禁毒问题委员会组织与活动法令

ດຳລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດ

Decree on Organization and Activities of the Committee for Drug Control

简介

该法令规定设立国家、省、县三级毒品问题解决委员会,明确其作为政府参谋机构的职责,包括政策制定、协调监督、禁毒工作实施及资金募集等。

Summary

This decree establishes drug problem resolution committees at national, provincial, and district levels, defining their roles as government advisory bodies, including policy formulation, coordination and supervision, anti-drug implementation, and fund raising.

ບົດສະຫຼຸບ

ຂໍ້ກຳນົດຂອງດຳລັດນີ້ກຳນົດໃຫ້ມີການສ້າງຕັ້ງຄະນະກຳມະການແກ້ໄຂບັນຫາຢາເສບຕິດໃນລະດັບຊາດ, ແຂວງ ແລະ ເມືອງ, ໂດຍກຳນົດໜ້າທີ່ຂອງຕົນໃນຖານະເປັນອົງການທີ່ປຶກສາຂອງລັດຖະບານ ເຊິ່ງລວມທັງການກຳນົດນະໂຍບາຍ, ການປະສານງານ ແລະ ຕິດຕາມກວດກາ, ການຈັດຕັ້ງປະຕິບັດວຽກງານຕ້ານຢາເສບຕິດ ແລະ ການລະດົມທຶນຮອນ.

条文

第ມາດຕາ 1条

第2条 毒品问题解决委员会
毒品问题解决委员会包括:
1. 国家级毒品问题解决委员会;
2. 省、首都级毒品问题解决委员会;
3. 县、市、镇级毒品问题解决委员会。

ພາສາລາວ (老挝语原文)

ມາດຕາ 2 ຄະນະກຳມະການແກ້ໄຂບັນຫາຢາເສບຕິດ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ປະກອບດ້ວຍ:
1. ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ;
2. ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ແຂວງ, ນະຄອນຫຼວງ;
3. ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ເມືອງ, ເທດສະບານ, ນະຄອນ.

第ມາດຕາ 2条

第2条 所在地和职责
毒品问题解决委员会具有以下所在地和职责:
1. 国家级毒品问题解决委员会
国家级毒品问题解决委员会缩写为:(ຄກສຊ) 是一个非常设机构,其职责是作为政府的参谋机构,在指导、监督、检查、促进、协调各部委、组织和相关部门研究制定、完善政策、战略、法律,确定实施毒品问题解决工作的计划方向,以及全国范围内毒品检查、管控、预防和打击工作的项目,同时作为与国内外相关部门协调的中心,进行宣传、动员、募集资金、物资和技术,参与老挝人民民主共和国的毒品问题解决工作。
2. 省、首都毒品问题解决委员会
省、首都毒品问题解决委员会缩写为:(ຄກສ.ຂ)、(ຄກສ.ນວ) 是一个非常设机构,其职责是作为国家级毒品问题解决委员会、省长、首都市长的参谋机构,负责组织实施政策、战略、法律、计划、方案、项目和活动,涉及毒品检查、管控、预防和打击工作,同时作为与各行业和相关部门协调的中心,进行宣传、动员、募集资金、物资和技术,参与其职责范围内的毒品问题解决工作。
3. 县、市、区毒品问题解决委员会
县、市、区毒品问题解决委员会缩写为:(ຄກສ.ມ)、(ຄກສ.ທ)、(ຄກສ.ນ) 是一个非常设机构,其职责是作为省、首都毒品问题解决委员会、县长、市长、区长的参谋机构,负责组织实施政策、战略、法律、计划、方案、项目和活动,涉及毒品检查、管控、预防和打击工作,同时作为与各行业和相关部门协调的中心,进行宣传、动员、募集资金、物资和技术,参与其职责范围内的毒品问题解决工作。

ພາສາລາວ (老挝语原文)

