ຄຳແນະນຳວ່າດ້ວຍ ການຂື້ນທະບຽນ ກຳມະສິດຫ້ອງຊຸດ, ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງກຳມະສິດຫ້ອງຊຸດ ໃນຄອນໂດມິນຽມ
公寓单元所有权登记、活动登记及所有权变更指南
Guidelines for Registration of Apartment Unit Ownership, Activity Registration, and Ownership Transfer
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຈົດທະບຽນສິດຄອບຄອງຫ້ອງແຖວ, ການຈົດທະບຽນກິດຈະກຳ ແລະ ການປ່ຽນແປງການຈົດທະບຽນ, ເນັ້ນໃສ່ການກຳນົດຂັ້ນຕອນ, ວິທີການ ແລະ ຂັ້ນຕອນການດຳເນີນງານ ເພື່ອປົກປ້ອງສິດຂອງເຈົ້າຂອງສິດ ແລະ ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຄຳແນະນຳ
ວ່າດ້ວຍການຂຶ້ນທະບຽນ
ກຳມະສິດຫ້ອງຊຸດ, ການຈົດທະບຽນ ການເຄື່ອນໄຫວ
ແລະ ການປ່ຽນແປງ ກຳມະສິດຫ້ອງຊຸດ ໃນຄອນໂດມີນຽມ
-- ອີງຕາມກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019;
-- ອີງຕາມດຳລັດວ່າດ້ວຍຄອນໂດມີນຽມ ສະບັບເລກທີ 352/ລບ, ລົງວັນທີ 14 ພະຈິກ 2023;
-- ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 573/ນຍ, ລົງວັນທີ 20 ກັນຍາ 2022;
-- ອີງຕາມໜັງສືເຫັນຂອງກົມທີ່ດິນ ສະບັບເລກທີ 0334/ກຊສ.ກທດ, ລົງວັນທີ 27 ມັງກອນ 2025.
ລັດຖະມົນຕີ ອອກຄຳແນະນຳ:
ໜວດທີ 1
ຫຼັກການລວມ
1. ຈຸດປະສົງ
ຄຳແນະນຳສະບັບນີ້ ກຳນົດລະບຽບການ, ວິທີການ ແລະ ຂັ້ນຕອນ ກ່ຽວກັບການຂຶ້ນທະບຽນກຳມະສິດຫ້ອງຊຸດ, ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ກຳມະສິດຫ້ອງຊຸດ ໃນຄອນໂດມີນຽມ ເພື່ອຄຸ້ມຄອງ, ຕິດຕາມ ກວດກາວຽກງານດັ່ງກ່າວ ດ້ວຍການບັນທຶກ ແລະ ຢັ້ງຢືນກຳມະສິດຫ້ອງຊຸດ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງຜູ້ທີ່ເປັນເຈົ້າຂອງກຳມະສິດຫ້ອງຊຸດ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ.
2. ການຂຶ້ນທະບຽນກຳມະສິດຫ້ອງຊຸດ, ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ກຳມະສິດຫ້ອງຊຸດ
ການຂຶ້ນທະບຽນກຳມະສິດຫ້ອງຊຸດ ແມ່ນ ການອອກໃບຢັ້ງຢືນໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງກຳມະສິດຫ້ອງຊຸດ ໃນຄອນໂດມີນຽມ.
ການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ໃນຄອນໂດມີນຽມ ແມ່ນ ການບັນທຶກ ແລະ ຢັ້ງຢືນການເຄື່ອນໄຫວ ກຳມະສິດຫ້ອງຊຸດ ທີ່ເຈົ້າຂອງກຳມະສິດ ໄດ້ເອົາສິດດັງກ່າວ ໃຫ້ ເຊົ່າ, ເປັນຫຼັກຊັບຄ້າປະກັນ, ຂາຍຝາກ ແລະ ການເຄື່ອນໄຫວອື່ນ.
ການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ໃນຄອນໂດມີນຽມ ແມ່ນ ການບັນທຶກ ແລະ ຢັ້ງຢືນການປ່ຽນແປງກຳມະສິດຫ້ອງຊຸດ ຈາກເຈົ້າຂອງກຳມະສິດໄປໃຫ້ຜູ້ອື່ນ ດ້ວຍການອອກໃບຢັ້ງຢືນກຳມະສິດຫ້ອງຊຸດໃໝ່ ຕາມການສືບທອດມູນມໍລະດົກ, ຊື້ ຂາຍ, ເອົາເຂົ້າເປັນຮຸ້ນ, ມອບ, ແລກປ່ຽນ, ຄຳຕັດສິນຂອງສານ ຫຼື ກໍລະນີອື່ນ.
3. ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຄຳແນະນຳສະບັບນີ້ ມີຄວາມໝາຍ ດັ່ງນີ້:
ກົດລະບຽບຄອນໂດມີນຽມ ໝາຍເຖິງ ລະບຽບການຄຸ້ມຄອງບໍລິຫານ ຄອນໂດມີນຽມ ທີ່ສ້າງຂຶ້ນໂດຍສະພາບໍລິຫານຄອນໂດມີນຽມ;
2) ນິຕິບຸກຄົນຄອນໂດມີນຽມ ໝາຍເຖິງ ຜູ້ທີ່ໄດ້ຮັບອະນຸຍາດ ໃຫ້ດຳເນີນທຸລະກິດຄອນໂດມີນຽມ;
3) ຄອນໂດມີນຽມ ໝາຍເຖິງ ອາຄານຫຼາຍຊັ້ນທີ່ມີຫຼາຍຫ້ອງ ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ທີ່ໄດ້ຮັບອະນຸຍາດປຸກສ້າງຈາກລັດ ດ້ວຍຮູບການຂຶ້ນທະບຽນທີ່ດິນ ເປັນນິຕິບຸກຄົນ ເພື່ອປຸກສ້າງເປັນຄອນໂດມີນຽມ ຊຶ່ງຫ້ອງຊຸດສາມາດຂາຍ ຫຼື ໂອນ ໃຫ້ເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ;
4) ຫ້ອງຊຸດ ໝາຍເຖິງ ບັນດາຫ້ອງຢູ່ໃນຄອນໂດມີນຽມ ຊຶ່ງສາມາດເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ.
4. ຂອບເຂດການນຳໃຊ້
ຄຳແນະນຳສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ລວມທັງອາໄສຢູ່ໃນ ຫຼື ນອກປະເທດ.
ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງຂອງບຸກຄົນ
ດັ່ງກ່າວ ທີ່ດຳລົງຊີວິດ ແລະ ເຄືອນໄຫວ ຢູ່ໃນ ສປປ ລາວ.
ໝວດທີ 2
ປະເພດ, ຂັ້ນຕອນ ແລະ ອົງປະກອບ ການຂຶ້ນທະບຽນກຳມະສິດຫ້ອງຊຸດ
1. ປະເພດຫ້ອງຊຸດໃນຄອນໂດມີນຽມ
ຫ້ອງຊຸດໃນຄອນໂດມີນຽມ ແບ່ງອອກເປັນປະເພດ ດັ່ງນີ້:
1) ທີ່ຢູ່ອາໄສ ແມ່ນ ຫ້ອງຊຸດ ທີ່ກຳນົດເປັນທີ່ຢູ່ອາໄສ ຂອງບຸກຄົນ ແລະ ຄອບຄົວ;
2) ສຳນັກງານ, ຫ້ອງການ ແມ່ນ ຫ້ອງຊຸດ ທີ່ກຳນົດເປັນບ່ອນເຮັດວຽກຂອງສຳນັກງານ, ອົງການ, ວິສາຫະກິດຕ່າງໆ;
3) ການຄ້າ ແລະ ການບໍລິການ ແມ່ນ ຫ້ອງຊຸດ ທີ່ກຳນົດເປັນສູນການຄ້າ ແລະ ການບໍລິການ ເປັນຕົ້ນ ສູນການຄ້າ, ຮ້ານຊັບພະສິນຄ້າ, ຮ້ານອາຫານ, ສະຖານທີ່ອອກກຳລັງກາຍ.
2. ຂັ້ນຕອນການຂຶ້ນທະບຽນກຳມະສິດຫ້ອງຊຸດ
ຂັ້ນຕອນການຂຶ້ນທະບຽນກຳມະສິດຫ້ອງຊຸດ ມີ ດັ່ງນີ້:
> ການປະກອບເອກະສານ ຂໍຂຶ້ນທະບຽນກຳມະສິດຫ້ອງຊຸດ;
> ການຮັບຄຳຮ້ອງ ແລະ ການກວດກາເອກະສານປະກອບ ຂໍຂຶ້ນທະບຽນກຳມະສິດຫ້ອງຊຸດ;
-- ການພິຈາລະນາ ການຂຶ້ນທະບຽນກຳມະສິດຫ້ອງຊຸດ.
ສຳລັບການຂໍອະນຸຍາດ ດຳເນີນທຸລະກິດ, ການກໍ່ສ້າງ ແລະ ການຂຶ້ນທະບຽນທີ່ດິນປູກສ້າງ ຄອນໂດມີນຽມ ແມ່ນໄດ້ກຳນົດໄວ້ໃນດຳລັດວ່າດ້ວຍຄອນໂດມີນຽມ ແລະ ກົດບນາຍອື່ນທີ່ກ່ຽວຂ້ອງ.
2.1 ການປະກອບເອກະສານ ຂໍຂຶ້ນທະບຽນກຳມະສິດຫ້ອງຊຸດ
ການຂຶ້ນທະບຽນກຳມະສິດຫ້ອງຊຸດ ຕ້ອງປະກອບເອກະສານ ດັງນີ້:
1) ສຳເນົາໃບຕາດິນ ທີ່ອອກຊື່ຂອງຄອນໂດມີນຽມ;
2) ແຜນຜັງຂອງຫ້ອງຊຸດ ທີ່ສະແດງໃຫ້ເຫັນເຖິງລວງກວ້າງ, ລວງຢາວ ແລະ ລວງສູງ;
3) ເອກະສານຢັ້ງຢືນກ່ຽວກັບອັດຕາສ່ວນຂອງກຳມະສິດ ໃນຊັບສິນສ່ວນລວມ;
4) ສຳເນົາບັດປະຈຳຕົວ, ສຳມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່ ຂອງເຈົ້າຂອງກຳມະສິດຫ້ອງຊຸດ ສຳລັບບຸກຄົນ, ສຳເນົາໃບທະບຽນວິສາຫະກິດ ສຳລັບນິຕິບຸກຄົນ;
5) ສຳເນົາໜັງສືຜ່ານແດນ ຫຼື ບັດຕ່າງດ້າວ ສຳລັບຄົນຕ່າງປະເທດ ຫຼື ຄົນຕ່າງດ້າວ, ໃບຢັ້ງຢືນ ຫຼື ໃບອະນຸຍາດສ້າງຕັ້ງຂອງອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ສຳລັບການຈັດຕັ້ງຂອງຕ່າງປະເທດ ຫຼື ສາກົນ;
6) ສັນຍາເຊົ່າ ຫຼື ສຳປະທານ ສຳລັບການເຊົ່າ ຫຼື ສຳປະທານທີ່ດິນຂອງລັດ, ບຸກຄົນ ຫຼື ນິຕິບຸກຄົນ ເພື່ອປຸກສ້າງຄອນໂດມີນຽມ.
2.2 ການຮັບຄຳຮ້ອງ ແລະ ການກວດກາເອກະສານປະກອບ ຂໍຂຶ້ນທະບຽນກຳມະສິດຫ້ອງຊຸດ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນຄອນໂດມີນຽມຕັ້ງຢູ່ ເປັນຜູ້ຮັບຄຳຮ້ອງຂໍຂຶ້ນທະບຽນກຳມະສິດຫ້ອງຊຸດ ແລະ ດຳເນີນການກວດກາຄຳຮ້ອງ ແລະ ເອກະສານປະກອບ ຂໍຂຶ້ນ
ທະບຽນກຳມະສິດຫ້ອງຊຸດ ພາຍໃນກຳນົດ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງ ເປັນຕົ້ນໄປ, ກໍລະນີຫາກເຫັນວ່າເອກະສານ ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ໃຫ້ແຈ້ງຕໍ່ຜູ້ຮ້ອງຂໍຊາບເປັນລາຍລັກອັກສອນ ພ້ອມທັງໃຫ້ເຫດຜົນ.
2.3 ການພິຈາລະນາຂຶ້ນທະບຽນກຳມະສິດຫ້ອງຊຸດ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຕ້ອງພິຈາລະນາຂຶ້ນທະບຽນກຳມະສິດຫ້ອງຊຸດ ດ້ວຍການອອກໃບທະບຽນ ແລະ ໃບຢັ້ງຢືນ ກຳມະສິດຫ້ອງຊຸດ ພາຍໃນກຳນົດ ຫ້າ ວັນລັດຖະການ ນັບແຕ່ວັນສຳເລັດການກວດກາເອກະສານປະກອບ ຂໍຂຶ້ນທະບຽນກຳມະສິດຫ້ອງຊຸດ ເປັນຕົ້ນໄປ.
ໃນກໍລະນີບໍ່ເຫັນດີ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ໃຫ້ແກ່ຜູ້ຮ້ອງຂໍຊາບ ພ້ອມດ້ວຍເຫດຜົນ.
ສຳລັບເຂດເສດຖະກິດພິເສດ ມອບໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດ ຂຶ້ນທະບຽນກຳມະສິດຫ້ອງຊຸດ ຕາມທີ່ໄດກຳນົດໄວ້ໃນກົດໆນາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.
3. ອົງປະກອບການຂຶ້ນທະບຽນກຳມະສິດຫ້ອງຊຸດ
ອົງປະກອບການຂຶ້ນທະບຽນກຳມະສິດຫ້ອງຊຸດ ມີດັ່ງນີ້:
3.1 ແຜນຜັງອາຄານຄອນໂດມີນຽມ
ແຜນຜັງອາຄານຄອນໂດມີນຽມ ແມ່ນ ຮູບແຜນຜັງຂອງອາຄານຄອນໂດມີນຽມ ທີ່ສະແດງໃຫ້ເຫັນຈຳນວນຊັ້ນ, ຈຳນວນຫ້ອງຊຸດໃນແຕ່ລະຊັ້ນ, ຊື່ຂອງອາຄານ, ເລກທີຫ້ອງຊຸດຢູ່ແຕ່ລະຊັ້ນ, ທາງຍ່າງ, ລິບ ແລະ ສິ່ງອຳນວຍຄວາມສະດວກຕ່າງໆຢູ່ ໂດຍໄດ້ຮັບການຢັ້ງຢືນຈາກຂະແບນງການທີ່ກ່ຽວຂ້ອງ.
3.2 ແຜນຜັງຂອງຫ້ອງຊຸດ
ແຜນຜັງຂອງຫ້ອງຊຸດ ແມ່ນ ຮູບແຜນຜັງຂອງຫ້ອງຊຸດທີ່ສະແດງໃຫ້ເຫັນຮູບຮ່າງ ເປັນຕົ້ນ ຊື່ຄອນໂດມີນຽມທະບຽນອາຄານເລກທີ, ເລກທີໃບຕາດິນ, ຊັ້ນທີ, ເລກທີຫ້ອງຊຸດຂ້າງຄຽງ, ເລກທີຂອງຫ້ອງຊຸດ, ລວງກວ້າງ, ລວງຍາວ, ລວງສູງ, ມາດຕາສ່ວນ ແລະ ເນື້ອທີ່ຂອງຫ້ອງຊຸດໃນຄອນໂດມີນຽມ ຕາມແບບຂອງແຜນຜັງອາຄານຄອນໂດມີນຽມ ທີ່ໄດ້ຮັບການຢັ້ງຢືນຈາກຂະແບນງການທີ່ກ່ຽວຂ້ອງ.
3.3 ໃບທະບຽນ ແລະ ປຶ້ມທະບຽນກຳມະສິດຫ້ອງຊຸດ
ໃບທະບຽນກຳມະສິດຫ້ອງຊຸດ ແມ່ນ ເອກະສານທີ່ບັນທຶກຂໍ້ມູນ ຈາກການຂຶ້ນທະບຽນກຳມະສິດຫ້ອງຊຸດ ເຂົ້າໃນປຶ້ມທະບຽນກຳມະສິດຫ້ອງຊຸດ ຕາມເລກລຳດັບຂອງແຕ່ລະຫ້ອງໃນຄອນໂດມີນຽມ ຊຶ່ງມີລາຍເຊັນ ແລະ ຕາປະທັບ ຂອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຢູ່ຫົວຕົ້ນ ລວມທັງເລກລຳດັບ ແລະ ຕາປະທັບໃສ່ແຕ່ລະໃບ.
