ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວ

城镇柱石与安卡夫纪念碑管理协议

Agreement on Management of Town Pillars and Ankav Monuments

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ຄຸ້ມຄອງການຄຸ້ມຄອງ, ການປົກປັກຮັກສາ ແລະ ການນຳໃຊ້ເສົາຫຼັກເມືອງ ແລະ ອະນຸສາວະລີອັງກາພູຂອງແຂວງເຊກອງ, ເພື່ອຮັກສາຄຸນຄ່າທາງຈິດໃຈ ແລະ ວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ຂໍຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ປົກປັກຮັກສາ ແລະ ຊົມໃຊ້ ເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວ ໃຫ້ເປັນເອກະພາບກັນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄຸນຄ່າທາງດ້ານຈິດໃຈ ເປັນສະຖານທີ່ເຄົາລົບກາບໄຫວ້ ແລະ ສັກກະລະບູຊາຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ແນໃສ່ສົ່ງເສີມສ້າງຄຸນຄ່າທາງດ້ານວັດທະນະທຳ ແລະ ປະວັດສາດຂອງປະຊາຊົນບັນດາເຜົ່າ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວແບບຍືນຍົງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ ມາດຕາ 2

ມາດຕາ 2 ເສົາຫຼັກເມືອງ ແລະ ອະນຸສາວະລີອົງແກ້ວ.

ເສົາຫຼັກເມືອງ: ແມ່ນປະຕິມາກຳທາງດ້ານສີລະປະວັດທະນະທຳ ແລະ ສະຖາປັດຕະຍາກຳທີ່ໂດດເດັ່ນ ແລະ ເອກອ້າງເຖິງຄວາມສາມັກຄີເປັນວັດທະນະທຳທີ່ມີເອກະລັກສະເພາະ, ເປັນສູນລວມທາງດ້ານຈິດໃຈຂອງບັນດາເຜົ່າ ຊາວແຂວງເຊກອງ;

ອະນຸສາວະລີອົງແກ້ວ: ແມ່ນປະຕິມາກຳທາງດ້ານສີລະປະວັດທະນະທຳ ແລະ ປະຫວັດສາດທີ່ໂດດເດັ່ນ ເປັນສະຖານທີ່ລະນຶກເຖິງຄຸນງາມຄວາມດີຂອງບຸກຄົນ ໃນເຫດການສຳຄັນທາງປະຫວັດສາດຂອງຊາດ ເປັນສູນລວມແຫ່ງຄວາມສາມັກຄີ, ຢັ້ງຢືນເຖິງຄວາມເຂັ້ມແຂງ, ຄວາມອົງອາດກ້າຫານໃນການຕໍ່ສູ້ປົກປັກຮັກສາບ້ານເມືອງຂອງວິລະບູລຸດແຫ່ງຊາດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