会计管理领域反洗钱和反恐融资违法行为的行政措施协议
ຂໍ້ຕົກລົງວ່າດ້ວຍ ມາດຕະການທາງບໍລິຫານ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສຳລັບຂະແໜງຄຸ້ມຄອງການບັນຊີ
Agreement on Administrative Measures for Violations of Anti-Money Laundering and Counter-Terrorism Financing in Accounting Management
简介
该协议针对会计与审计领域,规定对情节轻微的反洗钱和反恐融资违规行为采取警告、罚款、暂停职务或吊销执照等行政措施,并明确执行与申诉程序。
Summary
This agreement, in the field of accounting and auditing, prescribes administrative measures such as warnings, fines, suspension of duties, or license revocation for minor anti-money laundering and counter-terrorism financing violations, and specifies enforcement and appeal procedures.
ບົດສະຫຼຸບ
ຂໍ້ຕົກລົງນີ້ກ່ຽວກັບຂົງເຂດບັນຊີ ແລະ ການກວດສອບບັນຊີ, ກຳນົດມາດຕະການທາງບໍລິຫານເຊັ່ນ: ການເຕືອນ, ການປັບໃໝ, ການພັກງານ ຫຼື ການຖອນໃບອະນຸຍາດ ສຳລັບການລະເມີດກົດໝາຍຕ້ານການຟອກເງິນ ແລະ ຕ້ານການສະໜັບສະໜູນການກໍ່ການຮ້າຍທີ່ມີລັກສະນະເບົາບາງ, ພ້ອມທັງກຳນົດຂັ້ນຕອນການປະຕິບັດ ແລະ ການອຸທອນ.
条文
第ມາດຕາ 1条
第2条 行政措施
行政措施是指根据本协议,对违反有关反洗钱和打击资助恐怖主义法律规章的个人、会计企业和审计企业进行教育,该等违规行为情节轻微且未造成重大损失,即使该等违规行为已完全具备刑事犯罪构成要件。
行政措施包括:
1. 警告;
2. 罚款;
3. 暂停或解除管理人员职务;
4. 吊销营业执照。
ພາສາລາວ (老挝语原文)
ມາດຕາ 2 ມາດຕະການທາງບໍລິຫານ
ມາດຕະການທາງບໍລິຫານ ຕາມຂໍ້ຕົກລົງສະບັບນີ້ ແມ່ນການສຶກສາອົບຮົມ ບຸກຄົນ, ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ທີ່ໄດ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງການລະເມີດດັ່ງກ່າວ ເປັນການລະເມີດທີ່ເບົາບາງ ແລະ ບໍ່ສ້າງຜົນເສຍຫາຍຫຼວງຫຼາຍ ເຖິງແມ່ນວ່າການລະເມີດດັ່ງກ່າວ ຈະມີອົງປະກອບຂອງການກະທຳຜິດທາງອາຍາຢ່າງຄົບຖ້ວນກໍ່ຕາມ.
ມາດຕະການທາງດ້ານບໍລິຫານ ປະກອບດ້ວຍ:
1. ການກ່າວເຕືອນ;
2. ການປັບໃໝ;
3. ການໂຈະ ຫຼື ປົດຕຳແໜ່ງຜູ້ບໍລິຫານ;
4. ການຖອນໃບອະນຸຍາດດຳເນີນທຸລະກິດ.
第ມາດຕາ 2条
第2条 违规
个人、法人或组织违反关于反洗钱和反恐怖融资的法律法规,将受到警告、教育、纪律处分、罚款、民事赔偿或依法追究刑事责任。
违反本协议关于反洗钱和反恐怖融资的法律法规的行为包括:
1. 未建立内部控制制度;
2. 未执行风险评估和管理原则;
3. 未执行客户尽职调查原则;
4. 未执行强化客户关注原则;
5. 未执行客户信息收集;
6. 未执行与政治人物相关的原则;
7. 未执行信息保存;
8. 未履行报告义务机构的报告义务;
9. 未履行可疑交易报告义务;
10. 未履行报告保密义务;
11. 未向会计和审计监管机构及反洗钱信息办公室的检查人员提供合作;
12. 违反向会计和审计监管机构、反洗钱信息办公室及财政部关于反洗钱和反恐怖融资的通知;
13. 向具有洗钱或恐怖融资身份的个人或法人,或根据相关国际组织按照反洗钱和反恐怖融资法确定的跨境名单人员提供会计和审计服务;
14. 违反反洗钱和反恐怖融资法及独立审计法规定的禁令。
ພາສາລາວ (老挝语原文)
ມາດຕາ 2 ການລະເມີດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງທີ່ຕົນໄດ້ກໍ່ຂຶ້ນ ຫຼື ຖືກລົງໂທດທາງອາຍາຕາມກົດໝາຍ.
ການລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມຂໍ້ຕົກລົງສະບັບນີ້ ປະກອບມີ:
1. ບໍ່ສ້າງລະບົບຄວບຄຸມພາຍໃນ;
2. ບໍ່ປະຕິບັດຫຼັກການ ປະເມີນ ແລະ ບໍລິຫານ ຄວາມສ່ຽງ;
3. ບໍ່ປະຕິບັດຫຼັກການຊອກຮູ້ລູກຄ້າ;
4. ບໍ່ປະຕິບັດຫຼັກການເພີ່ມທະວີການເອົາໃຈໃສ່ລູກຄ້າ;
5. ບໍ່ປະຕິບັດການເກັບກຳຂໍ້ມູນກ່ຽວກັບລູກຄ້າ;
6. ບໍ່ປະຕິບັດຫຼັກການພົວພັນກັບບຸກຄົນທີ່ມີສະຖານະພາບທາງການເມືອງ;
7. ການບໍ່ປະຕິບັດການເກັບຮັກສາຂໍ້ມູນ;
8. ບໍ່ປະຕິບັດພັນທະໃນການລາຍງານ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ;
9. ບໍ່ປະຕິບັດພັນທະໃນການລາຍງານທຸລະກຳທີ່ສົງໄສ;
10. ບໍ່ປະຕິບັດການຮັກສາຄວາມລັບຂອງການລາຍງານ;
11. ບໍ່ໃຫ້ການຮ່ວມມືແກ່ພະນັກງານກວດກາ ຂອງອົງການຄຸ້ມຄອງ ວຽກງານການບັນຊີ ແລະ ການກວດສອບ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ;
12. ການລະເມີດແຈ້ງການ ອົງການຄຸ້ມຄອງ ວຽກງານການບັນຊີ ແລະ ການກວດສອບ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ກະຊວງການເງິນ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
13. ບໍລິການທາງດ້ານການບັນຊີ ແລະ ການກວດສອບ ໃຫ້ ບຸກຄົນ ແລະ ນິຕິບຸກຄົນ ທີ່ມີສະຖານະ ເປັນຜູ້ຟອກເງິນ ຫຼື ສະໜອງທຶນແກ່ຜູ້ກໍ່ການຮ້າຍ ຫຼື ຜູ້ທີ່ເປັນບັນຊີລາຍຊື່ຂ້າມບາດ ຕາມການກຳນົດຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຕາມກົດໝາຍວ່າດ້ວຍ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
14. ການລະເມີດຂໍ້ຫ້າມ ທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ກົດໝາຍວ່າດ້ວຍ ການກວດສອບອິດສະລະ.
