国有资产电子管理系统(AMIS)管理与使用指南

ຄຳແນະນຳວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼນິກ (AMIS)

Guidelines for Management and Use of the Electronic State Asset Management System (AMIS)

简介

该法规调整老挝全国范围内国有资产电子管理系统的使用,核心内容为规范系统权限分配、数据录入、禁止行为及故障处理流程。

Summary

This regulation governs the use of the electronic management system for state assets nationwide in Laos, focusing on system permission allocation, data entry, prohibited acts, and fault handling procedures.

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການນຳໃຊ້ລະບົບເອເລັກໂຕຣນິກໃນການຄຸ້ມຄອງຊັບສິນຂອງລັດທົ່ວປະເທດລາວ, ເນື້ອໃນຫຼັກແມ່ນການຄຸ້ມຄອງການແບ່ງສິດ, ການບັນທຶກຂໍ້ມູນ, ການກະທຳທີ່ຖືກຫ້າມ ແລະ ຂັ້ນຕອນການແກ້ໄຂຂໍ້ຂັດຂ້ອງ.

条文

第ມາດຕາ 1条

第2条 国家资产管理电子信息系统

国家资产管理电子信息系统是信息技术系统的发展,并将国家资产管理工作现代化;管理信息技术系统在国家资产专业工作中的使用,在全国范围内。

通过国家资产管理电子信息系统对国家资产的管理,是以电子方式管理和监督国家资产使用的原则,总体而言,具体而言,是监督国家资产的使用和管理国家资产的统计数据,包括动产和不动产,从中央到地方基层,在全国范围内。

通过国家资产管理电子信息系统管理资产账户数据、国家资产统计数据以及国家资产数据的分析研究,是财政部国家资产管理司的主要工作,包括监督国家资产的使用、记账、登记、编码、登记号、汇总账户、采购、新建和每年处置国家资产,包括动产和不动产,以及无主财产或法院判决没收归国家的财产,以及通过借款-无偿援助获得的财产,在全国范围内。

ພາສາລາວ (老挝语原文)

ມາດຕາ 2 ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ

ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ແມ່ນການພັດທະນາລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຫັນການຄຸ້ມຄອງວຽກງານຊັບສິນຂອງລັດໃຫ້ເປັນທັນສະໄໝ; ຄຸ້ມຄອງການນຳໃຊ້ລະບົບເຕັກໂນໂລຊີ, ຂໍ້ມູນຂ່າວສານ ເຂົ້າໃນວຽກງານວິຊາສະເພາະຊັບສິນຂອງລັດໃນຂອບເຂດທົ່ວປະເທດ.

ການຄຸ້ມຄອງຊັບສິນຂອງລັດ ດ້ວຍລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ແມ່ນຫຼັກການຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ ແບບເອເລັກໂຕຣນິກ ເວົ້າລວມ ເວົ້າສະເພາະ ແມ່ນການຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ ແລະ ຄຸ້ມຄອງຂໍ້ມູນສະຖິຕິຊັບສິນຂອງລັດ ປະເພດລັດຖະສົມບັດ ປະກອບມີສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກຖານໃນຂອບເຂດທົ່ວປະເທດ.

ການຄຸ້ມຄອງຂໍ້ມູນບັນຊີຊັບສິນ, ສະຖິຕິທາງດ້ານຊັບສິນຂອງລັດ ແລະ ການວິເຄາະ-ວິໄຈຂໍ້ມູນຊັບສິນຂອງລັດ ດ້ວຍລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ແມ່ນວຽກງານຕົ້ນຕໍຂອງກົມຄຸ້ມຄອງຊັບສິນແຫ່ງລັດຂອງ ກະຊວງການເງິນ, ມີການຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ, ຂຶ້ນບັນຊີ, ຂຶ້ນທະບຽນ, ການກຳນົດເລກລະຫັດ, ເລກທະບຽນ, ສັງລວມບັນຊີ, ການຈັດຊື້, ການສ້າງໃໝ່ ແລະ ການສະສາງຊັບສິນຂອງລັດໃນແຕ່ລະປີ ປະເພດສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ລວມທັງຊັບສິນທີ່ບໍ່ມີເຈົ້າຂອງ ຫຼື ອົງການສານໄດ້ຕັດສິນຮິບມາເປັນຂອງລັດ ແລະ ຊັບສິນທີ່ໄດ້ມາຈາກການກູ້ຢືມ-ຊ່ວຍເຫຼືອລ້າ ໃນຂອບເຂດທົ່ວປະເທດ.

