ດຳລັດວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
禁毒管制、预防与打击基金法令
Decree on the Fund for Drug Control, Prevention and Suppression
ບົດສະຫຼຸບ
ກົດລະບຽບນີ້ສ້າງຕັ້ງກອງທຶນແຫ່ງຊາດເພື່ອຕ້ານຢາເສບຕິດ, ຄຸ້ມຄອງແຫຼ່ງທຶນ, ຫຼັກການບໍລິຫານ, ການແບ່ງປັນລາຍຮັບ ແລະ ເປົ້າໝາຍການນຳໃຊ້, ຮັບປະກັນງົບປະມານທີ່ພຽງພໍ ແລະ ນຳໃຊ້ເຂົ້າໃນວຽກງານຄວບຄຸມ, ປ້ອງກັນ ແລະ ຕ້ານຢາເສບຕິດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ
ກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ຂຽນຫຍໍ້ວ່າ "ກສຢ" ເປັນພາສາອັງກິດວ່າ "Drug Control and Prevention Fund" ແມ່ນກອງທຶນທີ່ສ້າງຂຶ້ນ ເພື່ອສະສົມ ແລະ ລະດົມທຶນ ຈາກແຫຼ່ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ມີງົບປະມານພຽງພໍ, ຍືນຍົງ ແລະ ນຳໃຊ້ເຂົ້າໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
ມາດຕາ ມາດຕາ 2
ມາດຕາ 2 ຫຼັກການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ
ການຄຸ້ມຄອງ ແລະ ນຳໃຊ້ ກສຢ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ຕາມລະບົບງົບປະມານແຫ່ງລັດ ໃນຂອບເຂດທົ່ວປະເທດ;
2. ຮັບປະກັນການນຳໃຊ້ກອງທຶນໃຫ້ຖືກຕ້ອງຕາມເປົ້າໝາຍ, ມີປະສິດທິພາບ ແລະ ປະສິດທິຜົນ;
3. ຮັບປະກັນຄວາມຖືກຕ້ອງ, ວ່ອງໄວ, ທັນສະໄໝ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້;
4. ທຸກລາຍຮັບ, ລາຍຈ່າຍ ຕ້ອງຜ່ານລະບົບການບັນທຶກບັນຊີ ຢ່າງເປັນປົກກະຕິ ຕາມກົດໝາຍ ແລະ ລະບຽບການ;
5. ຮັບປະກັນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
ມາດຕາ ມາດຕາ 3
ມາດຕາ 4 ແຫຼ່ງລາຍຮັບຂອງກອງທຶນ
ແຫຼ່ງລາຍຮັບຂອງ ກສຢ ໄດ້ມາຈາກ:
1. ງົບປະມານແຫ່ງລັດ ຕາມການຈັດສັນງົບປະມານປະຈຳປີ;
2. ການປະມູນຂາຍ ຊັບສິນ, ພາຫະນະ, ວັດຖຸປະກອບ, ຄ່າເຊົ່າ ຫຼື ສຳປະທານ ຊັບສິນ ແລະ ເງິນຝາກ ທີ່ສານປະຊາຊົນຕັດສີນຮິບ ຊຶ່ງພົວພັນກັບການດຳເນີນຄະດີກ່ຽວກັບຢາເສບຕິດ ລວມທັງຄ່າປັບໃບນທາງອາຍາ ກ່ຽວກັບຄະດີດັ້ງກ່າວ;
3. ການຂາຍຜະລິດຕະພັນຂອງສູນ ປີນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ໃຫ້ຜູ້ຕິດຢາເສບຕິດ;
4. ການຊ່ວຍເຫຼືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ;
5. ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
6. ດອກເບ້ຍເງິນຝາກ ຂອງກອງທຶນ;
7. ການເຄື່ອນໄຫວກິດຈະກຳທາງສັງຄົມ;
8. ລາຍຮັບອື່ນ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