第ມາດຕາ 3条
第4条 对违规者采取的措施
个人、法人,包括会计企业和审计企业,违反本协议第3条规定者,将受到以下措施:
1. 警告
首次违反本协议第3条第1至14项规定者,将受到书面警告,以通知并纠正其违规行为,仅警告一次;但若继续违规,将根据《反洗钱和反恐怖融资法》处以罚款。
2. 罚款
个人、法人,包括会计企业和审计企业,在已受到警告后,违反本协议第3条规定者,必须根据《反洗钱和反恐怖融资法》处以罚款。
违反本协议第3条第12、13和14项规定者,或已按本条第一项规定受到警告但仍继续违规者,仍将根据《会计法》、《审计法》和《反洗钱和反恐怖融资法》中关于洗钱刑事措施和恐怖融资刑事措施的规定处以罚款。
3. 暂停或解除管理人员职务、吊销营业执照
在已按本条第二项规定采取措施后仍继续违规的,会计企业和审计企业将受到以下措施:
3.1. 暂停业务活动或解除管理人员职务,根据《独立审计法》(修订版)的规定;
3.2. 吊销营业执照并移交有权机关依法处理,根据《独立审计法》(修订版)的规定。
ພາສາລາວ (老挝语原文)
ມາດຕາ 4 ການປະຕິບັດມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ລວມທັງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ທີ່ໄດ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ດັ່ງນີ້:
1. ການກ່າວເຕືອນ
ກໍລະນີ ທີ່ເປັນການລະເມີດຄັ້ງທຳອິດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ທີ 1 ຫາ 14 ມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ຈະຖືກກ່າວເຕືອນເປັນລາຍລັກອັກສອນ ເພື່ອແຈ້ງເຕືອນໃຫ້ຊາບ ແລະ ແກ້ໄຂກັບການລະເມີດຂອງຕົນ ຊຶ່ງຈະມີການກ່າວເຕືອນພຽງຄັ້ງດຽວ, ແຕ່ຫາກສືບຕໍ່ລະເມີດຈະຖືກປະຕິບັດມາດຕະການປັບໃໝ ຕາມກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
2. ການປັບໃໝ
ບຸກຄົນ, ນິຕິບຸກຄົນ ລວມທັງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ທີ່ໄດ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ພາຍຫຼັງໄດ້ມີການກ່າວເຕືອນແລ້ວ ຕ້ອງຖືກປະຕິບັດມາດຕະການປັບໃໝ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
ກໍລະນີ ທີ່ເປັນການລະເມີດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ທີ 12,13 ແລະ 14 ມາດຕາ 3 ຂອງຂໍ້ຕົກລົງສະບັບນີ້ ຫຼື ກໍລະນີ ທີ່ຖືກປະຕິບັດມາດຕະການກ່າວເຕືອນ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ທີ 1 ຂອງມາດຕານີ້ແລ້ວ ແຕ່ຍັງສືບຕໍ່ລະເມີດ ແມ່ນຍັງຈະຖືກປັບໃໝ ຕາມທີ່ກຳນົດໄວ້ ໃນກົດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍການກວດສອບ ແລະ ກົດໝາຍວ່າດ້ວຍ ການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ກ່ຽວກັບມາດຕະການທາງອາຍາ ຕໍ່ການຟອກເງິນ ແລະ ມາດຕະການທາງອາຍາ ຕໍ່ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
3. ການໂຈະ ຫຼື ປົດຕຳແໜ່ງຜູ້ບໍລິຫານ, ການຖອນໃບອະນຸຍາດດຳເນີນທຸລະກິດ
ກໍລະນີ ທີ່ໄດ້ປະຕິບັດມາດຕະການທີ່ໄດ້ກຳນົດໄວ້ໃນ ຂໍ້ທີ 2 ຂອງມາດຕານີ້ແລ້ວ ແຕ່ຍັງສືບຕໍ່ລະເມີດ, ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ຈະຖືກປະຕິບັດມາດຕະການ ດັ່ງນີ້:
3.1. ໂຈະ ການເຄື່ອນໄຫວທຸລະກິດ ຫຼື ປົດຕຳແໜ່ງຜູ້ບໍລິຫານ ຕາມທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍການກວດສອບອິດສະລະ (ສະບັບປັບປຸງ);
3.2. ຖອນໃບອະນຸຍາດດຳເນີນທຸລະກິດ ແລະ ສົ່ງໃຫ້ອົງການທີ່ມີສິດອຳນາດ ດຳເນີນຄະດີ ຕາມທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການກວດສອບອິດສະລະ (ສະບັບປັບປຸງ).
第ມາດຕາ 4条
第4条 措施执行形式
对个人、法人包括会计企业和审计企业执行行政措施,必须指定负责委员会并以书面形式发出警告,主要内容如下:
1. 个人、法人、会计企业或审计企业的名称;
2. 违规内容;
3. 所采取的措施;
4. 整改期限;
5. 若继续违规,后续措施;
6. 严重违规情形的措施。
ພາສາລາວ (老挝语原文)
ມາດຕາ 4 ຮູບການປະຕິບັດມາດຕະການ
ການປະຕິບັດມາດຕະການທາງບໍລິຫານຕໍ່ບຸກຄົນ, ນິຕິບຸກຄົນ ລວມທັງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ຕ້ອງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ການແຈ້ງເຕືອນເປັນລາຍລັກອັກສອນ ຈະປະກອບມີເນື້ອໃນຕົ້ນຕໍ ດັງນີ້:
1. ຊື່ບຸກຄົນ, ນິຕິບຸກຄົນ, ວິສາຫະກິດບັນຊີ ຫຼື ວິສາຫະກິດກວດສອບ;
2. ເນື້ອໃນຂອງການລະເມີດ;
3. ມາດຕະການທີ່ນຳໃຊ້;
4. ກຳນົດເວລາໃນການປັບປຸງແກ້ໄຂ;
5. ມາດຕະການໃນຕໍ່ໜ້າ ຫາກສືບຕໍ່ການລະເມີດ;
6. ມາດຕະການລະເມີດ ທີ່ເປັນກໍລະນີຮ້າຍແຮງ.