ປຶ້ມທະບຽນກຳມະສິດຫ້ອງຊຸດ ແມ່ນປຶ້ມທີ່ລວບລວມໃບທະບຽນກຳມະສິດຫ້ອງຊຸດ ທີ່ໄດ້ຂຶ້ນທະບຽນກຳມະສິດຫ້ອງຊຸດ ໃນແຕ່ລະຄອນໂດມີນຽມ. ປຶ້ມທະບຽນກຳມະສິດຫ້ອງຊຸດຫົວໜຶ່ງມີຈຳນວນ ຫ້າສິບ ໃບ ຊຶ່ງໃນຄອນໂດມີນຽມໜຶ່ງ ອາດມີປຶ້ມທະບຽນກຳມະສິດຫ້ອງຊຸດ ຫຼາຍຫົວຂຶ້ນກັບຈຳນວນຫ້ອງຊຸດ.
3.4 ສາລະບານປຶ້ມທະບຽນກຳມະສິດຫ້ອງຊຸດ
ສາລະບານປຶ້ມທະບຽນກຳມະສິດຫ້ອງຊຸດ ແມ່ນ ການສັງລວມໃບທະບຽນກຳມະສິດຫ້ອງຊຸດທັງໝົດ ຢູ່
ແຕ່ລະອາຄານຄອນໂດມີນຽມ ເຂົ້າເປັນຫົວດຽວຢ່າງເປັນລະບົບ.
3.5 ໃບຢັ້ງຢືນກຳມະສິດຫ້ອງຊຸດ
ໃບຢັ້ງຢືນກຳມະສິດຫ້ອງຊຸດ ແມ່ນ ເອກະສານທີ່ເປັນຫຼັກຖານຕົ້ນຕໍ ອັນຫຶ່ງອັນດຽວທີ່ຢັ້ງຢືນເຖິງ
ຄວາມເປັນເຈົ້າຂອງກຳມະສິດຫ້ອງຊຸດ ຊຶ່ງໄດ້ຄັດສຳເນົາອອກຈາກປຶ້ມທະບຽນກຳມະສິດຫ້ອງຊຸດ ເພື່ອມອບໃຫ້ແກ່
ຜູ້ເປັນເຈົາຂອງກຳມະສິດຫ້ອງຊຸດພຽງໃບດຽວ ເພື່ອຖືໄວ້ເປັນຫຼັກຖານ ຈົນກວ່າມີການປ່ຽນແປງ ຕາມເງື່ອນໄຂທີ່
ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
4. ການອອກຊື່ໃນໃບຕາດິນປຸກສ້າງຄອນໂດມີນຽມ
ການອອກຊື່ໃນໃບຕາດິນປຸກສ້າງຄອນໂດມີນຽມ ປະກອບມີ ດັງນີ້:
1) ຄອນໂດມີນຽມ ທີ່ມີການລົງທຶນຜູ້ດຽວ ແລະ ທັງເປັນເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ເປັນພົນລະເມືອງລາວ
ໃຫ້ຂຶ້ນທະບຽນທີ່ດິນປູກສ້າງຄອນໂດມີນຽມ ໂດຍອອກຊື່ຄອນໂດມີນຽມນັ້ນ;
2) ຄອນໂດມີນຽມ ທີ່ມີການລົງທຶນຮ່ວມລະຫວ່າງ ພົນລະເມືອງລາວດ້ວຍກັນ ຫຼື ລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ໃຫ້ຂຶ້ນທະບຽນທີ່ດິນປຸກສ້າງ ຄອນໂດມີນຽມ ໂດຍອອກຊື່ຄອນໂດມີນຽມນັ້ນ ແຕ່ຕ້ອງລະບຸເລກທີ , ລົງວັນທີຂອງສັນຍາຮ່ວມທຶນ ໃສ່ຢູ່ບ່ອນທີ່ກຳນົດ ວ່າ ການໄດ້ມາຂອງສິດນຳໃຊ້ທີ່ດິນ ແລະ ລະບຸຈຳນວນຮຸ້ນຂອງຜູ້ເອົາສິດນຳໃຊ້ທີ່ດິນປະກອບເປັນທຶນ ໃສ່ບອນທີ່ກຳນົດ ວ່າ ຖານະເປັນເຈົ້າຂອງສິດນຳໃຊ້ທີ່ດິນໃນໃບຕາດິນ;
3) ຄອນໂດມີນຽມ ທີ່ສ້າງຂຶ້ນດ້ວຍການເຊົ່າທີ່ດິນນຳ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ຮັກສາຊື່ຜູ້ທີ່ ເປັນເຈົ່າຂອງສິດນຳໃຊ້ທີ່ດິນໄວ້ຄືເກົາ ແຕ່ຕ້ອງໄດ້ຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ໃສ່ດ້ານຫຼັງຂອງໃບຕາດິນ ດັ່ງກ່າວ ຕາມກົດບນາຍ;
4) ຄອນໂດມີນຽມ ທີ່ສ້າງຂຶ້ນຢູ່ເຂດເຊົາ ຫຼື ສຳປະທານທີ່ດິນຂອງລັດ, ເຂດທີ່ມີການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ໃຫ້ດຳເນີນການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ໂດຍອອກຊື່ຄອນໂດມີນຽມນັ້ນ ໃສ່ໃນໃບຕາດິນລັດ ຕາມອາຍຸຂອງສັນຍາເຊົ່າ, ສຳປະທານ ຫຼື ການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ.
5. ສຳນວນເອກະສານຫ້ອງຊຸດ
ສຳນວນເອກະສານຫ້ອງຊຸດ ແມ່ນ ການລວບລວມເອກະສານຕ່າງໆ ກ່ຽວກັບການຂຶ້ນທະບຽນກຳມະສິດຫ້ອງຊຸດ ແລະ ການຈົດທະບຽນການເຄື່ອນໄຫວ ແລະ ປ່ຽນແປງ ກຳມະສິດຫ້ອງຊຸດ ເຊັ່ນ ເອກະສານຢັ້ງຢືນການໄດ້ມາກຳມະສິດຫ້ອງຊຸດ, ສຳເນົາສຳມະໂນຄົວ ຫຼື ບັດປະຈຳຕົວ, ໃບຢັ້ງຢືນທີ່ຢູ່, ໃບທະບຽນວິສາຫະກິດ, ແບບພິມ
ທາງດ້ານວິຊາການ. ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫັງສືຜ່ານແດນ ປ່າງຖືກຕ້ອງຕາມກົດບໜາຍ.
ການຂຶ້ນທະບຽນກຳມະສິດຫ້ອງຊຸດແຕ່ລະຫ້ອງ ໃຫ້ສ້າງເປັນສຳນວນເອກະສານຫ້ອງຊຸດ ເພື່ອເປັນຂໍ້ມູນ ຫຼັກຖານຍາວນານ ແລະ ເກັບຮັກສາໄວ້ໃນລະບົບຂໍ້ມູນ ໃຫ້ມີຄວາມປອດໄພ ສາມາດຕິດຕາມສະພາບການເຄື່ອນໄຫວ ແລະ ປ່ຽນແປງ ກຳມະສິດຫ້ອງຊຸດ ໃນແຕ່ລະໄລຍະ.
ບນວດທີ 3
ະ - < 9 3. ມ
ປະເພດ ແລະ ຂັນຕອນການຈົດທະບຽນການເຄືອນໄຫວກຳມະສິດຫ້ອງຊຸດ
1. ປະເພດ ການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ
ການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ປະກອບມີ ປະເພດ ດັ່ງນີ້:
1) ການໃຫ້ເຊົ່າ;
2) ການເອົາກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄຳປະກັນ;
3) ການຂາຍຝາກກຳມະສິດຫ້ອງຊຸດ;
ຮັບກຳມະສິດຫ້ອງຊຸດ. ຖ້າຫາກການສະເຫີຄັດຄ້ານນັ້ນ ບໍ່ໄດ້ດຳເນີນການໄກ່ເກ່ຍ ຫຼື ແກ້ໄຂຕາມກົດໝາຍ ຫຼື ບໍ່ມີ
ການຮ້ອງຟ້ອງຕໍ່ສານ ພາຍໃນກຳນົດເວລາ ຊາວ ວັນລັດຖະການ ນັບແຕ່ວັນທີ່ຍື່ນຄຳສະເຫີເປັນຕົ້ນໄປ ໂດຍບໍ່ມີ
ເອກະສານຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ໃຫ້ຖືວ່າຄຳສະເຫີຄັດຄ້ານນັ້ນ ແມ່ນບໍ່ມີເຫດຜົນຕໍ່ການສະເຫີຄັດຄ້ານດັ່ງກ່າວ.
ໃນກໍລະນີມີຄຳຕັດສິນຂອງສານໃຊ້ ໄດ້ຢ່າງເດັດຂາດ ແລະ ມີຄຳສັ່ງປະຕິບັດຄຳຕັດສິນຂອງສານແລ້ວ ແມ່ນ
ໃຫ້ດຳເນີນການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ເວັ້ນເສຍແຕ່ມີຄຳສັ່ງໃຫ້ມີການຮີ້ພື້ນຄະດີ ຕາມກົດໝາຍ.
1.1 ການຈົດທະບຽນ ການເຊົ່າ
1.1.1 ການຈົດທະບຽນສັນຍາເຊົ່າຫ້ອງຊຸດ
ສັນຍາເຊົ່າຫ້ອງຊຸດ ແມ່ນ ການຕົກລົງ ລະຫວ່າງ ຜູ້ເຊົ່າ ແລະ ຜູ້ໃຫ້ເຊົ່າ ໂດຍໄດ້ຮັບການຢັ້ງຢືນຈາກ ອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນທີ່ຄອນໂດມີນຽມຕັ້ງຢູ່ ຕາມການສະເຫີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ.
ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນສັນຍາເຊົ່າຫ້ອງຊຸດ ຈາກພົນລະເມືອງລາວ ປະກອບມີດັ່ງນີ້:
-- ຄຳຮ້ອງຂໍຈົດທະບຽນ;
ສັນຍາເຊົ່າຫ້ອງຊຸດ;
ໃບຢັ້ງຢືນຄວາມຖືກຕ້ອງຂອງໃບປັ້ງຢືນກຳມະສິດຫ້ອງຊຸດ;
ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
ສຳເນົາສຳມະໂນຄົວ ແລະ ສຳເນົາບັດປະຈຳຕົວ ຂອງຜູ້ເຊົ່າ. ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫັງສືຜ່ານແດນ ຢ່າງຖືກຕ້ອງຕາມກົດໝາຍ.
-- ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຫາກມີ),
1.1.2 ການຈົດທະບຽນການປ່ຽນແປງສັນຍາເຊົ່າຫ້ອງຊຸດ
ສັນຍາເຊົ່າຫ້ອງຊຸດ ສາມາດປ່ຽນແປງໄດ້ຕາມການຕົກລົງເຫັນດີຂອງຄູ່ສັນຍາ ເປັນຕົ້ນ ເພີ່ມ ຫຼື ຫຼຸດຄ່າເຊົ່າ ທີ່ຕ້ອງຈ່າຍຕາມສັນຍາ; ເພີ່ມ ຫຼື ຫຼຸດກຳນົດເວລາຂອງການເຊົ່າ; ການປ່ຽນແປງ, ຕັດອອກ ຫຼື ເພີ່ມເງື່ອນໄຂຂອງສັນຍາເຊົາ ຕ້ອງໄດ້ຮັບການຈົດທະບຽນຄືນໃໝ່.
1.1.3 ການຈົດທະບຽນສັນຍາເຊົ່າຫ້ອງຊຸດທີ່ໃຫ້ຜູ້ອື່ນເຊົ່າຕໍ່
ສັນຍາເຊົ່າຫ້ອງຊຸດ ສາມາດເອົາສັນຍາເຊົ່າຂອງຕົນໃຫ້ຜູ້ອື່ນເຊົ່າຕໍ່ໄດ້ ແຕ່ກຳນົດເວລາໃນການເອົາໃຫ້ຜູ້ອື່ນເຊົ່າຕໍ່ ແມ່ນບໍ່ໃຫ້ເກີນກຳນົດເວລາຂອງສັນຍາແມ່. ທຸກໆຄັ້ງ ທີ່ໃຫ້ຜູ້ອື່ນເຊົ່າຕໍ່ນັ້ນ ຕ້ອງໄດ້ຮັບການເຫັນດີຈາກຜູ້ໃຫ້ເຊົ່າເສຍກ່ອນ. ຖ້າຫາກສັນຍາເຊົ່າສະບັບແມ່ໄດ້ລະບຸເງື່ອນໄຂໃຫ້ຜູ້ອື່ນເຊົ່າຕໍ່ໄດ້ ຜູ້ເຊົ່າ ກໍສາມາດດຳເນີນການໄດ້ເລີຍ.
ການເອົາສັນຍາເຊົ່າຫ້ອງຊຸດ ໃຫ້ຜູ້ອື່ນເຊົ່າຕໍ່ ຕ້ອງມີສັນຍາໃຫ້ຜູ້ອື່ນເຊົ່າຕໍ່ ຢ່າງເປັນລາຍລັກອັກສອນ ລະຫວ່າງຜູ້ເຊົ່າຫ້ອງຊຸດເດີມ ກັບຜູ້ເຊົ່າຫ້ອງຊຸດຜູ້ໃໝ່. ຫຼັງຈາກນັ້ນ ຜູ້ເຊົ່າຫ້ອງຊຸດໃໝ່ ໃຫ້ແຈ້ງຈົດທະບຽນສັນຍາດັງກ່າວ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ.
1.1.4 ການຈົດທະບຽນໂອນສັນຍາເຊົ່າຫ້ອງຊຸດ
ສັນຍາເຊົ່າຫ້ອງຊຸດ ສາມາດໂອນສັນຍາເຊົ່າ ທີ່ຍັງບໍ່ທັນໝົດກຳນົດ ໃຫ້ຜູ້ອື່ນເຊົ່າໄດ້ ແຕ່ຕ້ອງໄດ້ຕົກລົງເຫັນດີ ຈາກຜູ້ໃຫ້ເຊົ່າເສຍກ່ອນ. ຖ້າຫາກສັນຍາເຊົ່າສະບັບແມ່ໄດ້ລະບຸເງື່ອນໄຂໃຫ້ໂອນສັນຍາເຊົ່າ ກໍສາມາດດຳເນີນການໄດ້ເລີຍ.
ການໂອນສັນຍາເຊົ່າ ຕ້ອງມີສັນຍາໂອນສິດເຊົ່າ ເປັນລາຍລັກອັກສອນ ລະຫວ່າງຜູ້ເຊົ່າເດີມ ກັບຜູ້ເຊົ່າໃໝ່.
ຜູ້ເຊົ່າໃໝ່ ຕ້ອງປະຕິບັດສິດ, ພັນທະ ແລະ ເງື່ອນໄຂຕ່າງໆ ຂອງຜູ້ເຊົ່າເດີມ ຕາມສັນຍາ, ກົດໝາຍ ແລະ ລະບຽບ
ການ ຫຼັງຈາກນັ້ນໃຫ້ແຈ້ງຈົດທະບຽນສັນຍາດັ່ງກ່າວ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ.
1.1.5 ການຈົດທະບຽນສືບທອດສັນຍາເຊົ່າຫ້ອງຊຸດ
ຜູ້ເຊົ່າຫ້ອງຊຸດ ຫາກໄດ້ເສຍຊີວິດ ຊັບສົມບັດ ລວມທັງສິດ ແລະ ພັນທະຕ່າງໆ ກ່ຽວກັບສັນຍາເຊົ່າ ຈະຕົກທອດໄປຫາຜູ້ສືບທອດຕາມກົດໝາຍ ຫຼື ຕາມພິໄນກຳ. ແຕ່ຕ້ອງໄດ້ຮັບການຢັ້ງຢືນການສືບທອດມູນມໍລະດົກ. ຫຼັງຈາກນັ້ນ, ໃຫ້ແຈ້ງຈົດທະບຽນສັນຍາດັ່ງກ່າວ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ.
