"ຮ່າງ"ດຳລັດວ່າດ້ວຍ ການຫັນເປັນດີຈີຕອນ

【草案·未生效】数字化转型法令(草案)

Decree on Digital Transformation (Draft)

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານການຫັນເປັນດີຈີຕອນ ເພື່ອສົ່ງເສີມການຫັນເປັນລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ແນໃສ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານຂອງພາກລັດ, ພາກທຸລະກິດ ແລະ ສັງຄົມ ໃຫ້ກວ້າງຂວາງ ຮັບປະກັນຄວາມປອດໄພ, ຄວາມພັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ ມາດຕາ 2

ມາດຕາ 2 ການຫັນເປັນດີຈີຕອນ
ການຫັນເປັນດີຈີຕອນ ແມ່ນ ຂະບວນການຫັນປ່ຽນ ຫຼື ປ່ຽນແປງວິທີການດຳເນີນງານ ຈາກຮູບແບບດັ້ງເດີມ ໄປສູ່ຮູບແບບໃໝ່ ໂດຍນຳໃຊ້ເຕັກໂນໂລຊີດີຈີຕອນ ເປັນເຄື່ອງມືຂັບເຄື່ອນການຜະລິດ, ການບໍລິການ ແລະ ການຄຸ້ມຄອງ ໃນຂົງເຂດວຽກງານຂອງການບໍລິຫານລັດ, ເສດຖະກິດ, ສັງຄົມ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 58 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