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ມີທີ່ຕັ້ງ ແລະ ພາລະບົດບາດ ດັ່ງນີ້:
1. ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ຂຽນເປັນຕົວອັກສອນຫຍໍ້ວ່າ: (ຄກສຊ) ຊຶ່ງແມ່ນການຈັດຕັ້ງໜຶ່ງ ທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະບານ ໃນການຊີ້ນຳ, ຕິດຕາມ, ກວດກາ, ຊຸກຍູ້, ປະສານສົມທົບກັບບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ໃນການຄົ້ນຄວ້າສ້າງ, ປັບປຸງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ກຳນົດທິດທາງແຜນການຈັດຕັ້ງປະຕິບັດ ວຽກງານການແກ້ໄຂບັນຫາຢາເສບຕິດ, ໂຄງການກ່ຽວກັບວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດທົ່ວປະເທດ ທັງເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາ, ປຸກລະດົມ, ຂົນຂວາຍ, ລະດົມທຶນຮອນ, ວັດຖຸປະກອນ ແລະ ເຕັກນິກວິຊາການເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ຂອງ ສປປ ລາວ.
2. ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ແຂວງ, ນະຄອນຫຼວງ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ແຂວງ, ນະຄອນຫຼວງ ຂຽນເປັນຕົວອັກສອນຫຍໍ້ວ່າ: (ຄກສ.ຂ), (ຄກສ.ນວ) ແມ່ນການຈັດຕັ້ງໜຶ່ງ ທີ່ບໍ່ປະຈຳການ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໃນການຈັດຕັ້ງຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳ ກ່ຽວກັບວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງເປັນໃຈກາງໃນການປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເພື່ອໂຄສະນາ, ປຸກລະດົມ, ຂົນຂວາຍ, ລະດົມທຶນຮອນ, ວັດຖຸປະກອນ ແລະ ເຕັກນິກວິຊາການເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
3. ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ເມືອງ, ເທດສະບານ, ນະຄອນ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວອັກສອນຫຍໍ້ວ່າ: (ຄກສ.ມ), (ຄກສ.ທ), (ຄກສ.ນ) ແມ່ນການຈັດຕັ້ງໜຶ່ງ ທີ່ບໍ່ປະຈຳການ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ແຂວງ, ນະຄອນຫຼວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ໃນການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳ ກ່ຽວກັບວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງເປັນໃຈກາງໃນການປະສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເພື່ອໂຄສະນາ, ປຸກລະດົມ, ຂົນຂວາຍ, ລະດົມທຶນຮອນ, ວັດຖຸປະກອນ ແລະ ເຕັກນິກວິຊາການເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

第ມາດຕາ 3条

第3条 组织结构
1. 国家毒品问题解决委员会设有秘书处作为辅助机构,以公安部禁毒局为秘书处办公室。
2. 省、首都毒品问题解决委员会设有秘书处作为辅助机构,以省、首都公安厅禁毒处为秘书处办公室。
3. 县、市、镇毒品问题解决委员会设有秘书处作为辅助机构,以县、市、镇公安局禁毒科为秘书处办公室。

ພາສາລາວ (老挝语原文)

ມາດຕາ 3 ໂຄງປະກອບກົງຈັກ
1. ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ມີກອງເລຂາເປັນກົງຈັກຊ່ວຍວຽກ ໂດຍຖືເອົາຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຂອງກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນຫ້ອງການກອງເລຂາ.
2. ຄະນະກຳມະການແກ້ໄຂບັນຫາຢາເສບຕິດແຂວງ, ນະຄອນຫຼວງ ມີກອງເລຂາເປັນກົງຈັກຊ່ວຍວຽກ ໂດຍຖືເອົາພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຂອງຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ເປັນຫ້ອງການກອງເລຂາ.
3. ຄະນະກຳມະການແກ້ໄຂບັນຫາຢາເສບຕິດເມືອງ, ເທດສະບານ, ນະຄອນ ມີກອງເລຂາເປັນກົງຈັກຊ່ວຍວຽກ ໂດຍຖືເອົາຫ່ວຍງານກວດກາ ແລະ ຄວບຄຸມຢາເສບຕິດ ຂອງພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງ, ເທດສະບານ, ນະຄອນ ເປັນຫ້ອງການກອງເລຂາ.