1.1.6 ການຍົກເລີກ ຫຼື ລົບລ້າງ ການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ
ສັນຍາເຊົ່າຫ້ອງຊຸດ ຈະຖືກຍົກເລີກ ຫຼື ລົບລ້າງ ການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ຕາມແຕ່ລະກໍລະນີ ດັ່ງນີ້:
1) ຫຼົດກຳນົດສັນຍາເຊົ່າ;
2) ການຕົກລົງເຫັນດີຂອງຄູ່ສັນຍາ;
3) ການສະຫຼະສິດເຊົ່າ;
4) ການປະລະສິດໃນການເຊົ່າ;
5) ການລະເມີດກົດໝາຍ ຫຼື ເງື່ອນໄຂສັນຍາເຊົ່າ;
6) ຄຳຕັດສິນຂອງສານ.
ການຍົກເລີກສັນຍາເຊົ່າຫ້ອງຊຸດ ຕາມທີ່ໄດ້ກຳນົດໄວ້ຂ້າງເທິງນີ້ ຕ້ອງແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈົດທະບຽນຍົກເລີກ.
ການຈົດທະບຽນການຍົກເລີກ ຫຼື ລົບລ້າງສັນຍາເຊົ່າຫ້ອງຊຸດ ຕ້ອງດຳເນີນໃຫ້ສຳເລັດພາຍໃນສອງວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບໜັງສືສະເຫຼີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ ຫຼື ຂອງຜູ້ມີສິດຍົກເລີກ ຫຼື ລົບລ້າງ ຫຼື ຄຳສັ່ງປະຕິບັດຄຳຕັດສິນຂອງສານ ເປັນຕົ້ນໄປ ພ້ອມທັງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.
1.2 ການຈົດທະບຽນການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ
1.2.1 ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ
ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ ແມ່ນ ການຕົກລົງກັນລະຫວ່າງຜູ້ຄ້າປະກັນ ແລະ ຜູ້ຮັບການຄ້າປະກັນ ໂດຍເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຮັບປະກັນການໃຊ້ແທນໜີ້ສິນ ຫຼື ການປະຕິບັດພັນທະລະຫວ່າງເຈົ້າໜີ້ກັບລູກໜີ້ ຫຼື ການຕົກລົງການໃຊ້ແທນໜີ້ສິນ ຫຼື ການປະຕິບັດພັນທະແທນລູກໜີ້ ໂດຍບຸກຄົນ ຫຼື ນິຕິບຸກຄົນໃດໜຶ່ງ ດ້ວຍຮູບແບບການຈຳນຳ ຫຼື ຈຳນອງ.
ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ ປະກອບມີ ດັ່ງນີ້:
- ຊຸດຄຳຮ້ອງຂໍຈົດທະບຽນ;
-- ສັນຍາຄ້າປະກັນການຈຳນຳ ຫຼື ຈຳນອງ;
> ສັນຍາກູ້ຢືມ ລະຫວ່າງຜູ້ໃຫ້ກູ້ຢືມ ແລະ ຜູ້ກູ້ຢືມ;
- ໃບຢັ້ງຢືນຄວາມຖືກຕ້ອງຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ;
- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ. ຫອດ ລານ ຄົນ
ບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫຼື ຫຼັງສືຜ່ານແດນ ຢ່າງ
ຖືກຕ້ອງຕາມກົດໝາຍ;
- ຖ້າແມ່ນນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ຕ້ອງມີສຳເນົາໃບອະນຸຍາດດຳເນີນທຸລະກິດ, ໃບທະ
ບຽນວິສາຫະກິດ ຫຼື ໃບອະນຸຍາດສ້າງຕັ້ງອົງການຈັດຕັ້ງສັງຄົມ;
- ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຫາກມີ).
ກ່ອນດຳເນີນການຈົດທະບຽນການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ ຫາກມີ
ການສະເຫີຄັດຄ້ານຈາກຜູ້ທີ່ກ່ຽວຂ້ອງໂດຍກົງ ຫຼື ຜູ້ທີ່ໄດ້ຮັບກຳມະສິດຫ້ອງຊຸດ ຈາກການໂອນ, ການສືບທອດມູນ
ມໍຣະດົກ ແມ່ນໃຫ້ໂຈະການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດໄວ້ກ່ອນ ຈົນກວ່າໄດ້ຮັບການແກ້ໄຂຕາມກົດໝາຍ.
1.2.2 ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບການຄ້າປະກັນການຈຳນຳ
ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບການຄ້າປະກັນການຈຳນຳ ແມ່ນ ການຮັບປະກັນການໃຊ້ແທນຫໍ້ສິນ ຫຼື ການປະຕິບັດພັນທະອື່ນ ໃຫ້ແນ່ຜູ້ຮັບຈຳນຳ ຫຼື ເຈົ້າຫ້ ດ້ວຍການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ໄປເປັນຫຼັກຊັບຄຳປະກັນນັ້ນ ໄປໄວ້ນຳ ຫຼື ຢູ່ໃນການຄອບຄອງ ຂອງຜູ້ຮັບຈຳນຳ ຫຼື ບຸກຄົນອື່ນ ຕາມການຕົກລົງ. ຜູ້ຮັບຈຳນຳ ມີສິດນຳໃຊ້ຫ້ອງຊຸດ ຫຼື ໄດ້ຮັບບນາກຜົນຈາກຫ້ອງຊຸດ ແຕ່ບໍ່ມີສິດຄິດໄລ່ດອກເບັຍຈາກຜູ້ຈຳ
ອມທັງຮັບຜິດຊອບໃນການຈ່າຍຄ່າລຸ້ມຄອງ ແລະ ປົກປັກຮັກສາຫ້ອງຊຸດນັ້ນ. ເມືອລູກຫີໍ່ຫາກໄດ້ໃຊ້ແທນຫໍ
ປະຕິບັດພັນທະແລ້ວ ການຈຳນຳກໍຈະສັ້ນສຸດລົງ ແລະ ຫຼັງຈາກຈົດທະບຽນຍົກເລີກການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄຳປະກັນແລ້ວ ກຳມະສິດຫ້ອງຊຸດນັ້ນ ຕ້ອງສົ່ງຄືນໃຫ້ຜູ້ຈຳນຳ ຫຼື ເຈົາຂອງກຳມະສິດຫ້ອງຊຸດ.
1.2.3 ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບການຄ້າປະກັນການຈຳນອງ
ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບການຄຳປະກັນດ້ວຍການຈຳນອງ ແມ່ນ ການຮັບປະກັນການໃຊ້ແທນຫີ່ສິນ ແລະ ການປະຕິບັດພັນທະອື່ນ ໃຫ້ແກ່ຜູ້ຮັບຈຳນອງ ຫຼື ເຈົ້າຫີ້ ດ້ວຍການຈົດທະບຽນເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ນຳມາຈຳນອງນັ້ນ ຊຶ່ງຫຼັງຈາກຈົດທະບຽນການເຄື່ອນໄຫວສິດກຳມະສິດຫ້ອງຊຸດແລ້ວ ຜູ້ຈຳນອງ ຫຼື ເຈົ້າຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ຫຼື ລູກພີ່ ຕ້ອງມອບໃບຢັ້ງຢືນກຳມະສິດຫ້ອງຊຸດສະບັບຕົ້ນ ໃຫ້ຜູ້ຮັບຈຳນອງ ຫຼື ເຈົ້າຫີ້.
ຮັບຈຳນອງ ຫຼື ເຈົ້າຫີ້ເປັນຜູ້ຮັກສາໄວ້.
ຖ້າຜູ້ຈຳນອງ ຫຼື ເຈົ້າຂອງກຳມະສິດຫ້ອງຊຸດ ຫຼື ລູກທີ່ ຫາກບໍ່ໃຊ້ແທນຫີ້ສິນຕາມກຳນົດເວລາ, ຜູ້ຮັບຈຳນອງ ຫຼື ເຈົ້າຫື້ ຕ້ອງປຶກສາຫາລືເປັນເອກະພາບກັນລະຫວ່າງເຈົ້າຫີ້ ກັບລູກຫີ້ ກ່ຽວກັບການຊຳລະຫີ້ສິນ ເປັນຕົ້ນ ການຊຳລະດ້ວຍການມອບກຳມະສິດຫ້ອງຊຸດ ຫຼື ຂາຍກຳມະສິດຫ້ອງຊຸດ ຫຼື ປະມູນຂາຍກຳມະສິດຫ້ອງຊຸດ.
ໃນກໍລະນີຄູ່ສັນຍາບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ດຳເນີນການແກ້ໄຂ ຕາມຂະບວນການຍຸຕິທຳ.
1.2.4 ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄຳປະກັນໃຫ້ບຸກຄົນອື່ນເປັນຜູ້ກູ້ຢືມ
ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນໃຫ້ບຸກຄົນອື່ນເປັນຜູ້ກູ້ຢືມ ຕ້ອງມີການມອບສິດເປັນລາຍລັກອັກສອນ ລະຫວ່າງເຈົ້າຂອງກຳມະສິດຫ້ອງຊຸດ ທີ່ເປັນຜູ້ຄ້າປະກັນ ແລະ ຜູ້ໄດ້ຮັບມອບ
ສິດທີ່ເປັນຜູ້ກູ້ຢືມ ໂດຍເຊັນຢັ້ງຢືນຈາກພະຍານຢ່າງຫ້ອຍ ສາມ ຄົນ, ອົງການປົກຄອງບ້ານ ບ່ອນທີ່ຄອນໂດມີນຽມຕັ້ງຢູ່ ແລະ ໄດ້ຮັບການຢັ້ງຢືນຈາກອົງການທະບຽນສານ ຕາມກົດໝາຍ ແລະ ລະບຽບການ.
ສັນຍາຄ້າປະກັນການຈຳນອງ ຕ້ອງໄດ້ລົງລາຍເຊັນ ເຈົ້າຂອງກຳມະສິດຫ້ອງຊຸດ ທີ່ເປັນຜູ້ຄ້າປະກັນ, ຜູ້ໄດ້ຮັບມອບສິດ ທີ່ເປັນຜູ້ກູ້ຢືມ ແລະ ຜູ້ຮັບຈຳນອງ ຫຼື ເຈົ້າໜີ້ ໂດຍເຊັນຢັ້ງຢືນຈາກພະຍານຢ່າງຫ້ອຍ ສາມ ຄົນ, ອົງການປົກຄອງບ້ານ ບ່ອນທີ່ຄອນໂດມີນຽມຕັ້ງຢູ່ ແລະ ໄດ້ຮັບການຢັ້ງຢືນຈາກອົງການທະບຽນສານ ຕາມກົດໝາຍ ແລະ ລະບຽບການ.
ຖ້າຜູ້ກູ້ຢືມ ຫຼື ລູກໜີ້ ບໍ່ສາມາດໃຊ້ແທນໜີ້ສິນໃຫ້ຜູ້ຮັບຈຳນອງ ຫຼື ເຈົ້າໜີ້ ຕາມກຳນົດເວລາ, ເຈົ້າຂອງກຳມະສິດຫ້ອງຊຸດ ທີ່ເປັນຜູ້ຄ້າປະກັນ ຕ້ອງມີພັນທະປະຕິບັດການໃຊ້ແທນໜີ້ສິນດັ່ງກ່າວ ດ້ວຍການປຶກສາຫາລື
ເປັນເອກະພາບກັນ ລະຫວ່າງເຈົ້າຂອງກຳມະສິດຫ້ອງຊຸດ ທີ່ເປັນຜູ້ຄ້າປະກັນ, ຜູ້ກູ້ຢືມ ຫຼື ລູກທີ່ ແລະ ຜູ້ຮັບຈຳນອງ ຫຼື ເຈົ້າໜີ້ ກ່ຽວກັບການຊຳລະໜີ້ສິນ ເປັນຕົ້ນ ການຊຳລະດ້ວຍການມອບກຳມະສິດຫ້ອງຊຸດ ຫຼື ຂາຍກຳມະສິດຫ້ອງຊຸດ ຫຼື ປະມູນຂາຍກຳມະສິດຫ້ອງຊຸດ. ໃນກໍລະນີຄູ່ສັນຍາບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ດຳເນີນການແກ້ໄຂ ຕາມຂະບວນການຍຸຕິທຳ.
1.2.5 ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດດຽວ ໄປເປັນຫຼັກຊັບຄ້າປະກັນກັບຫຼາຍເຈົ້າໜີ້
ໃນກໍລະນີການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດດຽວ ໄປຄ້າປະກັນນຳເຈົ້າໜີ້ຫຼາຍຄົນ ຫຼັງຈາກຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ໃນແຕ່ລະຄັ້ງແລ້ວ ໃບຢັ້ງຢືນກຳມະສິດຫ້ອງຊຸດສະບັບຕົ້ນນັ້ນ ຈະໃຫ້ເຈົ້າໜີ້ຜູ້ໃດເປັນຜູ້ຮັກສາໄວ້ ແມ່ນຂຶ້ນກັບການຕົກລົງກັນລະຫວ່າງເຈົ້າໜີ້ດ້ວຍກັນ.
ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດດຽວ ໄປເປັນຫຼັກຊັບຄ້າປະກັນກັບຫຼາຍເຈົ້າໜີ້ ຕ້ອງເຮັດສັນຍາຄຳປະກັນການຈຳນຳ ຫຼື ຈຳນອງ ລະຫວ່າງລູກໜີ້ກັບເຈົ້າໜີ້ແຕ່ລະຄົນ ແລ້ວນຳແຕ່ລະສັນຍາມາຈົດທະບຽນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນທີ່ຄອນໂດມີນຽມຕັ້ງຢູ່. ການຈົດທະບຽນສັນຍາດັ່ງກ່າວ ໃຫ້ຈົດຕາມມູນຄ່າກູ້ຢືມຕາມທີ່ກຳນົດໄວ້ໃນແຕ່ລະສັນຍາ.
ການນຳເອົາໃບຢັ້ງຢືນກຳມະສິດຫ້ອງຊຸດດຽວ ໄປຄ້ຳປະກັນກັບຫຼາຍເຈົ້າໜີ້ ມີເງື່ອນໄຂ ດັ່ງນີ້:
ໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ນຳໄປຄ້ຳປະກັນ ຕ້ອງແມ່ນກຳມະສິດຫ້ອງຊຸດ ຂອງລູກໜີ້ ຫຼື ໃນກໍລະນີທີ່ເປັນຂອງບຸກຄົນອື່ນ ກໍ່ຕ້ອງມີການເຫັນດີ ຢ່າງເປັນລາຍລັກອັກສອນ ໂດຍຖືກຕ້ອງຕາມກົດໝາຍ. ເວັ້ນເສຍແຕ່ກົດໝາຍທີ່ກ່ຽວຂ້ອງ ໄດ້ກຳນົດໄວ້ເປັນຢ່າງອື່ນ;
ໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ນຳໄປຄ້ຳປະກັນ ຕ້ອງມີມູນຄ່າເກີນໜີ້ສິນໃນເວລາຄ້ຳປະກັນ ລວມທັງການຄ້ຳປະກັນຜ່ານມາ ຕາມການຕົກລົງກັນລະຫວ່າງເຈົ້າໜີ້ ແລະ ລູກໜີ້ ຫຼື ຕາມການຕີມູນຄ່າຫ້ອງຊຸດ ໃນເວລານັ້ນ;
- ຕ້ອງມີການກຳນົດ ຫຼື ລະບຸມູນຄ່າທີ່ຍັງເຫຼືອຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ນຳໄປຄ້ຳປະກັນ ຢ່າງຈະແຈ້ງໄວ້ໃນສັນຍາຄ້ຳປະກັນກັບເຈົ້າໜີ້ຜູ້ທຳອິດ ແລະ ເຈົ້າໜີ້ຜູ້ຕໍ່ໄປ, ເວັ້ນເສຍແຕ່ໄດ້ມີການຕົກລົງກັນເປັນຢ່າງອື່ນໄວ້ໃນສັນຍາຄ້ຳປະກັນ;
- ລູກໜີ້ ທີ່ໄດ້ນຳໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປຄ້ຳປະກັນ ຕ້ອງແຈ້ງໃຫ້ເຈົ້າໜີ້ຜູ້ທຳອິດຊາບ ກ່ຽວກັບການຄ້ຳປະກັນເພີ່ມ ແລະ ເຈົ້າໜີ້ຜູ້ໃໝ່ ກ່ຽວກັບການຄ້ຳປະກັນຜ່ານມາ ເປັນລາຍລັກອັກສອນລ່ວງໜ້າຢ່າງໜ້ອຍ ສິບຫ້າ ວັນ ເພື່ອໃຫ້ເຈົ້າໜີ້ຜູ້ນັ້ນ ໄດ້ພິຈາລະນາກ່ຽວກັບການຄ້ຳປະກັນເພີ່ມກັບຕົນ.
