万象市灾害管理基金协议
ຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ
Agreement on the Disaster Management Fund for Vientiane City
简介
该协议调整万象市灾害管理基金的设立、管理及使用,核心是规范资金筹集、支出目标与行政原则,确保灾害应对高效透明。
Summary
This agreement regulates the establishment, management, and use of the Vientiane disaster management fund, focusing on fund raising, expenditure targets, and administrative principles to ensure efficient and transparent disaster response.
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ຄຸ້ມຄອງການສ້າງຕັ້ງ, ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນຄຸ້ມຄອງໄພພິບັດຂອງນະຄອນຫຼວງວຽງຈັນ, ເນື້ອໃນຫຼັກແມ່ນການຄຸ້ມຄອງການລະດົມທຶນ, ເປົ້າໝາຍການໃຊ້ຈ່າຍ ແລະ ຫຼັກການບໍລິຫານ ເພື່ອຮັບປະກັນການຕອບສະໜອງໄພພິບັດທີ່ມີປະສິດທິພາບ ແລະ ໂປ່ງໃສ.
条文
第ມາດຕາ 1条
第2条 定义
万象市灾害管理基金是万象市政府的基金,缩写为:ກຄພນວ,为筹集资金、积累资金和物资而设立,来自国内外各方,旨在确保有预算和物资用于有效和高效地管理灾害。
ພາສາລາວ (老挝语原文)
ມາດຕາ 2 ນິຍາມ
ກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ແມ່ນກອງທຶນຂອງອົງການປົກຄອງນະຄອນຫຼວງວຽງຈັນ ຂຽນຫຍໍ້ວ່າ: ກຄພນວ ທີ່ສ້າງຕັ້ງຂຶ້ນ ເພື່ອລະດົມທຶນ, ສະສົມທຶນ ແລະ ວັດຖຸອຸປະກອນຈາກທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ, ແນໃສ່ຮັບປະກັນ ໃຫ້ມີງົບປະມານ ແລະ ວັດຖຸອຸປະກອນຮັບໃຊ້ ເຂົ້າໃນການຄຸ້ມຄອງໄພພິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
第ມາດຕາ 2条
第4条 风灾是指:由自然现象引起的现象,如:雷击、风暴。
词语解释
本规定中使用的词语含义如下:
基金是指:来自国家预算、个人、法人及国内外各部门组织的捐款的资金或物资;
灾害是指:由自然灾害或人为造成的严重危险事件,如:火灾、水灾、风灾、干旱、病虫害、流行病、寒潮、冰雹、滑坡、地震、化学品泄漏、水污染、空气污染及其他,对健康、生命、财产、经济及社会人群的生活造成重大损害,无论是短期还是长期;
紧急救助是指:立即向正在遭受灾害的人提供紧急援助;
紧急基础设施修复是指:在灾害发生地修复道路、桥梁、电力、水利、水闸、电信、医院等,以便能够救援公民的生命和财产,同时防止灾害造成重大损失;
灾民是指:受灾害影响并遭受损害的个人和法人;
水灾是指:因连续多日暴雨导致积水和山洪暴发,对人民财产造成损害的严重危险;
风灾是指:因强风对人民的房屋、牲畜和农作物造成损害的严重危险。
万象市灾害管理基金的管理和行政原则
万象市灾害管理基金的管理和行政应遵循以下原则:
1. 严格遵守政策、法律和法规;
2. 确保基金的使用符合目标、节约、高效和有效;
3. 有收支系统,通过万象市国库的存款系统清晰记录收支;
4. 灵活、迅速、公正、透明、可核查。
ພາສາລາວ (老挝语原文)
ມາດຕາ 4 ວາຕະໄພ ໝາຍເຖິງ: ປະກົດການທີ່ເກີດຂຶ້ນມາຈາກທຳມະຊາດ ເຊັ່ນ: ຟ້າຮ້ອງຟ້າຜ່າ, ລົມພະຍຸພັດ.
