້ງຍາກໃນການປົກປັກຮັກສາ ຊຶ່ງໄດ້ປະສານກັບພາກສ່ວນກ່ຽວຂ້ອງແລ້ວ ແຕ່ຍັງບໍ່ມີຄົນ ຫຼື ສະຖານທີ່ ໃນການປົກປັກຮັກສາ, ໃຫ້ຫົວໜ້າອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ສະເໜີໃຫ້ອົງການໄອຍະການປະຊາຊົນ ພິຈາລະນາອອກຄຳສັ່ງຂາຍ ໄມ້ ແລະ ຜະລິດຕະພັນໄມ້ດັ່ງກ່າວ ຕາມແບບພິມ (ຄ 3 ໜັງສືສະເໜີຂໍອະນຸມັດຄຳສັ່ງຂາຍໄມ້).
ການຂາຍໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຍຶດ, ອາຍັດ ທຸກກໍລະນີ ຫົວໜ້າອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ພິຈາລະນາໃນການແຕ່ງຕັ້ງຄະນະກຳມະການ ຊຶ່ງປະກອບມີ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້, ຂະແໜງປ່າໄມ້, ຂະແໜງການອຸດສາຫະກຳ ແລະ ການຄ້າ, ຂະແໜງການການເງິນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປະເມີນລາຄາ ແລະ ປະມູນຂາຍ ຕາມກົດໝາຍ ແລະ ລະບຽບການ.
ລາຍຮັບ ທີ່ໄດ້ຈາກການຂາຍໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຍຶດ, ອາຍັດ ນັ້ນ, ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ເກັບຮັກສາໄວ້ຢູ່ທະນາຄານທຸລະກິດ ຫຼື ຄັງເງິນແຫ່ງຊາດ ເພື່ອລໍຖ້າຄຳຕົກລົງຂອງສານ.
第ມາດຕາ 10条
第10条 木材和木制品清单的汇总
林业主管部门的调查机关必须汇总被扣押或查封的木材和木制品清单,包括根据本协议第10条规定已拍卖的木材和木制品,然后提交给财政部门,以跟踪上述木材和木制品,期限为自向人民检察院移送案卷之日起七天内。
ພາສາລາວ (老挝语原文)
ມາດຕາ 10 ການສັງລວມບັນຊີໄມ້ ແລະ ຜະລິດຕະພັນໄມ້
ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ຕ້ອງສັງລວມບັນຊີ ໄມ້ ແລະ ຜະລິດຕະພັນໄມ້ ທີ່ໄດ້ຍຶດ ຫຼື ອາຍັດ ນັ້ນ ລວມທັງ ໄມ້ ແລະ ຜະລິດຕະພັນໄມ້ ທີ່ໄດ້ປະມູນຂາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງຂໍ້ຕົກລົງສະບັບນີ້ ແລ້ວສົ່ງໃຫ້ຂະແໜງການການເງິນ ເພື່ອຕິດຕາມລາຍການ ໄມ້ ແລະ ຜະລິດຕະພັນໄມ້ ດັ່ງກ່າວ ພາຍໃນກຳນົດເວລາ ເຈັດວັນ ນັບແຕ່ວັນໄດ້ສົ່ງສຳນວນຄະດີ ໃຫ້ອົງການໄອຍະການປະຊາຊົນ ເປັນຕົ້ນໄປ.
