ດຳລັດວ່າດ້ວຍ ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ
未爆炸弹药遗留问题处理法令
Decree on Handling of Unexploded Ordnance Remnants
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງ ແລະ ຕິດຕາມການດຳເນີນງານກຳຈັດລະເບີດທີ່ຍັງບໍ່ທັນແຕກ, ເນັ້ນໃສ່ການສຶກສາຄວາມສ່ຽງ, ການສຳຫຼວດ ແລະ ກຳຈັດ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການຄຸ້ມຄອງຄຸນນະພາບ ເພື່ອປົກປ້ອງຄວາມປອດໄພຂອງຊີວິດ ແລະ ສົ່ງເສີມການພັດທະນາແບບຍືນຍົງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນຄວາມປອດໄພທາງດ້ານ ຮ່າງກາຍ, ສຸຂະພາບ, ຊີວິດ ແລະ ຊັບສິນ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຄວາມໝັ້ນຄົງຂອງຊາດ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຕາມທິດການພັດທະນາແບບຍືນຍົງ.
ມາດຕາ ມາດຕາ 2
ມາດຕາ 2 ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ
ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແມ່ນ ການໂຄສະນາສຶກສາຄວາມສ່ຽງໄພ, ການສຳຫຼວດ ແລະ ເກັບກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການຄຸ້ມຄອງຄຸນນະພາບ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 84 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