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ກຳນົດນີ້ ມີຄວາມໝາຍດັ່ງນີ້:
ກອງທຶນ ໝາຍເຖິງ: ເງິນ ຫຼື ວັດຖຸ ທີ່ໄດ້ມາຈາກງົບປະມານຂອງລັດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ;
ໄພພິບັດ ໝາຍເຖິງ: ເຫດການທີ່ເປັນອັນຕະລາຍຮ້າຍແຮງ ທີ່ເກີດຈາກໄພທຳມະຊາດ ຫຼື ມະນຸດສ້າງ ເຊັ່ນ: ອົກຄີໄພ, ອຸທົກກະໄພ, ວາຕະໄພ, ໄພແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ, ອາກາດໜາວຫາກເຫັບຕົກ, ດິນເຈື່ອນ, ແຜ່ນດິນໄຫວ, ສານເຄມີຮົ່ວໄຫຼ, ມົນລະພິດທາງນ້ຳ, ທາງອາກາດ ແລະ ອື່ນໆ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ ແລະ ການດຳລົງຊີວິດຂອງຄົນໃນສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ;
ການຊ່ວຍເຫຼືອສຸກເສີນ ໝາຍເຖິງ: ການໃຫ້ການຊ່ວຍເຫຼືອອັນຮີບດ່ວນ ທັນທີໃຫ້ຜູ້ທີ່ກຳລັງປະສົບໄພ;
ການສ້ອມແປງໂຄງລ່າງພື້ນຖານທີ່ສຸກເສີນ ໝາຍເຖິງ: ການສ້ອມແປງເສັ້ນທາງ, ຂົວ, ໄຟຟ້າ, ຊົນລະປະທານ, ປະຕູນ້ຳ, ໂທລະຄົມມະນາຄົມ, ໂຮງໝໍ ແລະ ອື່ນໆ ຢູ່ສະຖານທີ່ເກີດໄພພິບັດ ເພື່ອໃຫ້ສາມາດເຂົ້າເຖິງການກູ້ໄພເອົາຊີວິດ ແລະ ຊັບສິນຂອງພົນລະເມືອງ ພ້ອມທັງປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍທີ່ໃຫຍ່ຫຼວງ;
ຜູ້ປະສົບໄພ ໝາຍເຖິງ: ບຸກຄົນ ແລະ ນິຕິບຸກຄົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບຄວາມເສຍຫາຍຈາກໄພພິບັດ;
ອຸທົກກະໄພ ໝາຍເຖິງ: ໄພອັນຕະລາຍທີ່ຮ້າຍແຮງທີ່ເກີດມາຈາກຝົນຕົກໜັກຫຼາຍມື້ຕິດຕໍ່ກັນ ພາໃຫ້ເກີດມີນ້ຳຖ້ວມຂັງ, ນ້ຳປ່າໄຫຼແຮງ ທີ່ສ້າງຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນ;
ວາຕະໄພ ໝາຍເຖິງ: ໄພອັນຕະລາຍທີ່ຮ້າຍແຮງທີ່ເກີດມາຈາກລົມພັດແຮງ ສ້າງຄວາມເສຍຫາຍຕໍ່ກັບເຮືອນຊານ, ສັດລ້ຽງ ແລະ ເດືອນປູກຝັງ ຂອງປະຊາຊົນ.
ຫຼັກການຄຸ້ມຄອງ ແລະ ບໍລິຫານ ກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ
ການຄຸ້ມຄອງ ແລະ ບໍລິຫານກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຢ່າງເຂັ້ມງວດ;
2. ຮັບປະກັນການນຳໃຊ້ເງິນກອງທຶນໃຫ້ຖືກຕ້ອງຕາມເປົ້າໝາຍ, ປະຢັດ, ມີປະສິດທິພາບ ແລະ ມີປະສິດທິຜົນ;
3. ມີລະບົບຈົດຮັບ-ຈົດຈ່າຍ ໂດຍການບັນທຶກລາຍຮັບ-ລາຍຈ່າຍທີ່ຊັດເຈນ ຜ່ານລະບົບເງິນຝາກຢູ່ຄັງເງິນແຫ່ງຊາດ ປະຈຳນະຄອນຫຼວງວຽງຈັນ;
4. ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ, ສາມາດກວດສອບໄດ້.
