ຄຳແນະນຳວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼນິກ (AMIS)

国有资产电子管理系统(AMIS)管理与使用指南

Guidelines for Management and Use of the Electronic State Asset Management System (AMIS)

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການນຳໃຊ້ລະບົບເອເລັກໂຕຣນິກໃນການຄຸ້ມຄອງຊັບສິນຂອງລັດທົ່ວປະເທດລາວ, ເນື້ອໃນຫຼັກແມ່ນການຄຸ້ມຄອງການແບ່ງສິດ, ການບັນທຶກຂໍ້ມູນ, ການກະທຳທີ່ຖືກຫ້າມ ແລະ ຂັ້ນຕອນການແກ້ໄຂຂໍ້ຂັດຂ້ອງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ

ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ແມ່ນການພັດທະນາລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຫັນການຄຸ້ມຄອງວຽກງານຊັບສິນຂອງລັດໃຫ້ເປັນທັນສະໄໝ; ຄຸ້ມຄອງການນຳໃຊ້ລະບົບເຕັກໂນໂລຊີ, ຂໍ້ມູນຂ່າວສານ ເຂົ້າໃນວຽກງານວິຊາສະເພາະຊັບສິນຂອງລັດໃນຂອບເຂດທົ່ວປະເທດ.

ການຄຸ້ມຄອງຊັບສິນຂອງລັດ ດ້ວຍລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ແມ່ນຫຼັກການຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ ແບບເອເລັກໂຕຣນິກ ເວົ້າລວມ ເວົ້າສະເພາະ ແມ່ນການຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ ແລະ ຄຸ້ມຄອງຂໍ້ມູນສະຖິຕິຊັບສິນຂອງລັດ ປະເພດລັດຖະສົມບັດ ປະກອບມີສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກຖານໃນຂອບເຂດທົ່ວປະເທດ.

ການຄຸ້ມຄອງຂໍ້ມູນບັນຊີຊັບສິນ, ສະຖິຕິທາງດ້ານຊັບສິນຂອງລັດ ແລະ ການວິເຄາະ-ວິໄຈຂໍ້ມູນຊັບສິນຂອງລັດ ດ້ວຍລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ແມ່ນວຽກງານຕົ້ນຕໍຂອງກົມຄຸ້ມຄອງຊັບສິນແຫ່ງລັດຂອງ ກະຊວງການເງິນ, ມີການຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ, ຂຶ້ນບັນຊີ, ຂຶ້ນທະບຽນ, ການກຳນົດເລກລະຫັດ, ເລກທະບຽນ, ສັງລວມບັນຊີ, ການຈັດຊື້, ການສ້າງໃໝ່ ແລະ ການສະສາງຊັບສິນຂອງລັດໃນແຕ່ລະປີ ປະເພດສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ລວມທັງຊັບສິນທີ່ບໍ່ມີເຈົ້າຂອງ ຫຼື ອົງການສານໄດ້ຕັດສິນຮິບມາເປັນຂອງລັດ ແລະ ຊັບສິນທີ່ໄດ້ມາຈາກການກູ້ຢືມ-ຊ່ວຍເຫຼືອລ້າ ໃນຂອບເຂດທົ່ວປະເທດ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