1.2.6 ບູລິມະສິດສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ
ເຈົ້າຫີ້ທີ່ໄດ້ເຮັດສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍໃບຢັ້ງຢືນກຳມະສິດຫ້ອງຊຸດ ໃບດຽວ ຈະໄດ້ຮັບການໃຊ້ແທນຫໍ້ສິນ ຫຼື ປະຕິບັດພັນທະກ່ອນເຈົ້າຫີ້ອື່ນ ຕາມກໍລະນີ ດັ່ງນີ້:
1) ບັນດາເຈົ້າຫີ້ຜູ້ທີ່ຄວບຄຸມສິດຄຳປະກັນກ່ອນເຈົ້າຫີ້ຜູ້ອື່ນ ທີ່ຖືກຕ້ອງຕາມກົດໝາຍ ຜູ້ນັ້ນຈະມີບູລິມະສິດກ່ອນ;
2) ໃນບັນດາເຈົ້າຫີ້ທີ່ມີການຈົດທະບຽນສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ, ຜູ້ທີ່ໄດ້ຈົດທະບຽນການຄ້າປະກັນກ່ອນເຈົ້າຫີ້ອື່ນ ຜູ້ນັ້ນຈະມີບູລິມະສິດກ່ອນ;
3) ບັນດາເຈົ້າຫີ້ທີ່ມີສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ທີ່ບໍ່ໄດ້ຈົດທະບຽນ ຜູ້ທີ່ຄອບຄອງຊັບ ຫຼື ຄວບຄຸມສິດຄ້າປະກັນກ່ອນເຈົ້າຫີ້ອື່ນ ຜູ້ນັ້ນຈະໄດ້ບູລິມະສິດ.
1.2.7 ການຈົດທະບຽນການເພີ່ມ ຫຼື ຖອນ ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ
ໃນກໍລະນີເຈົ້າຫຼື້ ແລະ ລູກຫ ຫາກໄດ້ມີການຕົກລົງເພີ່ມ ຫຼື ຖອນ ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ ຕ້ອງມີສັນຍາເພີ່ມເຕີມກ່ຽວກັບເງື່ອນໄຂຂອງການເພີ່ມ ຫຼື ຖອນ ໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ໃຊ້ເປັນຫຼັກຊັບຄ້າປະກັນນັ້ນ.
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນທີ່ຄອນໂດມີນຽມຕັ້ງຢູ່ ເປັນຜູ້ພິຈາລະນາ ແລະ ດຳເນີນການຈົດທະບຽນການເພີ່ມ ຫຼື ຖອນ ການເອົາໃບຢັ້ງຢືນກຳມະສິດຫ້ອງຊຸດ ໄປເປັນຫຼັກຊັບຄ້າປະກັນ ຕາມການສະເຫຼີຂອງຄູ່ສັນຍາຝ່າຍໃດຝ່າຍຫຶງ ໃຫ້ສຳເລັດພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳສະເຫີເປັນຕົ້ນໄປ ໂດຍຕ້ອງດຳເນີນຊ້ອງຫ້າກັນລະຫວ່າງຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ແລະ ເຮັດບົດບັນທຶກ
ຂອງບຸກຄົນ ຕາມແບບພິມທີ່ກຳນົດໄວ້.
ດ້ວຍການຈົດທະບຽນສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ, ໄດ້ຄອບຄອງຊັບ ຫຼື ໄດ້
ຈຳນອງຜູ້ອື່ນ
ການຈົດທະບຽນເພີ່ມໃບຢັ້ງຢືນກຳມະສິດຫ້ອງຊຸດ ເພື່ອເພີ່ມວົງເງິນ ແລະ ການຖອນ ການເອົາໃບ
ຢັ້ງຢືນກຳມະສິດຫ້ອງຊຸດໄປເປັນຫຼັກຊັບຄຳປະກັນ ໃຫ້ປະຕິບັດ ດັ່ງນີ້:
1) ໃນກໍລະນີຈົດທະບຽນເພີ່ມໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ເປັນຫຼັກຊັບຄຳປະກັນ ເພື່ອເພີ່ມວົງເງິນ
ກູ້ຢືມ ຫຼື ການເພີ່ມວົງເງິນຂອງມູນຄ່າຫຼັກຊັບເດີມ ແມ່ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ສຳລັບວົງເງິນທີ່ເພີ່ມ
ຕາມລະບຽບການ;
2) ໃນກໍລະນີມີການຖອນໃບຢັ້ງຢືນກຳມະສິດຫ້ອງຊຸດ ໃບໃດໃບໜຶ່ງທີ່ເປັນຫຼັກຊັບຄ້າປະກັນນັ້ນ ໃຫ້
ຈົດທະບຽນຍົກເລີກ ຫຼື ລົບລ້າງການຄ້າປະກັນກຳມະສິດຫ້ອງຊຸດ ໃນສ່ວນທີ່ຖອນນັ້ນ ແລະ ຕ້ອງເສຍຄ່າທຳນຽມ
ແລະ ຄ່າບໍລິການ ຕາມລະບຽບການ.
1.2.89 ການຈົດທະບຽນການສະລະບູລິມະສິດ ແລະ ການໂອນການຄໍ້າປະກັນ
ສັນຍາຄໍ້າປະກັນ ການຈຳນຳ ຫຼື ຈຳນອງ ສາມາດໂອນໃຫ້ບຸກຄົນອື່ນ ແຕ່ຕ້ອງໄດ້ຮັບການຈົດທະບຽນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ຂັ້ນແຂວງ ບ່ອນທີ່ຄອນໂດມີນຽມຕັ້ງຢູ່.
ຜູ້ຮັບຈຳນຳ ຫຼື ຜູ້ຮັບຈຳນອງ ທີ່ມີບູລິມະສິດ ສາມາດສະລະບູລິມະສິດຂອງຕົນ ໃຫ້ເຈົ້າຫີ່ຜູ້ອື່ນ ທີ່ມີການຈຳນຳ ຫຼື ຈຳນອງ ແຕ່ບໍ່ໃຫ້ເກີນມູນຄ່າຫີ້ສິນຂອງຕົນ.
ຜູ້ຮັບຈຳນຳ ຫຼື ຜູ້ຮັບຈຳນອງ ມີສິດໂອນການຄໍ້າປະກັນຂອງຕົນໃຫ້ ແກ່ເຈົ້າຫີ່ຜູ້ອື່ນ ທີ່ບໍ່ມີການຄໍ້າປະກັນ ຫີຜູ້ດຽວກັນ ແຕ່ບໍ່ໃຫ້ເກີນມູນຄ່າຫີ້ຕາມການຄໍ້າປະກັນ.
ຜູ້ຮັບຈຳນຳ ຫຼື ຜູ້ຮັບຈຳນອງ ສາມາດໂອນການຄໍ້າປະກັນ ລວມທັງຜົນປະໂຫຍດ, ບູລິມະສິດ ແລະ ສິດທິອື່ນໆ ທີ່ກ່ຽວຂ້ອງ.
ພັນກັບການຄ້າປະກັນຂອງຕົນໃຫ້ບຸກຄົນອື່ນ ແຕ່ບໍ່ໃຫ້ເກີນມູນຄ່າຫີໍ່ຕາມການຄຳປະກັນ.
1.2.9 ການຈົດທະບຽນການປ່ຽນແປງສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍກຳມະສິດຫ້ອງຊຸດ
ສັນຍາຄໍ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍກຳມະສິດຫ້ອງຊຸດ ສາມາດປ່ຽນແປງໄດ້ຕາມການຕົກລົງເຫັນດີເປັນເອກະພາບກັນຂອງຄູ່ສັນຍາ ເປັນຕົ້ນ ການເພີ່ມ ຫຼື ຫຼຸດອັດຕາດອກເບ້ຍ; ເພີ່ມ ຫຼື ຫຼຸດວົງເງິນກູ້ຢືມ; ເພີ່ມ, ຫຼຸດ ຫຼື ປ່ຽນແປງໄລຍະເວລາການຊຳລະພີ້ສິນ; ການປ່ຽນແປງ, ຕັດອອກ ຫຼື ເພີ່ມເຕີມເນື້ອໃນຂອງສັນຍາຄຳປະກັນ ການຈຳນຳ ຫຼື ຈຳນອງ ຫຼື ສັນຍາກູ້ຢືມ ຕ້ອງໄດ້ຮັບການຈົດທະບຽນຄືນໃໜ່ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນຄອນໂດມີນຽມຕັ້ງຢູ່.
1.2.10 ການຈົດທະບຽນຄຳປະກັນ ສັນຍາເຊົ່າຫ້ອງຊຸດ
ສັນຍາເຊົ່າຫ້ອງຊຸດ ສາມາດນຳໄປຄ້າປະກັນນຳທະນາຄານ, ສະຖາບັນການເງິນໄດ້ຕາມ ການຕົກລົງເຫັນດີ ລະຫວ່າງຜູ້ເຊົ່າ ແລະ ຜູ້ໃຫ້ເຊົ່າ ແລ້ວນຳມາຈົດທະບຽນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບອນຄອນໂດມີນຽມຕັ້ງຢູ່.
ສັນຍາເຊົ່າຫ້ອງຊຸດ ສາມາດນຳເອົາໄປຄ້ຳປະກັນທະນາຄານ, ສະຖາບັນການເງິນ ທັງພາຍໃນ ແລະ ຕ່າງປະເທດໄດ້.
1.2.11 ການຈົດທະບຽນການຍົກເລີກ ຫຼື ລົບລ້າງ ສັນຍາຄໍ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍກຳມະສິດຫ້ອງຊຸດ
ສັນຍາຄຳປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍກຳມະສິດຫ້ອງຊຸດ ຈະຖືກຈົດທະບຽນການຍົກເລີກ ຫຼື ລົບລ້າງ ໃນກໍລະນີໃດໜຶ່ງ ດັ່ງນີ:
1) ຜູ້ຮັບຈຳນອງ ຫຼື ຜູ້ຮັບຈຳນຳ ສະເຫີໃຫ້ຍົກເລີກ ຫຼື ລົບລ້າງການຈົດທະບຽນ;
2) ມີຄຳຕັດສີນຂອງສານໃຫ້ລົບລ້າງການຄ້າປະກັນ.
ການຍົກເລີກ ຫຼື ລົບລ້າງ ສັນຍາຄໍ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍກຳມະສິດຫ້ອງຊຸດ ໃຫ້ດຳເນີນ
ການຈົດທະບຽນຍົກເລີກ ຫຼື ລົບລ້າງ ຢູ່ບ່ອນຈົດທະບຽນສັນຍາດັ່ງກ່າວ. ພາຍຫຼັງຈົດທະບຽນ ຍົກເລີກ ຫຼື ລົບລ້າງ
ແລ້ວ ໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ນຳໄປຄຳປະກັນນັ້ນຈະສິ້ນສຸດສິດ ແລະ ພັນທະຕ່າງໆ ຕາມສັນຍາ ແລະ ສົ່ງ
ໃບຢັ້ງຢືນກຳມະສິດຫ້ອງຊຸດຄືນ ໃຫ້ແກ່ເຈົ້າຂອງກຳມະສິດຫ້ອງຊຸດ ຫຼື ຜູ້ທີ່ໄດ້ຮັບມອບສິດໃຫ້ຕາງຫ້າ.
1.3 ການຈົດທະບຽນການເຄືອນໄຫວກຳມະສິດຫ້ອງຊຸດ ຈາກການຂາຍຝາກ
1.3.1 ການຈົດທະບຽນສັນຍາຈາກການຂາຍຝາກ
ສັນຍາຂາຍຝາກ ແມ່ນ ການຕົກລົງຂອງຄູ່ສັນຍາ ເພື່ອຊື້ ຂາຍກຳມະສິດຫ້ອງຊຸດ ຊຶງຜູ້ຂາຍມີສິດຊື້
ກຳມະສິດຫ້ອງຊຸດ ທີ່ຂາຍນັ້ນຄືນ ພາຍໃນເວລາ ຫ້າ ປີ ສຳລັບອະສັງຫາລິມະຊັບ ຕາມລາຄາທີ່ຕົນໄດ້ຂາຍໄປແລ້ວ
ນັ້ນ ແລ້ວນຳໄປຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ໃສ່ດ້ານຫຼັງຂອງໃບທະບຽນກຳມະສິດຫ້ອງຊຸດ ແລະ ໃບຢັ້ງຢືນກຳມະສິດຫ້ອງຊຸດ ທີ່ກ່ຽວຂ້ອງ.
ຖ້າຫົດກຳນົດເວລາສັນຍາຂາຍຝາກແລ້ວ ຜູ້ຂາຍມີສິດຕໍ່ກຳນົດເວລາຂາຍຝາກອອກໄປອີກ ຖ້າຫາກ ໄດ້ມີການຕົກລົງກັນກ່ອນໃນເວລາເຮັດສັນຍາ ແຕ່ບໍ່ໃຫ້ເກີນ ຫົ່ງ ປີ. ເມື່ອຮອດກຳນົດເວລາແລ້ວ ຖ້າຜູ້ຂາຍບໍ່ຊື້ເອົາ ກຳມະສິດຫ້ອງຊຸດນັ້ນຄືນ, ຜູ້ຊື້ກໍຈະເປັນເຈົ້າຂອງກຳມະສິດຫ້ອງຊຸດນັ້ນ ໂດຍຂາດໂຕ ແລະ ນຳໄປຈົດທະບຽນການ ປ່ຽນແປງກຳມະສິດຫ້ອງຊຸດ ໂດຍອອກໃບຢັ້ງຢືນກຳມະສິດຫ້ອງຊຸດ ໃບນໃຫ້ຜູ້ຊື້ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.
ສັນຍາຂາຍຝາກກຳມະສິດຫ້ອງຊຸດ ລະຫວ່າງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນພົນລະເມືອງ ລາວດ້ວຍກັນ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຕ້ອງເອົາສັນຍາດັ່ງກ່າວ
ໄປຈົດທະບຽນການເຄື່ອນໄຫວສິດກຳມະສິດຫ້ອງຊຸດ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນຄອນໂດມີນຽມຕັ້ງຢູ່ ຕາມການສະເຫີຂອງຄູ່ສັນຍາຝ່າຍໃດຝ່າຍຫງ.
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການຈົດທະບຽນຈາກການຂາຍຝາກ ໃຫ້ສຳເລັດພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ ໂດຍຊ້ອງຫ້າກັນລະຫວ່າງຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ແລະ ເຮັດບົດບັນທຶກຊ້ອງຫ້າກັນ ຕາມແບບພິມທີ່ກຳນົດໄວ້ ແລະ ຜູ້ທີ່ສະເບີນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດບນາຍ ແລະ ລະບຽບການ.
ກ່ອນການດຳເນີນການຈົດທະບຽນຈາກການຂາຍຝາກ ຫາກມີການສະເໜີຄັດຄ້ານຈາກຜູ້ທີ່ກ່ຽວຂ້ອງໂດຍກົງ ຫຼື ຜູ້ທີ່ໄດ້ຮັບກຳມະສິດຫ້ອງຊຸດ ແມ່ນໃຫ້ໂຈະໄວ້ກ່ອນ ຈົນກວ່າຈະໄດ້ຮັບການແກ້ໄຂ.
ເອກະສານປະກອບຊຸດຄຳຮ້ອງການຈົດທະບຽນຈາກການຂາຍຝາກ ປະກອບມີ ດັ່ງນີ:
> ຄຳຮ້ອງຂໍຈົດທະບຽນ;
-- ສັນຍາຂາຍຝາກ;
-- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ. ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫຼັງສືຜ່ານແດນ ຢ່າງຖືກຕ້ອງຕາມກົດໝາຍ;
-- ເອກະສານອື່ນ ທີ່ກ່ຽວຂ້ອງ (ຖ້າຫາກມີ).