第ມາດຕາ 3条
第3条 万象首都重视灾害管理工作,通过制定战略、措施、行动计划、项目、教育、提高意识、配备人员、提供信息、预算、设备、车辆和动员援助,使相关组织高效、有效地开展工作,确保万象首都公民的安宁、安全,减少生命、健康、财产、权利和合法利益的风险;万象首都鼓励和动员国内外个人、法人和组织在资金、技术、设备、车辆、物资、劳动力和智力方面为灾害管理工作做出贡献;鼓励、促进和创造条件,为国内外个人、法人和组织按照规章向万象首都灾害管理基金捐款提供便利;万象首都注重发展人力资源,改善和建设必要的基础设施,研究和传播知识,使用现代化和环境友好的技术,并利用地方智慧进行万象首都的灾害预防和管理。
ພາສາລາວ (老挝语原文)
ມາດຕາ 3 ນະຄອນຫຼວງວຽງຈັນຖືສຳຄັນວຽກງານຄຸ້ມຄອງໄພພິບັດ ດ້ວຍການວາງຍຸດທະສາດ, ມາດຕະການ, ແຜນດຳເນີນງານ, ໂຄງການ, ສຶກສາອົບຮົມ, ປູກຈິດສຳນຶກ, ປະກອບບຸກຄະລາກອນ, ສະໜອງຂໍ້ມູນຂ່າວສານ, ງົບປະມານ, ອຸປະກອນ, ພາຫະນະ ແລະ ລະດົມການຊ່ວຍເຫຼືອ ເພື່ອໃຫ້ການຈັດຕັ້ງທີ່ກ່ຽວຂ້ອງໄດ້ເຄື່ອນໄຫວວຽກງານຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ, ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຫຼຸດຜ່ອນຄວາມສ່ຽງຕໍ່ຊີວິດ, ສຸຂະພາບ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ໃນນະຄອນຫຼວງວຽງຈັນ; ນະຄອນຫຼວງວຽງຈັນ ຊຸກຍູ່ປຸກລະດົມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນດ້ານທຶນຮອນ, ເຕັກນິກວິຊາການ, ອຸປະກອນ, ພາຫະນະ, ວັດຖຸປັດໃຈ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານຄຸ້ມຄອງໄພພິບັດ; ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ປະກອບສ່ວນທຶນເຂົ້າໃນກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ຕາມລະບຽບການ; ນະຄອນຫຼວງວຽງຈັນ ເອົາໃຈໃສ່ພັດທະນາບຸກຄະລາກອນ, ປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານທີ່ຈຳເປັນ, ຄົ້ນຄ້ວາ ແລະ ຖ່າຍທອດຄວາມຮູ້, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງນຳໃຊ້ພູມປັນຍາທ້ອງຖິ່ນເຂົ້າໃນການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຢູ່ໃນນະຄອນຫຼວງວຽງຈັນ.
第ມາດຕາ 4条
第4条 适用范围 万象市灾害管理基金
本协议适用于万象市境内涉及灾害管理工作的个人、法人及国内外组织。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້ ກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ ຢູ່ໃນນະຄອນຫຼວງວຽງຈັນ.
第ມາດຕາ 5条
第5条 万象市灾害管理基金的收入来源
万象市灾害管理基金的主要收入来源如下:
1. 来自年度正常预算拨款,以及根据万象市政府的决定,来自万象市每年超计划收入;
2. 来自个人、法人和国内外所有部门的自愿捐款;
3. 来自所有组织、企业单位、工厂经营者和社会各界的资金筹集;
4. 来自举办各种活动的资金捐助;
5. 来自在根据2020年12月24日第63/ລບ号关于灾害管理基金的法令第17条规定的任何可靠商业银行开户的存款利息;
6. 来自其他合法来源的收入。
ພາສາລາວ (老挝语原文)
ມາດຕາ 5 ແຫຼ່ງລາຍຮັບຂອງກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ
ແຫຼ່ງລາຍຮັບຂອງກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ຕົ້ນຕໍ ມີດັ່ງນີ້:
1. ຈາກການຈັດສັນງົບປະມານປົກກະຕິປະຈຳປີ, ຈາກລາຍຮັບເງິນເກີນແຜນໃນແຕ່ລະປີຂອງນະຄອນຫຼວງວຽງຈັນ ຕາມການຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ.
2. ການປະກອບສ່ວນດ້ວຍຄວາມສະໝັກໃຈຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ;
3. ການລະດົມທຶນຈາກທຸກພາກສ່ວນການຈັດຕັ້ງ, ຫົວໜ່ວຍທຸລະກິດຜູ້ປະກອບການໂຮງຈັກໂຮງງານ ແລະ ສັງຄົມ;
4. ການປະກອບສ່ວນທຶນຈາກການຈັດກິດຈະກຳຕ່າງໆ;
5. ດອກເບັ້ຍເງິນຝາກຈາກການເປີດບັນຊີຢູ່ທະນາຄານທຸລະກິດໃດໜຶ່ງທີ່ເຊື່ອຖືໄດ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂອງດຳລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ສະບັບເລກທີ 63/ລບ, ລົງວັນທີ 24 ທັນວາ 2020;
6. ລາຍຮັບຈາກແຫຼ່ງອື່ນໆ ທີ່ຖືກຕ້ອງຕາມກົດໝາຍ.