第ມາດຕາ 4条

第4条 原则
毒品问题解决委员会按照以下原则运作:
1. 实行民主集中制原则,就检查、控制、预防和打击毒品工作集体决定;
2. 实行一人负责制,明确分工个人负责,并发挥毒品问题解决委员会成员的创造性;
3. 毒品问题解决委员会及其协助工作的公务员的所有活动均依据法律、规章和政府共同原则,将党和政府的方针政策贯彻落实取得良好效果。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ເຄື່ອນໄຫວຕາມຫຼັກການ ດັ່ງນີ້:
1. ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ຕົກລົງເປັນຫຼູ່ຄະນະ ກ່ຽວກັບວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;
2. ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມຂະຫຍາຍ ຫົວຄິດປະດິດສ້າງ ຂອງສະມາຊິກຄະນະກຳມະການແກ້ໄຂບັນຫາຢາເສບຕິດ;
3. ທຸກການເຄື່ອນໄຫວ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດ ແລະ ພະນັກງານ-ລັດຖະກອນ ຊ່ວຍວຽກແມ່ນອີງໃສ່ກົດໝາຍ, ລະບຽບການ ແລະ ຫຼັກການລວມຂອງລັດຖະບານ, ນຳເອົາແນວທາງນະໂຍບາຍຂອງພັກ ແລະ ຂອງລັດຖະບານ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.

第ມາດຕາ 5条

第5条 工作方式
毒品问题解决委员会的工作方式如下:

1. 制定详细的规划、计划和项目,分阶段有重点、有目标地开展工作;

2. 毒品问题解决委员会以非全职方式运作,采取会议、通报、季度、半年、年度报告或专业会议的形式,以推动、跟踪、检查、总结吸取经验、评估领导指导工作的成效,并分阶段制定行动方向计划,同时定期向政府报告;

在必要时,毒品问题解决委员会可以召开委员会特别会议,审议紧急问题。每次召开全体委员会会议,必须有过半数的毒品问题解决委员会成员出席方可开会。

3. 与地方行政机关及其他相关部门密切协调,旨在动员各方力量参与检查、管控、预防和打击毒品工作,使其具有效率和效果。

ພາສາລາວ (老挝语原文)

ມາດຕາ 5 ແບບແຜນວິທີເຮັດວຽກ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ມີແບບແຜນວິທີເຮັດວຽກ ດັ່ງນີ້:

1. ເຮັດວຽກມີແຜນງານ, ແຜນການ ແລະ ໂຄງການລະອຽດ, ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ;

2. ຄະນະກຳມະການແກ້ໄຂບັນຫາຢາເສບຕິດເຄື່ອນໄຫວວຽກງານແບບບໍ່ປະຈຳການ, ຖືເອົາລະບອບປະຊຸມ, ສ່ອງແສງ, ລາຍງານ ປະຈຳໄຕມາດ, 6 ເດືອນ, ປະຈຳປີ ຫຼື ກອງປະຊຸມວິຊາການ ເພື່ອເປັນການຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນສຳເລັດຂອງການນຳພາ-ຊີ້ນຳ ແລະ ວາງທິດທາງແຜນການເຄື່ອນໄຫວ ໃນແຕ່ລະໄລຍະ ພ້ອມທັງລາຍງານໃຫ້ລັດຖະບານ ເປັນປົກກະຕິ;

ໃນກໍລະນີຈຳເປັນ ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ສາມາດເປີດກອງປະຊຸມວິສາມັນຂອງຄະນະຂຶ້ນ ເພື່ອພິຈາລະນາບັນຫາຮີບດ່ວນ ການດຳເນີນກອງປະຊຸມຄົບຄະນະກຳມະການ ແຕ່ລະຄັ້ງ ຕ້ອງປະກອບດ້ວຍບຸກຄະລາກອນກາຍເຄິ່ງໜຶ່ງ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດ ຈຶ່ງສາມາດເປີດກອງປະຊຸມໄດ້.

3. ປະສານສົມທົບຢ່າງແໜ້ນແຟ້ນກັບອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ແນໃສ່ບົນລະດົມໃຊ້ກຳລັງແຮງຂອງທຸກພາກສ່ວນ ເຂົ້າໃນວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

第ມາດຕາ 6条

第6条 预算、印章和标志
毒品问题解决委员会使用国家预算、毒品管制、预防和打击基金,以及个人、法人和国内外组织的援助和捐赠,用于检查、管制、预防和打击毒品工作的开展。
毒品问题解决委员会拥有自己的印章和标志,用于公务工作,由国家毒品问题解决委员会规定。

ພາສາລາວ (老挝语原文)

ມາດຕາ 6 ງົບປະມານ, ຕາປະທັບ ແລະ ເຄື່ອງໝາຍ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ນຳໃຊ້ງົບປະມານຂອງລັດ, ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ການຊ່ວຍເຫຼືອ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການເຄື່ອນໄຫວວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ມີຕາປະທັບ ແລະ ເຄື່ອງໝາຍຂອງຕົນ ເພື່ອນຳໃຊ້ເຂົ້າໃນວຽກງານທາງລັດຖະການ ໂດຍແມ່ນຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ເປັນຜູ້ກຳນົດ.

