"ຮ່າງ" ດຳລັດວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ
【草案·未生效】非政府国际组织法令(草案)
Decree on International Non-Governmental Organizations (Draft)
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ວຽກງານການຄຸ້ມຄອງ ຕິດຕາມ ກວດກາ ການເຄື່ອນໄຫວຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຢູ່ ສປປ ລາວ ເພື່ອເຮັດໃຫ້ ວຽກງານດັ່ງກ່າວມີຄວາມເປັນເອກະພາບ, ປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນ, ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານການຊ່ວຍເຫຼືອດ້ານການພັດທະນາ ແລະ ມະນຸດສະທຳຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ຢູ່ ສປປ ລາວ ໃນແຕ່ລະໄລຍະ.
ມາດຕາ ມາດຕາ 2
ມາດຕາ 2 (ປັບປຸງ) ອົງການຈັດຕັ່ງສາກົນທີ່ບໍ່ສັງກັດລັດຖະບານ
ອົງການຈັດຕັ່ງສາກົນທີ່ບໍ່ສັງກັດລັດຖະບານ ຂຽນເປັນຕົວອັກສອນຫຍໍ້ວ່າ “ອສບລ” ຂຽນເປັນພາສາອັງກິດວ່າ “NGO” ແມ່ນ ອົງການຈັດຕັ້ງທາງສັງຄົມຂອງສາກົນ ຫຼື ຕ່າງປະເທດ, ສະມາຄົມ, ມູນນິທິ, ກອງທຶນ, ສະຖາບັນ ແລະ ສະໂມສອນ ທີ່ມີຖານະນິຕິບຸກຄົນ ເຄື່ອນໄຫວໃຫ້ການຊ່ວຍເຫຼືອດ້ານ ການພັດທະນາ ແລະ ມະນຸດສະທຳ ໂດຍບໍ່ ຫວັງຜົນກຳໄລ, ຫາລາຍໄດ້ ຫຼື ແບ່ງປັນຜົນກຳໄລກັນ ຕໍ່ໄປນີ້ເອີ້ນວ່າ “ອົງການ”.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 92 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