第ມາດຕາ 6条
第6条 万象市灾害管理基金的使用目标
万象市灾害管理基金的资金应用于以下目标:
1. 紧急援助:救援、搜寻、查找遭受严重灾害的人员,分配临时住所、衣物、食品、饮用水、生活用水、卫生设施、紧急医疗服务及药品,在灾害发生地设立临时应急指挥中心、救援物资仓库,疏散民众及其财产;
2. 紧急修复灾害发生地的基础设施,包括:桥梁、道路、电力、自来水、电信、水闸、灌溉系统、医院、学校等受影响设施;
3. 采购用于应急工作的物资和设备,以及紧急救援物资的运输和分发;
4. 进行实地跟踪、检查、评估损失及必要的初步紧急需求;
5. 召开万象市防灾减灾委员会会议,以解决紧急灾害问题;
6. 根据万象市防灾减灾委员会主席的批准,用于万象市灾害管理基金的行政管理开支。
ພາສາລາວ (老挝语原文)
ມາດຕາ 6 ເປົ້າໝາຍການນຳໃຊ້ເງິນກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ
ເງິນກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ໃຫ້ນຳໃຊ້ເຂົ້າໃນເປົ້າໝາຍດັ່ງນີ້:
1. ການຊ່ວຍເຫຼືອສຸກເສີນ: ການກູ້ໄພ, ການຊອກຄົ້ນ, ຄົ້ນຫາຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດຕ່າງໆທີ່ຮ້າຍແຮງ, ຈັດສັນບ່ອນຢູ່ອາໄສຊົ່ວຄາວ, ເຄື່ອງນຸ່ງຫົ່ມ, ອາຫານ, ນ້ຳດື່ມ, ນ້ຳໃຊ້, ວິດຖ່າຍ, ການບໍລິການແພດສຸກເສີນ ແລະ ຢາປິ່ນປົວພະຍາດ, ການສ້າງຕັ້ງສູນບັນຊາການສຸກເສີນຊົ່ວຄາວບ່ອນເກີດໄພພິບັດ, ສາງເກັບມ້ຽນເຄື່ອງຊ່ວຍເຫຼືອ, ການບົກຍ້າຍປະຊາຊົນ ແລະ ຊັບສິນຂອງປະຊາຊົນ;
2. ການສ້ອມແປງໂຄງລ່າງພື້ນຖານສຸກເສີນສະຖານທີ່ເກີດໄພພິບັດ ເປັນຕົ້ນ: ຂົວ, ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ປະຕູນ້ຳ, ຊົນລະປະທານ, ໂຮງໝໍ, ໂຮງຮຽນ ທີ່ໄດ້ຮັບຜົນກະທົບ;
3. ການຈັດຊື້ວັດຖຸ, ອຸປະກອນຮັບໃຊ້ວຽກງານສຸກເສີນ, ການຈັດສົ່ງ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນ;
4. ການລົງຕິດຕາມ, ກວດກາ, ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນເບື້ອງຕົ້ນທີ່ຈຳເປັນ;
5. ການຈັດກອງປະຊຸມຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ເພື່ອແກ້ໄຂບັນຫາໄພພິບັດສຸກເສີນ;
6. ນຳໃຊ້ບໍລິຫານວຽກຂອງກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ຕາມການຕົກລົງເຫັນດີຂອງປະທານຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ.
第ມາດຕາ 7条
第7条 万象市灾害管理基金的资金提取
1. 从万象市灾害管理基金的存款账户中提取资金,必须有支出计划,并得到万象市灾害管理委员会主席或授权人的批准;
2. 提取资金必须使用银行支票或万象市财政局的支票,且需有授权人的两个签名方可提取;
3. 万象市灾害管理基金的资金提取,不得从账户中全部提取,且必须保留账户中资金总额的百分之三十作为储备金。
ພາສາລາວ (老挝语原文)
ມາດຕາ 7 ການຖອນເງິນກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ
1. ການຖອນເງິນອອກຈາກບັນຊີເງິນຝາກຂອງກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ຕ້ອງມີແຜນໃຊ້ຈ່າຍ ແລະ ມີການຕົກລົງອະນຸມັດຈາກປະທານຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ຫຼື ຜູ້ຖືກມອບສິດ;
2. ການຖອນເງິນ ຕ້ອງຖອນດ້ວຍແຊັກທະນາດານ ຫຼື ແຊັກຂອງຄັງເງິນປະຈຳນະຄອນຫຼວງວຽງຈັນ ທີ່ມີສອງລາຍເຊັນຂອງຜູ້ທີ່ໄດ້ຮັບການມອບສິດ ຈຶ່ງສາມາດຖອນອອກໄດ້;
3. ການຖອນເງິນກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ແມ່ນບໍ່ສາມາດຖອນເງິນອອກຈາກບັນຊີໄດ້ທັງໝົດ ແລະ ຕ້ອງໃຫ້ມີເງິນແຮໄວ້ ສາມສິບສ່ວນຮ້ອຍຂອງຈຳນວນເງິນທັງໝົດຢູ່ໃນບັນຊີຂອງກອງທຶນຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ.
第ມາດຕາ 8条
第8条 支出权
有权支出万象市灾害管理基金的人是万象市灾害预防与管理委员会主席或受委托人。
ພາສາລາວ (老挝语原文)
ມາດຕາ 8 ສິດໃນການສັງຈ່າຍ
ຜູ້ມີສິດສັງຈ່າຍເງິນກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ແມ່ນປະທານຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ຫຼື ຜູ້ຖືກມອບສິດ.