1.3.2 ການສືບທອດຈົດທະບຽນຈາກການຂາຍຝາກ
ໃນກໍລະນີຄູ່ສັນຍາຂາຍຝາກ ຝ່າຍໃດຝ່າຍຫຶ່ງຫາກເສຍຊີວິດ, ຜູ້ທີ່ມີສິດສືບທອດມູນມໍຣະດົກ ມີສິດສືບທອດສິດ ແລະ ພັນທະ ຕາມທີ່ໄດ້ກຳນົດໄວ້ໃນສັນຍາຂາຍຝາກ.
ການສືບທອດສັນຍາຂາຍຝາກ ຕ້ອງນຳໃຊ້ແບບພິມ (ຫັງສືຢັ້ງຢືນການສືບທອດມູນມໍຣະດົກ) ເພື່ອ
ນຳສະເຫີຢັ້ງຢືນຮັບຮູ້ ຈາກພາກສ່ວນທີ່ກ່ຽວຂ້ອງ ຫຼັງຈາກນັ້ນ, ໃຫ້ແຈ້ງຈົດທະບຽນສັນຍາດັ່ງກ່າວ ນຳພາກສ່ວນທີ່ກ່ຽວຂ້ອງ ຕາມຂອບເຂດຄວາມຮັບຜິດຂອບ ທີ່ກຳນົດໄວ້.
1.3.3 ການຍົກເລີກ ຫຼື ລົບລ້າງ ການຈົດທະບຽນຈາກການຂາຍຝາກ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ດຳເນີນການຍົກເລີກ ຫຼື ລົບລ້າງ ການຈົດທະບຽນການເຄືອນໄຫວກຳມະສິດຫ້ອງຊຸດ ຈາກການຂາຍຝາກ ຕາມການສະເຫີຂອງຜູ້ຊື້ ພາຍຫຼັງຜູ້ຂາຍໄດ້ຊື້ກຳມະສິດຫ້ອງຊຸດ ຕາມກຳນົດເວລາຂອງການຂາຍຝາກຈາກຜູ້ຊື້ ຫຼື ມີຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ລົບລ້າງສັນຍາຂາຍຝາກນັ້ນ.
ໃນກໍລະນີມີຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ລົບລ້າງສັນຍາຂາຍຝາກກຳມະສິດຫ້ອງຊຸດ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນທີ່ຄອນໂດມີນຽມຕັ້ງຢູ່ ເປັນຜູ້ດຳເນີນການຈົດທະບຽນລົບລ້າງສັນຍາຂາຍຝາກນັ້ນ.
ການຈົດທະບຽນການຍົກເລີກ ຫຼື ລົບລ້າງສັນຍາຂາຍຝາກກຳມະສິດຫ້ອງຊຸດນັ້ນ ຕ້ອງດຳເນີນໃຫ້ສຳເລັດພາຍໃນກຳນົດເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຫັງສືສະເຫີຂອງຜູ້ຊື້ ຫຼື ຫ້ອງການ ຫຼື ໜ່ວຍງານຈັດຕັ່ງປະຕິບັດຄຳຕັດສິນຂອງສານ ເປັນຕົນໄປ ແລະ ຜູ້ສະເຫີຂໍຈົດທະບຽນລົບລ້າງສັນຍາຂາຍຝາກນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດບນາຍ ແລະ ລະບຽບການ.
2. ຂັ້ນຕອນການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ
ການຈົດທະບຽນການເຄືອນໄຫວກຳມະສິດຫ້ອງຊຸດ ປະກອບມີຂັ້ນຕອນ ດັ່ງນີ້:
2.1 ຂັ້ນຕອນທີ ຫຼ່ງ:
ເຈົ້າຂອງກຳມະສິດຫ້ອງຊຸດ ຫຼື ຜູ້ໄດ້ຮັບມອບສິດໃຫ້ຕາງໜ້າ ຍື່ນຄຳຮ້ອງ ຫຼື ໃບສະເໜີ ຕາມແບບພິມທີ່ກຳນົດໄວ້ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ໃນແຕ່ລະກໍລະນີ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ບ່ອນທີ່ຄອນໂດມີນຽມຕັ້ງຢູ່ ເພື່ອດຳເນີນການກວດກາຄວາມຖືກຕ້ອງຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ພາຍໃນເວລາ ຫ້າ ວັນລັດຖະການ ນັບແຕ່ມື້ຮັບຄຳຮ້ອງເປັນຕົ້ນໄປ ໂດຍສົມທຽບໃສ່ໃບທະບຽນກຳມະສິດຫ້ອງຊຸດ, ໃບຢັ້ງຢືນກຳມະສິດຫ້ອງຊຸດ, ກວດໃສ່ແຜນຜັງຄອນໂດມີນຽມ, ກວດເບິ່ງສຳນວນເອກະສານຫ້ອງຊຸດທີ່ກ່ຽວຂ້ອງ. ຖ້າເຫັນວ່າຖືກຕ້ອງແມ່ນຂອງຜູ້ກ່ຽວແທ້ ແລະ ບໍ່ໄດ້ນຳໃຊ້ເຂົ້າໃນເປົ້າໝາຍອື່ນ, ບໍ່ມີການຄັດຄ້ານ,
ບໍ່ມີການແບ່ງແຍກ, ບໍ່ມີການອາຍັດຈາກອົງການທີ່ກ່ຽວຂ້ອງແລ້ວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຈຶ່ງອອກໃບຢັ້ງຢືນຄວາມຖືກຕ້ອງຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ພ້ອມທັງເກັບຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ແຕ່ລະໄລຍະ.
2.2 ຂັ້ນຕອນທີ ສອງ:
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ພາຍຫຼັງກວດກາຄວາມຖືກຕ້ອງຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ໃຫ້ແກ່ເຈົ້າຂອງກຳມະສິດຫ້ອງຂຸດ ຫຼື ຜູ້ໄດ້ຮັບມອບສິດໃຫ້ຕາງຫ້າ ນຳເອົາເອກະສານດັ່ງກ່າວ ໄປສະເຫຼີຕໍ່ອົງການທະບຽນສານ ບ່ອນທີ່ຄອນໂດມີນຽມຕັ້ງຢູ່ ເພື່ອຢັ້ງຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາຕາມກົດໝາຍ. ສັນຍາ ແລະ ເອກະສານຕ່າງໆ ທີ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາ ຈາກ
ອົງການທະບຽນສານແລ້ວ ຕ້ອງນຳມາຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເພື່ອຕິດຕາມການເຄື່ອນໄຫວກຳມະສິດຫ້ອງຊຸດດັ່ງກ່າວ ຕາມກົດໝາຍ.
2.3 ຂັ້ນຕອນທີ ສາມ:
ພາຍຫຼັງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ໄດ້ຮັບສັນຍາ ແລະ ບັນດາເອກະສານທີ່ຢັ້ງຢືນຈາກອົງການທະບຽນສານແລ້ວ ໃຫ້ຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບກຳມະສິດຫ້ອງຊຸດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ. ຫຼັງຈາກນັ້ນ, ໃຫ້ເຈົ້າຂອງກຳມະສິດຫ້ອງຊຸດ ໄປມອບເງິນເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການ.
ຫຼັງຈາກນັ້ນ ດຳເນີນການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ໂດຍຊ້ອງຫ້າກັນລະຫວ່າງຄູ່
ສັນຍາກັບເຈົ້າຫ້າທີ່ທີ່ດິນ ພ້ອມທັງເຊັນບົດບັນທຶກຮ່ວມກັນ, ຈາກນັ້ນໃຫ້ຈົດທະບຽນໃສ່ສັນຍາ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ພ້ອມທັງລົງລາຍເຊັນຂອງຫົວຫ້າຂະແບນງທີ່ດິນ ແລ້ວບັນທຶກເຂົ້າໃນປຶ້ມຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ໃສ່ດ້ານຫຼັງຂອງໃບທະບຽນຫ້ອງຊຸດ ແລະ ໃບຢັ້ງຢືນກຳມະສິດຫ້ອງຊຸດ ຈາກນັ້ນໃຫ້ຫົວຫ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ລົງລາຍເຊັນ ພາຍໃນເວລາ ສອງ ວັນລັດຖະການ ນັບແຕ່ມື້ໄດ້ເຊັນບົດບັນທຶກຊ້ອງຫ້າລະຫວ່າງ ຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ຮ່ວມກັນເປັນຕົ້ນໄປ. ໃນກໍລະນີຍົກເລີກ ຫຼື ລົບລ້າງ ການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ໃຫ້ຈົດທະບຽນຍົກເລີກ ຫຼື ລົບລ້າງ ໃສ່ດ້ານຫຼັງບບທະບຽນກຳມະສິດຫ້ອງຊຸດ ແລະ ໃບຢັ້ງຢືນກຳມະສິດຫ້ອງຂຸດ ຕາມທີ່ກຳນົດໄວ້.
ໃນກໍລະນີແບບພິມຕາຕະລາງດ້ານຫຼັງໃບທະບຽນກຳມະສິດຫ້ອງຊຸດ ແລະ ໃບຢັ້ງຢືນກຳມະສິດຫ້ອງຊຸດ ຫາກຖືກຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ເຕັມໝົດແລ້ວ ໃຫ້ນຳແບບພິມຕາຕະລາງເອກະສານຊ້ອນທ້າຍ ສຳລັບການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ຕິດໃສ່ດ້ານຫຼັງໃບທະບຽນກຳມະສິດຫ້ອງຊຸດ ແລະ ໃບຢັ້ງຢືນກຳມະສິດຫ້ອງຊຸດ.
ການຈົດທະບຽນການເຄື່ອນໄຫວກຳມະສິດຫ້ອງຊຸດ ແຕ່ລະປະເພດ ພາຍຫຼັງຈົດທະບຽນສຳເລັດແລ້ວ ໃຫ້ນຳເອົາສັນຍາ ຫຼື ເອກະສານກ່ຽວກັບຫ້ອງຊຸດດັ່ງກ່າວ ເກັບມ້ຽນໄວ້ໃນສຳນວນເອກະສານຫ້ອງຊຸດທີ່ກ່ຽວຂ້ອງ ເພື່ອເປັນຫຼັກຖານຢ່າງຍາວນານ.
ໝວດທີ 4
ປະເພດ ແລະ ຂັ້ນຕອນການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ
1. ປະເພດການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ
ປະເພດການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ປະກອບມີ ດັ່ງນີ້:
1) ການສືບທອດມູນມໍລະດົກ;
2) ການຊື້ ຂາຍກຳມະສິດຫ້ອງຊຸດ;
3) ການເອົາກຳມະສິດຫ້ອງຊຸດ ເຂົ້າເປັນຮຸ້ນ;
4) ການມອບ ຫຼື ຍົກກຳມະສິດຫ້ອງຊຸດ;
5) ການແລກປ່ຽນກຳມະສິດຫ້ອງຊຸດ;
6) ການຕັດສີນຂອງສານ.
ການສືບທອດມູນມໍຣະດົກ, ຊື້ ຂາຍ, ເອົາເຂົ້າເປັນຮຸ້ນ, ມອບ ຫຼື ຍົກ, ແລກປ່ຽນ, ຄຳຕັດສີນຂອງສານ ຫຼື ກໍລະນີອື່ນ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ ແລະ ອົງການທະບຽນສານ ແລ້ວນຳໄປຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນຄອນໂດມີນຽມຕັ້ງຢູ່ ໂດຍຊ້ອງຫ້າເຈົ້າຫ້າທີ່ທີ່ດິນ.
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຕ້ອງດຳເນີນການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ພາຍໃນກຳນົດ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງ ຫຼື ຄຳສະເຫີ ເປັນຕົ້ນໄປ.
ຖ້າມີການສະເຫຼີຄັດຄ້ານແລ້ວ ແຕ່ຜູ້ກ່ຽວບໍ່ໄດ້ສະເຫີເປັນທາງການ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການໄກ່ເກ່ຍ ຫຼື ແກ້ໄຂຕາມກົດໝາຍ ຫຼື ບໍ່ໄດ້ມີການຮ້ອງຟ້ອງຕໍ່ສານ ພາຍໃນກຳນົດເວລາ ຊາວ ວັນລັດຖະການ ນັບແຕ່ວັນທີ່ຍື່ນຄຳສະເຫີເປັນຕົ້ນໄປ ໃຫ້ຖືວ່າຄຳສະເຫີຄັດຄ້ານນັ້ນ ແມ່ນບໍ່ມີເຫດຜົນຕໍ່ການສະເຫີຄັດຄ້ານດັ່ງກ່າວ.
ໃນກໍລະນີມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຜູ້ທີ່ກ່ຽວຂ້ອງໃນຄະດີນັ້ນ ໄດ້ມີການສະເຫີຄັດຄ້ານ ຫຼື ການສະເຫຼີຄັດຄ້ານໂດຍບຸກຄົນອື່ນ ທີ່ບໍ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນວັກ ຫຶງ ຂອງຫົວຂໍ້ນີ້ ແມ່ນບໍ່ໃຫ້ນຳມາຄົ້ນຄວ້າພິຈາລະນາ.
1.1 ການຈົດທະບຽນການສືບທອດມູນມໍລະດົກ
ການສືບທອດມູນມໍລະດົກກຳມະສິດຫ້ອງຊຸດ ແມ່ນ ການຕົກທອດມູນມໍລະດົກຂອງຜູ້ເສຍຊີວິດ ໃຫ້
ແກ່ຜູ້ສືບທອດມູນມໍຣະດົກ ຕາມກົດໝາຍ ຫຼື ຕາມພິໄນກຳ. ການສືບທອດກຳມະສິດຫ້ອງຊຸດ ແມ່ນ ສິດໄດ້ຮັບກຳມະສິດຫ້ອງຊຸດ ຈາກຂອງເຈົ້າມູນມໍຣະດົກທີ່ໄດ້ເສຍຊີວິດ ຊຶ່ງຕົກທອດມາຍັງຜູ້ມີສິດສືບທອດ ຕາມກົດໝາຍ ຫຼື ພິໄນກຳ.
ມູນມໍຣະດົກ ແມ່ນ ຊັບທີ່ເປັນກຳມະສິດຂອງຜູ້ເສຍຊີວິດ ລວມທັງສິດ ແລະ ພັນທະຂອງຜູ້ກ່ຽວ, ເວັ້ນເສຍແຕ່ສິດ ແລະ ພັນທະ ຊຶ່ງກົດໝາຍ ຫຼື ສັນຍາ ໄດ້ກຳນົດໄວ້ໃຫ້ຜູ້ເສຍຊີວິດ ຕ້ອງໄດ້ປະຕິບັດດ້ວຍຕົນເອງໃນເວລາທີ່ຜູ້ກ່ຽວຍັງມີຊີວິດຢູ່ນັ້ນ.
ການສືບທອດກຳມະສິດຫ້ອງຊຸດ ຕາມກົດໝາຍ ໄດ້ຈັດລຳດັບໃນການຮັບມູນມໍຣະດົກ ຕາມປະມວນກົດໝາຍແພ່ງ ດັ່ງນີ້:
- ລູກຄີງ, ລູກລ້ຽງ, ລູກນ້ຳ ຂອງເຈົ້າມູນມໍຣະດົກ ລວມທັງເດັກຢູ່ໃນທ້ອງຂອງຜູ້ເປັນແມ່ກໍມີສິດສືບທອດມູນມໍຣະດົກເຊັ່ນດຽວກັນ ແມ່ເປັນຜູ້ຄຸ້ມຄອງຊັບຂອງຜູ້ກ່ຽວໄວ້.
ຜົວ ຫຼື ເມຍ ຂອງເຈົ້າມູນມໍຣະດົກທີ່ຍັງມີຊີວິດຢູ່;
-- ພໍ່, ແມ່, ປູ່, ຍ່າ, ພໍ່ເຖົ້າ, ແມ່ເຖົ້າ, ທວດ ຂອງເຈົ້າມູນມໍຣະດົກ;
-- ອ້າຍ, ເອື້ອຍ, ນ້ອງ, ລຸງ, ປ້າ, ອາວ, ອາ, ນ້ຳບ່າວ, ນ້າສາວ, ຫຼານ, ເຫຼນ ຂອງເຈົ້າມູນມໍຣະດົກ;
ລັດ ຫຼື ນິຕິບຸກຄົນ ຫຼື ບຸກຄົນອື່ນ ຕາມກົດໝາຍກຳນົດໄວ້.