第ມາດຕາ 2条

第2条 适用范围
本指南适用于在全国范围内管理和使用国家资产管理信息系统的党-国家组织、部、省和万象首都,该系统采用电子方式。

ພາສາລາວ (老挝语原文)

ມາດຕາ 2 ຂອບເຂດນຳໃຊ້
ຄຳແນະນຳສະບັບນີ້ ນຳໃຊ້ຢູ່ບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ທີ່ຄຸ້ມຄອງ ແລະ ນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ.

第ມາດຕາ 3条

第3条 步骤和机制 国家财产管理电子信息系统的使用管理

1. 党-国家组织、部、省和万象市对国家财产管理电子信息系统的使用,由各党-国家组织、部、省和万象市的财产管理部门与财政部国家财产管理司联系协调,制定系统使用培训计划并按规定分配用户密码;

2. 如财产会计负责人发生变更,须通知该变更并提出系统使用申请,各党-国家组织、部、省和万象市的新任财产会计负责人可向国家财产管理司申请用户名和密码以使用系统;

3. 财政部(国家财产管理司)为唯一确定系统用户权限的机构,并对各党-国家组织、部、省和万象市进行系统使用培训;

4. 各党-国家组织、部、省和万象市负责提出其内部司局、部门系统用户权限的确定,该权限须经财政部正式批准,并制定计划对其所属中央各司局和地方各部门进行系统使用培训,范围覆盖全国。

ພາສາລາວ (老挝语原文)

ມາດຕາ 3 ຂັ້ນຕອນ ແລະ ກົນໄກການຄຸ້ມຄອງນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ

1. ການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ຂອງບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ແມ່ນຂະແໜງຄຸ້ມຄອງຊັບສິນຂອງບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ສາມາດພົວພັນ ແລະ ສົມທົບກັບກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ເພື່ອຂຶ້ນແຜນຝຶກອົບຮົມການນຳໃຊ້ລະບົບ ແລະ ມອບລະຫັດຜູ້ນຳໃຊ້ ໃຫ້ຕາມລະບຽບການກຳນົດ;

2. ກໍລະນີມີການປ່ຽນແປງຜູ້ຮັບຜິດຊອບບັນຊີຊັບສິນ ຕ້ອງແຈ້ງການປ່ຽນແປງດັ່ງກ່າວ ແລະ ສະເໜີການນຳໃຊ້ລະບົບ, ເຊິ່ງພະນັກງານທີ່ຮັບຜິດຊອບບັນຊີຊັບສິນຜູ້ໃໝ່ ຂອງບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ສາມາດຂໍຊື່ ແລະ ລະຫັດ ນຳກົມຄຸ້ມຄອງຊັບສິນແຫ່ງລັດ ເພື່ອເຂົ້ານຳໃຊ້ລະບົບ;

3. ກະຊວງການເງິນ (ກົມຄຸ້ມຄອງຊັບສິນແຫ່ງລັດ) ເປັນຜູ້ກຳນົດສິດຜູ້ນຳໃຊ້ລະບົບພຽງຜູ້ດຽວ ແລະ ຝຶກອົບຮົມການນຳໃຊ້ລະບົບ ໃຫ້ບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ;

4. ບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ເປັນຜູ້ສະເໜີການກຳນົດສິດຜູ້ນຳໃຊ້ລະບົບ ພາຍໃນກົມກອງ, ພະແນກການຂອງຕົນ, ເຊິ່ງໄດ້ຮັບອະນຸຍາດຈາກກະຊວງການເງິນ ຢ່າງເປັນທາງການ ແລະ ຂຶ້ນແຜນເພື່ອຝຶກອົບຮົມການນຳໃຊ້ລະບົບ ໃຫ້ບັນດາກົມກອງ ຂັ້ນສູນກາງອ້ອມຂ້າງຂອງຕົນ ແລະ ພະແນກການ ຢູ່ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.