第ມາດຕາ 9条
第9条 万象市防灾减灾委员会
万象市防灾减灾委员会由以下成员组成:
1. 万象市副市长,负责文化-社会领域工作,担任主席;
2. 万象市劳动和社会福利厅厅长,担任副主席;
3. 万象市军事指挥部副指挥长,担任副主席;
4. 万象市财政厅副厅长,担任副主席;
5. 万象市计划投资厅副厅长,担任委员;
6. 万象市国家监察机构副主任,担任委员;
7. 万象市办公厅副主任,担任委员;
8. 万象市公安指挥部副指挥长,担任委员;
9. 万象市内政厅副厅长,担任委员;
10. 万象市公共卫生厅副厅长,担任委员;
11. 万象市农林厅副厅长,担任委员;
12. 万象市公共工程和运输厅副厅长,担任委员;
13. 万象市教育和体育厅副厅长,担任委员;
14. 万象市新闻、文化和旅游厅副厅长,担任委员;
15. 万象市自然资源和环境厅副厅长,担任委员;
16. 万象市劳动和社会福利厅副厅长,担任委员;
17. 万象市青年委员会副书记,担任委员;
18. 万象市工会联合会副主席,担任委员;
19. 万象市妇女联合会副主席,担任委员;
20. 万象市城市管理和行政办公室副主任,担任委员;
21. 万象市能源和矿产厅副厅长,担任委员;
22. 万象市技术和通信厅副厅长,担任委员;
23. 万象市自来水国有企业经理,担任委员;
24. 万象市公交国有企业经理,担任委员;
25. 万象市电力运营部门负责人,担任委员;
26. 万象市9个县的副县长,担任委员;
万象市防灾减灾委员会由万象市市长任命或免职,并直接对中央防灾减灾委员会和万象市市长负责。
ພາສາລາວ (老挝语原文)
ມາດຕາ 9 ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ
ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ ປະກອບດ້ວຍ:
1. ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ຜູ້ຊີ້ນຳວຽກງານໃນຂົງເຂດວັດທະນະທຳ-ສັງຄົມ ເປັນປະທານ;
2. ທ່ານ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ເປັນຮອງປະທານ;
3. ທ່ານ ຮອງຫົວໜ້າກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເປັນຮອງປະທານ;
4. ທ່ານ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ເປັນຮອງປະທານ;
5. ທ່ານ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ເປັນກຳມະການ;
6. ທ່ານ ຮອງປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ ເປັນກຳມະການ;
7. ທ່ານ ຮອງຫົວໜ້າຫ້ອງວ່າການ ນະຄອນຫຼວງວຽງຈັນ ເປັນກຳມະການ;
8. ທ່ານ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເປັນກຳມະການ;
9. ທ່ານ ຮອງຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ເປັນກຳມະການ;
10. ທ່ານ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ເປັນກຳມະການ;
11. ທ່ານ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເປັນກຳມະການ;
12. ທ່ານ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ເປັນກຳມະການ;
13. ທ່ານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເປັນກຳມະການ;
14. ທ່ານ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນກຳມະການ;
15. ທ່ານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເປັນກຳມະການ;
16. ທ່ານ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ເປັນກຳມະການ;
17. ທ່ານ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ເປັນກຳມະການ;
18. ທ່ານ ຮອງປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ ເປັນກຳມະການ;
19. ທ່ານ ຮອງປະທານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ເປັນກຳມະການ;
20. ທ່ານ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ ເປັນກຳມະການ;
21. ທ່ານ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ເປັນກຳມະການ;
22. ທ່ານ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ເປັນກຳມະການ;
23. ທ່ານ ຜູ້ອຳນວຍການລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ເປັນກຳມະການ;
24. ທ່ານ ຜູ້ອຳນວຍການລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ເປັນກຳມະການ;
25. ທ່ານ ຫົວໜ້າຝ່າຍປະຕິບັດການໄຟຟ້າ ນະຄອນຫຼວງວຽງຈັນ ເປັນກຳມະການ;
26. ທ່ານ ຮອງເຈົ້າເມືອງ 09 ເມືອງ ໃນນະຄອນຫຼວງວຽງຈັນ ເປັນກຳມະການ;
ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ ຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງ ໂດຍທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ.