ການແບ່ງປັນມູນມໍຣະດົກທີ່ເປັນກຳມະສິດຫ້ອງຊຸດ ໃຫ້ປະຕິບັດຕາມປະມວນກົດໝາຍ.
ການສືບທອດກຳມະສິດຫ້ອງຊຸດ ຕາມພິໄນກຳ ແມ່ນ ການສະແດງເຈດຈຳນົງຂອງເຈົ້າຂອງກຳມະສິດຫ້ອງຊຸດ ໃນການເອົາກຳມະສິດຫ້ອງຊຸດຂອງຕົນ ໃຫ້ບຸກຄົນ ຫຼື ນິຕິບຸກຄົນ ຫຼື ການຈັດຕັ້ງ ດ້ວຍການເຮັດເປັນລາຍລັກອັກສອນ ຫຼື ທາງປາກເປົ່າ. ພິໄນກຳ ມີຜົນບັງຄັບທາງດ້ານກົດໝາຍ ນັບແຕ່ມື້ເຈົ້າຂອງຊັບເສຍຊີວິດ ເປັນຕົ້ນໄປ. ການສືບທອດຕາມພິໄນກຳ ໄດ້ກຳນົດໄວ້ໃນປະມວນກົດໝາຍແພ່ງ.
ເອກະສານປະກອບຊຸດຄຳຮ້ອງ ຂໍຈົດທະບຽນການສືບທອດມູນມໍຣະດົກ ກຳມະສິດຫ້ອງຊຸດ ປະກອບມີ ດັ່ງນີ້:
- ຄຳຮ້ອງຂໍຈົດທະບຽນ;
- ຫັງສືຢັ້ງຢືນການສືບທອດມູນມໍຣະດົກ ຕາມກົດບນາຍ ຫຼື ຕາມພິໄນກຳ (ຖ້າມີການແບ່ງປັນມູນມໍຣະດົກ ກໍໃຫ້ມີບົດບັນທຶກການແບ່ງປັນມູນມໍຣະດົກຄັດຕິດມາພ້ອມ);
- ໃບຢັ້ງຢືນການເສຍຊີວິດ;
- ໃບສະເຫຼື (ຢັ້ງຍືນຄວາມຖືກຕ້ອງຂອງໃບປັ້ງຢືນກຳມະສິດຫ້ອງຊຸດ);
- ໃບຢັ້ງຢືນສາຍຍາດ (ຜູ້ຮັບ);
- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ. ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫັງສືຜ່ານແດນ ຢ່າງຖືກຕ້ອງຕາມກົດໝາຍ;
- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
1.2 ການຈົດທະບຽນການຊື້ຂາຍກຳມະສິດຫ້ອງຊຸດ
ການຊື້ຂາຍກຳມະສິດຫ້ອງຊຸດ ແມ່ນການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ຂາຍມີພັນທະມອບກຳມະສິດຫ້ອງຊຸດຂອງຕົນ ໃຫ້ເປັນກຳມະສິດຫ້ອງຊຸດຂອງຜູ້ຊື້ ແລະ ຜູ້ຊື້ຕ້ອງຮັບເອົາກຳມະສິດຫ້ອງຊຸດ ແລະ ມີພັນທະຈ່າຍເງິນຕາມລາຄາທີ່ໄດ້ຕົກລົງກັນ. ຜູ້ຂາຍຕ້ອງເປັນເຈົ້າຂອງກຳມະສິດຫ້ອງຊຸດທີ່ຂາຍນັ້ນ, ຖ້າກຳມະສິດຫ້ອງຊຸດທີ່ຂາຍໃຫ້ຜູ້ຊື້ນັ້ນ ຫາກຖືກຮີບຕາມຄຳຕັດສີນຂອງສານ ຜູ້ຂາຍຕ້ອງທົດແທນຄ່າເສຍຫາຍໃຫ້ແກ່ຜູ້ຊື້.
ສັນຍາຊື້ຂາຍກຳມະສິດຫ້ອງຊຸດ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຕ້ອງນຳມາຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ຈາກການຊື້ຂາຍ ແລະ ຜູ້ຊື້ຈະເປັນເຈົ້າຂອງກຳມະສິດຫ້ອງຊຸດ ນັບແຕ່ວັນຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ເປັນຕົ້ນໄປ ດ້ວຍການອອກໃບຢັ້ງຢືນກຳມະສິດຫ້ອງຊຸດ ໃບໃໝ່ໃຫ້ຜູ້ຊື້.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການ ຊື້ ຂາຍກຳມະສິດຫ້ອງຊຸດ ເປັນຕົ້ນ ການຊື້ກຳມະສິດຫ້ອງຊຸດຈຳນວນຫຼາຍຫ້ອງ ເພື່ອຂາຍກຳມະສິດຫ້ອງຊຸດ ຕໍ່ທີ່ມີລັກສະນະທຸລະກິດ ທີ່ຍັງບໍ່ທັນໄດ້ຮັບໃບອະນຸຍາດດຳເນີນທຸລະກິດຄອນໂດມີນຽມ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍຄອນໂດມີນຽມ ແມ່ນບໍ່ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການອອກຢັ້ງຢືນກຳມະສິດຫ້ອງຊຸດໃຫ້ ໃຫ້ຜູ້ຊື້ຢ່າງເດັດຂາດ.
ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນການຊື້ ຂາຍກຳມະສິດຫ້ອງຊຸດ ປະກອບມີ ດັ່ງນີ້:
- ຄຳຮ້ອງຂໍຈົດທະບຽນ;
- ສັນຍາຊື້ ຂາຍກຳມະສິດຫ້ອງຊຸດ;
- ໃບຢັ້ງຢືນການຊຳລະເງິນຜ່ານລະບົບທະນາຄານ;
- ໃບຢັ້ງຢືນສາຍຍາດ (ຜູ້ຮັບ);
- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງຜູ້ຊື້. ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫັງສືຜ່ານແດນ ຢ່າງຖືກຕ້ອງຕາມກົດໝາຍ;
-. ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
1.3 ການຈົດທະບຽນການເອົາກຳມະສິດຫ້ອງຊຸດ ເຂົ້າເປັນຮຸ້ນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ພ້ອມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື່ອຊາດລາວ ສາມາດເອົາກຳມະສິດຫ້ອງຊຸດຂອງຕົນ ເຂົ້າເປັນຮຸ້ນຮ່ວມທຶນ ກັບວິສາຫະກິດ ທີ່ຈົດທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ດ້ວຍການປະເມີນມູນຄ່າຫ້ອງຊຸດ ແລະ ຈົດທະບຽນການປຽນແປງກຳມະສິດຫ້ອງຊຸດ.
ການເອົາກຳມະສິດຫ້ອງຊຸດ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ເຂົ້າເປັນຮຸ້ນຮ່ວມທຶນກັບວິສາຫະກິດ ໃຫ້ຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ດ້ວຍການປ່ຽນຊື່ໃນໃບຢັ້ງຢືນກຳມະສິດຫ້ອງຊຸດ ອອກໃຫ້ແກ່: ຊື່ຂອງວິສາຫະກິດເຂົ້າເປັນຮຸ້ນນັ້ນ. ສຳລັບການໄດ້ມາຂອງກຳມະສິດຫ້ອງຊຸດ ໃຫ້ຂຽນຄຳວ່າ: + ເອົາເຂົ້າເປັນຮຸ້ນຕາມສັນຍາ ສະບັບເລກທີ, ລົງວັນທີ > ຂອງການເອົາກຳມະສິດຫ້ອງຊຸດເຂົ້າເປັນຮຸ້ນນັ້ນ ແລະ ຖານະຄວາມເປັນເຈົ້າຂອງກຳມະສິດຫ້ອງຊຸດ ໃຫ້ຂຽນຄຳວ່າ: + ເອົາເຂົ້າເປັນຮຸ້ນ " ໂດຍລະບຸເປີເຊັນຂອງການເອົາເຂົ້າເປັນຮຸ້ນໃສ່ນຳ.
ເອກະສານປະກອບຄຳຮ້ອງຂໍຈົດທະບຽນການເອົາກຳມະສິດຫ້ອງຊຸດ ເຂົ້າເປັນຮຸ້ນ ປະກອບມີ ດັ່ງນີ້:
> ຄຳຮ້ອງຂໍຈົດທະບຽນ;
-- ສັນຍາການເອົາກຳມະສິດຫ້ອງຊຸດ ເຂົ້າເປັນຮຸ້ນ;
-- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
-- ສຳເນົາໃບທະບຽນວິສາຫະກິດ;
-- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
1.4 ການຈົດທະບຽນການມອບ ຫຼື ຍົກ ກຳມະສິດຫ້ອງຊຸດ
ການມອບກຳມະສິດຫ້ອງຊຸດ ແມ່ນ ການຕົກລົງຂອງເຈົ້າຂອງກຳມະສິດຫ້ອງຊຸດ ຊຶ່ງເອົາກຳມະສິດຫ້ອງຊຸດຂອງຕົນ ໃຫ້ຜູ້ໃດໜຶ່ງ ດ້ວຍຄວາມສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ແລະ ຜູ້ຮັບກໍເຫັນດີຮັບເອົາກຳມະສິດຫ້ອງຊຸດນັ້ນ.
ການຍົກກຳມະສິດຫ້ອງຊຸດ ແມ່ນ ການຕົກລົງຂອງເຈົ້າຂອງກຳມະສິດຫ້ອງຊຸດ ທີ່ເອົາກຳມະສິດຫ້ອງຊຸດຂອງຕົນ ໃຫ້ຜູ້ໃດໜຶ່ງ ຊຶ່ງຜູ້ຮັບຈະຕ້ອງປະຕິບັດພັນທະໃດໜຶ່ງ ຕາມການຕົກລົງກ່ອນ ຫຼື ຫຼັງການຮັບກຳມະສິດຫ້ອງຊຸດນັ້ນ. ຜູ້ຮັບກຳມະສິດຫ້ອງຊຸດ ຈະກາຍເປັນເຈົ້າຂອງກຳມະສິດຫ້ອງຊຸດ ໄດ້ກໍຕໍ່ເມື່ອຫາກໄດ້ປະຕິບັດພັນທະ
ດັ່ງກ່າວຢ່າງຄົບຖ້ວນແລ້ວ. ໃນກໍລະນີປະຕິບັດບໍ່ຄົບຖ້ວນ ຫຼື ບໍ່ສາມາດປະຕິບັດໄດ້ ຜູ້ຍົກກຳມະສິດຫ້ອງຊຸດ ມີສິດຍົກເລີກສັນຍາດັ່ງກ່າວ.
ເອກະສານປະກອບຊຸດຄຳຮ້ອງ ຂໍຈົດທະບຽນ ການມອບ ຫຼື ຍົກ ກຳມະສິດຫ້ອງຊຸດ ປະກອບມີ ດັ່ງນີ້:
> ຄຳຮ້ອງຂໍຈົດທະບຽນ;
-- ໃບຢັ້ງຢືນ ການມອບກຳມະສິດຫ້ອງຊຸດ ຫຼື ການຍົກກຳມະສິດຫ້ອງຊຸດ;
- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງຜູ້ຮັບ, ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື່ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫຽງສືຜ່ານແດນ ປ່າງຖືກຕ້ອງຕາມກົດບນາຍ;
-. ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
1.5 ການຈົດທະບຽນການແລກປ່ຽນກຳມະສິດຫ້ອງຊຸດ
ການແລກປ່ຽນກຳມະສິດຫ້ອງຊຸດ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຝ່າຍຫ່ງໄດ້ເອົາກຳມະສິດຫ້ອງຊຸດຂອງຕົນ ມອບໃຫ້ອີກຝ່າຍຫຶ່ງ ແລະ ຝ່າຍນີ້ກໍໄດ້ເອົາກຳມະສິດຫ້ອງຊຸດຂອງຕົນ ຫຼື ຊັບສິ່ງຂອງອັນອືນ ທີ່ເປັນກຳມະສິດຂອງຕົນຕອບແທນໃຫ້.
ສັນຍາແລກປ່ຽນກຳມະສິດຫ້ອງຊຸດ ໃຫ້ປະຕິບັດຄືກັນກັບລະບຽບການຂອງສັນຍາຊື້ ຂາຍກຳມະສິດຫ້ອງຊຸດ. ສັນຍາແລກປ່ຽນຈະມີຜົນສັກສິດ ໃນເມື່ອຄູ່ສັນຍານັ້ນ ໄດ້ມອບກຳມະສິດຫ້ອງຊຸດ ຫຼື ຊັບສິ່ງຂອງອັນອື່ນ ໃຫ້ແກ່ກັນແລ້ວ.
ເວລາຈົດທະບຽນສັນຍາແລກປ່ຽນກຳມະສິດຫ້ອງຊຸດ ໃຫ້ເອົາມູນຄ່າກຳມະສິດຫ້ອງຊຸດ ທີ່ສູງກວ່າ ເປັນພື້ນຖານການຄິດໄລ່ຄ່າທຳນຽມຈົດທະບຽນ ແລະ ອາກອນລາຍໄດ້ ຈາກການໂອນກຳມະສິດຫ້ອງຊຸດ ຕາມສັນຍາແລກປ່ຽນ ຊຶ່ງການເສຍຄ່າທຳນຽມນັ້ນບໍ່ໃຫ້ເສຍເປັນຫ້ອງໃຜຫ້ອງມັນ ໂດຍໃຫ້ເສຍບາດດຽວຕາມການຄິດໄລ່ຄ່າ
ທຳນຽມການຈົດທະບຽນນັ້ນ ແລ້ວຈຶ່ງບັນທຶກການຈົດທະບຽນໃສ່ສັນຍາ ແລະ ເອກະສານທີ່ກ່ຽວຂ້ອງ ຂອງແຕ່ລະສຳນວນເອກະສານກຳມະສິດຫ້ອງຊຸດ ພ້ອມທັງອອກໃບຢັ້ງຢືນກຳມະສິດຫ້ອງຊຸດໃບນໍໃຫ້ຄູ່ສັນຍາ. ຖ້າເອົາກຳມະສິດຫ້ອງຊຸດແລກປ່ຽນກັບຊັບສິ່ງຂອງອັນອື່ນ ໃຫ້ເອົາມູນຄ່າກຳມະສິດຫ້ອງຊຸດ ເປັນພື້ນຖານການຄິດໄລ່ຄ່າທຳນຽມຈົດທະບຽນ ແລະ ອາກອນລາຍໄດ້ ຈາກການໂອນກຳມະສິດຫ້ອງຊຸດ.
ເອກະສານປະກອບຂຊຸດຄຳຮ້ອງຂໍຈົດທະບຽນການແລກປ່ຽນກຳມະສິດຫ້ອງຊຸດ ປະກອບມີ ດັ່ງນີ້:
> ຄຳຮ້ອງຂໍຈົດທະບຽນ;
-- ສັນຍາແລກປ່ຽນກຳມະສິດຫ້ອງຊຸດ;
-- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
> ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ. ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີຫັງສືຢັ້ງຢືນ ຫຼື ຫັງສືຜ່ານແດນ ປ່າງຖືກ
ຕ້ອງຕາມກົດໝາຍ;
-- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
1.6 ການຈົດທະບຽນຕາມການຕັດສິນຂອງສານ
ໃນເມື່ອຄຳຕັດສິນ ຫຼື ຄຳພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ, ມີຄຳສັ່ງປະຕິບັດຄຳຕັດສິນຂອງສານ ຫຼື ມີຄຳສັ່ງປິດຄະດີ ໃຫ້ນຳມາຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ແລະ ອອກໃບຢັ້ງຢືນກຳມະສິດຫ້ອງຊຸດໃໝ່ ໃຫ້ແກ່ຜູ້ໄດ້ຮັບກຳມະສິດຫ້ອງຊຸດ ຕາມຄຳຕັດສິນ ຫຼື ຄຳພິພາກສາຂອງສານ.
ໃນກໍລະນີມີການປອມແປງເອກະສານ ເພື່ອໂອນກຳມະສິດຫ້ອງຊຸດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນເມື່ອສານຕັດສິນຮັບຮູ້ກຳມະສິດຫ້ອງຊຸດ ໃຫ້ເຈົ້າຂອງເດີມ ໃນເວລາດຳເນີນການຈົດທະບຽນໂອນກຳມະສິດຫ້ອງຊຸດຄືນ ແມ່ນບໍ່ໃຫ້ຄິດໄລ່ຄ່າອາກອນລາຍໄດ້ຈາກກຳມະສິດຫ້ອງຊຸດ.
ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນຕາມການຕັດສິນຂອງສານ ປະກອບມີ ດັ່ງນີ້:
> ຄຳຮ້ອງຂໍຈົດທະບຽນ;
ຄຳຕັດສິນ ຫຼື ຄຳພິພາກສາຂອງສານ;
-- ຄຳສັ່ງປະຕິບັດຄຳຕັດສິນຂອງສານ;
-- ບົດບັນທຶກການປະຕິບັດຄຳຕັດສິນຂອງສານ;
ຄຳສັ່ງປິດຄະດີ (ຖ້າຫາກມີ);
-- ໃບຢັ້ງຢືນກຳມະສິດຫ້ອງຊຸດ ສະບັບຕົ້ນ;
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ. ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ຕ້ອງໃຫ້ມີໜັງສືຢັ້ງຢືນ ຫຼື ໜັງສືຜ່ານແດນ ຢ່າງຖືກຕ້ອງຕາມກົດໝາຍ;
ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
2. ຂັ້ນຕອນການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ
ການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ປະກອບມີຂັ້ນຕອນ ດັ່ງນີ້:
2.1 ຂັ້ນຕອນທີ 1:
ເຈົ້າຂອງກຳມະສິດຫ້ອງຊຸດ ຫຼື ຜູ້ໄດ້ຮັບມອບສິດ ໃຫ້ຕາງໜ້າຍື່ນຄຳຮ້ອງ ຫຼື ໃບສະເໜີຕາມແບບພິມທີ່
ກຳນົດໄວ້ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ໃນແຕ່ລະກໍລະນີ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນຄອນໂດມີນຽມຕັ້ງຢູ່ ເພື່ອດຳເນີນການກວດກາຄວາມຖືກຕ້ອງຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ພາຍໃນເວລາ ຫ້າ ວັນລັດຖະການ ນັບແຕ່ມື້ຮັບຄຳຮ້ອງເປັນຕົ້ນໄປ ໂດຍສົມທຽບໃສ່ໃບທະບຽນກຳມະສິດຫ້ອງຊຸດ, ໃບຢັ້ງຢືນກຳມະສິດຫ້ອງຊຸດ, ກວດໃສ່ແຜນຜັງຄອນໂດມີນຽມ, ກວດເບິ່ງສຳນວນເອກະສານຫ້ອງຊຸດທີ່ກ່ຽວຂ້ອງ ຖ້າເຫັນວ່າຖືກຕ້ອງແມ່ນຂອງຜູ້ກ່ຽວແທ້ ແລະ ບໍ່ໄດ້ນຳໃຊ້ເຂົ້າໃນເປົ້າໝາຍອື່ນ, ບໍ່ມີການຄັດຄ້ານ, ບໍ່ມີຂໍ້ຂັດແຍ່ງ, ບໍ່ມີການອາຍັດຈາກອົງການທີ່ກ່ຽວຂ້ອງແລ້ວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຈຶ່ງອອກໃບຢັ້ງຢືນຄວາມຖືກຕ້ອງຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ພ້ອມທັງເກັບຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດ
ຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄາບໍລິການ.
2.2 ຂັ້ນຕອນທີ ສອງ:
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ພາຍຫຼັງກວດກາຖືກຕ້ອງຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ ໃຫ້ແກ່ເຈົ້າຂອງກຳມະສິດຫ້ອງຂຸດ ຫຼື ຜູ້ໄດ້ຮັບມອບສິດໃຫ້ຕາງຫໍ້າ ນຳເອົາເອກະສານດັງກ່າວໄປສະເຫຼີຕໍ່ອົງການທະບຽນສານ ບ່ອນຄອນໂດມີນຽມຕັ້ງຢູ່ ເພື່ອຢັ້ຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາຕາມກົດໝາຍ. ສັນຍາ ແລະ ເອກະສານຕ່າງໆ ທີ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາຈາກອົງການທະບຽນສານແລ້ວ ຕ້ອງນຳມາຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເພື່ອຕິດຕາມການປ່ຽນແປງກຳມະສິດຫ້ອງຊຸດດັ່ງກ່າວ ຕາມກົດໝາຍ.
2.3 ຂັ້ນຕອນທີ ສາມ:
ພາຍຫຼັງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ໄດ້ຮັບສັນຍາ ແລະ ບັນດາ
ເອກະສານທີ່ຢັ້ງຢືນຈາກອົງການທະບຽນສານແລ້ວ ໃຫ້ຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ຫຼັງຈາກນັ້ນ, ໃຫ້ເຈົ້າຂອງກຳມະສິດຫ້ອງຊຸດ ໄປມອບເງິນເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການ.
ຫຼັງຈາກນັ້ນ, ດຳເນີນການຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ໂດຍຊ້ອງຫໍ້າກັນລະຫ່ວາງຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ພ້ອມທັງເຊັນບົດບັນທຶກຮ່ວມກັນ, ຈາກນັ້ນ, ໃຫ້ຈຳກາຈົດທະບຽນໃສ່ສັນຍາ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ພ້ອມທັງລົງລາຍເຊັນຫົວຫ້າຂະແບນງທີ່ດິນ ແລ້ວບັນທຶກເຂົ້າໃນປຶ້ມຈົດທະບຽນການປ່ຽນແປງກຳມະສິດຫ້ອງຊຸດ ເພື່ອອອກໃບຢັ້ງຢືນກຳມະສິດຫ້ອງຊຸດໃຫ່ ໃຫ້ແກ່ຜູ້ທີ່ເປັນເຈົ້າຂອງກຳມະສິດຫ້ອງຊຸດໃຫ່
ໃຫ້ສຳເລັດພາຍໃນເວລາ ຫ້າ ວັນລັດຖະການ ນັບແຕ່ມື້ໄດ້ເຊັນບົດບັນທຶກຊ້ອງຫ້າລະຫວ່າງຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ຮ່ວມກັນເປັນຕົ້ນໄປ.
ບນວດທີ ຈ້
ການຄຸ້ມຄອງ, ການປົກປັກຮັກສາ, ວິທີການເກັບມ້ຽນ, ການສຳເນົາ ແລະ ການສ້າງສຳນວນເອກະສານຫ້ອງຊຸດ
1. ການຄຸ້ມຄອງສຳນວນເອກະສານຫ້ອງຊຸດ
ການຄຸ້ມຄອງສຳນວນເອກະສານຫ້ອງຊຸດ ແມ່ນ ການເກັບຮັກສາສຳນວນເອກະສານຫ້ອງຊຸດ ໄວ້ໃນລະບົບຖານຂໍ້ມູນ ໃຫ້ມີຄວາມປອດໄພ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດ້ວຍການຈັດລຽງລຳດັບຕາມລະຫັດຂອງແຕ່ລະຫ້ອງຊຸດ ໃນແຕ່ລະຄອນໂດມີນຽມ, ການຈັດລຽງລຳດັບການອອກໃບທະບຽນກຳມະສິດຫ້ອງຊຸດ ແລະ ໃບຢັ້ງຢືນກຳມະສິດຫ້ອງຊຸດ ໃຫ້ເລີ່ມຈາກເລກທີໜຶ່ງ ຫາ ເລກສຸດທ້າຍ. ໃນກ່ອງເກັບຮັກສາສຳນວນເອກະສານຫ້ອງຊຸດກ່ອງໜຶ່ງ ປະກອບມີ ຊາວຫ້າ ສຳນວນຫ້ອງຊຸດ ໂດຍຈັດລຳດັບຕາມເລກທີໃບຢັ້ງຢືນກຳມະສິດ
ນວນເອກະສານຫ້ອງຊຸດ ກັບເຈົ້າຫ້າທີ່ທີ່ດິນ ທີ່ຮັບຜິດຊອບວຽກງານຈົດທະບຽນການເຄື່ອນໄຫວ ຫຼື ການປ່ຽນແປງ
ກຳມະສິດຫ້ອງຊຸດ ທີ່ປະຈຳຢູພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ.
ບໍ່ວ່າໃນກໍລະນີໃດກໍຕາມ ຂໍ້ມູນໃນສຳນວນເອກະສານຫ້ອງຊຸດ ແມ່ນຫ້າມບໍ່ໃຫ້ມີການປ່ຽນແປງ ຫຼື ດັດແກ້
ຢ່າງເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດ.
2. ການປົກປັກຮັກສາສຳນວນເອກະສານຫ້ອງຊຸດ
ສຳນວນເອກະສານຫ້ອງຊຸດ ຕ້ອງຮັກສາໄວ້ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນ
ແຂວງ ໂດຍປົກປັກຮັກສາໃຫ້ມີຄວາມປອດໄພ ດ້ວຍການນຳໃຊ້ລະບົບຄວບຄຸມອຸນຫະພູມ, ຄວາມຊຸ່ມ, ປ້ອງກັນອັກ
ຄີໄພ, ປ້ອງກັນແມງໄມ້, ອຸປະກອນ ແລະ ບູລະນະຮັກສາເອກະສານ ໂດຍຮັບປະກັນບໍ່ໃຫ້ເສື່ອມຄຸນນະພາບຕົກໂໜກ
ແລະ ຕົກເຮ່ຍເສຍຫາຍ, ຂາດຊ້ອຍ ເພື່ອນຳໃຊ້ເປັນຂໍ້ມູນຫຼັກຖານຍາວນານ.
ສຳນວນເອກະສານຫ້ອງຊຸດ ໃຫ້ຮັກສາໃນລະບົບເຈ້ຍ ແລະ ລະບົບເອກະສານເອເລັກໂຕຣນິກ.
3. ການເກັບມ້ຽນສຳນວນເອກະສານຫ້ອງຊຸດ.
ການເກັບມ້ຽນສຳນວນເອກະສານຫ້ອງຊຸດ ແມ່ນ ການເກັບມ້ຽນບັນດາສັນຍາ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງ ກັບການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ກຳມະສິດຫ້ອງຊຸດ ໃນເວລາຈົດທະບຽນສຳເລັດແລ້ວ.
ພາຍຫຼັງຈົດທະບຽນການເຄື່ອນໄຫວ ຫຼື ການປ່ຽນແປງກຳມະສິດຫ້ອງຊຸດແລ້ວ ໃຫ້ສຳເນົາຖ່າຍບັນດາສັນຍາ ແລະ ເອກະສານດັ່ງກ່າວ ຈາກລະບົບເຈ້ຍເປັນເອກະສານເອເລັກໂຕຣນິກ ຫຼັງຈາກນັ້ນ, ຈຶ່ງນຳເອົາບັນດາສັນຍາ ແລະ ເອກະສານດັ່ງກ່າວ ເຂົ້າໃນສຳນວນເອກະສານຫ້ອງຊຸດທີ່ກ່ຽວຂ້ອງ ຕາມລະບົບການຈັດເກັບມ້ຽນສຳນວນເອກະສານ ໃນລະບົບສາງ ເພື່ອຕິດຕາມ ກວດກາ ການເຄື່ອນໄຫວ ແລະ ການປ່ຽນແປງກຳມະສິດຫ້ອງຊຸດ. ຂໍ້ມູນດັ່ງກ່າວ ຈະ
ເຊື່ອມຕໍ່ກັບຖານເກັບຂໍ້ມູນ ຂອງກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
4. ວິທີການເກັບຮັກສາສຳນວນເອກະສານຫ້ອງຊຸດ.
ການເກັບຮັກສາສຳນວນເອກະສານຫ້ອງຊຸດ ໃຫ້ປະຕິບັດຕາມວິທີການ ດັ່ງນີ້:
- ການຈັດລຽງສຳນວນເອກະສານຫ້ອງຊຸດໃນກ່ອງ ແມ່ນ ໃຫ້ລຽງຕາມລຳດັບຂອງເລກທີໃບຢັ້ງຢືນກຳມະສິດຫ້ອງຊຸດ, ຈາກນັ້ນ, ແມ່ນລຽງລຳດັບເປັນແຕ່ລະອາຄານຄອນໂດມີນຽມ ຊຶ່ງໃສ່ຕາມຊື່ ຄອນໂດມີນຽມ, ທະບຽນອາຄານເລກທີ ເພື່ອສະດວກໃນການຊອກຫາບອນເກັບມ້ຽນ;
- ໃນກໍລະນີຕ້ອງການນຳໃຊ້ສຳນວນເອກະສານຫ້ອງຊຸດໃດໜຶ່ງ ແມ່ນໃຫ້ເບິ່ງບັນຊີລາຍຊື່ບັນດາອາຄານຄອນໂດມີນຽມ ຊຶ່ງຕິດໄວ້ຢູ່ຂ້າງນອກຂອງຕູ້ລາງເລື່ອນ ຫຼື ຕູ້ເກັບມ້ຽນສຳນວນເອກະສານກຳມະສິດຫ້ອງຊຸດ.
ເລືອນ ຫຼື ຕູ້ເກັບມ້ຽນສຳນວນເອກະສານຫ້ອງຊຸດແຕ່ລະຫົວໜ່ວຍ ຈະມີປ້າຍໝາຍບອກຊື່ອາຄານຄອນໂດມີນຽມ, ບ້ານ
ທີ່ບັນຈຸໄວ້ຢູ່ໃນຕູ້ທີ່ຈັດລຽງໄວ້ຕາມລຳດັບເລກທີໃບຢັ້ງຢືນກຳມະສິດຫ້ອງຊຸດ;
> ເວລາຈັດສຳນວນເອກະສານກຳມະສິດຫ້ອງຊຸດ ມ້ຽນໃນກ່ອງໃສ່ສຳນວນ ຍາມໃດກໍຕ້ອງເອົາເບື້ອງທີ່
ຕິດປ້າຍສຳນວນປີນຂຶ້ນເບື້ອງເທິງສະເໝີ ເພື່ອໃຫ້ງ່າຍໃນການຄົ້ນຫາເລກທີໃບທະບຽນກຳມະສິດຫ້ອງຊຸດ;
> ການມ້ຽນກ່ອງສຳນວນເອກະສານຫ້ອງຊຸດ ໄວ້ໃນຕູ້ລາງເລື່ອນ ຫຼື ຕູ້ເກັບມ້ຽນສຳນວນເອກະສານຫ້ອງ
ຊຸດ ແມ່ນໃຫ້ວາງໄວ້ທາງຕັ້ງ ໝາຍວ່າກ່ອງຈະມີບ່ອນຈັບດຶງອອກມາເມື່ອຕ້ອງການ ແລະ ສ້ານຖານຂອງຕູ້ລາງເລື່ອນ
ຈະມີບ່ອນຫວ່າງສຳລັບຕັ້ງກ່ອງເອກະສານ ເວລາຊອກຫາສຳນວນ;
-- ກ່ອງສຳນວນເອກະສານຫ້ອງຊຸດ ຈະຄ່ອຍໆເພີ່ມບັນດາເອກະສານຂຶ້ນເລື້ອຍໆ ໃນກໍລະນີມີການຈົດ
ທະບຽນເຄື່ອນໄຫວ ແລະ ການປ່ຽນແປງ ກຳມະສິດຫ້ອງຊຸດ ເນື່ອງຈາກວ່າຈະນຳເອກະສານທີ່ໄດ້ຮັບການຈົດ.
