ດຳລັດວ່າດ້ວຍ ທີ່ດິນກະສິກຳ

农业用地法令

Decree on Agricultural Land

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງຄຳນິຍາມ, ການຈັດປະເພດ, ຫຼັກການຄຸ້ມຄອງ ແລະ ຂັ້ນຕອນການສຳຫຼວດທີ່ດິນກະສິກຳ, ເນື້ອໃນຫຼັກແມ່ນການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳໃຫ້ຖືກຕ້ອງ ເພື່ອຮັບປະກັນຜົນປະໂຫຍດ ແລະ ຄວາມຍືນຍົງຂອງທີ່ດິນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ທີດິນກະສິກຳ
ທີ່ດິນກະສິກຳ ແມ່ນ ທີ່ດິນກຳນົດໄວ້ ເພື່ອການນຳໃຊ້ເຂົ້າໃນການ ປູກຝັງ, ລ້ຽງສັດ, ປະມົງ, ຊົນລະປະທານ ແລະ ການຄົ້ນຄວ້າທົດລອງ ດ້ານກະສິກຳ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ດິນທີ່ມີຄວາມອຸດົມສົມບູນ ໝາຍເຖິງ ດິນທີ່ມີຄຸນສົມບັດທາງດ້ານເຄມີ, ຟີຊິກ ແລະ ຊີວະວິທະຍາ ທີ່ພຽງພໍສຳລັບການຈະເລີນເຕີບໂຕຂອງພືດ;
2. ການເຊື່ອມໂຊມຂອງດິນ ໝາຍເຖິງ ການຫຼຸດລົງຂອງຄຸນສົມບັດທາງດ້ານເຄມີ, ຟີຊິກ ແລະ ຊີວະວິທະຍາ ເນື່ອງຈາກການກະທຳຂອງມະນຸດ ຫຼື ເກີດຈາກການປ່ຽນແປງທາງທຳມະຊາດ;
3. ຝຸ່ນ ໝາຍເຖິງ ວັດຖຸທີ່ມີສ່ວນປະກອບທາງເຄມີທີ່ຈຳເປັນສຳລັບການຈະເລີນເຕີບໂຕ ແລະ ເພີ່ມຜົນຜະລິດຂອງພືດ ຊຶ່ງລວມມີສອງກຸ່ມຝຸ່ນຫຼັກຄື ຝຸ່ນອະນົງຄະທາດ ຫຼື ຝຸ່ນເຄມີ ແລະ ຝຸ່ນອົງຄະທາດ;
4. ຝຸ່ນອະນົງຄະທາດ ຫຼື ຝຸ່ນເຄມີ ໝາຍເຖິງ ຝຸ່ນທີ່ໄດ້ຈາກຂະບວນການສັງເຄາະທາງເຄມີ ທີ່ມີການກຳນົດທາດອາຫານຫຼັກຂອງພືດ ເປັນຕົ້ນ ທາດໄນໂຕຣເຈນ (N), ຟົດສະຟໍຣັສ (P), ໂພແຕດຊຽມ (K);
5. ຝຸ່ນອົງຄະທາດ ໝາຍເຖິງ ຝຸ່ນທີ່ໄດ້ຈາກສິ່ງເສດເຫຼືອຂອງພືດ, ສັດ, ດິນອິນຊີ ເປັນຕົ້ນ ສິ່ງເສດເຫຼືອຈາກກະສິກຳ, ມູນສັດລ້ຽງ, ມູນເຈຍ ທີ່ໄດ້ນຳມາຜ່ານຂະບວນການບົ່ມ, ຫັກ ຫຼື ວິທີການອື່ນ ຕາມຫຼັກວິຊາການ ລວມທັງຝຸ່ນຊີວະພາບ;
6. ຝຸ່ນຊີວະພາບ ໝາຍເຖິງ ຝຸ່ນອົງຄະທາດປະເພດໜຶ່ງ ທີ່ມີການປະສົມຫົວເຊື້ອຈຸລິນຊີ ຫຼື ແບັກທີເຣຍ ຊະນິດໃດໜຶ່ງ ຫຼື ຫຼາຍຊະນິດ ຕາມຄວາມຕ້ອງການຂອງຜູ້ນຳໃຊ້ ຊຶ່ງມີເປົ້າໝາຍ ສົ່ງເສີມ ຫຼື ກະຕຸ້ນ ການເປັນປະໂຫຍດຂອງຝຸ່ນ ຕໍ່ພືດຫຼາຍຂຶ້ນ ແລະ ປ້ອງກັນການຕິດເຊື້ອຂອງຮາກພືດ;
7. ທາດສະພາບ ໝາຍເຖິງ ສະພາວະຄວາມເປັນຈິງທີ່ຕ້ອງຍອມຮັບ ຊຶ່ງເກີດຂຶ້ນຈາກທຳມະຊາດ ແລະ ຖືກກຳນົດໃນກົດໝາຍ, ສັນຍາ ຫຼື ນິຕິກຳອື່ນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 80 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