第ມາດຕາ 10条
第10条 万象市防灾减灾委员会的权利
万象市防灾减灾委员会在其职责范围内享有以下权利:
1. 向万象市长提出建议,确定宣布某个地方或区域为灾区;
2. 在发生紧急灾害时,命令所有相关部门及时准备履行职责;
3. 动用本级防灾减灾基金,用于防灾减灾工作;
4. 设立专门工作组,以应对已发生或可能发生的灾害;
5. 动员全社会的物质和技术力量,包括国内和国外,通过各种不违反宪法和法律的方式筹集资金,用于防灾减灾工作;
6. 每月、每季度、每半年、每年向万象市长和中央防灾减灾委员会报告,定期召开年度会议总结评估和吸取防灾减灾工作经验教训,在发生紧急灾害时可召开特别会议进行讨论研究解决问题,并在其职责范围内发布灾害预警;
7. 开展国内防灾减灾工作经验教训和信息交流,并与外国、国际组织开展合作,交流经验、信息、技术,争取援助和资金用于本级防灾减灾工作;
8. 行使法律规定的和授权的其他权利和义务。
ພາສາລາວ (老挝语原文)
ມາດຕາ 10 ສິດຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ
ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ ມີສິດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ນຳສະເໜີຕໍ່ເຈົ້າຄອງນະຄອນຫຼວງວຽງຈັນ ໃນການກຳນົດປະກາດທ້ອງຖິ່ນ ຫຼື ເຂດໃດໜຶ່ງເປັນເຂດໄພພິບັດ;
2. ອອກຄຳສັ່ງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ກຽມພ້ອມປະຕິບັດໜ້າທີ່ ຢ່າງທັນການ ໃນກໍລະນີເກີດໄພພິບັດສຸກເສີນ;
3. ສັງຈ່າຍເງິນກອງທຶນຄຸ້ມຄອງໄພພິບັດຂັ້ນຂອງຕົນ ເຂົ້າໃນການປ້ອງກັນ ແລະ ຄຸ້ມຄອງໄພພິບັດ;
4. ແຕ່ງຕັ້ງໜ່ວຍງານສະເພາະກິດຂຶ້ນ ເພື່ອຮັບມືກັບໄພພິບັດທີ່ເກີດຂຶ້ນ ຫຼື ອາດຈະເກີດຂຶ້ນ;
5. ປຸກລະດົມກຳລັງແຮງທາງດ້ານວັດຖຸ ແລະ ເຕັກນິກວິຊາການ ຈາກທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ລະດົມທຶນດ້ວຍວິທີການຕ່າງໆ ທີ່ບໍ່ຂັດກັບລັດຖະທຳມະນູນ ແລະ ກົດໝາຍ ເພື່ອຮັບໃຊ້ວຽກງານຄຸ້ມຄອງໄພພິບັດ;
6. ລາຍງານປະຈຳເດືອນ, ປະຈຳ 3 ເດືອນ, ປະຈຳ 6 ເດືອນ, ປະຈຳປີ ຕໍ່ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຕໍ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ເປີດກອງປະຊຸມປະຈຳປີ ເພື່ອສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບວຽກງານຄຸ້ມຄອງໄພພິບັດ ຢ່າງເປັນປົກກະຕິ, ໃນກໍລະນີມີເຫດໄພພິບັດສຸກເສີນກໍ່ສາມາດເປີດກອງປະຊຸມວິສາມັນ ເພື່ອປຶກສາຫາລື ແລະ ຄົ້ນຄ້ວາແກ້ໄຂບັນຫາ, ພ້ອມທັງແຈ້ງເຕືອນໄພພິບັດໃນຂັ້ນຄວາມຮັບຜິດຊອບຂອງຕົນ;
7. ເຄື່ອນໄຫວແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ກ່ຽວກັບວຽກງານຄຸ້ມຄອງໄພພິບັດຢູ່ພາຍໃນ ແລະ ພົວພັນຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ເພື່ອແລກປ່ຽນບົດຮຽນ, ດ້ານຂໍ້ມູນຂ່າວສານ, ທາງດ້ານເຕັກນິກວິຊາການ, ຍາດແຍ່ງການຊ່ວຍເຫຼືອ ແລະ ທຶນຮອນເຂົ້າໃນວຽກງານຄຸ້ມຄອງໄພພິບັດຂັ້ນຂອງຕົນ;
8. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.