ທະບຽນນັ້ນເຂົ້າໃນສຳນວນທີ່ກ່ຽວຂ້ອງ. ກ່ອງສຳນວນເອກະສານຫ້ອງຊຸດໜຶ່ງ ມີຈຳນວນ ຊາວຫ້າ ສຳນວນ
ເອກະສານຫ້ອງຊຸດ ຖ້າຫາກເຫັນວ່າມີສຳນວນເອກະສານຫຼາຍເກີນໄປຢູ່ໃນກ່ອງໜຶ່ງ ແມ່ນສາມາດສ້າງກ່ອງໃໝ່ໄດ້;
- ຖ້າເຫັນມີກ່ອງແຕກ, ເປ່ ແລະ ບໍ່ສາມາດສ້ອມແປງແກ້ໄຂຄືນໄດ້ ແມ່ນໃຫ້ປ່ຽນກ່ອງໃໝ່;
> ຖ້າເຫັນສຳນວນເອກະສານຫ້ອງຊຸດໃດ ບໍ່ໄດ້ຢູ່ຕາມລຳດັບ ຕ້ອງໄດ້ຈັດລຽງເກັບມ້ຽນໃຫ້ຖືກບ່ອນ ຕາມລຳດັບ;
< ຖ້າຫາກພະນັກງານທີ່ດິນ ມີການຄົ້ນຄວ້າກ່ຽວກັບການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ
ກຳມະສິດຫ້ອງຊຸດ; ການອອກສຳເນົາໃບຢັ້ງຢືນກຳມະສິດຫ້ອງຊຸດ; ການຢັ້ງຢືນຄວາມຖືກຕ້ອງຂອງໃບຢັ້ງຢືນກຳມະສິດ
ສິດຫ້ອງຊຸດ; ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ແລະ ກໍລະນີອື່ນ ໃຫ້ພົວພັນເອົາສຳນວນເອກະສານຫ້ອງຊຸດ ນຳພະນັກງານທີ່ຄຸ້ມຄອງສາງເກັບມ້ຽນສຳນວນເອກະສານຫ້ອງຊຸດ. ພະນັກງານທີ່ຄຸ້ມຄອງສາງດັງກ່າວ ຈະບັນທຶກໄວ້ໃນປື້ມບັນທຶກຕິດຕາມສຳນວນເອກະສານຫ້ອງຊຸດ ໂດຍບັນທຶກເລກທີ, ລົງວັນທີ່ຂອງໃບຢັ້ງຢືນກຳມະສິດຫ້ອງຊຸດ, ກຳນົດເວລາສົ່ງສຳນວນ ແລະ ລາຍຊື່ຜູ້ທີ່ຮັບສຳນວນເອກະສານຫ້ອງຊຸດອອກໄປ ພ້ອມລົງລາຍເຊັນ. ເມື່ອມີການນຳເອົາສຳນວນເອກະສານຫ້ອງຊຸດມາສົ່ງຄືນ ກໍຕ້ອງບັນທຶກ ແລະ ລົງລາຍເຊັນໄວ້ເຊັນກັນ; ພະນັກງານຮັບຜິດຊອບສາງເກັບມ້ຽນສຳນວນເອກະສານຫ້ອງຊຸດ ຕ້ອງຕິດຕາມ ແລະ ທວງເອົາສຳນວນເອກະສານນຳພະນັກງານຂະແຫງງທີ່ດິນ ທີ່ມາເຊັນຮັບເອົາສຳນວນເອກະສານຫ້ອງຊຸດ ຕາມກຳນົດເວລາໃນປຶ້ມບັນທຶກ.
ທຶກຕິດຕາມສຳນວນ. ໃນກໍລະນີຫາກບໍ່ມາສົ່ງຕາມກຳນົດເວລາກໍໃຫ້ມີການຊີ້ແຈງດ້ວຍເຫດ ແລະ ຜົນ ພ້ອມທັງບັນທຶກກຳນົດເວລາໃສ່ປຶ້ມຕິດຕາມສຳນວນຄືນໃໝ່. ພະນັກງານໃນຂະແໜງງານທີ່ດິນ ຜູ້ທີ່ເອົາສຳນວນເອກະສານຫ້ອງຊຸດ ນຳພະນັກງານເກັບມ້ຽນສຳນວນເອກະສານ ຕ້ອງມີຄວາມຮັບຜິດຊອບ ໃນການຮັກສາສຳນວນດັ່ງກ່າວ ໃຫ້ຢູ່ໃນສະພາບເດີມ ແລະ ຄົບຖ້ວນ. ໃນກໍລະນີຫາກເຮັດສຳນວນ ຫຼື ເອກະສານໃດໜຶ່ງໃນສຳນວນເສຍຫາຍ ຫຼື ຖືກທຳລາຍ ຜູ້ກ່ຽວຕ້ອງຮັບຜິດຊອບຕໍ່ຫ້າກົດໝາຍ; ຖ້າຫາກມີພາກສ່ວນອື່ນ ຕ້ອງການຂໍ້ມູນໃນສຳນວນເອກະສານຫ້ອງຊຸດ ຕ້ອງໄດ້ຮັບອະນຸຍາດຈາກຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈາກນັ້ນ, ຈຶ່ງພົວພັນເພື່ອສຳເນົາເອົາສຳນວນ ຫຼື ເອກະສານໃດໜຶ່ງໃນສຳນວນເອກະສານຫ້ອງຊຸດ ນຳພະນັກງານທີ່ຄຸ້ມຄອງສາງເກັບມ້ຽນສຳນວນເອກະສານຫ້ອງຊຸດ. ພະນັກງານທີ່
ຄຸ້ມຄອງສາງດັ່ງກ່າວ ຕ້ອງສຳເນົາເອົາສຳນວນ ຫຼື ເອກະສານໃດໜຶ່ງໃນສຳນວນເອກະສານຫ້ອງຊຸດ ຕາມການສະເໜີ
ພ້ອມທັງບັນທຶກໄວ້ໃນປຶ້ມບັນທຶກຕິດຕາມສຳນວນເອກະສານຫ້ອງຊຸດ;
> ການເກັບມ້ຽນ ແລະ ການຊອກຄົ້ນຫາເອກະສານຫ້ອງຊຸດ ແມ່ນ ໜ້າທີ່ຮັບຜິດຊອບຂອງພະນັກງານ
ທີ່ຄຸ້ມຄອງສາງເກັບມ້ຽນເອກະສານເທົ່ານັ້ນ. ຫ້າມພາກສ່ວນອື່ນ ທີ່ບໍ່ມີສ່ວນກ່ຽວຂ້ອງເຂົ້າໃນຫ້ອງເກັບມ້ຽນສຳ
ນວນເອກະສານຫ້ອງຊຸດ ໂດຍບໍ່ໄດ້ຮັບອະນຸຍາດ ເດັດຂາດ;
> ຕ້ອງຮັກສາສາງເກັບມ້ຽນສຳນວນເອກະສານຫ້ອງຊຸດ ໃຫ້ສະອາດຢູ່ສະເໝີ.
5. ການສຳເນົາສຳນວນເອກະສານຫ້ອງຊຸດ
ການສຳເນົາສຳນວນເອກະສານຫ້ອງຊຸດ ແມ່ນ ການສຳເນົາເອກະສານໃນສຳນວນເອກະສານ ເພື່ອນຳໃຊ້ເປັນ
ຫຼັກຖານ ຫຼື ຂໍ້ມູນອ້າງອີງທາງກົດໝາຍ ຕາມການສະເໜີຂອງເຈົ້າຂອງກຳມະສິດຫ້ອງຊຸດ ແລະ ການຈັດຕັ້ງຂອງລັດທີ່
ກ່ຽວຂ້ອງ ເປັນຕົ້ນ ສານປະຊາຊົນ, ອົງການໄອຍະການປະຊາຊົນ, ເຈົ້າໜ້າທີ່ສືບສວນ ສອບສວນ, ອົງການກວດກາລັດທຸກຂັ້ນ, ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ.
ການສຳເນົາສຳນວນເອກະສານຫ້ອງຊຸດ ສາມາດດຳເນີນຕາມເງື່ອນໄຂໃດໜຶ່ງ ດັ່ງນີ້:
> ໃນກໍລະນີມີການສະເໜີເປັນລາຍລັກອັກສອນ ຈາກເຈົ້າຂອງກຳມະສິດຫ້ອງຊຸດ ເຈົ້າໜ້າທີ່ທີ່ດິນ ທີ່ຮັບຜິດຊອບສຳນວນເອກະສານຫ້ອງຊຸດ ເປັນຜູ້ສຳເນົາເອກະສານທີ່ມີໃນສຳນວນໃຫ້ຜູ້ສະເໜີ ໂດຍບໍ່ໃຫ້ເກີນ ສາມ ວັນລັດຖະການ ແລະ ຜູ້ສະເໜີ ຕ້ອງເສຍຄ່າບໍລິການສຳເນົາສຳນວນເອກະສານຫ້ອງຊຸດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ;
-- ໃນກໍລະນີມີການສະເໜີເປັນລາຍລັກອັກສອນ ຈາກການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ເຈົ້າໜ້າທີ່ທີ່ດິນ ເຂົ້າໃຈວ່າ ພະນັກງານ ຫຼື ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະຕ້ອງປະຕິບັດຕາມແຜນການ
ທີ່ຮັກສາສຳນວນເອກະສານຫ້ອງຊຸດ ເປັນຜູ້ສຳເນົາເອກະສານທີ່ມີໃນສຳນວນ ໂດຍບໍ່ໃຫ້ເກີນ ຫ້າ ວັນລັດຖະການ ແລ້ວ ໃຫ້ເຮັດຫັງສືນຳສົ່ງເປັນທາງການໃຫ້ອົງການດັງກ່າວ ໂດຍຍົກເວັ້ນຄ່າບໍລິການສຳເນົາສຳນວນເອກະສານຫ້ອງຊຸດນັ້ນ.
ສ່ວນການສະເຫຼີຂອງສານປະຊາຊົນທີ່ກ່ຽວຂ້ອງ ກັບການດຳເນີນຄະດີແພ່ງ ທີ່ພົວພັນກັບກຳມະສິດຫ້ອງຊຸດນັ້ນ ແມ່ນໃຫ້ເກັບຄ່າບໍລິການສຳເນົາສຳນວນເອກະສານ ຕາມທີໄດ້ກຳນົດໄວ້ໃນຂີດຫ້າ ຫົງ ເທິງນີ.
6. ການສ້າງສຳນວນເອກະສານຫ້ອງຊຸດຄືນໃຫ່
ຖ້າສຳນວນເອກະສານຫ້ອງຊຸດເສຍຫາຍ ໃຫ້ສ້າງສຳນວນຄືນໃຫ່ ຕາມກໍລະນີ ດັ່ງນີ້:
- ຖ້າສຳນວນເອກະສານຫ້ອງຊຸດ ທີ່ຍັງບໍ່ທັນສຳເນົາຖ່າຍທຸກເອກະສານທີ່ມີໃນສຳນວນໃນລະບົບເຈັຍເຂົ້າ
ໃນລະບົບເອກະສານເອເລັກໂຕຣນິກ ເປັນຕົ້ນ ຂໍ້ມູນການໄດ້ມາກຳມະສິດຫ້ອງຊຸດ, ຂໍ້ມູນແຜນຜັງຂອງຫ້ອງຊຸດ ຖືກເສຍຫາຍທັງໝົດ ຫຼື ເອກະສານໃນສຳມະໂນຄົວເສຍຫາຍສ່ວນໃດສ່ວນໜຶ່ງ ເຈົ້າໜ້າທີ່ທີ່ດິນ ຕ້ອງລາຍງານເຫດຜົນການເສຍຫາຍໃຫ້ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຕົກລົງໃນການສ້າງສຳມະໂນຄົວຄືນໃໝ່ ຫຼັງຈາກໄດ້ຮັບການເຫັນດີແລ້ວ ເຈົ້າໜ້າທີ່ທີ່ດິນ ຕ້ອງປະກອບເອກະສານ ຕາມແບບພິມທີ່ໄດ້ກຳນົດໄວ້ ແລ້ວສົມທົບກັບອົງການປົກຄອງບ້ານ ບ່ອນຄອນໂດມີນຽມຕັ້ງຢູ່ ເພື່ອເຊັນເອກະສານນັ້ນຄືນໃໝ່ ຊຶ່ງເຈົ້າຂອງກຳມະສິດຫ້ອງຊຸດ ຈະບໍ່ໄດ້ເສຍຄ່າທຳນຽມ ແລະ ຄ່າບໍລິການ ແຕ່ໃຫ້ເຈົ້າຂອງກຳມະສິດຫ້ອງຊຸດ ເປັນຜູ້ສຳເນົາສຳມະໂນຄົວ ຫຼື ບັດປະຈຳຕົວ, ໃບຢັ້ງຢືນທີ່ຢູ່, ໃບທະບຽນວິສາຫະກິດ, ຖ້າຫາກເປັນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ.
ທີ່ເປັນເຊື້ອຊາດລາວ ໃຫ້ມີຫັງສືຢັ້ງຢືນ ຫຼື ສຳເນົາຫັງສືຜ່ານແດນ ໃຫ້ແກ່ເຈົ້າຫ້າທີ່ທີ່ດິນ.
-- ກຳນົດເວລາສ້າງສຳນວນເອກະສານຫ້ອງຊຸດຄືນໃຫ່ ໃຫ້ສຳເລັດພາຍໃນກຳນົດເວລາ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຊາບການເສຍຫາຍຂອງສຳນວນດັ່ງກ່າວ ເປັນຕົ້ນໄປ;
- ຖ້າສຳນວນເອກະສານກຳມະສິດຫ້ອງຊຸດ ທີ່ເປັນລະບົບເຈ້ຍເສຍຫາຍ ແລະ ໄດ້ສຳເນົາຖ່າຍທຸກເອກະສານທີ່ມີໃນສຳນວນເອກະສານຫ້ອງຊຸດ ໃນລະບົບເຈ້ຍເຂົ້າໃນລະບົບເອກະສານເອເລັກໂຕຣນິກ ແລະ ເກັບຮັກສາໄວ້ໃນຖານເກັບຂໍ້ມູນຫ້ອງຊຸດ ແລະ ອຸປະກອນເກັບມ້ຽນ ແລ້ວເຈົ້າຫ້າທີ່ທີ່ດິນ ຕ້ອງລາຍງານເຫດຜົນການເສຍ ໃຫ້ຫົວຫ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຕົກລົງໃນການສ້າງສຳນວນນັ້ນຄືນໃໜ່ ຫຼັງຈາກໄດ້ຮັບການເຫັນດີແລ້ວ ເຈົ້າຫ້າທີ່ທີ່ດິນ ຕ້ອງສ້າງສຳນວນເອກະສານຫ້ອງຂຸດ ເປັນລະບົບເຈ້ຍຄືນໃບນ່ ດ້ວຍການພິມ
ທຸກເອກະສານອອກຈາກສຳນວນເອກະສານຫ້ອງຊຸດ ທີ່ມີຢູ່ໃນລະບົບເອກະສານເອເລັກໂຕຣນິກ ໂດຍມີການເຊັນຢັ້ງຢືນກ່ຽວກັບການສ້າງສຳນວນຄືນໃໝ່ ຈາກຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ.
7. ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ທີ່ດິນ ທີ່ຮັກສາສຳນວນເອກະສານຫ້ອງຊຸດ
ເຈົ້າໜ້າທີ່ທີ່ດິນ ທີ່ຮັບຜິດຊອບທີ່ຮັກສາສຳນວນເອກະສານຫ້ອງຊຸດ ຫາກເຮັດໃຫ້ສຳນວນເອກະສານຫ້ອງຊຸດ ຫຼື ບາງເອກະສານໃນສຳນວນດັ່ງກ່າວ ຕົກເຮ່ຍເສຍຫາຍ, ເສື່ອມຄຸນນະພາບ, ຂາດຊ້ອຍ ໂດຍເຈດຕະນາ, ປອມແປງ, ທຳລາຍສຳນວນ ຫຼື ເອກະສານໃນສຳນວນ ລວມທັງສ້າງເອກະສານໃໝ່ ເຂົ້າໃນສຳນວນເອກະສານຫ້ອງຊຸດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປະຕິບັດວິໄນ ຫຼື ຖືກລົງໂທດທາງອາຍາ ຕາມກົດໝາຍ.
ໝວດທີ 6
ຄ່າທຳນຽມ, ຄ່າບໍລິການ ແລະ ການຊຳລະເງິນ ຊື້ ຂາຍ ກຳມະສິດຫ້ອງຊຸດ
1. ການເສຍຄ່າທຳນຽມ ແລະ ຄ່າບໍລິການ
ການສະເຫຼີຂໍຂຶ້ນທະບຽນກຳມະສິດຫ້ອງຊຸດ, ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ກຳມະສິດຫ້ອງຊຸດ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ.
2. ການເກັບຄ່າທຳນຽມ ແລະ ຄ່າບໍລິການ
ຂະແໜງການການເງິນ ເກັບຄ່າທຳນຽມການຂຶ້ນທະບຽນກຳມະສິດຫ້ອງຊຸດ, ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ກຳມະສິດຫ້ອງຊຸດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ແລະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ລະບຽບການ ອື່ນທີ່ກ່ຽວຂ້ອງ.
ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເກັບຄ່າບໍລິການ ກ່ຽວກັບການຂຶ້ນທະບຽນ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