第ມາດຕາ 5条
第5条 请求(上诉)
个人、法人,包括收购要约和审计企业,若认为对其采取的措施不符合本协议规定,可以书面请求提交至国家反洗钱和反恐怖融资委员会,自收到关于适用措施的决定之日起7个工作日内进行审议。国家反洗钱和反恐怖融资委员会须审议该请求,并自收到请求之日起15个工作日内答复请求人。
ພາສາລາວ (老挝语原文)
ມາດຕາ 5 ການຮ້ອງຂໍ (ການອຸທອນ)
ບຸກຄົນ, ນິຕິບຸກຄົນ ລວມທັງຄຳສະເໜີຊື້ ແລະ ວິສາຫະກິດກວດສອບ ທີ່ຖືກປະຕິບັດມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງສະບັບນີ້ ຫາກເຫັນວ່າ ການປະຕິບັດມາດຕະການຕໍ່ຕົນບໍ່ຖືກຕ້ອງ ສາມາດຮ້ອງຂໍເປັນລາຍລັກອັກສອນ ໄປຍັງຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອພິຈາລະນາ ພາຍໃນ 07 ວັນ ລັດຖະການ ນັບແຕ່ມື້ທີ່ໄດ້ຮັບຂໍ້ຕົກລົງ ວ່າດ້ວຍ ການນຳໃຊ້ມາດຕະການເປັນຕົ້ນໄປ. ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕ້ອງພິຈາລະນາຄຳຮ້ອງດັ່ງກ່າວ ແລະ ແຈ້ງຕອບຜູ້ຮ້ອງຂໍ ພາຍໃນ 15 ວັນ ລັດຖະການ ນັບແຕ່ມື້ທີ່ໄດ້ຮັບຄຳຮ້ອງຂໍເປັນຕົ້ນໄປ.
第ມາດຕາ 6条
第6条 组织实施
委托会计管理司负责对会计企业和审计企业及其管理人员采取各项措施。对于普通个人和法人,则委托公安部工作人员负责采取措施。
个人、法人包括会计企业和审计企业有义务严格执行本协议。
对于作为国家工作人员或官员的个人,如有违反,应按照公务员规章及相关规定进行纪律处分。
本协议自签署之日起生效,并在官方公报上登记后生效。
ພາສາລາວ (老挝语原文)
ມາດຕາ 6 ການຈັດຕັ້ງປະຕິບັດ
ມອບໃຫ້ກົມຄຸ້ມຄອງການບັນຊີ ເປັນຜູ້ຈັດຕັ້ງປະຕິບັດມາດຕະການຕ່າງໆ ຕໍ່ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ລວມທັງຜູ້ບໍລິຫານຂອງຫົວໜ່ວຍດັ່ງກ່າວ. ສຳລັບບຸກຄົນ ແລະ ນິຕິບຸກຄົນທົ່ວໄປ ແມ່ນມອບໃຫ້ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ປະຕິບັດມາດຕະການ.
ບຸກຄົນ, ນິຕິບຸກຄົນ ລວມທັງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ມີໜ້າທີ່ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.
ສຳລັບບຸກຄົນ ທີ່ເປັນພະນັກງານ ຫຼື ເຈົ້າໜ້າທີ່ຂອງລັດ ຫາກມີການລະເມີດ ແມ່ນໃຫ້ປະຕິບັດວິໄນ ຕາມລະບຽບລັດຖະກອນ ແລະ ລະບຽບການທີ່ກ່ຽວຂ້ອງ.
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງຈົດໝາຍເຫດທາງລັດຖະກິດ.