第ມາດຕາ 4条

第4条 一般禁止
禁止国家财产管理官员、财产会计管理人员及相关各方有下列行为:
1. 未经授权访问、收集、使用、披露、销毁、修改、伪造、提供属于国家、个人、法人或组织的秘密信息;
2. 未经授权获取、销毁、修改、伪造、提供、使用或传播国家或组织的信息;
3. 未经财政部授权发送或转移信息;
4. 不允许他人使用自己的用户名和密码,创建虚假信息;
5. 利用信息系统的漏洞或弱点来访问、收集、使用和披露信息;
6. 有其他违反法律法规的行为。

ພາສາລາວ (老挝语原文)

ມາດຕາ 4 ຂໍ້ຫ້າມທົ່ວໄປ
ຫ້າມ ເຈົ້າໜ້າທີ່ ຄຸ້ມຄອງຊັບສິນຂອງລັດ, ຜູ້ຄຸ້ມຄອງບັນຊີຊັບສິນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງມີພຶດຕິກຳ ດັ່ງນີ້:
1. ເຂົ້າເຖິງ, ເກັບກຳ, ນຳໃຊ້, ເປີດເຜີຍ, ທຳລາຍ, ແກ້ໄຂ, ປອມແປງ, ສະໜອງຂໍ້ມູນ ຂ່າວສານ ທີ່ເປັນຄວາມລັບຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ;
2. ເຂົ້າຫາ, ທຳລາຍ, ດັດແປງ, ປອມແປງ, ສະໜອງ, ນຳໃຊ້ ຫຼື ເຜີຍແຜ່ຂໍ້ມູນ ຂ່າວສານ ຂອງລັດ ຫຼື ການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ;
3. ສົ່ງ ຫຼື ໂອນຂໍ້ມູນ ໂດຍບໍ່ໄດ້ຮັບອະນຸຍາດຈາກ ກະຊວງການເງິນ;
4. ບໍ່ອະນຸຍາດໃຫ້ຜູ້ອື່ນນຳໃຊ້ຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງຕົນ, ສ້າງຂໍ້ມູນປອມ;
5. ສວຍໃຊ້ຊ່ອງວ່າງ ຫຼື ຈຸດອ່ອນ ຂອງລະບົບຂໍ້ມູນ ເພື່ອເຂົ້າເຖິງ, ເກັບກຳ, ນຳໃຊ້ ແລະ ເປີດເຜີຍ ຂໍ້ມູນ;
6. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 5条

第5条 遗留问题的修正与实施方法

1. 国家财产管理电子信息系统的修正完善步骤
- 在国家财产管理电子信息系统出现故障且无法运行时,必须紧急协调,通知国家财产管理司知晓,以便居中协调及时解决;在系统暂时无法运行时,由国家财产管理部门及党-国家组织、部、省、万象市的财产管理部门按照法律规定的数据输入、表格记录步骤执行,并正常登记,直至系统恢复正常使用,同时必须确保所有数据重新录入系统;
- 如需变更(修改)或取消系统中各类国家财产项目,由国家财产管理司主动与实际操作数据记录人员及党-国家组织、部、省、万象市共同制定备忘录,以修改财产项目,并向系统管理员报告,正式修改上述数据,以便依法依规进行修改。

2. 实施方法
- 委托财政部国家财产管理司协调相关部门,组织宣传、指导本部门工作人员理解并共同组织实施,以达到预期成效;
- 建立协调机制、联络点,在因执行本法令产生遗留问题时,财政部国家财产管理司及党-国家组织、部、省、万象市的财产管理部门必须及时协商、寻找解决方案或向上级提出意见。