第ມາດຕາ 11条
第11条 万象市防灾减灾委员会的职责
万象市防灾减灾委员会在其职责范围内履行以下职责:
1. 组织实施关于防灾减灾工作的政策、战略、法规、计划、方案和项目;
2. 研究、吸收老挝人民民主共和国为缔约方的各项有关防灾减灾工作的国际条约、公约、战略和行动计划的内容,特别是《东盟灾害管理和应急响应协定》、《仙台减灾框架》;
3. 就国家关于防灾减灾工作的政策、法律和法规提出意见;
4. 研究、制定、完善关于防灾减灾工作的计划、方案、项目和预算,使其符合本地区各时期的实际情况;
5. 宣传、普及政策、法律、法规、战略、计划、方案和项目,向万象市人民群众和各部门提供防灾减灾工作信息,使其认识、理解、警觉并广泛合作支持该工作的组织实施;
6. 宣传教育社会各界人士认识灾害的危险、风险和危害,并参与防灾减灾工作;
7. 建立防灾减灾工作数据库,用于研究、制定政策、计划和适当应对措施;
8. 向中央防灾减灾委员会、万象市市长报告灾害损失情况和紧急阶段及灾后恢复的需求,以便及时指导处理;
9. 指导组织实施防灾、管理和灾后恢复的计划、措施和技术,使灾区尽快恢复正常;
10. 根据邀请和上级批准,组织并参加国内外关于防灾减灾工作的会议、研讨会和培训;
11. 定期和及时跟踪、检查、评估万象市防灾减灾工作的组织实施情况,向中央防灾减灾委员会、万象市市长报告;
12. 与中央防灾减灾委员会协调,以便及时提供紧急援助;
13. 履行法律规定的和交办的其他职责。
ພາສາລາວ (老挝语原文)
ມາດຕາ 11 ໜ້າທີ່ ຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ
ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ ມີໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ, ນິຕິກຳ, ແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ;
2. ຄົ້ນຄວ້າ, ເຊື່ອມຊຶມ ເນື້ອໃນບັນດາສັນຍາ, ອະນຸສັນຍາ, ຍຸດທະສາດ ແລະ ແຜນປະຕິບັດງານ ສາກົນຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງໄພພິບັດ ທີ່ ສປປ ລາວ ເປັນພາຄີ ເປັນຕົ້ນ ສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ, ແຜນປະຕິບັດງານເຊັນໄດ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ;
3. ປະກອບຄຳເຫັນໃສ່ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ;
4. ຄົ້ນຄວ້າ, ສ້າງ, ປັບປຸງ ແຜນງານ, ແຜນການ, ໂຄງການ ແລະ ງົບປະມານ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ ໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງທ້ອງຖິ່ນຕົນ ໃນແຕ່ລະໄລຍະ;
5. ໂຄສະນາ, ເຜີຍແຜ່ນະໂຍບາຍ, ກົດໝາຍ, ລະບຽບການ, ແຜນຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການ, ສະໜອງຂໍ້ມູນຂ່າວສານ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ ໃຫ້ປະຊາຊົນ, ພາກສ່ວນຕ່າງໆ ຢູ່ໃນນະຄອນຫຼວງວຽງຈັນ ຮັບຮູ້, ເຂົ້າໃຈ, ມີສະຕິ ແລະ ໃຫ້ການຮ່ວມມື ສະໜັບສະໜູນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງກວ້າງຂວາງ;
6. ໂຄສະນາປູກຈິດສຳນຶກໃຫ້ແກ່ທຸກຊັ້ນຄົນໃນສັງຄົມ ມີຄວາມເຂົ້າໃຈຕໍ່ ໄພອັນຕະລາຍ, ຄວາມສ່ຽງ ແລະ ຜົນຮ້າຍຂອງໄພພິບັດ ແລະ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງໄພພິບັດ;
7. ສ້າງລະບົບຖານຂໍ້ມູນ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ ເພື່ອນຳໃຊ້ເຂົ້າໃນການສຶກສາ, ຄົ້ນຄວ້າ, ວາງນະໂຍບາຍ, ແຜນການ ແລະ ມາດຕະການແກ້ໄຂ ຢ່າງເໝາະສົມ;
8. ລາຍງານສະພາບຜົນເສຍຫາຍ ແລະ ຄວາມຕ້ອງການຊ່ວຍເຫຼືອທັງໄລຍະສຸກເສີນ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ແກ່ ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ເພື່ອພິຈາລະນາ ຊີ້ນຳແກ້ໄຂໃຫ້ທັນກັບສະພາບການ;
9. ຊີ້ນຳຈັດຕັ້ງປະຕິບັດແຜນການ, ມາດຕະການ, ເຕັກນິກວິຊາການຕ່າງໆ ໃນການປ້ອງກັນ, ຄຸ້ມຄອງ ແລະ ຟື້ນຟູຫຼັງໄພພິບັດ ໃຫ້ດີນສູ່ສະພາບປົກກະຕິໂດຍໄວ;
10. ຈັດ ແລະ ເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການເຊື້ອເຊີນ ແລະ ການອະນຸມັດຂອງຂັ້ນເທິງ;
11. ຕິດຕາມ, ກວດກາ, ປະເມີນຜົນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ຢູ່ນະຄອນຫຼວງວຽງຈັນ ໃນແຕ່ລະໄລຍະ ເພື່ອລາຍງານໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ຢ່າງເປັນປົກກະຕິ ແລະ ທັນເວລາ;
12. ປະສານງານກັບຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂັ້ນສູນກາງ ເພື່ອໃຫ້ການຊ່ວຍເຫຼືອສຸກເສີນທັນກັບສະພາບການ;
13. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.