第ມາດຕາ 7条

第7条 实施
1. 授权国家禁毒委员会,由国家禁毒委员会主席负责研究、发布决定、指导意见、通知和规章,以详细、明确、紧凑和适当地组织实施本政令,为有效和高效地执行工作服务;
2. 授权各级禁毒委员会主席发布关于其本级秘书处的组织和活动的决定,以详细、明确、紧凑和适当,为工作活动的良好成果服务;
3. 授权国家禁毒委员会主席指导委员会内部工作的详细分工和职责划分。同时指导各省和首都禁毒委员会的活动,按照本政令规定的任务和权限范围进行。

ພາສາລາວ (老挝语原文)

ມາດຕາ 7 ການຜັນຂະຫຍາຍ
1. ມອບໃຫ້ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ໂດຍແມ່ນ ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ເປັນເຈົ້າການ ໃນການຄົ້ນຄວ້າ ອອກຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ ແລະ ລະບຽບການ ເພື່ອຈັດຕັ້ງຜັນຂະຫຍາຍ ດຳລັດສະບັບນີ້ ໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ເໝາະສົມ ເພື່ອຮັບໃຊ້ເຂົ້າໃນການປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
2. ມອບໃຫ້ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດ ແຕ່ລະຂັ້ນ ເປັນຜູ້ອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາຢູ່ຂັ້ນຂອງຕົນ ໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ເໝາະສົມ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານໃຫ້ໄດ້ຮັບຜົນດີ;
3. ມອບໃຫ້ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ຊີ້ນຳໃນການແບ່ງວຽກ-ແບ່ງຄວາມຮັບຜິດຊອບພາຍໃນຄະນະໃຫ້ລະອຽດ. ພ້ອມທັງຊີ້ນຳການເຄື່ອນໄຫວຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດ ແຂວງ ແລະ ນະຄອນຫຼວງ ຕາມພາລະກິດ ແລະ ຂອບເຂດສິດ ທີ່ໄດ້ກຳນົດໄວ້ ໃນດຳລັດສະບັບນີ້.

第ມາດຕາ 8条

第8条 本法令第4条和第5条应生效;委托各部、部级国家机关和地方行政机关指定其负责相关工作的代表,组成本法令第7条规定的委员会,并通知公安部知悉。

ພາສາລາວ (老挝语原文)

ມາດຕາ 8 ມາດຕາ 4 ແລະ ມາດຕາ 5 ຂອງດຳລັດສະບັບນີ້ ໃຫ້ໄດ້ຮັບຜົນດີ; ມອບໝາຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ງຕັ້ງຜູ້ຕາງໜ້າຂອງຕົນ ທີ່ຮັບຜິດຊອບວຽກງານດັ່ງກ່າວ ເພື່ອປະກອບເຂົ້າເປັນຄະນະ ທີ່ໄດ້ກຳນົດໄວ້ ໃນມາດຕາ 7 ຂອງດຳລັດສະບັບນີ້ ແລ້ວແຈ້ງໃຫ້ ກະຊວງປ້ອງກັນຄວາມສະຫງົບ ເພື່ອຊາບ.

第ມາດຕາ 9条

第9条 组织实施
毒品问题解决委员会、各部、部级机关、群众组织、老挝建国阵线中央、老挝退伍军人联合会、省、首都、县、市、镇及相关各方应知悉并严格执行本政令。

ພາສາລາວ (老挝语原文)

ມາດຕາ 9 ການຈັດຕັ້ງປະຕິບັດ
ຄະນະກຳມະການແກ້ໄຂບັນຫາຢາເສບຕິດ, ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົາລາວ, ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ.

第ມາດຕາ 10条

第10条 效力
本命令自签署之日起生效。

ພາສາລາວ (老挝语原文)

ມາດຕາ 10 ຜົນສັກສິດ
ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົນໄປ

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译