本指导意见自签署之日起生效。

ພາສາລາວ (老挝语原文)

ມາດຕາ 5 ການປັບປຸງແກ້ໄຂຂໍ້ຄົງຄ້າງ ແລະ ວິທີຈັດຕັ້ງປະຕິບັດ

1. ຂັ້ນຕອນການແກ້ໄຂປັບປຸງລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ
- ໃນກໍລະນີລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຣນິກ ຂັດຂ້ອງ ແລະ ບໍ່ສາມາດດຳເນີນການໄດ້ ຕ້ອງປະສານກັນຢ່າງຮີບດ່ວນ ໂດຍແຈ້ງໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດຊາບ ເພື່ອເປັນໃຈກາງໃນການປະສານງານແກ້ໄຂໃຫ້ທັນການ, ໃນກໍລະນີລະບົບບໍ່ສາມາດດຳເນີນການໄດ້ຊົ່ວຄາວ ແມ່ນໃຫ້ຂະແໜງການຄຸ້ມຄອງຊັບສິນແຫ່ງລັດ ແລະ ຂະແໜງການຄຸ້ມຄອງຊັບສິນຂອງບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ປະຕິບັດຕາມຂັ້ນຕອນປ້ອນຂໍ້ມູນ, ບັນທຶກຂໍ້ມູນໃນແບບຟອມ ຕາມກົດໝາຍກຳນົດ ແລະ ລົງບັນຊີຕາມປົກກະຕິ ຈົນກວ່າລະບົບຈະສາມາດນຳໃຊ້ໄດ້ເປັນປົກກະຕິ, ພ້ອມດຽວກັນນັ້ນກໍຕ້ອງຮັບປະກັນການບັນທຶກຂໍ້ມູນເຂົ້າລະບົບຄືນທັງໝົດ;
- ໃນກໍລະນີ ຕ້ອງການປ່ຽນແປງ (ດັດແກ້) ຫຼື ຍົກເລີກ ລາຍການຊັບສິນຂອງລັດປະເພດຕ່າງໆຢູ່ລະບົບ, ມອບໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ເປັນເຈົ້າການ ປະສານສົມທົບກັບ ຜູ້ປະຕິບັດບັນທຶກຂໍ້ມູນຕົວຈິງ ແລະ ບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ສ້າງບົດບັນທຶກຮ່ວມ ເພື່ອດັດແກ້ລາຍການຊັບສິນ ແລະ ລາຍງານຜູ້ດູແລລະບົບ ເພື່ອດັດແກ້ຂໍ້ມູນດັ່ງກ່າວ ຢ່າງເປັນທາງການ ເພື່ອດຳເນີນການດັດແກ້ຕາມກົດໝາຍ ແລະ ລະບຽບການ.

2. ວິທີຈັດຕັ້ງປະຕິບັດ
- ມອບໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່, ແນະນຳໃຫ້ພະນັກງານຂະແໜງການຕົນ ໃຫ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ;
- ສ້າງກົນໄກປະສານສົມທົບ, ຈຸດປະສານງານ ໃນກໍລະນີ ມີຂໍ້ຄົງຄ້າງທີ່ເກີດຂຶ້ນຈາກການປະຕິບັດນິຕິກຳສະບັບນີ້, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ຂະແໜງການຄຸ້ມຄອງຊັບສິນ ຂອງບັນດາອົງການຈັດຕັ້ງພັກ-ລັດ, ກະຊວງ, ແຂວງ ແລະ ນະຄອນຫຼວງວຽງຈັນ ຕ້ອງປຶກສາຫາລື, ຊອກຫາວິທີແກ້ໄຂ ຫຼື ນຳສະເໜີຂໍທັດສະນະຈາກຂັ້ນເທິງຢ່າງທັນການ.

ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译