第ມາດຕາ 12条
第12条 万象市防灾减灾委员会秘书处
万象市防灾减灾委员会秘书处由以下人员组成:
1. 万象市劳动和社会福利厅副厅长任主任;
2. 万象市劳动和社会福利厅社会救济处处长任副主任;
3. 万象市军事指挥部行政处处长任副主任;
4. 万象市财政厅国家预算处处长任副主任;
5. 万象市公安指挥部副指挥长(分管后勤工作)任委员;
6. 计划投资厅计划处处长任委员;
7. 万象市办公厅基础设施建设处处长任委员;
8. 万象市卫生厅行政、计划财务处处长任委员;
9. 万象市农林厅行政组织处处长任委员;
10. 万象市公共工程和运输厅行政处处长任委员;
11. 万象市教育和体育厅行政处处长任委员;
12. 万象市新闻、文化和旅游厅行政处处长任委员;
13. 万象市内务厅文件管理、竞赛和表彰处处长任委员;
14. 万象市自然资源和环境厅行政、组织、检查处处长任委员;
15. 万象市青年委员会行政处处长任委员;
16. 万象市工会联合会行政处处长任委员;
17. 万象市妇女联合会行政处处长任委员;
18. 万象市城市管理和行政办公室行政处处长任委员;
19. 万象市能源和矿产厅行政处处长任委员;
20. 万象市邮政、电信和通信厅行政处处长任委员。
万象市防灾减灾委员会秘书处由万象市副市长任命,并直接对万象市防灾减灾委员会负责。
ພາສາລາວ (老挝语原文)
ມາດຕາ 12 ກອງເລຂາຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ
ກອງເລຂາຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ ປະກອບດ້ວຍ:
1. ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ເປັນຫົວໜ້າ;
2. ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ເປັນຮອງ;
3. ຫົວໜ້າຂະແໜງບໍລິຫານ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເປັນຮອງ;
4. ຫົວໜ້າຂະແໜງງົບປະມານແຫ່ງລັດ ພະແນກການເງິນ ນະຄອນຫຼວງວຽງຈັນ ເປັນຮອງ;
5. ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ (ຜູ້ຊີ້ນຳວຽກງານພາລາ) ເປັນກຳມະການ;
6. ຫົວໜ້າຂະແໜງແຜນການ ພະແນກແຜນການ ແລະ ການລົງທຶນ ເປັນກຳມະການ;
7. ຫົວໜ້າຂະແໜງກໍ່ສ້າງຮາກຖານ ຫ້ອງວ່າການ ນະຄອນຫຼວງວຽງຈັນ ເປັນກຳມະການ;
8. ຫົວໜ້າຂະແໜງບໍລິຫານ, ແຜນການ ແລະ ການເງິນ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ເປັນກຳມະການ;
9. ຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເປັນກຳມະການ;
10. ຫົວໜ້າຂະແໜງບໍລິຫານ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ເປັນກຳມະການ;
11. ຫົວໜ້າຂະແໜງບໍລິຫານ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເປັນກຳມະການ;
12. ຫົວໜ້າຂະແໜງບໍລິຫານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນກຳມະການ;
13. ຫົວໜ້າຂະແໜງຄຸ້ມຄອງເອກະສານ, ແຂ່ງຂັນ ແລະ ການຍ້ອງຍໍ ພະແນກພາຍໃນ ນະຄອນຫຼວງວຽງຈັນ ເປັນກຳມະການ;
14. ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ, ກວດກາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເປັນກຳມະການ;
15. ຫົວໜ້າຂະແໜງບໍລິຫານ ຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ເປັນກຳມະການ;
16. ຫົວໜ້າຂະແໜງບໍລິຫານ ສະຫະພັນກຳມະບານ ນະຄອນຫຼວງວຽງຈັນ ເປັນກຳມະການ;
17. ຫົວໜ້າຂະແໜງບໍລິຫານ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ເປັນກຳມະການ;
18. ຫົວໜ້າຂະແໜງບໍລິຫານ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນຫຼວງວຽງຈັນ ເປັນກຳມະການ;
19. ຫົວໜ້າຂະແໜງບໍລິຫານ ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ເປັນກຳມະການ;
20. ຫົວໜ້າຂະແໜງບໍລິຫານ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງວຽງຈັນ ເປັນກຳມະການ;
ກອງເລຂາຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ ຖືກແຕ່ງຕັ້ງ ໂດຍທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຂັ້ນນະຄອນຫຼວງວຽງຈັນ.
本页展示前 12 条,全文共 30 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读