第ມາດຕາ 11条
第11条 对根据法院判决没收归国家所有的木材和木制品的检查
在收到法院判决执行机构提交的申请书及法院判决后,林业主管部门的调查机构应汇总、整理法院判决没收归国家所有或由国家管理的木材和木制品清单,以便移交财政部门。对于法院判决返还给所有人的木材和木制品,林业主管部门的调查机构应将上述木材和木制品移交法院判决执行机构,以便返还给所有人或占有人。
林业主管部门的调查机构应与法院判决执行机构、财政部门及其他相关部门协调,共同对实际木材和木制品进行检查,并制作检查记录,由参与检查的各方签字确认。如需要进一步详细检查数据,或发现木材和木制品的数量与法院判决没收归国家所有或由国家管理的数量不符或缺失,应协商确定下一次检查的日期、时间、地点和方式。
ພາສາລາວ (老挝语原文)
ມາດຕາ 11 ການກວດກາໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຮິບເປັນຂອງລັດ ຕາມຄຳຕັດສິນຂອງສານ
ພາຍຫຼັງໄດ້ຮັບໜັງສືສະເໜີ ພ້ອມດ້ວຍຄຳຕັດສິນຂອງສານ ຈາກອົງການປະຕິບັດຄຳຕັດສິນຂອງສານ, ໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ສະຫຼຸບ, ສັງລວມບັນຊີໄມ້ ແລະ ຜະລິດຕະພັນໄມ້ ທີ່ສານຕັດສິນຮິບເປັນຂອງລັດ ຫຼື ໃຫ້ລັດຄຸ້ມຄອງ ເພື່ອມອບໃຫ້ຂະແໜງການການເງິນ. ສຳລັບໄມ້ ແລະ ຜະລິດຕະພັນໄມ້ ທີ່ສານຕັດສິນໃຫ້ສົ່ງຄືນເຈົ້າຂອງນັ້ນ, ໃຫ້ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ມອບໄມ້ ແລະ ຜະລິດຕະພັນໄມ້ ດັ່ງກ່າວ ໃຫ້ອົງການປະຕິບັດຄຳຕັດສິນຂອງສານ ເພື່ອສົ່ງຄືນໃຫ້ເຈົ້າຂອງ ຜູ້ມີສິດຄອບຄອງ.
ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ປະສານສົມທົບກັບ ອົງການປະຕິບັດຄຳຕັດສິນຂອງສານ, ຂະແໜງການການເງິນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຮ່ວມກັນກວດກາໄມ້ ແລະ ຜະລິດຕະພັນໄມ້ຕົວຈິງ ແລະ ໃຫ້ເຮັດບົດບັນທຶກການກວດກາ ໂດຍມີການເຊັນຢັ້ງຢືນຂອງພາກສ່ວນທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມກວດກາ. ໃນກໍລະນີຈຳເປັນຕ້ອງໄດ້ລົງກວດກາຂໍ້ມູນລະອຽດຕື່ມ ຫຼື ບໍ່ພົບ ແລະ ບໍ່ຄົບ ຕາມຈຳນວນໄມ້ ແລະ ຜະລິດຕະພັນໄມ້ ທີ່ສານຕັດສິນຮິບເປັນຂອງລັດ ຫຼື ໃຫ້ລັດຄຸ້ມຄອງ, ໃຫ້ປຶກສາຫາລື ແລະ ຕົກລົງກຳນົດວັນ, ເວລາ, ສະຖານທີ່ ແລະ ຮູບແບບການກວດກາ ຄັ້ງຕໍ່ໄປ.
第ມາດຕາ 12条
第12条 没收归国家所有的木材和木制品的移交与接收
经检查确认实际存在且符合法院判决的木材和木制品,由林业调查机关移交给财政部门,并制作移交接收记录,由执行法院判决的官员及相关方签字。
ພາສາລາວ (老挝语原文)
ມາດຕາ 12 ການມອບ-ຮັບ ໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຮິບ ເປັນຂອງລັດ
ໄມ້ ແລະ ຜະລິດຕະພັນໄມ້ ທີ່ໄດ້ກວດກາ ເຫັນວ່າມີຈິງ ແລະ ຖືກຕ້ອງຕາມຄຳຕັດສິນຂອງສານ, ໃຫ້
ອົງການສືບສວນ-ສອບສວນຂອງເຈົ້າຫ້າທີ່ປ່າໄມ້ ມອບໃຫ້ຂະແໜງການການເງິນ ໂດຍເຮັດບົດບັນທຶກການ
ມອບ-ຮັບ ຊ້ອງບນ້າພະນັກງານປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ.
本页展示前 12 条,全文共 28 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读